7093

,6 og-N vva olts'j k'k, 0v'co;]k;lh k'-kf xtgmf]k; 3 15/08/2025 0j k; c]t gsfdko *** ຕໍ່ຈາກສະບັບກ່ອນ ***ໍ່ ຈັ ບ່ ອ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າາົ່ຕົ່ງ່ງ [q f4tcs]'0j k; 0v'mj ko 9tg]u o gppxk;gIu dj P;da [ dkovvd,t8y c]t 7ecotoe 0v'7totxt9eltrkcsj '-kf ພ້ອມກັນນັ້ນ, ຍັງອີງໃສ່ບົດຮຽນ ຂອງຫລາຍປະເທດໃນໂລກອີກ. ເວົ້າເຖິງສະພາບການປະຕິບັດກົດ ໝາຍວ່າດ້ວຍເອກະສານ ແລະ ລະ ບຽບການທີ່ກ່ຽວຂ້ອງນັ້ນ ເຫັນວ່າ ນັບແຕ່ໄດ້ສະຖາປະນາລັດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຕົ້ນມາ, ລັດເຮົາ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍເອ ກະສານ ສະບັບເລກທີ 69/ສພຊ, ລົງວັນທີ 20 ມິຖຸນາ 2019, ໃນນີ້ ມາດຕາ 23 ອົງປະກອບຂອງເອ ກະສານ ຂໍ້ທີ 7 ໄດ້ກຳນົດບ່ອນອີງ ໃນການອອກເອກະສານ (ບໍ່ໄດ້ກຳ ນົດລະອຽດ ແລະ ກະຊວງພາຍໃນ ໄດ້ອອກຄຳແນະນຳ ສະບັບເລກທີ 02/ພນ, ລົງວັນທີ 9 ມີນາ 2021 ກ່ຽວກັບການຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍເອກະສານ. ໃນນີ້, ມາດຕາ 23 ອົງປະກອບຂອງເອ ກະສານ, ການຈັດວາງ ແລະ ການ ກຳນົດຂະໜາດຂອງແຕ່ລະອົງປະ ກອບຂອງເອກະສານທາງການ ຂໍ້ທີ 7 ບ່ອນອີງໃນການອອກເອກະສານ ໃຫ້ອີງຕາມນິຕິກຳທີ່ກ່ຽວຂ້ອງທີ່ສູງ ກວ່າຕາມລຳດັບລົງມາ ຕົວຢ່າງ: ອີງຕາມກົດໝາຍ...ສະບັບເລກ ທີ..., ລົງວັນທີ... ແລະນິຕິກຳໃຕ້ກົດ ໝາຍຕາມລຳດັບ. ໝາຍຄວາມວ່າ ການຂຽນບ່ອນອີງທາງດ້ານກົດ ໝາຍ ແມ່ນໃຫ້ຂຽນຊື່ກົດໝາຍກ່ອນ ແລ້ວຈຶ່ງຂຽນມາດຕາຕາມຫລັງ. ນັບແຕ່ນັ້ນເປັນຕົ້ນມາ, ບັນດາ ອົງການໃນລະບົບການເມືອງປະ ຊາທິປະໄຕປະຊາຊົນແຫ່ງ ສປປ ລາວ ກໍໄດ້ຈັດຕັ້ງປະຕິບັດຕາມກົດ ໝາຍ ແລະ ຄຳແນະນຳ ສະບັບດັ່ງ ກ່າວ ກ່ຽວກັບການກຳນົດບ່ອນອີງ ທາງດ້ານກົດໝາຍໃສ່ເອກະສານ (ເນື່ອງໃນໂອກາດວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ)ື່ັັູ່ົີ ບົດສະເໜີ ົີ ທາງລັດຖະການ. ແຕ່ສັງເກດເຫັນ ວ່າ ການປະຕິບັດກົດໝາຍ ແລະ ຄຳ ແນະນຳສະບັບນີ້ ຍັງບໍ່ທັນມີຄວາມ ເຂັ້ມງວດ ແລະ ເປັນເອກະພາບສູງ ໃນທົ່ວປະເທດ, ມີກະຊວງ, ອົງການ ຈຳນວນໜຶ່ງ ແມ່ນຂຽນແຕ່ຊື່ກົດ ໝາຍ ບໍ່ຂຽນຊື່ມາດຕາ, ບາງກະ ຊວງ, ອົງການ ຂຽນມາດຕາກ່ອນ ແລ້ວຈຶ່ງຂຽນຊື່ກົດໝາຍຕາມຫລັງ, ບາງກະຊວງ, ອົງການ ຂຽນກົດ ໝາຍກ່ອນ ແລ້ວຈຶ່ງຂຽນມາດຕາ ຕາມຫລັງ, ບາງກະຊວງ, ອົງການ ແມ່ນຂຽນພາກ, ໝວດ, ມາດຕາ ຂອງກົດໝາຍໃສ່ເອກະສານທາງ ລັດຖະການ. ເວົ້າສະເພາະສະພາ ແຫ່ງຊາດ ນັບແຕ່ສະພາປະຊາຊົນ ສູງສຸດ ຊຸດທີ I ຫາສະພາແຫ່ງຊາດ ຊຸດທີ VI ແມ່ນຂຽນມາດຕາກ່ອນ ແລ້ວຈຶ່ງຂຽນຊື່ກົດໝາຍຕາມຫລັງ. ນັບແຕ່ສະພາແຫ່ງຊາດ ຊຸດທີ VII ມາຫາສະພາແຫ່ງຊາດ ຊຸດທີ IX ແມ່ນຂຽນກົດໝາຍຂຶ້ນກ່ອນ ແລ້ວ ຈຶ່ງຂຽນມາດຕາຕາມຫລັງ. ອີງຕາມບົດຮຽນຂອງ ສສ ຫວຽດນາມ, ສປ ຈີນ, ຣາຊາອານະ ຈັກໄທ, ຝຣັ່ງ, ເຢຍລະມັນ, ສ ເກົາ ຫລີ, ຣັດເຊຍ ແລະ ຫລາຍປະເທດ ອື່ນ ແມ່ນຂຽນມາດຕາກົດໝາຍ ກ່ອນ ແລ້ວຈຶ່ງຂຽນຊື່ກົດໝາຍ ຕາມຫລັງ. ຈາກສະພາບການປະຕິບັດຕົວ ຈິງຂອງບັນດາກະຊວງ, ອົງການ ທີ່ບໍ່ມີຄວາມເປັນເອກະພາບຄືດັ່ງ ກ່າວມາຂ້າງເທິງ ແລະ ອີງໃສ່ບົດ ຮຽນຂອງບັນດາປະເທດໃນໂລກ, ຄະນະປະຈຳສະພາແຫ່ງຊາດ ຈຶ່ງ ໄດ້ຊີ້ນຳໃຫ້ອົງການໄອຍະການປະ ຊາຊົນສູງສຸດ ກວດກາກ່ຽວກັບບັນ ຫານີ້ຄືນໃໝ່. ຜ່ານການຄົ້ນຄວ້າ ແລະ ກວດກາ ຂອງອົງການໄອຍະ ການປະຊາຊົນສູງສຸດ ໂດຍມີກອງ ປະຊຸມສຳມະນາວິທະຍາສາດ ຄັ້ງ ວັນທີ 29 ພະຈິກ 2023 ຊຶ່ງມີທຸກ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຈາກນັ້ນ, ອົງການໄອຍະການປະຊາ ຊົນສູງສຸດ ໄດ້ມີບົດລາຍງານ ສະ ບັບເລກທີ 09/ອອປສ, ລົງວັນທີ 06 ມີນາ 2025 ຮຽນເຖິງທ່ານ ປະທານສະພາແຫ່ງຊາດ, ເລື່ອງ ຜົນການຄົ້ນຄວ້າ ກ່ຽວກັບການ ຂຽນມາດຕາຂອງກົດໝາຍ ໃສ່ ເອກະສານທາງລັດຖະການຂອງ ສປປ ລາວ ຊຶ່ງມີຂໍ້ສະເໜີໃຫ້ຂຽນ ມາດຕາກົດໝາຍຂຶ້ນກ່ອນ ແລ້ວ ຈຶ່ງຂຽນຊື່ກົດໝາຍຕາມຫລັງ. ອີງ ຕາມບົດລາຍງານຂອງຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ, ທ່ານປະທານຄະນະປະຈຳສະພາ ແຫ່ງຊາດ ໄດ້ມອບໝາຍໃຫ້ກຳມາ ທິການກົດໝາຍ ສົມທົບກັບ ກຳມາ ທິການກ່ຽວຂ້ອງ ດຳເນີນກອງປະ ຊຸມຄົ້ນຄວ້າ 2 ເທື່ອ ແລ້ວຈຶ່ງສະ ຫລຸບລາຍງານຜົນຂອງກອງປະ ຊຸມ ຕໍ່ທ່ານປະທານຄະນະປະຈຳ ສະພາແຫ່ງຊາດ ໂດຍຢືນຢັນເຫັນດີ ຕາມຂໍ້ສະເໜີຂອງອົງການໄອຍະ ການປະຊາຊົນສູງສຸດ. ຫລັງຈາກ ນັ້ນ, ທ່ານປະທານຄະນະປະຈຳສະ ພາແຫ່ງຊາດ ຈຶ່ງຕົກລົງໃຫ້ອອກ ເປັນມະຕິ ຂອງຄະນະປະຈຳສະພາ ແຫ່ງຊາດສະບັບເລກທີ197/ຄປຈ, ລົງວັນທີ 22 ກໍລະກົດ 2025 ວ່າ ດ້ວຍການຂຽນມາດຕາຂອງກົດ ໝາຍໃສ່ເອກະສານທາງລັດຖະ ການ ຊຶ່ງມີເນື້ອໃນຄື: 1). ມາດຕາ 1: ຈຸດປະສົງ ເພື່ອເປັນບ່ອນອີງໃຫ້ແກ່ບັນດາ ກະຊວງ, ອົງການແລະອົງການປົກ ຄອງທ້ອງຖິ່ນ ນຳໃຊ້ໃນການອອກ ເອກະສານທາງລັດຖະການ ຕາມ ພາລະບົດບາດ, ສິດ ແລະ ໜ້າທີ່ ຕາມກົດໝາຍ ໃຫ້ມີຄວາມເປັນເອ ກະພາບໃນຂອບເຂດທົ່ວປະເທດ. 2). ມາດຕາ 2: ການຂຽນ ບ່ອນອີງມາດຕາຂອງກົດໝາຍ ໃສ່ເອກະສານທາງລັດຖະການ ການຂຽນບ່ອນອີງມາດຕາຂອງ ກົດໝາຍໃສ່ເອກະສານທາງລັດຖະ ການ ແມ່ນໃຫ້ຂຽນມາດຕາຂອງ ກົດໝາຍຂຶ້ນກ່ອນ ແລ້ວຈຶ່ງຂຽນຊື່ ຂອງກົດໝາຍ ຕາມທີ່ຫລັງ. 3). ມາດຕາ 3: ການຈັດຕັ້ງປະ ຕິບັດໃຫ້ບັນດາກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຈັດ ຕັ້ງເຜີຍແຜ່ມະຕິສະບັບນີ້ ໃຫ້ພະ ນັກງານ-ລັດຖະກອນທີ່ຢູ່ໃນຄວາມ ຮັບຜິດຊອບຂອງຕົນ ເພື່ອຊາບ ແລະ ປະຕິບັດຕາມຢ່າງເຂັ້ມງວດ. ນັບແຕ່ນີ້ເປັນຕົ້ນໄປ, ສະເໜີ ໃຫ້ທຸກອົງການຈັດຕັ້ງ ໃນລະບົບ ການເມືອງປະຊາທິປະໄຕປະຊາ ຊົນຂອງສາທາ ລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຈົ່ງພ້ອມ ກັນປະຕິບັດຢ່າງເຂັ້ມງວດ ແລະ ເປັນເອກະພາບສູງ ຕໍ່ມະຕິຄະນະ ປະຈຳສະພາແຫ່ງຊາດ ສະບັບເລກ ທີ 197/ຄປຈ, ລົງວັນທີ 22 ກໍລະ ກົດ 2025 ວ່າດ້ວຍການຂຽນມາດ ຕາຂອງກົດໝາຍໃສ່ເອກະສານ ທາງລັດຖະການ. ໝາຍຄວາມວ່າ ບ່ອນອີງຂອງທຸກເອກະສານທາງ ລັດຖະການ ໃຫ້ຂຽນມາດຕາຂອງ ກົດໝາຍຂຶ້ນກ່ອນ ແລ້ວຈຶ່ງຂຽນ ຊື່ກົດໝາຍຕາມຫລັງ, ບໍ່ຈຳເປັນ ຂຽນພາກ ແລະ ໝວດ. ພ້ອມກັນນີ້, ສະເໜີໃຫ້ລັດຖະບານ ຊີ້ນຳພາກ ສ່ວນທີ່ກ່ຽວຂ້ອງ ປັບປຸງຄຳແນະ ນຳ ສະບັບເລກທີ 02/ພນ, ລົງວັນ ທີ 9 ມີນາ 2021 ຂອງກະຊວງ ພາຍໃນເກົ່າ ໃຫ້ສອດຄ່ອງຕາມ ມະຕິຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 197/ຄປຈ ເພື່ອຈັດ ຕັ້ງປະຕິບັດຢ່າງເຂັ້ມງວດ. ພໍ້ກັນ ໃໝ່ ສະບັບໜ້າ ໂດຍສະບັບໜ້າ ຈະ ມານຳສະເໜີກ່ຽວກັບການອອກ ມະຕິ ຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 203/ຄປຈ, ລົງວັນທີ 30 ກໍລະກົດ 2025 ກ່ຽວກັບການ ປັບປຸງ ການໃສ່ສີເຄື່ອງໝາຍຊາດ ໃຫ້ພວກເຮົາຮັບຮູ້ນຳກັນຕື່ມ. * ຕະຫລອດໄລຍະ 75 ປີຜ່ານ ມາ, ຜົນສຳເລັດທີ່ສາມາດຍາດໄດ້ ໃນແຕ່ລະໄລຍະຂອງແນວລາວອິດ ສະຫລະ (ໄລຍະ1950- 1956), ແນວລາວຮັກຊາດ(1956-1979) ແລະແນວລາວສ້າງຊາດ1979ມາ ເຖິງປັດຈຸບັນ ເຊິ່ງເປັນໄລຍະແຫ່ງ ການປົກປັກຮັກສາແລະສ້າງສາປະ ເທດຊາດ ແລະ ພາຍໃຕ້ແນວທາງ ປ່ຽນແປງໃໝ່ ຮອບດ້ານຂອງພັກ, ແນວລາວສ້າງຊາດໄດ້ປັບປຸງປ່ຽນ ແປງພາລະບົດບາດ ແລະ ວິທີການ ເຄື່ອນໄຫວຂອງຕົນໃຫ້ສອດຄ່ອງ ກັບສະພາບການ ແລະ ໜ້າທີ່ການ ເມືອງໃໝ່.ທຸກໄລຍະແຫ່ງການເຕີບ ໃຫຍ່ຂະຫຍາຍຕົວຂອງແນວລາວ ສ້າງຊາດ: ແນວລາວອິດສະຫລະ, ແນວລາວຮັກຊາດ ແລະ ແນວລາວ ສ້າງຊາດ, ພັກໄດ້ຄົ້ນພົບ ແລະ ຮັບ ຮູ້ມູນເຊື້ອທີ່ເປັນພື້ນຖານ ແລະ ສະ ຫງ່າງາມຂອງແນວລາວສ້າງຊາດ ດັ່ງນີ້: 1. ແນວລາວອິດສະຫລະເປັນ ຄັນທຸງເຕົ້າໂຮມຂະບວນການຕໍ່ສູ້ ຂອງປະຊາຊົນບັນດາເຜົ່າ, ຜູ້ຊົງຄຸນ ວຸດທິ, ນັກຮັກຊາດ, ຮັກເອກະລາດ ແລະ ອິດສະຫລະພາບ; ແນວລາວ ຮັກຊາດເປັນຄັນທຸງ, ເປັນແກ່ນ ກາງຂອງແນວໂຮມເອກະພາບ ແຫ່ງຊາດ, ເຕົ້າໂຮມຂະບວນການ ຕໍ່ສູ້ກູ້ຊາດຂອງປະຊາຊົນ ແລະ ກໍາ ລັງທີ່ຮັກຊາດຕ່າງໆ, ຕໍ່ສູ້ເພື່ອປົກ ປັກຮັກສາເອກະລາດຂອງຊາດ 12 ຕຸລາ 1945, ເຕົ້າໂຮມກໍາລັງຮັກ ຄວາມເປັນທໍາແລະຄວາມກ້າວໜ້າ ຂອງສັງຄົມ ແລະ ສັນຕິພາບ, ເອກະ ລາດ, ເອກະພາບ, ປະຊາທິປະໄຕ, (ເນື່ອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ)ື່ັ້ັ້້ົີ ວັດທະນາຖາວອນ; ແນວລາວສ້າງ ຊາດຍັງສືບຕໍ່ດຳລົງບົດບາດເປັນ ຫລັກແຫລ່ງແນວໂຮມໂດຍພາຍໃຕ້ ການນຳພາຂອງພັກ ຊຶ່ງແນວລາວ ໃນໄລຍະໃໝ່ແມ່ນການສ້າງມະຫາ ສາມັກຄີຂອງປວງຊົນລາວທັງ ຊາດແລະ ການເຕົ້າໂຮມກໍາລັງແຮງ ພັດທະນາປະເທດຊາດ, ເປັນບ່ອນ ສຶກສາອົບຮົມປະຊາຊົນຊັ້ນຄົນ ຕ່າງໆ, ພີ່ນ້ອງລາວຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສັງຄົມ ເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດຕາມ ແນວທາງນະໂຍບາຍຂອງພັກ. 2. ຍຶດໝັ້ນຄວາມສາມັກຄີປອງ ດອງຂອງປະຊາຊົນລາວບັນດາ ເຜົ່າຢ່າງສະເໝີຕົ້ນສະເໝີປາຍ ໂດຍ ຖືສຳພັນທະພາບກຳມະກອນ, ຊາວ ກະສິກອນ ແລະ ນັກຮຽນຮູ້ປັນຍາ ຊົນ ພາຍໃຕ້ການນຳພາຂອງພັກ. 3. ບຸກຄະລາກອນຂອງແນວ ລາວສ້າງຊາດ ທັງ 3 ໄລຍະມີມູນ ເຊື້ອຮັກຊາດ, ເສຍສະຫລະຜົນປະ ໂຫຍດສ່ວນຕົວຮັບໃຊ້ພັກ, ຮັບໃຊ້ ປະເທດຊາດ, ຮັບໃຊ້ປະຊາຊົນດ້ວຍ ຄວາມຕື່ນຕົວ ແລະ ສະໝັກໃຈ. 4. ແນວລາວສ້າງຊາດມີມູນ ເຊື້ອເສີມສ້າງມິດຕະພາບ, ມິດໄມ ຕີ ແລະ ປົກປັກຮັກສາຄວາມສາ ມັກຄີກັບແນວໂຮມ ແລະ ປະຊາຊົນ ຫວຽດນາມ, ກໍາປູເຈຍ, ສປ ຈີນ, ຣັດເຊຍ, ໄທ, ມຽນມາ, ກູບາ,...; ເສີມສ້າງການທູດ ປະຊາຊົນກັບ ນາໆຊາດຕາມນະໂຍບາຍຂອງພັກ ແຕ່ລະສະໄໝ. 5. ແນວລາວສ້າງຊາດ ເປັນຕົ້ນ ຢູ່ຂັ້ນຮາກຖານມີມູນເຊື້ອສະໜິດ ຕິດພັນກັບປະຊາຊົນ, ເປັນທີ່ປຶກສາ, ໃຫ້ຄໍາແນະນໍາ, ເປັນບ່ອນສຶກສາອົບ ຮົມ, ເຕົ້າໂຮມຄວາມສາມັກຄີ, ປຸກ ລະດົມຂົນຂວາຍທຸກຊັ້ນຄົນ, ທຸກ ຊົນເຜົ່າ, ສາສະໜາ, ເພດໄວ, ຕ້ອນ ຮັບຄໍາຄິດເຫັນ ແລະ ສ່ອງແສງມາ ນະຈິດຂອງປະຊາຊົນຕໍ່ການຈັດຕັ້ງ ພັກ-ລັດ ຢ່າງກວ້າງຂວາງ. 