lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 13/08/2025 xtgmf]k; ຮອງປະທານປະເທດ... ກອງປະຊຸມທາບທາມ... ຊົມເຊີຍວັນສ້າງຕັ້ງ... ຂປລ. ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງ ພັກ, ຜູ້ປະຈຳການຄະນະເລຂາທິ ການສູນກາງພັກ, ຮອງປະທານ ປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງກາສີໃນວັນທີ 11 ສິງຫາ 2025 ໂດຍການຕ້ອນ ຮັບຂອງທ່ານ ຄຳພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງໆວຽງຈັນ ພ້ອມ ດ້ວຍຄະນະ. ທ່ານ ອຳໄພ ໂສລັດຕະນະວົງ ເລຂາຄະນະບໍລິຫານງານພັກ ເມືອງ ກາສີ ໄດ້ລາຍງານກ່ຽວກັບການ ຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງເມືອງກາສີ ໃນໄລຍະ 6 ເດືອນ ຕົ້ນປີ 2025 ວ່າ: ເມືອງກາສີ ເປັນ ເມືອງພູດອຍ ຕັ້ງຢູ່ເໜືອສຸດຂອງ ແຂວງວຽງຈັນ ມີເນື້ອທີ່ 206.238 ເຮັກຕາ, 85% ຂອງເນື້ອທີ່ເປັນ ພູຜາ, ຄ້ອຍຊັນ ແລະ 15% ເປັນ ທົ່ງພຽງ, ເປັນເມືອງທີ່ມີເສັ້ນທາງ ລົດໄຟລາວ-ຈີນຜ່ານ, ມີທ່າແຮງ ໃນການປູກຝັງ-ລ້ຽງສັດ, ການ ບໍລິການທາງຜ່ານ, ການທ່ອງທ່ຽວ ທຳມະຊາດ, ມີສາຍນໍ້າຫລາຍສາຍ ເໝາະສົມໃນການກໍ່ສ້າງເຂື່ອນໄຟຟ້າ ຂະໜາດໜ້ອຍ. ສຳລັບດ້ານການ ປົກຄອງມີ 51 ບ້ານ, ມີ 6 ກຸ່ມບ້ານ, ມີພົນລະເມືອງ 46.008 ຄົນ ຍິງ 22.552 ຄົນ ໃນໄລຍະຜ່ານມາ, ຄະນະພັກຄະນະນຳໄດ້ເອົາໃຈໃສ່ ແລະ ຖືສໍາຄັນຕໍ່ວຽກງານສຶກສາ ອົບຮົມການເມືອງ-ແນວຄິດເພື່ອ ເຮັດໃຫ້ສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າມີຄວາມ ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງ ລັດ, ເສດຖະກິດຂອງເມືອງແມ່ນ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 5,8% ຕໍ່ປີ (ແຜນການ ປີ 6%) ລວມຍອດລາຍຮັບຂອງ ເມືອງ ສະເລ່ຍ 872,76 ຕື້ກີບ ເພີ່ມຂຶ້ນ 9,06% ລາຍຮັບສະເລ່ຍຕໍ່ ຫົວຄົນປະຕິບັດໄດ້19 ລ້ານກວ່າກີບ ຫລື ເທົ່າກັບ 891 ໂດລາສະຫະລັດ ເທົ່າກັບ 43,95% ຂອງແຜນການ. ໃນລະຫວ່າງວັນທີ22-28 ກໍລະກົດ 2025 ຜ່ານມາ ໄດ້ເກີດມີຝົນຕົກໜັກ ຕິດຕໍ່ກັນຫລາຍວັນເຮັດໃຫ້ເກີດມີໄພ ນໍ້າຖ້ວມ ເຊິ່ງໄດ້ຮັບກະທົບ 38 ບ້ານ, ມີ 1.830 ຄອບຄົວ, ມີພົນລະເມືອງ 10.261 ຄົນ ຍິງ 4.829 ຄົນ, ເນື້ອ ທີ່ນາປັກດໍາຖືກນໍ້າຖ້ວມຊຸ ເສຍຫາຍ 1.426,61 ເຮັກຕາ, ທີ່ຢູ່ອາໄສຖືກ ນໍ້າຖ້ວມຊຸ 8 ບ້ານ, ມີ 308 ຫລັງ, ດິນເຈື່ອນເຂົ້າໃນເຮືອນ 302 ຫລັງ, ດິນເຈື່ອນທັບເຮືອນ 1 ຫລັງ, ເຮືອນ ຍຸບ 5 ຫລັງ, ຖ້ວມຕະຫລາດ 1 ແຫ່ງ ປະເມີນມູນຄ່າເສຍຫາຍເບື້ອງຕົ້ນ 26 ຕື້ກວ່າກີບ, ການຊ່ວຍເຫລືອໃນ ເບື້ອງຕົ້ນທາງເມືອງກາສີ ໄດ້ປຸກ ລະດົມທົ່ວສັງຄົມຊ່ວຍເຫລືອປະເພດ ອາຫານ, ນໍ້າດື່ມ ເພື່ອແກ້ໄຂສຸກເສີນ ຈໍານວນບ້ານທີ່ຖືກນ້ຳຖ້ວມໜັກ ມູນ ຄ່າປະມານ 200 ລ້ານກີບ, ປັດຈຸບັນ ພວມສັງລວມເງິນຊ່ວຍເຫລືອໄດ້ ປະມານ 180 ລ້ານກີບ ເພື່ອໄປຊ່ວຍ ປະຊາຊົນຜູ້ປະສົບໄພພິບັດນໍ້າຖ້ວມ ດັ່ງກ່າວ. ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ກ່າວສະແດງຄວາມ ຢື້ຢາມຖາມຂ່າວ ແລະ ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ທີ່ຄະນະພັກອຳນາດການປົກຄອງ ເມືອງກາສີ ຍາດມາໄດ້ຕະຫລອດ ໄລຍະທີ່ຜ່ານມາ ພ້ອມທັງເນັ້ນ ໃຫ້ການນຳເມືອງຮີບຮ້ອນຈັດຕັ້ງ ປະຕິບັດຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ VIII ຂອງອົງ ເຂົ້າຮ່ວມຂະບວນການປົດປ່ອຍປະເທດຊາດ. ພັກໄດ້ຕົກລົງສ້າງຕັ້ງ ໜັງສືພິມລາວອິດສະຫລະ ແລະ ໂຮງພິມລາວອິດສະຫລະຂຶ້ນ. ໃນ ໄລຍະຕໍ່ສູ້ກູ້ຊາດ ຕ້ານກັບການຮຸກຮານ ແລະ ແຊກແຊງຂອງຈັກກະພັດ ລ່າເມືອງຂຶ້ນ; ບົດບາດຂອງແນວລາວອິດສະຫລະ ກໍ່ຄື ແນວລາວສ້າງ ຊາດ ໄດ້ຕິດພັນກັບບົດບາດຊື່ສຽງຂອງບັນດາຜູ້ນໍາທີ່ເປັນຕົວແທນຈາກ ບັນດາຊັ້ນຄົນ, ເຜົ່າຊົນ ແລະ ພັກຝ່າຍການເມືອງ, ໄດ້ກາຍເປັນແຮງ ດຶງດູດເຕົ້າໂຮມທຸກຊັ້ນຄົນ, ເຜົ່າຊົນ, ສາສະໜາ, ນັບທັງຜູ້ຊົງຄຸນວຸດທິ ທີ່ຮັກຊາດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຂະບວນການຕໍ່ສູ້ ປົດປ່ອຍຊາດອັນຍືດເຍື້ອຍາວນານທໍລະຫົດອົດທົນ. ມູນເຊື້ອ, ຄວາມ ສາມັກຄີປອງດອງ ແລະ ນໍ້າໃຈຕໍ່ສູ້ອາດຫານບໍ່ຍອມຈໍານົນໄດ້ຮັບການ ເສີມຂະຫຍາຍຢ່າງແຂງແຮງສູ່ລະດັບສູງ ຈົນໃນທີ່ສຸດກໍ່ສາມາດຍາດໄດ້ ໄຊຊະນະຢ່າງສົມບູນ ແລະ ກ້າວເຖິງສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າ ຜ່າເຜີຍ. ພາຍຫລັງທີ່ປະເທດຊາດໄດ້ຮັບການສະຖາປານາ 1975 ມາ ໂດຍໃຊ້ເວລາ 4 ປີທໍາອິດແນວລາວຮັກຊາດໄດ້ຍົກສູງບົດບາດໃນ ການເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນ, ໂຄສະນາສຶກສາ ອົບຮົມປະຊາຊົນຢ່າງກວ້າງຂວາງ, ເສີມຂະຫຍາຍສິດເປັນເຈົ້າຂອງ ປະຊາຊົນ, ປຸກລະດົມປະຊາຊົນບັນດາເຜົ່າ, ປະຕິບັດນະໂຍບາຍຮໍາ ບາດແຜສົງຄາມ. ທິດນໍາລວມຂອງພັກແມ່ນສືບຕໍ່ປະຕິບັດ 2 ໜ້າທີ່ ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນນີ້ ແມ່ນສຸມໃສ່ການສ້າງສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນລາວ ບັນດາເຜົ່າໃຫ້ດີຂຶ້ນເທື່ອລະກ້າວຈຶ່ງຕົກລົງປ່ຽນຊື່ແນວລາວຮັກຊາດເປັນ ແນວລາວສ້າງຊາດມາເຖິງປັດຈຸບັນ. ສຳລັບວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ຕະຫລອດໄລຍະ 75 ປີຜ່ານມາ, ໂດຍພາຍໃຕ້ການນໍາພາໂດຍກົງຂອງພັກ, ການຄຸ້ມຄອງ ຢ່າງໃກ້ຊິດຂອງລັດ, ການສະໜັບສະໜູນຂອງປະຊາຊົນບັນດາເຜົ່າ ແລະ ການຊ່ວຍເຫລືອຈາກປະເທດເພື່ອນມິດຍຸດທະສາດ ແລະ ອົງການ ຈັດຕັ້ງສາກົນອື່ນໆ; ຂະແໜງການຖະແຫລງຂ່າວ, ສື່ມວນຊົນ ແລະ ພິມ ຈຳໜ່າຍໄດ້ຮັບການພັດທະນາ, ມີຄວາມກ້າວໜ້າ, ເຕີບໃຫຍ່ ແລະ ເຂັ້ມ ແຂງຢ່າງບໍ່ຢຸດຢັ້ງ. ໃນປີຜ່ານມາວຽກງານຖະແຫລງຂ່າວ, ສື່ມວນຊົນ ແລະ ພິມຈຳໜ່າຍໄດ້ປະກອບສ່ວນສຳຄັນໃນບັນດາຜົນສຳເລັດຂອງ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃນ ໄລຍະທ້າຍສະໄໝ ໂດຍສະເພາະການໂຄສະນາຊຸກຍູ້ການຈັດຕັ້ງປະຕິບັດ ມະຕິຂອງພັກໃນແຕ່ລະໄລຍະເປັນຕົ້ນມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່; ໂຄສະນາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ກໍຄື ການ ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການ ສົ່ງເສີມການຜະລິດສິນຄ້າພາຍໃນ ແລະ ການສົ່ງເສີມການຊົມໃຊ້ສິນຄ້າ ຂອງຕົນ, ຫລຸດການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ ແລະ ອື່ນໆ; ໂຄສະນາ ວັນສໍາຄັນຕ່າງໆຂອງພັກ, ຂອງຊາດ; ເປັນເຈົ້າການ, ຕື່ນຕົວໂຄສະນາ ຕອບໂຕ້, ຕອບຕ້ານປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ; ສາມາດຊຸກຍູ້ ການຂະຫຍາຍຕາໜ່າງໂທລະໂຄ່ງລົງສູ່ທ້ອງຖ່ິນທ່ົວປະເທດ. ມາຮອດ ປີ 2024 ຕິດຕັ້ງໂທລະໂຄ່ງໄດ້ທັງໝົດ 6.000 ກວ່າຊຸດ ໃນທົ່ວປະເທດ ແລະ ລົງທະບຽນໜ້າຂ່າວອອນລາຍໄດ້ທັງໝົດ 170 ກວ່າໜ້າຂ່າວ. ນອກຈາກນີ້, ຍັງໄດ້ຝຶກອົບຮົມບຸກຄະລາກອນສື່ມວນຊົນ ກໍຄື ຄະນະ ບັນນາທິການ, ນັກຂ່າວທັງຮູບແບບອອນລາຍ, ຮູບແບບເຊິ່ງໜ້າຢ່າງ ຕໍ່ເນື່ອງທັງຢູ່ພາຍໃນ ແລະ ຕ່າງປະເທດ. ມາຮອດປັດຈຸບັນວຽກງານ ຖະແຫລງຂ່າວ, ສື່ມວນຊົນໄດ້ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວທ່າມກາງສິ່ງ ທ້າທາຍທົດສອບນາໆປະການ. ອັນພົ້ນເດັ່ນແມ່ນໄດ້ປັບປ່ຽນຮູບແບບ ການເຜີຍແຜ່ຂໍ້ມູນຂ່າວສານຜ່ານລະບົບອອນລາຍ ເພື່ອກະຈາຍຂໍ້ມູນ ໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງທັງຮັບປະກັນໄດ້ຄວາມຖືກຕ້ອງ, ວອງ ໄວ ແລະ ຊັດເຈນ. ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ສະແດງຄວາມຊົມເຊີຍ, ຍ້ອງຍໍສັນລະເສີນຕໍ່ແນວລາວສ້າງຊາດແຕ່ລະ ຂັ້ນ, ພີ່ນ້ອງລາວທຸກຊັ້ນຄົນ, ທຸກເຜົ່າຊົນ, ເພດໄວ ທັງພາຍໃນ ແລະ ຢູ່ ຕ່າງປະເທດທີ່ໄດ້ພ້ອມກັນເຊີດຊູນໍ້າໃຈຮັກຊາດ, ສາມັກຄີເປັນຈິດໜຶ່ງ ໃຈດຽວບຸກບືນຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ເພື່ອເຮັດສຳເລັດ ໜ້າທີ່ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີ ຫລັກການຂອງພັກເຊິ່ງໄດ້ມີຜົນສຳເລັດຢ່າງຈົບງາມເຮັດໃຫ້ບົດບາດ, ກຽດຊື່ສຽງຂອງປະເທດຊາດ ໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ ຢ່າງບໍ່ຢຸດຢັ້ງ. ພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າ ແຂວງໆໄຊສົມບູນ ພ້ອມດ້ວຍຄະນະ ຮັບຜິດຊອບອະນຸກຳມະການບຸກ ຄະລາກອນຂັ້ນສູນກາງ ແລະ ຂັ້ນ ແຂວງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ແລະ ເລຂາພັກ ເມືອງ 5 ເມືອງ ເຂົ້າຮ່ວມ. ໃນກອງປະຊຸມ , ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ລາຍງານ ສະພາບການກະກຽມ ແລະ ດຳເນີນ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ທົ່ວ ແຂວງໄຊສົມບູນ ຮັບປະກັນໃຫ້ມີສະ ຖຽນລະພາບທາງດ້ານການເມືອງ ໜັກແໜ້ນ, ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍໂດຍພື້ນຖານ, ປະຕິບັດວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ທົ່ວປວງ ຊົນຮອບດ້ານ, ສຸມໃສ່ການພັດທະ ນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍ ຕົວຢ່າງຕໍ່ເນື່ອງຕາມທິດຫັນເປັນ ອຸດສາຫະກຳ ແລະ ທັນສະໄໝ, ຍືນຍົງ, ສີຂຽວ ແລະ ເປັນມິດກັບ ສິ່ງແວດລ້ອມ, ນຳພາແກ້ໄຂຄວາມ ທຸກຍາກຂອງປະຊາຊົນໃຫ້ມີການ ຫັນປ່ຽນຢ່າງເປັນຮູບປະທຳ, ກໍ່ສ້າງພັດທະນາຊັບພະຍາກອນ ມະນຸດໃຫ້ມີຄຸນນະພາບ ໂດຍເລັ່ງໃສ່ ການພັດທະນາດ້ານສີມືແຮງງານ, ເຕັກນິກວິຊາການ, ການຄຸ້ມຄອງ ລັດ, ຄຸ້ມຄອງກົດໝາຍ, ປະຊາຊົນ ຕື່ນຕົວ ແລະ ເປັນເຈົ້າການໃນການ ຈັດຕັ້ງປະຕິບັດກົດໝາຍຢ່າງເຂັ້ມ ຄະນະພັກເມືອງ ໃຫ້ຫັນເຂົ້າສູ່ການ ຂະບວນການຕົວຈິງເປັນຕົ້ນການ ຈັດຕັ້ງເຊື່ອມຊຶມໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະ ກອນ, ທະຫານ, ຕຳຫລວດ ຕະ ຫລອດຮອດປະຊາຊົນໄດ້ຮັບຮູ້ ເຂົ້າໃຈກ່ຽວກັບມະຕິກອງປະຊຸມ ໃຫຍ່ຢ່າງຮອບດ້ານ ແລະ ເລິກເຊິ່ງ, ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໂດຍ ສະເພາະການແກ້ໄຂວາລະແຫ່ງຊາດ ກໍຄື ບັນຫາຢາເສບຕິດຢູ່ຂອບເຂດ ທ້ອງຖິ່ນຮາກຖານໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງ, ສຸມໃສ່ວຽກງານ ການລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນໃຫ້ ນັບມື້ນັບດີຂຶ້ນ, ເອົາໃຈໃສ່ປັບປຸງ ວຽກງານການສຶກສາໃຫ້ໄດ້ທັງ ປະລິມານ ແລະ ຄຸນນະພາບໄປ ຄຽງຄູ່ກັນ, ດ້ານວຽກການກໍ່ສ້າງ ພັກ ແມ່ນໃຫ້ຍຶດໝັ້ນຕາມກົດລະ ບຽບຂອງພັກວາງອອກຢ່າງເຂັ້ມ ງວດ, ການກໍ່ສ້າງພະນັກງານຕ້ອງ ຮັບປະກັນໃຫ້ໄດ້ທັງພະນັກງານ ນຳພາ-ພະນັກງານຄຸ້ມຄອງ ແລະ ພະນັກງານດ້ານວິຊາການໄປຄຽງ ຄູ່ກັນ. ພ້ອມນີ້, ໃຫ້ກະກຽມບັນຈຸຊັບ ຊ້ອນພະນັກງານເຂົ້າໃນການຈັດຕັ້ງ ຂັ້ນຕາແສງ ທີ່ຈະໄດ້ປະກາດໃນຕໍ່ ໜ້າໃຫ້ແທດເໝາະກັບສະພາບການ ຕົວຈິງຂອງເມືອງ. ໃນໂອກາດດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ຍັງໄດ້ນຳເອົາ ເຄື່ອງໃຊ້ຈຳເປັນ ແລະ ເງິນສົດ ຈຳນວນໜຶ່ງມອບໃຫ້ປະຊາຊົນຜູ້ ປະສົບໄພພິບັດນໍ້າຖ້ວມຢູ່ເມືອງກາສີ ເຊິ່ງປະກອບມີ: ເຄື່ອງໃຊ້ຄົວເຮືອນ 100 ແກັດ, ໝີ່ສຳເລັດຮູບ 50 ແກັດ, ນໍ້າດື່ມ 100 ແພັກ, ເຂົ້າສານໜຽວ 1 ໂຕນ ລວມມູນຄ່າ 150 ລ້ານ ກີບ ແລະ ເງິນສົດ 200 ລ້ານກີບ. ພ້ອມນີ້, ການນຳແຂວງວຽງຈັນ ກໍ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດ 50 ລ້ານກີບ ໃຫ້ເມືອງ ຕື່ມອີກ. ຂ່າວ-ພາບ: ດາລັກ ໂຮມຊຸມນຸມສະຫລອງ... ແຕ່ລະໄລຍະນັບແຕ່ອະດີດຈົນຮອດ ປັດຈຸບັນ, ເຊິ່ງຕະຫລອດໄລຍະ 75 ປີຜ່ານມາ, ວຽກງານສື່ມວນ ຊົນ ແລະ ການພິມຈຳໜ່າຍ ແມ່ນ ວຽກງານໜຶ່ງທີ່ສໍາຄັນ ໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ມີບົດບາດເປັນ ເຄື່ອງມືທີ່ເປັນກະບອກສຽງອັນ ແຫລມຄົມໃນການເຜີຍແຜ່ແນວ ທາງ, ແຜນນະໂຍບາຍຂອງພັກລັດ, ເຮັດໜ້າທີ່ໂຄສະນາສຶກສາອົບ ຮົມນໍ້າໃຈຮັກຊາດ, ຮັກລະບອບ ໃໝ່, ລະບອບປະຊາທິປະໄຕ ແລະ ສ້າງສະຕິເຄົາລົບກົດໝາຍໃຫ້ປະ ຊາຊົນ, ສົ່ງເສີມໃຫ້ປະຊາຊົນຮູ້ອາ ນຸລັກຮັກສາ ແລະ ເສີມຂະຫຍາຍ ວັດທະນະທຳອັນດີງາມຂອງຊາດ ແລະ ບັນດາເຜົ່າ ກໍຄື ການພັດທະນາ ເສດຖະກິດ-ສັງຄົມ ໃຫ້ມີບາດກ້າວ ຂະຫຍາຍຕົວ. ມາຮອດປັດຈຸບັນ ຂະແໜງການສື່ມວນຊົນ ແລະ ການ ພິມຈຳໜ່າຍ ໄດ້ມີການພັດທະນາ ຕົນເອງທາງດ້ານປະລິມານ ແລະ ຄຸນນະພາບ, ບັນດາພາຫະນະສື່ ມວນຊົນໄດ້ນໍາໃຊ້ວິທະຍາສາດ ທີ່ກ້າວໜ້າ, ເຕັກໂນໂລຊີຂໍ້ມູນຂ່າວສານທັນສະໄໝ, ສາມາດສົ່ງ ຂໍ້ມູນ-ຂ່າວສານ ແລະ ເຜີຍແຜ່ ອອກສູ່ພາຍໃນ ແລະ ຕ່າງປະເທດ ໄດ້ຢ່າງວ່ອງໄວທັນການ ແລະ ກວ້າງຂວາງກວ່າເກົ່າເຮັດໃຫ້ມາດ ຕະຖານ ແລະ ຄຸນນະພາບຂອງສື່ ມວນຊົນ ແລະ ການພິມຈຳໜ່າຍ ໄດ້ຮັບການພັດທະນາຍົກລະດັບຂຶ້ນ ເປັນກ້າວໆ. ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນໂອ້ລົມ ງວດ, ປັບປຸງກົງຈັກການຈັດຕັ້ງ ຂອງລະບົບການເມືອງແຕ່ລະຂັ້ນ ໃຫ້ໜັກແໜ້ນ, ຍົກສູງບົດບາດ ຄວາມສາມາດນຳພາຂອງພັກ ແລະ ຄວາມເປັນແບບຢ່າງນຳໜ້າຂອງ ສະມາຊິກພັກ. ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການຜ່ານຮ່າງລາຍ ງານການເມືອງຂອງຄະນະບໍລິຫານ ງານພັກແຂວງ ສະໄໝທີ II, ຜ່ານ ຮ່າງແຜນພັດທະນາເສດຖະກິດສັງຄົມ ຄັ້ງທີ III ຂອງແຂວງໄຊ ສົມບູນ ແລະ ຜ່ານຮ່າງບົດສຳ ຫລວດການນຳພາລວມຂອງຄະ ນະບໍລິຫານງານພັກ ແຂວງໄຊສົມ ບູນ ໃນໄລຍະ 5 ປີຜ່ານມາ ແລະ ໄດ້ຮັບຟັງການຜ່ານມາດຕະຖານ, ເງື່ອນໄຂຜູ້ທີ່ຈະສະໝັກເຂົ້າເປັນ ຄະນະບໍລິຫານງານພັກແຂວງຊຸດ ໃໝ່ ແລະ ມາດຕະຖານ, ເງື່ອນໄຂ ຜູ້ທີ່ຈະສະໝັກເຂົ້າເປັນຄະນະປະຈຳ ພັກແຂວງ, ເລຂາ, ຮອງເລຂາ ພັກແຂວງ ແລະ ປະທານ, ຮອງ ປະທານກວດກາພັກ ແຂວງຊຸດໃໝ່ ຕື່ມອີກ. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນ ໜັກໃຫ້ຜູ້ແທນກອງປະຊຸມກຳແໜ້ນ ມາດຖານເງື່ອນໄຂ ເພື່ອເປັນບ່ອນ ອີງໃຫ້ແກ່ການຄົ້ນຄວ້າ, ເລືອກເຟັ້ນ ເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ໃຫ້ຖືກຕ້ອງ, ເລືອກເອົາຜູ້ທີ່ດີ ເດັ່ນ, ມີຜົນສຳເລັດໃນການປະຕິບັດ ໜ້າທີ່ວຽກງານ, ມີທັດສະນະທີ່ຖືກ ຕ້ອງພາວະວິໄສຕົວຈິງ. ພ້ອມທັງ ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຕ້ອງມີທັດສະນະການເມືອງທີ່ໜັກ ແໜ້ນ, ເອົາໃຈໃສ່ເປັນເຈົ້າການໃນ ການລົງຄະແນນສຽງທາບທາມ ບຸກຄະລາກອນໃນຄັ້ງນີ້ ໃຫ້ຖືກຕ້ອງ ຕາມຄວາມເປັນຈິງ, ພາວະວິໄສ, ທ່ຽງທຳ, ຮັກສາໄດ້ຄວາມສາມັກຄີ ເປັນປຶກແຜ່ນບົນພື້ນຖານແນວທາງ ນະໂຍບາຍ ແລະ ລະບຽບກົດໝາຍ. ຂ່າວ: ສີລິພອນ ສົງຄຳ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ ຜົນສຳເລັດທີ່ຂະແໜງສື່ມວນຊົນ ແລະ ພິມຈຳໜ່າຍຍາດມາໄດ້ໃນໄລ ຍະ 75 ປີຜ່ານມາພ້ອມທັງເນັ້ນ ໃຫ້ ເອົາໃຈໃສ່ຕື່ມບາງດ້ານເປັນຕົ້ນ ຕ້ອງໄດ້ເພີ່ມທະວີວຽກງານໂຄສະ ນາ, ເຜີຍແຜ່ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ພະນັກງານ-ສະ ມາຊິກພັກ, ທະຫານ, ຕໍາຫລວດ, ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນ ຕ່າງໆໄດ້ຄວາມຮັບຮູ້ເຂົ້າໃຈຢ່າງ ເລິກເຊິ່ງຕໍ່ແນວທາງນະໂຍບາຍ ຂອງພັກ ກໍຄື ສະພາບຜັນແປຂອງ ໂລກ ແລະ ພາກພື້ນໃຫ້ທັນການ, ແນ ໃສ່ສ້າງຄວາມຮັບຮູ້ເຂົ້າໃຈທີ່ເປັນ ເອກະພາບສູງພາຍໃນຊາດ, ສ້າງ ກ້ອນກຳລັງແຮງຄວາມສາມັກຄີ ພາຍໃນພັກ, ພາຍໃນຊາດໃຫ້ມີ ຄວາມແໜ້ນແຟ້ນ, ໜັກແໜ້ນ ແລະ ເດີນຕາມອຸດົມການຂອງພັກວາງ ອອກ. ພ້ອມນີ້, ວຽກງານຖະແຫລງ ຂ່າວພາຍຫລັງທີ່ໂອນກົງຈັກການ ຈັດຕັ້ງ ແລະ ບຸກຄະລາກອນທັງໝົດ ມາຂຶ້ນກັບຄະນະໂຄສະນາອົບຮົມ ສູນກາງພັກແລ້ວຕ້ອງສືບຕໍ່ ແລະ ຮີບຮ້ອນປັບປຸງກົງຈັກການຈັດຕັ້ງ, ສັບຊ້ອນພະນັກງານ, ໃຫ້ເປັນລະບົບ ແລະ ສືບຕໍ່ປະຕິບັດພາລະບົດບາດ ຂອງຕົນໃຫ້ມີການຫັນປ່ຽນໄປສູ່ ຄຸນນະພາບໃໝ່, ສ້າງການບຸກ ທະລຸໃນວຽກງານຖະແຫລງຂ່າວ ສື່ມວນຊົນ; ຍົກສູງບົດບາດຂອງ ໂທລະພາບແຫ່ງຊາດ, ວິທະຍຸ, ໜັງສືພິມ ແລະ ຂ່າວສານຕ່າງໆ, ປັບປຸງເນື້ອໃນຂ່າວ, ສາລະບັນເທີງ ໃຫ້ອຸດົມສົມບູນ, ມີຊີວິດຊີວາ, ທັນ ການ, ທັນສະໄໝ, ທັນສະພາບການ; ເພີ່ມກໍາລັງແຮງຂອງສະຖານີວິທະ ຍຸກະຈາກສຽງໃນແຕ່ລະແຫ່ງໃຫ້ ເປັນກະບອກສຽງສໍາຄັນໃນການ ນໍາສະເໜີຂ່າວສານ, ລາຍການໂຄ ສະນາ, ຜັນຂະຫຍາຍມະຕິ, ຄໍາສັ່ງ ແລະ ແນວທາງນະໂຍບາຍຂອງ ພັກ-ລັດໄດ້ຢ່າງຕໍ່ເນື່ອງ ແລະ ເລິກ ເຊິ່ງ; ສ້າງລະບົບການຄຸ້ມຄອງສື່ ມວນຊົນໃຫ້ເຂັ້ມແຂງສາມາດປະ ຕິບັດບົດບາດເປັນເສນາທິການໃຫ້ ພັກ-ລັດ; ຕັ້ງໜ້າຫັນປ່ຽນໃນການ ນໍາສະເໜີຂ່າວທາງການຂອງສໍາ ນັກຂ່າວສານປະເທດລາວ ໃຫ້ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ ມະຫາຊົນ, ສ້າງສື່ສິ່ງພິມພາສາ ເຜົ່າ, ຖ້ອງຖິ່ນ ແລະ ຕ່າງປະເທດ ທີ່ຮັບປະກັນດ້ານເນື້ອໃນ, ຮູບການ ໃຫ້ມີຊີວິດຊີວາ, ສື່ມວນຊົນຕ້ອງ ຮັບປະກັນ 4 ລັກສະນະຕົ້ນຕໍ ຄື: ລັກສະນະຕໍ່ສູ້, ລັກສະນະສຶກສາ ອົບຮົມ, ລັກສະນະຈັດຕັ້ງນໍາພາຊີ້ນຳມະຫາຊົນ ແລະ ລັກສະນະຕົວ ຈິງເພື່ອໃຫ້ສື່ມວນຊົນສາມາດດໍາ ລົງບົດບາດໃນການເສີມສ້າງຄວາມ ສາມັກຄີປອງດອງປວງຊົນທັງຊາດ ໃນການໂຄສະນາ, ປຸກລະດົມ, ຊຸກ ຍູ້ການພັດທະນາສ້າງສາເສດຖະ ກິດ-ສັງຄົມຂອງປະເທດເຮົາ, ຊຸກ ຍູ້, ປຸກລະດົມທົ່ວປວງຊົນເຮັດໜ້າທີ່ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ; ໂຄສະນາດຶງດູດເອົາການ ຮ່ວມມື, ການຊ່ວຍເຫລືອ ແລະ ການລົງທຶນຈາກຕ່າງປະເທດ ຕະຫລອດຮອດການຕໍ່ສູ້ຕ້ານກັບ ບັນດາປາກົດການຫຍໍ້ທໍ້ຕ່າງໆທີ່ ເກີດຂຶ້ນໃນສັງຄົມໃຫ້ຫລຸດໜ້ອຍ ຖອຍລົງເທື່ອລະກ້າວພ້ອມທັງໃຫ້ ເລັ່ງປັບປຸງຂະຫຍາຍວຽກງານສື່ ມວນຊົນທາງດ້ານປະລິມານ ແລະ ຄຸນນະພາບໃຫ້ມີຄວາມທັນສະໄໝ ວ່ອງໄວພ້ອມກັນນັ້ນຕ້ອງຖືສໍາຄັນ ໃນການສົ່ງໜັງສືພິມໃຫ້ລົງຮອດ ທ້ອງຖິ່ນໃນທຸກເມືອງ, ທຸກໜ່ວຍ ງານຂອງພັກ-ລັດ ໃຫ້ວ່ອງໄວ ທັນການ ແລະ ຫັນເປັນດີຈິຕອນ (ຜ່ານທາງອອນລາຍ); ລົງທຶນ ສ້າງໂຮງພິມຢູ່ແຂວງທີ່ເປັນຈຸດສຸມ ຕື່ມຢ່າງໜ້ອຍໃຫ້ມີໂຮງພິມປະຈຳ ພາກເພື່ອຮັບປະກັນນໍາເອົາສື່ສິ່ງພິມ ລົງສູ່ຮາກຖານຢ່າງກວ້າງຂວາງ, ວ່ອງໄວກວ່າເກົ່າ ແລະ ຫັນເປັນເອ ເລັກໂຕຣນິກ (ແບບອອນລາຍ); ປັບປຸງພື້ນຖານວັດຖຸ-ເຕັກນິກການ ພິມຈຳໜ່າຍໃຫ້ທັນສະໄໝຍິ່ງຂຶ້ນ. ນອກນີ້, ສື່ມວນຊົນຕ້ອງສືບຕໍ່ເຮັດ ໃຫ້ທ້ອງຖິ່ນໄດ້ຮັບຮູ້ຂໍ້ມູນຂ່າວສານ ຢ່າງຄົບຖ້ວນ, ທັນການ, ເອົາໃຈ ໃສ່ບຸກບືນສ້າງຕົນເອງໃຫ້ເປັນເວ ທີແຫ່ງການໂຄສະນາປຸກລະດົມ ນໍ້າໃຈຮັກຊາດ, ສະໜອງຂໍ້ມູນຂ່າວ ສານທາງດ້ານການເມືອງເສດຖະ ກິດ-ສັງຄົມ, ວິທະຍາສາດ, ເຕັກ ໂນໂລຊີ, ສາລະຄວາມຮູ້, ສາລະ ບັນເທິງໃຫ້ມີເນື້ອໃນທີ່ອຸດົມສົມບູນ ຫລາຍຮູບ, ຫລາຍສີ ແລະ ມີຂໍ້ມູນ ທີ່ໜັກແໜ້ນໃນການສ່ອງແສງ ສະພາບຄວາມເປັນຈິງຂອງຊີວິດ ສັງຄົມຢ່າງກວ້າງຂວາງ ໂດຍ ສະເພາະຢູ່ຮາກຖານເຂດຫ່າງໄກ ສອກຫລີກ. ທ່ານ ສອນໄຊ ສີພັນດອນ ເນັ້ນ ຕື່ມວ່າ: ສື່ມວນຊົນຕ້ອງເອົາໃຈ ໃສ່ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ ຂອງພັກ ແລະ ລະບຽບກົດໝາຍ ຂອງລັດວາງອອກແຕ່ລະໄລຍະ ໃຫ້ເລິກເຊິ່ງ ເພື່ອປະຕິບັດໜ້າທີ່ໃນ ການຕອບຕ້ານປະກົດການຫຍໍ້ທໍ້ ໃນສັງຄົມ, ຖ້ອຍທໍານອງທີ່ບິດເບືອນ ຄວາມເປັນຈິງຂອງພວກກຸ່ມຄົນບໍ່ ດີ, ເປັນຂົວຕໍ່ລະຫວ່າງພັກ-ລັດກັບ ປະຊາຊົນ, ເປັນເວທີເສີມຂະຫຍາຍ ປະຊາທິປະໄຕ ແລະ ສິດເປັນເຈົ້າ ປະເທດຊາດຂອງປະຊາຊົນບັນດາ ເຜົ່າ; ປັບປຸງພື້ນຖານໂຄງລ່າງ, ສ້າງ ແລະ ປັບປຸງນິຕິກຳໃນຂົງເຂດ ສື່ມວນຊົນໃຫ້ກາຍເປັນຂໍ້ກຳນົດ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງຂໍ້ມູນຂ່າວສານ ເພື່ອຮັບປະກັນຄວາມໝັ້ນຄົງຂອງ ຊາດ, ຄວາມສະຫງົບ ແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ; ປັບປຸງວຽກງານຂ່າວສານທາງ ດ້ານອິນເຕີເນັດຢ່າງເປັນລະບົບຄົບ ຊຸດ ແຕ່ສູນກາງລົງຮອດທ້ອງຖິ່ນ ໂດຍການປະກອບອຸປະກອນເຕັກ ນິກທີ່ທັນສະໄໝໃນການຮັບສົ່ງຂ່າວ ສານທີ່ສະດວກ, ວ່ອງໄວ ແລະ ໜ້າ ເຊື່ອຖື ພ້ອມທັງປັບປຸງກົນໄກການ ຄຸ້ມຄອງ ແລະ ວິທີດຳເນີນງານ ຂອງບັນດາອົງການສື່ມວນຊົນໃຫ້ ມີປະສິດທິຜົນ; ປັບປຸງບັນດາເນື້ອ ໃນຂ່າວ-ບົດໃນໜ້າໜັງສືພິມ, ລາຍ ການວິທະຍຸ, ໂທລະພາບ, ສືບຕໍ່ບຳ ລຸງກໍ່ສ້າງພະນັກງານບັນນາທິການ, ນັກຂ່າວ, ພະນັກງານເຕັກນິກໃຫ້ ໄດ້ທັງດ້ານປະລິມານ ແລະ ຄຸນນະ ພາບ ເພື່ອຕອບສະໜອງໄດ້ຕາມ ຄວາມຮຽກຮ້ອງຕ້ອງການຂອງ ວຽກງານທີ່ນັບມື້ຂະຫຍາຍຕົວ. ໃນໂອກາດສຳຄັນດັ່ງກ່າວນີ້, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍ ຄະນະຍັງໄດ້ຢ້ຽມຊົມບັນດາຫ້ອງ ວາງສະແດງຜະລິດຕະພັນສື່ມວນ ຊົນ ແລະ ການພິມຈຳໜ່າຍຕື່ມອີກ. ເຊິ່ງບັນດາສື່ມວນຊົນລາວ ຈາກທຸກ ຂະແໜງການໄດ້ນຳເອົາຜົນງານ ແລະ ຜະລິດຕະພັນຂອງຕົນເອງມາ ວາງສະແດງທັງໝົດ 31 ຫ້ອງ, ໃນ ນັ້ນ, ສື່ສິ່ງພິມ 12 ຫ້ອງ ແລະ ສື່ອີ ເລັກໂຕຣນິກ 19 ຫ້ອງ. ຂ່າວ: ທະນູທອງ, ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==