7092

zq o'korQ ogfa j o0v'co;]k;lh k'-kf w]pt xu 2009 gxa o8Q o,k xtgmf]k; 3 14/08/2025 0j k; c]t gsfdko (ຂໍ້ມູນແຂວງຄ¦ມ່ວນ) (ເນ່ືອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ວັນທີ 13/8/1950-13/8/2025) dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ອ່ານຕໍ່ສະບັບໜ້າ lnj ,;o-q o oa [,N pyj ',u [q f[kfle7a o .odkogIa f|h kmu j gxa odt[vdlP'.sh cdj ra d{]a f ເມື່ອບໍ່ດົນຜ່ານມານີ້ວ່າ: ໃນນາມ ພະນັກງານອາວຸໂສບຳນານ ທີ່ເຄີຍ ຊີ້ນຳຂົງເຂດວຽກງານສື່ມວນຊົນ ຂອງແຂວງຄໍາມ່ວນ ມີຄວາມຮູ້ສຶກ ດີໃຈ ແລະ ເອກອ້າງທະນົງໃຈ ຕໍ່ກັບ ການສ້າງຕັ້ງວັນສໍາຄັນດັ່ງກ່າວ ທີ່ໄດ້ໝູນວຽນມາຮອດອີກວາລະ ໜຶ່ງ, ເຊິ່ງວຽກງານສື່ມວນຊົນ ແມ່ນວຽກງານທີ່ສຳຄັນໃນການ ເຮັດໜ້າທີ່ເປັນກະບອກສຽງໂຄສະ ນາແນວທາງນະໂຍບາຍຂອງ ພັກລັດ, ຊຸກຍູ້ປຸກລະດົມ ກຳລັງແຮງ ຂອງມະຫາຊົນ, ປະຊາຊົນບັນດາ ເຜົ່າ, ພະນັກງານ-ສະມາຊິກພັກ ເຂົ້າຮ່ວມໃນທຸກໆຂະບວນການ ຂອງການສ້າງສາ ແລະ ພັດທະນາ ປະເທດຊາດ ໃຫ້ມີຄວາມເຕີບໃຫຍ່ ເຂັ້ມແຂງ ແລະ ສີວິໄລ. ວຽກງານສື່ມວນຊົນ ເມື່ອມາ ສົມທຽບໃສ່ກັບໄລຍະປັດຈຸບັນ ແມ່ນເຫັນວ່າມີບາດກ້າວຂະຫຍາຍ ຕົວຢ່າງໄວວາ, ມີເຄື່ອງມືທີ່ທັນສະ ໄໝ, ການເກັບກຳຂ່າວ ແລະ ເຜີຍ ແຜ່ຂໍ້ມູນຂ່າວສານໄດ້ທັນກັບເຫດ ການ, ມີຄວາມຊັດເຈນ ແລະ ຖືກ ຕ້ອງຕາມແນວທາງ ນະໂຍບາຍ ຂອງພັກ-ລັດ, ຕາໜ່າງຂ່າວມີການ ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ລົງທົ່ວເຖິງປະຊາຊົນ, ເຊິ່ງ ວຽກງານສື່ມວນຊົນນັບມື້ຍິງມີ ບົດບາດຄວາມສຳຄັນ ໃນການໂຄ ສະນາແນວທາງທີ່ຖືກຕ້ອງ, ໂຄ ສະນາຕໍ່ສູ້ ແລະ ຕ້ານ ກັບກຸ່ມຄົນ ທີ່ບໍ່ຫວັງດີ ໃນການໂຄສະນາຊວນ ເຊື່ອ, ບິດເບືອນກັບຄວາມເປັນຈິງ, ຕົວະຍົວະຫລອກລວງ ທີ່ປະກົດຂຶ້ນ ຈໍານວນບໍ່ໜ້ອຍ ໃນສື່ອອນລາຍໃນ ປັດຈຸບັນ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງ ນັກຮົບສື່ມວນຊົນທຸກທ່ານ ຈົ່ງໄດ້ ເພີ່ມທະວີໃນການພັດທະນາວຽກ ງານສື່ມວນຊົນ ພ້ອມທັງເພີ່ມທະວີ ເອົາໃຈໃສ່ໃນການຕອບໂຕ້ ທຸກໆ ຖ້ອຍທຳນອງ ທີ່ໂຄສະນາໃສ່ຮ້າຍ ປ້າຍສີຕໍ່ແນວທາງນະໂຍບາຍຂອງ ພັກ-ລັດ ແລະ ຮຽກຮ້ອງມາຍັງທຸກ ພາກສ່ວນ ຈົ່ງພ້ອມກັນເອກອ້າງ ທະນົງໃຈ ແລະ ໃຫ້ຄວາມສຳຄັນ ໂດຍຖືເອົາການສ້າງຜົນງານທີ່ດີ ງາມ ເນື່ອງໃນໂອກາດຂໍ່ານັບຮັບ ຕ້ອນ ແລະ ສະເຫລີມສະຫລອງ ວັນ ສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ. ໃນໂອກາດ ວັນສ້າງຕັ້ງສື່ ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໃນຖານະທີ່ສື່ມວນ ຊົນເປັນກະບອກສຽງ ໃຫ້ແກ່ພັກລັດຖະບານ ແລະ ປະຊາຊົນ, ເປັນ ຜູ້ນຳສະເໜີຂໍ້ມູນຂ່າວສານທີ່ຖືກ ຕ້ອງ, ວ່ອງໄວ ແລະ ທັນເຫດການ. ທ່ານ ບຸນທວາຍ ສິລິປັນຍາທອງ ພະນັກງານອາວຸໂສບຳນານ ໃນ ນາມທີ່ເຄີຍດຳລົງຕໍາແໜ່ງ ແລະ ຊີ້ນໍາໃນຂົງເຂດສື່ມວນຊົນ ແຂວງ ຄຳມ່ວນ ໄດ້ສະແດງຄວາມຮູ້ສຶກຕໍ່ ວັນສ້າງຕັ້ງສື່ມວນຊົນ ແລະ ການ ພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ຜ່ານສື່ມວນຊົນແຂວງຄໍາມ່ວນ ໃນໂອກາດວັນສ້າງຕັ້ງສູນ ກາງແນວລາວສ້າງຊາດຄົບຮອບ 75 ປີ ໄດ້ໝູນວຽນມາອີກວາລະ ໜຶ່ງ ເຊິ່ງໜັງສືພິມປະເທດລາວສະ ບັບນີ້ ຂໍນຳສະເໜີຜົນງານພົ້ນເດັ່ນ ຂອງແນວລາວສ້າງຊາດ ເຊິ່ງສະ ບັບກ່ອນກໍໄດ້ນຳສະເໜີມາແດ່ ແລ້ວ, ມື້ນີ້ຈຶ່ງຂໍສືບຕໍ່ນຳເອົາຜົນ ງານພົ້ນເດັ່ນໂດຍຫຍໍ້ມີດັ່ງນີ້. ກອງປະຊຸມພົບປະຜູ້ຊົງຄຸນວຸດ ທິບັນດາເຜົ່າ ຄັ້ງທີ II ແລະ ຄັ້ງ ທີ III, ໄດ້ປັບປຸງກົດໝາຍວ່າດ້ວຍ ແນວລາວສ້າງຊາດ ປີ 2008, ປະ ກອບສ່ວນຄົ້ນຄວ້າ ແລະ ສະເໜີ ສະພາແຫ່ງຊາດຮັບຮອງເອົາຊົນ ເຜົ່າບຣູ ເປັນເຜົ່າທີ 50. ສ້າງມະ ຕິຄະນະເລຂາທິການວ່າດ້ວຍການ ຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ສູນກາງແນວລາວສ້າງຊາດ ປີ 2012 ແລະ ມະຕິກົມການເມືອງວ່າ ດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງສູນກາງແນວລາວສ້າງ ຊາດປີ2017, ສ້າງຄໍາສັ່ງແນະນໍາ ຂອງຄະນະເລຂາທິການສູນກາງ ພັກ ວ່າດ້ວຍບຸກຄະລາກອນແນວ ລາວສ້າງຊາດຂັ້ນທ້ອງຖິ່ນ ເລກທີ 19/ຄລສພ(30/6/2015) ແລະ ປັບປຸງມະຕິ 05/ກມສພ ກ່ຽວກັບ ວຽກງານມະຫາຊົນຂອງພັກໃນໄລ ຍະໃໝ່ ມາເປັນ ມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນ ໄລຍະໃໝ່ ປີ 