13/08/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ lnj ,;o-q o]k; leg]a fdko/b dvq [Iq ,l5 0trk[|bj 'fP; ຂປລ. ອົງການພັດທະນາສື່ ສານຂອງປະເທດຝຣັ່ງ ຈັດຝຶກ ອົບຮົມອອນລາຍໃຫ້ສື່ມວນຊົນລາວ ພາຍໃຕ້ຫົວຂໍ້hສຸຂະພາບໜຶ່ງດຽວi ແລະ ອົບຮົມກ່ຽວກັບການປະຍຸກໃຊ້ ປັນຍາປະດິດ("I )ໃນການສ້າງ ຄອນເທນໃນວັນທີ 4-8 ສິງຫາ 2025 ຢູ່ນະຄອນຫລວງວຽງຈັນ. ຊຸດອົບຮົມຄັ້ງນີ້, ສຳມະນາກອນ ໄດ້ຮຽນຮູ້ໃນການເຮັດຂ່າວໂດຍ ໃຊ້ "I ຊອກຂໍ້ມູນຕ່າງໆຢູເວັບ ໄຊ, ຮຽນຮູ້ການນຳໃຊ້ ເຈມີໄນ ((FNJOJ), ແຊັດ ຈີພີທີ ($IBU (15) ໃນການເຮັດຂ່າວ, ແປ ຂ່າວ, ຊອກຮູບ ແລະ ສ້າງຮູບພາບ ໂດຍໃຊ້ "I ເປັນຕົວຊ່ວຍ, ໃຊ້ "I ສ້າງ ຄລິບວິດີໂອດ້ວຍມືຖື ແລະ ນຳ ໃຊ້ລະບົບ OPUFCPPL -. ໃນການ ເຮັດຂ່າວ, ສະຫລຸບ, ບົດຄວາມ, ສ້າງຄລິບວິດີໂອອ່ານຂ່າວທາງ ວິທະຍຸ. ພ້ອມນີ້, ຍັງໄດ້ຮຽນຮູ້ໃນ ການຊອກກວດເບິ່ງຂ່າວປອມ, ຂ່າວບິດເບືອນ ແລະ ກວດເຊັກເບິ່ງ ຮູບພາບແທ້ ຫລື ຮູບພາບສ້າງຂຶ້ນ ມາ ໂດຍໃຊ້ "I ເຂົ້າຊ່ວຍໂດຍມີ ອາຈານ ທະນະພົນ ເຣົ້າມານະໄຊ (5BOBQIPO 3BPNB OBDIBJ) ຈາກປະເທດໄທ ມາສິດສອນຖ່າຍ ທອດຄວາມຮູ້. ຂ່າວ-ພາບ: ວິນນາລີ ຊຽງຂວາງ ດຳເນີນ... ໄຂກອງປະຊຸມຜູ້ບໍລິຫານ... ງານສັບປະດາສະຫລອງ... ຍຸງໂວບັກເຄຍ... ຍທຂ ປະກາດການຈັດຕັ້ງ... ຂປລ. ກອງປະຊຸມຄົບຄະນະ ບໍລິຫານງານພັກ ແຂວງຊຽງຂວາງ ທ້າຍສະໄໝທີ VIII ຈັດຂຶ້ນໃນວັນທີ 11 ສິງຫາ 2025 ທີ່ຫ້ອງວ່າການ ແຂວງຊຽງຂວາງ ພາຍໃຕ້ການ ເປັນປະທານຂອງສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຊຽງ ຂວາງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳ ວຽກງານຮອບດ້ານແຂວງຊຽງ ຂວາງ, ມີສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງ ພັກ, ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງທັງສູນກາງ ແລະ ແຂວງ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ບຸນຈັນ ສີວົງພັນ ໄດ້ກ່າວວ່າ: ການດຳເນີນ ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນ ພິຈາລະນາຮັບຮອງເອົາເນື້ອໃນ ຮ່າງລາຍງານການເມືອງ; ຮ່າງ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ຮ່າງບົດສໍາ ຫລວດການນໍາພາລວມຂອງຄະ ນະບໍລິຫານງານພັກແຂວງ; ລາຍ ງານຄວາມພ້ອມການດໍາເນີນກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງຊຽງຂວາງ ຄັ້ງທີ IX ຈາກ ບັນດາອະນຸກຳມະການ ເປັນຕົ້ນ ອະນຸກຳມະການເນື້ອໃນ, ອະນຸກຳ ມະການບຸກຄະລາກອນ, ອະນຸກຳ ມະການຂະບວນການ, ໂຄສະນາ ຖະແຫລງຂ່າວ, ອະນຸກຳມະການ ຂປລ. ງານສັບປະດາສະເຫລີມ ສະຫລອງວັນສ້າງຕັ້ງແນວລາວ ສ້າງຊາດ ຄົບຮອບ 75 ປີ ໄດ້ ສຳເລັດລົງດ້ວຍຜົນສຳເລັດອັນຈົບ ງາມໃນວັນທີ 11 ສິງຫາ 2025 ໃຫ້ ກຽດເຂົ້າຮ່ວມໂດຍທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວ ລາວສ້າງຊາດ, ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງ ຊາດ, ປະທານສວນບັນດາເຜົ່າ ພ້ອມດ້ວຍການນໍາພັກ-ລັດ, ບັນດາ ຊົນເຜົ່າຕ່າງໆທີ່ມາຈາກຕ່າງແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ. ທ່ານ ພູວົງ ພະມີສິດ ໄດ້ຍົກ ໃຫ້ເຫັນເຖິງຜົນສຳເລັດໃນງານ ສັບປະດາສະເຫລີມສະຫລອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ໃນຄັ້ງນີ້, ເຊິ່ງ ສາມາດບັນລຸໄດ້ເປົ້າໝາຍ ໂດຍ ສະເພາະ ການເຕົ້າໂຮມຄວາມສາ ມະຄີ, ສ້າງຄວາມເປັນປຶກແຜ່ນ ແລະ ຄວາມເອກະພາບພາຍໃນ ສະ ແດງອອກໂດຍມີ 18 ຊົນເຜົ່າ ເຊິ່ງ ຕາງໜ້າຈາກ 50 ຊົນເຜົ່າໃນ ສປປ ລາວເຂົ້າຮ່ວມ, ສຳເລັດການຟື້ນຟູ, ສົ່ງເສີມ ແລະ ອະນຸລັກຮັກສາວັດ ທະນະທໍາຂອງທຸກໆເຜົ່າ ເປັນຕົ້ນ ການສະແດງສິລະປະ, ການເສບ ເຄື່ອງດົນຕີພື້ນເມືອງຂອງຊົນເຜົ່າ, ມີຜະລິດຕະພັນທີ່ເປັນເອກະລັກຂອງ ຊົນເຜົ່າມາວາງສະແດງ ພ້ອມທັງ ອາຫານທີ່ປຸງແຕ່ງດ້ວຍສີມື ຂອງ ພີ່ນ້ອງຊົນເຜົ່າຕົວຈິງມາໃຫ້ໄດ້ຊິມ. ໃນໂອກາດນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະ ທານສູນກາງແນວລາວສ້າງຊາດ ໄດ້ກ່າວວ່າ: ແນວລາວສ້າງຊາດ ແມ່ນອົງການຈັດຕັ້ງສໍາພັນທາງ ການເມືອງຂອງທົ່ວສັງຄົມ, ມີພາ ລະບົດບາດໃນການເຕົ້າໂຮມຄວາມ ສາມັກຄີ ແລະ ປຸກລະດົມຂົນຂວາຍ ກໍາລັງແຮງຂອງທົ່ວສັງຄົມ ປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ໂດຍໄດ້ຮັບການສ້າງຕັ້ງ ຂຶ້ນໃນວັນທີ 13 ສິງຫາ 1950 ແລະ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີຜົນງານອັນໃຫຍ່ຫລວງ, ເຊິ່ງການຈັດງານສັບປະດາໃນຄັ້ງ ລັດຖະມົນຕີກະຊວງສາທາລະນະ ສຸກ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫລວງ, ທູດອົດສະຕຣາລີ ປະຈຳລາວ, ຜູ້ ຕາງໜ້າອົງການຊ່ວຍເຫລືອເດັກ ປະຈຳລາວ, ພະນັກງານ-ລັດຖະ ກອນ ຈາກຂະແໜງການທີ່ກ່ຽວ ຂ້ອງ, ພ້ອມດ້ວຍມວນຊົນໃນນະ ຄອນຫລວງວຽງຈັນ ເຂົ້າຮ່ວມ. ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ ໃຫ້ຮູ້ວ່າ: ການລິເລີ່ມໂຄງການປ່ອຍ ຍຸງໂວບັກເຄຍ ແມ່ນນະວັດຕະນະ ກໍາໃໝ່ໃນການຄວບຄຸມໄຂ້ຍຸງລາຍ ທີ່ມີຜົນສໍາເລັດທີ່ດີໃນການຄວບຄຸມ ໄຂ້ຍຸງລາຍໃນຫລາຍປະເທດ ເຊິ່ງ ສປປ ລາວ ກໍໄດ້ເຮັດທົດລອງໃນ 2 ເມືອງ ຄື: ເມືອງຈັນທະບູລີ ແລະ ເຂົ້າຮ່ວມ. ໂອກາດດັ່ງກ່າວ , ທ່ານ ສະເຫລີມໄຊ ກົມມະສິດ ໄດ້ມີຄໍາ ເຫັນຊີ້ນໍາໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ທັງສອງທ່ານຈົ່ງເສີມຂະຫຍາຍ ບັນດາບົດຮຽນປະສົບການວຽກ ປະຊາຊົນນະຄອນຫລວງວຽງຈັນ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກ ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ, ກະຊວງອ້ອມຂ້າງ, ຜູ້ ບໍລິຫານການສຶກສາວິທະຍາສາດ ແລະ ກິລາ ທີ່ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ທີ່ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານ ລະບົບທາງໄກ. ໃນກອງປະຊຸມ, ບັນດາຜູ້ແທນ ກອງປະຊຸມຈະໄດ້ຮັບຟັງ ແລະ ປະ ປກຊ-ປກສ, ອະນຸກຳມະການເສດ ຖະກິດ, ອະນຸກຳມະການພິທີການ, ສະຖານທີ່, ສຸຂະພາບ, ຮັບແຂກ ແລະ ອະນຸກຳມະການກອງເລຂາ. ພ້ອມນີ້, ຈະໄດ້ພິຈາລະນາຮັບຮອງ ເອົາບຸກຄະລາກອນຂອງກອງປະ ຊຸມ (ຜູ້ແທນສົມບູນ, ແຂກຖືກເຊີນ, ຈໍານວນຄະນະພັກ ແລະ ເປົ້າໝາຍ ຜູ້ອອກສະໝັກເລືອກຕັ້ງ) ພ້ອມທັງ ຈະໄດ້ຜ່ານຮ່າງລາຍງານການກະ ກຽມຄວາມພ້ອມດ້ານຕ່າງໆ ແລະ ການສະເໜີຂໍອະນຸມັດເປີດກອງ ປະຊຸມຈາກຂັ້ນເທິງ. ໃນໂອກາດດຽວກັນ, ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ບັນດາ ຜົນສຳເລັດອັນພົ້ນເດັ່ນຕະຫລອດ ໄລຍະໜຶ່ງສະໄໝຜ່ານມາ ຍ້ອນ ພາຍໃຕ້ການນໍາພາ-ຊີ້ນໍາຂອງ ຄະນະພັກ-ຄະນະນໍາທຸກຂັ້ນ ລວມ ທັງການປະກອບສ່ວນຂອງປະຊາ ຊົນບັນດາເຜົ່າແຂວງຊຽງຂວາງ ຈຶ່ງເຮັດໃຫ້ເສດຖະກິດພາຍໃນ ແຂວງສືບຕໍ່ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະ ຫງົບປອດໄພ ແລະ ເປັນລະບຽບ ຮຽບຮ້ອຍ, ຊີວິດການເປັນຢູ່ຂອງ ປະຊາຊົນນັບມື້ນັບໄດ້ຮັບການປັບ ປຸງດີຂຶ້ນເປັນກ້າວໆ. ພ້ອມນີ້, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະ ນະພັກ-ຄະນະນຳ, ສະມາຊິກພັກພະນັກງານ ແລະ ປະຊາຊົນບັນດາ ເຜົ່າທົ່ວແຂວງຊຽງຂວາງ ສືບຕໍ່ຕັ້ງ ໜ້າປະຕິບັດແນວທາງຍຸດທະສາດ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ; ປັບປຸງ, ກໍ່ສ້າງກໍາລັງ ປກຊປກສ ໃຫ້ມີຄຸນນະພາບ, ຮັບປະກັນ ຄວາມເຂັ້ມແຂງດ້ານການຈັດຕັ້ງ, ມີລະບຽບວິໄນຢ່າງເຂັ້ມງວດ, ຍົກ ສູງຄວາມສາມາດໃນການສະກັດ ກັ້ນ ແລະ ແກ້ໄຂປາກົດການຫຍໍ້ ທໍ້ເຮັດໃຫ້ສັງຄົມມີສະຫງົບປອດ ໄພ; ຊຸກຍູ້ການສ້າງເສດຖະກິດ, ການຜະລິດພາຍໃນໃຫ້ເຂັ້ມແຂງ ຮັບປະກັນການພັດທະນາແບບຍືນ ຍົງ; ເອົາໃຈໃສ່ຈັດເກັບລາຍຮັບ ໃຫ້ໄດ້ຕາມແຜນ ແລະ ເກີນແຜນ; ສຸມໃສ່ການຜະລິດກະສິກໍາ ເພື່ອ ຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າໄປຄຽງຄູ່ກັບ ການຄຸ້ມຄອງສິ່ງແວດລ້ອມ; ສຸມ ໃສ່ການສ້າງ ແລະ ປັບປຸງພື້ນຖານ ໂຄງລ່າງ ໂດຍສະເພາະເສັ້ນທາງ ຄົມມະນາຄົມຂົນສົ່ງໃຫ້ມີຄວາມ ໂລ່ງລ່ຽນສະດວກສະບາຍບົນພື້ນ ຖານຍາດແຍ່ງການຊ່ວຍເຫລືອ ຈາກພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດ; ສົ່ງເສີມຍູ້ແຮງ ດ້ານການບໍລິການ, ການທ່ອງທ່ຽວ ໃຫ້ແຂງແຮງກວ່າເກົ່າ; ປັບປຸງ ແລະ ຍົກລະດັບຕາໜ່າງການສຶກສາຕາໜ່າງບໍລິການສາທາລະນະສຸກ ໃຫ້ທົ່ວເຖິງປະຊາຊົນ. ນອກຈາກນີ້, ກໍໃຫ້ເອົາໃຈໃສ່ ວຽກງານກໍ່ສ້າງຮາກຖານການ ເມືອງ ຕິດພັນກັບການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນໃຫ້ໄດ້ຮັບການ ພັດທະນາດີຂຶ້ນເປັນກ້າວໆ; ຍົກ ລະດັບຄຸນນະພາບວຽກງານການ ເມືອງ-ແນວຄິດ ແລະ ທິດສະດີ ຂອງພັກ ເພື່ອສ້າງການຫັນປ່ຽນ ຢ່າງແຂງແຮງ ແລະ ເລິກເຊິ່ງໃນ ວຽກງານພັກ-ພະນັກງານໃຫ້ຮັບຮູ້, ເຂົ້າໃຈ, ມີຄວາມເປັນເອກະພາບສູງ ຮັບປະກັນໃຫ້ມີຄວາມສະຫງົບ, ບໍ່ ເກີດມີການສວຍໂອກາດກະທໍາ ສິ່ງທີ່ບໍ່ຖືກຕ້ອງ; ເພີ່ມທະວີຄວາມ ເປັນເຈົ້າການ, ຄວາມຕື່ນຕົວ ແລະ ຄວາມເປັນແບບຢ່າງຂອງບັນດາ ສະມາຊິກພັກ-ພະນັກງານທຸກຂັ້ນ ໃນການປະຕິບັດລະບຽບກົດໝາຍ; ສືບຕໍ່ເຄື່ອນໄຫວວຽກງານຕ່າງ ປະເທດ ຢ່າງສະເໝີຕົ້ນສະເໝີປາຍ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ; ສືບຕໍ່ກະກຽມວຽກງານຮອບດ້ານ ໃຫ້ແກ່ກອງປະຊຸມໃຫຍ່ຂອງອົງ ຄະນະພັກແຂວງໃຫ້ກາຍເປັນຂະ ບວນການເຄື່ອນໄຫວທາງການ ເມືອງທີ່ເລິກເຊິ່ງ, ກວ້າງຂວາງ, ຮັບປະກັນຄວາມສາມັກຄີເປັນປຶກ ແຜ່ນ, ຄວາມສະຫງົບຢູ່ພາຍໃນ ພັກ, ສ້າງຂະບວນການຮອບດ້ານ ໃຫ້ແຂງແຮງ, ຟົດຟື້ນຕໍ່ເນື່ອງ ແລະ ເອົາໃຈໃສ່ນໍາພາວຽກງານໂຄສະ ນາ, ສຶກສາອົບຮົມການເມືອງ-ແນວ ຄິດດ້ວຍຫລາຍຮູບຫລາຍສີ ແລະ ຫັນໄປສູ່ຄຸນນະພາບໃໝ່, ຮັບປະກັນ ໃຫ້ປະເທດຊາດ ກໍຄື ແຂວງຊຽງ ຂວາງ ສືບຕໍ່ມີສະຖຽນລະພາບທາງ ດ້ານການເມືອງຢ່າງໜັກແໜ້ນ, ສັງ ຄົມມີຄວາມປອດໄພ ແລະ ເປັນລະ ບຽບຮຽບຮ້ອຍ. ງານຕົວຈິງ ແລະ ກຳສະພາບວຽກ ງານຮອບດ້ານຂອງໜ້າທີ່ຮັບຜິດ ຊອບໃໝ່ໃຫ້ເລິກເຊິ່ງ, ສືບຕໍ່ພັດທະ ນາວຽກງານໃນຂະແໜງການທີ່ຕົນ ຮັບຜິດຊອບຕາມພາລະບົດບາດ ໃຫ້ໄດ້ຮັບໝາກຜົນຕາມແຜນການ ທີ່ວາງໄວ້ທັງໃຫ້ເປັນເຈົ້າການນໍາ ພາ-ຊີ້ນຳ, ສືບຕໍ່ເພີ່ມທະວີຄວາມ ສາມັກຄີເປັນເອກະພາບພາຍໃນໃຫ້ ໜັກແໜ້ນ, ເຂັ້ມແຂງ, ເປັນກໍາລັງ ແຮງໃນການສຸມໃສ່ປະຕິບັດພາລະ ບົດບາດ-ໜ້າທີ່ວຽກງານໃຫ້ມີ ຄວາມໂລ່ງລ່ຽນ ແລະ ວ່ອງໄວ ບົນ ພື້ນຖານຍຶດໝັ້ນຫລັກການລວມສູນ ປະຊາທິປະໄຕ ນໍາພາປຶກສາຫາລື ບັນຫາສໍາຄັນຕ່າງໆເປັນໝູ່ຄະນະ ພ້ອມກັນປະຕິບັດລະບອບແບບ ແຜນນໍາພາ ແລະ ວິທີເຮັດວຽກທີ່ ໄດ້ກໍານົດໄວ້ຢ່າງຖືກຕ້ອງ ແລະ ເຂັ້ມງວດ. ຂ່າວ: ທະນູທອງ, ພາບ: ຂັນໄຊ ນີ້, ກໍເພື່ອເປັນການທົບທວນ-ຫວນ ຄືນ, ຮຽນຮູ້ ແລະ ເສີມຂະຫຍາຍມູນ ເຊື້ອ ແລະ ຜົນງານອັນໃຫຍ່ຫລວງ ຂອງແນວລາວອິດສະຫລະ, ແນວ ລາວຮັກຊາດ ແລະ ແນວລາວສ້າງ ຊາດ ໃນປັດຈຸບັນທີ່ໄດ້ຮ່ວມກັບ ປະຊາຊົນລາວບັນດາເຜົ່າຍາດມາ ໄດ້ໃນຕະຫລອດໄລຍະຜ່ານມາ, ເຊິ່ງໃນໄລຍະ 4 ວັນຜ່ານມາຂອງ ການຈັດງານສັບປະດາ ໄດ້ມີຫລາຍ ກິດຈະກໍາເປັນຕົ້ນທ່ຽວຊົມສູູນຂໍ້ມູູນ ບັນດາເຜົ່າໃນລາວ, ວາງສະແດງ ຜະລິດຕະພັນຊົນເຜົ່າ, ອາຫານ, ເຄື່ອງດື່ມ, ເຄື່ອງໃຊ້ສອຍປະຈໍາວັນ, ການສະແດງສິິລະປະ-ວັດທະນະ ທໍາ, ຢ້ຽມຊົມເຮືອນຊົນເຜົ່າແຕ່ລະ ຫລັງ, ຟ້ອນລໍາວົງມວນຊົນສາມັກ ຄີີ, ເດີນແບບອາພອນ ແລະ ອື່ນໆ. ຂ່າວ: ກິດຕາ ເມືອງໄຊເສດຖາ ນະຄອນຫລວງ ວຽງຈັນ ແຕ່ປີ 2022 ເຊິ່ງເຫັນ ວ່າມີຄວາມຄືບໜ້າທີ່ດີ ແລະ ຈະ ຂະຫຍາຍໂຄງການໄປທຸກເມືອງ ໃນນະຄອນຫລວງວຽງຈັນ ແລະ ບັນດາແຂວງ. ພ້ອມນີ້, ທ່ານລັດ ຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງ ພາກສ່ວນທີ່ກ່ຽວຂ້ອງຈົ່ງເອົາໃຈ ໃສ່ປະກອບສ່ວນຢ່າງຕັ້ງໜ້າໃນ ການຈັດຕັ້ງປະຕິບັດໂຄງການໃຫ້ມີ ປະສິດທິພາບ, ປະສິດທິຜົນສູງສຸດ ເພື່ອເປັນຕົວແບບໃນການຂະຫຍາຍ ໂຄງການໄປທົ່ວປະເທດ. ທ່ານ ນາງ ໃບຄຳ ຂັດທິຍະ ຍັງ ໃຫ້ຮູ້ອີກວ່າ: ພະຍາດໄຂ້ຍຸງລາຍ ຍັງ ເປັນບັນຫາທາງດ້ານສາທາລະນະ ສຸກ ແລະ ເປັນໄພຄຸກຄາມຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນໃນທົ່ວ ໂລກ ເຊິ່ງມີການລະບາດ ແລະ ເສຍ ຊີວິດໃນແຕ່ລະປີ. ລັດຖະບານ ກໍຄື ກະຊວງສາທາລະນະສຸກ ເຫັນໄດ້ ຄວາມສໍາຄັນໃນວຽກງານຄວບຄຸມ ພະຍາດໄຂ້ຍຸງລາຍ ໂດຍໄດ້ວາງ ຍຸດທະສາດຄວບຄຸມໄຂ້ຍຸງລາຍ, ນະໂຍບາຍ 5 ປ, ສ້າງຄູ່ມືພັດທະນາ ພູມປັນຍາຊາວບ້ານ ເພື່ອຄວບຄຸມ ແຫລ່ງແພ່ພັນໄຂ້ຍຸງລາຍ, ພ້ອມທັງ ປຸກລະດົມການມີສ່ວນຮ່ວມຂອງ ອົງການປົກຄອງທ້ອງຖິ່ນ ແລະ ຊຸມຊົນ ເຊິ່ງສາມາດຫລຸດຜ່ອນຜົນ ການເຈັບເປັນ ແລະ ເສຍຊີວິດໄດ້ ໃນລະດັບໜຶ່ງ. ຍຸງໂວບັກເຄຍ ບໍ່ສາມາດແຜ່ເຊື້ອ ພະຍາດເຊັ່ນ: ໄຂ້ຍຸງລາຍ, ຊິກ້າ, ຊິ ກຸກັນຢາ. ເມື່ອຖືກປ່ອຍໃນຊຸມຊົນ ຍຸງດັ່ງກ່າວ ຈະໄປປະສົມພັນກັບຍຸງ ລາຍບ້ານ ແລະ ຈະຫລຸດຜ່ອນການ ແຜ່ເຊື້ອພະຍາດ. ຂ່າວ-ພາບ: ທະນູທອງ ກອບຄໍາເຫັນກ່ຽວກັບຜົນສໍາເລັດ ການຈັດຕັ້ງປະຕິບັດແຜນພັດທະນາ ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາສົກຮຽນ 20242025 ແລະ ທິດທາງແຜນສົກຮຽນ 2025-2026; ທິດທາງ ແລະ ມາດ ຕະການແກ້ໄຂການປະລະການ ຮຽນຊັ້ນປະຖົມ ແລະ ມັດທະຍົມ ສຶກສາ; ທິດທາງ ແລະ ມາດຕະການ ປັບປຸງຄຸນນະພາບໃນຊັ້ນປະຖົມ ສຶກສາ; ລາຍງານກ່ຽວກັບວິທີການ ຄຸ້ມຄອງ ແລະ ການຈັດການ ຮຽນ-ການສອນຂອງໂຮງຮຽນ ປາດຖະໜາ; ລາຍງານກ່ຽວກັບບຸ ລິມະສິດຂອງເຂດວຽກງານກິລາ ກາຍຍະກໍາ; ລາຍງານກ່ຽວກັບບຸລິ ມະສິດຂອງເຂດວິທະຍາສາດ ແລະ ທິດທາງການກະຈາຍອໍານາດໃນ ການຝຶກອົບຮົມຄູສອນ. ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຮຽກຮ້ອງໃຫ້ຜູ້ແທນ ກອງປະຊຸມຈົ່ງພ້ອມກັນຍົກສູງ ຄວາມຮັບຜິດຊອບຂອງຕົນ, ຄົ້ນ ຄວ້າປະກອບຄໍາຄິດຄໍາເຫັນຢ່າງ ກົງໄປກົງມາ ແລະ ຊອກຫາວິທີ ທາງ, ມາດຕະການແກ້ໄຂບັນຫາ ຕ່າງໆເປັນຕົ້ນການປະລະການ ຮຽນ, ການຂາດແຄນຄູສອນ, ຄຸນນະພາບຂອງການສຶກສາຕໍ່າ ເພື່ອຮັບປະກັນເຮັດໃຫ້ການເປີດ ສົກຮຽນໃໝ່ 2025-2026 ນີ້ ສາ ມາດແກ້ໄຂບັນດາບັນຫາທີ່ພໍ່ແມ່ຜູ້ ປົກຄອງ-ສັງຄົມເປັນຫວ່ງເປັນໄຍ ໃຫ້ໄດ້ຮັບການປັບປຸງ, ແກ້ໄຂໃຫ້ ດີຂຶ້ນ, ສ້າງບັນຍາກາດທີ່ເບີກບານ ມ່ວນຊື່ນໃຫ້ນັກຮຽນ, ນັກສຶກສາ ໄດ້ກັບຄືນສູ່ໂຮງຮຽນດ້ວຍຄວາມ ຫ້າວຫັນ ແລະ ພ້ອມພຽງກັນໃນ ຂອບເຂດທົ່ວປະເທດ.
RkJQdWJsaXNoZXIy MTc3MTYxMQ==