gsfdko{dkora fmtok xtgmf]k; ( 14/08/2025 ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ເມືອງໄຊຍະບູ ລີ ແຂວງໄຊຍະບູລີ ຈັດປະຖະກະ ຖາຫວນຄືນມູນເຊື້ອ 5 ວັນສໍາຄັນ, ຂອງພັກ ຂອງຊາດ ຂອງແຂວງ ໄຊຍະບູລີ ໃນວັນທີ 12 ສິງຫາ 2025 ທີ່ຫ້ອງວ່າການເມືອງ ໂດຍ ການເປັນປະທານຂອງ ທ່ານ ເສນ ພັນລັກ ເລຂາພັກເມືອງ ຫົວໜ້າ ຄະນະສະມາຊິກສະພາປະຊາຊົນ ແຂວງ ປະຈໍາເຂດເລືອກຕັ້ງ ເມືອງ ໄຊຍະບູລີ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫ້ອງການ, ອົງການ, ກົມກອງ, ພະນັກງານລັດຖະກອນ ແລະ ນາຍບ້ານພາຍໃນ ເທສະບານ ເຂົ້າຮ່ວມ. ທ່ານ ເສນ ພັນລັກ ໄດ້ຍົກໃຫ້ g,n v'w-pt[6 ]u s;o7n o,6 og-n vs]kp;a ole7a o ເຫັນປະຫວັດມູນເຊື້ອຂອງ 5 ວັນ ປະຫວັດສາດສໍາຄັນ ຂອງພັກ, ຂອງ ຊາດ ຂອງແຂວງໄຊຍະບູລີ ກໍຄື ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ; ວັນລັດຖະທໍາມະ ນູນ ແຫ່ງ ສປປ ລາວ ຄົບຮອບ 34 ປີ; ວັນຢຶດອຳນາດທົ່ວປະເທດ ແລະ ວັນຢຶດອຳນາດແຂວງໄຊ ຍະບູລີ; ມູນເຊື້ອ 43 ປີ ແຫ່ງການ ສ້າງຕັ້ງສານປະຊາຊົນ ແຫ່ງ ສປປ ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ແຂວງເຊກອງ ຈັດກິດຈະກຳຍ່າງມາລາທອນ ເພື່ອ ສະເຫລີມສະຫລອງວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 11 ສິງຫາ 2025 ທີ່ເດີ່ນສວນ 25 ປີ ໂດຍ ມີທ່ານ ຂັນຕີ ສີລະວົງສາ ຮອງ ເຈົ້າແຂວງໆເຊກອງ ພ້ອມດ້ວຍ ພະນັກງານຈາກພະແນກການ, ກົມ ກອງ, ຫ້ອງການ ແລະມວນຊົນ ພາຍໃນແຂວງເຂົ້າຮ່ວມຢ່າງເປັນ g-dv'9a fdy f9tdepj k',k]kmvo lts]v';a olh k'8a 'co;]k;lh k'-kf s];'rt[k' lts]v';a olh k'8a 'lnj ,;o-q o c]t dkory ,9e|j kp 7q [Iv[ 75 xu ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ສະຖານ ກົງສຸນໃຫຍ່ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ປະຈໍາແຂວງຫລວງ ພະບາງ ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງສື່ມວນຊົນ ແລະ ການ ພິມຈໍາໜ່າຍແຫ່ງຊາດລາວຄົບຮອບ 75 ປີ ໃນວັນທີ 11 ສິງຫາ 2025 ໂດຍມີທ່ານ ນາງ ວຽນວິໄລ ດີລະ ພັນ ຫົວໜ້າຄະນະໂຄສະນາອົບຮົມ ແຂວງຫລວງພະບາງ, ທ່ານ ຈາງ ເສີ້ຜິງ ກົງສຸນໃຫຍ່ ແຫ່ງ ສປ ຈີນ ປະ ຈໍາພາກເໜືອ ແຂວງຫລວງພະບາງ ພ້ອມດ້ວຍຜູ້ຊີ້ນຳວຽກງານສື່ມວນ ຊົນ ແລະ ນັກຂ່າວບັນດາແຂວງພາກ ເໜືອ ເຂົ້າຮ່ວມ. ໃນພິທີ, ທ່ານ ຈາງເສີ້ຜິງ ໄດ້ ກ່າວຕ້ອນຮັບ ບັນດາຄະນະນຳ ແລະ ສື່ມວນຊົນ ແຂວງພາກເໜືອຂອງ ລາວ ພ້ອມທັງຕີລາຄາສູງຕໍ່ກັບການ ພັດທະນາວຽກງານສື່ມວນຊົນລາວ ຕະຫລອດໄລຍະ 75 ປີຜ່ານມາ. ການຈັດງານຄັ້ງນີ້ເພື່ອເປັນການເພີ່ມ ທະວີການພົວພັນ-ຮ່ວມມື ລະຫວ່າງ ບັນດາແຂວງພາກເໜືອຂອງລາວ ກັບສະຖານກົງສຸນໃຫຍ່ ແຫ່ງ ສປ ຈີນ ໃຫ້ມີການສືບຕໍ່ຂະຫຍາຍຕົວຢ່າງ ຕໍ່ເນື່ອງໃນທຸກໆດ້ານ ຕາມທິດທີ່ການ ນຳຂອງທີ່ສອງພັກ-ລັດຖະບານ ໄດ້ມີ ແນວທາງຮ່ວມມືກັນມາແຕ່ດົນນານ, ເຊິ່ງທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ສປ ຈີນ ໄດ້ໃຫ້ຄວາມສໍາຄັນຕໍ່ ກັບສື່ມວນຊົນຕະຫລອດມາ ແລະ ສືບຕໍ່ເພີ່ມທະວີການໂຄສະນາແນວ ທາງຂອງພັກ, ລະບຽບກົດໝາຍ ຂອງລັດເປັນອັນລະອຽດ ທັງເຂົ້າ ສູ່ວຽກງານຕົວຈິງຂອງສື່ມວນ ຊົນ ແລະ ພິມຈຳໜ່າຍ ເພື່ອໃຫ້ ວຽກງານສື່ມວນຊົນພັດທະນາ ໄປຢ່າງຖືກທິດ, ໜັກແໜ້ນ ແລະ ສາມາດເຂົ້າຮ່ວມການເຄື່ອນໄຫວ ໃນພາກພື້ນ, ສາກົນ ເພື່ອຮັບໃຊ້ ໃຫ້ແກ່ວຽກງານປົກປັກຮັກສາ, ພັດທະນາປະເທດຊາດ ແລະ ເກີດ ຜົນປະໂຫຍດສູງສຸດຕໍ່ສ່ວນລວມ ໂດຍສະເພາະ ການຜັນຂະຫຍາຍ ເນື້ອໃນມະຕິ ວ່າດ້ວຍການສ້າງ ເສດຖະກິດ ເອກະລາດ ເປັນເຈົ້າ ຕົນເອງ ໃນໄລຍະໃໝ່ ພ້ອມທັງສືບຕໍ່ ເປັນເຈົ້າການປັບປຸງພັດທະນາດ້ານ ເນື້ອໃນ ແລະ ຮູບການໂຄສະນາ ໃຫ້ດຶງດູດຜູ້ອ່ານ, ຜູ້ຟັງ, ຜູ້ຊົມ ບົນ ພື້ນຖານຂໍ້ມູນຕົວຈິງ ແລະ ຮັບປະກັນ ຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ ບໍ່ ໃຫ້ຜິດເຂວອອກຈາກແນວທາງການ ເມືອງຂອງພັກ. ໂອກາດນີ້, ທ່ານ ນາງ ວຽນວິ ໄລ ດີລະພັນ ໄດ້ຕາງໜ້າໃຫ້ການນໍາ ແລະ ສື່ມວນຊົນບັນດາແຂວງພາກ ເໜືອກ່າວຂອບໃຈຕໍ່ກັບການຈັດງານ ຄັ້ງນີ້, ຍ້ອນເຫັນໄດ້ເຖິງຄວາມສໍາ ຄັນວຽກງານສື່ມວນຊົນ ທັງສັນຍາ ວ່າຈະສືບຕໍ່ພັດທະນາວຽກງານສື່ ມວນຊົນໃຫ້ນັບມື້ດີຂຶ້ນ ແລະ ຈະສືບ ຕໍ່ຮັດແໜ້ນການພົວພັນຮ່ວມມືກັບ ສະຖານກົງສຸນໃຫຍ່ ສປ ຈີນ ປະຈຳ ພາກເໜືອ ແຂວງຫລວງພະບາງ ໃຫ້ ກວ້າງຂວາງ, ເລິກເຊິ່ງ ແລະ ຍືນ ຍົງ-ຍາວນານ. h ລາວ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມ ສໍາຄັນ, ພາລະບົດບາດການນໍາ ພາຂອງພັກ, ສ້າງຄວາມຮັບຮູ້- ເຂົ້າໃຈຕໍ່ມູນເຊື້ອໃນການຕໍ່ສູ້ອັນ ພິລະອາດຫານ ຂອງແນວລາວສ້າງ ຊາດ ເຫັນໄດ້ຄວາມປີຊາສາມາດ ໃນການໂຄສະນາຂົນຂວາຍ ແລະ ການນໍາພາຕໍ່ສູ້ຈົນໄດ້ຮັບໄຊຊະນະ, ການເຄື່ອນໄຫວຂອງວຽກງານສື່ ມວນຊົນ ໃນການໂຄສະນາເຜີຍແຜ່ ແລະ ເຮັດໜ້າທີ່ເປັນກະບອກສຽງ, ຂອງພັກ, ຂອງຊາດ ເສີມຂະຫຍາຍ ມູນເຊື້ອຮັກຊາດຮັກລະບອບໃໝ່, ຍົກສູງນໍ້າໃຈຮັກຊາດ, ເອົາໃຈໃສ່ ສ້າງສາປະເທດຊາດໃຫ້ມັ່ງຄັ່ງ ເຂັ້ມແຂງ, ຮັກສາມູນເຊື້ອການຕໍ່ສູ້ ເສຍສະລະຂອງບັນພະບູລຸດ ແລະ ປະຊາຊົນບັນດາເຜົ່າ ໃນພາລະກິດ ຕໍ່ສູ້ ເພື່ອປົດປ່ອຍຊາດ, ທົບທວນ ຫວນຄືນຂະບວນວິວັດແຫ່ງການ ກໍາເນີດເກີດຂຶ້ນ ແລະ ຂະຫຍາຍ ຕົວຂອງລັດຖະທໍາມະນູນ ແລະ ກົດໝາຍ ກໍຄື ການສ້າງລະບອບ ປະຊາທິປະໄຕ ປະຊາຊົນ, ເຊີດຊູ ຄວາມສັກສິດໃນການຄຸ້ມຄອງລັດ ດ້ວຍກົດໝາຍໃຫ້ມີຄວາມໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸ ຕິທໍາໃນສັງຄົມ. ຂ່າວ-ພາບ: ສົມພົງ ສີສະຫວັດ h ຂະບວນຟົດຟື້ນ. ທ່ານ ຂັນຕີ ສີລະວົງສາ ໄດ້ ກ່າວວ່າ: ການຈັດກິດຈະກຳຍ່າງ ມາລາທອນ ຄັ້ງນີ້ ນອກຈາກເປັນ ການສ້າງຂະບວນການ ສະເຫລີມ ສະຫລອງ ວັນສຳຄັນຂອງພັກຂອງ ຊາດແລ້ວກໍຄືວັນສ້າງຕັ້ງແນວລາວ ສ້າງຊາດ ຄົບຮອບ 75 