14/08/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ dy f9tdelqj 'glu ,dko7h kg,n v'-v'oe xt9exu 2025 9a f0B o16j o; ຂປລ. ອົງການສົ່ງເສີມການຄ້າ ແລະ ການລົງທຶນຂອງ ສ ເກົາຫລີ ປະຈຳນະຄອນຫລວງວຽງຈັນ (,053A ViFnUianF) ຮ່ວມ ກັບອົງການສົ່ງເສີມການຄ້າ ແລະ ການລົງທຶນຂອງ ສ ເກົາຫລີ ປະ ຈຳເມືອງຊອງນຳ, ອົງການສົ່ງ ເສີມອຸດສາຫະກຳເມືອງຊອງນຳ ຈັດກິດຈະກຳສົ່ງເສີມການຄ້າ ເມືອງຊອງນຳ ປະຈໍາປີ 2025 (4FPnHnaN 2025) ຢູ່ນະຄອນ ຫລວງວຽງຈັນ(ນວ) ໃນວັນທີ 7 ສິງຫາ 2025 ຜ່ານມາໂດຍມີທ່ານ ປັກຈຸນກິວ ຜູ້ອຳນວຍການໃຫຍ່ ອົງການ ,053A ແລະ ຕົວແທນ ນັກທຸລະກິດຈາກ ສ ເກົາຫລີ ແລະ ສປປ ລາວ ເຂົ້າຮ່ວມ. ເພື່ອ ສົ່ງເສີມການຄ້າ ແລະ ນຳສະເໜີ ຄວາມກ້າວໜ້າດ້ານນະວັດຕະກຳ ເຕັກໂນໂລຊີຂອງເມືອງຊອງນຳ, ພ້ອມທັງສົ່ງເສີມການພົວພັນຮ່ວມມື ຍຸດທະສາດ ແລະ ຊອກຫາໂອກາດ ໃໝ່ໃນຕະຫລາດ. ງານດັ່ງກ່າວ, ອອກແບບມາ ໃຫ້ເໜາະສົມສຳລັບການເຈລະຈາ ທຸລະກິດແບບສອງຝ່າຍ (PnFPn-PnF NFFUinH) ແລະ ເພີ່ມ ທະວີການພົວພັນດ້ານເສດຖະກິດ ລະຫວ່າງບໍລິສັດຈາກ ສ ເກົາຫລີ ແລະ ບັນດາທຸລະກິດຢູ່ລາວ ໃນ ການຮ່ວມມືໃນຂະແໜງເຕັກໂນ ໂລຊີສີຂຽວ, ຂົງເຂດສຸຂະພາບ, ອຸປະກອນດ້ານຄວາມງາມ, ຄວາມ ປອດໄພ ແລະ ນະວັດຕະກໍາ I$5 ໂດຍມີ 13 ບໍລິສັດຂອງ ສ ເກົາຫລີ ເຂົ້າຮ່ວມໃນງານຄັ້ງນີ້. ທ່ານ ປັກ ຈຸນກິວ ຜູ້ອຳນວຍການ ໃຫຍ່ອົງການ ,053A ໄດ້ກ່າວ ວ່າ: ກິດຈະກຳສົ່ງເສີມການຄ້າ ເມືອງຊອງນຳ ປະຈຳປີ 2025 ຄັ້ງ ນີ້, ເປັນບາດກ້າວທີ່ປະກອບສ່ວນ ເຂົ້າໃນການຮັດແໜ້ນສາຍພົວພັນ ຄູ່ຮ່ວມມືດ້ານເສດຖະກິດ ແລະ ເຕັກໂນໂລຊີລະຫວ່າງ ສ ເກົາຫລີ ແລະ ລາວ ໂດຍໄດ້ນໍາເອົານະວັດ ຕະກຳທີ່ມີຫົວຄິດປະດິດສ້າງຂອງ ບໍລິສັດຊັ້ນນໍາຂອງຊອງນຳ ມາສູ່ ຕະຫລາດລາວ ແລະ ພວກເຮົາເຊື່ອ ວ່າ ການພົບປະສອງຝ່າຍໃນມື້ນີ້ ໄດ້ ວາງພື້ນຖານສໍາລັບການຮ່ວມມືໃນ ໄລຍະຍາວແບບຕ່າງຝ່າຍຕ່າງຈະ ໄດ້ຮັບຜົນປະໂຫຍດ. ,053A ຈະສືບຕໍ່ເປັນຂົວຕໍ່ທີ່ໜ້າເຊື່ອຖືລະ ຫວ່າງທຸລະກິດເກົາຫລີ ແລະ ລາວ, ສະໜັບສະໜູນການຮ່ວມມືແບບ ຍືນຍົງ ແລະ ການຂະຫຍາຍຕົວໃນ ຂະແໜງການຫລັກໆ ເຊັ່ນ: ສາທາ ລະນະສຸກ, I$5 ແລະ ນຳວັດຕະ ກຳເຕັກໂນໂລຊີສີຂຽວ. ໃນງານດັ່ງກ່າວ, ໄດ້ອໍານວຍ ຄວາມສະດວກໃຫ້ແກ່ການພົບປະ ລະຫວ່າງ 13 ບໍລິສັດຂອງ ສ ເກົາ ຫລີ ແລະ 47 ບໍລິສັດຂອງລາວ ໂດຍມີການເຈລະຈາແບບ 2 ຝ່າຍ, ຫລາຍກວ່າ 92 ຄັ້ງ ລະຫວ່າງ ຜູ້ ຕາງໜ້າດ້ານ I$5, ຂົງເຂດການ ບິນ, ການແພດ ແລະ ຄວາມງາມ ຈາກພາກລັດ ແລະ ເອກະຊົນ. ການພົບປະສອງຝ່າຍຄັ້ງນີ້, ໄດ້ ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກ ປ່ຽນຂໍ້ມູນຂ່າວສານ, ສອບຖາມ ລາຍລະອຽດຂອງຜະລິດຕະພັນ ແລະ ປະເມີນໂອກາດດ້ານຕະຫລາດ ຂອງຜະລິດຕະພັນຂອງ ສ ເກົາ ຫລີ ໃນລາວ. ໃນໂອກາດນີ້, ຄະນະຜູ້ແທນ ການຄ້າຈາກ ສ ເກົາຫລີ ຍັງໄດ້ ໄປຢ້ຽມຢາມສູນອິນເຕີເນັດແຫ່ງ ຊາດ ເພື່ອຮຽນຮູ້ກ່ຽວກັບໂຄງ ຮ່າງ ແລະ ນະໂຍບາຍດ້ານ I$5 ຂອງລາວ ແລະ ໄດ້ພົບກັບບໍລິສັດ 40-65&, 4:45&. -A0 ເຊິ່ງເປັນບໍລິສັດເຕັກໂນໂລຊີຂອງ ເກົາຫລີ ທີ່ສົ່ງເສີມທຸລະກິດເລີ່ມຕົ້ນ (4UarU-VQ) ໃນລາວ. ສ້າງຄວາມເຂັ້ມແຂງ ... ກະຊວງປ້ອງກັນປະເທດ... ສື່ມວນຊົນ ເປັນກຳລັງ... ຟຟລ ສະຫລຸບການຈັດຕັ້ງ... ຊົນ ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍແຫ່ງຊາດ ຄົບຮອບ 75 ປີ ວ່າ: ສື່ມວນຊົນ ລາວ ເປັນກະບອກສຽງອັນແຫລມ ຄົມໃຫ້ອົງການຈັດຕັ້ງພັກ, ລັດ ແລະ ສັງຄົມ ໃນການໂຄສະນາສຶກ ສາອົບຮົມແນວທາງຂອງພັກ, ກົດ ໝາຍ ແລະ ລະບຽບການຕ່າງໆ ຂອງລັດ, ປະກອບສ່ວນຢ່າງຕັ້ງ ໜ້າ, ໂຄສະນາເຜີຍແຜ່ຂໍ້ມູນຂ່າວ ສານຕ່າງໆທັງພາຍໃນ ແລະ ຕ່າງ ປະເທດ ໃຫ້ສັງຄົມໄດ້ຮັບຮູ້ຢ່າງ ທົ່ວເຖິງ, ຊັດເຈນ, ວ່ອງໄວທັນ ເຫດການ, ຕອບໂຕ້ການໂຄສະນາ ບິດເບືອນຄວາມເປັນຈິງ. ຍ້ອນແນວ ນັ້ນ. ສື່ມວນຊົນລາວ ຈຶ່ງມີບົດບາດ ຂປລ. ກອງປະຊຸມສະຫລຸບການ ຈັດຕັ້ງປະຕິບັດວຽກງານຂອງລັດ ວິສາຫະກິດໄຟຟ້າລາວ (ຟຟລ) ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງ ແຜນການ 6 ເດືອນທ້າຍປີ 2025 ຮັບມາປັບປຸງເອກະສານຕາມຄວາມ ຈຳເປັນກ່ອນຈະຂະຫຍາຍການຝຶກ ອົບຮົມໃຫ້ກວ້າງຂວາງຕື່ມ. ໂອກາດດຽວກັນ, ທ່ານ ນາງ ວາເນັດຊາ ເຮັກກາທີ ເລຂາເອກ, ສະຖານທູດອົດສະຕາລີປະຈຳສປປ ລາວ ໄດ້ກ່າວວ່າ: ເມື່ອເຮັດວຽກ ກັບເດັກນ້ອຍ, ພວກເຮົາມີພາລະ ບົດບາດຮ່ວມກັນໃນການປົກປ້ອງ ສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈຂອງເຂົາເຈົ້າ, ເຊິ່ງພວກ ເຮົາພູມໃຈທີ່ໄດ້ຮ່ວມມືກັບກະຊວງ ສຶກສາທິການ ແລະ ກິລາ ໂດຍຜ່ານ ແຜນງານບີຄວາ ເພື່ອສະໜັບສະໜູນ ການພັດທະນາເອກະສານແນະນຳ ການປົກປ້ອງ ແລະ ຮັກສາຄວາມ ປອດໄພຂອງເດັກຢ່າງເປັນທາງ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ແນວລາວສ້າງຊາດແຕ່ລະໄລຍະ ຊຶ່ງແນວລາວສ້າງຊາດ ໄດ້ເປັນ ຄັນທຸງເຕົ້າໂຮມຂະບວນການຕໍ່ສູ້ ໃນກອງປະຊຸມ,ທ່ານອາຄົມເດດ ວົງໄຊ ຜູ້ອຳນວຍການໃຫຍ່ ຟຟລ ໄດ້ຍົກໃຫ້ເຫັນຜົນງານການຈັດຕັ້ງ ປະຕິບັດວຽກງານຂອງ ຟຟລ ໃນ ໄລຍະ 6 ເດືອນຕົ້ນປີ 2025 ຜ່ານ ມາ, ເຊິ່ງການດຳເນີນວຽກງານ ແມ່ນຍັງສືບຕໍ່ຜະເຊີນກັບສິ່ງທ້າ ທາຍ, ສະພາບເສດຖະກິດພາຍໃນ ປະເທດ ແມ່ນພົບກັບຄວາມຫຍຸ້ງ ຍາກຢ່າງຫລີກລ້ຽງບໍ່ໄດ້, ແຕ່ເຖິງ ຢ່າງໃດກໍຕາມ ຟຟລ ໄດ້ສຸມໃສ່ວາງ ຫລັກການ ແລະ ນະໂຍບາຍການ ດໍາເນີນທຸລະກິດຂອງໄຟຟ້າລາວ ໃນໄລຍະໃໝ່ ເພື່ອໃຫ້ພະນັກງານ ທຸກຄົນສາມາດກໍາໄດ້ແນວທາງ ປະຕິຮູບ ແລະ ໄປໃນທິດທາງ ດຽວກັນ. ຄຽງຄູ່ກັນນີ້, ລັດວິສາ ຫະກິດໄຟຟ້າລາວ ຍາມໃດກໍໄດ້ສຸມ ໃສ່ວຽກງານການປັບປຸງຂະຫຍາຍ ລະບົບສາຍສົ່ງ-ສະຖານີໄຟຟ້າ ແລະ ລະບົບຈຳໜ່າຍໄຟຟ້າ ເພື່ອໃຫ້ສາ ມາດນໍາສົ່ງພະລັງງານໄຟຟ້າຈາກ ແຫລ່ງຜະລິດ 103 ແຫ່ງ, ກໍາລັງ ຕິດຕັ້ງ 4.930 ເມກາວັດ ໃຫ້ໄປເຖິງ ຜູ້ຊົມໃຊ້ໄຟຟ້າທົ່ວປະເທດໃຫ້ພຽງພໍ ແລະ ມີຄວາມສະຖຽນລະພາບ. ປັດຈຸບັນທົ່ວປະເທດມີສະຖານີໄຟຟ້າ ທັງໝົດ 84 ແຫ່ງ, ລວມກໍາລັງຕິດ ຕັ້ງທັງໝົດ 9.114,5 ເມກາໂວນ ອຳແປ (.VA) ໃນນີ້, ມີລະບົບ ສາຍສົ່ງໄຟຟ້າແຮງສູງ 500 ກິໂລ ໂວນ, ຍາວ 372 ກິໂລແມັດຕໍ່ ວົງຈອນ 230 ກິໂລໂວນ, ຍາວ 3.352 ກິໂລແມັດຕໍ່ວົງຈອນ ແລະ ລະບົບສາຍສົ່ງໄຟຟ້າ 115 ກິໂລ ໂວນ, ຍາວ 7.130 ກິໂລແມັດ ຕໍ່ວົງຈອນ, ລະບົບຕາຂ່າຍແຮງ ດັນກາງ 22 ກິໂລໂວນ-35 ກິໂລ ໂວນ, ຍາວ 38.835 ກິໂລແມັດ ຕໍ່ວົງຈອນ, ລະບົບຕາຂ່າຍແຮງ ດັນຕໍ່າ 0,4 ກິໂລໂວນ, ຍາວ 22.878 ກິໂລແມັດຕໍ່ວົງຈອນ, ມີໝໍ້ແປງລະບົບຈໍາໜ່າຍທັງໝົດ 41.306 ໜ່ວຍ, ລວມກໍາລັງຕິດ ຕັ້ງ 7.175.814 ກິໂລໂວນອຳ ແປ. ພ້ອມນີ້, ມີຈໍານວນໝໍ້ນັບໄຟ (ລູກຄ້າ) ທີ່ຢູ່ໃນການຄຸ້ມຄອງ 1.797.394 ໜ່ວຍ. ນອກນີ້, ລັດ ວິສາຫະກິດໄຟຟ້າລາວ ຍັງໄດ້ສຸມ ໃສ່ວາງແຜນບໍລິຫານ ການຜະລິດ ພະລັງງານໄຟຟ້າ ແລະ ວຽກງານ ພັດທະນາແຫລ່ງຜະລິດທີ່ເປັນຂອງ ໄຟຟ້າລາວຄຸ້ມຄອງ 5 ໂຄງການ ລວມກໍາລັງຕິດຕັ້ງ 789 ເມກາວັດ ໃນນັ້ນ, ເປັນໂຄງການທີ່ກໍ່ສ້າງສໍາ ເລັດ ແລະ ເຊື່ອມເຂົ້າລະບົບໄຟຟ້າ ລາວແລ້ວ 3 ໂຄງການ ແລະ ອີກ 2 ໂຄງການທີ່ຢູ່ໃນໄລຍະການກໍ່ສ້າງ. ທ່ານ ອາຄົມເດດ ວົງໄຊ ໃຫ້ຮູ້ ຕື່ມວ່າ: ເພື່ອຮັບປະກັນລະບົບໄຟຟ້າ ໃຫ້ມີຄວາມສະຖຽນລະພາບຫລຸດ ຜ່ອນບັນຫາເຫດການໄຟຕົກ-ໄຟ ມອດ, ໄຟຟ້າລາວ ກໍໄດ້ມີການ ຕິດຕາມ, ກວດກາຫາສາເຫດຕົວ ຈິງ ແລະ ຄົ້ນຄວ້າຫລາຍແນວ ທາງແກ້ໄຂ ເພື່ອຍົກສູງຂີດຄວາມ ສາມາດໃນການດໍາເນີນວຽກງານ ຄຸ້ມຄອງລະບົບຈໍາໜ່າຍ ຂອງໄຟຟ້າ ລາວ ໃຫ້ມີຄຸນນະພາບ, ເຊິ່ງໄລຍະ ຜ່ານມາ ໄດ້ມີການວາງມາດຕະ ການແກ້ໄຂແຕ່ລະໄລຍະ ເພື່ອໃຫ້ ລະບົບຈໍາໜ່າຍໄຟຟ້າມີຄວາມສະ ຖຽນລະພາບ ແລະ ຮັບປະກັນ ໃນການສະໜອງໄຟໃຫ້ກັບສັງຄົມ ໂດຍສະເພາະສຸມໃສ່ວຽກງານການ ປັບປຸງລະບົບຈໍາໜ່າຍໃນຂອບເຂດ ທົ່ວປະເທດ ເປັນຕົ້ນນະຄອນຫລວງ ວຽງຈັນ ໃຫ້ມີຄວາມຮັບປະກັນ ສູງຂຶ້ນເພື່ອຫລຸດຜ່ອນບັນຫາແຮງ ດັນຕົກ (ໄຟບໍ່ພໍ) ໂດຍແນໃສ່ການ ປ່ຽນສາຍຈາກສາຍຂະໜາດນ້ອຍ ເປັນສາຍຂະໜາດໃຫຍ່, ເສີມໝໍ້ ແປງໄຟຟ້າ, ເຊິ່ງໃນ 6 ເດືອນຕົ້ນ ປີສາມາດປະຕິບັດໄດ້ 114 ໜ່ວຍ, ລວມກໍາລັງຕິດຕັ້ງ 17.095 ກິໂລ ໂວນອຳແປ ທັງນີ້ກໍເພື່ອໃຫ້ແທດ ເໝາະກັບສະພາບຂອງການຊົມ ໃຊ້ໄຟຟ້າຕົວຈິງໃນແຕ່ລະເຂດເຮັດ ໃຫ້ການສະໜອງໄຟມີຄວາມສະ ຖຽນລະພາບຂຶ້ນສາມາດຫລຸດຜ່ອນ ບັນຫາແຮງດັນຕົກໄດ້ຫລາຍໃນ ຂອບເຂດຕົວເມືອງ ແລະ ສືບຕໍ່ ປະຕິບັດ ໃນ 6 ເດືອນທ້າຍປີ 2025 ໃຫ້ພຽງພໍກັບການຊົມໃຊ້ຕົວຈິງ. ເພື່ອຮັບປະກັນການສະໜອງ ໄຟຟ້າພາຍໃນໃຫ້ພຽງພໍຕາມຄວາມ ຕ້ອງການໃນແຕ່ລະໄລຍະ, ຟຟລ ໄດ້ຄົ້ນຄວ້າມາດຕະການແກ້ໄຂເລັ່ງ ດ່ວນໃນໄລຍະປີ 2025-2027 ໂດຍຈະສຸມໃສ່ ເລັ່ງກໍ່ສ້າງໂຄງການ ເຂື່ອນໄຟຟ້ານໍ້າງື່ມ 3 (ທີ່ເປັນຂອງ ຟຟລ) ໃຫ້ສໍາເລັດຕາມແຜນກໍານົດ ໃນປີ 2027 ເພື່ອປະກອບສ່ວນໃນ ການສະໜອງໄຟຟ້າໃຫ້ພາກກາງ ແລະ ຫລຸດຜ່ອນນໍາເຂົ້າໄຟຟ້າໃນ ລະດູແລ້ງ; ຊຸກຍູ້ໂຄງການພັດທະນາ ພະລັງງານໄຟຟ້າແສງຕາເວັນຂະ ໜາດໃຫຍ່ທີ່ເປັນແຜນບຸລິມະສິດ ເລັ່ງດ່ວນ 12 ຈຸດມີກໍາລັງຕິດຕັ້ງ 680 ເມກາວັດ, ອັນພົ້ນເດັ່ນ ໄດ້ສໍາ ເລັດການກໍ່ສ້າງ ແລະ ປ່ອຍກະແສ ໄຟຟ້າແລ້ວ 1 ຈຸດ 50 ເມກາວັດ ຢູ່ແຂວງຄໍາມ່ວນ ເຂດນິຄົມຊີໂນອາກຣີໂປຕາສ. ຄຽງຄູ່ກັນນັ້ນ, ຍັງ ໄດ້ສຸມໃສ່ແຜນພັດທະນາພະລັງງານ ໄຟຟ້າແສງຕາເວັນຂະໜາດນ້ອຍ ເຊື່ອມເຂົ້າລະບົບຈໍາໜ່າຍໄຟຟ້າ (5 ເມກາວັດ ລົງມາ) ໃນໄລຍະ ເລັ່ງດ່ວນ ປີ 2025-2026 ທົ່ວ ປະເທດທີ່ເປັນແຜນບຸລິມະສິດ ເພື່ອ ຊ່ວຍປັບປຸງຄວາມສະຖຽນລະພາບ ການສະໜອງໄຟ ແລະ ຊ່ວຍຫລຸດ ຜ່ອນພະລັງງານຕົກເຮ່ຍໃນລະບົບ ຈໍາໜ່າຍຂອງໄຟຟ້າລາວໃຫ້ດີຂຶ້ນ. ຂ່າວ: ທະນູທອງ, ພາບ: ຂັນໄຊ ສໍາຄັນໃນການປະກອບສ່ວນ ເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ນັບ ແຕ່ອະດີດຈົນເຖິງປັດຈຸບັນ, ສື່ມວນ ຊົນລາວ ເປັນກອງກຳລັງປະຈັນ ບານຂອງພັກ, ລັດ ຕໍ່ສູ້ໃນສະໜາມ ຮົບການເມືອງແນວຄິດ ເພື່ອປຸກ ລະດົມທົ່ວປວງຊົນເຂົ້າຮ່ວມໃນ ຂະບວນການຕໍ່ສູ້ປົດປ່ອຍຊາດໃນ ເມື່ອກ່ອນ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ. ສະເພາະສື່ມວນຊົນພາຍໃນ ແຂວງສາລະວັນ, ຕະຫລອດໄລຍະ 5 ປີຜ່ານມາ ໄດ້ປະກອບສ່ວນ ຢ່າງຕັ້ງໜ້າໃນການໂຄສະນາ, ເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ, ວຽກງານຖະແຫລງຂ່າວ-ສື່ມວນ ຊົນໄດ້ຮັບການພັດທະນາຢ່າງຕໍ່ ເນື່ອງ ໂດຍສະເພາະພື້ນຖານໂຄງ ລ່າງ, ເຕັກນິກ, ວິຊາການໃນ 5 ປີ ຜ່ານມາ, ສື່ສິ່ງພິມ, ວິທະຍຸ ແລະ ໂທລະພາບສາມາດຜະລິດຂ່າວ ເກືອບ 30.000 ຂ່າວ, ລື່ນແຜນ 22% (ແຜນ 23.000 ຂ່າວ), ຂະຫຍາຍຕາງໜ່າງໂທລະໂຄ່ງໄດ້ 188 ຊຸດ ເຮັດໃຫ້ທົ່ວແຂວງໄດ້ນໍາ ໃຊ້ໂທລະໂຄ່ງ 530 ບ້ານ ເທົ່າກັບ 91,70% ຂອງບ້ານທັງໝົດ, ສຳ ລັບວິທະຍຸ '., A. ແມ່ນສາມາດ ເຂົ້າເຖິງທຸກເມືອງ. ເພື່ອຕອບສະໜອງກັບຄວາມ ຮຽກຮ້ອງຕ້ອງການໃນໄລຍະໃໝ່ ກໍຄື ການພັດທະນາຂອງລະບົບເຕັກ ໂນໂລຊີຂໍ້ມູນຂ່າວສານໃນຍຸກໃໝ່ສື່ ມວນຊົນລາວ ໃນຖານະເປັນຜູ້ຜະ ລິດເນື້ອຫາ ຫລື ເປັນຜູ້ນຳສະເໜີ ຂໍ້ມູນຂ່າວສານຕ້ອງພັດທະນາ ຄວາມຮູ້, ຄວາມສາມາດ, ຊອກຮູ້ ຮໍ່າຮຽນ ແລະ ນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝມາໝູນໃຊ້ເຂົ້າໃນການ ປະຕິບັດໜ້າທີ່ວຽກງານຂອງຕົນ ເພື່ອໃຫ້ທັນກັບຍຸກສະໄໝ. ຂ່າວ-ພາບ: ກິດຕາ ຈັດຂຶ້ນໃນວັນທີ 8 ສິງຫາ 2025 ຜ່ານມາ ໂດຍການເປັນປະທານ ຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ມີບັນດາຫົວໜ້າ, ຮອງຫົວໜ້າ ແລະ ພະນັກງານ ພາຍໃນລັດວິສາຫະກິດໄຟຟ້າລາວ ເຂົ້າຮ່ວມ. ຂອງປະຊາຊົນລາວບັນດາເຜົ່າ, ຜູ້ ຊົງຄຸນວຸດທິ, ນັກຮັກຊາດ, ຮັກ ເອກະລາດ ແລະ ອິດສະລະພາບ, ເປັນແກນກາງຂອງແນວໂຮມເອກະ ພາບແຫ່ງຊາດ ເຕົ້າໂຮມຂະບວນ ການຕໍ່ສູ້ກູ້ຊາດຂອງປະຊາຊົນ ແລະ ກຳລັງທີ່ຮັກຊາດຕ່າງໆຕໍ່ສູ້ ເພື່ອປົກປັກຮັກສາເອກະລາດຂອງ ຊາດ, ເຕົ້າໂຮມກຳລັງຮັກຄວາມ ເປັນທຳ ແລະ ຄວາມກ້າວໜ້າຂອງ ສັງຄົມ ກໍຄື ສັນຕິພາບເອກະລາດ ເອກະພາບ ປະຊາທິປະໄຕ ວັດທະ ນະຖາວອນ, ແນວລາວສ້າງຊາດ ຍັງສືບຕໍ່ດຳລົງບົດບາດເປັນຫລັກ ແຫລ່ງແນວໂຮມ ໂດຍພາຍໃຕ້ການ ນໍາພາຂອງພັກ ຊຶ່ງແນວລາວສ້າງ ຊາດໃນໄລຍະໃໝ່ ແມ່ນການສ້າງ ມະຫາສາມັກຄີຂອງປວງຊົນລາວ ທັງຊາດ ແລະ ການເຕົ້າໂຮມກຳລັງ ແຮງພັດທະນາປະເທດຊາດ, ເປັນ ບ່ອນສຶກສາອົບຮົມປະຊາຊົນຊັ້ນຄົນ ຕ່າງໆ, ພີ່ນ້ອງລາວຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສັງຄົມເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງນະໂຍບາຍຂອງພັກ, ຍຶດໝັ້ນຄວາມສາມັກຄີປອງດອງ ຂອງປະຊາຊົນລາວບັນດາເຜົ່າຢ່າງ ສະເໝີຕົ້ນສະເໝີປາຍ ໂດຍຖືສຳ ພັນທະພາບກຳມະກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນພາຍໃຕ້ ການນໍາພາຂອງພັກ, ບຸກຄະລາ ກອນຂອງແນວລາວສ້າງຊາດ ທັງ 3 ໄລຍະ ແລະ ມູນເຊື້ອນໍ້າໃຈ ຮັກຊາດ, ເສຍສະລະຜົນປະໂຫຍດ ສ່ວນຕົວຮັບໃຊ້ພັກ, ຮັບໃຊ້ປະເທດ ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມ ຕື່ນຕົວ ແລະ ສະໝັກໃຈ. ພ້ອມນີ້, ແນວລາວສ້າງຊາດ ຍັງ ມີມູນເຊື້ອເສີມສ້າງມິດຕະພາບ, ມິດ ໄມຕີກັບນານາຊາດຕາມນະໂຍບາຍ ຂອງພັກແຕ່ລະສະໄໝ ເປັນຕົ້ນສາ ສະໜາ, ເພດ-ໄວ, ຕ້ອນຮັບຄໍາຄິດ ເຫັນ ແລະ ສ່ອງແສງມານະຈິດຂອງ ປະຊາຊົນຕໍ່ການຈັດຕັ້ງພັກ-ລັດຢ່າງ ກວ້າງຂວາງ, ແນວລາວສ້າງຊາດ ເປັນການປະກອບສ່ວນສຳຄັນທີ່ ຕັດແຍກບໍ່ໄດ້ໃນລະບົບການເມືອງ ປະຊາທິປະໄຕ ປະຊາຊົນ ທີ່ມີພັກ ປະຊາຊົນ ປະຕິວັດລາວ ເປັນແກນ ນໍາ, ວຽກງານແນວໂຮມໃນໄລຍະ ໃໝ່ແມ່ນເສີມສ້າງມະຫາສາມັກຄີ ປວງຊົນລາວ, ແມ່ນການເຕົ້າໂຮມ ກຳລັງແຮງທົ່ວສັງຄົມ ແລະ ວຽກງານແນວໂຮມແມ່ນຄວາມ ຮັບຜິດຊອບໂດຍກົງຂອງພັກ ແລະ ລັດ ກໍຄື ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນແຕ່ລະ ຂັ້ນ ຊຶ່ງພັກເປັນຄັນທຸງ, ເປັນແກນ ກາງຂອງວຽກງານແນວໂຮມ ແລະ ແນວລາວສ້າງຊາດ ເປັນອົງການ ສໍາຄັນທາງການເມືອງ-ສັງຄົມ ເປັນອົງການຫລັກແຫລ່ງທັງເປັນ ເຈົ້າການເຕົ້າໂຮມຄວາມສາມັກຄີ ປະຊາຊົນທຸກຊັ້ນຄົນ ເພື່ອເສີມຂະ ຫຍາຍມູນເຊື້ອຂອງແນວລາວ ສ້າງຊາດ ເຂົ້າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດໃນໄລຍະໃໝ່ໃຫ້ໜັກແໜ້ນ ເຂັ້ມແຂງ. ພາບ: ຂັນໄຊ ການ, ພ້ອມທັງຝຶກອົບຮົມຄູໃນຫົວຂໍ້ ດັ່ງກ່າວ. ໃນຂະນະທີ່, ຂະແໜງການສຶກ ສາຂອງ ສປປ ລາວ ຍັງຄົງພັດທະ ນາຢ່າງຕໍ່ເນື່ອງ, ຄວາມມຸ່ງໝັ້ນໃນ ການປົກປ້ອງ ແລະ ສະໜັບສະໜູນ ເດັກ ຍັງເປັນສິ່ງສຳຄັນທີ່ທຸກພາກ ສ່ວນຕ້ອງຮ່ວມມືກັນ. ການຝຶກອົບ ຮົມຄັ້ງນີ້, ໄດ້ເນັ້ນເຖິງຄວາມສຳຄັນ ຂອງການສອນໃຫ້ເດັກຮູ້ຈັກຄວາມ ປອດໄພໃນທຸກຫ້ອງຮຽນ ແລະ ຮັບປະກັນວ່າຄູທຸກຄົນ, ບໍ່ວ່າຈະ ເປັນຄູໃໝ່ ຫລື ມີປະສົບການ, ຈະ ມີຄວາມພ້ອມໃນການສ້າງສະພາບ ແວດລ້ອມໃນການຮຽນຮູ້ທີ່ປອດ ໄພ ແລະ ເຄົາລົບເຊິ່ງກັນ ແລະ ກັນ.
RkJQdWJsaXNoZXIy MTc3MTYxMQ==