2020; ຄົ້ນຄວ້າ ແລະ ປະກາດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ເປັນ ຂະບວນການຂອງແນວລາວສ້າງ ຊາດ ໃນປີ 2017 ຈົນເຖິງປັດຈຸບັນ; ຂົນຂວາຍພີ່ນ້ອງຄົນລາວຢູ່ຕ່າງ ປະເທດ ມາເຮັດບຸນກະຖິ່ນ ຈໍານວນ 200 ກວ່າທ່ານ ເປັນຄັ້ງທໍາອິດ; ປະກອບສ່ວນສ້າງດຳລັດ 315/ລບ ວ່າດ້ວຍການຄຸ້ມຄອງ ແລະ ປົກ ປ້ອງການເຄື່ອນໄຫວສາສະໜາ ຢູ່ ສປປ ລາວ; ປະກອບສ່ວນແກ້ໄຂ ໄພພິບັດຈາກເຂື່ອນໄຟຟ້າເຊປຽນ ເຊນ້ຳນ້ອຍແຕກຢູ່ແຂວງອັດຕະປື. ມາປີ 2020 ເປັນຕົ້ນມາ ເຊິ່ງ ເປັນໄລຍະທີ່ສະພາບສາກົນ, ພາກ ພື້ນມີຄວາມສັບສົນແລະພາຍໃນປະ ເທດມີຄວາມຫຍຸ້ງຍາກດ້ານເສດ ຖະກິດ, ການເງິນ, ເງິນຕາ, ການ ລະບາດຂອງພະຍາດໂຄວິດ-19 ແລະ ປະສົບກັບໄພພິບັດທໍາມະ ຊາດຢ່າງໜັກໜ່ວງ ໄດ້ສົ່ງຜົນກະ ທົບຕໍ່ຊີວິດການເປັນຢູ່ ຂອງພະນັກ ງານ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າ. ແຕ່ພາຍ ໃຕ້ການນໍາພາຂອງພັກ, ລັດຖະ ບານ, ແນວລາວສ້າງຊາດ, ຄະນະ ພັກ-ອົງການປົກຄອງ ແຕ່ລະຂັ້ນ ພວກເຮົາຍັງຮັກສາໄດ້ຄວາມສາ ມັກຄີເປັນປຶກແຜ່ນພາຍໃນຊາດ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນລາວບັນດາເຜົ່າຍັງ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງ ພັກ ພ້ອມກັນບຸກບືນຜ່ານຜ່າຄວາມ ຫຍຸ້ງຍາກຕ່າງໆ. ມະຕິກອງປະຊຸມໃຫຍ່ຜູ້ແທນ ແນວລາວສ້າງຊາດທົ່ວປະເທດ ຄັ້ງ ທີ9I ໄດ້ກໍານົດ4ການຫັນປ່ຽນ ໃນ ວຽກຂອງງານແນວລາວສ້າງຊາດ: 1). ສ້າງຄວາມຮັບຮູ້ຄວາມ ເຂົ້າໃຈຕໍ່ວຽກງານແນວໂຮມໃນ ໄລຍະໃໝ່ຢ່າງເລິກເຊິ່ງ. 2). ຍົກສູງຄຸນນະພາບການ ເຄື່ອນໄຫວຂອງແນວລາວສ້າງ ຊາດແຕ່ລະຂັ້ນ ໂດຍການສ້າງລາຍ ຮັບເພີ່ມເຕີມທີ່ຖືກກົດໝາຍ. 3). ຫັນປ່ຽນໃໝ່ດ້ານຮູບການ ແລະ ວິທີການປຸກລະດົມຂົນຂວາຍ ປະຊາຊົນຊັ້ນຄົນຕ່າງໆເຂົ້າຮ່ວມ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ; ຈັດຕັ້ງປະຕິບັດ ໂຄງການຕ່າງໆຮ່ວມກັບກະຊວງອົງການ ອັນພົ້ນເດັ່ນແມ່ນການໂຄ ສະນາປຸກລະດົມການມອບພັນທະ ພາສີ-ອາກອນ ຮ່ວມກັບກະຊວງ ການເງິນ ເຮັດໃຫ້ການເກັບລາຍ ຮັບປີ 2024 ສາມາດປະຕິບັດໄດ້ ເກີນແຜນໃນທົ່ວປະເທດ. 