lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 15/08/2025 xtgmf]k; ອົງຄະນະພັກ ຄຕພ...ົັ ສ້າງການຫັນປ່ຽນ...້ັ່ ຍທຂ ທາບທາມ... ລາວ-ຟິລິບປິນ...ິິິ ສານສະແດງຄວາມຊົມເຊີຍ...ົີ ]a f4t,q o8u dt-;'dko8j k'xtgmf g0Q k1h P,0+ koa [okpq d]a f4t,q o8u ly 'dt3x ຂປລ.ໃນວັນທີ12ສິງຫາ2025, ທີ່ສໍານັກງານນາຍົກລັດຖະມົນຕີ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ລໍເຣນ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນ ໂອກາດເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການໃນ ວັນທີ 11-12 ສິງຫາ 2025. ໂອກາດນີ້, ທ່ານ ລໍເຣນ ວອງ ໄດ້ສະແດງຄວາມຍິນດີຕ້ອນຮັບອັນ ອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການ ເດີນທາງຢ້ຽມຢາມສິງກະໂປ ຂອງ ຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ດີລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນກວ່າເກົ່າ. ຂ ະ ນ ະ ດ ຽ ວ ກັ ນ , ທ່ າ ນ ທອງສະຫວັນ ພົມວິຫານ ໄດ້ສະ ແດງຄວາມປິຕິຍິນດີ ແລະ ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນໃນຄັ້ງນີ້ ແລະ ໄດ້ນໍາ ເອົາຄວາມຢື້ຢາມຖາມຂ່າວຂອງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ສົ່ງ ເຖິງທ່ານ ລໍເຣນ ວອງ ພ້ອມທັງ ໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນເນື່ອງໃນໂອກາດວັນ ຊາດສິງກະໂປ ຄົບຮອບ 60 ປີ ທີ່ ຫາກໍຜ່ານພົ້ນໄປໃນວັນທີ 9 ສິງຫາ 2025. ພ້ອມນີ້, ກໍໄດ້ຕາງໜ້າລັດ ຖະບານ ແລະ ປະຊາຊົນລາວສະ ແດງຄວາມຂອບໃຈລັດຖະບານ ແລະ ປະຊາຊົນສິງກະໂປ ທີ່ໄດ້ໃຫ້ ການຮ່ວມມື ແລະ ການຊ່ວຍເຫລືອ ອັນລໍ້າຄ່າໃຫ້ແກ່ ສປປ ລາວ ຕະ ຫລອດໄລຍະຜ່ານມາເປັນຕົ້ນແມ່ນ ການຊ່ວຍສ້າງຊັບພະຍາກອນມະ ນຸດ, ການຈັດຝຶກອົບຮົມພາສາອັງ ກິດ ແລະ ການບໍລິຫານລັດ ໃຫ້ ແກ່ພະນັກງານລັດຖະກອນ ແລະ ການນຳຂັ້ນສູງຂອງ ສປປ ລາວ, ລວມທັງການສົ່ງອາສາສະໝັກ, ຄູອາຈານ ແລະ ຊ່ຽວຊານມາ ຊ່ວຍເຫລືອວຽກງານພັດທະນາ ຊຸມຊົນຢູ່ແຂວງຕ່າງໆຂອງ ສປປ ລາວ ແລະ ອື່ນໆ, ພ້ອມນີ້ຍັງໄດ້ ສະແດງຄວາມຂອບໃຈຕໍ່ການສະ ໜັບສະໜູນ ສປປ ລາວ ໃນການ ເປັນປະທານອາຊຽນໃນປີ 2024 ຜ່ານມາ. ໃນໂອກາດນີ້, ສອງຝ່າຍໄດ້ຕີ ລາຄາສູງຕໍ່ສາຍພົວພັນລະຫວ່າງ ສອງປະເທດ ທີ່ນັບມື້ນັບຂະຫຍາຍ ຕົວສູງຕະຫລອດໄລຍະເວລາ 51 ປີແຫ່ງການສ້າງຕັ້ງສາຍພົວພັນ ການທູດຮ່ວມກັນ, ສະແດງອອກໃນ ການແລກປ່ຽນການຢ້ຽມຢາມຂອງ ການນຳຂັ້ນສູງໃນລະດັບຕ່າງໆ ແລະ ການຮ່ວມມືອັນດີໃນຂະແໜງ ການຕ່າງໆໃນໄລຍະຜ່ານມາ. ພ້ອມ ນີ້, ສອງຝ່າຍຍັງໄດ້ຊຸກຍູ້ສົ່ງເສີມ ການຮ່ວມມືທາງດ້ານການຄ້າການລົງທຶນ, ການພັດທະນາຊັບ ພະຍາກອນມະນຸດ, ການສະໜອງ ສະບຽງອາຫານ, ພະລັງງານສະ ອາດ, ການຄ້າຂາຍສິນເຊື່ອກາກ ບອນ, ການສົ່ງເສີມການທ່ອງທ່ຽວ ຮ່ວມກັນ, ການສົ່ງເສີມການໄປ ມາຫາສູ່ລະຫວ່າງປະຊາຊົນສອງ ປະເທດ, ການຮ່ວມມືໃນຂະແໜງ ບໍລິການ ແລະ ໂລຈິສຕິກ, ການ ສຶກສາ ແລະ ອື່ນໆໃຫ້ນັບມື້ນັບ ຂະຫຍາຍຕົວຍິ່ງຂຶ້ນ. ຂ່າວ: ກະຊວງການຕ່າງປະເທດ ຂ້າພະເຈົ້າຂໍຖືໂອກາດນີ້ ອວຍ ພອນໄຊອັນປະເສີດມາຍັງທ່ານຈົ່ງ ມີພະລານາໄມສົມບູນ, ມີຄວາມຜາ ສຸກ ແລະ ປະສົບຜົນສຳເລັດໃນໜ້າ ທີ່ອັນສູງສົ່ງຂອງທ່ານ. ກາງພັກ, ລັດຖະບານ ກໍຄື ຄະນະ ພັກ-ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການໃຫ້ມີປັດໄຈໃໝ່ທີ່ສູງ ເດັ່ນຂຶ້ນ, ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງໃນໄລຍະໃໝ່. ນອກຈາກນີ້, ຕ້ອງຍຶດໝັ້ນ ແລະ ເສີມຂະຫຍາຍຄຸນລັກສະນະສະ ເພາະຂອງກຳມະການ ແລະ ພະນັກ ງານແນວລາວສ້າງຊາດ ຕາມເນື້ອ ໃນ 4 ເສີມສ້າງ ຄື: ເສີມສ້າງຄວາມ ສາມັກຄີ, ເສີມສ້າງຄຸນງາມຄວາມ ດີ, ເສີມສ້າງຄຸນວຸດທິແລະ ເສີມສ້າງ ຄຸນນະທຳ; ຕ້ອງປັບປຸງສິດໜ້າທີ່ ແລະ ກົນໄກການເຄື່ອນໄຫວເຮັດ ວຽກຂອງແນວລາວສ້າງຊາດໃຫ້ ກວ້າງຂວາງ,ກວມລວມ,ສອດຄ່ອງ ກວ່າເກົ່າ, ຄະນະພັກ, ອຳນາດການ ປົກຄອງ ແລະ ຂະແໜງການທຸກຂັ້ນ ຕ້ອງເພີ່ມທະວີການນຳພາຂອງຕົນ ແລະ ສ້າງເງື່ອນໄຂອໍານວຍຄວາມ ສະດວກໃຫ້ແກ່ການເຄື່ອນໄຫວ ປະຕິບັດພາລະບົດບາດ, ໜ້າທີ່ຂອງ ແນວລາວສ້າງຊາດໃຫ້ດີຂຶ້ນກວ່າ ເກົ່າ, ຮ່ວມມືກັບກະຊວງ, ອົງການ ສູນກາງ, ອົງການປົກຄອງທ້ອງ ຖິ່ນ, ອົງການພາຄີ ແລະ ອົງການ ຈັດຕັ້ງສັງຄົມ ເພື່ອຊ່ວຍໜູນເຊິ່ງ ກັນ ແລະ ກັນ, ພ້ອມກັນຈັດຕັ້ງປະ ຕິບັດແນວທາງ, ນະໂຍບາຍ, ມະຕິ, ຄຳສັ່ງຕ່າງໆຂອງພັກ, ຂອງລັດ ແລະ ໃນການແກ້ໄຂບັນດາປາກົດ ການຫຍໍ້ທໍ້ໃນສັງຄົມ, ການປັບປຸງ ກໍ່ສ້າງຮາກຖານການເມືອງ, ການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ, ສົ່ງເສີມໃຫ້ປະຊາ ຊົນລາວເຮົາຮູ້ທຳມາຫາກິນ, ດຳ ລົງຊີວິດ ແລະ ມີວິຖີຊີວິດໃໝ່ທີ່ ກ້າວໜ້າ, ຮູ້ພັດທະນາ, ຮູ້ຜະລິດ ເປັນສິນຄ້າ ແລະ ປົກປັກຮັກສາ ສິ່ງແວດລ້ອມໃຫ້ແຂງແຮງ ແລະ ພົ້ນເດັ່ນກວ່າເກົ່າ; ເພີ່ມທະວີການ ປະກອບສ່ວນເຂົ້າໃນການພັດທະ ນາ ເ ສດຖະກິດຕາມ ເ ງື່ອນໄຂ ແລະ ຄວາມສາມາດຕົວຈິງບົນ ພື້ນຖານກົດໝາຍ ແລະ ລະບຽບ ການທີ່ກຳນົດໄວ້, ສືບຕໍ່ຈັດຕັ້ງປະ ຕິບັດໂຄງການ “ສ້າງກອງທຶນ ບ້ານສາມັກຄີ ແລະ ພັດທະນາ” ດ້ວຍຮູບແບບການຮ່ວມມືລະຫວ່າງ ແນວລາວສ້າງຊາດ, ນັກທຸລະກິດ ແລະ ປະຊາຊົນ ຫລື ຮູບແບບ ການສ້າງຕັ້ງລັດວິສາຫະກິດ ແລະ ມູນນິທິ, ລະດົມກໍາລັງແຮງໃນສັງ ຄົມ ເພື່ອຊ່ວຍແກ້ໄຂຄວາມທຸກຍາກ ແລະ ພັດທະນາເຂດຫ່າງໄກສອກ ຫລີກທີ່ຍັງມີຄວາມຫຍຸ້ງຍາກ. ແນວລາວສ້າງຊາດແຕ່ລະຂັ້ນ ຕ້ອງສືບຕໍ່ເພີ່ມທະວີບົດບາດຕິດ ຕາມ, ກວດກາສຽງສະທ້ອນຂອງ ສັງຄົມກ່ຽວກັບການປະຕິບັດແນວ ທາງ, ນະໂຍບາຍ, ກົດໝາຍ ແລະ ລະບຽບການ ກໍຄື ຕໍ່ການເຄື່ອນໄຫວ ປະຕິບັດພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງອົງການຈັດຕັ້ງ ພັກ-ລັດ ແລະ ສະມາຊິກພັກ, ພະ ນັກງານ-ລັດຖະກອນຢູ່ຂັ້ນຕ່າງໆ ຕ່າງປະເທດສູນກາງພັກ ແລະ ເປັນ ກຽດເຂົ້າຮ່ວມຂອງສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການ ສູນກາງພັກ, ຮອງປະທານສະພາ ແຫ່ງຊາດ, ຜູ້ຊີ້ນໍາກອງປະຊຸມໃຫຍ່ ສະມາຊິກພັກ ຄຕພ. ນອກນັ້ນ, ມີ ບັນດາສະຫາຍຄະນະບໍລິຫານງານ ພັກ ຄຕພ, ຜູ້ຕາງໜ້າຈາກຄະນະ ກວດກາສູນກາງພັກ, ຄະນະຈັດຕັ້ງ ສູນກາງພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນທົ່ວ ຄຕພ ເຂົ້າຮ່ວມ. ໃນພິທີ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ກ່າວເປີດກອງປະ ຊຸມ ແລະ ຮຽກຮ້ອງໃຫ້ສະມາຊິກ ພັກ ຈົ່ງເຊີດຊູຄວາມຮັບຜິດຊອບ ເພື່ອເຕົ້າໂຮມເອົາຄຳຄິດຄຳເຫັນ ຂອງສະມາຊິກພັກປະກອບໃສ່ເນື້ອ ໃນເອກະສານ ແລະ ບຸກຄະລາກອນ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງ ທີ III ຂອງອົງຄະນະພັກ ຄຕພ ຮັບ ປະກັນໃຫ້ການເລືອກຕັ້ງຄະນະ ບໍລິຫານງານພັກ ສະໄໝທີ III ມີ ຄຸນນະພາບ. ພ້ອມນັ້ນ, ສະຫາຍນາງ ສູນທອນ ໄຊຍະຈັກ ກໍໄດ້ມີຄໍາເຫັນ ຕໍ່ກອງປະຊຸມທາບທາມ ຮອບທີ 2 ໂດຍສະຫາຍ ໄດ້ເນັ້ນວ່າ: ການ ທາບທາມ ຮອບທີ 2 ມີຄວາມໝາຍ ສໍາຄັນ ເພື່ອກ້າວໄປສູ່ກອງປະຊຸມ ໃຫຍ່. ສະນັ້ນ, ສະມາຊິກພັກທຸກຄົນ ຕ້ອງກໍາໄດ້ມາດຖານ-ເງື່ອນໄຂທີ່ ຂັ້ນເທິງກໍານົດໄວ້ໃຫ້ເລິກເຊິ່ງ, ການ ປະກອບຄໍາເຫັນກໍໃຫ້ມີເນື້ອໃນ, ເຂົ້າ ກັບເປົ້າໝາຍ, ຫລີກເວັ້ນການໃສ່ ຮ້າຍປ້າຍສີທີ່ບໍ່ມີມູນຄວາມຈິງ. ຈາກນັ້ນ, ສະຫາຍ ສະເຫລີມໄຊ ທະທົງສັກ ກຳມະການຄະນະພັກ, ຫົວໜ້າອະນຸກຳມະການເນື້ອໃນ ໄດ້ນຳສະເໜີຮ່າງລາຍງານການ ເມືອງ, ແຜນພັດທະນາ ຄຕພ ໃນ ໄລຍະ 2026-2030 ແລະ ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງເລຂາ ຄະນະພັກ, ຮອງຫົວໜ້າ ຄຕພ ໄດ້ ຜ່ານຮ່າງບົດສໍາຫລວດການນໍາ ພາຂອງຄະນະບໍລິຫານງານພັກ ການທາບທາມເປີດກວ້າງ. ການ ທາບທາມເລືອກເຟັ້ນເອົາບຸກຄະ ລາກອນເຂົ້າສະໝັກເປັນຄະນະພັກ ກະຊວງແມ່ນມີຄວາມສໍາຄັນຫລາຍ ເນື່ອງຈາກຈະເປັນຄະນະຜູ້ສືບຕໍ່ນໍາ ພາກະຊວງ ຍທຂ ໃນ 5 ປີຕໍ່ໜ້າ, ໝາຍຄວາມວ່າ: ຊາຕາກໍາຂອງ ກະຊວງ, ຄວາມກ້າວໜ້າຂອງ ສະມາຊິກພັກ-ພະນັກງານຈະມີ ຄວາມກ້າວໜ້າ, ວຽກງານກະຊວງ ຈະມີຜົນສໍາເລັດໜ້ອຍຫລາຍສໍາ ໃດ, ຄວາມສາມັກຄີຈະດີຮ້າຍແນວ ໃດ, ປາກົດການຫຍໍ້ທໍ້ຈະຖືກແກ້ໄຂ ຫລື ຈະເກີດປາກົດການຫຍໍ້ທໍ້ເພີ່ມ ຕື່ມແມ່ນຂຶ້ນກັບບຸກຄົນຄະນະພັກ ກະຊວງທີ່ຈະເລືອກເຟັ້ນຈາກຮອບ ທີ I ເຊິ່ງເປັນພື້ນຖານໃຫ້ແກ່ຮອບທີ II, ຮອບທີ III ແລະ ກອງປະຊຸມໃຫຍ່ ຜູ້ແທນ ຄັ້ງທີ VI ຂອງອົງຄະນະ ພັກກະຊວງ. ພ້ອມນີ້, ສະຫາຍຍັງ ໄດ້ຮຽກຮ້ອງມາຍັງບັນດາຮາກ ຖານພັກທີ່ເຂົ້າຮ່ວມກອງປະຊຸມ ທາບທາມ ຮອບທີ I ໃຫ້ມີຄວາມ ຮັບຜິດຊອບທາງດ້ານການເມືອງ ສູງ, ຕັດສິນໃຈເລືອກເຟັ້ນເອົາບຸກ ຄະລາກອນທີ່ມີຄຸນທາດການເມືອງ ໜັກແໜ້ນ, ມີຄຸນສົມບັດສິນທໍາ ປະຕິວັດ, ມີຄວາມຮູ້ຄວາມສາມາດ ດ້ານວິຊາການໃດໜຶ່ງທີ່ແນ່ນອນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ ວຽກງານທີ່ຖືກມອບໝາຍ, ເຄົາລົບ ນັບຖືຄໍາຄິດຄໍາເຫັນຂອງໝູ່ຄະນະ ແລະ ມະຫາຊົນ, ປະຕິບັດລະບອບ ແບບແຜນວິທີເຮັດວຽກແບບລວມ ສູນປະຊາທິປະໄຕຂອງພັກ, ຕົກລົງ ບັນຫາເປັນໝູ່ຄະນະ, ປະຕິບັດລະ ບຽບການ ແລະ ກົດໝາຍເຂັ້ມງວດ. ພ້ອມທັງໃຫ້ຫລີກເວັ້ນແນວຄິດ ອັກຄະຕິສ່ວນຕົວຕໍ່ກັນ ເຊິ່ງຈະນໍາ ພາໄປສູ່ການສ້າງຜົນເສຍຫາຍ ໃຫ້ແກ່ບຸກຄະລາກອນທີ່ມີຄວາມຮູ້ ຄວາມສາມາດເຮັດໃຫ້ຂາດໂອກາດ ເຂົ້າຮ່ວມເປັນຄະນະພັກກະຊວງ. ສະຫາຍ ເຫລັກໄຫລ ສີວິໄລ ຍັງໄດ້ສະແດງຄວາມຫວັງວ່າ: ກອງປະຊຸມທາບທາມໃນຮອບ ທີ I ຈະສາມາດເລືອກເຟັ້ນໄດ້ບັນ ດາສະຫາຍທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນເຂົ້າໃນຄະນະ ບໍລິຫານງານພັກກະຊວງສະໄໝ ທີ VI ເພື່ອສືບຕໍ່ເປັນເຈົ້າການນຳ ພາ-ຊີ້ນໍາ ກະຊວງ ຍທຂ ໃຫ້ມີ ບາດກ້າວບຸກທະລຸໃໝ່ຮອບດ້ານ ຕາມຄໍາຂວັນຂອງຂະແໜງ ຍທຂ ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ (Ma Thereza P. Lazaro) ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສາທາລະນະລັດ ຟິລິບປິນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ຟິລິບປິນ ຢ່າງ ເປັນທາງການ ແລະ ເຂົ້າຮ່ວມກອງ ປະຊຸມຄະນະກຳມາທິການຮ່ວມມື ສອງຝ່າຍ (JCBC) ຄັ້ງທີ 3 ລະຫວ່າງ ສປປ ລາວ ແລະ ສ ຟິ ລິບປິນ ໃນລະຫວ່າງວັນທີ 1314 ສິງຫາ 2025 ເພື່ອສືບຕໍ່ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະ ຫວ່າງສອງປະເທດໃຫ້ໄດ້ຮັບໝາກ ຜົນຍິ່ງໆຂຶ້ນ. ໃນວັນທີ 13 ສິງຫາ 2025, ທີ່ ກະຊວງການຕ່າງປະເທດຟິລິບປິນ, ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ ໄດ້ພົບປະສອງຝ່າຍ ແລະ ເປັນປະທານຮ່ວມກອງປະຊຸມ ຄະນະກຳມາທິການຮ່ວມມືສອງ ຝ່າຍ (JCBC) ຄັ້ງທີ 3 ລະຫວ່າງ ສປປ ລາວ ແລະ ສ ຟິລິບປິນ ເພື່ອ ທົບທວນຄືນການພົວພັນຮ່ວມມື ສອງຝ່າຍໃນໄລຍະ 2 ປີຜ່ານມາ ພາຍຫລັງກອງປະຊຸມ JCBC ລາວ-ຟິລິບປິນ ຄັ້ງທີ 2 ທີ່ໄດ້ຈັດ ຂຶ້ນຢູ່ ສປປ ລາວ ໃນເດືອນສິງຫາ 2023, ຊຸກຍູ້ສົ່ງເສີມການພົວພັນ ຮ່ວມມືສອງຝ່າຍໃນດ້ານຕ່າງໆ ໃນປັດຈຸບັນ, ພ້ອມທັງໄດ້ຮ່ວມກັນ ກໍານົດທິດທາງແຜນການຮ່ວມມື ໃນຕໍ່ໜ້າເພື່ອຮັດແໜ້ນສາຍພົວພັນ ແລະ ເສີມຂະຫຍາຍການຮ່ວມມື ສອງຝ່າຍໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ໄປເລື້ອຍໆ. ໃນກອງປະຊຸມຄັ້ງນີ້, ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ ໄດ້ສະແດງຄວາມຍິນດີຕ້ອນຮັບ ອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ການເດີນທາງຢ້ຽມຢາມຟິລິບປິນ ຢ່າງເປັນທາງການຂອງຄະນະ ຜູ້ແທນ ສປປ ລາວ ໃນຄັ້ງນີ້ ຊຶ່ງ ເປັນການປະກອບສ່ວນສໍາຄັນເຂົ້າ ໃນການເສີມຂະຫຍາຍສາຍພົວພັນ ເສີມຂະຫຍາຍສິດເປັນເຈົ້າຂອງປະ ຊາຊົນ, ສ້າງເງື່ອນໄຂຊຸກຍູ້ໃຫ້ປະ ຊາຊົນໄດ້ມີສ່ວນຮ່ວມໃນການຄຸ້ມ ຄອງລັດ, ຄຸ້ມຄອງສັງຄົມໃຫ້ຫລາຍ ຂຶ້ນຕາມທິດທີ່ວ່າທຸກໆວຽກຕ້ອງ “ໃຫ້ປະຊາຊົນຮູ້, ປະຊາຊົນປຶກສາ, ປະຊາຊົນເຂົ້າຮ່ວມຈັດຕັ້ງປະຕິບັດ, ປະຊາຊົນຕິດຕາມກວດກາ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດຢ່າງ ຊອບທຳ”; ສືບຕໍ່ເພີ່ມທະວີການ ເຄື່ອນໄຫວການທູດປະຊາຊົນ ກໍຄື ເປີດກວ້າງການຮ່ວມມືສາກົນ ໂດຍ ສະເພາະອົງການແນວໂຮມຂອງ ບັນດາປະເທດເພື່ອນມິດຍຸດທະ ສາດ, ບັນດາປະເທດເພື່ອນບ້ານ ເພື່ອປະກອບສ່ວນເຂົ້າໃນການເສີມ ສ້າງສະພາບແວດລ້ອມແຫ່ງສັນຕິ ພາບ, ສະຖຽນລະພາບ, ການຮ່ວມ ມືເພື່ອການພັດທະນາ; ສົ່ງເສີມການ ໄປມາຫາສູ່ລະຫວ່າງປະຊາຊົນໃຫ້ ຖືກຕ້ອງຕາມລະບຽບ ເພື່ອແລກ ປ່ຽນວັດທະນະທຳ, ດຶງດູດການລົງ ທຶນ, ການຄ້າ ແລະ ການທ່ອງທ່ຽວ ໃຫ້ນັບມື້ນັບຫລາຍຂຶ້ນ; ສືບຕໍ່ເຕົ້າ ໂຮມຂົນຂວາຍ ແລະ ສ້າງເງື່ອນໄຂ ໃຫ້ຄົນລາວຢູ່ຕ່າງປະເທດທີ່ມີຈິດໃຈ ຮັກເຊື້ອແພງຊາດອວ່າຍໜ້າມາຫາ ປະເທດຊາດ ເພື່ອປະກອບສ່ວນເຂົ້າ ໃນພັດທະນາປະເທດຊາດ. ຂ່າວ: ກິດຕາ; ພາບ: ເກດສະໜາ ຄຕພ, ເຊິ່ງສະຫາຍໄດ້ຍົກໃຫ້ເຫັນ ດ້ານດີ, ຂໍ້ຄົງຄ້າງ, ບົດຮຽນທີ່ ຖອດຖອນໄດ້ຕະຫລອດການນໍາ ພາ-ຊີ້ນຳຂອງຄະນະບໍລິຫານງານ ພັກ ຄຕພ 5 ປີຜ່ານມາ ເພື່ອໃຫ້ຜູ້ ເຂົ້າຮ່ວມໄດ້ຄົ້ນຄວ້າ ແລະ ປະກອບ ຄຳຄິດເຫັນເຮັດໃຫ້ຮ່າງເອກະສານ ດັ່ງກ່າວມີເນື້ອໃນສົມບູນຍິ່ງຂຶ້ນ. ຫລັງຈາກນັ້ນ, ສະຫາຍ ເກີລໍ່ ຢາງກໍ່ ກໍາມະການຄະນະພັກ, ຫົວໜ້າກົມ ຈັດຕັ້ງ-ພະນັກງານ, ຫົວໜ້າອະນຸ ກໍາມະການບຸກຄະລາກອນໄດ້ຜ່ານ ມາດຖານ-ເງື່ອນໄຂຂອງຜູ້ສະໝັກ ຄະນະບໍລິຫານງານພັກ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະ ທານກວດກາຄະນະພັກ. ໃນຕອນທ້າຍກອງປະຊຸມ, ໄດ້ ດຳເນີນການທາບທາມເອົາບຸກຄະ ລາກອນ ຮອບທີ 2 ເພື່ອກະກຽມ ໃຫ້ແກ່ການດຳເນີນກອງປະຊຸມ ໃຫຍ່ສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ຄຕພ ທີ່ຈະຈັດຂຶ້ນໃນ ຕໍ່ໜ້ານີ້. ຂ່າວ-ພາບ: ຄຕພ ມິດຕະພາບ ແລະ ການຮ່ວມມື ທີ່ດີລະຫວ່າງສອງປະເທດ, ທັງ ເປັນການປະກອບສ່ວນສະເຫລີມ ສະຫລອງສາຍພົວພັນການທູດ ຄົບຮອບ 70 ປີ ລະຫວ່າງສອງປະ ເທດໃນປີ 2025 ນີ້. ພ້ອມນີ້, ຍັງ ໄດ້ປຶກສາຫາລືກ່ຽວກັບການເຊື້ອ ເຊີນທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມາຢ້ຽມຢາມປະເທດຟິລິບປິນ ໃນທ້າຍປີ 2025 ນີ້ ເພື່ອເປັນ ການສະເຫລີມສະຫລອງຄົບຮອບ ປີສຳຄັນດັ່ງກ່າວຂອງສອງປະ ເທດ. ໃນຂະນະດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ສະແດງ ຄວາມຊົມເຊີຍຕໍ່ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ ທີ່ໄດ້ຮັບການ ແຕ່ງຕັ້ງເປັນລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສ ຟິລິບປິນ ຄົນໃໝ່, ພ້ອມທັງໄດ້ເຊື້ອເຊີນໄປ ຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການໃນເວລາທີ່ສະດວກ. ນອກຈາກນີ້, ສອງຝ່າຍໄດ້ປຶກ ສາຫາລື ແລະ ທົບທວນຄືນການ ພົວພັນຮ່ວມມືໃນດ້ານຕ່າງໆເປັນ ຕົ້ນໃນດ້ານການເມືອງ, ດ້ານປ້ອງ ກັນຊາດ ແລະ ປ້ອງກັນຄວາມສະ ຫງົບ, ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ກະສິ ກໍາ, ພະລັງງານ, ເຕັກໂນໂລຊີ ແລະ ການສື່ສານ, ການສຶກສາ, ວັດທະ ທໍາ-ສັງຄົມ ແລະ ອື່ນໆ, ລວມທັງ ການຮ່ວມມືລະຫວ່າງສອງກະຊວງ ການຕ່າງປະເທດລາວ ແລະ ຟິ ລິບປິນ ແລະ ເຫັນດີຊຸກຍູ້ສົ່ງເສີມ ການຮ່ວມມືໃນດ້ານຕ່າງໆດັ່ງກ່າວ ໃຫ້ຂະຫຍາຍຕົວກວ່າເກົ່າ ເພື່ອນຳ ເອົາຜົນປະໂຫຍດຕົວຈິງມາສູ່ສອງ ປະເທດ ແລະ ປະຊາຊົນສອງຊາດ, ພ້ອມທັງໄດ້ແລກປ່ຽນທັດສະນະຕໍ່ ບັນຫາພາກພື້ນ ແລະ ສາກົນ ທີ່ສອງ ຝ່າຍມີຄວາມສົນໃຈຮ່ວມກັນ. ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ດີລະຫວ່າງສອງປະເທດ ຕະຫລອດໄລຍະ 70 ປີ ຜ່ານມາ ຊຶ່ງໄດ້ຮັບການເສີມຂະຫຍາຍ ແລະ ພັດທະນາຂຶ້ນເປັນກ້າວໆເຫັນໄດ້ ຈາກມີການແລກປ່ຽນການຢ້ຽມ ຢາມຂອງການນຳຂັ້ນສູງ ແລະ ພົບ ປະກັນໃນໂອກາດເຂົ້າຮ່ວມກອງປະ ຊຸມພາກພື້ນ ແລະ ສາກົນ ຂອງການ ນໍາຂັ້ນສູງ ແລະ ຂັ້ນຕ່າງໆຂອງ ສອງປະເທດຢ່າງເປັນປົກກະຕິ. ໃນຕອນທ້າຍກອງປະຊຸມ, ທ່ານ ທອງສະຫວັນ ພົມວິຫານ ແລະ ທ່ານ ນາງ ມາເຣຍ ເທເຣຊາ ພີ ລາຊາໂຣ ໄດ້ຮ່ວມກັນລົງນາມ ຮັບຮອງເອົາບົດບັນທຶກກອງປະຊຸມ ຄະນະກຳມາທິການຮ່ວມມືສອງ ຝ່າຍ ຄັ້ງທີ 3 ລະຫວ່າງ ສປປ ລາວ ແລະ ສ ຟິລິບປິນ ຊຶ່ງເປັນເອກະ ສານສໍາຄັນໃນຜົນສຳເລັດຂອງ ການຢ້ຽມຢາມຄັ້ງນີ້ ເພື່ອເປັນບ່ອນ ອີງໃຫ້ແກ່ສອງກະຊວງການຕ່າງ ປະເທດ ກໍຄື ຂະແໜງການກ່ຽວ ຂ້ອງຂອງສອງຝ່າຍສືບຕໍ່ຊອກຫາ ຊ່ອງທາງຮ່ວມມືກັນໃນຂະແໜງ ທີ່ສອງປະເທດມີທ່າແຮງຕາມຂົງ ເຂດທີ່ໄດ້ກຳນົດໃນເນື້ອໃນຂອງ ບົດບັນທຶກສະບັບດັ່ງກ່າວ ເປັນຕົ້ນ ດ້ານພະລັງງານສະອາດ, ກະສິກໍາ ທັນສະໄໝ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ. ພ້ອມກັນນີ້, ທັງສອງຝ່າຍຍັງໄດ້ ຮ່ວມກັນເປີດກາສັນຍະລັກສະ ເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດລະຫວ່າງສອງປະເທດ ຢ່າງເປັນທາງການ. ໃ ນ ວັ ນ ດ ຽ ວ ກັ ນ , ທ່ າ ນ ທອງສະຫວັນ ພົມວິຫານ ພ້ອມດ້ວຍ ຄະນະຍັງໄດ້ໄປວາງພວງມາລາ ທີ່ອານຸສາວະລີຂອງ ທ່ານ Rizal ທີ່ເປັນວິລະບຸລຸດຂອງປະຊາຊົນຟິ ລິບປິນ ໃນການຕໍ່ສູ້ເອົາເອກະລາດ ຈາກຕ່າງຊາດ; ວາງກະຕ່າດອກໄມ້ ຢູ່ຮູບປັ້ນຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດທີ່ສວນ ອາຊຽນ; ໄປຢ້ຽມຢາມຫໍພິພິຕະ ພັນແຫ່ງຊາດຂອງປະເທດຟິລິບ ປິນ. ນອກຈາກນີ້, ຍັງໄດ້ໄປຢ້ຽມ ຢາມ ແລະ ໃຫ້ກຽດໂອ້ລົມພະນັກ ງານຢູ່ສະຖານເອກອັກຄະລັດທະ ທູດ ແຫ່ງ ສປປ ລາວ ປະຈຳ ສາທາ ລະນະລັດ ຟິລິບປິນ ຕື່ມອີກ. ທີ່ວ່າ: “ພັດທະນາຂະແໜງການ ໂຍທາທິການ ແລະ ຂົນສົ່ງໃຫ້ເປັນ ປາຍແຫລມ, ມີຈຸດສຸມ, ມີປະສິດທິ ຜົນສູງ, ທັນສະໄໝ, ປອດໄພ, ມີ ຄວາມທົນທານຕໍ່ການປ່ຽນແປງດິນ ຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ”. ຈາກນັ້ນ, ກອງປະຊຸມກໍໄດ້ດຳ ເນີນການປ່ອນບັດຄັດເລືອກເອົາ ບຸກຄະລາກອນທີ່ຈະອອກສະໝັກ ຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານ ງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສະໄໝທີVI ໂດຍມີ ຜູ້ສະໝັກຮັບເລືອກຕັ້ງ ຈໍານວນ 64 ສະຫາຍ, ຍິງ 10 ສະຫາຍ. ຂ່າວ: ທະນູທອງ; ພາບ: ຂັນໄຊ
RkJQdWJsaXNoZXIy MTc3MTYxMQ==