6. ແນວລາວສ້າງຊາດ ເປັນ ສ່ວນປະກອບສຳຄັນ ທີ່ຕັດແຍກບໍ່ ໄດ້ໃນລະບົບການເມືອງ ປະຊາທິ ປະໄຕ ປະຊາຊົນ ທີ່ມີພັກປະຊາຊົນ ປະຕິວັດລາວ ເປັນແກ່ນນຳ; ວຽກ ງານແນວໂຮມໃນໄລຍະໃໝ່ ແມ່ນ ເສີມສ້າງມະຫາສາມັກຄີປວງຊົນ ລາວ, ແມ່ນການເຕົ້າໂຮມກໍາລັງ ແຮງທົ່ວສັງຄົມ ແລະ ວຽກງານ ແນວໂຮມແມ່ນຄວາມຮັບຜິດຊອບ ໂດຍກົງຂອງພັກ ແລະ ລັດ ກໍ່ຄືແນວ ລາວສ້າງຊາດແລະອົງການຈັດຕັ້ງ ມະຫາຊົນແຕ່ລະຂັ້ນ ຊຶ່ງພັກເປັນຄັນ ທຸງ, ເປັນແກ່ນກາງຂອງວຽກງານ ແນວໂຮມ ແລະ ແນວລາວສ້າງ ຊາດເປັນອົງການສໍາພັນທາງການ ເມືອງ-ສັງຄົມ, ເປັນອົງການຫລັກ ແຫລ່ງ, ເປັນເຈົ້າການເຕົ້າໂຮມ ຄວາມສາມັກຄີປະຊາຊົນທຸກຊັ້ນ ຄົນ, ຊົນເຜົ່າ, ເພດໄວ, ສາສະໜາ, ພີ່ນ້ອງລາວຢູ່ຕ່າງປະເທດຊ່ວຍພັກ ແລະ ລັດໃນແຕ່ລະຂັ້ນ. * ການອະນຸລັກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໂດຍທາງກົງ-ທາງອ້ອມ ຊຶ່ງພວກ ເຮົາສາມາດປະຕິບັດໄດ້ໃນລະດັບ ບຸກຄົນ, ອົງການ ແລະ ລະດັບປະ ເທດ. ແນວໃດກໍດີມື້ນີ້, ຄໍລຳສິ່ງ ແວດລ້ອມ ໜັງສືພິມປະເທດລາວ ຂໍຍົກເອົາການຮັກສາສິ່ງແວດລ້ອມ ໂດຍທາງກົງ-ທາງອ້ອມ ມາໃຫ້ ພວກເຮົາໄດ້ຮັບຮູ້ນຳ. ກ່ອນອື່ນຂໍຍົກເອົາການອະນຸລັກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໂດຍທາງກົງ ຊຶ່ງກໍມີ ຫລາຍວິທີທາງ, ແຕ່ຈະຍົກເອົາ 6 ວິທີມາສະເໜີດັ່ງນີ້: 1. ການໃຊ້ຢ່າງ ປະຢັດຄືໃຊ້ເທົ່າທີ່ມີຄວາມຈໍາເປັນ ເພື່ອໃຫ້ມີຊັບພະຍາກອນໄວ້ໃຊ້ໄດ້ ດົນ ແລະ ເກີດປະໂຫຍດຢ່າງຄຸ້ມຄ່າ ຫລາຍທີ່ສຸດ; 2. ການນຳກັບມາໃຊ້ dkovto5 ]a d-a [rtpkdvome,t-kf c]t lyj 'c;f]h v, 3fpmk'dq '{mk'vh v, ຄືນ: ໄດ້ແກ່ສິ່ງຂອງບາງປະເພດ ເມື່ອມີການໃຊ້ແລ້ວຄັ້ງໜຶ່ງສາມາດ ນໍາກັບມາໃຊ້ຄືນໃໝ່ເຊັ່ນ: ຖົງຢາງ ປຣາສຕິກ, ສາມາດທີ່ຈະນໍາກັບ ມາໃຊ້ໃໝ່ໂດຍຜ່ານຂະບວນການ ຕ່າງໆເຊັ່ນ: ຕົວຢ່າງການນໍາເອົາ ເຈ້ຍທີ່ໃຊ້ແລ້ວໄປຜ່ານຂະບວນ ການຕ່າງໆ ເພື່ອເຮັດເປັນເຈ້ຍແຂງ ຊຶ່ງເປັນການຫລຸດຜ່ອນປະລິມານ ການໃຊ້ຊັບພະຍາກອນທໍາມະຊາດ ແລະ ການທຳລາຍສິ່ງແວດລ້ອມ ໄດ້; 3. ການບຸລະນະສ້ອມແປງສິ່ງ ຂອງບາງຢ່າງເມື່ອໃຊ້ເປັນເວລາ ນານອາດເກີດການເປ່ເພໄດ້, ດັ່ງ ນັ້ນຖ້າມີການສ້ອມແປງກໍຈະຍືດ ອາຍຸການນໍາໃຊ້ຕໍ່ໄປໄດ້ອີກເພື່ອ ເປັນການນໍາໃຊ້ຊັບພະຍາກອນໃຫ້ ເກີດປະໂຫຍດສູງສຸດ; 4. ການບຳ ບັດ ແລະ ການຟື້ນຟູເປັນວິທີການ ເພື່ອຊ່ວຍຫລຸດຜ່ອນຄວາມເສື່ອມ ໂຊມຂອງຊັບພະຍາກອນດ້ວຍການ ບຳບັດກ່ອນເຊັ່ນ: ການບຳບັດນໍ້າ ເສຍຈາກຄົວເຮືອນ ຫລື ໂຮງງານ ອຸດສາຫະກຳເປັນຕົ້ນກ່ອນທີ່ຈະ ກອນທຳມະຊາດ ແລະ ສິ່ງແວດ ລ້ອມໂດຍອ້ອມ ກໍເຮັດໄດ້ຫລາຍວິທີ ເຊັ່ນດຽວກັນ.ໃນນັ້ນ,ອັນທີ 1.ການ ພັດທະນາຄຸນນະພາບປະຊາຊົນ ໂດຍສະໜັບສະໜູນການສຶກສາ ດ້ານການອະນຸລັກຊັບພະຍາກອນ ທໍາມະຊາດສິ່ງແວດລ້ອມທີ່ຖືກ ຕ້ອງຕາມຫລັກວິຊາການ ຊຶ່ງສາ ມາດເຮັດໄດ້ທຸກລະດັບອາຍຸ ທັງ ໃນລະບົບໂຮງຮຽນ ຫລື ສະຖາບັນ ການສຶກສາຕ່າງໆ ແລະ ນອກລະ ບົບໂຮງຮຽນ ໂດຍຜ່ານຂໍ້ມູນຂ່າວ ສານຕ່າງໆ ເພື່ອໃຫ້ປະຊາຊົນເຫັນ ຄວາມສໍາຄັນ ແລະ ຄວາມຈໍາເປັນ ໃນການອະນຸລັກ, ເກີດຄວາມຫວງ ແຫນແລະໃຫ້ຄວາມຮ່ວມມືຢ່າງຈິງ ຈັງ; ອັນທີ 2. ການໃຊ້ມາດຕະການ ທາງສັງຄົມ ແລະ ກົດໝາຍ: ການ ຈັດຕັ້ງກຸ່ມຊຸມຊົນສະມາຄົມ ເພື່ອ ການອະນຸລັກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມຕ່າງໆຕະ ຫລອດຮອດການໃຫ້ຄວາມຮ່ວມມື ທາງດ້ານພະລັງກາຍ, ພະລັງໃຈ, ພະລັງຄວາມຄິດດ້ວຍຈິດສໍານຶກໃນ ຄວາມມີຄຸນຄ່າຂອງສິ່ງແວດລ້ອມ ແລະ ຊັບພະຍາກອນທີ່ມີຕໍ່ໂຕເຮົາ ເຊັ່ນ: ອົງການອະນຸລັກສັດປ່າ WCS, WWF ແລະ ອື່ນໆ; ອັນ ທີ 3. ສົ່ງເສີມໃຫ້ປະຊາຊົນໃນ ທ້ອງຖິ່ນໄດ້ມີສ່ວນຮ່ວມໃນການ ອະນຸລັກ: ຊ່ວຍກັນຮັກສາ ເພື່ອໃຫ້ຢູ່ ໃນສະພາບເດີມ ແລະ ບໍ່ໃຫ້ເສື່ອມ ໂຊມເພື່ອປະໂຫຍດໃນການດຳລົງ ຊີວິດໃນທ້ອງຖິ່ນຂອງຕົນການ ປະສານງານເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ຈິດສໍານຶກລະ ຫວ່າງໜ່ວຍງານຂອງລັດກັບອຳ ນາດການປົກຄອງທ້ອງຖິ່ນກັບປະ ຊາຊົນໃຫ້ມີບົດບາດໜ້າທີ່ໃນການ ປົກປ້ອງຄຸ້ມຄອງຟື້ນຟູການໃຊ້ຊັບ ພະຍາກອນຢ່າງຄຸ້ມຄ່າ ແລະ ເກີດ ປະໂຫຍດສູງສຸດ; ອັນທີ 4. ສົ່ງເສີມ ການສຶກສາວິໄຈຊອກຫາວິທີການ ແລະ ພັດທະນາເຕັກໂນໂລຊີມາໃຊ້ ໃນການຈັດການກັບຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມໃຫ້ ເກີດປະໂຫຍດສູງສຸດເຊັ່ນ: ການ ໃຊ້ຄວາມຮູ້ທາງຂໍ້ມູນຂ່າວສານ ເຕັກໂນໂລຊີມາຈັດການວາງແຜນ ພັດທະນາອຸປະກອນເຄື່ອງມື, ເຄື່ອງ ໃຊ້ໃຫ້ມີການປະຢັດພະລັງງານ ຫລາຍຂຶ້ນເຊັ່ນ: ຄົ້ນຄວ້າວິໄຈຫາ ວິທີການຈັດການ, ການປັບປຸງ, ການພັດທະນາສິ່ງແວດລ້ອມໃຫ້ມີ ຄຸນນະພາບ ແລະ ຍືນຍົງ; ອັນທີ 5. ການກຳນົດນະໂຍບາຍ ແລະ ວາງ ແນວທາງຂອງລັດຖະບານໃນການ ອະນຸລັກ ແລະ ພັດທະນາສິ່ງແວດ ລ້ອມທັງໃນໄລຍະສັ້ນ ແລະ ໄລຍະ ຍາວເພື່ອເປັນຫລັກການໃຫ້ໜ່ວຍ ງານ, ອົງການ ແລະ ເຈົ້າໜ້າທີ່ຂອງ ລັດທີ່ກ່ຽວຂ້ອງຢຶດຖື ແລະ ນໍາໄປ ປະຕິບັດລວມໄປເຖິງການເຜີຍແຜ່ ຂ່າວສານດ້ານການອະນຸລັກຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມທັງທາງກົງ ແລະ ທາງອ້ອມ. ປ່ອຍລົງສູ່ແຫລ່ງນໍ້າສາທາລະນະ, ສ່ວນການຟື້ນຟູທຳມະຊາດໃຫ້ກັບ ສູ່ສະພາບເດີມຕ້ອງໄດ້ມີການປູກ ຕົ້ນໄມ້ເພື່ອຟື້ນຟູຄວາມສົມດຸນຂອງ ປ່າໃຫ້ກັບມາອຸດົມສົມບູນຄືນໃໝ່; 5. ການໃຊ້ສິ່ງອື່ນມາທົດແທນເປັນ ວິທີການທີ່ຈະຊ່ວຍໃຫ້ມີການໃຊ້ຊັບ ພະຍາກອນທໍາມະຊາດຫລຸດໜ້ອຍ ລົງ ແລະ ບໍ່ທຳລາຍສິ່ງແວດລ້ອມ ເຊັ່ນ: ການໃຊ້ຖົງຜ້າແທນຖົງຢາງ ປຣາສຕິກ, ການໃຊ້ໃບຕອງແທນ ໂຟມ, ການໃຊ້ພະລັງງານແສງ ຕາເວັນແທນນໍ້າມັນເຊື້ອໄຟ ແລະ ການໃຊ້ປຸຍຊີວະພາບແທນປຸຍເຄມີ ເປັນຕົ້ນ ແລະ 6. ການເວນຍາມ ແລະ ປ້ອງກັນເປັນວິທີການທີ່ບໍ່ໃຫ້ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຖືກທຳລາຍເຊັ່ນ: ການເຝົ້າລະວັງການຖິ້ມຂີ້ເຫຍື້ອ ລົງສູ່ແມ່ນໍ້າ, ການສ້າງແນວປ້ອງ ກັນໄຟປ່າ... ສຳລັບການອະນຸລັກຊັບພະຍາ

RkJQdWJsaXNoZXIy MTc3MTYxMQ==