7093

gsfdko{dkora fmtok a xtgmf]k; ( 15/08/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ຫລາຍພາກ ສ່ວນປະກອບສ່ວນຊຸກຍູ້ກອງປະຊຸມ ໃຫຍ່ຂອງອົງຄະນະພັກແຂວງ ສະໄໝທີ IX ແລະ ຊ່ວຍເຫລືອຜູ້ ປະສົບໄພພິບັດ ຢູ່ແຂວງຊຽງຂວາງ 285 ລ້ານກີບ ໃນວັນທີ 13 ສິງຫາ 2025 ທີ່ຫ້ອງວ່າການແຂວງຊຽງ ຂວາງ, ເຊິ່ງປະກອບມີ: ບໍລິສັດ ແຈງຫົງ ກໍ່ສ້າງເຄຫາ ແລະ ຂົວ ທາງຈຳກັດ 100 ລ້ານກີບ, ບໍລິ ສັດສິຮິໄຊກໍ່ສ້າງ ຈຳກັດ 50 ລ້ານ ກີບ, ບໍລິສັດພັດທະນາກໍ່ສ້າງສີບຸນ ເຮືອງ ຈຳກັດ 50 ລ້ານກີບ, ບໍລິສັດ ບ້ານນາກໍ່ສ້າງ ຈຳກັດ 30 ລ້ານ ກີບ, ບໍລິສັດດວງຕາວັນພັດທະນາ ກໍ່ສ້າງ ຈຳກັດ 30 ລ້ານກີບ ແລະ ບໍລິສັດອິນຊີທອງມໍເຕີຂາອອກຂາເຂົ້າ ຈຳກັດຜູ້ດຽວ 25 ລ້ານກີບ ຕາງໜ້າຮັບໂດຍທ່ານ ບຸນຈັນສີ ວົງ ພັນ ເຈົ້າແຂວງໆຊຽງຂວາງ. ໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ໄດ້ກ່າວສະແດງຄວາມ ຂອບໃຈ ແລະ ຮູ້ບຸນຄຸນມາຍັງ ບັນດາບໍລິສັດດັ່ງກ່າວ ທີ່ເຫັນໄດ້ ຄວາມຈຳເປັນ ແລະ ປະກອບສ່ວນ ຊ່ວຍເຫລືອແຂວງຊຽງຂວາງ ໃນ ຄັ້ງນີ້, ເຊິ່ງເງິນຈຳນວນດັ່ງກ່າວ ຈະນຳໄປປະກອບສ່ວນຮັບໃຊ້ເຂົ້າ ໃນວຽກງານຊ່ວຍເຫລືອຜູ້ປະສົບໄພ ນ້ຳຖ້ວມ ຢູ່ບັນດາເມືອງຕ່າງໆ ເພື່ອ ຟື້ນຟູຊີວິດການເປັນຢູ່ ແລະ ການ ປູກພືດທົດແທນພື້ນທີ່ ທີ່ໄດ້ຮັບຜົນ ເສຍຫາຍ ພ້ອມທັງປະກອບສ່ວນຮັບ ໃຊ້ເຂົ້າໃນວຽກງານ ການດຳເນີນ ກອງປະຊຸມໃຫຍ່ຂອງອົງຄະນະ ພັກແຂວງ ໃຫ້ມີຜົນສຳເລັດ ແລະ ຫວັງວ່າຈະໄດ້ຮັບການຮ່ວມມື ຊ່ວຍເຫລືອຈາກພາກສ່ວນອື່ນໆ ຕື່ມອີກໃນຕໍ່ໜ້າ. ຂ່າວ: ບຸນມີ ແສງທຸມມີ ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2025, ແຂວງອັດຕະ ປື ມີມູນຄ່າການສົ່ງອອກ ແລະ ນໍາ ເຂົ້າສິນຄ້າລວມປະຕິບັດໄດ້ 94 ລ້ານກວ່າໂດລາສະຫະລັດ ເທົ່າກັບ 36% ຂອງແຜນການ, ທຽບໃສ່ ໄລຍະດຽວກັນຂອງປີຜ່ານມາ s]kprkdlj ;o-5 dp6 h dv'xt-5 ,.spj c]t -j ;pgs]n vz6 h xtlq [wrry [a f16 j c0;'-P'0;k' 6 gfn vo8q oxu va f8txn ,u ,6 o7j kdkolqj 'vvdly o7h k 68 ]h ko3f]kltst]a f ເພີ່ມຂຶ້ນກວ່າ 18 ໃນນັ້ນ, ມູນຄ່າ ການສົ່ງອອກ ປະຕິບັດໄດ້ 68 ລ້ານ ໂດລາສະຫະລັດ ເທົ່າກັບ 30% ຂອງແຜນການ. ທ່ານ ທະນູໄຊ ບັນຊາລິດ ຮອງ ເຈົ້າແຂວງອັດຕະປື ໄດ້ລາຍງານ ໃນວາລະຂອງການດໍາເນີນກອງ ປະຊຸມສະໄໝສາມັນ ເທື່ອທີ 9 ຂອງ ສະພາປະຊາຊົນ ແຂວງອັດຕະປື ຊຸດທີ II ເມື່ອບໍ່ດົນມານີ້ວ່າ:ປະເພດ ສິນຄ້າສົ່ງອອກ ລວມມີ: ແຮ່ທາດ, ກະແສໄຟຟ້າ, ແປ້ງມັນຕົ້ນ, ກາກມັນ ຕົ້ນ, ນໍ້າຕານຊາຍ, ກາກນໍ້າຕານ, ຢາງພາລາແຫ້ງ, ມັນຕົ້ນແຫ້ງ, ໝາກກ້ວຍ ແລະ ຜະລິດຕະພັນໄມ້, ສ່ວນການນໍາເຂົ້າສິນຄ້າ 6 ເດືອນ ຜ່ານມາ ປະຕິບັດໄດ້ 26 ລ້ານກວ່າ ໂດລາສະຫະລັດ ເທົ່າກັບ 70% ຂອງແຜນການ, ປະເພດສິນຄ້ານໍາ ເຂົ້າ ລວມມີ: ວັດຖຸອຸປະກອນ, ເຄື່ອງ ອຸປະໂພກ-ບໍລິໂພກ, ນໍ້າມັນເຊື້ອ ໄຟ, ຝຸ່ນຊີວະພາບ, ທາດເຄມີ, ຫົວ ອາຫານສັດ ແລະ ເບ້ຍໄມ້. ທ່ານ ທະນູໄຊ ບັນຊາລິດ ກ່າວ ຕື່ມວ່າ: ໃນອີກ 6 ເດືອນທ້າຍປີນີ້ ອົງການປົກຄອງແຂວງ ຈະສືບ ຕໍ່ຊຸກຍູ້ສົ່ງເສີມການຜະລິດ ແລະ ການບໍລິການຕາມທ່າແຮງບົ່ມຊ້ອນ ຢ່າງຕັ້ງໜ້າກວ່າເກົ່າ ໂດຍເລັ່ງ ໃສ່ການຜະລິດເພື່ອທົດແທນການ ນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ໃຫ້ຫລາຍຂຶ້ນ, ຄຽງຄູ່ກັບການ ເຂັ້ມງວດການນໍາເຂົ້າສິນຄ້າ ແລະ ຄຸ້ມຄອງການຄ້າຂາຍນອກລະບົບ ໃຫ້ເຂົ້າສູ່ລະບຽບກົດໝາຍ, ຊຸກຍູ້ ການຜະລິດກະສິກໍາ-ຫັດຖະກໍາ ແລະ ການບໍລິການ ໂດຍສະເພາະ ການຜະລິດເຄຶ່ອງທີ່ລະນຶກ ທີ່ເປັນ ເອກະລັກຂອງທ້ອງຖິ່ນ ຕິດພັນກັບ ການສົ່ງເສີມສິນຄ້າໜຶ່ງເມືອງໜຶ່ງ ຜະລິດຕິພັນໃຫ້ຫລາຍຂຶ້ນ. ຂ່າວ: ວັດທະນາ lts;a ootg0f 3I,-5 ,o5 ,lts]v' ;a olh k'8a 'co;]k;lh k'-kf7q [Iv[ 75 xu ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ແຂວງ ສະຫວັນນະເຂດ ໄດ້ຈັດພິທີໂຮມ ຊຸມນຸມ ເນື່ອງໃນໂອກາດສະເຫລີມ ສະຫລອງວັນສ້າງຕັ້ງແນວລາວ ສ້າງຊາດ ຄົບຮອບ 75 ປີ(13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 13 ສິງຫາ 2025 ຢູ່ຫໍວັດ ທະນະທໍາ ໄກສອນ ພົມວິຫານໂດຍ ມີ ສະຫາຍ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານພັກແຂວງ,ເຈົ້າ ແຂວງສະຫວັນນະເຂດ, ສະຫາຍ ຄໍ າ ເ ກິ່ ງ ສຸ ດ ທິ ເ ດ ດ ຮັ ກ ສ າ ການ ປະທານແນວລາວສ້າງ ຊາດແຂວງ , ມີຮອງ ເລຂາພັກ ແ ຂ ວ ງ , ຮ ອ ງ ເ ຈົ້ າ ແ ຂ ວ ງ , ຄະນະປະຈຳພັກແຂວງ,ກຳມະການ ພັກແຂວງ, ຄະນະກົງສຸນໃຫຍ່ ຫວຽດນາມປະຈໍາແຂວງ, ຄະນະ ກົງສຸນໃຫຍ່ຣາຊະອານາຈັກໄທ ປະຈໍາແຂວງ,ພະນັກງານປະຕິວັດ ອາວຸໂສບໍານານ, ຄະນະກໍາມະ ການສູນກາງແນວລາວສ້າງ ຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ຜ່ານການຖ່າຍທອດສົດ ຈາກສູນກາງແນວລາວສ້າງຊາດ. ໃນພິທີໄດ້ຮັບຟັງການປາໄສເຖິງ ການກໍາເນີດ ແລະ ການເຕີບໃຫຍ່ ຂະຫຍາຍຕົວຂອງແນວລາວ ສ້າງຊາດ ໂດຍຍົກໃຫ້ຜົນງານ ພົ້ນເດັ່ນຂອງແນວລາວສ້າງຊາດ ໃນແຕ່ລະໄລຍະ ຄື: ໄລຍະແນວ ລາວອິດສະຫລະແຕ່ປີ 19501956 ແນວລາວອິດສະຫລະ ໄດ້ ປະຕິບັດບົດບາດອອກໜ້າແທນ ພັກໃນການເຕົ້າໂຮມກ້ອນກໍາລັງ ສໍາພັນທະພາບ ລະຫວ່າງຊົນຊັ້ນ ກຳມະກອນ-ຊາວກະສິກອນ ແລະ ບັນດາກຳລັງການເມືອງ, ການ ຈັດຕັ້ງສັງຄົມຕ່າງໆ, ອອກແຮງ ເຕົ້າໂຮມຄວາມສາມັກຄີປອງ ດອງທົ່ວປວງຊົນລາວຜູ້ຮັກຊາດ ແລະ ສຳພັນພິເສດກັບກອງທັບ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງ, ສໍາພັນ 3 ຊາດອິນດູ ຈີນ. ໄລຍະແນວລາວຮັກຊາດ ປີ 19561979 ໂດຍເຕົ້າໂຮມທຸກກຳລັງ ຮັກຊາດ, ຜູ້ຊົງຄຸນວຸທິ, ຜູ້ມີທ່າ ອ່ຽງຮັກສັນຕິພາບ ແລະ ກ້າວໜ້າ ໃນເຂດສັດຕູ, ຈັດຕັ້ງກອງປະຊຸມ ປະສົມການເມືອງລະຫວ່າງ ແນວ ລາວຮັກຊາດ ກັບກຳລັງເປັນກາງ ຮັກຊາດ ຄັ້ງວັນທີ 13 ຕຸລາ 1965 ຢູ່ແຂວງຫົວພັນ ເພື່ອຕີເອົາໄຊຊະນະ ສັດຕູໃນທຸກໆບັ້ນຮົບທັງບັ້ນຮົບ ນ້ອຍ-ໃຫຍ່ຢ່າງມີໄຊ. ປຸກລະດົມ ຂະບວນການມະຫາຊົນເຂົ້າລວມ ລາວ ຄັ້ງທີ 3, ປະຕິບັດສັນຍາອະນຸສັນຍາວຽງຈັນ ວັນທີ 21 ກຸມພາ 1973; ລຸກຮືຂຶ້ນຢຶດອໍາ ນາດການປົກຄອງທົ່ວປະເທດ ວັນທີ 23 ສິງຫາ 1975 “ແບບບົວບໍ່ ຊໍ້ານໍ້າບໍ່ຂຸ່ນ”; ສະຖາປະນາ ສປປ ລາວ ວັນທີ 2 ທັນວາ 1975. ພາຍຫລັງປະເທດຊາດໄດ້ຮັບການ ປົດປ່ອຍຢ່າງສົມບູນ, ພັກໄດ້ເຄື່ອນ ໄຫວເປີດເຜີຍ, ມີອົງການລັດເຮັດ ບົດບາດບໍລິຫານຄຸ້ມຄອງ, ແນວ ລາວຮັກຊາດໄດ້ຍົກສູງບົດບາດໃນ ການເຕົ້າໂຮມກ້ອນກຳລັງສາມັກຄີ ປອງດອງທົ່ວປວງຊົນ,ໂຄສະນາ- ສຶກສາອົບຮົມປະຊາຊົນຢ່າງ ກວ້າງຂວາງ, ເສີມຂະຫຍາຍສິດ ເປັນເຈົ້າຂອງປະຊາຊົນ, ປຸກລະດົມ ປະຊາຊົນບັນດາເຜົ່າປະຕິບັດແຜນ ນະໂຍບາຍຮຳບາດແຜສົງຄາມ. ໄລຍະປີ 1979-1993 ພັກໄດ້ ນໍາພາແນວລາວຮັກຊາດ ດໍາເນີນ ກອງປະຊຸມໃຫຍ່ ແລະ ໄດ້ປ່ຽນຊື່ ຈາກແນວລາວຮັກຊາດ ມາເປັນ ແນວລາວສ້າງຊາດຈົນເຖິງປະຈຸບັນ; ໄລຍະ 2020-2025 ເປັນໄລຍະທີ່ ສະພາບສາກົນ, ພາກພື້ນມີຄວາມ ສັບສົນ ແລະ ພາຍໃນປະເທດມີ ຄວາມຫຍຸ້ງຍາກດ້ານເສດຖະກິດ, ການເງິນ, ເງິນຕາ, ການແຜ່ລະ ບາດຂອງພະຍາດໂຄວິດ-19 ແລະ ປະສົບກັບໄພພິບັດທຳມະຊາດ ຢ່າງໜັກໜ່ວງ ໄດ້ສົ່ງຜົນກະທົບຕໍ່ ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນ ລາວບັນດາເຜົ່າ. ແຕ່ພາຍໃຕ້ການ ນໍາພາຂອງພັກ, ລັດຖະບານ, ແນວ ລາວສ້າງຊາດ, ຄະນະພັກ-ອົງການ ປົກຄອງແຕ່ລະຂັ້ນຍັງຮັກສາ ໄດ້ຄວາມສາມັກຄີເປັນປຶກແຜ່ນ ພາຍໃນຊາດ ໂດຍມະຕິກອງປະຊຸມ ໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວ ປະເທດ ຄັ້ງທີ 11 ໄດ້ກຳນົດ 4 ການ ຫັນປ່ຽນ ໃນວຽກງານແນວໂຮມ. ໂດຍລວມແລ້ວ ແນວລາວສ້າງ ຊາດເປັນສ່ວນປະກອບສໍາຄັນ ທີ່ຕັດແຍກບໍ່ໄດ້ໃນລະບົບການ ເມືອງປະຊາທິປະໄຕ ປະຊາຊົນ ທີ່ ມີພັກປະຊາຊົນປະຕິວັດລາວ ເປັນ ແກນນໍາ; ວຽກງານແນວໂຮມໃນ ໄລຍະໃໝ່ ແມ່ນເສີມສ້າງມະຫາ ສາມັກຄີປວງຊົນລາວ, ແມ່ນການ ເຕົ້າໂຮມກຳລັງແຮງທົ່ວສັງຄົມ ແລະ ວຽກງານແນວໂຮມແມ່ນ ຄວາມຮັບຜິດຊອບ ໂດຍກົງຂອງ ພັກ ແລະ ລັດ ກໍຄື ແນວລາວສ້າງ ຊາດ ແລະ ອົງການຈັດຕັ້ງມະຫາຊົນ ແຕ່ລະຂັ້ນ ເຊິ່ງພັກເປັນຄັນທຸງ, ເປັນ ແກ່ນກາງຂອງວຽກງານແນວໂຮມ ແລະ ແນວລາວສ້າງຊາດ ເປັນອົງ ການສໍາຄັນທາງການເມືອງ-ສັງຄົມ, ເປັນອົງການຫລັກແຫລ່ງ, ເປັນ ເຈົ້າການເຕົ້າໂຮມຄວາມສາມັກຄີ ປະຊາຊົນທຸກຊັ້ນຄົນ, ຊົນເຜົ່າ, ເພດ ໄວ, ສາສະໜາ, ພີ່ນ້ອງລາວຢູ່ ຕ່າງປະເທດ ຊ່ວຍພັກ ແລະ ລັດໃນ ແຕ່ລະຂັ້ນ. h dkooeg,n v'30' -5 dp6 h d5 j ,zt]y fdtly de x6 dza d.ogIn voIq j ,16 j [h kofvos;f ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ທ່ານ ສະເຫລີມ ໄຊ ແສງສຸລິຍະວົງ ຮອງປະທານ ຄະນະກຳມະການປົກຄອງ ເມືອງ ໂຂງ ພ້ອມດ້ວຍຄະນະ ເຄື່ອນໄຫວ ຊຸກຍູ້ການຜະລິດກະສິກຳປູກພືດຜັກ ໃນເຮືອນຮົ່ມ ຂອງປະຊາຊົນ ຢູ່ບ້ານ ດອນຫວດ ເມືອງໂຂງ ແຂວງຈຳ ປາສັກ ໃນວັນທີ 12 ສິງຫາ 2025 ຜ່ານມານີ້. ທ່ານ ສອນໄຊ ພົມມະວົງ ປະທານບໍລິສັດແມ່ຂອງສົ່ງເສີມ ກະສິກຳ ແລະ ການຄ້າ ຂາອອກ- ຂາເຂົ້າຈຳກັດ ໄດ້ລາຍງານວ່າ: ການປູກຝັງແມ່ນນອນໃນຮູບແບບ 2+3 ຄື: ປະຊາຊົນເປັນແຮງງານ ແລະ ເນື້ອທີ່ ພາກລັດສົ່ງເສີມດ້ານ ເຕັກນິກວິຊາການ ແລະ ບໍລິສັດ ແມ່ນສະໜອງທຶນ ແລະ ຕະຫລາດ ຈຳໜ່າຍ ສະເພາະການຕະຫລາດ ເບື້ອງຕົ້ນ ແມ່ນເພື່ອສະໜອງ ຕະຫລາດພາຍໃນເມືອງ ໃຫ້ພຽງພໍ ແລະ ສົ່ງອອກ ເຊິ່ງຕິດພັນກັບ ການຈັດຕັ້ງຜັນຂະຫຍາຍມະຕິ 04/ກມສພ ວ່າດ້ວຍການສ້າງ ເສດຖະກິດເອກະລາດ ເປັນເຈົ້າ ຕົນເອງ. ປັດຈຸບັນການປູກຜັກເຮືອນ ຮົ່ມມີ 3 ຈຸດຄື: ຈຸດບ້ານເຕົ້າປຸງ ມີສະມາຊິກ 8 ຄອບຄົວ; ຈຸດບ້ານ ດອນພະເພັງ ມີ 12 ຄອບຄົວ ແລະ ຈຸດບ້ານດອນຫວດ ມີ3 ຈຸດ ມີເຮືອນ ຮົ່ມ 8 ຫລັງ ມີສະມາຊິກ 9 ຄອບຄົວ, ເຊິ່ງໃນຕໍ່ໜ້າພາຍຫລັງສຳເລັດການ ປັກດຳເຂົ້ານາປີແລ້ວ ແມ່ນຈະສືບຕໍ່ ປຸກລະດົມຮັບສະມາຊິກເຂົ້າຕື່ມອີກ. ທ່ານ ສອນໄຊ ພົມມະວົງ ໃຫ້ຮູ້ ຕື່ມວ່າ: ໃນຕໍ່ໜ້າທາງອຳນາດການ ປົກຄອງເມືອງ ຍັງຈະສືບຕໍ່ສົ່ງເສີມ ການປູກເຂົ້າປອດສານພິດ ແບບ ເປັນກຸ່ມການຜະລິດ, ເຊິ່ງປະກອບມີ ເຂດບ້ານນາແສນພັນ, ບ້ານເຕົ້າປຸງ ໃນເນື້ອທີ່ 100 ເຮັກຕາ ແລະ ການ ຂະຫຍາຍ ແມ່ນຈະໄດ້ເນັ້ນໃສ່ບ້ານ ທີ່ມີຫົວງານຊົນລະປະທານແລ້ວ ແຕ່ ບໍ່ມີປ້ຳນ້ຳ ລວມທັງເຂດບ້ານເກາະ ດອນ. ສະເພາະໃນປີ 2025 ເມືອງ ໂຂງຈະສູ້ຊົນໃຫ້ໄດ້ 1.200 ເຮັກຕາ ຕາມແຜນການທີ່ວາງໄວ້. ຂ່າວ-ພາບ: ສົມປອງ h

RkJQdWJsaXNoZXIy MTc3MTYxMQ==