7094

18/08/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ]tob d;a olkdq o grnj v8h kodko7h k,to5 f 2025 ຂປລ. ກອງເລຂາຄະນະກໍາມະ ການຕ້ານການຄ້າມະນຸດລະດັບ ຊາດ ຈັດພິທີລະນຶກວັນສາກົນເພື່ອ ຕ້ານການຄ້າມະນຸດໃນອາທິດຜ່ານ ມາຢູ່ສູນການຄ້າ ລາວ-ໄອເຕັກ ໂດຍການເປັນປະທານຂອງທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ, ຮອງປະທານຄະ ນະກໍາມະການຕ້ານການຄ້າມະນຸດ ລະດັບຊາດ(ຜູ້ປະຈຳການ), ມີ ສະມາຊິກກອງເລຂາຂອງແຕ່ລະ ກະຊວງ, ປກສ 9 ຕົວເມືອງ, ຂັ້ນ ບ້ານ, ຜູ້ປະກອບການໂຮງແຮມ, ເຮືອນພັກ, ອົງການຈັດຕັ້ງສາກົນ ແລະ ນ້ອງນັກຮຽນເຂົ້າຮ່ວມ. ໃນພິທີ ທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າມະນີວົງ ໄດ້ກ່າວວ່າ: ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນ ກະທົບຈາກການຄ້າມະນຸດ ໂດຍ ກົງ ແລະ ທາງອ້ອມ ກໍລະນີທີ່ພົ້ນ ເດັ່ນເກີດຂຶ້ນຫລາຍກວ່າໝູ່ແມ່ນ ການແຕ່ງດອງແອບແຝງ, ການ ຖ່າຍຮູບພາບ, ສະແດງ, ເຜີຍແຜ່ ສິ່ງລາມົກ, ການຄ້າປະເວນີຂອງ ຜູ້ອື່ນ ແລະ ບັງຄັບໃຫ້ເປັນໂສເພນີ, ການໃຫ້ຖືພາແທນ ແລະ ການ ຂູດຮີດແຮງງານ. ຍ້ອນເຫັນໄດ້ ຄວາມເປັນອັນຕະລາຍຂອງການ ຄ້າມະນຸດໃນ 1 ປີຜ່ານມາ, ລັດຖະ ບານໄດ້ນຳພາ-ຊີ້ນຳການຈັດຕັ້ງ ປະຕິບັດວຽກງານຕ້ານການຄ້າ ມະນຸດຢ່າງຈິງຈັງເປັນຕົ້ນການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການຕ້ານການຄ້າມະນຸດ ໄລຍະ 3 (2021-2025) ຢ່າງ ເປັນຮູບປະທຳ ເຊິ່ງໃນປີ 2025 ນີ້ ແມ່ນປີສຸດທ້າຍຂອງໄລຍະການ ຈັດຕັ້ງປະຕິບັດແຜນງານດັ່ງກ່າວ ໂດຍຄະນະກຳມະການຕ້ານການ ຄ້າມະນຸດລະດັບຊາດ ໄດ້ສະຫລຸບ ການຈັດຕັ້ງປະຕິບັດແຜນງານດັ່ງ ກ່າວ ພ້ອມທັງກະກຽມສ້າງແຜນ ງານແຫ່ງຊາດວ່າດ້ວຍການຕ້ານ ການຄ້າມະນຸດ ໄລຍະ 4 (ແຕ່ປີ 2026-2030) ເພື່ອໃຫ້ການຈັດ ຕັ້ງປະຕິບັດວຽກງານຕ້ານການ ຄ້າມະນຸດສືບຕໍ່ຢ່າງເປັນປົກກະຕິ ແລະ ໄດ້ຮັບປະສິດທິພາບສູງກວ່າ ເກົ່າ, ໄດ້ເອົາໃຈໃສ່ວຽກໂຄສະນາ ເຜີຍແຜ່ບັນດາວຽກງານຕ້ານການ ຄ້າມະນຸດ, ຜົນຮ້າຍຂອງການ ຄ້າມະນຸດຜ່ານຫລາຍຊ່ອງທາງ ເປັນຕົ້ນຜ່ານສື່ສັງຄົມອອນລາຍ, ວິທະຍຸ, ໂທລະພາບ, ໜັງສືພິມ, ລົງໂຄສະນາຕາມບ່ອນທີ່ມີຄວາມ ສ່ຽງ ເພື່ອໃຫ້ພໍ່ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈຄວາມເປັນອັນຕະລາຍ ແລະ ຜົນກະທົບຂອງການຄ້າມະ ນຸດ; ເອົາໃຈໃສ່ໃນການປະຕິບັດ ມາດຕະການທາງດ້ານກົດໝາຍ ຕິດຕາມເປົ້າໝາຍ ແລະ ນຳຈັບ ຕົວຜູ້ກະທຳຜິດມາດຳເນີນການສືບ ສວນ-ສອບສວນດຳເນີນຄະດີຕາມ ລະບຽບກົດໝາຍຂອງ ສປປ ລາວ ຢ່າງເຂັ້ມງວດເຮັດໃຫ້ກຸ່ມຄົນທີ່ ພະຍາຍາມກໍ່ການກະທຳຜິດ ຫລື ກຳລັງກະທຳຜິດຮັບຮູ້ໄດ້ເຖິງໂທດ ທີ່ແທ້ຈິງໃນສະຖານຄ້າມະນຸດ, ໃຫ້ ພວກກ່ຽວຢຸດເຊົາຄວາມພະຍາຍາມ ແລະ ການກະທຳຂອງຕົນໂດຍ ຄຽງຄູ່ກັບການດຳເນີນຄະດີເອົາຜູ້ ກະທຳຜິດມາລົງໂທດນັ້ນ, ຍັງໄດ້ ເຮັດວຽກປົກປ້ອງຊ່ວຍເຫລືອຜູ້ຖືກ ເຄາະຮ້າຍ, ກຸ່ມສ່ຽງຈາກການຄ້າ ມະນຸດທັງພາຍໃນ ແລະ ຈາກຕ່າງ ປະເທດຕາມລະບຽບການ ແລະ ກົດ ໝາຍທີ່ກ່ຽວຂ້ອງ. ການຈັດງານໃນຄັ້ງນີ້, ກໍເພື່ອ ເປັນການໂຄສະນາແນວທາງນະໂຍ ບາຍຂອງພັກ, ກົດໝາຍ ແລະ ລະ ບຽບການຂອງລັດກ່ຽວກັບການ ສະກັດກັ້ນ ແລະ ຕ້ານການຄ້າ ມະນຸດ ລວມທັງຜົນສຳເລັດຂອງ ການເຄື່ອນໄຫວວຽກງານດັ່ງ ກ່າວ, ເພື່ອເປັນການໂຄສະນາປູກ ຈິດສຳນຶກໃຫ້ແກ່ສັງຄົມຮັບຮູ້ຄວາມ ໝາຍ, ຄວາມສຳຄັນ, ຜົນຮ້າຍ ເພື່ອ ມີສະຕິປ້ອງກັນຕົວບໍ່ໃຫ້ຕົກເປັນຜູ້ ຖືກເຄາະຮ້າຍຈາກການຄ້າມະນຸດ, ເພື່ອປະຕິບັດພັນທະຂອງ ສປປ ລາວ ໃນນາມເປັນພາຄີຂອງອະນຸສັນຍາ ວ່າດ້ວຍການສະກັດກັ້ນ, ປາບປາມ ແລະ ລົງໂທດການຄ້າມະນຸດ ໂດຍ ສະເພາະແມ່ຍິງ ແລະ ເດັກນ້ອຍ. ໃນງານດັ່ງກ່າວ ມີຫລາຍກິດຈະ ກໍາເປັນຕົ້ນສະແດງສິລະປະ, ສໍາມະ ນາກ່ຽວກັບວຽກງານຕ້ານການຄ້າ ມະນຸດ, ກິດຈະກໍາຖາມ-ຕອບ ເພື່ອ ແລກລາງວັນ ແລະ ແຈກຢາຍສື່ ໂຄສະນາຕ້ານການຄ້າມະນຸດ ເພື່ອ ໃຫ້ຜູ້ເຂົ້າຮ່ວມໃນງານໄດ້ຮັບຮູ້, ເຂົ້າໃຈກ່ຽວກັບຜົນຮ້າຍຂອງການ ຄ້າມະນຸດ ແລະ ຮູ້ວິທີປ້ອງກັນຕົວ ເອງຈາກຂະບວນການຄ້າມະນຸດ, ຂ່າວ: ທິດາ ສິດທິໄຊ ທີມຊາດລາວ... ຮວຜທ... ຍ່າງເພື່ອສຸຂະພາບ... ສາທາລະນະສຸກ... ສື່ມວນຊົນລາວ... ຂປລ. