15/08/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 75 o'k,7;k,fu dkoxt8y ;a fmuj gxa ove,t8t0v'ltskp dy , vy o -5 ' *ເພື່ອເປັນການລະນຶກເຖິງ ວັນດັ່ງກ່າວ, ປະຊາຊົນ ສປປ ເກົາຫລີ ກຳລັງວາງພວງມາລາ ເພື່ອລະນຶກເຖິງຄຸນງາມຄວາມດີ ຂອງສະຫາຍ ກິມ ອິນ ຊຸງ ແລະ ຫວນຄືນຄວາມຮູ້ສຶກອັນເລິກເຊິ່ງ ໃນການຄົ້ນຄວ້າອັນເປັນອຳມະຕະ ຂອງເພິ່ນໃນການປົດປ່ອຍຊາດ ແລະ ສ້າງສາປະເທດຊາດ. ສະ ຫາຍໄດ້ນໍາປະຊາຊົນຜ່ານຜ່າ ຄວາມຫຍຸ້ງຍາກລໍາບາກໃນສົງ ຄາມໄປສູ່ໄຊຊະນະ, ບັນລຸເປົ້າໝາຍ ປະຫວັດສາດຂອງການປົດປ່ອຍ ປະເທດຊາດ ແລະ ກໍ່ສ້າງປະເທດ ໃຫ້ເປັນລັດເອກະລາດອະທິປະໄຕ ແລະ ເປັນປະເທດສັງຄົມນິຍົມທີ່ ໄດ້ຮັບໄຊຊະນະຂອງການປະຕິ ວັດຈູເຈ. ໃນຕົ້ນຊຸມປີແຫ່ງການປະຕິວັດ ຂອງຕົນ, ສະຫາຍ ກິມ ອິນ ຊຸງ ຖື ຫລັກປັດຊະຍາທີ່ວ່າການເພິ່ງພາ ອາໄສກຳລັງຈາກຕ່າງປະເທດຈະ ບໍ່ນຳໄປສູ່ການປົດປ່ອຍປະເທດ ຊາດ, ຍຶດໝັ້ນແນວຄວາມຄິດ ເອກະລາດຂອງປະເທດຊາດ ແລະ ຄວາມມານະພະຍາຍາມຂອງ ພວກເຮົາເອງ - ແນວຄິດສຳເລັດ ການປະຕິວັດເກົາຫລີ ດ້ວຍກຳລັງ ແຮງຂອງປະຊາຊົນເກົາຫລີ. ສະ ຫາຍໄດ້ວາງເສັ້ນທາງອັນເປັນ ເອກະລັກສະເພາະຂອງການໂຮມ ປະເທດຊາດເປັນເອກະພາບຕ້ານ ສັດຕູ ແລະ ການຕໍ່ຕ້ານຂອງທຸກຄົນ ໃນທົ່ວປວງຊົນ, ພ້ອມທັງໄດ້ປຸກ ລະດົມທົ່ວປວງຊົນລຸກຮືຂຶ້ນເປັນ ອັນໜຶ່ງອັນດຽວກັນດ້ວຍກຳລັງ ອາວຸດໃນການຕໍ່ຕ້ານສັດຕູໃນທົ່ວ ປະເທດ, ດ້ວຍເຫດນີ້ຈຶ່ງເຮັດໃຫ້ ເສັ້ນທາງປະຫວັດສາດແຫ່ງການ ປົດປ່ອຍປະເທດຊາດບັນລຸຜົນ ສຳເລັດ. ອາດເວົ້າໄດ້ວ່າການປົດປ່ອຍ ປະເທດຊາດແມ່ນການຫວນຄືນ ການປະຕິວັດຕໍ່ສູ້ທີ່ແກ່ຍາວມາເປັນ ເວລາ 20 ປີພາຍໃຕ້ການນຳພາ ຂອງສະຫາຍ ກິມ ອິນ ຊຸງ ພ້ອມ ທັງເປັນການສະຫລຸບການຕໍ່ສູ້ຂອງ ວິລະຊົນໃນທົ່ວປວງຊົນ. ດ້ວຍວິທີ ດັ່ງກ່າວນີ້, ການປົດປ່ອຍປະເທດ ໄດ້ນຳໄປສູ່ການກໍ່ສ້າງສັງຄົມນິຍົມ ທີ່ມີຈຸດໃຈກາງຂອງມະຫາຊົນ ແລະ ລັດສັງຄົມນິຍົມທີ່ເປັນອິດສະ ລະບໍ່ໄດ້ຮັບຜົນກະທົບຈາກການ ເຄື່ອນໄຫວໃດໆ. ພາຍຫລັງການ ປົດປ່ອຍ, ສະຫາຍ ກິມ ອິນ ຊຸງ ໄດ້ສຳເລັດ 3 ວຽກງານກໍ່ສ້າງ ພັກ, ລັດ ແລະ ກອງທັບໃນໄລຍະ ເວລາອັນສັ້ນ ແລະ ພັດທະນາ ປະເທດ ສປປ ເກົາຫລີ ຈາກລັດ ກະສິກອນທີ່ມີຄວາມຫລ້າຫລັງ, ເປັນປະເທດເອກະລາດ ແລະ ເປັນ ປະເທດສັງຄົມນິຍົມຈູເຈໃຫ້ໂລກມີ ຄວາມອິດສາ. ປັດຈຸບັນ ສປປ ເກົາຫລີ ໄດ້ຮັບ ການຟື້ນຟູໂດຍສະຫາຍກິມອິນຊຸງ ແລະ ພັດທະນາໂດຍສະຫາຍ ກິມ ເຈິງ ອິນ, ແມ່ນປະຕິບັດຕາມ ເສັ້ນທາງອັນສັກສິດຂອງການ ພັດທະນາຂອງຕົນພາຍໃຕ້ການ ນໍາພາຂອງສະຫາຍ ກິມ ເຈິງ ອຸນ ທີ່ເຄົາລົບເຊິ່ງກໍາລັງປະຕິບັດໃນ ພາລະກິດປະຕິວັດຂອງແບກດູທີ່ ສະຫລາດສ່ອງໃສ. ຕາມຄວາມເປັນຈິງແລ້ວ, ຄວາມມຸ່ງມາດປາຖະໜາອັນຮັກ ຊາດທີ່ສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ ທີ່ເຄົາລົບ ນັບຖື, ສະຫາຍ ກິມ ເຈິງ ອຸນ ໄດ້ ວາງແຜນການສ້າງມະຫາອຳນາດ ໂລກໃຫ້ເຂັ້ມແຂງ ແລະ ຮຸ່ງເຮືອງ ຕະຫລອດໄປ ແລະ ໃນປັດຈຸບັນ ພວມນຳພາການຕໍ່ສູ້ໄປເຖິງຈຸດ ໝາຍຄືສ້າງສາປະເທດຊາດໃຫ້ ຊາວໂລກມີຄວາມອິດສາ. ກຳລັງ ແຮງລວມແຫ່ງຊາດໄດ້ຮັບການ ເສີມຂະຫຍາຍຢ່າງສູງ ແລະ ສປປ ເກົາຫລີ ໄດ້ຢືນຢູ່ແຖວໜ້າຂອງ ປະເທດທີ່ມີຄວາມເຂັ້ມແຂງທາງ ດ້ານທະຫານທີ່ບໍ່ມີໃຜສາມາດ ຮຸກຮານ. ພາລະບົດບາດຂອງ ສປປ ເກົາຫລີ ນັບມື້ນັບສູງເດັ່ນ ຂຶ້ນກວ່າເກົ່າໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະສາຍພົວພັນ ມິດຕະພາບ ແລະ ຄວາມສາມັກຄີ ລະຫວ່າງ ສປປ ເກົາຫລີ ແລະ ບັນດາປະເທດສັງຄົມນິຍົມໄດ້ຮັບ ການເພີ່ມທະວີຍິ່ງໆຂຶ້ນກວ່າເກົ່າ ແລະ ຮັບປະກັນໃຫ້ການປົກປັກ ຮັກສາສະພາບແວດລ້ອມແຫ່ງສັນ ຕິພາບ ແລະ ສະຖຽນລະພາບຢູ່ ແຫລມ ເກົາຫລີ ຢ່າງໝັ້ນຄົງ. ສະຫາຍ ກິມ ເຈິງ ອຸນ ໄດ້ ທັບມ້າງຄວາມອວດອ້າງຂອງ ການກະທໍາສົງຄາມຂອງພວກ ຈັກກະພັດ ແລະ ປະກອບສ່ວນອັນ ພົ້ນເດັ່ນໃນການສ້າງສັນຕິພາບ ແລະ ສະຖຽນລະພາບຂອງໂລກ, ພາລະກິດຄວາມເປັນເອກະລາດ ເພື່ອມະນຸດຊາດ, ໂດຍໄດ້ຮັບການ ຍ້ອງຍໍສັນລະເສີນຈາກສາກົນ ແລະ ເປັນຜູ້ປົກປ້ອງທີ່ຍິ່ງໃຫຍ່ ຂອງຄວາມຍຸດຕິທໍາ. ຍ້ອນມີສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານ ເກົາຫລີ, ປະທານກິດຈະການ ແຫ່ງລັດ ແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ, ຄຸນງາມຄວາມດີອັນຍິ່ງໃຫຍ່ ຂອງສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ ຈະຍືນຍົງຕະ ຫລອດໄປ. (ວັນທີ 15 ສິງຫາ ແມ່ນ ວັນຄົບຮອບ 80 ປີ ແຫ່ງວັນປົດປ່ອຍເກົາຫລີ)ັີິ່ັົີ່ັົ່ົີ ສ້າງຄວາມເຂັ້ມແຂງ...້ັ້ ສື່ມວນຊົນ ຕ້ອງພັດທະນາ...ື່ົ້ັ ຮັບຮອງຜົນການປະເມີນ...ັົີ ຫາລືແກ້ໄຂບັນຫາ...ື້ັ ກົມຊົນລະປະທານ...ົົ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ພະແນກ ສາທາລະນະສຸກ ແຂວງຫລວງພະ ບາງ ຈັດຝຶກອົບຮົມວຽກງານບໍລິ ຫານໂຮງໝໍ ໄລຍະສັ້ນໃຫ້ຄະນະ ນຳຂັ້ນໂຮງໝໍເມືອງ ໃນທົ່ວແຂວງ ຫລວງພະບາງ ໃນວັນທີ 11 ສິງຫາ 2025 ໂດຍເປັນປະທານຮ່ວມຂອງ ທ່ານ ດຣ ສົມໃຈ ລາດຊະວົງ ຮອງ ອະທິການບໍດີມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ທ່ານ ດຣ ທອງພຸດ ສຸກກະເສີມ ຮອງຫົວໜ້າ ພະແນກສາທາລະນະສຸກ ແຂວງ ຂປລ. ກອງປະຊຸມປຶກສາຫາລື ການແກ້ໄຂບັນຫາການລັກລອບ ຂຸດຄົ້ນຊັບພະຍາກອນທຳມະຊາດ (ແຮ່ທາດ) ລະຫວ່າງຄະນະສະ ເພາະກິດ 47/ນຍ ແລະ ຄະນະສະ ເພາະກິດນະຄອນຫລວງວຽງຈັນ ຈັດຂຶ້ນວັນທີ 14 ສິງຫາ 2025 ໂດຍ ການເປັນປະທານຮ່ວມຂອງທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ, ມີບັນດາຄະນະ ສະເພາະກິດ 47/ນຍ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ພົນຕີ ສາຍໃຈ ກົມມະສິດ ໄດ້ກ່າວວ່າ: ເພື່ອຕິດຕາມກວດກາ, ຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະ ຕິ, ຄຳສັ່ງຕ່າງໆຂອງລັດຖະບານ ກ່ຽວກັບການຕິດຕາມ, ກວດກາ, ແກ້ໄຂບັນຫາການລັກລອບຂຸດຄົ້ນ ຊັບພະຍາກອນທຳມະຊາດເປັນຕົ້ນ ແມ່ນການຂຸດຄົ້ນແຮ່ຄຳຕົກຂ້ອນຢູ່ ນະຄອນຫລວງວຽງຈັນ ເຊິ່ງບັນຫາ ດັ່ງກ່າວ, ເປັນວຽກງານທີ່ສໍາຄັນທີ່ ພາກພື້ນ ແລະ ສາກົນ ໄດ້ເອົາໃຈ ໃສ່ໃນການຄຸ້ມຄອງ ແລະ ປົກປັກ ຮັກສາ. ໃນຕົ້ນປີ 2025 ລັດຖະບານ ໄດ້ອອກຄໍາສັ່ງເລກທີ 06/ນຍ ວ່າ ດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາແຮ່ຄໍາຕົກຂ້ອນ ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການ ຂຸດຄົ້ນແຮ່ທາດຕ່າງໆ ໃນຂອງເຂດ ທົ່ວປະເທດ ເຊິ່ງໃນຄໍາສັ່ງແມ່ນໃຫ້ ຢຸດຕິຖາວອນການອະນຸຍາດໃຫ້ ຂຸດຄົ້ນແຮ່ຄໍາຕົກຂ້ອນທຸກຮູບແບບ ໃນຂອບເຂດທົ່ວປະເທດ. ພ້ອມກັນ ຜູ້ອຳນວຍການໃຫຍ່ໂທລະພາບ ເອັມວີລາວ ໄດ້ໃຫ້ສໍາພາດໃນ ໂອກາດເຂົ້າຮ່ວມງານສຳມະນາ ວິທະຍາສາດເນື່ອງໃນໂອກາດ ສະເຫລີມສະຫລອງວັນສື່ມວນ ຊົນ ແລະ ການພິມຈຳໜ່າຍ ຄົບ ຮອບ 75 ປີ (13/08/195013/08/2025) ໃນວັນທີ 12 ສິງຫາ 2025 ຜ່ານມາໂດຍທ່ານໄດ້ (ຕ້ານແລ້ງ-ຕ້ານຖ້ວມ) ໂດຍໄດ້ ແຕ່ງຕັ້ງຄະນະຮັບຜິດຊອບສົມທົບ ກັບທ້ອງຖິ່ນຕິດຕາມ, ກວດກາ ເຝົ້າ ລະວັງເຂດພື້ນທີ່ມີຄວາມສ່ຽງນໍ້າ ຖ້ວມ, ພ້ອມທັງໄດ້ອອກແຈ້ງການ ເຖິງຂະແໜງຊົນລະປະທານແຂວງ, ນະຄອນຫລວງວຽງຈັນ ໃຫ້ກະ ກຽມຄວາມພ້ອມຮັບມືຝົນຕົກໜັກ, ດິນເຈື່ອນ, ນໍ້າຖ້ວມ ແລະ ອື່ນໆ. ທ່ານ ອານຸສອນ ຄູນສົມບັດ ຮັກສາການຫົວໜ້າກົມຊົນລະປະ ທານ ໃຫ້ສຳພາດໃນວັນທີ 11 ສິງຫາ 2025 ນີ້ວ່າ: ເພື່ອຮັບມື ຕ້ານໄພພິບັດທາງທຳມະຊາດ ກໍຄື ໄພນ້ຳຖ້ວມໃນລະດູຝົນ, ກົມຊົນ ລະປະທານ ໄດ້ສົມທົບກັບທ້ອງຖິ່ນ ກວດກາຈຸດຫລໍ່ແຫລມທີ່ມີຄວາມ ສ່ຽງນໍ້າໄຫລເຂົ້າພື້ນທີ່ການຜະລິດ ໃຫ້ມີຄວາມຮັບປະກັນເຊັ່ນ: ຈຸດຄູ ປ້ອງກັນນໍ້າຖ້ວມ, ລະບົບປິດ-ເປີດ ປະຕູນໍ້າແລະລະບົບຈັກສູບ,ລະບາຍ ນໍ້າສຸກເສີນທີ່ໄດ້ຕິດຕັ້ງໄວ້ຕາມສາຍ ຫ້ວຍຕ່າງໆເປັນຕົ້ນຈຸດຫ້ວຍໝາກ ຮຽວ, ຈຸດຫ້ວຍເດື່ອ, ຫ້ວຍວັງໂພ, ຫ້ວຍນໍ້າເຄັມ ແລະ ຈຸດອື່ນໆໃນ ຂອບເຂດທົ່ວປະເທດ; ຕິດຕາມຂໍ້ ມູນຂ່າວສານສະພາບການປ່ຽນ ແປງດິນຟ້າອາກາດ ໂດຍສົມທົບ ເມີນສໍາເລັດແລ້ວ ແລະ ສະເໜີຕໍ່ ກອງປະຊຸມຮັບຮອງທັງໝົດ ຈໍາ ນວນ 40 ໂຄງການ.ໃນນັ້ນ, ມີ ໂຄງການກໍ່ສ້າງ 13 ໂຄງການ, ໂຄງການສົ່ງເສີມວິຊາການທີ່ຕິດ ພັນກັບການກໍ່ສ້າງ 26 ໂຄງການ ແລະ ໂຄງການສົ່ງເສີມວິຊາການ ທີ່ບໍ່ຕິດພັນກັບການກໍ່ສ້າງ 1 ໂຄງ ການ. ບັນດາໂຄງການທີ່ປະເມີນ ຜ່ານກອງປະຊຸມຄັ້ງນີ້, ເປັນໂຄງ ການຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ 1 ໂຄງການ ແລະ ໂຄງການຂະແໜງໂຍທາທາງນໍ້າ 39 ໂຄງການ, ຜົນການປະເມີນ ເປັນປະເພດ B ທັງໝົດ. ການປະເມີນໂຄງການລົງທຶນ ຂອງລັດ ແມ່ນໄດ້ອີງໃສ່ກົນໄກທາງ ດ້ານປະສິດທິພາບ, ປະສິດທິຜົນ, ຜົນກະທົບ ແລະ ຄວາມຍືນຍົງຂອງ ນັ້ນ, ກໍໄດ້ມອບໝາຍໃຫ້ບັນດາ ກະຊວງ, ອົງການທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ທຸກຂັ້ນຈັດຕັ້ງປະຕິບັດການແກ້ໄຂ, ກຳນົດມາດຕະການມອບໝາຍໃຫ້ ແຕ່ລະພາກສ່ວນ ແລະ ໃຫ້ຄົ້ນຄວ້າ ກໍາແໜ້ນຄໍາສັ່ງສະບັບນີ້, ພ້ອມທັງ ຜັນຂະຫຍາຍອອກເປັນໜ້າວຽກລະ ອຽດໃຫ້ມີປະສິດທິຜົນ. ໂອກາດນີ້, ທ່ານ ສີລິລາດທົງສິນ ທອງເພັງ ໄດ້ກ່າວວ່າ: ສຳລັບອົງ ການປົກຄອງນະຄອນຫລວງວຽງ ຈັນ ກໍໄດ້ເປັນເຈົ້າການໃນການຈັດ ຕັ້ງປະຕິບັດ ແລະ ຜັນຂະຫຍາຍຄໍາ ສັ່ງດັ່ງກ່າວ ໂດຍໄດ້ມອບໃຫ້ຂະ ແໜງການທີ່ກ່ຽວຂ້ອງຕະຫລອດ ຮອດເມືອງ ແລະ ຂັ້ນຮາກຖານ, ອໍານາດການປົກຄອງບ້ານດໍາເນີນ ການກວດກາ, ການເກັບກຳຂໍ້ມູນ ແລະ ແກ້ໄຂການລັກລອບຂຸດຄົ້ນຊັບ ພະຍາກອນແຮ່ທາດຕ່າງໆ, ການ ຈັບຈອງ ການຊື້-ຂາຍ, ການດໍາ ເນີນກິດຈະການກໍລະນີບໍ່ໄດ້ຮັບອະ ນຸຍາດ ຫລື ໄດ້ຮັບອະນຸຍາດທີ່ບໍ່ ຖືກຕ້ອງຕາມກົດໝາຍແມ່ນໃຫ້ ຢຸດຕິ-ຍຸບເລີກ, ພ້ອມທັງນໍາໃຊ້ ມາດຕະການຕໍ່ຜູ້ລະເມີດ. ປັດຈຸບັນ, ນະຄອນຫລວງວຽງຈັນ ໄດ້ແຕ່ງ ຕັ້ງຄະນະສະເພາະກິດຂັ້ນນະຄອນ ຫລວງວຽງຈັນ (ເລກທີ 160/ ຈນວ) ເພື່ອຮ່ວມເຮັດວຽກກັບຄະ ນະສະເພາະກິດຂັ້ນສູນກາງ ໃນ ການດໍາເນີນການກວດສອບການ ຄຸ້ມຄອງລາຍຮັບ ແລະ ການຂຸດຄົ້ນ ແຮ່ຄໍາ (ແບບທົດລອງ) ຂອງນະ ຄອນຫລວງວຽງຈັນ. ພ້ອມນີ້, ກໍ ໄດ້ສະເໜີສືບຕໍ່ປຶກສາຫາລືບັນດາ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຫາ ສາເຫດເພື່ອພ້ອມກັນຊອກຫາວິທີ ແກ້ໄຂໃຫ້ຂາດຕົວຂອງ 8 ບໍລິສັດ ທີ່ຂຸດຄົ້ນແຮ່ຄໍາຢູ່ນະຄອນຫລວງ ວຽງຈັນ. ຕາມການເກັບກຳຂໍ້ມູນ ແລະ ການລາຍງານຂອງອົງການກວດ ສອບແຫ່ງລັດມີ 3 ບໍລິສັດ ໄດ້ ຮັບການອະນຸຍາດຂຸດຄົ້ນ 10 ເຮັກຕາ, ແຕ່ເນື້ອທີ່ວັດແທກໄດ້ 61,82 ເຮັກຕາ, ມີ 5 ບໍລິສັດບໍ່ໄດ້ ຮັບອະນຸຍາດ, ແຕ່ເນື້ອທີ່ວັດແທກ ໄດ້ 83,38 ເຮັກຕາ, ລວມເນື້ອທີ່ ທັງໝົດ 145,20 ເຮັກຕາ, ເກີນຈໍາ ນວນ 135,20 ເຮັກຕາ ເຊິ່ງບັນຫາ ດັ່ງກ່າວ, ຕ້ອງໄດ້ເປັນເອກະພາບ ດ້ານກົນໄກໃນການຈັດຕັ້ງປະຕິບັດ ແລະ ສ້າງແຜນຈຸດສຸມຮ່ວມກັນ ຢ່າງກົມກຽວໃນການແກ້ໄຂ. ສ່ວນ ການແກ້ໄຂບັນຫາຂອງບໍລິສັດ 8 ບໍລິສັດທີ່ດໍາເນີນການຂຸດຄົ້ນແຮ່ ຄໍາແບບທົດລອງ ຢູ່ເມືອງສັງທອງ ພາກສ່ວນກ່ຽວຂ້ອງໄດ້ສົມທົບບັນ ດາບໍລິສັດສືບຕໍ່ລົງເກັບກຳຂໍ້ມູນຄືນ ໃໝ່ ເພື່ອຄວາມເປັນເອກະພາບໃນ ການຢັ້ງຢືນ-ກວດຄືນເປັນຕົ້ນເນື້ອ ທີ່ການຂຸດຄົ້ນ, ປະເມີນຜົນເສຍຫາຍ ຈາກການດໍາເນີນການຂຸດຄົ້ນ ແລະ ບັນຫາອື່ນໆ. ຂ່າວ: ໜັງສືພິມວຽງຈັນໃໝ່ ຫລວງພະບາງ ພ້ອມດ້ວຍວິທະ ຍາກອນ ແລະ ສຳມະນາກອນ ເຂົ້າຮ່ວມ. ການຝຶກອົມຄັ້ງນີ້ ຈະດຳເນີນ ໄປຮອດວັນທີ 19 ກັນຍາ 2025, ເຊິ່ງຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ຄວາມ ເປັນມາຂອງການສ້າງຫລັກສູດ ອົບຮົມໄລຍະສັ້ນບໍລິຫານໂຮງໝໍ ເມືອງ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ບຸກຄະລາກອນສາທາລະນະສຸກ ໂດຍສະເພາະຄະນະນຳຢູ່ຂັ້ນໂຮງໝໍ ເມືອງ ໃຫ້ມີຄວາມຊໍານານໃນການ ບໍລິຫານຄຸ້ມຄອງໂຮງໝໍເມືອງ, ມີ ຄວາມຮູ້, ຄວາມສາມາດ ແລະ ທັກ ສະໃນການວິເຄາະບັນຫາແລະການ ວາງແຜນພ້ອມທັງຄຸນສົມບັດ, ຈັນ ຍາທຳ, ຈັນຍາບັນທາງວິຊາຊີບໃນ ການຄຸ້ມຄອງບໍລິຫານໂຮງໝໍເມືອງ ເພື່ອຍົກສູງຄຸນນະພາບການບໍລິ ການໃຫ້ມີປະສິດທິພາບ, ປະສິດທິ ຜົນ ແລະ ເປັນທີ່ຍອມຮັບຈາກສັງ ຄົມ ໃນການສ້າງພະນັກງານສາທາ ລະນະສຸກ ໃຫ້ມີຄວາມຮູ້ຄວາມສາ ມາດໃນການບໍລິຫານຄຸ້ມຄອງວຽກ ງານສາທາລະນະສຸກ ເພື່ອປະກອບ ສ່ວນໃນການເຮັດຫລ້ອນໜ້າທີ່ ທີ່ພັກ ແລະ ລັດຖະບານມອບໝາຍ ໃຫ້ຂະແໜງການສາທາລະນະສຸກ ໃນການສະໜອງບໍລິການສາທາລະ ນະສຸກໃຫ້ທົ່ວເຖິງ ແລະ ມີຄຸນນະ ພາບນັບມື້ນັບດີຂຶ້ນ. ການຝຶກອົບຮົມຄັ້ງນີ້ໄດ້ຮັບການ ສະໜັບສະໜູນຈາກທະນາຄານ ພັດທະນາອາຊີ ໂດຍເລີ່ມຈັດຕັ້ງ ປະຕິບັດມາແຕ່ປີ 2024 ໃນການ ເກັບກຳຂໍ້ມູນ ແລະ ມາພັດທະນາ ຫລັກສູດຈົນມາຮອດປັດຈຸບັນຈຶ່ງ ເລີ່ມປະຕິບັດການອົບຮົມຢູ່5 ແຂວງ ຄື: ແຂວງຫລວງພະບາງ, ຊຽງ ຂວາງ, ອຸດົມໄຊ, ສະຫວັນນະເຂດ ແລະ ແຂວງຈຳປາສັກ ໂດຍແມ່ນ ວິທະຍາກອນ ທີ່ມາຈາກຄະນະ ກັບກົມອຸຕຸນິຍົມ ແລະ ອຸທົກກະສາດ ເພື່ອອອກແຈ້ງການເຖິງຂະແໜງ ຊົນລະປະທານແຂວງ, ນະຄອນ ຫລວງວຽງຈັນ ເພື່ອແຈ້ງຕໍ່ໃຫ້ອໍາ ນາດການປົກຄອງບ້ານ ແລະ ກຸ່ມ ຊາວນາກະກຽມຄວາມພ້ອມຮັບມື ກ່ອນການເກີດພາຍຸຝົນຕົກໜັກໃຫ້ ມີສະຕິເຝົ້າລະວັງ, ກຽມພ້ອມຮັບມືຕໍ່ ສະພາບນໍ້າຖ້ວມກະທັນຫັນ, ນໍ້າປ່າ ໄຫລຊຸແຮງ, ດິນເຈື່ອນຈາກຝົນຕົກ ໜັກ, ຕິດຕາມເວນຍາມ, ເຝົ້າລະວັງ ຢ່າງໃກ້ຊິດສະພາບການຂຶ້ນລົງ ຂອງລະດັບນໍ້າແມ່ນໍ້າຂອງ ແລະ ແມ່ນໍ້າສາຂາທົ່ວປະເທດທີ່ອາດຈະ ສົ່ງຜົນກະທົບຕໍ່ພື້ນຖານໂຄງລ່າງ ຊົນລະປະທານ. ສຳລັບແຜນໃນຕໍ່ໜ້າເພື່ອຕ້ານ ແລ້ງ-ຕ້ານຖ້ວມ ກົມຊົນລະປະທານ ຈະປະສານສົມທົບກັບຂະແໜງຊົນ ລະປະທານແຂວງ, ນະຄອນຫລວງ ວຽງຈັນ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຮ່ວມກັນກວດ ກາຈຸດຫລໍ່ແຫລມທີ່ມີຄວາມສ່ຽງ ນໍ້າໄຫລເຂົ້າພື້ນທີ່ການຜະລິດໃຫ້ ມີຄວາມຮັບປະກັນ ພ້ອມກັນນັ້ນ, ກໍຈະສຸມໃສ່ຕິດຕາມກວດກາປະຕູ ນໍ້າ, ຄູກັນນໍ້າ, ລະບົບລະບາຍ ແລະ ບົວລະບັດຮັກສາລະບົບຊົນລະປະ ທານ ໃຫ້ຢູ່ໃນສະພາບກຽມພ້ອມ ໃຊ້ນໍ້າໄດ້ຕະຫລອດເວລາ ເພື່ອຮັບ ປະກັນການເກັບກັກນໍ້າໃນກໍລະນີ ເກີດມີໄພແຫ້ງແລ້ງ ແລະ ລະບາຍ ນໍ້າອອກກໍລະນີມີນໍ້າຖ້ວມຂັງ. ນອກ ຈາກນັ້ນ, ຈະໄດ້ກວດກາ ແລະ ກະ ກຽມຄວາມພ້ອມຂອງຈັກສູບນໍ້າ ຂະໜາດ 65 ແຮງມ້າ ຕິດລໍ້ເຄື່ອນທີ່ ຈໍານວນ 17 ຊຸດ ທີ່ໄດ້ມອບໃຫ້ທ້ອງ ຖິ່ນ ແລະ ລົດໃຫຍ່ຕິດປໍ້າເຄື່ອນທີ່ຈໍາ ນວນ 7 ຄັນ(ປະຈຳຢູ່ແຂວງພາກ ເໜືອ 1 ຄັນ (ຢູ່ແຂວງໄຊຍະບູລີ), ຢູ່ແຂວງພາກໃຕ້ 1 ຄັນ (ຢູ່ແຂວງ ຈຳປາສັກ), ຢູ່ນະຄອນຫລວງວຽງ ຈັນ 1 ຄັນ ແລະ ປະຈຳຢູ່ກົມຊົນລະ ປະທານ 4 ຄັນ. ຂ່າວ-ພາບ: ທະນູທອງ ແພດສາດ, ສະຖາບັນຄົ້ນຄວ້າ ແລະ ພັດທະນາການສຶກສາ, ກົມຈັດຕັ້ງ ພະນັກງານ, ກົມປິ່ນປົວ, ກົມກວດ ກາ ແລະ ສູນປະກັນສຸຂະພາບ ກະຊວງສາທາລະນະສຸກ, ຄະນະສາ ທາລະນະສຸກສາດ, ອາຈານຈາກ ສະພາຄຸ້ມຄອງວິຊາຊີບ ແລະ ອາ ຈານບຳນານທີ່ມີຄວາມຊ່ຽວຊານ ທາງດ້ານວິຊາສະເພາະເຂົ້າມາ ຊ່ວຍບັນລະຍາຍຄວາມຮູ້ໃຫ້ສຳມະ ນາກອນໄດ້ແລກປ່ຽນປະສົບການ ໃນການບໍລິຫານໂຮງໝໍເມືອງ ໃຫ້ ມີປະສິດທິພາບ ແລະ ຮັບປະກັນ ຄຸນນະພາບການບໍລິການໃຫ້ບັນລຸ ຜົນເປັນຈິງ. ໂດຍ: ມາລີດາ ໂຄງການໂດຍການຮ່ວມມືຈາກ ພາກສ່ວນເຕັກນິກທີ່ກ່ຽວຂ້ອງເປັນ ເຈົ້າການໃນການຢັ້ງຢືນຫົວໜ່ວຍ ລາຄາ ແລະ ແບບແຕ້ມເຕັກນິກ ຕ່າງໆ ເພື່ອໃຫ້ຮັບປະກັນຄວາມຖືກ ຕ້ອງ, ໂປ່ງໃສ ແລະ ສາມາດກວດ ສອບໄດ້. ຂ່າວ: ກະຊວງການເງິນ ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍ ຕົວ ແລະ ການຈັດຕັ້ງປະຕິບັດ ວຽກງານໂຄສະນາເຜີຍແຜ່ຂໍ້ມູນ ຂ່າວສານຕ່າງໆຂອງສື່ມວນຊົນ ລາວ ໃນໄລຍະຜ່ານມາ ໂດຍສະ ເພາະການຈັດຕັ້ງປະຕິບັດວຽກງານ ຂອງສື່ມວນຊົນທີ່ເປັນເພດຍິງໄດ້ ເຄື່ອນໄຫວເກັບກຳຂ່າວ, ພາບ ຕາມພາລະບົດບາດຕິດພັນກັບການ ຕໍ່ສູ່ປົດປ່ອຍປະເທດຊາດ ນັບແຕ່ ອະດີດຈົນຮອດປັດຈຸບັນ. ມາຮອດ ປັດຈຸບັນ, ສື່ມວນຊົນທັງເພດຍິງ ແລະ ຊາຍ ໄດ້ມີການເຕີບໃຫຍ່ຂະ ຫຍາຍຕົວທັງປະລິມານ ແລະ ຄຸນ ນະພາບໄດ້ນຳໃຊ້ເຕັກນິກ-ເຄື່ອງມື ທີ່ທັນສະໄໝເຂົ້າໃນວຽກງານວິຊາ ສະເພາະ, ເປັນຜູ້ສ່ອງແສງທຸກການ ເຄື່ອນໄຫວຂອງສັງຄົມ, ເປັນແຮງ ຂັບເຄື່ອນການພັດທະນາເສດຖະ ກິດ-ສັງຄົມ, ທັງເປັນຜູ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນບັນຫາ ຕ່າງໆທີ່ເກີດຂຶ້ນຢ່າງຖືກຕ້ອງ, ວ່ອງ ໄວ ແລະ ທັນການ. ພ້ອມນີ້, ທ່ານ ຍັງໄດ້ຍົກໃຫ້ເຫັນບາງທັດສະນະຕື່ມ ວ່າ: ໃນນາມທີ່ເປັນສື່ມວນຊົນ ຜູ້ໜຶ່ງ ແມ່ນມີຄວາມພູມໃຈໃນອາຊີບຕົນ ເຖິງແມ່ນວ່າ ອາຊີບນັກຂ່າວລາຍ ຮັບຈະບໍ່ດຸ່ນດ່ຽງກັບວຽກງານທີ່ ເຮັດນັ້ນກໍຕາມ, ນັກຂ່າວຍັງໄດ້ຜົນ ກໍາໄລຈາກການທັດສະນະສຶກສາ, ການພົບປະແລກປ່ຽນບົດຮຽນ, ຄວາມຮັກແພງຈາກບັນດາອົງການ ສື່ດ້ວຍກັນ. ພ້ອມນີ້, ທ່ານຍັງຝາກ ເຖິງພັກ-ລັດຖະບານຊຸກຍູ້ວຽກງານ ສື່ມວນຊົນໃຫ້ຫລາຍຂຶ້ນ, ເນື່ອງ ຈາກວ່າວຽກງານສື່ມວນຊົນ ກໍຄື ບັນດານັກຂ່າວຈະບໍ່ຢຸດຢູ່ບ່ອນເກົ່າ ຈະຕ້ອງໄດ້ພັດທະນາຕົນເອງກ້າວ ໄປຂ້າງໜ້າ ແລະ ຕ້ອງໄດ້ຮຽນ ຮູ້ໄປເລື້ອຍໆຕາມເຕັກໂນໂລຊີຍຸກ ສະໄໝໃໝ່. ພ້ອມນີ້, ທ່ານ ນາງ ອາດີນາ ມະຫາວົງ ຍັງໄດ້ຮຽກຮ້ອງມາຍັງ ສື່ມວນຊົນລາວໃຫ້ສືບຕໍ່ເຮັດໜ້າທີ່ ເປັນກະບອກສຽງອັນສໍາຄັນໃຫ້ ແກ່ພັກ-ລັດ ແລະ ປະຊາຊົນບັນ ດາເຜົ່າ ເພື່ອໂຄສະນາແນວທາງ ນະໂຍບາຍຂອງພັກ, ແຜນພັດທະ ນາເສດຖະກິດ-ສັງຄົມ, ລະບຽບ ກົດໝາຍຂອງລັດ, ທັງເປັນເວທີໃຫ້ ຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ສາລະບັນເທີງ, ສ້າງຄວາມສາມັກຄີ ປອງດອງ, ກະຕຸກຊຸກຍູ້ໃຫ້ທຸກ ຊັ້ນຄົນໃນສັງຄົມປະຕິບັດລະບຽບ ກົດໝາຍ ແລະ ປະກອບສ່ວນເປັນ ກໍາລັງແຮງສ້າງສາພັດທະນາປະ ເທດຊາດ. ຂ່າວ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==