7094

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 18/08/2025 glf4tdy f{la '7q , ,kI6h 9a dda [ 6 -toy f rtpkfsq ;.9 ຮຽບຮຽງໂດຍ: ແສງສະຫວັນ ໂດຍ: ແສງສະຫວັນ dq f\kp;j kfh ;pln j ,;o-q o 8kf76 j vu d|b j 'lt4komu j mj v'mj P; me,t-kf muj 3ffgfaj ol;p'k, ກັບມາພໍ້ກັບ ຄໍລຳ “ຊີວິດກົດໝາຍ” ອີກເທື່ອໜຶ່ງ ເຊິ່ງສະບັບ ນີ້ ພວກເຮົາຍັງຢູ່ກັບກົດໝາຍວ່າ ດ້ວຍສື່ມວນຊົນ ໂດຍຈະມາສະເໜີ ຕໍ່ໝວດທີ III ກ່ຽວກັບສິດເສລີພາບ ຂອງພົນລະເມືອງລາວ ດ້ານສື່ສານ ມວນຊົນ ໃຫ້ພວກເຮົາໄດ້ຮັບຮູ້ນຳ ກັນຕື່ມ. ຢູ່ໃນມາດຕາ 14 ສິດເສລີພາບ ຂອງພົນລະເມືອງລາວ ດ້ານສື່ສານ ມວນຊົນ: ພົນລະເມືອງລາວ ມີສິດ ເສລີພາບດ້ານສື່ມວນຊົນດ້ວຍການ ປະກອບຄໍາຄິດຄໍາເຫັນ, ສະແດງ ພະຍາດຫົວໃຈ ()FBSU DJTFBTF) ໝາຍເຖິງພະຍາດ ຕ່າງໆທີ່ສົ່ງຜົນກະທົບຕໍ່ການເຮັດ ວຽກຂອງຫົວໃຈ ໂດຍຄວາມຜິດ ປົກກະຕິຂອງຫົວໃຈໃນຈຸດທີ່ຕ່າງ ກັນ ກໍຈະເຮັດໃຫ້ພະຍາດຫົວໃຈມີ ອາການທີ່ຕ່າງກັນດັ່ງນີ້: 1. ພະຍາດຫລອດເລືອດຫົວ ໃຈ: ມີອາການເຈັບໜ້າເອິກ ລາມ ລົງໄປຮອດກ້າມແຂນ, ລຳຄໍ, ເມື່ອຍ ງ່າຍ, ອ່ອນເພຍ ແລະ ໝົດສະຕິໄດ້. 2. ພະຍາດຫົວໃຈເຕັ້ນຜິດຈັງ ຫວະ: ຫົວໃຈອາດຈະເຕັ້ນໄວ ຫລື ຊ້າກວ່າປົກກະຕິ, ມີອາການໃຈສັ່ນ, ເມື່ອຍງ່າຍ, ເຈັບໜ້າເອິກ, ປວດຫົວ ແລະ ອາດຈະເປັນລົມ. 3. ພະຍາດກ້າມເນື້ອຫົວໃຈ: ທັດສະນະທີ່ບໍ່ຂັດກັບລະບຽບກົດ ໝາຍ, ສິດຜົນປະໂຫຍດຂອງຊາດ, ຂອງປະຊາຊົນ ແລະ ການໄດ້ຮັບ ຂໍ້ມູນຂ່າວສານກ່ຽວກັບສະພາບ ການພາຍໃນ ແລະ ຕ່າງປະເທດສາ ລະຄວາມຮູ້, ສາລະບັນເທີງ ແລະ ບັນຫາອື່ນໆ ທີ່ເປັນປະໂຫຍດ. ມາດຕາ 15. ສິດເສລີພາບຂອງ ພົນລະເມືອງລາວໃນການປະກອບ ຄຳເຫັນ: ພົນລະເມືອງລາວ ມີສິດ ເສລີພາບໃນການປະກອບຄໍາຄິດ ຄໍາເຫັນຜ່ານສື່ມວນຊົນກ່ຽວກັບ; 1. ການສ້າງ ແລະ ຈັດຕັ້ງປະຕິ ບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ແຜນ ພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານແຫ່ງລັດ; 2. ທັດສະນະຕໍ່ສະພາບການພາຍໃນ ແລະ ຕ່າງປະເທດ; 3.ການຕຳນິ ຕິຊົມແບບສ້າງສັນຕໍ່ບຸກຄົນ ແລະ ການຈັດຕັ້ງ. ມາດຕາ 16. ສິດເສລີພາບ ຂອງພົນລະເມືອງລາວກ່ຽວກັບ ຂໍ້ມູນຂ່າວສານ: ພົນລະເມືອງລາວ ມີສິດເສລີພາບກ່ຽວກັບຂໍ້ມູນຂ່າວ ສານ ຜ່ານສື່ມວນຊົນດັ່ງນີ້; 1. ເຂົ້າເຖິງ ແລະ ໄດ້ຮັບຂໍ້ມູນຂ່າວ ສານກ່ຽວກັບສະພາບການພາຍໃນ ແລະ ຕ່າງປະເທດ, ສາລະຄວາມ ຮູ້, ສາລະບັນເທີງ ແລະ ອື່ນໆ; 2. ສະໜອງຂໍ້ມູນຂ່າວສານໃຫ້ສື່ມວນ ຊົນຢ່າງຖືກຕ້ອງ, ຊັດເຈນ, ທັນ ການ ແລະ ຮັບຜິດຊອບຕໍ່ໜ້າກົດ ໝາຍກ່ຽວກັບເນື້ອໃນຂໍ້ມູນຂ່າວ ສານນັ້ນ. ມາດຕາ 17. ການປະຕິບັດສິດ ເສລີພາບຂອງພົນລະເມືອງລາວ: ພົນລະເມືອງລາວໄດ້ຮັບການປະ ຕິບັດສິດເສລີພາບຂອງຕົນຜ່ານສື່ ສານມວນຊົນ ດ້ວຍການລົງພີມ ຫລື ກະຈາຍຂ່າວ, ບົດ, ຄໍາເຫັນ, ກະຈາຍພາບ, ຕອບຂໍ້ສະເໜີ, ຂໍ້ ຄວາມເຂົ້າໃຈຂອງຕົນໂດຍສື່ມວນ ຊົນເອງ ຫລື ຈັດຕັ້ງ ຫລື ບຸກຄົນທີ່ ກ່ຽວຂ້ອງ. ໃນກໍລະນີທີ່ບໍ່ສາມາດ ລົງພີມ, ກະຈາຍ ຫລື ຕອບໄດ້ນັ້ນ ສື່ມວນຊົນຕ້ອງແຈ້ງເຫດຜົນໃຫ້ ພົນລະເມືອງຮັບຊາບຢ່າງເປັນທາງ ການ. ພໍ້ກັນໃໝ່ສະບັບໜ້າ. ເມື່ອຍງ່າຍ ຫາຍໃຈບໍ່ອີ່ມ ອາການ ແຮງຂຶ້ນເມື່ອໄດ້ອອກແຮງງານ ໜັກ, ມີອາການບວມຕາມແຂນຂາ ນອນລຽບກັບພື້ນບໍ່ໄດ້ ແລະ ມີອາ ການຕື່ນມາໄອໃນເວລາກາງຄືນ. 4. ພະຍາດຫົວໃຈພິການແຕ່ ກຳເນີດ: ເປັນພະຍາດທີ່ເກີດຂື້ນຕັ້ງ ແຕ່ເດັກນ້ອຍຢູ່ໃນທ້ອງແມ່ ເດັກມີ ອາການເມື່ອຍໃນເວລາທີ່ດື່ມນົມ ແມ່ ແລະ ລ້ຽງບໍ່ໃຫຍ່. 5. ພະຍາດລີ້ນຫົວໃຈ: ຖ້າມີ ຄວາມຜິດປົກກະຕິຂອງລີ້ນຫົວໃຈ ຫລາຍເກີນໄປ ກໍຈະມີອາການເມື່ອຍ ງ່າຍ ແລະ ພາວະຫົວໃຈວາຍ ຫລື ນ້ຳຖ້ວມປອດໄດ້. 6. ພະຍາດຕິດເຊື້ອບໍລິເວນຫົວ ໃຈ: ມີອາການເປັນໄຂ້ຊຳເຮື້ອອ່ອນ ເພຍ ເມື່ອຍງ່າຍ ຫົວໃຈເຕັ້ນຜິດປົກ ກະຕິ ຫາຍໃຈຫອບ ເມື່ອຍ ໄອແຫ້ງ ຊຳເຮື້ອ, ຂາ ຫລື ທ້ອງບວມ ພ້ອມ ທັງມີຜື່ນຂຶ້ນຕາມຜິວໜັງ. ພາບປະກອບ ຕາດຄູ່ ອີກໜຶ່ງສະຖານທີ່ທ່ອງ ທ່ຽວທາງທຳມະຊາດທີ່ສວຍສົດ ງົດງາມ ຕັ້ງຢູ່ບ້ານອຸປະຊາ ເມືອງ ປາຊ່ອງ ແຂວງຈໍາປາສັກ, ມີສອງ ເສັ້ນທາງໄປຫາສະຖານ ທີ່ທ່ອງ ທ່ຽວນີ້ຄືໜຶ່ງຈາກແຂວງເຊກອງ ມຸ່ງໜ້າສູ່ບ້ານຫລັກ 52 ເມືອງໄຊ ເສດຖາ ແຂວງອັດຕະປື ແລ້ວລ້ຽວ ຂວາໄປກວ່າ 50 ກິໂລແມັດ ແລະ ອີກເສັ້ນທາງໜຶ່ງຈາກນະຄອນປາກ ເຊ ສູ່ເມືອງປາກຊ່ອງ ເຊິ່ງຈະມີ 3 ເສັ້ນຄືເສັ້ນທາງຊ້າຍໄປແຂວງ ເຊກອງ, ສ່ວນເສັ້ນທາງຂວາກະ ບໍ່ຮູ້ວ່າໄປເຖິງເຂດໃດ ແລະ ເສັ້ນ ກາງມຸ່ງໜ້າໄປສູ່ຫ້ວຍກອງອອກ ສູ່ບ້ານຫລັກ 52 ແຂວງອັດຕະປື ໂດຍຈາກປາກຊ່ອງ ກວ່າ 3 ກິໂລ ແມັດ ກໍໄປເຖິງບ້ານໜອງອີໂອຍ ແລ້ວລ້ຽວຂວາໄປສູ່ບ້ານອຸປະຊາ ເຊິ່ງເປັນທີ່ຕັ້ງຂອງສະຖານ ທີ່ທ່ອງ ທ່ຽວຕາດຄູ່. ຕາດຄູ່ເປັນນ້ຳຕົກຕາດທີ່ເກີດ ຈາກທຳມະຊາດບໍ່ສູງພໍເທົ່າໃດ, ແຕ່ ຈາກຄວາມຫົວໃສຂອງຜູ້ສຳປະ ທານ ໄດ້ຕົກແຕ່ງຫລາຍສິ່ງຫລາຍ ຢ່າງ ເພື່ອອຳນວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວທີ່ມາຮອດ ຈອດເຖິງບໍ່ວ່າຈະເປັນການປຸກຕູບ ຕັ້ງຢູ່ແຄມໜອງ ແລະ ກາງນໍ້າໂຕນ ອ່າງລອຍນໍ້າສຳລັບເດັກນ້ອຍ, ຫ້ອງ ນໍ້າທີ່ສະອາດ, ບ່ອນຖ່າຍຮູບ ແລະ ອື່ນໆ ເຊິ່ງຕ້ອງບອກເລີຍວ່າງາມ ສົມຈິງ ດັ່ງທຳມະຊາດ ເຊິ່ງໄລຍະນີ້ ກໍຈະມີນ້ຳຫລາຍແດ່ເຮັດໃຫ້ນ້ຳໂຕນ ຕາດລົງມາຜ່ານພະລານຫີນເປັນຊັ້ນ ໄຫລລົງໃສ່ອ່າງຍິ່ງມີຄວາມສວຍ ສົດງົດງາມສາມາດດຶງດູດນັກທ່ອງ ທ່ຽວເຂົ້າມາທ່ຽວຊົມຫລາຍຂຶ້ນ. ສ່ວນບໍລິເວນອ້ອມຮອບຕາດນັັ້ນຈະ ມີຕູບຈຳນວນຫລາຍຕູບເພື່ອໄວ້ໃຫ້ ນັກທ່ອງທ່ຽວນັ່ງກິນເຂົ້າກິນນ້ຳ, ນັ່ງຊົມນ້ຳຕົກ ບວກກັບອາກາດອັນ ເຢັນສະບາຍຈາກອາຍນ້ຳ ແລະ ອ້ອມຮອບໄປດ້ວຍສີຂຽວອຸ່ມທຸ່ມ ຂອງຕົ້ນໄມ້ໃບຫຍ້າຍິ່ງເຮັດໃຫ້ ຮູ້ສຶກໄດ້ເທິງທຳມະຊາດອັນແທ້ ຈິງ. ສ່ວນອາຫານການກິນກໍບໍ່ແພງ ເກີນໄປ ແລະ ທີ່ປະທັບໃຈພາກພູມ ໃຈທັງໄດ້ບຸນຕື່ມອີກກໍຄືການໄດ້ນໍາ ເອົາເສດອາຫານ ຫລື ຂະໜົມ ເກືອ ປານ້ອຍປາໃຫຍ່ທີ່ລອຍລ່ອງໄປມາ ໃນໜອງຢ່າງຫລວງຫລາຍ. ເຖິງ ວ່າໄລຍະນີ້ເປັນຍາມຝົນກໍຕາມ, ແຕ່ ການໄດ້ມາສຳຜັດ ມາສູບດົມເອົາ ອາກາດທີ່ແສນບໍລິສຸດ ມາເຫັນວິຖີ ຊີວິດຂອງປະຊາຊົນບັນດາເຜົ່າຢູ່ ອ້ອມແອ້ມສະຖານທີ່ທ່ອງທ່ຽວແຫ່ງ ນີ້ນັບວ່າມ່ວນ ມີຄວາມສຸກຢ່າງແທ້ ຈິງ, ການໄດ້ເຫັນຮອຍຍິ້ມ ແລະ ສຽງຫົວຢ່າງມ່ວນຊື່ນຂອງນັກທ່ອງ ທ່ຽວລາວເຮົາແມ່ນແຕ່ຄວາມອົບ ອຸ່ນຂອງຄອບຄົວກໍໄດ້ເຫັນຢ່າງປະ ຈັກຕາ ໂດຍທຸກໆວິນາທີ ທັງຜູ້ໃຫຍ່ ໜຸ່ມໆສາວໆ ຢືນທ່ານີ້ນັ່ງທ່ານັ້ນ ເບີກຮີມສົບຍິ້ມກວ້າງຍິ້ມແຄບຖ່າຍ ຮູບເປັນທີ່ລະນຶກໃນຊີວິດທີ່ຄັ້ງໜຶ່ງ ໄດ້ມາທ່ຽວມາພັກຜ່ອນຢ່ອນອາ ລົມທີ່ເຢັນສະບາຍແບບນີ້ ແລ້ວຍັງ ໄດ້ເຫັນວິຖີຊີວິດການຄ້າຂາຍຫງາຍ ມື ເຮືອນຊານບ້ານຊ່ອງທີ່ແໜ້ນໜາງາມຕາຂອງປະຊາຊົນຢູ່ເຂດ ນີ້ ເຊິ່ງເປັນການສະແດງໃຫ້ເຫັນວ່າ ຄົນລາວເຮົາບໍ່ໄດ້ຢຸດຢູ່ກັບທີ່ ແລະ ພ້ອມພັດທະນາຕໍ່ໄປເລື້ອຍໆ. ທ່ານ ສີວອນ ອິນທະວົງ ແລະ ນາງຈັນທະລີ ອິນທະວົງ ເຈົ້າຂອງ ກິດຈະການແຫລ່ງທ່ອງທ່ຽວນ້ຳ ຕົກຕາດຄູ່ ໄດ້ໃຫ້ສຳພາດວ່າ: ເຖິງ ຈະເປັນລະດູຝົນ ຕາດຄູ່ຍັງເປີດ ບໍລິການ ຕ້ອນຮັບນັກທ່ອງທ່ຽວ ທຸກທ່ານທີ່ເຂົ້າມາທ່ຽວຊົມຢ່າງ ປົກກະຕິ ແຕ່ສ່ວນຫລາຍແຂກຈະ ມາທ່ຽວຫລາຍແມ່ນວັນເສົາ-ອາ ທິດ ລວມທັງນັກທ່ອງທ່ຽວຄົນລາວ ແລະ ຕ່າງປະເທດ ແລະ ໃນນາມ ເຈົ້າຂອງກິດຈະການ ແຫລ່ງທ່ອງ ທ່ຽວນໍ້າຕົກຕາດຄູ່ ມີຄວາມຍິນດີ ຕ້ອນຮັບນັກທ່ອງທ່ຽວ ທີ່ຈະມາ ທ່ອງທ່ຽວຢ້ຽມຢາມ ບໍ່ວ່າຈະເປັນ ລາຍບຸກຄົນ, ແບບຄອບຄົວ ຫລື ແຂກທົວ ເປັນຈຳນວນຫລາຍ, ທາງ ແຫລ່ງທ່ອງທ່ຽວຕາດຄູ່ກໍສາມາດ ຮອງຮັບໄດ້. ຖ້າທ່ານໃດສົນໃຈ ຢາກມາພັກຜ່ອນ, ທ່ອງທ່ຽວກໍ ເຊີນຊວນມາໄດ້ ໂດຍສະເພາະໃນ ລະດູຝົນນີ້ ນໍ້າຕົກຕາດຄູ່ແມ່ນມີ ຄວາມໂດດເດັ່ນສວຍງາມຫລາຍ.

RkJQdWJsaXNoZXIy MTc3MTYxMQ==