7091

gsfdko{dkora fmtok xtgmf]k; ( 13/08/2025 g,n v'm5 ]t7q , sk]n cdh w0xkdq fdkosp= m= .ola '7q , ຂປລ. ແຫລ່ງຂ່າວຈາກ ແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ແຂວງບໍລິຄຳ ໄຊຈັດກິດຈະກຳຍ່າງມາລາທອນ ເພື່ອສະ ເຫລີມສະຫລອງ3ວັນ ສຳຄັນຂອງຊາດ ຄື: ວັນສ້າງຕັ້ງ ແນວລາວສ້າງຊາດ, ວັນສ້າງຕັ້ງ ສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ75 ປີ (13 ສິງຫາ1950- 13 ສິງຫາ 2025) ແລະ ວັນສ້າງຕັ້ງລັດຖະທຳມະນູນຄົບ ຮອບ 34 ປີໃນຕອນເຊົ້າຂອງ ວັນທີ11 ສິງຫາ 2025 ທີ່ເດີ່ນສວນ ສາທາລະນະ ສີສົມພອນ ລໍວັນໄຊ ໂດຍມີທ່ານ ສອນທະນູ ທຳມະວົງ ເຈົ້າແຂວງໆບໍລິຄຳໄຊ ພ້ອມດ້ວຍ ພະນັກງານຈາກພະແນກການ, ກົມ ກອງ, ຫ້ອງການແລະ ມວນຊົນ ພາຍໃນແຂວງເຂົ້າ ຮ່ວມຢ່າງເປັນ ຂະບວນຟົດຟື້ນ. ການຈັດກິດຈະກຳຍ່າງມາລາ ທອນນອກຈາກເປັນການສ້າງ ຂະບວນການສະເຫລີມສະຫລອງ 3 ວັນສຳຄັນຂອງຊາດແລ້ວຍັງເປັນ ການເຕົ້າໂຮມຄວາມສາມັກຄີ ລະຫວ່າງທຸກຊັ້ນຄົນດ້ວຍກັນ, ເປັນ ການສົ່ງເສີມການອອກກຳລັງກາຍ dkozt]y fdtly de{xj kw,h c]t ra fmtok-q oot[q f 16j 9exkla d,u zq oleg]a fs]kpfh ko ຂປລ. ແຫລ່ງຂ່າວຈາກ ແຂວງ ຈໍາປາສັກ ໃຫ້ຮູ້ວ່າ: ໃນໄລຍະ5 ປີ ຜ່ານມາ (2021-2025) ການ ຈັດຕັ້ງປະຕິບັດວຽກງານການ ຜະລິດ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຢູ່ແຂວງຈໍາ ປາສັກ ແມ່ນໄດ້ຮັບການຈັດຕັ້ງ ປະຕິບັດຢ່າງມີຜົນສໍາເລັດ ພາຍໃຕ້ ການນຳພາຢ່າງໃກ້ຊິດຕິດແທດ ຂອງ ຄະນະບໍລິຫານງານພັກແຂວງ ຈໍາປາສັກ, ອົງຄະນະພັກ ກະຊວງ ກະສິກຳ ແລະ ປ່າໄມ້ ກໍຄືຄະນະພັກ ຮາກຖານພະແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ. ທ່ານ ຄໍາ ນິລາວົງ ຫົວໜ້າພະ ແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຈໍາປາສັກ ໃຫ້ຮູ້ເມື່ອບໍ່ດົນ ມານີ້ວ່າ: ຍ້ອນຄວາມສາມັກຄີເປັນ ປຶກແຜ່ນ ພາຍໃນຄະນະພັກ ການ ຈັດຕັ້ງທຸກຂັ້ນ ບວກກັບແບບແຜນ ວິທີການຈັດຕັ້ງປະຕິບັດ ໂດຍໄດ້ ຫັນເປັນໂຄງການອັນລະອຽດຈະ ແຈ້ງສາມາດປະຕິບັດໄດ້ໄປຕາມ 4 ແຜນງານ ແລະ 13 ໜ້າວຽກ ສະໜັບສະໜູນ ແລະ ໄປຕາມທິດ ຍືນຍົງສີຂຽວທີ່ກະຊວງວາງອອກ ເຮັດໃຫ້ສາມາດຜ່ານຜ່າອຸປະສັກ ການຜະລິດມີທ່າຂະຫຍາຍຕົວຢ່າງ ຕໍ່ເນື່ອງສະແດງອອກໃນແຕ່ລະ ດ້ານເປັນຕົ້ນແຜນງານຄໍ້າປະກັນ, ຄວາມໝັ້ນຄົງດ້ານສະບຽງອາຫານ, ແຜນງານຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນປ່າໄມ້, ແຜນງານ ພັດທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ ແລະ ບັນດາແຜນ ງານສະໜັບສະໜູນ. ດ້ານການປູກຝັງ ສາມາດຜະລິດ ເຂົ້າລວມໄດ້ 2.313.230 ໂຕນ (ແຜນ 5 ປີ 2.529.064 ໂຕນ) ທຽບໃສ່ໄລຍະດຽວເພີ່ມຂຶ້ນ 5,4%, ທຽບໃສ່ແຜນປະຕິບັດໄດ້ 91,5%, ການປູກພືດ: ເນື້ອທີ່ຮອດປີ 2025 ປະຕິບັດໄດ້ 83.842 ເຮັກຕາ, ຜົນ ຜະລິດລວມໄດ້ 8.085.436 ໂຕນ, ທຽບໃສ່ໄລຍະດຽວເພີ່ມຂຶ້ນ99%, ທ ຽ ບ ໃ ສ່ ແ ຜ ນ ລື່ ນ ( 3 4 % (ແຜນ 5 ປີ 5.642.833 ໂຕນ). ດ້ານການລ້ຽງສັດ ແລະ ການ ປະມົງ:ຜົນຜະລິດສັດ, ປາ ແລະ ອື່ນໆ ເພື່ອສະໜອງແກ່ການບໍລິໂພກ 5 ປີໃຫ້ບັນລຸ254 . 395ໂຕນ (ສ ະ ເ ລ່ຍ 5 0 . 8 7 9 ໂ ຕນ ປີ) ທຽບ ໃ ສ່ ໄ ລຍ ະ ດຽວປ ະ ຕິບັດ ເ ພີ່ ມ ຂຶ້ ນ 1 3 % , ທ ຽ ບ ໃ ສ່ ແຜນການປະຕິບັດໄດ້ 100% (ໃນນັ້ນ, ຊີ້ນ132.596 ໂຕນ, ປາ 92.143 ໂຕນ, ໄຂ່ 16.855 ໂຕນ ແລະ ອື່ນໆ 12.802 ໂຕນ), ສ າ ມ າ ດ ສ ະ ໜອ ງ ຊີ້ນ , ປ າ , ອາຫານ ແລະ ອື່ນໆ ໃຫ້ບັນລຸ ສະເລ່ຍ 64,86 ກິໂລ ຄົນ ທຽບ ໃສ່ໄລຍະດຽວກັນ ປະຕິບັດໄດ້ ເພີ່ມຂຶ້ນ 5%, ທຽບໃສ່ແຜນການ ປະຕິບັດໄດ້ 100%; ການຄຸ້ມຄອງ ປ່າໄມ້ ແລະ ຊັບພະຍາກອນ ປ່ າ ໄ ມ້ : ຄຸ້ມ ຄ ອ ງ ເ ນື້ອ ທີ່ດິນ ປ່າໄມ້1.062.648 ເຮັກຕາກວມ 69,23% ຂອງເນື້ອທີ່ດິນທົ່ວແຂວງ. ທ່ານ ຄໍາ ນິລາວົງ ໃຫ້ຮູ້ຕື່ມວ່າ: ສ່ວນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແຂວງຈໍາ ປາສັກ ມີ 9 ເມືອງ 1 ນະຄອນ, ມີ 68 ກຸ່ມບ້ານ, ມີ 641 ບ້ານ, ມີ 1 2 3 . 