gsfdko{dkora fmtok xtgmf]k; ( 12/08/2025 ທ້າຍອາທິດຜ່ານມານີ້, ທີ່ເດີ່ນ ບານຫຍ້າທຽມ ວິກຕໍຣີ ບ້ານທ່າ ພະລານໄຊ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໄດ້ມີການ ແຂ່ງຂັນກິລາບານເຕະ 4 ສາມັກຄີ ລາຍການ -BP 4QPSU .FEJB $61 2025 ຄັ້ງນີ້ ໃຫ້ກຽດ ເຂົ້າຮ່ວມມີ ທ່ານ ຕຸໄລເພັດ ພິມ ເມືອງ ຫົວໜ້າພະແນກຂ່າວໜັງສື ພີມປະຊາຊົນ, ຮອງປະທານກຸ່ມ ນັກຂ່າວສາຍກິລາລາວ ທັງເປັນ ປະທານຈັດການແຂ່ງຂັນ, ທ່ານ ສຸກ ສາຄອນ ສີປະເສີດ ຜູ້ອຳນວຍການ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ທ່ານ ບຸນທົງ ສີສຸລະສັກ ຫົວໜ້າເຂດຮັບຜິດຊອບ 4 ເມືອງ ນະຄອນຫລວງວຽງຈັນບໍລິສັດ ເບຍລາວ ຈຳກັດ ແລະ ທ່ານ ພຸດ ທະພອນ ສີວິໄຊ ປະທານບໍລິສັດ ໝາຍເວ ສະປອດແວລາວ ຈຳກັດ c0j '0a ody ]k[kog8t 4 lk,a d7u lts]v';a oln j ,;o-q o 7q [Iv[ 75 xu ມີບັນດາຄະນະບໍລິຫານງານ, ນັກ ກິລາຕະຫລອດຮອດກອງເຊຍ ທັງ 4 ພາກສ່ວນເຂົ້າຮ່ວມຢ່າງຄືກຄື້ນ ມ່ວນຊື່ນ. ການຈັດການແຂ່ງຂັນກິລາຄັ້ງນີ້, ກໍເພື່ອສ້າງຂະບວນການສະເຫລີມ ສະຫລອງ ວັນສື່ມວນຊົນ ແລະ ການພິມຈຳໜ່າຍຄົບຮອບ75 ປີ ແລະ ຍັງເປັນການຮັດ ແໜ້ນຄວາມ ສາມັກຄີ ລະຫວ່າງສື່ມວນຊົນ ແລະ ພາກສ່ວນທຸລະກິດໃຫ້ນັບມື້ ເຕີບໃຫຍ່ກວ້າງຂວາງຂຶ້ນຊຶ່ງມີ ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ການຈັດຕັ້ງ ປະຕິບັດວຽກງານພາສີ ຢູ່ດ່ານ ສາກົນພູເກືອ ແຂວງອັດຕະປື ນັບແຕ່ ປີ 2020-2024 ສາມາດຄຸ້ມຄອງ ຈັດເກັບລາຍຮັບໄດ້ 369 ຕື້ກວ່າກີບ ເທົ່າກັບ 119,97 ຂອງແຜນການ 5 ປີ, ຖ້າທຽບໃສ່ແຜນການທີ່ກຳນົດ ໄວ້ຂອງຂະແໜງພາສີ 128 ຕື້ ກວ່າກີບ ເທົ່າກັບ 287,71 ເຊິ່ງ ເຫັນໄດ້ວ່າໃນແຕ່ລະປີ ມີລາຍຮັບ ເພີ່ມຂຶ້ນ ແລະ ສາມາດປະຕິບັດໄດ້ ລື່ນແຜນການທີ່ວາງໄວ້. ສະຫາຍ ສີອຸດົມ ອາລົມຈິດ ເລຂາຄະນະພັກຮາກຖານຫົວໜ້າ ຄຸ້ມຄອງ ດ່ານສາກົນພູ ເ ກືອ ແຂວງອັດຕະປື ໄດ້ລາຍງານຕໍ່ ກອງປະຊຸມໃຫຍ່ ຄັ້ງທີ II ຂອງ ຄະນະພັກຮາກຖານຄຸ້ມຄອງດ່ານ ສາກົນພູເກືອ ແຂວງອັດຕະປື ໃນ ວັນທີ 9 ສິງຫາ 2025 ຜ່ານມານີ້ ວ່າ:ສຳລັບວຽກງານວິຊາສະເພາະ, ຄະນະພັກໃດ້ເອົາໃຈໃສ່ນໍາພາ-ຊີ້ ນໍາການຈັດຕັ້ງຜັນຂະຫຍາຍ ການ ປະຕິບັດແຜນພັດທະນາວຽກງານ ພາຍໃນດ່ານແຕ່ລະໄລຍະໂດຍ ຕິດພັນກັບນະໂຍບາຍ ແລະ ທິດ ຊີ້ນໍາຂອງອົງຄະນະພັກຂັ້ນເທິງ, ລົງເລິກອັນສະເພາະຕາມຈຸດປະສົງ ຄາດໝາຍລວມຂອງວຽກງານ ຄະນະຄຸ້ມຄອງດ່ານສາກົນພູເກືອ ເປັນຕົ້ນວຽກງານບໍລິຫານໃນ 5 ປີ ສາມາດຈັດເກັບລາຍຮັບເງິນບໍລິຫານ ວິຊາການໄດ້ 860 ກວ່າລ້ານກີບ, ຕິດຕາມເອກະສານ ສົ່ງອອກ-ນໍາ ເຂົ້າ 7.393 ຊຸດ ໃນນັ້ນ, ປະກອບ ເອກະສານສົ່ງອອກ4.533ຊຸດແລະ ນໍາເຂົ້າ2.860 ຊຸດ. ສ່ວນວຽກງານ ຕໍາຫລວດກວດຄົນເຂົ້າ-ອອກເມືອງ ໃນໄລຍະ 5 ປີຜ່ານມາໄດ້ເອົາໃຈ ໃສ່ເຮັດໜ້າທີ່ວິຊາສະເພາະກວດຄົນ ເຂົ້າ-ອອກເມືອງ ແລະ ພາຫະນະ ເປັນຕົ້ນ ຄົນແຈ້ງເຂົ້າ-ອອກເມືອງ ມີ 610.191 ຄົນ ຍິງ 122.942 ຄົນ, ເດັກ 24.736 ຄົນ, ພາຫະນະ ເຂົ້າ-ອອກຜ່ານດ່ານຊາຍແດນ 289.383 ຄັນ ມີ 4 ສັນຊາດ. ສະຫາຍ ສີອຸດົມ ອາລົມຈິດ ກ່າວ ຕື່ມວ່າ: ສ່ວນວຽກງານອາຫານ ແລະ ຢາ ໄດ້ເອົາໃຈໃສ່ໃນການ ກວດກາຜະລິດຕະພັນສໍາເລັດຮູບ, ເຄິ່ງສໍາເລັດຮູບກ່ອນການນໍາເຂົ້າສົ່ງອອກ ເພື່ອຢັ້ງຢືນຜະລິດຕະພັນ ດັ່ງກ່າວ ຖືກຕ້ອງຕາມມາດຕະຖານ ແລະ ບໍ່ໄດ້ຖືກເສື່ອມຄຸນນະພາບ ລວມມູນຄ່າການສົ່ງອອກ 177 ລ້ານກວ່າໂດລາສະຫະລັດ ແລະ ມູນຄ່າການນໍາເຂົ້າສິນຄ້າ 98 ລ້ານ ກວ່າໂດລາສະຫະລັດ. ຂ່າວ: ມະນີວອນ ທີມບໍລິສັດໝາຍເວ ສະປອດແວ ລາວ, ບໍລິສັດ ເບຍລາວ ຈຳກັດ, ໄອເອັມຊີ ຢູໄນເຕັດ ແລະ ກຸ່ມນັກ ຂ່າວສາຍກິລາລາວ ເຈົ້າພາບ. ຜ່ານການແຂ່ງຂັນຜົນປະກົດ ວ່າຄູ່ຊີງຊະນະເລີດ ລາຍການ ດິວິຊັ່ນ1ທີມບໍລິສັດ ເຄື່ອງກິລາ ພີມລາຍໝາຍເວສະປອດແວລາວ ຈຳກັດ ຊະນະ ໄອເອັມຊີ ຢູໄນເຕັດ 3 ປະຕູຕໍ່ 1 ຄວ້າແຊັມລາຍການດັ່ງ ກ່າວໄປຄອງ. ສ່ວນໄອເອັມຊີ ຢູໄນ ເຕັດ ໄດ້ພຽງຮອງແຊັມ. ຂະນະທີ່ ຄູ່ ຊີງຊະນະເລີດ ລາຍການດິວິຊັ່ນ 2 ກໍ ເປັນທາງ ບໍລິສັດ ເບຍລາວ ຊະນະ ກຸ່ມນັກຂ່າວສາຍກິລາລາວ 4-1 ປະຕູ ຄວ້າແຊັມໄປຄອງ ສ່ວນເຈົ້າ ພາບໄດ້ພຽງອັນດັບທີ 2. ໂດຍ: ຢ່າຕົ່ງ ພາບ: ຂັນໄຊ. ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳ ມ່ວນ ພ້ອມດ້ວຍຄະນະພະແນກການ ແລະ ຂະແໜງການກ່ຽວຂ້ອງຂັ້ນ ແຂວງ, ເມືອງ ລົງຕິດຕາມ ສະພາບ ເສັ້ນທາງທີ່ໄດ້ຮັບຜົນກະທົບຈາກ ໄພພິບັດທາງທຳມະຊາດ ຢູ່ທີ່ເມືອງ ໜອງບົກ ແລະ ເມືອງເຊບັ້ງໄຟ ໃນ ວັນທີ 9 ສິງຫາ 2025. ການລົງ ເ ຄື່ອນໄຫວຄັ້ງນີ້, ຄະນະດັ່ງກ່າວ ໄດ້ລົງຕິດຕາມປ່ອງ dko75 h ,9a fgda []kpIa [ 16 j fj kolkdq or6 gdn v ,u ]kpIa [gru j ,0b o.oc8j ]txu g9q kc0;'7e,j ;o g7nj vows;8y f8k,gla omk' muj wfh Ia [zq odtmq [9kdwrme,t-kf ລະບາຍນໍ້າ ບ້ານບຶງສານ ແລະ ບ້ານໜອງຫລົ່ມ ເມືອງໜອງບົກ ໂດຍທີ່ປ່ອງລະບາຍນໍ້າທັງສອງ ແຫ່ງແມ່ນມີແຜນທີ່ຈະສ້າງປະຕູ ປິດ-ເປີດນໍ້າ ເພື່ອກັກຂັງນໍ້າໄວ້ໃຊ້ ເຂົ້າໃນການຜະລິດລະດູແລ້ງ ແລະ ຕັນນໍ້າ ເພື່ອບໍ່ໃຫ້ແມ່ນໍ້າຂອງໄຫລ ເຂົ້າຖ້ວມເນື້ອທີ່ທຳການຜະລິດຂອງ ປະຊາຊົນໃນລະດູຝົນ, ຕິດຕາມເບິ່ງ ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແຄມແມ່ນໍ້າຂອງ ຢູ່ບ້ານດອນຂຽວ ເຊິ່ງເປັນຮູບແບບການກໍ່ສ້າງແບບ ລຽນຫີນ ມີຄວາມຍາວ 1.560 ແມັດ, ຕິດຕາມການສ້ອມແປງ ຂົວ ຫ້ວຍບັງກັດ ທີ່ກະແສນໍ້າໄຫລເຊາະ ບໍລິເວນຂົວທັງສອງເບື້ອງ ເຮັດໃຫ້ ຈຸດຂົວດັ່ງກ່າວ ບໍ່ສາມາດທຽວ ໄປ-ມາໄດ້ໃນໄລຍະໜຶ່ງ ປັດຈຸບັນ ແມ່ນໄດ້ມີການສ້ອມແປງ ແລະ ສາ ມາດນໍາໃຊ້ໄດ້ແລ້ວ. ພ້ອມນີ້, ຍັງ ໄດ້ຕິດຕາມເບິ່ງເສັ້ນທາງດິນແດງ ແຕ່ບ້ານຊອກເບາະ ເມືອງໜອງບົກ ຫາ ບ້ານຫາດຄໍາຮຽງ ເມືອງເຊ ບັ້ງໄຟ ເຊິ່ງມີແຜນທີ່ຈະຍົກລະດັບ ເສັ້ນທາງໃຫ້ສູງຂຶ້ນ ເພື່ອເປັນຄູ ປ້ອງກັນນໍ້າຖ້ວມທີ່ໄຫລອອກຈາກ ແມ່ນໍ້າເຊບັ້ງໄຟ ໄຫລເຂົ້າຖ້ວມເນື້ອ ທີ່ນາຂອງປະຊາຊົນ ການສ້າງຄູດັ່ງ ກ່າວ ຕາມແຜນການແມ່ນສາມາດ ປ້ອງກັນເນື້ອທີ່ໄດ້ປະມານ 12.000 ເຮັກຕາ. ນອກຈາກນີ້, ຍັງໄດ້ລົງຕິດຕາມ ຈຸດທໍ່ລອດທາງ ຮ່ອງຈານ ບ້ານ ຫາດຄໍາຮຽງ ເມືອງເຊບັ້ງໄຟ ທີ່ ເກີດມີນໍ້າໄຫລເຊາະເປ່ເພ ປັດຈຸບັນ ອຳນາດການປົກຄອງເມືອງ ໄດ້ ປຸກລະດົມ ແລະ ນໍາພາປະຊາຊົນ ສ້ອມແປງ ໂດຍສ້າງເປັນຂົວໄມ້ ເພື່ອແກ້ໄຂໃຫ້ປະຊາຊົນສາມາດ ທຽວ ໄປ-ມາໄດ້ຊົ່ວຄາວ ພ້ອມ ທັງຕິດຕາມ ສະພາບເສັ້ນທາງປູ ຢາງ 2 ຊັ້ນ ແຕ່ທາງເລກທີ 13 ໃຕ້ ເຂດບ້ານຄໍາບຸ່ນ ຫາ ບ້ານແກ້ງແປ ເມືອງເຊບັ້ງໄຟ, ມີຄວາມຍາວ 17,6 ກິໂລແມັດ ເຊິ່ງມີລົດບັນທຸກຂອງບໍ ລິສັດຈໍານວນໜຶ່ງແລ່ນ ເຂົ້າ-ອອກ ເປັນສາເຫດໜຶ່ງທີ່ເຮັດໃຫ້ເສັ້ນທາງ ມີການເປ່ເພໄວ. ໂອກາດນີ້, ທ່ານເຈົ້າແຂວງຄໍາ ມ່ວນ ກໍໄດ້ຊີ້ນໍາໃຫ້ພະແນກໂຍທາ ທິການ ແລະ ຂົນສົ່ງແຂວງ ຮ່ວມ ກັບອຳນາດການປົກຄອງເມືອງ ເຊບັ້ງໄຟ ແລະ ບັນດາບໍລິສັດທີ່ ກ່ຽວຂ້ອງຮ່ວມປຶກສາຫາລື ເພື່ອ ຊອກຫາວິທີແກ້ໄຂຮ່ວມກັນ ພ້ອມ ທັງຊອກຫາກົນໄກໃນການຄຸ້ມຄອງ ນໍາໃຊ້ ໃຫ້ໄດ້ຍາວນານ. wrry [a foe4h ;, 16j g,n v'g'y o lh k'7;k,glpskps]kpd;j k 45,3 8n d;j kdu [ ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ສະພາບຄວາມ ເສຍຫາຍ ຈາກໄພພິບັດນ້ຳຖ້ວມ ທີ່ເກີດຂຶ້ນ 2 ຄັ້ງ ຄື: ໃນວັນທີ 17 ກໍລະກົດ ແລະ ວັນທີ 23 ກໍລະກົດ 2025 ຜ່ານມາຢູ່ເມືອງເງິນ ແຂວງ ໄຊຍະບູລີ ສ້າງຄວາມເສຍຫາຍ 45,3 ຕື້ກວ່າກີບ. ທ່ານອິນເນດຂຽວສີຟ້າ ປະທານ ຄະນະກໍາມະການປົກຄອງເມືອງ ທັງເປັນປະທານຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນເມືອງໄດ້ ລາຍງານກ່ຽວກັບສະພາບຄວາມ ເສຍຫາຍຈາກໄພພິບັດເກີດຂຶ້ນ ໃນ ໂອກາດ ທ່ານ ກີນດາວົງ ຫລວງ ຣາຊຮອງຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ ພ້ອມດ້ວຍອົງການ ຈັດຕັ້ງສາກົນ, ກົມ ແລະ ຂະແໜງ ການທີ່ກ່ຽວຂ້ອງ ເຄື່ອນໄຫວຕິດຕາມ ຜົນເສຍຫາຍ ຈາກໄພພິບັດນ້ຳຖ້ວມ ຢູ່ເມືອງເງິນ ແຂວງໄຊຍະບູລີ ໃນ ອາທິດຜ່ານມາວ່າ: ໃນວັນທີ 17 ແລະ ວັນທີ 23 ກໍລະກົດ 2025 ຜ່ານມາຢູ່ເມືອງເງິນ ແຂວງໄຊຍະ ບູລີໄດ້ມີຝົນຕົກໝັກຕິດຕໍ່ຫລາຍວັນ, ເຊິ່ງເປັນສາເຫດເຮັດໃຫ້ເກີດຜົນ ກະທົບຕໍ່ທີ່ຢູ່ອາໄສ, ເນື້ອທີ່ດິນທໍາ ການຜະລິດ, ສັດລ້ຽງ, ພື້ນຖານ ໂຄງລ່າງ ເປັນຕົ້ນ ຖະໜົນຫົນທາງ, ໄຟຟ້າ, ສາຍໂທລະສັບ, ນໍ້າລິນ ແລະນ້ຳປະປາ, ເຊິ່ງຜົນກະທົບດ້ານ ແຮງງານ ແລະ ສະຫວັດດີການ ສັງຄົມເສຍຫາຍ 6,9 ຕື້ກວ່າກີບ, ຜົນກະທົບດ້ານພື້ນຖານໂຄງລ່າງ ເສຍຫາຍ 15 ຕື້ກວ່າກີບ, ຜົນກະທົບ ດ້ານກະສິກໍາເສຍຫາຍ 23,5 ຕື້ ກວ່າກີບ, ດ້ານສາທາລະນະສຸກ ເສຍຫາຍ 991 ລ້ານກີບ, ລວມມູນ ຄ່າເສຍຫາຍຜົນກະທົບໄພພິບັດທັງ 2 ຄັ້ງ(ວັນທີ17 ແລະ 23 ກໍລະກົດ 2025) ທັງໝົດ 45,3 ຕື້ກວ່າກີບ. ໃນການລົງຕິດຕາມຜົນເສຍຫາຍ ໄພພິບັດຄັ້ງນີ້, ທີມງານດັ່ງກ່າວໄດ້ລົງ ພື້ນທີ່ເບິ່ງຜົນເສຍຫາຍນໍ້າຖ້ວມເຮືອນ ຂອງປະຊາຊົນ ຢູ່ບ້ານແກ້ວດອນ ຄູນ, ບ້ານຜາແດງ, ບ້ານໂຮມໄຊ ແລະ ຕິດຕາມການສ້ອມແປງແກ້ໄຂ ເສັ້ນທາງຫລວງແຫ່ງຊາດ28 ລະຫວ່າງ ເມືອງເງິນ ແຂວງ ໄຊຍະ ບູລີ-ເມືອງປາກແບງແຂວງອຸດົມໄຊ, ເຊິ່ງໄດ້ຮັບຜົນກະທົບຈຳນວນຫລາຍ ຈຸດ. ຂ່າວ: ອິນແປງ ແຫວນຄໍາ h h h h h
RkJQdWJsaXNoZXIy MTc3MTYxMQ==