7094

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 18/08/2025 xtgmf]k; ທົບທວນຄືນຄວາມຄືບໜ້າ... ສພຊ ຈັດປາຖະກະຖາ... ສານອວຍພອນວັນຊາດ... ສະຫລອງວັນສ້າງຕັ້ງ... ລັດຖະມົນຕີກະຊວງການຕ່າງ... Iv']a f4t,q o8u dt-;'dko8j k'xtgmf 8h voIa [z6h xtlko'kovq 'dko lx- xt9e]k; ຂປລ. ອາທິດຜ່່ານມາ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ບາໂຄເດຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະ ປະຊາຊາດ (UNRC) ປະຈໍາ ສປປ ລາວ ເພື່ອແນະນໍາຕົວ ແລະ ສະແດງຄວາມຊົມເຊີຍທ່ານຮອງ ລັດຖະມົນຕີ ໃນໂອກາດທີ່ໄດ້ຮັບຕໍາ ແໜ່ງໃໝ່. ໂອກາດດັ່ງກ່າວ,ທ່ານອານຸພາບ ວົງໜໍ່ແກ້ວ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ການ ພົວພັນຮ່ວມມືທີ່ດີ ແລະ ການຊ່ວຍ ເຫລືອຂອງອົງການ ສປຊ ແກ່ ສປປ ລາວ ໃນໄລຍະຜ່ານມາ, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ ການນໍາພາຂອງທ່ານ ບາໂຄເດຍ ເບີຄະນ໋ອບ ຈະເພີ່ມທະວີການຮ່ວມ ມື ແລະ ການສະໜັບສະໜູນແກ່ ສປປລາວໃນວຽກງານການພັດທະ ນາທີ່ສອດຄ່ອງກັບວຽກງານບຸລິມະ ສິດຕ່າງໆຂອງລັດຖະບານດັ່ງທີ່ໄດ້ ກໍານົດໄວ້ຢູ່ໃນແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ແຜນພັດທະນາແຫ່ງຊາດໃນ ຕໍ່ໜ້າໂດຍຜ່ານການຈັດຕັ້ງປະຕິບັດ ບັນດາກິດຈະກໍາ ແລະ ໂຄງການ ຕ່າງໆໃນຂອບການຮ່ວມມື ເພື່ອ ການພັດທະນາແບບຍືນຍົງລະ ຫວ່າງລັດຖະບານ ແລະ ອົງການ ສປຊ ປະຈໍາ ສປປ ລາວ ໃນແຕ່ລະ ໄລຍະ. ພ້ອມກັນນີ້, ທ່ານຮອງລັດ ຖະມົນຕີ ສະເໜີໃຫ້ອົງການເຄືອ ຂ່າຍ ສປຊ ປະຈໍາ ສປປ ລາວ ສືບຕໍ່ລະດົມທຶນຮອນເພື່ອປະກອບ ສ່ວນ ແລະ ສະໜັບສະໜູນຄວາມ ພະຍາຍາມຂອງລັດຖະບານໃນ ການຈັດຕັ້ງປະຕິບັດບຸລິມະສິດການ ພັດທະນາຂອງ ສປປ ລາວ ກໍຄື ເປົ້າໝາຍການພັດທະນາແບບຍືນ ຍົງ (SDG), ວາລະ 2030 ເພື່ອ ການພັດທະນາແບບຍືນຍົງ ລວມ ທັງວາລະການພັດທະນາອື່ນໆ ຂອງສາກົນ, ຄວາມໝາຍໝັ້ນຂອງ ລັດຖະບານໃນການພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ ໃນອະນາຄົດໃຫ້ໄດ້ ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ. ໂອກາດດັ່ງກ່າວນີ້, ທ່ານ ບາໂຄເດຍ ເບີຄະນ໋ອບ ໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນຂອງທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ໄດ້ ໃຫ້ຄໍາໝັ້ນສັນຍາໃນການສືບຕໍ່ເພີ່ມ ທະວີການຮ່ວມມືລະຫວ່າງອົງການ ເຄືອຂ່າຍ ສປຊ ແລະ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດ ແຜນງານຕ່າງໆ ເພື່ອສະໜັບສະໝູນ ການບັນລຸບັນດາບຸລິມະສິດດ້ານ ການພັດທະນາຂອງ ສປປ ລາວ ຢ່າງຕັ້ງໜ້າ. ນອກຈາກນັ້ນ, ໃນປີ 2025 ເປັນປີທີ່ມີຄວາມໝາຍຄວາມ ສໍາຄັນ ກໍຄື ຄົບຮອບ 70 ປີ ສປປ ລາວ ເຂົ້າເປັນສະມາຊິກອົງການ ສປຊ ແລະ 80 ປີ ການສ້າງຕັ້ງອົງ ການ ສປຊ ເຊິ່ງລັດຖະບານ ແລະ ອົງການ ສປຊ ປະຈໍາ ສປປ ລາວ ຈະໄດ້ຮ່ວມກັນຈັດກິດຈະກໍາເພື່ອ ສະເຫລີມສະຫລອງປີຄົບຮອບທີ່ສໍາ ຄັນດັ່ງກ່າວ. ໃນຕອນທ້າຍ, ທ່ານຮອງລັດ ຖະມົນຕີ ໄດ້ໃຫ້ຄວາມໝາຍໝັ້ນຕໍ່ ຜູ້ປະສານງານອົງການ ສປຊ ວ່າ ລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ ການສະໜັບສະໜູນ ແລະ ຮ່ວມມືທີ່ ດີກັບບັນດາອົງການເຄືອຂ່າຍ ສປຊ ໃນການຈັດຕັ້ງປະຕິບັດບັນດາແຜນ ພັດທະນາຕ່າງໆຢູ່ ສປປ ລາວ ໃຫ້ ມີປະສິດທິພາບ ແລະ ປະສິດທິຜົນ ພ້ອມທັງອວຍພອນໃຫ້ທ່ານຜູ້ປະ ສານງານອົງການ ສປຊ ຈົ່ງປະສົບ ຜົນສໍາເລັດໃນການປະຕິບັດໜ້າທີ່ຢູ່ ສປປ ລາວ ຢ່າງຈົບງາມ. ທ່ານ ບາໂຄເດຍ ເບີຄະນ໋ອບ ດຳລົງຕຳແໜ່ງເປັນຜູ້ປະສານງານ ອົງການ ສປຊ ປະຈໍາ ສປປ ລາວ ນັບຕັ້ງແຕ່ກາງປີ 2023 ເປັນຕົ້ນ ມາໂດຍມີໜ້າທີ່ນໍາພາ ແລະ ເປັນ ຈຸດປະສານງານຫລັກພາຍໃນບັນ ດາອົງການ ສປຊ ເພື່ອເຮັດໃຫ້ ການຈັດຕັ້ງປະຕິບັດບັນດາແຜນ ງານ ແລະ ໂຄງການຊ່ວຍເຫລືອ ຕ່າງໆໃຫ້ມີຄວາມສອດຄ່ອງ ແລະ ກົມກຽວ ໂດຍຜ່ານການສະໜັບ ສະໜູນເຊິ່ງກັນ ແລະ ກັນ ແລະ ຫລີກ ລ່ຽງການທັບຊ້ອນຂອງວຽກງານ ເຊິ່ງເປັນກົນໄກການເຮັດວຽກທີ່ແນ ໃສ່ເພີ່ມທະວີປະສິດທິພາບ ແລະ ປະ ສິດທິຜົນຂອງ ລະບົບອົງການ ສປຊ ໃນການສະໜັບສະໜູນປະເທດສະ ມາຊິກ ສປຊ. ຂ່າວ-ພາບ: ກົມຂ່າວ ກະຊວງຕ່າງ ປະເທດ ທ່ານ ພຣາໂບໂວ ສຸບຽນໂຕ ປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເນື່ອງໃນໂອກາດ ວັນຊາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 80 ປີ. ເນື້ອໃນສານໄດ້ລະບຸວ່າ: ຕາງ ໜ້າໃຫ້ປະຊາຊົນລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມ ຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນ ປະເສີດມາຍັງທ່ານ ແລະ ປະຊາຊົນ ອິນໂດເນເຊຍ ເພື່ອນມິດທຸກຖ້ວນ ໜ້າເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 80 ປີ. ຂ້າພະເຈົ້າຕີລາຄາສູງຕໍ່ຜົນ ສໍາເລັດອັນໃຫຍ່ຫລວງໃນການ ສ້າງສາພັດທະນາປະເທດຊາດຂອງ ອິນໂດເນເຊຍ ໃນຕະຫລອດໄລຍະ 8 ທົດສະວັດທີ່ຜ່ານມາ ເຊິ່ງເຮັດ ໃຫ້ອິນໂດເນເຊຍ ມີບົດບາດນັບມື້ ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນອາຊຽນ. ຂ້າພະເຈົ້າ ເຊື່ອໝັ້ນວ່າສາຍພົວພັນ ມິດຕະພາບອັນຍາວນານ ແລະ ການ ຮ່ວມມືອັນສະໜິດແໜ້ນລະຫວ່າງ ລາວ-ອິນໂດເນເຊຍ ທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍຈະສືບ ຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນໍາ ເອົາຜົນປະໂຫຍດຕົວຈິງມາສູ່ປະຊາ ຊົນສອງຊາດພວກເຮົາ ກໍຄື ເພື່ອ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ. ໃນໂອກາດອັນສະຫງ່າລາສີນີ້, ຂໍອວຍພອນໃຫ້ທ່ານຈົ່ງມີພະລານາ ໄມສົມບູນ, ມີຄວາມຜາສຸກ ແລະ ປະ ສົບຜົນສໍາເລັດ ໃນໜ້າທີ່ວຽກງານ ອັນມີກຽດສູງສົ່ງຂອງທ່ານ ແລະ ປະຊາຊົນອິນໂດເນເຊຍ ເພື່ອນມິດ ຈົ່ງສືບຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດທະນາຖາວອນສືບຕໍ່ໄປ. ໃນໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ກໍ ໄດ້ສົ່ງສານອວຍພອນເຖິງທ່ານ ພຣາໂບໂວສຸບຽນໂຕປະທານາທິບໍດີ ແຫ່ງສາທາລະນະລັດອິນໂດເນເຊຍ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງ ສານອວຍພອນເຖິງທ່ານ ສຸເກຍໂນ ລັດຖະມົນຕີ ກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເນື່ອງໃນໂອກາດ ວັນຊາດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ຄົບຮອບ 80 ປີ ເຊັ່ນ ດຽວກັນ. ຂປລ.ໃນວັນທີ14ສິງຫາ2025 ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ພົບປະ ສອງຝ່າຍກັບສະຫາຍ ຫວັງ ອີ້ ກຳມະການກົມການເມືອງສູນກາງ ພັກກອມມູນິດຈີນ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ໃນໂອກາດເຂົ້າຮ່ວມກອງ ປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ ຄັ້ງທີ 10 ທີ່ ເມືອງ ອານໜິງ ແຂວງຢຸນໜານ ສປ ຈີນ. ການພົບປະຄັ້ງນີ້, ສອງຝ່າຍໄດ້ ປຶກສາຫາລືເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ເປັນມູນ ເຊື້ອ, ການພົວພັນຮ່ວມມືແບບຄູ່ ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ, ການເປັນ ຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນລາວ ເພື່ອນຳເອົາຜົນປະໂຫຍດອັນ ຍືນຍົງມາສູ່ປະຊາຊົນສອງຊາດ ກໍຄື ການຮ່ວມມືຂອງສອງກະຊວງການ ຕ່າງປະເທດ ລາວ ແລະ ຈີນ ໃຫ້ເລິກ ເຊິ່ງກວ່າເກົ່າ. ສອງຝ່າຍໄດ້ຕີລາຄາສູງຕໍ່ ໝາກຜົນຂອງການພົວພັນຮ່ວມມື ສອງຝ່າຍໃນດ້ານຕ່າງໆ ໃນໄລຍະ ຜ່ານມາ, ເປັນຕົ້ນແມ່ນການສືບ ຕໍ່ແລກປ່ຽນການຢ້ຽມຢາມຂອງ ການນໍາຂັ້ນສູງແຕ່ສູນກາງລົງຮອດ ທ້ອງຖິ່ນຢ່າງເປັນປົກກະຕິ, ພ້ອມ ທັງໄດ້ປຶກສາຫາລືກະກຽມໃຫ້ແກ່ ການແລກປ່ຽນການຢ້ຽມຢາມຂອງ ແລະ ການຈັດຕັ້ງປະຕິບັດລັດຖະ ທຳມະນູນ ສະບັບປີ 2025. ຕະ ຫລອດ 34 ປີທີ່ຜ່ານມາ, ພາຍໃຕ້ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການ ສູນກາງພັກ, ຮອງຫົວໜ້າຄະນະ ໂຄສະນາອົບຮົມສູນກາງພັກ, ມີ ບັນດາຫົວໜ້າກົມ, ຮອງກົມ, ຜູ້ ອຳນວຍການສື່ສິ່ງພິມ, ວິທະຍຸ, ໂທລະພາບ, ອະດີດບັນນາທິການ, ພະນັກງານອາວຸໂສບຳນານ ແລະ ພະນັກງານພາຍໃນໜັງສືພິມປະຊາ ຊົນເຂົ້າຮ່ວມ. ໃນພິທີ, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມ ສູນກາງພັກ ຫົວໜ້າບັນນາທິການ ໃຫຍ່ໜັງສືພິມປະຊາຊົນໄດ້ຍົກໃຫ້ ເຫັນມູນເຊື້ອປະຫວັດແຫ່ງການ ກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍ ຕົວຂອງໜັງສືພິມປະຊາຊົນ ແລະ ທິດທາງແຜນການປັບປຸງໜັງສືພິມ ໃນຕໍ່ໜ້າ, ເມື່ອຫວນຄືນ 75 ປີ ຜ່ານມາ, ໜັງສືພິມປະຊາຊົນໄດ້ ຮັບການປັບປຸງ ແລະ ພັດທະນາທັງ ດ້ານຮູບແບບ ແລະ ເນື້ອໃນດີຂຶ້ນ ເປັນກ້າວໆມາ, ປັດຈຸບັນໜັງສືພິມ ປະຊາຊົນຜະລິດອອກຈໍາໜ່າຍມື້ໜຶ່ງ 1.300 ສະບັບ, ຄະນະບັນນາທິການ ໄດ້ເລັ່ງປັບປຸງການອອກຂ່າວທາງ ລະບົບອອນລາຍເຮັດໃຫ້ມີເນື້ອໃນ ຂ່າວ, ບົດນຳ, ບົດຄວາມ, ມະຕິ ຄໍາສັ່ງແນວທາງນະໂຍບາຍຂອງ ພັກ, ກົດໝາຍ, ຄໍາຂວັນ, ຄໍາຄົມ ສາລະໜ້າຮູ້ອອກໃນແຕ່ລະມື້ເຮັດ ໃຫ້ສັງຄົມສົນໃຈ, ຕິດຕາມອ່ານ ໜັງສືພິມທາງເວັບໄຊ ແລະ ເຟສບຸກ ຫລາຍຂຶ້ນໃນແຕ່ລະປີ. ໂ ອ ກ າ ດ ດັ່ງ ກ່ າ ວ , ທ່ າ ນ ລາວປາວຊົ່ງ ນະວົງໄຊ ໄດ້ໃຫ້ກຽດ ຄວາມສາມັກຄີ” ໂດຍການເປັນ ປະທານຮ່ວມຂອງທ່ານ ຫວັງ ອີ້ ກໍາມະການກົມການເມືອງສູນກາງ ພັກ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປ ຈີນ ແລະ ທ່ານ ມາຣິດ ສະງ່ຽມພົງ ລັດຖະມົນຕີ ວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ມີບັນດາ ລັດຖະມົນຕີຕ່າງປະເທດ, ພ້ອມດ້ວຍ ຄະນະຜູ້ແທນຈາກປະເທດສະມາຊິກ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ ນ້ຳລ້ານຊ້າງ ເຂົ້າຮ່ວມ. ກອງປະຊຸມໄດ້ທົບທວນຄືນ ຄວາມຄືບໜ້າຂອງການຮ່ວມມືໃນ ໄລຍະຜ່ານມາ ໂດຍເຫັນວ່າຂອບ ການຮ່ວມມືດັ່ງກ່າວ ໄດ້ມີການ ຂະຫຍາຍຕົວຢ່າງວ່ອງໄວ ແລະ ນໍາເອົາຜົນປະໂຫຍດອັນເປັນຮູບ ປະທໍາມາສູ່ພາກພື້ນແມ່ນໍ້າຂອງ ໂດຍສະເພາະການຈັດຕັ້ງຜັນຂະ ຫຍາຍຜົນຂອງກອງປະຊຸມຜູ້ນໍາ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງ ທີ 4, ກອງປະຊຸມລັດຖະມົນຕີຕ່າງ ປະເທດຂອບການຮ່ວມມືແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 9 ແລະ ແຜນປະຕິບັດງານ 5 ປີ (2023-2027) ພາຍໃຕ້ 3 ເສົາ ຄໍ້າ (ການເມືອງ-ຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ ແລະ ການແລກປ່ຽນວັດທະນະທໍາ-ສັງ ຄົມ) ແລະ 5 ຂົງເຂດບຸລິມະສິດ (ການເຊື່ອມຈອດ, ການຄຸ້ມຄອງ ຊັບພະຍາກອນນ້ຳ, ກະສິກຳ ແລະ ລຶບລ້າງຄວາມທຸກຍາກ, ການຄ້າ ຂ້າມຊາຍແດນ ແລະ ການສ້າງ ຂີດຄວາມອາດສາມາດໃນການ ຜະລິດ) ໂດຍຜ່ານການປະຕິບັດ ບັນດາກິດຈະກຳ ແລະ ໂຄງການ ກອງທຶນພິເສດແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ ໄດ້ນໍາຜົນປະໂຫຍດ ຕົວ ຈິງມາສູ່ປະເທດສະມາຊິກ ກໍຄື ພາກ ພື້ນແມ່ນ້ຳຂອງ. ນັບແຕ່ປີ 2017 ເປັນຕົ້ນມາ ສປປ ລາວ ໄດ້ເປັນ ເຈົ້າການຈັດຕັ້ງປະຕິບັດໂຄງການ ດັ່ງກ່າວ ລວມທັງໝົດຈຳນວນ 100 ໂຄງການລວມມູນຄ່າຫລາຍ ກວ່າ 26 ລ້ານໂດລາສະຫະລັດ. ພ້ອມກັນນີ້, ກອງປະຊຸມຍັງໄດ້ປຶກ ສາຫາລືກ່ຽວກັບທິດທາງການ ຮ່ວມມືໃນຕໍ່ໜ້າທີ່ມີປະສິດທິພາບ ຍິ່ງຂຶ້ນ ແລະ ນຳເອົາຜົນປະໂຫຍດ ມາສູ່ປະຊາຊົນໃນພາກພື້ນລວມ ທັງການກະກຽມຮອບດ້ານໃຫ້ແກ່ ການຈັດກອງປະຊຸມຜູ້ນຳແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 5 ໃນ ທ້າຍປີ 2025. ກອງປະຊຸມໄດ້ຮັບຊາບເອກະ ສານສຳຄັນ ຈຳນວນ 3 ສະບັບ ຄື: ບົດລາຍງານຄວາມຄືບໜ້າ ປະຈຳປີ 2024 ຂອງການຈັດຕັ້ງ ປະຕິບັດແຜນປະຕິບັດງານໄລຍະ 5 ປີ (2023-2027); ບົດລາຍງານ ການຄົ້ນຄວ້າຮ່ວມປີ 2025 ຂອງ ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ລັດຖະບານ ແຫ່ງ ສປປ ລາວ ໄດ້ເປັນເຈົ້າການ ແລະ ເປັນໃຈກາງໃນການປະຕິບັດລັດ ຖະທຳມະນູນເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການ ເມືອງຢ່າງໝັ້ນຄົງຕະຫລອດມາ, ເສດຖະກິດ-ວັດທະນະທຳສັງຄົມ ໄດ້ຮັບການພັດທະນາ ແລະ ມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີ ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນ ລາວບັນດາເຜົ່າ ໄດ້ຮັບການປັບປຸງ ແລະ ຍົກລະດັບສູງຂຶ້ນ, ບົດບາດ ອິດທິພົນຂອງພັກ ແລະ ລັດ ໄດ້ ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ. ຄຽງຄູ່ກັບຜົນສໍາເລັດທີ່ພົ້ນເດັ່ນ ແລະ ໃຫຍ່ຫລວງນັ້ນ, ການຈັດຕັ້ງ ປະຕິບັດລັດຖະທໍາມະນູນ ແລະ ກົດ ໝາຍຍັງມີດ້ານອ່ອນ ແລະ ຂໍ້ຄົງ ຄ້າງຫລາຍຢ່າງທີ່ເລັ່ງທວງໃຫ້ ພວກເຮົາພ້ອມກັນຕັດສິນໃຈສູ້ຊົນ ແກ້ໄຂໃຫ້ໄດ້ເປັນກ້າວໆ ເພື່ອສືບ ຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນຂຶ້ນສູ່ສັງຄົມນິຍົມ, ເຮັດ ໃຫ້ປະຊາຊົນລາວບັນດາເຜົ່າຮັ່ງມີ ຜາສຸກ, ປະເທດຊາດມັ່ງຄັ້ງເຂັ້ມ ແຂງ, ສັງຄົມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ຂ່າວ: ອາລິນ ສຸພິມມະປະດິດ ການນໍາຂັ້ນສູງຂອງສອງປະເທດ ໃນໂອກາດວັນສໍາຄັນຕ່າງໆໃນປີນີ້. ພ້ອມກັນນີ້, ສອງຝ່າຍກໍໄດ້ປຶກສາ ຫາລື ແລະ ແລກປ່ຽນຄໍາຄິດຄໍາ ເຫັນເພື່ອສືບຕໍ່ເພີ່ມທະວີການຮ່ວມມື ສອງຝ່າຍໃນດ້ານຕ່າງໆໃຫ້ແຕກ ດອກອອກຜົນຂຶ້ນເລື້ອຍໆ ໂດຍຈະ ຖືເອົາ “ແຜນແມ່ບົດວ່າດ້ວຍການ ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່ (2024-2028)” ເປັນບ່ອນອີງໃນການຮ່ວມມືຕົວຈິງ ໃນແຕ່ລະດ້ານ ໂດຍສະເພາະການ ຮ່ວມມືເພື່ອພັດທະນາໂຄງການ ທີ່ປິ່ນອ້ອມທາງລົດໄຟ ລາວ-ຈີນ ໃຫ້ມີບາດກ້າວຂະຫຍາຍຕົວດ້ວຍ ຄຸນນະພາບໃໝ່ ເພື່ອຮັບປະກັນ ຜົນປະໂຫຍດໃຫ້ແກ່ສອງປະເທດ ຢ່າງແທ້ຈິງ. ນອກຈາກນັ້ນ, ສອງ ຝ່າຍຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ ກັບສະພາບການໃນພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ສອງຝ່າຍມີ ຄວາມສົນໃຈ. ສູນຄົ້ນຄວ້າສາກົນແມ່ນໍ້າຂອງ (GCMS): ຄວາມຄືບໜ້າ, ສິ່ງ ທ້າທາຍ, ແລະ ທິດທາງຮັດແໜ້ນ ການຮ່ວມມືດ້ານຄວາມໝັ້ນຄົງ ແບບໃໝ່ພາຍໃຕ້ກົນໄກການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ; ບັນຊີລາຍຊື່ໂຄງການທີ່ໄດ້ຮັບອະ ນຸມັດຈາກກອງທຶນພິເສດແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງໃນປີ 2025. ໃ ນ ກ ອ ງ ປ ະ ຊຸ ມ , ທ່ າ ນ ທອງສະຫວັນ ພົມວິຫານ ໄດ້ຕີ ລາຄາສູງຕໍ່ໝາກຜົນຂອງການ ຮ່ວມມືພາຍໃຕ້ຂອບການຮ່ວມມື ດັ່ງກ່າວ ເຊິ່ງຕະຫລອດໄລຍະ 9 ປີຜ່ານມາ ສປ ຈີນ ໄດ້ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ໃນ ພາກພື້ນແມ່ນໍ້າຂອງ ກໍຄື ການ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ເປັນຕົ້ນການຈັດຕັ້ງປະຕິບັດ ບັນດາໂຄງການທີ່ແນໃສ່ການພັດ ທະນາແບບຍືນຍົງ, ພ້ອມທັງໄດ້ ສະເໜີບາງທິດທາງການຮ່ວມມື ໃນຕໍ່ໜ້າ ໂດຍສະເພາະການສ້າງ ຄວາມເຂັ້ມແຂງໃຫ້ແກ່ພື້ນຖານ ລະບົບເສດຖະກິດທັນສະໄໝ, ການ ພັດທະນານະວັດຕະກຳ ແລະ ດີຈິ ຕອນ, ການຄຸ້ມຄອງຊັບພະຍາກອນ ນ້ຳ, ການຮັບມືກັບສິ່ງທ້າທາຍດ້ານ ຄວາມໝັ້ນຄົງແບບໃໝ່, ຍົກສູງການ ພັດທະນາຊັບພະຍາກອນມະນຸດ ໃນ ທຸກຂະແໜງການເປັນຕົ້ນສຸມໃສ່ ຂະແໜງກະສິກຳ, ພະລັງງານສະ ອາດ ແລະ ການທ່ອງທ່ຽວ. ຂ່າວ: ກະຊວງການຕ່າງປະເທດ ໂອ້ລົມໂດຍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ຄະນະພັກ, ຄະນະນຳຕະ ຫລອດຮອດພະນັກງານໜັງສືພິມ ປະຊາຊົນຍາດຜົນງານມາໄດ້ໃນ ໄລຍະທີ່ຜ່ານມາ ແລະ ໄດ້ເນັ້ນ ໃຫ້ເອົາໃຈໃສ່ຕື່ມດັ່ງນີ້: ຕັ້ງໜ້າ ຝຶກຝົນຫລໍ່ຫລອມໃຫ້ໜັກແໜ້ນ ທາງດ້ານແນວຄິດການເມືອງຢູ່ສະ ເໜີ, ບໍ່ຄອນແຄນໂດຍສະເພາະໃນ ຍາມສະພາບເສດຖະກິດມີຄວາມ ຫຍຸ້ງຍາກຍິ່ງຕ້ອງໄດ້ຕັດສິນໃຈສູ້ ຊົນສູງຂຶ້ນ, ມີຄວາມເສຍສະລະຊ່ວຍ ພັກ ແລະ ລັດ ກໍຄື ປະເທດຊາດ, ບໍ່ ເອື່ອຍອີງໃສ່ແຕ່ພັກ-ລັດ ກໍຄື ການ ຈັດຕັ້ງ; ບໍ່ຮຽກຮ້ອງຄ່າຕອບແທນ ສູງ ຫລື ເຮັດພໍແລ້ວມື້ແລ້ວວັນໄປ; ໃຫ້ຄະນະບັນນາທິການເອົາໃຈໃສ່ ຝຶກອົບຮົມການຂຽນຂ່າວ-ບົດ ໂດຍ ສະເພາະແມ່ນຂ່າວສືບສວນ-ສອບ ສວນ, ບົດວິເຄາະ, ວິຈານ ແລະ ການຕອບໂຕ້ຫາງສຽງສັງຄົມ; ສືບຕໍ່ຄົ້ນຄວ້າແນວທາງນະໂຍບາຍ ຂອງພັກໃນແຕ່ລະໄລຍະໃຫ້ເລິກ ເຊິ່ງເຖິງຖອງຂຶ້ນກວ່າເກົ່າ ເພື່ອໃຫ້ ມີຂ່າວ, ບົດປະເພດຕ່າງໆຫລາຍ ຂຶ້ນໂດຍສະເພາະຫົວໜ້າພະແນກ, ຮອງຫົວໜ້າພະແນກຕ້ອງເປັນຜູ້ຄົ້ນ ຄວ້າຂີດຂຽນຕາມພາລະບົດບາດ ຄວາມຮັບຜິດຊອບຂອງຕົນໃຫ້ໄດ້ ຢ່າງມີປະສິດທິຜົນ ໂດຍສະເພາະ ບົດທີ່ເວົ້າເຖິງ 3 ວັນປະຫວັດສາດ, ວັນສໍາຄັນຂອງຊາດ, ບົດວຽກດີຄົນ ເດັ່ນ, ບົດສະເໜີ, ບົດຄວາມປະເພດ ຕ່າງໆ, ສ່ອງແສງໃຫ້ເຫັນເຖິງຜົນ ສໍາເລັດຂອງການຈັດຕັ້ງປະຕິບັດ ແນວທາງ, ຜົນສໍາເລັດການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງ ທີ XI ຂອງພັກ, ຂະບວນການແຂ່ງ ຂັນຮັກຊາດ-ພັດທະນາ, ການດໍາ ເນີນກອງປະຊຸມສາມຂັ້ນ ແລະ ຂະ ບວນການກະກຽມກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກ, ລວມ ທັງບົດສາລະຄະດີທີ່ເປັນປະໂຫຍດ ຕໍ່ປະຊາຊົນ; ເພີ່ມຄວາມເອົາໃຈ ໃສ່ຕໍ່ກົນໄກເຮັດວຽກຂອງແຕ່ລະ ພະແນກໃຫ້ມີຄວາມສອດຄ່ອງ ກົມກຽວຂຶ້ນກວ່າເກົ່າ, ກາຍເປັນ ຕ່ອງໂສ້ ເພື່ອປະຕິບັດແຜນການ ແຕ່ລະອາທິດ, ແຕ່ລະເດືອນໃຫ້ ສໍາເລັດ, ສ້າງກົນໄກຄຸ້ມຄອງເພື່ອ ຮັບປະກັນບໍ່ໃຫ້ເກີດຄວາມຜິດພາດ ຕໍ່ແນວທາງ, ດ້ານຫລັກໄວຍະກອນ ແລະ ອື່ນໆ; ອ້າຍນ້ອງເຮັດດີ, ເຮັດ ແທ້ທໍາຈິງຕ້ອງຍ້ອງຍໍຊົມເຊີຍ, ສືບ ຕໍ່ສົ່ງເສີມໃຫ້ມີຄວາມກ້າວໜ້າຂຶ້ນ ເລື້ອຍໆ, ຖ້າຜູ້ໃດມີຄວາມຜິດພາດ ໃນການປະຕິບັດໜ້າທີ່ວິຊາສະເພາະ ກໍຕ້ອງມີລະບຽບຄຸ້ມຄອງຢ່າງຮັດ ກຸມ; ໃຫ້ກະກຽມເນື້ອໃນເພື່ອດໍາ ເນີນກອງປະຊຸມກວດກາປະຈໍາປີ 2025 ຕິດພັນກັບການກະກຽມດໍາ ເນີນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງໜ່ວຍພັກ ໜັງສືພິມປະຊາຊົນ ໃຫ້ສໍາເລັດຕາມແຜນການ; ອອກ ແຮງເຄື່ອນໄຫວສ້າງລາຍຮັບຈາກ ການໂຄສະນາໃຫ້ໄດ້ຫລາຍຂຶ້ນ, ຄົ້ນຄວ້າວິທີການຫາລາຍໄດ້ຈາກ ເຟສບຸກ ແລະ ເວັບໄຊ ຄຽງຄູ່ກັບ ການທວງໜີ້ສິນໃຫ້ໄດ້ເທົ່າທີ່ຈະ ຫລາຍໄດ້; ພະນັກງານທຸກຄົນຕ້ອງ ປະຕິບັດລະບຽບລັດຖະກອນຢ່າງ ເຂັ້ມງວດ; ສ້າງຄວາມສາມັກຄີ ພາຍໃນ ແລະ ພາຍນອກໃຫ້ແໜ້ນ ແຟ້ນຍິ່ງຂຶ້ນ; ປຸກລຸກຂະບວນສ້າງ ຜົນງານຕ້ອນຮັບວັນສໍາຄັນຂອງ ຊາດ, ຂອງພັກ ໂດຍເນັ້ນໃສ່ການ ປະຕິບັດໜ້າທີ່ວິຊາສະເພາະໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນ ເພື່ອຮັບປະກັນບໍ່ໃຫ້ມີຄວາມຜິດ ພາດເກີດຂຶ້ນ. ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==