1 2 3 ຄ ອ ບ ຄົ ວ , ພົນລະເມືອງ 607.653 ຄົນ ຍິງ311.033 ຄົນ, ມີຄອບຄົວພົ້ນ ທຸກ120.417ຄອບຄົວກວມ97,8% ຂອງຈໍານວນຄອບຄົວທັງໝົດທົ່ວ ແຂວງ; ຄອບຄົວບໍ່ທັນພົ້ນທຸກ2.706 ຄອບຄົວເທົ່າກັບ 2,2% ຂອງຈໍາ ນວນຄອບຄົວທັງໝົດທົ່ວແຂວງ, ຄອບຄົວພັດທະນາ 113.411 ຄອບຄົວ, ກວມ 92,12% ຂອງ ຈໍານວນຄອບຄົວທັງໝົດທົ່ວແຂວງ. ນອກນີ້, ຍັງມີບ້ານພົ້ນທຸກ ແລະ ເມືອງພົ້ນທຸກຈຳນວນໜຶ່ງ. ສໍາລັບ ການພັດທະນາກຸ່ມການຜະລິດ, ສະຫະກອນການຜະລິດ ແລະ ກອງ ທຶນພັດທະນາ ແມ່ນໄດ້ຍົກໃຫ້ເຫັນ ເສດຖະກິດຊົນນະບົດ, ການຜະລິດ ຂອງຄອບຄົວກະສິກອນ, ການ ຜະລິດເປັນສິນຄ້າຂອງຄອບຄົວ, ກຸ່ມຜະລິດ, ສະຫະກອນໄດ້ສືບຕໍ່ ຂະຫຍາຍຕົວ ຕິດພັນກັບການຜູກພັນ ສັນຍາສອງສົ້ນກັບພາກສ່ວນທຸລະ ກິດຕ່າງໆ ທັງພາຍໃນ ແລະ ຕ່າງ ປະເທດ ແລະ ໄດ້ຈັດຕັ້ງປະຕິບັດ ວຽກງານສ້າງກຸ່ມຜະລິດ ແລະ ສະຫະກອນ ໃຫ້ມີຄວາມເຂັ້ມແຂງ, ປັດຈຸບັນມີກຸ່ມຜະລິດ 116 ກຸ່ມ, 86 ບ້ານ ແລະ ມີ 2.926 ຄອບຄົວ, ມີ14 ສະຫະກອນ, 122 ບ້ານ ແລະ134 ກຸ່ມ. ການສະໜອງນໍ້າໃນການຜະລິດ ລະດູແລ້ງ 75.296 ເຮັກຕາ ທຽບ ໃສ່ແຜນການປະຕິບັດ ເພີ່ມຂຶ້ນ 60% ໃນ 127 ໂຄງການຊົນລະປະທານ, ການສະໜອງນໍ້າໃນການຜະລິດລະ ດູຝົົນ, ເຂົ້ານາປີ 73.476 ເຮັກຕາ, ທ ຽ ບ ໃ ສ່ ແ ຜ ນ ກ າ ນ ປ ະ ຕິ ບັ ດ ເພີ່ມຂຶ້ນ10% ໃນ 127 ໂຄງການ ຊົນລະປະທານ. ທັງໝົດນັ້ນແມ່ນ ໝາກຜົນ ຂອງການຈັດຕັ້ງປະຕິບັດ ວຽກງານການຜະລິດກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນ 5 ປີ (2021-2025). 6 gfn vo8q oxu glf4tdy fc0;'va f8txn 0tspkp8q ;.o]tfa [ 2,81% ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ໄລຍະ 6 ເດືອນ ຕົ້ນປີ 2025 ອັດຕາການຂະຫຍາຍ ຕົວເສດຖະກິດ ຂອງແຂວງອັດຕະ ປື ສະເລ່ຍຢູ່ໃນລະດັບ 2,81%, ໃນ ຂະນະທີ່ມະຕິສະພາຮັບຮອງໝົດປີ ຢູ່ທີ່ 5,4%, ຄິດເປັນມູນຄ່າຕາມ ລາຄາໃນປີເທົ່າກັບ 1.922 ຕື້ກີບ ເທົ່າກັບ24,5% ຂອງແຜນການ ທີ່ສະພາຮັບຮອງ, ລວມຍອດ ຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວ ຄົນ ເທົ່າກັບ 21,9 ລ້ານກີບຫລື1 ພັນກວ່າໂດລາສະຫະລັດ ໃນນີ້, ຂະແໜງກະສິກໍາ ແລະ ປ່າໄມ້ ຂະຫຍາຍຕົວສະເລ່ຍ 3,64%ກວມ ເອົາ 49,47% ຂອງ ຈີດີພີ, ອັນພົ້ນ ເດັ່ນແມ່ນສາມາດຄໍ້າປະກັນສະບຽງ ອາຫານ ແລະ ມີສ່ວນສົ່ງອອກຈໍາ ນວນໜຶ່ງ ເປັນຕົ້ນ ການຜະລິດເຂົ້າ ນາແຊງ ປະຕິບັດໄດ້ 401 ເຮັກຕາ ເທົ່າກັບ 63% ຂອງແຜນການ, ສະມັດຕະພາບສະເລ່ຍ 3 ໂຕນກວ່າ ຕໍ່ເຮັກຕາ ຜົນຜະລິດໄດ້1.519 ໂຕນ, ການຜະລິດພືດສະບຽງອາຫານ ໃນ ລະດູແລ້ງປະຕິບັດໄດ້ 536 ເຮັກຕາ, ເທົ່າກັບ 56% ຂອງແຜນການ, ຄາດຄະເນຜົນຜະ ລິດ 4.352 ໂຕນ. ທ່ານ ທະນູໄຊ ບັນຊາລິດ ຮອງ ເຈົ້າແຂວງໆອັດຕະປື ລາຍງານຕໍ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດ ທີ II ໃນວັນທີ 7 ສິງຫາ 2025 ນີ້ ວ່າ:ສຳລັບການບໍລິໂພກຊີ້ນ, ປາໄຂ່ ແລະ ອື່ນໆ ສາມາດສະໜອງໄດ້ 6 ລ້ານກວ່າກິໂລ, ເທົ່າກັບ 52% ຂອງແຜນການ, ການຜະລິດພືດ ເປັນສິນຄ້າເປັນຕົ້ນ ການປູກໝາກໂມ ປະຕິບັດໄດ້ 56 ເຮັກຕາ, ຜົນຜະລິດ 425 ໂຕນ ແລະ ຢາສູບປະຕິບັດ ໄດ້45 ເຮັກຕາ ຜົນຜະລິດ156 ໂຕນ, ການສະໜອງມັນຕົ້ນ ປະຕິບັດໄດ້ 6 ແສນກວ່າໂຕນ ແລະ ອ້ອຍ ປະຕິບັດ ໄດ້ 6 ແສນກວ່າໂຕນ, ປູກກາເຟ ໃນ ເນື້ອທີ່ໃຫ້ຜົນຜະລິດ 1.271 ເຮັກຕາ, ຜົນຜະລິດ 1.906 ໂຕນ, ການ ລ້ຽງສັດ ແລະ ການປະມົງ ສາມາດ ຂະຫຍາຍຝູງສັດໄດ້ 6 ແສນກວ່າ ໂຕລື່ນແຜນ 0,57%, ສະໜອງ ເຂົ້າຢູ່ພາຍໃນປະຕິບັດໄດ້ 464 ໂຕນ ລວມມູນຄ່າ 2 ຕື້ກວ່າກີບ, ສະໜອງສັດປ້ອນໂຮງງານ ປະຕິບັດ ໄດ້ 4 ພັນກວ່າໂຕ, ຂະແໜງອຸດ ສາຫະກໍາ ຂະຫຍາຍຕົວສະເລ່ຍ 1,85% ກວມເອົາ 22,32% ຂອງ ຈີດີພີ ໃນນີ້, ມູນຄ່າຜະລິດຕະພັນອຸດ ສາຫະກໍາປຸງແຕ່ງ ປະຕິບັດໄດ້513 ຕື້ກວ່າກີບ ເທົ່າກັບ 20% ຂອງ ແຜນການ, ຜະລິດພະລັງງານໄຟຟ້າ ໄດ້ທັງໝົດ2.196 ກວ່າກິກາວັດ ໂມງ, ຈໍາໜ່າຍ 2.198 ກວ່າກິກາ ວັດໂມງ, ມູນຄ່າ 113 ລ້ານກວ່າ ໂດລາສະຫະລັດ ກັບ 10.000 ລ້ານ ບາດ ແລະ 14 ຕື້ກວ່າກີບ, ດ້ານ ບໍ່ແຮ່ ຜະລິດແຮ່ຄໍາ ໄດ້ 6 ແສນ 7 h ໝື່ນ 8 ພັນກວ່າກຣາມ ຈໍາໜ່າຍ 3 ແສນ 5 ໝື່ນ 6 ພັນກວ່າກຣາມ, ມູນ ຄ່າ31 ລ້ານກວ່າໂດລາ, ຜະລິດ ແຮ່ ເງິນໄດ້ 32.000 ກວ່າກຣາມ, ຈໍາ ໜ່າຍ ໄດ້ 12.000 ກວ່າກຣາມ, ມູນ ຄ່າ 12.000 ກວ່າໂດລາສະຫະລັດ, ຜະລິດແຮ່ເຫລັກໄດ້ 