ປີແລ້ວ ຍັງ ເປັນການເຕົ້າໂຮມຄວາມສາມັກຄີ ລະຫວ່າງທຸກຊັ້ນຄົນດ້ວຍກັນ, ເປັນການສົ່ງເສີມການອອກກຳລັງ ກາຍ ໃຫ້ມີສຸຂະພາບແຂງແຮງ ທາງດ້ານຮ່າງກາຍ ແລະ ຈິດໃຈ. ພ້ອມນີ້, ຍັງເປັນການສ້າງຂະບວນ ການຂໍ່ານັບຮັບຕ້ອນ ກອງປະຊຸມ ໃຫຍ່ຄັ້ງທີ 9l ຂອງອົງຄະນະພັກ ແຂວງເຊກອງ ທີ່ຈະໄຂຂຶ້ນໃນມໍ່ໆ ນີ້ ແລະ ເປັນການໂຄສະນາສ້າງ ຄວາມຮັບຮູ້ເຂົ້າໃຈ ໃຫ້ແກ່ມວນ ຊົນ, ເຊິ່ງຕະຫລອດໄລຍະຜ່ານ ມາວຽກງານແນວລາວສ້າງ ຊາດແຂວງເຊກອງ ໄດ້ເອົາໃຈ ໃສ່ຈັດຕັ້ງຜັນຂະຫຍາຍແນວທາງ ນະໂຍບາຍຂອງພັກ, ລະບຽບ ກົດໝາຍຂອງລັດຢ່າງຕັ້ງໜ້າ, ເປັນຄັນທຸງເຕົ້າໂຮມຄວາມສາ ມັກຄີຂອງປະຊາຊົນບັນດາເຜົ່າ, ສະມາຊິກພັກ , ພະນັກງານ , ທະຫານ, ຕຳຫລວດ ໃຫ້ຮູ້ຈັກ ຮັກຫອມເຊິ່ງກັນ ແລະ ກັນ ຮັກ ເຊື້ອແພງຊາດຮັກສາສະໜາ, ເສີມ ຂະຫຍາຍມູນເຊື້ອ ແລະ ອະນຸລັກ ຮັກສາຮີດຄອງປະເພນີອັນດີງາມ ຂອງຊາດ ຂອງເຜົ່າໃຫ້ໝັ້ນຄົງຂະ ນົງແກ່ນ. ຂະບວນຍ່າງດັ່ງກ່າວ ໄດ້ເລີ່ມ ແຕ່ສວນ 25 ປີຂອງແຂວງ ດ້ວຍ ໄລຍະທາງເກືອບ 2 ກິໂລແມັດ. ຂ່າວ: ອັດສະວິນ dkooec0;'9exkla d 8h voIa [ Iv'sq ;|h ksh v';j kdkol6 odk'ra d ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງ ພັກເລຂາພັກແຂວງ, ເຈົ້າແຂວງໆ ຈຳປາສັກ ພ້ອມດ້ວຍຄະນະ ຕ້ອນ ຮັບທ່ານ ມີໄຊ ພົມເຂ ຄະນະປະຈຳ ພັກ, ຮອງຫົວໜ້າຫ້ອງວ່າການ ສູນກາງພັກ ຄະນະຕິດຕາມຊຸກຍູ້ ກະກຽມເນື້ອໃນກອງປະຊຸມໃຫຍ່ ອົງຄະນະພັກ ແຂວງຈຳປາສັກ ໃນວັນທີ 11 ສິງຫາ 2025 ທີ່ ຫ້ອງວ່າການແຂວງຈຳປາສັກ. ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງການ ຕ້ອນຮັບ ແລະ ຊົມເຊີຍມາຍັງ ທ່ານ ມີໄຊ ພົມເຂ ພ້ອມດ້ວຍຄະນະ ທີ່ໄດ້ມາເຄື່ອນໄຫວຕິດຕາມຊຸກຍູ້ ຊ່ວຍກະກຽມເນື້ອໃນກອງປະຊຸມ ໃຫຍ່ ຄັ້ງທີ I9 ອົງຄະນະພັກແຂວງ ຈຳປາສັກ ໃນຄັ້ງນີ້ ແລະ ຫວັງ ວ່າຈະໃຫ້ສຳເລັດຕາມລະດັບ ຄາດໝາຍ, ພ້ອມທັງເນັ້ນໃຫ້ອະນຸ ກຳມະການເນື້ອໃນຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນການກະກຽມຮ່າງ ລາຍງານການເມືອງ ຢ່າງປະດິດ ສ້າງ, ຖືກຕ້ອງ, ສອດຄ່ອງ ແລະ ແທດເໝາະກັບສະພາບເງື່ອນໄຂ, ຈຸດພິເສດຕົວຈິງ ຂອງອົງຄະນະພັກ. ທ່ານ ມີໄຊ ພົມເຂ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບ ພ້ອມທັງແຈ້ງຈຸດປະສົງການມາ ເຄື່ອນໄຫວໃນຄັ້ງນີ້ ກໍເພື່ອກະກຽມ ຄວາມພ້ອມຮອບດ້ານ ໃນການ ກຳແໜ້ນເນື້ອໃນຈິດໃຈຄຳເຫັນຊີ້ນໍາ ຂອງຂັ້ນເທິງ ໂດຍສະເພາະ ຄຳສັ່ງ ວ່າດ້ວຍການກະກຽມ ແລະ ດຳເນີນ ກອງປະຊຸມໃຫຍ່ 3 ຂັ້ນ ຂອງຄະນະ ເລຂາທິການສູນກາງພັກ; ບົດແນະ ນໍາກ່ຽວກັບການກະກຽມເນື້ອໃນ ຮ່າງລາຍງານການເມືອງ ຂອງ ອົງຄະນະພັກແຕ່ລະຂັ້ນ ຂອງຫ້ອງ ວ່າການສູນກາງພັກ ທີ່ວາງອອກມາ ໃຫ້ເລິກເຊິ່ງ ແນໃສ່ເພື່ອສ້າງຄວາມ ເຂົ້າໃຈ ແລະ ຄວາມເປັນເອກະພາບ ຕໍ່ເນື້ອໃນກອງປະຊຸມໃຫຍ່ ໂດຍ ສະເພາະ ຕໍ່ຮ່າງລາຍງານການ ເມືອງ ຕິດພັນກັບແຜນພັດທະນາ ເສດຖະກິດ-ສັງຄົມ. ພ້ອມດຽວກັນ ນັ້ນ, ຍັງເປັນການສ້າງຄວາມ ເຂົ້າໃຈ ແລະ ຄວາມເປັນເອກະພາບ ຕໍ່ພາລະບົດບາດ, ສິດ, ໜ້າທີ່ຄວາມ ຮັບຜິດຊອບ ຂອງຫ້ອງວ່າການ ສູນກາງພັກ ກໍຄື ຄະນະຮັບຜິດຊອບ ທີ່ຈະລົງຊຸກຍູ້ ຊ່ວຍການກະກຽມ ເນື້ອໃນເອກະສານກອງປະຊຸມໃຫຍ່ ອົງຄະນະພັກກະຊວງ, ອົງການ ແລະ ທ້ອງຖິ່ນ ໃຫ້ໄປຖືກທິດ ແລະ ລວງດຽວກັນ ທັງນີ້ກໍເພື່ອຍົກສູງ ຄຸນນະພາບໃນການປະຕິບັດໜ້າທີ່ ຂອງຄະນະຮັບຜິດຊອບທີ່ຈະລົງ ຊ່ວຍຊຸກຍູ້ ການກະກຽມເນື້ອໃນ ກອງປະຊຸມໃຫຍ່ອົງຄະນະພັກ ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຕາມລະດັບຄາດໝາຍ ຂອງຂັ້ນເທິງໄດ້ວາງໄວ້. ໂອກາດດຽວກັນ, ຄະນະດັ່ງ ກ່າວ ຍັງໄດ້ຮ່ວມເຮັດວຽກ ກັບ ຄະນະກະກຽມເນື້ອໃນກອງປະຊຸມ ໃຫຍ່ຂັ້ນແຂວງ ເຊິ່ງນຳໂດຍ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາ ພັກແຂວງ ປະທານສະພາປະຊາຊົນ ແຂວງຈຳປາສັກ ນຳອີກ. ຂ່າວ: ທັດຊະນະ h
RkJQdWJsaXNoZXIy MTc3MTYxMQ==