dkog7n j vows;|h kmu j dkog,n v'c8j ]tw]pt0v'l6 odk'co;]k;lh k'-kf xtgmf]k; 3 13/08/2025 0j k; c]t gsfdko ©ດຍ ອັດສະວິນ (ເນ່ືອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ວັນທີ 13 8 1950-13 8 2025) dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me lnj ,;o-q oc0;'g-dv' rh v,gIa f|h kmuj le7a o .odkooeltg|u 0= h,6 o0j k;lko * ເນື່ອງໃນໂອກາດວັນສ້າງຕັ້ງ ສູນກາງແນວລາວສ້າງຊາດ ຄົບ ຮອບ 75 ປີໄດ້ໝູນວຽນມາຮອດ ອີກເທື່ອໜຶ່ງ ເຊິ່ງໜັງສືພິມປະເທດ ລາວສະບັບມື້ນີ້ ຂໍມານຳສະເໜີ ການເຄື່ອນໄຫວໜ້າທີ່ການເມືອງ ຜ່ານ 3 ໄລຍະຂອງສູນກາງແນວ ລາວສ້າງຊາດ ໃຫ້ພວກເຮົາໄດ້ຮັບ ຮູ້ໄປພ້ອມໆກັນ. ທ່ານ ນາງ ອິນລາວັນ ແກ້ວ ບຸນພັນ ຮອງປະທານສູນກາງແນວ ລາວສ້າງຊາດໃຫ້ຮູ້ໃນໂອກາດປິດ ພິທີສະເຫລີມສະຫລອງວັນສ້າງຕັ້ງ ສູນກາງແນວລາວສ້າງຊາດ ຄົບ ຮອບ 75 ປີ ໂດຍຫຍໍ້ທີ່ສວນບັນດາ ເຜົ່າ ບ້ານດານຊີ ເມືອງນາຊາຍ ທອງນະຄອນຫລວງວຽງຈັນວ່າ:ຄື ຮັບຮູ້ແລ້ວວ່າ ແນວລາວສ້າງຊາດ ແມ່ນອົງການຈັດຕັ້ງສໍາຄັນທາງ ການເມືອງຂອງທົ່ວສັງຄົມ, ມີພາ ລະບົດບາດໃນການເຕົ້າໂຮມຄວາມ ສາມັກຄີ ແລະ ປຸກລະດົມຂົນຂວາຍ ກໍາລັງແຮງຂອງທົ່ວສັງຄົມປະຕິ ບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ເຊິ່ງແນວລາວສ້າງຊາດ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ13 ສິງຫາປີ1950ແລະໄດ້ເຄື່ອນໄຫວ ໜ້າທີ່ການເມືອງຜ່ານ 3 ໄລຍະດັ່ງ ນີ້: ໄລຍະແນວລາວອິດສະຫລະ (ປີ 1950 - 1956). ໄລຍະນີ້ແມ່ນໄດ້ ເຄື່ອນໄຫວພາລະບົດບາດອອກໜ້າ ແທນພັກໃນການເຕົ້າໂຮມກ້ອນກໍາ ລັງລະຫວ່າງຊົນຊັ້ນກໍາມະກອນ, ©ດຍ ່າຕົ່ງ ຊາວກະສິກອນ, ກໍາລັງການເມືອງ ແລະ ການຈັດຕັ້ງສັງຄົມ ຕໍ່ສູ້ປົດ ປ່ອຍປະເທດຊາດ, ໄດ້ປະກາດສ້າງ ຕັ້ງແນວໂຮມແຫ່ງຊາດ ໂດຍໃສ່ຊື່ ວ່າແນວລາວອິດສະຫລະ, ພົ້ນເດັ່ນ ກອງປະຊຸມໄດ້ຮັບຮອງຜ່ານມະຕິ ສ້າງຕັ້ງລັດຖະບານລາວຕໍ່ຕ້ານ, ໂຄງການ ການເມືອງ 12 ຂໍ້, ຮັບ ຮອງກ່ຽວກັບຊື່ປະເທດ ແມ່ນປະ ເທດລາວ, ກໍານົດທຸງຊາດ ແມ່ນ ທຸງວົງເດືອນສາມສີ (ແດງ, ຂາວ, ຟ້າ), ຮັບຮອງເອົາເພງຊາດລາວ ແລະ ກາໝາຍຊາດລາວ ແລະ ສ້າງ ຕັ້ງໜັງສືພິມລາວອິດສະຫລະ ໄດ້ ກາຍເປັນໜັງສືພິມປະຊາຊົນໃນ ປັດຈຸບັນ; ໄລຍະແນວລາວຮັກຊາດ (1956 - 1979). ໃນເງື່ອນໄຂທີ່ ພັກປະຊາຊົນ ປະຕິວັດລາວ ໄດ້ຫັນ ທິດນໍາພາຕໍ່ສູ້ເພື່ອກອບກູ້ປະເທດ ຊາດ, ມີຄວາມຈໍາເປັນຕ້ອງໄດ້ເພີ່ມ ກໍາລັງການປະຕິວັດດ້ວຍການເຕົ້າ ໂຮມ, ປຸກລະດົມຂົນຂວາຍສັງຄົມ ລາວທຸກພາກສ່ວນເຂົ້າຮ່ວມພາລະ ກິດດັ່ງກ່າວ ຈຶ່ງປ່ຽນຊື່ແນວລາວ ອິດສະຫລະເປັນແນວລາວຮັກ ຊາດ, ປຸກລະດົມຂະບວນການມະ ຫາຊົນລຸກຮືຂຶ້ນຍຶດອໍານາດການ ປົກຄອງທົ່ວປະເທດ ໃນວັນທີ 23 ສິງຫາ 1975 ແບບບົວບໍ່ຊໍ້ານໍ້າບໍ່ ຂູ່ນ ສະຖາປະນາ ເປັນ ສປປ ລາວ ໃນວັນທີ2ທັນວາປີ1975ຢ່າງສະ ຫງ່າຜ່າເຜີຍ ແລະ ໄລຍະແນວລາວ ສ້າງຊາດ (1979 ເຖິງປັດຈຸບັນ) ພາຍຫລັງທີ່ປະເທດຊາດໄດ້ຮັບ ການສະຖາປານາ 1975 ມາ ໂດຍ ໃຊ້ເວລາ 4 ປີທໍາອິດແນວລາວຮັກ ຊາດໄດ້ຍົກສູງບົດບາດໃນການ ເຕົ້າໂຮມຄວາມສາມັກຄີປອງດອງ ທົ່ວປວງຊົນ, ໂຄສະນາສຶກສາອົບ ຮົມປະຊາຊົນຢ່າງກວ້າງຂວາງ, ເສີມຂະຫຍາຍສິດເປັນເຈົ້າຂອງ ປະຊາຊົນ, ປຸກລະດົມປະຊາຊົນ ບັນດາເຜົ່າ, ປະຕິບັດນະໂຍບາຍຮໍາ ບາດແຜສົງຄາມ. ທິດນໍາລວມຂອງ ພັກແມ່ນສືບຕໍ່ປະຕິບັດ 2 ໜ້າທີ່ ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນ ນີ້ ແມ່ນສຸມໃສ່ການສ້າງສາພັດທະ ນາຊີວິດການເປັນຢູ່ຂອງປະຊາຊົນ ລາວບັນດາເຜົ່າໃຫ້ດີຂຶ້ນເທື່ອລະ ກ້າວ ຈຶ່ງຕົກລົງປ່ຽນຊື່ແນວລາວ ຮັກຊາດເປັນແນວລາວສ້າງຊາດ ມາເຖິງປັດຈຸບັນ. ທ່ານ ນາງ ອິນລາວັນ ແກ້ວບຸນ ພັນກ່າວຕື່ມວ່າ: ປະຫວັດສາດຂອງ ແນວລາວສ້າງຊາດແມ່ນຕິດພັນ ກັບປະຫວັດສາດຂອງພັກປະຊົນ ປະຕິວັດລາວ, ປະຫວັດສາດຂອງ ກອງທັບປະຊາຊົນ ປະຕິວັດລາວ ແລະ ເປັນພາກສ່ວນໜຶ່ງທີ່ສໍາຄັນໃນ ປະຫວັດສາດຂອງຊາດລາວ; ເປັນ ບົດຮຽນ ແລະ ຄົງຄຸນຄ່າ, ຄວາມ ເອກອ້າງທະນົງໃຈ ຂອງປະຊາຊົນ ບັນດາເຜົ່າ ແລະ ເປັນຄວາມຮັບຮູ້ ຮັບໃຊ້ໃຫ້ແກ່ການຄົ້ນຄວ້າ, ນໍາໃຊ້ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດໃນປັດຈຸບັນ ໂດຍສະເພາະ ແມ່ນການເຕົ້າໂຮມຄວາມສາມັກຄີ ປອງດອງປະຊາຊົນລາວບັນດາ ເຜົ່າ ພາຍໃຕ້ການນໍາພາຂອງພັກ ປະຊາຊົນປະຕິວັດລາວ. ແນວໃດກໍ່ດີ, ການຈັດງານສະ ເຫລີມສະຫລອງຄັ້ງນີ້ ກໍ່ແມ່ນເພື່ອ ທົບທວນ-ຫວນຄືນ, ຮຽນຮູ້ ແລະ ເສີມຂະຫຍາຍມູນເຊື້ອ ແລະ ຜົນ ງານອັນໃຫຍ່ຫລວງຂອງແນວລາວ ອິດສະຫລະ, ແນວລາວຮັກຊາດ ແລະ ແນວລາວສ້າງຊາດ ໃນປັດຈຸ ບັນ ທີ່ໄດ້ຮ່ວມກັບປະຊາຊົນລາວ ບັນດາເຜົ່າຍາດມາໄດ້ໃນຕະຫລອດ ໄລຍະຜ່ານມາ ແລະ ຍັງເປັນໜຶ່ງໃນ 9 ກິດຈະກໍາຂອງການສະເຫລີມສະ ຫລອງວັນສ້າງຕັ້ງແນວລາວສ້າງ ຊາດ ຄົບຮອບ 75 ປີ, ນອກຈາກ ການຈັດຕັ້ງປາຖະກະຖາມູນເຊື້ອ ແລະ ຜົນງານຂອງແນວລາວສ້າງ ຊາດແລ້ວ, ໃນວັນທີ 13 ສິງຫານີ້ ຈະຈັດພິທີໂຮມຊຸມນຸມໃຫຍ່ ທີ່ຫໍ ປະຊຸມແຫ່ງຊາດ (ທັງແບບເຊິ່ງໜ້າ ແລະ ທາງໄກກັບທ້ອງຖິ່ນ), ສະ ເພາະຢູ່ຂັ້ນສູນກາງມີທັງໝົດ 8 ກິດ ຈະກໍາໃຫຍ່: ຈັດແຂ່ງຂັນກິລາຕີ ກÏ ອບ, ເປຕັງ, ບານເຕະຍິງ-ຊາຍ; ວາງສະແດງສິນຄ້າ ແລະ ຜະລິດຕະ ພັນລາວ; ແຫ່ພະໄຕປິດົກ;ກວດສຸຂະ ພາບ ແລະ ບໍລິຈາກເລືອດຊ່ວຍສັງ ຄົມ; ຈັດຕັ້ງໄປທັດສະນະຢ້ຽມຢາມ ຖານທີ່ໝັ້ນແນວລາວຮັກຊາດ ທີ່ (ເມືອງວຽງໄຊ, ແຂວງຫົວພັນ)...; ສໍາລັບການຈັດຕັ້ງກິດຈະກໍາ ແລະ ການສະເຫລີມສະຫລອງ ຢູ່ທ້ອງ ຖິ່ນແມ່ນໃຫ້ຄະນະພັກ-ອົງການ ປົກຄອງທ້ອງຖິ່ນນໍາພາຈັດຕັ້ງສະ ເຫລີມສະຫລອງຕາມສະພາບຕົວ ຈິງຂອງແຕ່ລະທ້ອງຖິ່ນ. ທ່ານນາງ ອິນລາວັນ ແກ້ວບຸນພັນ ກ່າວ. ຊົມເຊີຍວັນສ້າງຕັ້ງແນວລາວ ສ້າງຊາດ ຄົບຮອບ 75 ປີ ຢ່າງ ສູດໃຈ. *ເນື່ອງໃນໂອກາດ ວັນສື່ມວນ ຊົນ ແລະ ການພິມຈຳໜ່າຍ ໄດ້ໝູນ ວຽນບັນຈົບຄົບຮອບມາອີກເທ່ືອ ໜຶ່ງ, ປີນີ້ພໍດີຄົບຮອບ 75 ປີ (13 08 1950-13 08 2025), ທັງ ເປັນການຂໍ່ານັບຮັບຕ້ອນກອງປະ ຊຸມໃຫຍ່ ຄັ້ງທີ XM ຂອງອົງຄະ ນະພັກແຂວງເຊກອງ ທີ່ຈະໄຂຂຶ້ນ ໃນມໍ່ໆນີ້ ສື່ມວນຊົນແຂວງເຊກອງ ພ້ອມເຮັດໜ້າທີ່ສຳຄັນໃນການນຳ ສະເໜີຂໍ້ມູນຂ່າວສານ ເພື່ອເປັນ ກອງກຳລັງປະຈັນບານ, ເປັນກະ ບອກສຽງອັນແຫລມຄົມຂອງພັກ, ລັດ, ເປັນຂົວຕໍ່ລະຫວ່າງ ພັກ-ລັດ ກັບປະຊາຊົນ, ປຸກລະດົມທົ່ວປວງ ຊົນຕໍ່ສູ້ປະຕິວັດ ກໍຄື ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດໃນປັດຈຸບັນ. ທ່ານ ຈັນໄທ ຄຳມະນີວົງ ຫົວ ໜ້າພະແນກຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ ໃຫ້ສຳພາດເມື່ອບໍ່ ດົນມານີ້ວ່າ: ຕະຫລອດໄລຍະຜ່ານ ມາ, ທັງປັດຈຸບັນ ແລະ ໃນຕໍ່ໜ້າ, ສື່ມວນຊົນ ໄດ້ເຮັດໜ້າທີ່ຂອງຕົນ ຕາມພາລະບົດບາດ ເພື່ອເປັນກະ ບອກສຽງອັນສໍາຄັນ ແລະ ແຫລມ ຄົມຂອງພັກ ໃນການໂຄສະນາແນວ ທາງນະໂຍບາຍຂອງພັກ ແລະ ລັດ ໃຫ້ປະຊາຊົນ ໄດ້ຮັບຮູ້ຂໍ້ມູນຂ່າວ ສານທີ່ຖືກຕ້ອງ ແລະ ເປັນຈິງ ໂດຍ ສະເພາະສື່ມວນຊົນແຂວງເຊກອງ ເຊິ່ງພາຍໃຕ້ການນໍາພາ-ຊີ້ນໍາ ຂອງ ອຳນາດການປົກຄອງແຂວງເຊ ກອງ ກໍຄື ຄະນະພັກ-ຄະນະພະແນກ ຖວທ ແຂວງ ທີ່ໄດ້ເອົາໃຈໃສ່ໃກ້ຊິດ ຕິດແທດ ບວກກັບຄວາມບຸກບືນ ຫ້າວຫັນຂອງພະນັກງານ ທີ່ເຮັດ ໜ້າທີ່ວຽກງານດ້ານສື່ມວນຊົນມີ ຜົນສຳເລັດຕາມການມອບໝາຍ ເຊິ່ງໜ້າທີ່ອັນສໍາຄັນໃນການເປັນ ກະບອກສຽງຮັບໃຊ້ສັງຄົມ ແລະ ເປັນຂົວຕໍ່ ລະຫວ່າງ ພັກ-ລັດ ກັບ ປະຊາຊົນ, ນຳເອົາແນວຄວາມຄິດ ເຫັນ ຂອງພໍ່ແມ່ປະຊາຊົນບັນດາ ເຜົ່າມາສ່ອງແສງລາຍງານ, ຫັນ ເອົາບັນດາແນວທາງ, ມະຕິຂອງ ພັກ, ແຜນພັດທະນາເສດຖະກິດສັງຄົມຂອງລັດ ມາຈັດຕັ້ງຜັນຂະ ຫຍາຍເຜີຍແຜ່ໂຄສະນາຜ່ານພາ ຫະນະຕ່າງໆ ຂອງສື່ມວນຊົນຂັ້ນ ທ້ອງຖິ່ນ ແລະ ສູນກາງ ເປັນປົກກະ ຕິໃນແຕ່ລະວັນ ເປັນຕົ້ນສື່ວິທະຍຸກະ ຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ອອນລາຍ. ນອກນັ້ນ, ສື່ ມວນຊົນ ຍັງໄດ້ເຮັດໜ້າທີ່ລົງເຄື່ອນ ໄຫວສຳພາດເກັບກຳຂໍ້ມູນສ່ອງ ແສງໃຫ້ເຫັນການຈັດຕັ້ງປະຕິບັດ ແນວທາງແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງໃນແຕ່ລະ ໄລຍະເຮັດໃຫ້ພໍ່ແມ່ປະຊາຊົນບັນ ດາເຜົ່າ ມີຄວາມເຂົ້າໃຈປະກອບ ສ່ວນຈັດຕັ້ງປະຕິບັດແນວທາງດັ່ງ ກ່າວ ໄດ້ເປັນຢ່າງດີ. ທ່ານ ຈັນໄທ ຄຳມະນີວົງ ກ່າວ ຕື່ມວ່າ: ວຽກງານສື່ມວນຊົນ ເປັນ ວຽກງານໜຶ່ງທີ່ສຳຄັນ ແມ່ນກະ ບອກສຽງ ຂອງພັກ-ລັດ ແລະ ເພື່ອ ພັດທະນາວຽກງານດັ່ງກ່າວ ໃຫ້ໄປ ຕາມໃນແຜນ ຮອດ 2030 ທີ່ໄດ້ກໍາ ນົດໄວ້ວ່າ hພັດທະນາສື່ມວນຊົນ ລາວ ໃຫ້ກ້າວສູ່ຄຸນນະພາບ, ທັນສະ ໄໝ, ວ່ອງໄວ-ທັນເຫດການ, ເປັນ ກະບອກສຽງອັນແຫລມຄົມ ຂອງ ພັກ-ລັດ ທັງລວງເລິກ ແລະ ລວງ ກວ້າງ, ສ້າງຄວາມເຂັ້ມແຂງ ແລະ ຫັນໄປສູ່ກຸ້ມຕົນເອງ ເທື່ອລະກ້າວ, ພົວພັນເຊື່ອມໂຍງກັບສື່ມວນຊົນ ສາກົນ, ຮັບປະກັນຄວາມປອດໄພ ແລະ ສະຖຽນລະພາບທາງດ້ານຂໍ້ ມູນ-ຂ່າວສານ, ສ້າງບຸກຄະລາ ກອນ ທີ່ໄດ້ມາດຖານສື່ມວນຊົນ ລາວ ສົມຄູ່ກັບຍຸກສະໄໝ hໂດຍສິ່ງ ສໍາຄັນທໍາອິດຕ້ອງໄດ້ພັດທະນາ ທາງດ້ານບຸກຄະລາກອນ ໃຫ້ໄດ້ທັງ ປະລິມານແລະຄຸນນະພາບໂດຍສະ ເພາະການສົ່ງເສີມບຸກຄະລາກອນ ໜຸ່ມ ທີ່ມີຄຸນທາດການເມືອງໜັກ ແໜ້ນ ແລະ ມີເຕັກນິກວິຊາການ ທີ່ ສົມຄູ່ກັບຍຸກສະໄໝ ຄຽງຄູ່ກັບການ ປັບປຸງ ລະບົບພາຫະນະ-ອຸປະກອນ ເຕັກນິກທີ່ທັນສະໄໝ ເພື່ອຮັບໃຊ້ໃນ ວຽກງານສື່ມວນຊົນ ໃຫ້ມີຄວາມ ວ່ອງໄວ. ພ້ອມນີ້, ກໍຕ້ອງສົ່ງເສີມ ການຮ່ວມມື ລະຫວ່າງ ພາກລັດ, ເອ ກະຊົນແລະການຮ່ວມມືກັບຕ່າງປະ ເທດ ໃນການສົ່ງເສີມການລົງທຶນ ໃນວຽກງານສື່ມວນຊົນ ໃຫ້ກວ້າງ ຂວາງ ເພື່ອສ້າງຄວາມເຂັ້ມແຂງ ແລະ ເງື່ອນໄຂໃນການພັດທະນາສື່ ມວນຊົນ ໃຫ້ມີຄວາມຫລາກຫລາຍ ຕອບສະໜອງໄດ້ຕາມຄວາມຮຽກ ຮ້ອງຕ້ອງການຂອງສັງຄົມ.
RkJQdWJsaXNoZXIy MTc3MTYxMQ==