7094

xtgmf]k; 3 18/08/2025 0j k; c]t gsfdko ໂດຍ ເຂົ້າຈານນໍ້າ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me lnj ,;o-q o]k; xtdv[lj ;ole7a o.ork]tdy f xq dxa dIa dlk c]t lh k'lkra fmtokxtgmf-kf [q f4tcs]'0j k; 0v'mj ko 9tg]u o gppxk;gIu dj P;da [ dkovvd,t8y c]t 7ecotoe 0v'7totxt9eltrkcsj '-kf ບົດສະເໜີ ໜັງສືພິມປະເທດລາວ ສະບັບ ຜ່ານມາ ໄດ້ສະເໜີບົດຖະແຫລງ ຂ່າວຂອງ ທ່ານ ຈະເລີນ ເຍຍປາວ ເຮີ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນຳວຽກງານກົດໝາຍ ແລະ ວຽກງານຄົ້ນຄວ້ານິຕິກຳຂອງສະ ພາແຫ່ງຊາດ ກ່ຽວກັບການອອກ ມະຕິ ແລະ ຄຳແນະນຳຂອງຄະນະ ປະຈຳສະພາແຫ່ງຊາດ ໃຫ້ທ່ານຜູ້ ອ່ານໄດ້ຮັບຮູ້ແລ້ວ “ມະຕິ ສະບັບ ເລກທີ 197/ຄປຈ 2025 ວ່າດ້ວຍ ການຂຽນມາດຕາຂອງກົດໝາຍ ໃສ່ເອກະສານທາງລັດຖະການ ຫລື ການຂຽນບ່ອນອີງຂອງກົດໝາຍ ໃສ່ເອກະສານທາງລັດຖະການ” ເຊິ່ງມາສະບັບນີ້ ຂໍມາສະເໜີ ມະຕິ ສະບັບເລກທີ 203/ຄປຈ “ກ່ຽວ ກັບການປັບປຸງການໃສ່ສີເຄື່ອງ ໝາຍຊາດ”ໃຫ້ທ່ານຜູ້ອ່ານຕື່ມ. ທັງ ເປັນການຂ່ຳນັບຊົມເຊີຍວັນລັດຖະ ທຳມະນູນແຫ່ງຊາດໄປພ້ອມໆກັນ. ເຫດຜົນ ແລະ ເນື້ອໃນການອອກ ມະຕິ ຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 203/ຄປຈ, ລົງວັນທີ 30 ກໍລະກົດ 2025 ກ່ຽວກັບການ ປັບປຸງ ການໃສ່ສີເຄື່ອງໝາຍຊາດ. ຈຸດປະສົງຕົ້ນຕໍການອອກມະຕິ ຂອງ ຄະນະປະຈຳສະພາແຫ່ງຊາດ ໃຫ້ ປັບປຸງການໃສ່ສີ ແລະ ປັບຍອດໃບ ໄມ້ຢູ່ໃນເຄື່ອງໝາຍຊາດ ແມ່ນແນ ໃສ່ໃຫ້ປະຕິບັດຢ່າງຖືກຕ້ອງ ແລະ ເປັນເອກະພາບສູງທົ່ວປະເທດຕາມ ເນື້ອໃນມາດຕາ 114 ຂອງລັດຖະ ທຳມະນູນແຫ່ງ ສປປ ລາວ ສະບັບ ປີ 2025. ສຳລັບການປັບຍອດໃບ ໄມ້ຢູ່ໃນເຄື່ອງໝາຍຊາດ ບໍ່ໃຫ້ບັງ ຮູບທາດຫລວງເປັນຕົ້ນຈອມຮູບ ທາດຫລວງທາງລຸ່ມ ກໍແມ່ນແນໃສ່ ເຮັດໃຫ້ເຫັນແຈ້ງຮູບທາດຫລວງ ຢ່າງຊັດເຈນ, ເພາະວ່າທາດຫລວງ ແມ່ນສັນຍະລັກທີ່ໂດດເດັ່ນທາງ ດ້ານວັດທະນະທຳຂອງຊາດລາວ. ໃນມາດຕາ 76 ຂອງລັດຖະ ທຳມະນູນສະບັບປີ1991; ໃນມາດ ຕາ 90 ຂອງລັດຖະທຳມະນູນ ສະ ບັບປີ2003; ໃນມາດຕາ111ຂອງ ລັດຖະທຳມະນູນ ສະບັບປີ 2015 ແລະ ໃນມາດຕາ 114 ຂອງລັດຖະ ທຳມະນູນ ສະບັບປີ 2025 ໄດ້ກຳ ນົດກ່ຽວກັບເຄື່ອງໝາຍຊາດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຮູບວົງມົນ ດ້ານລຸ່ມມີຮູບເຄິ່ງກົງຈັກເປັນແຂ້ວ ເຟືອງແລະ ໂບສີແດງຂຽນອັກສອນ “ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ” ສອງຂ້າງອ້ອມ ດ້ວຍຮວງເຂົ້າສຸກເປັນຮູບເຟືອງ ພະຈັນແລະໂບສີແດງຂຽນອັກສອນ “ສັນຕິພາບ, ເອກະລາດ, ປະຊາ ທິປະໄຕ, ເອກະພາບ, ວັດທະນະຖາ ວອນ”. ການປັບປຸງລັດຖະທຳມະ ນູນ3ຄັ້ງຜ່ານມາ, ແມ່ນບໍ່ໄດ້ປັບປຸງ ເນື້ອໃນກ່ຽວກັບມາດຕາທີ່ກຳນົດ ເຄື່ອງໝາຍຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ໄດ້ ກ່າວມາຂ້າງເທິງນີ້ ແລະ ບໍ່ໄດ້ກຳ ນົດໃຫ້ໃສ່ສີຄຳ. ການໃສ່ສີຄຳໃສ່ ເຄື່ອງໝາຍຊາດ ກໍມີຄວາມໝາຍ ສຳຄັນຢ່າງເລິກເຊິ່ງ, ແຕ່ສຳພັດລຶບ ບັນດາສັນຍະລັກລວມທັງສີທີ່ກຳ ນົດໄວ້ໃນເຄື່ອງໝາຍຊາດຂອງລັດ ຖະທຳມະນູນ. ອີກປະການໜຶ່ງ, ເຫັນວ່າຍອດໃບໄມ້ຍັງມີສ່ວນບັງ ຮູບທາດຫລວງ ຊຶ່ງເປັນທີ່ເຄົາລົບ ບູຊາຂອງປະຊາຊົນລາວບັນດາ ເຜົ່າ. ຍ້ອນແນວນັ້ນ, ຄະນະປະຈຳ ສະພາແຫ່ງຊາດ ຈຶ່ງອອກມະຕິ ສະ ບັບເລກທີ 203/ຄປຈ, ລົງວັນທີ 30 ກໍລະກົດ 2025 ກ່ຽວກັບການ ປັບປຸງການໃສ່ສີເຄື່ອງໝາຍຊາດ ແລະ ປັບຍອດໃບໄມ້ບໍ່ໃຫ້ບັງຮູບ ທາດຫລວງໃນເຄື່ອງໝາຍຊາດ ສະບັບນີ້. ເນື້ອໃນສຳຄັນຂອງມະຕິ ມີ 5 ມາດຕາດັ່ງລຸ່ມນີ້: ມາດຕາ 1: ເຫັນດີໃຫ້ປ່ຽນສີ ເຄື່ອງໝາຍຊາດ ຈາກສີຄຳເປັນ ສີ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 114 ຂອງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2025; ມາດຕາ 2: ເຫັນດີໃຫ້ປັບຍອດ ໃບໄມ້ຢູ່ໃນເຄື່ອງໝາຍຊາດອອກ ໜ້ອຍໜຶ່ງ ເພື່ອບໍ່ໃຫ້ບັງຮູບທາດ ຫລວງ; ມາດຕາ 3: ມອບໃຫ້ຄະນະເລ ຂາທິການສະພາແຫ່ງຊາດ ເປັນຜູ້ ຮັບຜິດຊອບ ໂດຍສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດ ມະຕິສະບັບນີ້ ໃຫ້ມີປະສິດທິພາບ, ປະສິດທິຜົນ; ມາດຕາ 4: ສະພາແຫ່ງຊາດ, ລັດຖະບານ, ສານປະຊາຊົນ, ອົງ ການໄອຍະການປະຊາຊົນ, ອົງການ ກວດກາແຫ່ງລັດ, ອົງການກວດ ສອບແຫ່ງຊາດ, ສະພາປະຊາຊົນ ຂັ້ນແຂວງ, ອົງການປົກຄອງທ້ອງ ຖິ່ນ ແລະ ທຸກອົງການຈັດຕັ້ງໃນລະ ບົບການເມືອງປະຊາທິປະໄຕປະຊາ ຊົນ ຈົ່ງຮັບຮູ້ ແລະ ຮ່ວມມືຈັດຕັ້ງປະ ຕິບັດມະຕິສະບັບນີ້ ຢ່າງເຂັ້ມງວດ. ມາດຕາ 5: ມະຕິສະບັບນີ້ ມີຜົນ ສັກສິດ ນັບແຕ່ໄດ້ລົງລາຍເຊັນເປັນ ຕົ້ນໄປ. ພໍ້ກັນໃໝ່ສະບັບໜ້າ. (ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ 13/8/1950-13/8/2025) ສື່ມວນຊົນລາວໄດ້ເອົາໃຈໃສ່ ໂຄສະນາເພື່ອປຸກລະດົມຂົນຂວາຍ ທົ່ວພັກ, ທົ່ວກອງທັບ ແລະ ທົ່ວ ປວງຊົນບັນດາເຜົ່າ ໃຫ້ມີນໍ້າໃຈ ຮັກຊາດ, ຮັກບ້ານເກີດເມືອງນອນ, ຄຽດແຄ້ນສັດຕູ ແລະ ເຕົ້າໂຮມ ຄວາມສາມັກຄີຂອງປວງຊົນລາວ ບັນດາເຜົ່າ ເພື່ອເຂົ້າຮ່ວມຂະບວນ ການປະຕິວັດ. ສື່ມວນຊົນບາງຄົນ ຕ້ອງໄດ້ປະຕິບັດສອງໜ້າທີ່ຄື: ການ ສື່ຂ່າວ ແລະ ສູ້ຮົບກັບສັດຕູໄປພ້ອມ ກັນໃນເວລາດຽວ ເຊິ່ງເປັນການ ປະກອບສ່ວນສໍາຄັນໃນພາລະກິດ ຕໍ່ສູ້ກູ້ຊາດ ທີ່ຍືດເຍື້ອຍາວນານ ແລະ ດ້ວຍຄວາມທໍລະຫົດອົດທົນ ຈົນ ສາມາດປົດປ່ອຍປະເທດຊາດ ໄດ້ ຢ່າງສະຫງ່າຜ່າເຜີຍໃນປີ 1975. ພາຍຫລັງປະເທດຊາດໄດ້ຮັບ ການປົດປ່ອຍ ກໍຄື ໄລຍະແຫ່ງການ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ສື່ມວນຊົນລາວ ຍັງໄດ້ສືບຕໍ່ເປັນກະບອກສຽງທີ່ສໍາ ຄັນຂອງພັກ ແລະ ລັດຖະບານ ໃນ ການໂຄສະນາໝາກຜົນຂອງການ ປະຕິວັດ, ປຸກລະດົມປະຊາຊົນທຸກ ຊັ້ນຄົນ ເຂົ້າຮ່ວມຈັດຕັ້ງຜັນຂະ ຫຍາຍແນວທາງນະໂຍບາຍຂອງ ພັກ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມທີ່ລັດຖະບານວາງ ອອກໃນແຕ່ລະໄລຍະ, ສ່ອງແສງ ທຸກການເຄື່ອນໄຫວຂອງສັງຄົມ, ເປັນແຮງຂັບເຄື່ອນການພັດທະນາ ເສດຖະກິດ-ສັງຄົມລວມທັງວຽກ ງານຮັກສາຄວາມປອດໄພໃນການ ດໍາລົງຊີວິດຂອງປະຊາຊົນໃນສັງ ຄົມ, ເປັນຜູ້ຊີ້ແຈງ ແລະ ສ້າງຄວາມ ເຂົ້າໃຈໃນບັນຫາຕ່າງໆທີ່ເກີດຂຶ້ນ ຢ່າງຖືກຕ້ອງ, ເປັນເວທີລະຫວ່າງ ອົງການບໍລິຫານ, ອົງການປົກ ຄອງກັບປະຊາຊົນ, ພ້ອມທັງຊຸກຍູ້ ສ້າງຄວາມສາມັກຄີເປັນປຶກແຜ່ນ, ຮັກຊາດ, ຮັກບ້ານເກີດເມືອງນອນ, ພ້ອມກັນສ້າງສາພັດທະນາຢ່າງບໍ່ ຢຸດຢັ້ງ. ນອກຈາກນີ້, ສື່ມວນຊົນ ຍັງມີບົດບາດສໍາຄັນໃນການສຶກສາ ອົບຮົມການເມືອງ- ແນວຄິດ, ສ້າງ ທັດສະນະຫລັກໝັ້ນ ແລະ ຄວາມ ເຊື່ອໝັ້ນຕໍ່ອຸດົມຄະຕິ ແລະ ການນຳ ພາຂອງພັກ ໃນການຊຸກຍູ້, ປຸກລະ ດົມທົ່ວປວງຊົນເຮັດໜ້າທີ່ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ຕອບໂຕ້ຖ້ອຍທໍານອງຂອງພວກ ຄົນບໍ່ດີ ທີ່ຫວັງມ້າງເພທໍາລາຍລະ ບອບໃໝ່ຂອງພວກເຮົາ ທັງຢູ່ພາຍ ໃນ ແລະ ພາຍນອກ, ເສີມສ້າງ ຄວາມສາມັກຄີປອງດອງທົ່ວປວງ ຊົນທັງຊາດ, ໂຄສະນາດຶງດູດເອົາ ການຮ່ວມມື, ການຊ່ວຍເຫລືອ ແລະ ການລົງທຶນຈາກຕ່າງປະເທດ. ອີງໃສ່ຄວາມຮຽກຮ້ອງຕ້ອງ ການຂອງສັງຄົມໃນການບໍລິໂພກ ຂໍ້ມູນຂ່າວສານໃນໄລຍະໃໝ່ກໍຄື ໄລ ຍະທີ່ສື່ໃໝ່ ຫລື ສື່ອອນລາຍມີບົດ ບາດສູງໃນຊີວິດປະຈໍາວັນຂອງຄົນ ເຮົາໃນປັດຈຸບັນ, ສື່ມວນຊົນລາວ ຕ້ອງພ້ອມກັນສືບຕໍ່ເຮັດໜ້າທີ່ເປັນ ກະບອກສຽງທີ່ສໍາຄັນ ໃຫ້ແກ່ພັກລັດ ແລະ ປະຊາຊົນລາວບັນດາ ເຜົ່າ ເພື່ອໂຄສະນາແນວທາງນະ ໂຍບາຍຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມ, ລະບຽບກົດ ໝາຍຂອງລັດວາງອອກ ໃຫ້ດີຂຶ້ນ ກວ່າເກົ່າ. ພ້ອມນີ້, ເນື້ອໃນແລະ ຮູບ ແບບການໂຄສະນາຂອງສື່ມວນຊົນ ຕ້ອງໄດ້ປັບປຸງໃຫ້ມີຄວາມຫລາກ ຫລາຍ ແລະ ດຶງດູດໃຈຜູ້ຟັງ, ຜູ້ຊົມ ແລະຜູ້ອ່ານຂຶ້ນກວ່າເກົ່າ, ໄປພ້ອມໆ ກັບການປັບປຸງ ແລະ ພັດທະນາ ລະບົບເຕັກໂນໂລຊີແບບໃໝ່, ຫັນ ເປັນທັນສະໄໝ ແລະ ຍົກລະດັບບຸກ ຄະລາກອນສື່ໃຫ້ມີຄຸນນະພາບສູງ ຂຶ້ນ, ທັງສາມາດວິເຄາະ-ວິໄຈ, ຕອບໂຕ້ ແລະ ວິຈານບັນຫາຕ່າງໆ ໃຫ້ສັງຄົມໄດ້ຮັບຮູ້ຕາມ 4 ລັກສະ ນະຂອງ ສື່ມວນຊົນລາວ ຄື: ລັກສະ ນະຕົວຈິງ, ລັກສະນະສຶກສາອົບ ຮົມ, ລັກສະນະແນະນໍາ ແລະ ລັກສະ ນະຕໍ່ສູ້. ພາບປະກອບ [h kos]a d 35 oa [,N wfh Ia [dkora fmtok fh ;pdkozt]y fdkg2gxa oly o7h k ບ້ານຫລັກ 35 ເມືອງປາກ ຊ່ອງແຂວງຈຳປາສັກແມ່ນອີກໜຶ່ງ ໃນຫລາຍບ້ານທີ່ປະຊາຊົນສ່ວນ ໃຫຍ່ຖືເອົາການຜະລິດປູກຝັງລ້ຽງສັດເປັນສິນຄ້າ ອັນພົ້ນເດັ່ນ ແມ່ນການເຮັດສວນກາເຟ, ສວນ ຊາ ແລະ ຜະລິດເບ້ຍກາເຟ. ສິ່ງ ເຫລົ່ານີ້ ແມ່ນໄດ້ເຮັດໃຫ້ຊີວິດການ ເປັນຢູ່ຂອງປະຊາຊົນບ້ານນີ້ ນັບມື້ ໄດ້ຮັບການພັດທະນາດີຂຶ້ນ ກ້າວສູ່ ຮັບນາມມະຍົດເປັນບ້ານພັດທະນາ ເມື່ອຕົ້ນເດືອນທັນວາ ປີ 2006. ທ່ານ ຄໍາຫວາ ຄໍາມະວົງ ນາຍ ບ້ານຫລັກ 35 ຍົກໃຫ້ເຫັນໃນໂອ ກາດທີ່ ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍການນຳ ແຂວງຈຳປາສັກ ໄດ້ເຄື່ອນໄຫວ ຢ້ຽມຢາມບ້ານຫລັກ 35 ວ່າ: ບ້ານ ຫລັກ 35 ແມ່ນບ້ານໜຶ່ງຕັ້ງຢູ່ຫ່າງ ຈາກເທສະບານເມືອງປາກຊ່ອງ 15 ກິໂລແມັດ ເຊິ່ງໄດ້ຮັບຮອງ ນາມມະຍົດເປັນບ້ານພັດທະນາໃນ ວັນທີ 4 ທັນວາ 2006, ມີເນື້ອທີ່ ກວ່າ1.200 ເຮັກຕາ, ທິດເໜືອຕິດ ກັບຫ້ວຍຈຳປີ, ທິດໃຕ້ຕິດກັບຫ້ວຍ ບັງລຽງ, ທິດຕາເວັນອອກຕິດກັບ ບ້ານຫລັກ 36, ທິດຕາເວັນຕົກ ຕິດ ກັບບ້ານຫລັກ 33. ພາຍໃນບ້ານມີ 225 ຫລັງຄາເຮືອນ, ມີ 207 ຄອບ ຄົວ, ມີພົນລະເມືອງກວ່າ 1.000 ຄົນ, ຍິງ 500 ກວ່າຄົນ, ປະກອບມີ 2 ເຜົ່າຄື: ເຜົ່າລາວ ແລະ ເຜົ່າຢຣູ, ອາຊີບຕົ້ນຕໍຂອງປະຊາຊົນ ແມ່ນ ເຮັດສວນກາເຟ, ສວນຊາ ແລະ ຜະລິດເບ້ຍກາເຟເປັນສິນຄ້າ. ບ້ານ ຫລັກ 35 ມີເນື້ອທີ່ທຳການຜະລິດ ກວ່າ 420 ເຮັກຕາ. ການສ້າງບ້ານພັດທະນາ ບ້ານ ຫລັກ 35 ເປັນບ້ານພັດທະນາປະ ຊາຊົນຢູ່ດີ-ກິນດີ ແມ່ນດໍາເນີນການ ສ້າງຕາມ 6 ເນື້ອໃນ 9 ມາດຖານ 25 ໃບຢັ້ງຢືນ ແລະ ໄດ້ຈັດຕັ້ງປະຕິ ບັດຢ່າງຖືກຕ້ອງ ແລະ ສອດຄ່ອງ ຕາມ 3 ຂັ້ນຕອນ, 5 ບາດກ້າວ, ສາ ມາດບັນລຸໄດ້ຕາມ 6 ເນື້ອໃນ, 9 ມາດຖານ, 25 ໃບຢັ້ງຢືນ ຕາມທີ່ ໄດ້ກຳນົດໄວ້ໃນມະຕິຂອງຄະນະ ປະຈຳພັກແຂວງສະບັບເລກທີ 05/ ຄຈພຂ.ຈສ ແລະ ໄດ້ຮັບການຮັບ ຮອງຈາກພາກສ່ວນກ່ຽວຂ້ອງ ຕ່າງໆ ລວມທັງໝົດ 25 ໃບຢັ້ງຢືນ. ນອກນີ້, ຍັງໄດ້ຮັບຟັງການລາຍ ງານກ່ຽວກັບການຈັດຕັັ້ງປະຕິບັດ ໂຄງການພັດທະນາຊົນນະບົດ ແບບ ປະສົມປະສານ 3 ແຂວງພາກໃຕ້ ທີ່ ໄດ້ຮັບການສະໜັບສະໜູນຈາກ ອົງການກອຍກາ ຂອງບ້ານຫລັກ 35 ແລະ ຮັບຟັງການລາຍງານ ຂອງກຸ່ມຮວບຮວມພືດຜັກ ບ້ານ ຫລັກ 35 ຕື່ມອີກ. ຂະນະທີ່ ທ່ານ ບົວສອນ ບຸບ ຜາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍມີຄໍາເຫັນໂອ້ ລົມຕໍ່ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນບ້ານຫລັກ 35 ວ່າ: ການສ້າງບ້ານພັດທະນາປະຊາຊົນ ຢູ່ດີ-ກິນດີ ເນື້ືອແທ້ແມ່ນການຍົກ ລະດັບວຽກງານ 3 ສ້າງ ທັງແມ່ນ ພື້ນຖານທີ່ເປັນແນວທາງຍຸດທະ ສາດສຳຄັນຂອງພັກເຮົາ ທັງສະ ເພາະໜ້າ ແລະ ຍາວນານ ເຊິ່ງຕິດ ພັນກັບຂະບວນການແຂ່ງຂັນ “ຮັກ ຊາດ ແລະ ພັດທະນາ” ຕາມ 4 ເນື້ອ ໃນ 4 ຄາດໝາຍ ເຂົ້າໃນການພັດ ທະນາຊີວິດຕົວຈິງ; ເປັນພື້ນຖານ ໃຫ້ແກ່ການສ້າງຄວາມໝັ້ນຄົງ ແກ່ ລັດປະຊາທິປະໄຕ ປະຊາຊົນ, ສ້າງ ປະຖົມປັດໄຈກ້າວຂຶ້ນສັງຄົມນິຍົມ ເທື່ອລະກ້າວ. ເພື່ອເຮັດໃຫ້ການ ຈັດຕັ້ງຜັນຂະຫຍາຍວຽກງານ 3 ສ້າງ ກໍຄືການສ້າງບ້ານພັດທະນາ ປະຊາຊົນຢູ່ດີ - ກິນດີ ໃຫ້ນັບມື້ຫັນ ເຂົ້າສູ່ລວງເລິກ ແລະ ກວ້າງຂວາງ ອອກ, ທຸກຂະແໜງການ, ຜູ້ປະກອບ ການ ແລະ ທຸກພາກສ່ວນໃນສັງຄົມ ເວົ້າລວມ, ເວົ້າສະເພາະແມ່ນຄະ ນະພັກ-ຄະນະກໍາມະການປົກຄອງ ບ້ານ ແລະ ພໍ່ແມ່ປະຊາຊົນບ້ານ ຫລັກ 35 ຕ້ອງເປັນເຈົ້າການເຂົ້າ ຮ່ວມຢ່າງເປັນຂະບວນຟົດຟື້ນ, ຮັກ ສານາມມະຍົດດ້ວຍການເພີ່ມສິດ ເພີ່ມຄວາມຮັບຜິດຊອບໃຫ້ທຸກພາກ ສ່ວນມີຄວາມກະຕືລືລົ້ນ, ມີຄວາມ ຮັບຜິດຊອບສູງຂຶ້ນ, ສາມາດແກ້ໄຂ ບັນຫາ ແລະ ຕອບສະໜອງຕາມ ຄວາມຕ້ອງການໃຫ້ກັບປະຊາຊົນ ໄດ້ດີ ເຮັດໃຫ້ລະບົບການປົກຄອງ ຂັ້ນເມືອງ - ບ້ານມີຄວາມເຂັ້ມແຂງ ຂຶ້ນ ໂດຍສະເພາະຢູ່ຂັ້ນຮາກຖານ ບ້ານ ໄດ້ມີການຫັນປ່ຽນເຂົ້າສູ່ການ ຄຸ້ມຄອງລັດດ້ວຍກົດໝາຍ. ພ້ອມ ດຽວກັນນັ້ນ, ກໍໃຫ້ສືບຕໍ່ຄົ້ນຄວ້າ ປັບປຸງລະບົບການປົກຄອງຂັ້ນ ບ້ານ ໃຫ້ກະທັດຮັດ ແລະ ສອດຄ່ອງ ຕາມທິດແບ່ງຂັ້ນຄຸ້ມຄອງທີ່ສອດ ຄ່ອງ ແລະ ເໝາະສົມຫລາຍຂຶ້ນ ທັງ ນີ້ ກໍເພື່ອຍົກລະດັບຊີວິດການເປັນ ຢູ່ຂອງພໍ່ແມ່ປະຊາຊົນ ໃຫ້ນັບມື້ດີ ຂຶ້ນເລື້ອຍໆ.

RkJQdWJsaXNoZXIy MTc3MTYxMQ==