glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 15/08/2025 glf4tdy f{la '7q , ແຫລ່ງຂ່າວໜັງສືພິມຈຳປາໃໝ່່ ງ່ າັ ງື ພິມ່ 7 gfn vo8Q oxu c0;'9exkla d fb 'f6 foa dmj v'mj P; rkp.o c]t 8j k'xtgmf wfh 426.126 gmn j v7q o lnj ,;o-q og7nj vows;gda [de0j k; ;Pd'kol5 0trk[9tg]u ora o 16j s];'rt[k' * ສູນສະຖິຕິ ແລະ ຂ່າວສານ ສາທາລະນະສຸກ, ກະຊວງສາທາ ລະນະສຸກ ໄດ້ນໍາພາສື່ມວນຊົນ ຈາກສູນກາງ ແລະ ແຂວງຫລວງ ພະບາງ ເຄື່ອນໄຫວເກັບກໍາຂ່າວບົດ ກ່ຽວກັບວຽກງານສຸຂະພາບ ຈະເລີນພັນຢູ່ຂັ້ນແຂວງ ແລະ ເມືອງ ໃນລະຫວ່າງວັນທີ 1116 ສິງຫາ 2025 ທີ່ແຂວງ ຫລວງພະບາງ ເພື່ອມາຂຽນເປັນ ຂ່າວ-ບົດ ແລະ ເຜີຍແຜ່ອອກ ສູ່ສັງຄົມ ໂດຍໄດ້ຮັບການສະໜັບ ສະໜູນຈາກອົງການສະຫະປະຊາ ຊາດກອງທຶນສຳລັບປະຊາກອນ (UNFPA). ການລົງເກັບກໍາຂ່າວ-ບົດ ໃນ ຄັ້ງນີ້, ກໍເພື່ອເຮັດໃຫ້ວຽກງານ ສຸຂະພາບຈະເລີນພັນ ມີການປະ ເມີນຜົນໄດ້ເຖິງດ້ານປະສິດທິພາບ ແລະ ຄວາມປົກກະຕິ, ພ້ອມທັງ ໃຫ້ຊ່ອງທາງໃນການເຂົ້າຫາ ແຫລ່ງຂໍ້ມູນ ແລະ ໃຫ້ມີທາງ ເລືອກທີ່ປອດໄພ, ມີປະສິດທິພາບ, ລາຄາບໍ່ແພງ ແລະ ວິທີການຄຸມ ກຳເນີດທີ່ສາມາດຍອມຮັບໄດ້ ພ້ອມທັງມີຊ່ອງທາງເຂົ້າເຖິງ ການກວດຫາ ແລະ ການປິ່ນປົວ ພະຍາດທີ່ກ່ຽວພັນກັບສຸຂະພາບ ຈະເລີນພັນ. ນອກຈາກນັ້ນ, ຍັງ ເປັນການສົ່ງເສີມໃຫ້ປ້ອງກັນ ຕົນເອງຈາກພະຍາດຕິດຕໍ່ທາງ ເພດສຳພັນ ແລະ ການເຂົ້າເຖິງ ຂໍ້ມູນທີ່ຊ່ວຍໃຫ້ມີການຕັດສິນໃຈ ເລື່ອງການເອົາລູກ, ແມ່ຍິງຕ້ອງ ສາມາດເຂົ້າເຖິງການບໍລິການ ທີ່ສາມາດຊ່ວຍເຂົາເຈົ້າໃນດ້ານ ການຖືພາທີ່ແຂງແຮງ, ການເກີດ ລູກຢ່າງປອດໄພ ແລະ ການມີລູກ ທີ່ສຸຂະພາບດີ. ປັດຈຸບັນ ລັດຖະບານລາວ ກໍ ໄດ້ໃຫ້ຄວາມສໍາຄັນຫລາຍ ໃນ ການເລັ່ງມືປະຕິບັດວຽກງານດັ່ງ ກ່າວ ເພື່ອໃຫ້ທຸກຄົນໃນ ສປປ ລາວ ສາມາດເຂົ້າເຖິງການດູແລ ສຸຂະພາບດ້ານເພດ ແລະ ຈະເລີນ ພັນ, ເພື່ອຫລຸດຜ່ອນການຕາຍ ຂອງແມ່ທີ່ປ້ອງກັນໄດ້ທົ່ວປະເທດ ແລະ ມອບການຊ່ວຍເຫລືອດ້ານ ການວາງແຜນຄອບຄົວທີ່ສຸມໃສ່ ແມ່ຍິງ ແລະ ເດັກຍິງທີ່ຖືກປ່ອຍ ປະໄວ້ຂ້າງຫລັງຕື່ມອີກ. * ຕາມການໃຫ້ຮູ້ທ່ານວັນນະໄຊ ຊາດຕະກຸນ ຫົວໜ້າພະແນກ ວັດ ທະນະທຳ ແລະ ທ່ອງທ່ຽວແຂວງ ຈໍາປາສັກ ເມື່ອບໍ່ດົນມານີ້ວ່າ: ໃນ 7 ເດືອນຕົ້ນປິ 2025 ແຂວງຈໍາ ປາສັກ ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງ ທ່ຽວແຂວງຈຳປາສັກ ທັງໝົດ 426.126 ເທື່ອຄົນ, ໃນນັ້ນ ປະກອບມີນັກທ່ອງທ່ຽວພາຍໃນ 172.773 ເທື່ອຄົນ, ນັກທ່ອງທ່ຽວ ຊາຍແດນ 73.142 ເທື່ອຄົນ, ນັກ ທ່ອງທ່ຽວສາກົນ 180.211 ເທື່ອ ຄົນ, ທຽບໃສ່ແຜນປີ (350.958 ເທື່ອຄົນ) ປະຕິບັດໄດ້ 121%, ສາ ມາດສ້າງລາຍຮັບຈາກການທ່ອງ ທ່ຽວໄດ້ 55.090.990 ໂດລາ ສະຫະລັດ, ທຽບໃສ່ໄລຍະດຽວ ປີ 2024 ເພີ່ມຂຶ້ນ 8% ເຊິ່ງໄດ້ ປະກອບສ່ວນອັນສຳຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ. ແຂວງຈຳປາສັກເປັນອີກແຂວງ ໜຶ່ງທີ່ອຸດົມສົມບູນໄປດ້ວຍຊັບພະ ຍາກອນທຳມະຊາດ ເປັນຕົ້ນ: ປ່າ ໄມ້, ພູຜາ, ແມ່ນ້ຳລຳເຊ, ບໍ່ແຮ່... ມີປ່າສະຫງວນແຫ່ງຊາດ 3 ແຫ່ງ : ເຊປ່ຽນ, ດົງຫົວສາວ ແລະ ພູຊຽງ ທອງ ແລະ ປ່າສະຫງວນຂອງ ແຂວງທີ່ເຕັມໄປດ້ວຍສັດສາວາ ສິ່ງ ແລະ ຊີວະນາໆພັນ ເຊິ່ງເປັນ ສະຖານທີ່ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ, ພິ ເສດແຂວງຈຳປາສັກ ມີແຫລ່ງ ທ່ອງທ່ຽວທີ່ໂດດເດັ່ນທາງດ້ານ ວັດທະນະທຳ, ວັດຖຸບູຮານ, ປະ ຫວັດສາດ ແລະ ທຳມະຊາດທີ່ລືຊື່ ຫລາຍແຫ່ງເປັນຕົ້ນ ສະຖານທີ່ວັດ ພູຈຳປາສັກ ມໍລະດົກໂລກແຫ່ງທີ່ ສອງຂອງ ສປປ ລາວ, ແຫລ່ງ ທ່ອງທ່ຽວນ້ຳຕົກຄອນພະເພັງໃຫຍ່ ທີ່ສຸດໃນຕາເວັນອອກສຽງໃຕ້, ສວນກາເຟປາກຊ່ອງອັນສວຍງາມ ເຢັນສະບາຍ, ນ້ຳຕາດຜາສ້ວມ, ນ້ຳຕົກຕາດຟານ, ຕາດເຍືອງ, ຕາດ ອີ່ຕູ້, ນ້ຳຕົກຕາດຢືກຕາເສືອ-ຕາດ ຄູ່ ແລະ ສະຖານທີ່ທ່ອງທ່ຽວທີ່ມີ ຊື່ສຽງອື່ນໆ, ປຽບເໝືອນສະຫວັນ ຂອງນັກທ່ອງທ່ຽວເລີຍກໍວ່າໄດ້ ບໍ່ ວ່າຈະເປັນນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ ກໍ່ລ້ວນແລ້ວ ແຕ່ຢາກເດີນທາງມາທ່ຽວຊົນນະ ຄອນຈຳປາສັກແຫ່ງນີ້ ແລະ ກໍ ເປັນຈຸດໝາຍປາຍທາງຂອງນັກ ທ່ອງທ່ຽວເລີຍກໍວ່າໄດ້ ເປັນຕົ້ນຢູ່ ເມືອງປາກຊອງທີ່ນັກທ່ອງທ່ຽວ ນິຍົມໄປທ່ຽວຫລາຍທີ່ສຸດ ເນ່ືອງ ຈາກວ່າເປັນເມືອງທີ່ມີຄວາມພິເສດ ທາງດ້ານພູມອາກາດໜາວເຢັນຕະ ຫລອດປີ, ມີສະຖານທີ່ທ່ອງທ່ຽວ ທາງທຳມະຊາດອັນສວຍສົດງົດ ງາມ ໂດຍສະເພາະແມ່ນແຫລ່ງທ່ອງ ທ່ຽວນ້ຳຕົກຕາດອັນທີ່ໂດດເດັ່ນ ແມ່ນ: ນ້ຳຕົກຕາດເຍືອງ, ນ້ຳຕົກ ຕາດຟານ, ນ້ຳຕົກຕາມອີຕູ້, ນ້ຳຕົກ ຕາດຈຳປີ, ນ້ຳຕົກຕາກເຊກະຕາມ ຕົກ, ຕາດມ່ວນ, ດ່ານສີນໄຊ ແລະ ດ່ານໜອງຫລວງປ່າແປກ ແລະ ພູ ໄຟເທວະດາ ເຫລົ່ານີ້ເປັນຕົ້ນ.
RkJQdWJsaXNoZXIy MTc3MTYxMQ==