4). ຫັນປ່ຽນດ້ານຮູບແບບ ການຮ່ວມສໍາພັນລະຫວ່າງອົງການ ພາຄີດ້ວຍກັນໃນການເຄື່ອນໄຫວ ວຽກງານມະຫາຊົນ ໃຫ້ໄປຕາມ ທິດລວງດຽວກັນ ແລະ ແຜນພັດ ທະນາອົງການແນວລາວສ້າງຊາດ 5 ປີ(2021-2025), ໄດ້ອອກ ຄໍາແນະນໍາ ເລກທີ 009/ຄປຈ ກ່ຽວກັບການຈັດຕັ້ງປະຕິບັດ 2 ວາ ລະແຫ່ງຊາດ ໃນຂົງເຂດແນວລາວ ສ້າງຊາດ, ມະຕິ 55/ຄປຈ ວ່າດ້ວຍ ການສ້າງລາຍຮັບເພີ່ມເຕີມ ຂອງ ແນວລາວສ້າງຊາດໃນໄລຍະໃໝ່, ມະຕິ 12/ຄປຈ ວ່າດ້ວຍການຈັດ ຕັ້ງປະຕິບັດ ມະຕິ 04/ກມສພ ແລະ ມະຕິ 05/ລບ ວ່າດ້ວຍການສ້າງ ເສດຖະກິດ ເອກະລາດ ເປັນເຈົ້າຕົນ ເອງ ໃນຂົງເຂດແນວລາວສ້າງຊາດ. ພ້ອມນັ້ນກໍໄດ້ກໍານົດ 4 ເສີມ ສ້າງ (ເສີມສ້າງຄວາມສາມັກຄີ, ຄຸນງາມຄວາມດີ,ຄຸນວຸດທິແລະຄຸນ ນະທໍາ) ແລະ ປະຕິບັດ 9 ເນື້ອໃນ ຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງແນວລາວສ້າງຊາດ; ຈັດຕັ້ງ ປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ມາ ຮອດປີ 2024 ໄດ້ 771.079 ຄອບ ຄົວ, 5.439 ບ້ານ ແລະ 82 ເມືອງ, ກໍາມະການແນວລາວສ້າງຊາດ, ທີ່ ປືກສາ,ຄູ່ຮ່ວມງານແລະພີ່ນ້ອງຄົນ ລາວຢູ່ຕ່າງປະເທດ ປະຕິບັດໂຄງ ການສ້າງຄຸນງາມຄວາມດີແລະຮັກ ບ້ານເກີດ ເພື່ອສ້າງຜົນປະໂຫຍດ ຕໍ່ສັງຄົມເປັນມູນຄ່າ 58 ຕື້ກີບ. [q f4tcs]'0j k; 0v'mj ko 9tg]u o gppxk;gIu dj P;da [ dkovvd,t8y c]t 7ecotoe 0v'7totxt9eltrkcsj '-kf ເນື່ອງໃນໂອກາດວັນລັດຖະ ທຳມະນູນແຫ່ງຊາດໄດ້ໝູນວຽນ ມາ ຄົບຮອບ 34 ປີ (15 ສິງຫາ 1991 - 15 ສິງຫາ 2025) ທີ່ຈະ ມາເຖິງນີ້, ໜັງສືພິມປະເທດລາວ ຂໍນຳເອົາບົດຖະແຫລງຂ່າວຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງ ປະທານສະພາແຫ່ງຊາດ ຜູ້ຊີ້ນຳ ວຽກງານກົດໝາຍ ແລະ ວຽກງານ ຄົ້ນຄວ້ານິຕິກຳຂອງສະພາແຫ່ງ ຊາດ ກ່ຽວກັບການອອກມະຕິ ແລະ ຄຳແນະນຳຂອງຄະນະປະຈຳສະ (ເນື່ອງໃນໂອກາດວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ) ບົດສະເໜີ ພາແຫ່ງຊາດມາສະເໜີໃຫ້ພວກ ເຮົາໄດ້ຮັບຮູ້ໄປພ້ອມໆກັນ. ໃນນັ້ນ, ມີມະຕິ ສະບັບເລກທີ 197/ຄປຈ; ມະຕິ ສະບັບເລກທີ 203/ຄປຈ; ມະຕິ ສະບັບເລກທີ 204/ຄປຈ ແລະ ຄຳແນະນຳ ສະບັບເລກທີ 16/ຄປຈ ທັງນີ້ກໍເພື່ອໃຫ້ທຸກ ການຈັດຕັ້ງໃນລະບົບການເມືອງ ປະຊາທິປະໄຕປະຊາຊົນ ແລະ ສັງ ຄົມໄດ້ຮັບຊາບຢ່າງທົ່ວເຖິງ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດຜົນ ເປັນຈິງ. ສຳລັບສະບັບນີ້ ຂໍສະເໜີ ກ່ຽວກັບ ມະຕິສະບັບເລກທີ 197/ ຄປຈ ກ່ອນ ແລະ ສະບັບໜ້າຈຶ່ງຈະ ມາສະເໜີມະຕິຕາມລຳດັບຕື່ມ. ທ່ານ ຈະເລີນ ເຍຍປາວເຮີ ໄດ້ ກ່າວວ່າ: ກ່ຽວກັບເຫດຜົນແລະເນື້ອ ໃນການອອກມະຕິ ຄະນະປະຈຳ ສະພາແຫ່ງຊາດ ສະບັບເລກທີ 197/ຄປຈ, ລົງວັນທີ 22 ກໍລະກົດ 2025 ວ່າດ້ວຍການຂຽນມາດຕາ ຂອງກົດໝາຍໃສ່ເອກະສານທາງ ລັດຖະການ ຫລື ການຂຽນບ່ອນ ອີງຂອງກົດໝາຍໃສ່ເອກະສານ ທາງລັດຖະການ. ເປັນຫຍັງຄະນະ ປະຈຳສະພາແຫ່ງຊາດ ຈຶ່ງອອກ ມະຕິປ່ຽນແປງບ່ອນອີງທາງດ້ານ ກົດໝາຍໃນການຂຽນເອກະສານ ທາງລັດຖະການ ຈາກຂຽນຊື່ກົດ ໝາຍກ່ອນການຂຽນມາດຕາຂອງ ກົດໝາຍ ມາເປັນຂຽນມາດຕາ ຂອງກົດໝາຍກ່ອນ ການຂຽນຊື່ ກົດໝາຍຕາມຫລັງນັ້ນ, ຈຸດປະສົງ ຕົ້ນຕໍການອອກມະຕິສະບັບນີ້ ແມ່ນ ແນໃສ່ໃຫ້ມີຄວາມຮັດກຸມ ແລະ ຈະ ແຈ້ງໃນການຂຽນບ່ອນອີງທາງ ດ້ານກົດໝາຍ ໃສ່ເອກະສານທາງ ລັດຖະການ. ຄວາມເປັນຈິງໃນການ ຂຽນຊື່ກົດໝາຍກ່ອນມາດຕາ ຫລື ຂຽນມາດຕາກ່ອນຂຽນຊື່ກົດໝາຍ ລ້ວນແຕ່ມີຄຸນປະໂຫຍດ ແລະ ໃຊ້ ໄດ້ທັງນັ້ນ, ແຕ່ກໍມີຄວາມແຕກຕ່າງ ກັນຄື: ການຂຽນຊື່ກົດໝາຍກ່ອນ ມາດຕາ ແມ່ນການເລີ່ມຈາກການ ຂຽນອັນລວມໄປສູ່ອັນສະເພາະ, ສ່ວນການຂຽນມາດຕາຂອງກົດ ໝາຍຂຶ້ນກ່ອນການຂຽນຊື່ກົດໝາຍ ນັ້ນ ແມ່ນການເລີ່ມຈາກການຂຽນ ອັນສະເພາະໄປສູ່ອັນລວມ (ຕາມ ມາດຕະເກນທາງປັດຊະຍາ). ແຕ່ ເຫັນວ່າ ການຂຽນມາດຕາຂອງກົດ ໝາຍຂຶ້ນກ່ອນຊື່ກົດໝາຍ ຈະມີ ຄວາມໝາຍເຈາະຈົງສະເພາະ ແລະ ມີຄວາມຊັດເຈນກ່ຽວກັບການຂຽນ ບ່ອນອີງທາງກົດໝາຍ ຂອງເອກະ ສານທາງລັດຖະການ. ສະນັ້ນ, ຄະ ນະປະຈຳສະພາແຫ່ງຊາດ ຈຶ່ງອອກ ມະຕິຕົກລົງໃຫ້ຂຽນບ່ອນອີງທາງ ກົດໝາຍ ໂດຍຂຽນມາດຕາຂຶ້ນ ກ່ອນຊື່ກົດໝາຍ. ນອກຈາກເຫດຜົນດັ່ງກ່າວນີ້ ແລ້ວ, ຄະນະປະຈຳສະພາແຫ່ງຊາດ ຍັງອີງໃສ່ສະພາບການຈັດຕັ້ງປະຕິ ບັດກົດໝາຍວ່າດ້ວຍເອກະສານ ແລະຄຳແນະນຳຂອງກະຊວງພາຍ ໃນ ກ່ຽວກັບການປະຕິບັດກົດໝາຍ ວ່າດ້ວຍເອກະສານ. ພ້ອມກັນນັ້ນ,

RkJQdWJsaXNoZXIy MTc3MTYxMQ==