60.000 ໂຕນ, ຈໍາໜ່າຍ 54.000 ກວ່າໂຕນ, ມູນ ຄ່າ 4 ລ້ານກວ່າໂດລາສະຫະລັດ, ແຮ່ບົກຊິດ ໄດ້ 759.000 ກວ່າໂຕນ ຈໍາໜ່າຍໄດ້ 759.257 ໂຕນ, ມູນ ຄ່າ 25 ລ້ານກວ່າໂດລາສະຫະລັດ, ຜະລິດຫີນປາໂກດິດໄດ້ 42.760 ໂຕນຈໍາໜ່າຍ 26 ພັນກວ່າໂດລາ ສະຫະລັດ, ຂະແໜງບໍລິການ ຂະຫຍາຍຕົວສະເລ່ຍ1,33% ກວມ ເອົາ 28,2% ຂອງ ຈີດີພີໃນນີ້, ມູນ ຄ່າການຈໍລະຈອນສິນຄ້າປະຕິບັດ ໄດ້8.000 ຕື້ກວ່າກີບ ເທົ່າກັບ 48% ຂອງແຜນກາ. ທ່ານ ທະນູໄຊ ບັນຊາລິດໃຫ້ ຮູ້ຕື່ມວ່າ: ດ້ານການທ່ອງທ່ຽວ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາ ແຂວງອັດຕະປືໄດ້ 71.677 ເທື່ອ ຄົນ ເທົ່າກັບ 47% ຂອງແຜນການ ສ້າງລາຍຮັບໄດ້ 33 ຕື້ກວ່າກີບ ເທົ່າກັບ52% ຂອງແຜນການ. ພ້ອມກັນນັ້ນ, ການບໍລິການດ້ານ ການຂົນສົ່ງ ແລະ ດ້ານໄປສະນີການ ສື່ສານກໍໄດ້ຂະຫຍາຍຕົວເພີ່ມຂຶ້ນ ເຊັ່ນດຽວກັນ. [= ]y 7ew- 9a fdy f9tdepj k',k]kmvolts]v' 3 ;a ole7a o0v'-kf ໃຫ້ມີສຸຂະພາບແຂງແຮງທາງດ້ານ ຮ່າງກາຍ ແລະ ຈິດໃຈ, ນອກນັ້ນ ຍັງ ເປັນການສ້າງຂະບວນການຂໍ່ານັບ ຮັບຕ້ອນ ກອງປະຊຸມໃຫຍ່ອົງຄະນະ ພັກແຂວງ ຄັ້ງທີ VIII ທີ່ຈະໄຂຂຶ້ນ ໃນມໍ່ໆນີ້ ແລະ ເປັນການໂຄສະນາ ສ້າງຄວາມຮັບຮູ້ເຂົ້າໃຈໃຫ້ແກ່ມວນ ຊົນໃນການເຕີບໃຫຍ່ຂະຫຍາຍຕົວ ຂອງ 3 ວັນສຳຄັນຂອງຊາດ, ເຊິ່ງ ຕະຫລອດໄລຍະຜ່ານມາ ວຽກງານ ສື່ມວນຊົນ ແລະ ການພິມຈຳໜ່າຍ ການນຳສະເໜີຂ່າວໄດ້ຜ່ານຫລາຍ ຊ່ອງທາງ ໂດຍສະເພາະ ສື່ອອນ ລາຍ ເຮັດໃຫ້ຜູ້ບໍລິໂພກຂ່າວນັບມື້ ຫລາຍຂຶ້ນ, ສາມາດຕອບສະໜອງຕໍ່ ວຽກງານວິຊາສະເພາະຮັບໃຊ້ໜ້າທີ່ ການເມືອງຂອງພັກ. ພ້ອມນັ້ນ, ກໍ ສາມາດຂະຫຍາຍເຄືອຂ່າຍຂອງຕົນ ໃນຂອບເຂດທົ່ວປະເທດ ສາມາດ ສ່ອງແສງເຫດການສໍາຄັນ, ການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ຕົວແບບດ້ານຕ່າງໆ, ຫົວຄິດປະດິດສ້າງຂອງປະຊາຊົນ ລວມທັງປະກົດການຫຍໍ້ທໍ້ໃຫ້ສັງຄົມ ຮັບຮູ້ໄດ້ຢ່າງທັນການ. ຂ່າວ: ສາຍສະໝອນ, ພາບ: ຄຳ ຟອງ ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ພາກສ່ວນ ກ່ຽວຂ້ອງຂອງທຸລະຄົມ ແຂວງ ວຽງຈັນ ຈັດກອງປະຊຸມປຶກສາຫາລື ສ້າງຄວາມເອກະພາບກ່ຽວກັບການ ຕ້ານ ແລະ ສະກັດກັ້ນປາກົດການ ຫຍໍ້ທໍ້ທີ່ຕິດພັນກັບວຽກງານໃນ ຂະແໜງການທ່ອງທ່ຽວ ໃນວັນທີ 8 ສິງຫາ 2025 ທີ່ກອງບັນຊາການ ປກສ ເມືອງທຸລະຄົມ ໂດຍການ ເປັນປະທານຂອງ ທ່ານ ພັທສິນ ນະຄອນ ແສງສັກດາ ຫົວໜ້າກອງ ບັນຊາການ ປກສ ເມືອງທຸລະຄົມ, ຫົວໜ້າຄະນະກໍາມະການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຂັ້ນ ເມືອງ ພ້ອມດ້ວຍຫ້ອງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ພັທ ໄຊພອນ ຈັນທະ ລາດຮອງຫົວໜ້າກອງບັນຊາການ ປກສ ເມືອງທຸລະຄົມ ໄດ້ລາຍງານ ກ່ຽວກັບແຜນການປ້ອງກັນກອງ ປະຊຸມໃຫຍ່ ຜູ້ແທນອົງຄະນພັກ ແຂວງວຽງຈັນ ຄັ້ງທີ VII ຕາມຄໍາ ສັ່ງຂອງກອງບັນຊາການ ປກສ ແຂວງວຽງຈັນ ກໍຄືການຕົກລົງຂອງ ຄະນະປະຈໍາພັກເມືອງ ແລະ ຜ່ານ ແຜນການເຄື່ອນໄຫວການປະຕິບັດ ວາລະແຫ່ງຊາດ ໄລຍະ 2 ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ. ກອງປະຊຸມຄັ້ງນີ້ບັນດາຫ້ອງ ການທີ່ກ່ຽວຂ້ອງເປັນຕົ້ນຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ ເມືອງ, ຫ້ອງການອຸດສາຫະກໍາ ແລະ ການຄ້າ, ຫ້ອງການເຕັກໂນ ໂລຊີ ແລະ ການສື່ສານ, ພະແນກ ຕຳຫລວດ ແລະ ຫົວໜ່ວຍຜູ້ປະກອບ ການດ້ານການທ່ອງທ່ຽວ ໄດ້ປະ ກອບຄໍາເຫັນ ພ້ອມທັງຂໍ້ສະເໜີ ຈຳນວນໜຶ່ງ ເພື່ອສ້າງຄວາມ ເອກະພາບວິທີການເຄື່ອນໄຫວ ແລະ ແກ້ໄຂປາກົດການຫຍໍ້ທໍ້ໃຫ້ ໄດ້ຕາມຄາດໝາຍ ທັງນີ້ກໍເພື່ອ ຮັບຮູ້ບັນຫາຂໍ້ຄົງຄ້າງ ແລະ ແກ້ໄຂ ໃຫ້ຖືກຈຸດ. ໂດຍອີງຕາມຜົນກອງ ປະຊຸມຄັ້ງນີ້ ຄະນະກໍາມະການ ກ່ຽວຂ້ອງຂອງເມືອງ ຈະໄດ້ສືບຕໍ່ ລົງເຄື່ອນໄຫວຕິດຕາມຊຸກຍູ້ບັນດາ ຫົວໜ່ວຍທຸລະກິດບໍລິການ ດ້ານ ການທ່ອງທ່ຽວ ເປັນຕົ້ນ ຮ້ານ ອາຫານ, ຮ້ານກິນດື່ມບັນເທີງ, ຄາ ຣາໂອເກະ, ຮ້ານອິນເຕີເນັດ ລວມ ທັງຮ້ານສະນຸກເກີ້ ແລະ ອື່ນໆ ເພື່ອ ເປົ້າໝາຍເຮັດໃຫ້ພາກສ່ວນທີ່ດໍາ ເນີນທຸລະກິດໃນຂະແໜງການດັ່ງ ກ່າວຮັບຮູ້ເຂົ້າໃຈ ແລະ ປະຕິບັດ ຕາມການຕົກລົງໃນກອງປະຊຸມຄັ້ງ ນີ້ຢ່າງເຂັ້ມງວດ. h h

RkJQdWJsaXNoZXIy MTc3MTYxMQ==