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ກຽມຈັດສົ່ງຄະນະຜູ້ແທນ ແລະ ນັກ ແຂ່ງຂັນສີມືແຮງງານທີມຊາດລາວ ເຂົ້າຮ່ວມແຂ່ງຂັນສີມືແຮງງານ ອາ ຊຽນຄັ້ງທີ XIV ໃນ ວັນທີ 2131 ສິງຫາ 2025 ທີ່ມະນີລາປະ ເທດຟິລິບປິນ ໂດຍ ສປປ ລາວ ຈະ ເຂົ້າຮ່ວມແຂ່ງຂັນໃນ 5 ສາຂາວິຊາ ຄື: ສາຂາກຣາບຟິກດີຊາຍ, ສາຂາ ເວັບເຕັກໂນໂລຊີ, ສາຂາຊ່າງໄມ້, ສາຂາຕິດຕັ້ງໄຟຟ້າອາຄານ ແລະ ສາຂາປຸງແຕ່ງອາຫານ. ທ່ານ ບຸນມາ ສິດທິໂສມ ຫົວໜ້າ ສະຖາບັນພັດທະນາສີມືແຮງງານ ກະຊວງ ຮສສ ໄດ້ໃຫ້ຮູ້ໃນວັນທີ 15 ສິງຫາ 2025 ເຖິງເຫດຜົນ ແລະ ຄວາມຈໍາເປັນຂອງການແຂ່ງຂັນ ສີມືແຮງງານທັງນີ້, ກໍເພື່ອປະຕິ ບັດຕາມກົດໝາຍວ່າດ້ວຍການພັດ ທະນາສີມືແຮງງານ ແລະ ແຜນຍຸດ ທະສາດຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວ ກັບການພັດທະນາສີມືແຮງງານ ທາງດ້ານປະລິມານໄປຄຽງຄູ່ກັບ ຄຸນນະພາບ, ເພື່ອສ້າງແຮງງານ ຕາມທິດຫັນເປັນອຸດສາຫະກຳ ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດ ລະບຽບຂອງກອງທັບ, ຂໍ້ກຳນົດ ຂອງໂຮງຮຽນຢ່າງເລິກເຊິ່ງເຮັດ ໃຫ້ພະນັກງານ-ນັກຮົບ, ນັກຮຽນ ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີ ຄວາມຫ້າວຫັນເຮັດສຳເລັດໜ້າທີ່ ວຽກງານຕາມການມອບໝາຍໃຫ້ ໄດ້ເປັນຢ່າງດີ, ຈັດຕັ້ງປາຖະກະຖາ ມູນເຊື້ອຂອງຊາດ, ຂອງພັກ, ຂອງ ກອງທັບ ແລະ ສ້າງຂະບວນການ ຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຂອງຊາດ, ຂອງພັກ, ຂອງກອງທັບ ຢ່າງເປັນຂະບວນການຟົດຟື້ນ, ຈັດຕັ້ງຂະບວນການອະນາໄມ, ແຂ່ງຂັນສິລະປະ-ວັນນະຄະດີ, ແຂ່ງຂັນກິລາມວນຊົນພາຍໃນ ໂຮງຮຽນ, ສົ່ງນັກກິລາເຂົ້າຮ່ວມ ແຂ່ງຂັນກິລາບານເຕະເນື່ອງໃນ ໂອກາດວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 76 ປີ ຊີງ ຂັນລັດຖະມົນຕີກະຊວງປ້ອງກັນ ປະເທດ, ນຳພານັກຮຽນເຂົ້າຮ່ວມ ແຂ່ງຂັນກິລາແຕ່ລະປະເພດທີ່ຂັ້ນ ເມືອງຈັດຂຶ້ນສາມາດຍາດມາໄດ້ ລາງວັນຫລາຍລາຍການ, ໝາກຜົນ ດັ່ງກ່າວ ຍ້ອນໄດ້ຮັບການນຳພາຊີ້ນໍາຢ່າງໃກ້ຊິດຈາກຄະນະພັກ ກະຊວງປ້ອງກັນປະເທດ ກໍຄື ກົມ ໃຫຍ່ການເມືອງກອງທັບ ແລະ ຄວາມເປັນເອກະພາບຂອງຄະພັກ- ຄະນະບັນຊາ ຈຶ່ງເຮັດໃຫ້ພະນັກ ສາກົນ, ພ້ອມດ້ວຍສື່ມວນຊົນຈາກ ທຸກຂະແໜງການເຂົ້າຮ່ວມ. ການສະເຫລີມສະຫລອງວັນສື່ ມວນຊົນ ແລະ ການພິມຈຳໜ່າຍ ປີນີ້, ໄດ້ຈັດຫລາຍກິດຈະກຳເປັນ ຕົ້ນຍ່າງເພື່ອສຸຂະພາບ, ງານ ວາງສະແດງຜະລິດຕະພັນສື່ມວນ ຊົນ ແລະ ພິມຈຳໜ່າຍ, ແຂ່ງຂັນ ບານເຕະ, ຈັດສໍາມະນາ ແລະ ພິທີ ໂຮມຊຸມນຸມ. ສະເພາະກິດຈະກຳ ຍ່າງເພື່ອສຸຂະພາບຄັ້ງນີ້, ເປັນການ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ທີ່ຂະແໜງສື່ມວນຊົນ ແລະ ພິມ ຈຳໜ່າຍຍາດມາໄດ້ ໃນໄລຍະ 75 ເປັນໃຈກາງເພື່ອໃຫ້ພໍ່ແມ່ປະຊາຊົນ ໄດ້ເຂົ້າເຖິງການບໍລິການດ້ານສຸຂະ ພາບຢ່າງທົ່ວເຖິງ ໂດຍປະຕິບັດ ຕາມຍຸດທະສາດແຫ່ງຊາດ ແລະ ແຜນປະຕິບັດງານການບໍລິການ ແບບເຊື່ອມສານສຸຂະພາບຈະເລີນ ພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ. ທ່ານ ຫຸມພັນ ຈີລະສັກ ຮອງ ຫົວໜ້າພະແນກສາທາລະນະສຸກ ແຂວງຫລວງພະບາງ ໃຫ້ສໍາພາດ ເມື່ອບໍ່ດົນນີ້ວ່າ: ໄລຍະຜ່ານມາ ພະແນກສາທາລະນະສຸກແຂວງ ໄດ້ ສຸມໃສ່ວຽກງານສຸຂະພາບຈະເລີນ ພັນແບບຄົບຊຸດໃນແຕ່ລະເຂດຂອງ ສະຖານທີ່ບໍລິການຂອງໜ່ວຍງານ ຄົງທີ່ ແລະ ໜ່ວຍເຄື່ອນທີ່, ຖືເອົາ ວຽກງານປຸກລະດົມ, ຂ່າວສານສຸ ຂະສຶກສາເປັນໃຈກາງ ເພື່ອໃຫ້ພໍ່ແມ່ ປະຊາຊົນໄດ້ເຂົ້າເຖິງການບໍລິການ ດ້ານສຸຂະພາບ, ພາຍໃນແຂວງ ຫລວງພະບາງ ກໍມີການບໍລິການ ຫລາຍແຫ່ງເປັນຕົ້ນໂຮງໝໍເມືອງ 12 ແຫ່ງ, ໂຮງໝໍແຂວງໜຶ່ງແຫ່ງ, ສຸກສາລາ 83 ແຫ່ງ. ສະນັ້ນ, ຈຶ່ງ ເລັ່ງໃສ່ການຍົກລະດັບຄວາມຮູ້ ຄວາມສາມາດຂອງພະນັກງານໃນ ແຕ່ລະໄລຍະ ແລະ ມີການປະກອບ ເຄື່ອງມືທີ່ທັນສະໄໝ ແລະ ຢາທີ່ ຈຳເປັນ, ປັບປຸງບັນດາພື້ນຖານໂຄງ ລ່າງ ເພື່ອເຮັດໃຫ້ສະຖານທີ່ບໍລິການ ສາມາດຮັບຮອງການບໍລິການຢ່າງ ມີປະສິດທິພາບ. ຄຽງຄູ່ກັບການ ບໍລິການຄົງທີ່, ພວກເຮົາຍັງໄດ້ ເອົາໃຈໃສ່ການບໍລິການເຄື່ອນທີ່ ເຊື່ອມສານວຽກງານຈະເລີນພັນແມ່ ແລະ ເດັກ ໃນຂົງເຂດຫ່າງໄກສອກ ຫລີກ, ບ້ານຊົນເຜົ່າທີ່ປະຊາຊົນເຂົ້າ ເຖິງສະຖານທີ່ບໍລິການຫຍຸ້ງຍາກ ໂດຍການບໍລິການບໍ່ເສຍຄ່າ (ຟຣີ). ນອກຈາກນີ້, ພະແນກສາທາ ລະນະສຸກ ຍັງໃຫ້ຄວາມສໍາຄັນຕໍ່ ວຽກງານແມ່ ແລະ ເດັກ, ວຽກງານ ຈະເລີນພັນຄົບວົງຈອນເປັນຕົ້ນ ໃຫ້ຄວາມຮູ້ພື້ນຖານກັບໄວໜຸ່ມ ຢູ່ໂຮງຮຽນມັດທະຍົມກ່ຽວກັບ ວຽກງານຈະເລີນພັນ ແລະ ການ ທີ່ລັດຖະບານ ສ ເກົາຫລີ ໃຫ້ການ ຊ່ວຍເຫລືອຢູ່ ສປປ ລາວ ໃນ ຂະແໜງການຮ່ວມມືດ້ານສາທາ ລະນາສຸກ ຢູ່ໃນນະຄອນຫລວງ ວຽງຈັນ (ນວ) ໃນວັນທີ 14 ສິງຫາ 2025 ໃນໂອກາດສະເຫລີມ ສະຫລອງວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ຄົບຮອບ 30 ປີ (ວັນທີ 25 ຕຸລາ 1995 ຫາ 25 ຕຸລາ 2025) ນໍາໂດຍທ່ານ ນາງ ອຳພອນ ວິຊາເທບ ຮອງ ລັດຖະມົນຕີກະຊວງສາທາລະນະ ສຸກ, ທ່ານ ຈອງ ຢອງຊູ ເອກອັກຄະ ລັດຖະທູດສາທາລະນະລັດເກົາຫລີ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຈາກ ສະຖານທູດສາທາລະນະລັດເກົາຫລີ ປະຈຳ ສປປ ລາວ, ກອງທຶນຮ່ວມມື ເພື່ອການພັດທະນາເສດຖະກິດ ສ ເກົາຫລີ(EDCF), ອົງການ ຮ່ ວ ມ ມື ສ າ ກົ ນ ສ ເ ກົ າ ຫ ລີ (,0ICA), ອົງການຄວບຄຸມ ແລະ ປ້ອງກັນພະຍາດຕິດຕໍ່ແຫ່ງ ສ ເກົາຫລີ (,DCA), ອົງການ ກາແດງ ແຫ່ງ ສ ເກົາຫລີ, ມູນນິທິ ຊ່ວຍເຫລືອສາກົນດ້ານການແພດ ສ ເກົາຫລີ (,0FI)) ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຈອງ ຢອງຊູ ໄດ້ກ່າວວ່າ: ກິດຈະກຳຄັ້ງນີ້, ເປັນໜຶ່ງໃນຫລາຍ ກິດຈະກໍາທີ່ ສ ເກົາຫລີ ແລະ ສປປ ລາວ ຮ່ວມກັນຈັດຂຶ້ນເພື່ອສະຫລອງ ຄົບຮອບ 30 ປີ ຂອງການສ້າງ ຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ເພື່ອເປັນການລະນຶກເຖິງຜົນສໍາ ເລັດສາຍພົວພັນການຮ່ວມມືໃນ ໄລຍະຜ່ານມາ ແລະ ເປັນພື້ນຖານ ການຮ່ວມມືໃນອະນາຄົດເຮັດໃຫ້ ທັງສອງປະເທດນັບມື້ມີສາຍພົວພັນ ການຮ່ວມມືທີ່ແໜ້ນແຟ້ນ. ພ້ອມກັນ ນີ້, ສປປ ລາວ ເປັນປະເທດໜຶ່ງທີ່ໃຫ້ ການຊ່ວຍເຫລືອດ້ານສາທາລະນະ ສຸກຫລາຍທີ່ສຸດໃນບັນດາປະເທດ ທີ່ມີການຈັດຕັ້ງປະຕິບັດໂຄງການ ດ້ານສາທາລະນະສຸກສອງຝ່າຍ ໂດຍໃຫ້ຄວາມສໍາຄັນ ແລະ ລົງທຶນ ງານສະມາຊິກພັກ-ນັກຮົບ ແຕ່ລະ ສະຫາຍມີຄວາມຫ້າວຫັນ, ມີຄວາມ ຮັບຜິດຊອບສູງ, ມີແບບແຜນ ວິທີການເຮັດວຽກ, ມີຄວາມເປັນ ແບບຢ່າງນຳໜ້າ ແລະ ປະຕິບັດທຸກ ຂົງເຂດວຽກງານຂອງກົມກອງຈົນ ມີຜົນສຳເລັດເປັນຢ່າງສູງ. ສໍາລັບທິດທາງແຜນການ 6 ເດືອນທ້າຍປີ 2025 ຈະສືບຕໍ່ປັບປຸງ ບູລະນະການຈັດຕັ້ງແຕ່ລະຂັ້ນໃຫ້ ມີຄວາມສະຫງົບ, ໜັກແໜ້ນ, ເຂັ້ມ ແຂງ, ປັບປຸງການຮຽນ-ການສອນ ເຮັດໃຫ້ນັກຮຽນດີ-ຮຽນເກັ່ງ, ມີ ຄຸນທາດການເມືອງໜັກແໜ້ນ, ມີ ອຸດົມການປະຕິວັດ, ມີຄຸນສົມບັດ ສິນທຳປະຕິວັດ ເຮັດໃຫ້ໂຮງຮຽນ ເປັນບ່ອນກໍ່ສ້າງພະນັກງານສືບ ທອດປ່ຽນແທນ ແລະ ເປັນພະນັກ ງານທີ່ມີຄຸນນະພາບໃຫ້ແກ່ພັກ-ລັດ ກໍຄື ກອງທັບ, ພ້ອມທັງສ້າງໃຫ້ໂຮງ ຮຽນວັດທະນະທໍາຊົນເຜົ່າກອງທັບ ເປັນໂຮງຮຽນທີ່ມີແບບແຜນທັນສະ ໄໝ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ. ໂອກາດນີ້, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ປະທານ ກອງປະຊຸມໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ຄະນະພັກ-ຄະນະບັນ ຊາແຕ່ລະຂັ້ນຕ້ອງຍົກສູງການ ປະຕິບັດພາລະບົດບາດ, ໜ້າທີ່, ຄວາມຮັບຜິດຊອບຂອງຕົນ, ເປັນ ເຈົ້າການສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານນັກຮົບ, ນ້ອງນ້ອຍ-ນັກຮຽນ, ສຸມ ໃສ່ປັບປຸງແບບແຜນວິທີເຮັດວຽກ ໃຫ້ລະອຽດ, ເອົາໃຈໃສ່ໃນການ ຄຸ້ມຄອງນັກຮຽນ, ການສິດສອນ ສົ່ງຄວາມຮູ້ການອົບຮົມ-ຫັດແອບ ໃຫ້ນັກຮຽນ ໂດຍຖືເອົາຄຸນນະພາບ ເປັນກົກ, ພ້ອມກັນນໍາເອົາເນື້ອໃນ ກອງປະຊຸມໄປຈັດຕັ້ງຜັນຂະຫຍາຍ ໃຫ້ເກີດດອກອອກຜົນ ແລະ ເປັນຮູບ ປະທຳຕົວຈິງ. ຂ່າວ: ໂອລິນ ມິ່ງມີໄຊ ແລະ ທັນສະໄໝ, ກຳນົດໃນແຜນ ພັດທະນາເສດຖະກິດສັງຄົມ V ປີ (2021-2025) ໃນການເພີ່ມທະ ວີການພັດທະນາກຳລັງແຮງງານ ໃຫ້ມີຄວາມຮູ້ຄວາມສາມາດ, ສີມື, ມີລະບຽບວິໄນການອອກແຮງງານ ທີ່ເຂັ້ມງວດໂດຍສອດຄ່ອງກັບ ການນຳໃຊ້ທີ່ສົມສ່ວນຕາມໂຄງ ປະກອບເສດຖະກິດ, ສົ່ງເສີມການ ຈັດຫາງານທີ່ມີຄວາມສອດຄ່ອງ ກັບຜູ້ໃຊ້ແຮງງານ ແລະ ຜູ້ອອກ ແຮງງານໃຫ້ມີທາງເລືອກໃນການ ເຮັດວຽກຕາມຄວາມຕ້ອງການ ຂອງຕະຫລາດແຮງງານ. ພ້ອມ ທັງສົ່ງເສີມການປະກອບອາຊີບ ອິດສະລະຢ່າງກວ້າງຂວາງ ເຊິ່ງ ວຽກງານດັ່ງກ່າວໄດ້ກາຍເປັນ ຄວາມຮັບຜິດຊອບຂອງກະຊວງ ຮສສ. ນອກຈາກນີ້, ເພື່ອເຂົ້າ ຮ່ວມປະຊາຄົມເສດຖະກິດອາ ຊຽນ ຮຽກຮ້ອງໃຫ້ມີການຮັບຮູ້ ສີມືແຮງງານເຊິ່ງກັນ ແລະ ກັນ ຂອງແຮງງານເຄື່ອນຍ້າຍທີ່ມີສີມື ລະຫວ່າງປະເທດອາຊຽນດ້ວຍກັນ. ດ້ວຍເຫດຜົນດັ່ງກ່າວການແຂ່ງຂັນ ສີມືແຮງງານລະດັບອາຊຽນ ຈຶ່ງມີ ຄວາມໝາຍສໍາຄັນ ແລະ ມີຄວາມ ຈຳເປັນສຳລັບຜູ້ອອກແຮງງານ ລາວ ແລະ ຜູ້ໃຊ້ແຮງງານໃນຍຸກ ໂລກາພິວັດ ໂດຍສະເພາະຕະຫລາດ ແຮງງານຕ້ອງການແຮງງານທີ່ມີ ສີມື, ມີຄຸນນະພາບ, ມີຄວາມ ສາມາດ ແລະ ມີຄຸນສົມບັດໃນການ ອອກແຮງງານປະກອບສ່ວນເຂົ້າ ໃນການຜະລິດ ແລະ ພັດທະນາປະ ເທດຊາດ. ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງ ຮສສ ໄດ້ກ່າວວ່າ: ການພັດທະນາສີມື ແຮງງານໃນບັນດາປະເທດສະມາ ຊິກອາຊຽນ ໄດ້ມີມາດຕະຖານ ເພື່ອໃຫ້ສອດຄ່ອງກັບການເຄື່ອນ ຍ້າຍແຮງງານແບບເສລີ ຈຶ່ງເປັນ ສິ່ງຈຳເປັນ ແລະ ມີຄວາມສຳຄັນ ເປັນຢ່າງຍິ່ງ, ການແຂ່ງຂັນສີມື ແຮງງານອາຊຽນ ຈຶ່ງເປັນສ່ວນ ສຳຄັນໃນການຊ່ວຍຍົກລະດັບການ ພັດທະນາກຳລັງແຮງງານໃນພາກ ພື້ນອາຊຽນ ກ້າວໄປສູ່ມາດຕະຖານ ອັນດຽວກັນ ແລະ ໄດ້ມາດຕະຖານ ສາກົນ ເຊິ່ງຕ້ອງໄດ້ອາໄສຄວາມ ຮ່ວມມືຂອງບັນດາປະເທດສະມາ ຊິກອາຊຽນ ໃນການປະສານງານ ແລະ ສືບທອດກິດຈະກຳການ ແຂ່ງຂັນໃຫ້ມີຄວາມເຂັ້ມແຂງຂຶ້ນ ເລື້ອຍໆ. ພ້ອມນີ້, ທ່ານຍັງເນັ້ນໃຫ້ ຄະນະຮັບຜິດຊອບ, ຄູຝຶກ ແລະ ນັກ ແຂ່ງຂັນທຸກຄົນຕ້ອງໄດ້ເພີ່ມຄວາມ ຮັບຜິດຊອບໃຫ້ຫລາຍຂຶ້ນສຸມໃສ່ ການຄົ້ນຄວ້າວາງແຜນໃຫ້ດີ, ການ ຝຶກຊ້ອມ, ການຮັກສາສຸຂະພາບ ແລະ ປະຕິບັດຕາມລະບຽບ, ກະຕິ ກາການແຂ່ງຂັນໃຫ້ໄດ້ດີ ແລະ ມີ ຜົນສຳເລັດ. ຂ່າວ: ກິດຕາ ເຂົ້າໃສ່ການພັກທະນາ, ປັບປຸງດ້ານ ສາທາລະນະສຸກ ແລະ ຊີວິດການ ເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ. ໂອກາດນີ້, ທ່ານ ນາງ ອຳພອນ ວິຊາເທບ ໄດ້ຕາງໜ້າໃຫ້ລັດຖະ ບານລາວ ກໍຄື ກະຊວງທາສາລະ ນະສຸກ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງ ສ ເກົາຫລີ ແລະ ອົງການຊ່ວຍເຫລືອ ຂອງ ສ ເກົາຫລີ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສຸມໃສ່ວຽກງານການປັບປຸງ ສຸຂະພາບທົ່ວປວງຊົນ ໂດຍສະ ເພາະວຽກແມ່ ແລະ ເດັກນ້ອຍ ໃນ ສປປ ລາວ ເຊິ່ງເຮັດໃຫ້ອັດຕາ ການເສຍຊີວິດຂອງແມ່ ແລະ ເດັກ ໄດ້ຫລຸດລົງ ແລະ ຍັງໄດ້ສ້າງຂີດ ຄວາມສາມາດໃຫ້ບຸກຄະລາກອນ ການແພດ, ການປັບປຸງຄຸນນະພາບ ການບໍລິການສຸຂະພາບໃນໂຮງໝໍ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການປັບປຸງສຸຂະພາບຊຸມຊົນລວມ ທັງການປັບປຸງລະບົບສາທາລະນະ ສຸກ ແລະ ຫວັງວ່າຈະໄດ້ຮັບການ ສືບຕໍ່ໃຫ້ການສະໜັບສະໜູນເຂົ້າໃນ ວຽກງານສຸຂະພາບ ເພື່ອໃຫ້ປະຊາ ຊົນລາວມີສຸຂະພາບທີ່ດີຂຶ້ນ. ໃນກິດຈະກຳຄັ້ງນີ້, ສື່ມວນ ຊົນລາວ ໄດ້ໄປຢ້ຽມຢາມບັນດາ ໂຄງການທີ່ລັດຖະບານ ສ ເກົາຫລີ ໃຫ້ການຊ່ວຍເຫລືອຢູ່ ສປປ ລາວ ເປັນຕົ້ນໂຄງການຊ່ວຍເຫລືອໂຮງ ໝໍເດັກ, ຢ້ຽມຢາມມະຫາວິທະ ຍາໄລວິທະຍາສາດສຸຂະພາບ, ຢ້ຽມຢາມສູນສະໜອງຢາ ແລະ ອຸປະກອນການແພດ, ຢ້ຽມຢາມ ໂຄງການກໍ່ສ້າງໂຮງໝໍມະຫາວິທະ ຍາໄລວິທະຍາສາດສຸຂະພາບໃນ ທຶນກູ້ຢືມດອກເບ້ຍຕໍ່າຈາກກອງທຶນ ຮ່ວມມືເພື່ອພັດທະນາເສດຖະກິດ ສ ເກົາຫລີ. ໂຄງການນີ້, ມີເປົ້າໝາຍ ເພື່ອປັບປຸງລະບົບສາທາລະນະສຸກ ຂອງ ສປປ ລາວ ໃຫ້ດີຂຶ້ນ ແລະ ກໍ່ສ້າງໂຮງໝໍທີ່ມະຫາວິທະຍາໄລ ຂະໜາດ 400 ຕຽງ ແຫ່ງທຳອິດ ທີ່ມີອຸປະກອນການແພດ ແລະ ລະ ບົບຂໍ້ມູນຂ່າວສານ-ການສື່ສານທີ່ ທັນສະໄໝ, ຈະເປັນໂຄງການໜຶ່ງ ທີ່ຊ່ວຍເສີມສ້າງພື້ນຖານໂຄງລ່າງ ດ້ານສາທາລະນະສຸກຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ. ຂ່າວ: ສຸກທະວີ ວາງແຜນຄອບຄົວ, ການປ້ອງກັນ ການຖືພາກ່ອນໄວອັນຄວນ, ການ ແຕ່ງງານກ່ອນໄວອັນຄວນ. ສ່ວນຜູ້ ທີ່ແຕ່ງງານແລ້ວກໍຕ້ອງມີການວາງ ແຜນການເອົາລູກ, ການຝາກທ້ອງ ຈາກແພດໝໍຢ່າງໜ້ອຍ 4 ຄັ້ງ, ແຕ່ ຖ້າໃຫ້ດີແທ້ຕ້ອງຕິດຕາມຕະຫລອດ ຮອດການເກີດ, ເມື່ອເກີດແລ້ວກໍ ຕ້ອງຕິດຕາມກ່ຽວກັບການສັກຢາ ກັນພະຍາດ ແລະ ໂພຊະນະການ ຕ່າງໆ. ທັງນີ້, ກໍເພື່ອຄວາມປອດ ໄພທັງແມ່ ແລະ ລູກ. ຂ່າວ-ພາບ: ມາລິດາ ປີຜ່ານມາ ເຊິ່ງວຽກງານສື່ມວນ ຊົນ ແລະ ການພິມຈຳໜ່າຍແມ່ນ ວຽກງານໜຶ່ງທີ່ສໍາຄັນໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ມີບົດບາດເປັນ ເຄື່ອງມືທີ່ເປັນກະບອກສຽງອັນ ແຫລມຄົມໃນການເຜີຍແຜ່ແນວ ທາງ, ແຜນນະໂຍບາຍຂອງພັກລັດ, ເຮັດໜ້າທີ່ໂຄສະນາສຶກສາ ອົບຮົມນໍ້າໃຈຮັກຊາດ, ຮັກລະບອບ ໃໝ່, ລະບອບປະຊາທິປະໄຕ ແລະ ສ້າງສະຕິເຄົາລົບກົດໝາຍໃຫ້ປະ ຊາຊົນ, ສົ່ງເສີມໃຫ້ປະຊາຊົນຮູ້ ອະນຸລັກຮັກສາ ແລະ ເສີມຂະຫຍາຍ ວັດທະນະທຳອັນດີງາມຂອງຊາດ ແລະ ບັນດາເຜົ່າ ກໍຄື ການພັດທະນາ ເສດຖະກິດ-ສັງຄົມໃຫ້ມີບາດກ້າວ ຂະຫຍາຍຕົວຂຶ້ນໄປເລື້ອຍໆ. ຂ່າວ: ກິດຕາ; ພາບ: ອານຸທອນ

RkJQdWJsaXNoZXIy MTc3MTYxMQ==