glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ xtgmf]k; 6 14/08/2025 glf4tdy f{la '7q , -u ;y f{;a fmtotme ໂດຍ ເຂົ້າຈານນ້¦ l;o[a ofkgzq j k 95 f];,mk'fh ko;a fmtotme d5j ,x6 d,vo]h P',h vo lh k'zt]y f8tra oxvflkory fl6j la '7q ,]k; ກຸ່ມປູກມອນລ້ຽງມ້ອນ ຂອງ ບ້ານແກ້ວກູ່ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ໝູນໃຊ້ວັດຖຸ ດິບຈາກຕົ້ນມອນສ້າງເປັນຜະລິດ ຕະພັນຄຸນນະພາບອອກຈໍາໜ່າຍສູ່ ສັງຄົມ ເປັນຕົ້ນ: ຊາໃບມອນ, ຂັນ ໝາກເບັງຝັກມ້ອນ, ນໍ້າໝັກໝາກ ມອນ, ວາຍໝາກມອນ ແລະ ອື່ນໆ ທີ່ສັງຄົມຕ້ອງການຫລາຍ ໂດຍສະ ເພາະແມ່ນປະເພດນໍ້າໝັກ ແລະ ວາຍ ແມ່ນຜະລິດຕະພັນທີ່ຂາຍດີ ໂດຍສະເພາະໄລຍະເທສະການວັນ ສໍາຄັນຕ່າງໆ. ດັ່ງທີ່ພວກເຮົາຮູ້ແລ້ວວ່າ ປະເທດລາວຂອງພວກເຮົາ ແມ່ນ ປະກອບດ້ວຍຫລາຍໆຊົນເຜົ່າທີ່ ດຳລົງຊີວິິດດ້ວຍຄວາມປອງດອງ, ມີຄວາມສາມັກຄີ, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໄປພ້ອມໆກັບ ການເຊື່ອຖືທາງດ້ານວັດທະນະທຳ ຂອງໃຜລາວທີ່ແຕກຕ່າງກັນ ມີ ຄວາມຫລາກຫລາຍ ເຊິ່ງບັນດາ ວັດທະນະທຳຂອງບັນດາເຜົ່າລ້ວນ ແລ້ວແຕ່ໄດ້ຖືກນຳມາສະແດງ ເຜີຍ ແຜ່ໃນວັນສຳຄັນຕ່າງໆຂອງຊາດ, ຂອງພັກ-ລັດ ເພື່ອເປັນການເຜີຍແຜ່ ວັດທະນະທຳເຊິ່ງກັນ ແລະ ກັນສູ່ ສາຍຕາສັງຄົມລາວກໍຄືຊາວໂລກ ໄດ້ຮັບຮູ້ເຖິງຄວາມອຸດົມສົມບູນ ທາງດ້ານວັດທະນະທຳຢູ່ປະເທດ ລາວເຮົາ. ດ້ວຍຄວາມຫລາກຫລາຍທາງ ດ້ານວັດທະນະທຳຂອງປະຊາຊົນ ບັນດາເຜົ່າ ແລະ ເພື່ອເປັນການ ສະດວກໃຫ້ແກ່ການຮຽນຮູ້ທາງ ດ້ານວັດທະນະທຳບັນດາເຜົ່າເຊິ່ງ ກັນ ແລະ ກັນນັ້ນ, ທ່ານ ພຸວົງ ພະ ມີສິດ ປະທານສວນບັນດາເຜົ່າໄດ້ ໃຫ້ຮູ້ໃນໂອກາດປິດງານສັບປະດາ ສະເຫລີມສະຫລອງວັນສ້າງຕັ້ງ ແນວລາວສ້າງຊາດຄົບຮອບ 75 ປີວ່າ: ພວກເຮົາສາມາດບັນລຸໄດ້ ເປົ້າໝາຍການເຕົ້າໂຮມຄວາມ ສາມັກຄີ, ສ້າງຄວາມເປັນປຶກແຜ່ນ ແລະ ຄວາມເອກະພາບພາຍໃນ, ສະແດງອອກງານຄັ້ງນີ້ ມີ 18 ຊົນ ເຜົ່າ ເຊິ່ງຕາງໜ້າ 50 ຊົນເຜົ່າ ໃນ ສປປ ລາວ; ສຳເລັດການຟື້ນຟູ, ສົ່ງເສີມ ແລະ ອະນຸລັກຮັກສາ ວັດ ທະນະທໍາຂອງທຸກໆເຜົ່າ ເຊິ່ງມັນ ສະແດງອອກການສະແດງສິລະ ປະ, ການເສບເຄື່ອງດົນຕີພື້ນເມືອງ ຂອງຊົນເຜົ່າ, ມີຜະລິດຕະພັນທີ່ ເປັນເອກະລັກຂອງຊົນເຜົ່າມາວາງ ສະແດງ, ມີອາຫານທີ່ປຸງແຕ່ງ ດ້ວຍສີມືຂອງພີ່ນ້ອງຊົນເຜົ່າຕົວຈິງ ມາໃຫ້ຊີມ; ສຳເລັດການເຜີຍແຜ່, ໂຄສະນາ ແລະ ນໍາສະເໜີໃຫ້ພໍ່ແມ່ ປະຊາຊົນ ເມືອງນາຊາຍທອງ ແລະ ເມືອງອ້ອມຂ້າງນະຄອນຫລວງ ວຽງຈັນ ໄດ້ສຳຜັດຄວາມຈິງວ່າ ສວນບັນດາເຜົ່າແຫ່ງນີ້ ມີຫລາຍ ຢ່າງທີ່ໜ້າສົນໃຈເຂົ້າມາທ່ອງ ທ່ຽວ, ມາຮຽນຮູ້ທາງດ້ານວັດທະ ນະທຳ ແລະ ວິຖີການດຳລົງຊີວິດ ຂອງບັນດາເຜົ່າ. ນອກຈາກທີ່ກ່າວມານັ້ນແລ້ວ, ສິ່ງທີ່ມວນຊົນ ແລະ ພີ່ນ້ອງຊົນ ເຜົ່າຕ່າງໆ ທີ່ມາຈາກຕ່າງແຂວງ ແລະ ນະຄອນຫລວງວຽງຈັນ ພູມ ໃຈແມ່ນຍັງໄດ້ເຫັນ ແລະ ໄດ້ສຳຜັດ ກັບກິດຈະກຳຕ່າງໆຂອງແຕ່ລະຊົນ ເຜົ່າ ໂດຍສະເພາະແມ່ນການເຂົ້າ ຢ້ຽມຊົມຫໍວາງສະແດງມູນເຊື້ອ ບັນດາເຜົ່າ; ທ່ຽວຊົມ, ຊີມອາຫານ, ຊື້ສິນຄ້າຢູ່ໃນຮ້ານວາງສະແດງຜະ ລິດຕະພັນຂອງບັນດາເຜົ່າ ເອກະ ລັກສະເພາະ; ໄດ້ເຫັນໄດ້ຊົມການ ຍ່າງຊຸດອາພອນຜ້າລາຍນາກ ແລະ ຮັບຟັງສຽງແຄນລາວ ເຊິ່ງໄດ້ຖືກ ຮັບຮອງເປັນມໍລະດົກໂລກ, ຮັບຊົມ ການສະແດງສິລະປະຂອງແຕ່ລະ ຊົນເຜົ່າ, ໄດ້ເຫັນເຮືອນຊົນເຜົ່າ, ໄດ້ ຊົມ ແລະ ສຳພັດກັບການຍ່າງຊຸດ ອາພອນເຄື່ອງນຸ່ງຂອງ 50 ຊົນເຜົ່າ ຢ່າງເບີກບານມ່ວນຊື່ນ; ພິເສດເປັນ ສິ່ງທີ່ພູມໃຈ ແລະ ຫາຊົມໄດ້ຍາກຄື ການຮ່ວມລໍາວົງມະຫາສາມັກຄີ, ຮ່ວມຟ້ອນເຕັ້ນແຊ ແບບມວນຊົນ ເຜົ່າທັງໝົດທຸກໆຊົນເຜົ່າແລະທຸກໆ ຄົນທີ່ມາທ່ຽວຢູ່ເວທີກາງຢ່າງຄຶກ ຄື້ນ. ແດ່ແຫ້ງ ແລະ ອື່ນໆ, ທັງນີ້ກໍເພື່ອ ເປັນການສົ່ງເສີມກຸ່ມປູກມອນລ້ຽງ ມ້ອນໃຫ້ມີລາຍຮັບຢ່າງຕໍ່ເນື່ອງ ຈຶ່ງໄດ້ແປຮູບມາເປັນຜະລິດຕະພັນ ສິນຄ້າຄຸນນະພາບປອດສານພິດ ຕ່າງໆອອກມາສູ່ສັງຄົມໄດ້ບໍລິໂພກ ເຊິ່ງສິນຄ້າດັ່ງກ່າວ ເລີ່ມຜະລິດ ມາແຕ່ປີ 2000 ເປັນຕົ້ນມາ, ຕົກ ມາປີ 2015 ກຸ່ມຜະລິດຕະພັນປູກ ມອນລ້ຽງມ້ອນຂອງພວກເຮົາໄດ້ ຮັບຮອງເປັນສິນຄ້າ ໜຶ່ງເມືອງໜຶ່ງ ຜະລິດຕະພັນ (ໂອດັອບ) ຂອງ ເມືອງແກ້ວອຸດົມ. ມາຮອດປັດຈຸບັນ ມີສະມາຊິກກຸ່ມທັງໝົດ 8 ຄອບຄົວ ໂດຍມີການແບ່ງໜ້າວຽກກັນແຕ່ ລະກຸ່ມຄື ມີກຸ່ມໜຶ່ງລ້ຽງມ້ອນ, ກຸ່ມ ເຮັດສວນມອນ, ສາວໄໝ, ປຸງແຕ່ງ ຜະລິດຕະພັນ, ຜະລິດນໍ້າໝາກ ມອນ, ເຮັດຊາຍອດມອນແລະອື່ນໆ ຕາມໜ້າທີ່ຂອງໃຜລາວ. ເຖິງແນວ ໃດກໍດີ, ເມື່ອຜະລິດອອກມາແລ້ວ ຕະ ຫລາດຮອງຮັບແມ່ນສຳຄັນເຊິ່ງ ກຸ່ມຂອງພວກເຮົາມີສາຂາຈຳໜ່າຍ ຢູ່ນະຄອນຫລວງວຽງຈັນ, ແຂວງ ສະຫວັນນະເຂດ, ຄໍາມ່ວນ, ແຫລ່ງ ທ່ອງທ່ຽວໜ້າເຂື່ອນອ່າງນ້ຳງື່ມ 1 ແລະ ວາງຈຳໜ່າຍໃນງານເທສະ ການ ແລະ ວັນສຳຄັນຕ່າງໆ ຂອງ ເມືອງຂອງແຂວງ ແລະ ນະຄອນ ຫລວງ, ສໍາລັບລາຄາເລີ່ມຕົ້ນຜະ ລິດຕະພັນແມ່ນ 30.000 ກີບ ໄປ ຫາ 8.000.000 ກີບ ໂດຍສະເພາະ ແມ່ນໝາກເບັງຈະລາຄາແພງກວ່າ ໝູ່. ນອກຈາກເຮັດຜະລິດຕະພັນ ອອກມາຈຳໜ່າຍແລ້ວ ທາງກຸ່ມ ຂອງພວກເຮົາຍັງເນັ້ນໃສ່ການຜະ ລິດເສັ້ນໄໝໃຫ້ຫລາຍຂຶ້ນເພື່ອເປັນ ການຫລຸດຜ່ອນການນຳເຂົ້າຈາກ ຕ່າງປະເທດ. ທ່ານ ຄໍາອຸ້ຍ ເວົ້າຕື່ມວ່າ: ພາຍ ຫລັງທີ່ຫັນປ່ຽນຈາກການຖາງປ່າ ເຮັດໄຮ່ມາປູກມອນຜະລິດເປັນ ສິນຄ້າ ເຮັດໃຫ້ຄອບຄົວມີຊີວິດ ການເປັນຢູ່ດີຂຶ້ນຕ່າງຈາກເມື່ອ ກ່ອນຫລາຍ, ມີເງິນສົ່ງເສີມລູກຮ່ຳ ຮຽນໜັງສື, ມີເງິນແຮ່ໄວ້ຍາມສຸກ ເສີນ, ສາມາດຊື້ລົດໄດ້, ມີບ່ອນພັກ ອາໄສຖາວອນ ເຫລົ່ານີ້ເປັນຕົ້ນ. ສໍາລັບຜະລິດຕະພັນເຮົາແມ່ນ ສິນ ຄ້າປອດສານພິດທີ່ຜະລິດຈາກວັດ ຖຸດິບທຳມະຊາດ ທັງນີ້ກໍເພື່ອໃຫ້ລູກ ຄ້າທຸກ ທ່ານທີ່ຊື້ສິນຄ້າຈາກພວກ ເຮົາໄປດື່ມມີສຸຂະພາບດີເປັນຕົ້ນຊາ ຂີ້ມ້ອນ, ຊາຍອດມອນ ແມ່ນຫລຸດ ຕັ້ງຊົງ, ຫລຸດໄຂມັນ, ບໍາລຸງສາຍ ຕາ, ນອນຫລັບ, ກິນເຂົ້າແຊບ ແລະ ອື່ນໆ ກໍລ້ວນແຕ່ມີປະໂຫຍດ ຕໍ່ຮ່າງກາຍ, ຂັບໄລ່ສານພິດສິ່ງທີ່ ເວົ້າມານີ້ແມ່ນມີໃບຢັ້ງຢືນ ຈາກສິ່ງ ແວດລ້ອມ, ໃບຢັ້ງຢືນ ອຍ ຈາກ ກະຊວງສາທາລະນະສຸກ. ສະນັ້ນ, ຖ້າລູກຄ້າທ່ານໃດສົນໃຈຜະລິດຕະ ພັນສິນຄ້າໂອດັອບຂອງກຸ່ມພວກ ເຮົາ ເພື່ອດື່ມເອງ ຫລື ເພື່ອເປັນຂອງ ຕ້ອນຂອງຝາກ ກໍສາມາດຕິດຕໍ່ ໄດ້ທີ່ເບີໂທ: 020 5581 6046, 030 909 4908 ຫລື ເບີວອດ ແອບ 020 5504 0813. ທ່ານ ຄໍາອຸ້ຍ ບົວລະພາ ເວົ້າສູ່ ຟັງໃນໂອກາດເຂົ້າຮ່ວມງານ ວາງ ສະແດງສິນຄ້າ ເນື່ອງໃນໂອກາດ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ຢູ່ຫໍວັດທະນະທໍາ ແຫ່ງຊາດ ວ່າ: ການເຂົ້າຮ່ວມ ງານໃນຄັ້ງນີ້ມີຜູ້ປະກອບການຢ່າງ ຫລວງຫລາຍ,ໜຶ່ງໃນນັ້ນກໍ່ມີສິນຄ້າ ຂອງພວກເຮົາມາວາງຈຳໜ່າຍ ເຊິ່ງ ສິນຄ້າທີ່ນຳມາໃນຄັ້ງນີ້ແມ່ນຜະລິດ ຈາກຕົ້ນມອນກວ່າ 14 ຊະນິດສິນ ຄ້າ ເພື່ອສຸຂະພາບ ເປັນຕົ້ນ ຊາຂີ້ ມ້ອນ, ຊາຝຸ່ນມ້ອນ, ຊາໃບມອນ, ນໍ້າ ໝາກມອນ, ໝາກເບັງເຮັດດ້ວຍຝັກ ມ້ອນຢ່າງສວຍງາມ, ເຫລົ້າດອງ ໂຕມ້ອນ, ວາຍໝາກມອນ, ດັກ
RkJQdWJsaXNoZXIy MTc3MTYxMQ==