glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສະຫວັນ xtgmf]k; 6 12/08/2025 glf4tdy f{la '7q , Ih ko godgda fgvlgxil3- g9ru goA ovksko grn j vl5 0trk[ c]t 9e|j kpzt]y f8tra ooq ddt9vdgm[ * ຮ້ານອາຫານ ເນກເກັດເອສ ເປßສໂຊ ເຈພີ (/BLFE &TQSFTTP CZ +1) ຕັ້ງຢູ່ບ້ານທົ່ງຕູມ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ຢູ່ໃນຕຶກອາຄານດຽວກັນກັບສູນ ອອກກຳລັງກາຍ ເຈພີ ຟິດເນັສ(+1 'JUOFTT) ທີ່ຄອຍບໍລິການລູກຄ້າ ບໍ່ວ່າຈະເປັນເລ່ືອງອາຫານ ເພື່ອສຸ ຂະພາບ ຫລື ການອອກກຳລັງກາຍ ຖືວ່າມາບ່ອນດຽວໄດ້ທັງອອກກຳ ລັງກາຍ ແລະ ຮັບປະທານອາຫານ ແຊບໆຄວບຄູ່ກັນໄປ ເຊິ່ງທາງຮ້ານ ຈະເນັ້ນອາຫານທີ່ເຮັດຈາກຊີ້ນນົກ ກະຈອກເທບທີ່ມີຄຸນນະພາບຈາກ ຟາມເພິ່ນເອງ, ເນື່ອງຈາກວ່າຊີ້ນ ນົກກະຈອກເທບຄ້າຍຄືຊີ້ນງົວ ແຕ່ ບໍ່ມີໄຂມັນ, ພ້ອມທັງໃຫ້ວິຕາມິນ ແລະ ແຄວຊຽມສູງນຳອີກ. ນອກ ນັ້ນຍັງມີອາຫານປະເພດ ຄßິນ ແລະ ເຄື່ອງດື່ມເພື່ອສຸຂະພາບຫລາກ ຫລາຍລາຍການຕື່ມອີກ. ທ່ານ ນາງ ເພັນພອນ ປະຖຳມະ ວົງ ເຈົ້າຂອງຮ້ານອາຫານ ເນກ ເກັດເອສເປßສໂຊ ເຈພີ ໄດ້ໃຫ້ ສຳພາດຕໍ່ນັກຂ່າວສຳນັກຂ່າວ ສານປະເທດລາວວ່າ: ຈຸດເລີ່ມຕົ້ນ ຂອງຮ້ານ ແມ່ນເກີດມາຈາກຄວາມ ມັກຮັກໃນດ້ານນີ້ແດ່ ແລະ ອີກຢ່າງ ໜຶ່ງແມ່ນຫົວໜ້າຄອບຄົວກໍມັກດື່ມ ກາເຟ ຈຶ່ງຕັດສິນໃຈຊື້ແຟນຊາຍ ກາເຟເຂົ້າມາຈຳໜ່າຍ, ຄຽງຄູ່ກັນ ນັ້ນກໍຢາກໃຫ້ລູກຄ້າທີ່ເຂົ້າມາໄດ້ ກິນອາຫານພ້ອມຈຶ່ງເພີ່ມລາຍການ ອາຫານເຂົ້າມາຕ່ືມ ເຊິ່ງຈຸດປະສົງ ຫລັກໆຢາກນຳເອົາຜະລິດຕະພັນ ຈາກຟາມ(ພີເອັນເຄ ຟາມນົກກະ ຈອກເທບ ແລະ ອິນທະຜາລຳ) ຂອງພວກເຮົາມາລົງຮ້ານ ໂດຍສະ ເພາະແມ່ນຜະລິດຕະພັນນົກກະ ຈອກເທບ, ພືດຜັກ, ໝາກໄມ້...;ກໍຄື ການນຳເອົາຊີ້ນນົກກະຈອກເທບ ມາເຮັດເປັນອາຫານທີ່ທຸກຄົນເຂົ້າ ເຖິງງ່າຍ, ໄດ້ຮັບປະທານຊີ້ນນົກ ກະຈອກເທບທີ່ມີຄຸນນະພາບຈາກ ປະສົບການລ້ຽງມາເກືອບ 10 ປີ ໂດຍບໍ່ຕ້ອງໄປຊື້ເປັນໂຕມາຮັບ ປະທານ, ດັ່ງນັ້ນທາງຮ້ານຈຶ່ງໄດ້ ນຳເອົາຊີ້ນນົກກະຈອກມາປຸງແຕ່ງ ເປັນແຕ່ລະລາຍການອາຫານໄວ້ ຄອຍບໍລິການລູກຄ້າ. ໂດຍການ ຄົ້ນຄິດສູດຈາກພໍ່ຄົວແມ່ຄົວສີມືດີທີ່ ມີປະສົບການເຮັດເປັນສູດສະເພາະ ຂອງຮ້ານ ເພື່ອໃຫ້ໄດ້ລົດຊາດທີ່ ແຊບຊ້ອຍລົງໂຕ ແລະ ເປັນເອກະ ລັກສະເພາະ, ແຕ່ກໍບໍ່ແມ່ນເລື່ອງ ງ່າຍກວ່າຈະໄດ້ສູດອອກມາ (ໃຊ້ ເວລາຢູ່ 3 ເດືອນ ໃນການປັບປຸງ ສູດອາຫານ) ເພື່ອໃຫ້ໄດ້ລົດຊາດ ອາຫານທີ່ທຸກຄົນຈົດຈຳ, ເຂົ້າມາ ຮ້ານຕະຫລອດ ແລະ ທີ່ສຳຄັນ ລາຄາກໍບໍ່ແພງທຸກຄົນສາມາດຈັບ ຕ້ອງໄດ້. ຈຸດເດັ່ນທີ່ສາມາດດຶງ ດູດລູກຄ້າເຂົ້າມານັບມື້ຫລາຍຂຶ້ນ ນອກຈາກອາຫານທີ່ມີລົດຊາດ ແຊບແລ້ວ, ວັດຖຸດິບກໍເປັນຫົວໃຈ ຫລັກສຳຄັນ ຈະເນັ້ນສົດໃໝ່ທຸກມື້, ສະອາດ, ການບໍລິການວ່ອງໄວ, ການຕົບແຕ່ງອາຫານກໍພິຖີພິທັນ ເຮັດໃຫ້ອາຫານທຸກຈານອອກມາ ຢ່າງສວຍງາມໂດດເດັ່ນຍິ່ງເພີ່ມ ອັດທະລົດຂອງອາຫານໃຫ້ແຊບ ຊ້ອຍຕື່ມ. ສຳລັບອາຫານທີ່ຢາກນຳສະ ເໜີກໍຈະມີ ລາບຊີ້ນນົກກະຈອກ ເທບ, ສະເຕັກນົກກະຈອກເທບ, ເຂົ້າ ໜ້ານົກກະຈອກເທບ, ກະເຜົານົກ ກະຈອກເທບ, ເຂົ້ານົກຜັດກະທຽມ, ເບີເກີນົກກະຈອກເທບ. ນອກນັ້ນ, ກໍຍັງມີອາຫານອື່ນໆອີກເຊັ່ນ: ສຸກີ້ ໄກ່, ໝູ; ກະເພົາງົວ, ໝູ, ໄກ່, ເຂົ້າ ຜັດ (ຂົ້ວເຂົ້າ) ໄກ່, ໝູ, ງົວ, ທະເລ; ເຂົ້າໜ້າງົວຍີ່ປຸ່ນ, ລາບໝູ, ໄກ່, ເຂົ້າ ໝູກະທຽມ; ປະເພດສະຫລັດ ຈະມີ: ກີກສະຫລັດ, ຜັກປີ້ງສະຫລັດ, ເຊວມ້ອນສະຫລັດ, ຜັກßອກເກັດ ແລະ ຜັກເຄວສະຫລັດ; ປະເພດ ພາສຕ້າ, ແßັບ, ແຊວວິນ, ສະເຕັກ ແຊວມ້ອນ, ສະເຕັກງົວ, ສະເຕັກ ໄກ່, ອອດຊີ້ເບີເກີ; ຍັງບໍ່ພໍເທົ່ານີ້ ຍັງມີປະເພດອາຫານເຊົ້າ ແລະ ເຄື່ອງດື່ມ ແຊບໆໄວ້ບໍລິການລູກຄ້າ ຕື່ມ ເຊັ່ນ: ກາເຟ, ນ້ຳປັ່ນໝາກໄມ້, ມີແບັກເກີລີ ເຊັ່ນ: ຄົວຊອງ, ຟາຍ ໝາກນັດ ແລະ ອື່ນໆໄວ້ຄອຍບໍລິ ການລູກຄ້ານຳອີກ. ພ້ອມນັ້ນ, ເພື່ອຕອບສະໜອງ ຄວາມຕ້ອງການລູກຄ້າທີ່ຕ້ອງ ການຊີ້ນນົກກະຈອກເທບກັບບ້ານ ຫລື ເປັນຂອງຕ້ອນຂອງຝາກທາງ ຮ້ານຍັງໄດ້ນຳເອົາຜະລິດຕະພັນ ນົກກະຈອກເທບຈາກຟາມຂອງ ພວກເຮົາມາຈຳໜ່າຍຕື່ມ ເປັນຕົ້ນ ແມ່ນ ໄຂ່ນົກກະຈອກເທບ ລາຄາ 250.000 ກີບ/ໜ່ວຍ, ນົກສະ ໄຮ້ ລາຄາ 450.000 ກີບ/ກິໂລ ກßາມ, ນົກສະເຕັກ 500.000 ກີບ/ກິໂລກßາມ, ຕັບ, ໄຕ, ຫົວໃຈ ລາຄາ 250.000 ກີບ/ກິໂລກßາມ, ເຄື່ອງໃນລວມ, ຕີນ, ກະດູກຂ້າງ, ຄໍ, ໜັງ, ກົ້ນ, ນຳ້ມັນ, ກະດູກອົບ ແລະ ຂາຕັ້ງ, ພ້ອມນັ້ນຍັງມີໝາກ ອິນທະຜາລຳ ຈາກຟາມ ມາຈຳ ໜ່າຍຕື່ມໃນລະດູການ. ທ່ານ ນາງ ເພັນພອນ ຍັງໃຫ້ ຮູ້ຕ່ືມວ່າ: ນອກຈາກດຳເນີນທຸລະ ກິດກ່ຽວກັບອາຫານເພື່ອສຸຂະ ພາບແລ້ວ, ພວກເຮົາຍັງມີສູນອອກ ກຳລັງກາຍ ເຈພີ ຟິດເນັດສ (+1 'JUOFTT) ທີ່ເປີດມາໄດ້ 4 ປີແລ້ວ ເພື່ອສົ່ງເສີມດ້ານສຸຂະພາບ ແລະ ເປັນອີກໜຶ່ງທາງເລືອກໃຫ້ລູກ. ເອົາ ເປັນວ່າ, ຖ້າລູກຄ້າທ່ານໃດສົນໃຈ ຢາກມາຮັບປະທານອາຫານແຊບໆ ຫລື ຢາກມາອອກກຳລັງກາຍ ເພື່ອ ສຸຂະພາບ ກໍສາມາດມາໄດ້ທຸກມື້ ທີ່ຕຶກອາຄານ ເຈພີ ຟິດ ເນັສ (+1 'JUOFTT) ຢູ່ບ້ານທົ່ງຕູມ, ເມືອງ ຈັນທະບູລີ, ນະຄອນຫລວງວຽງ ຈັນ ທີ່ເປີດໃຫ້ບໍລິການລູກຄ້າທຸກມື້. ຮ້ານອາຫານ ແມ່ນເປີດແຕ່ 7:00 ເຊົ້າ - 17:00 ໂມງ, ສ່ວນສູນອອກ ກຳລັງກາຍ ແມ່ນເປີດແຕ່ 5:00 ໂມງເຊົ້າ - 22:00 ໂມງ. ສຳລັບ ທ່ານໃດມາແລ້ວບໍ່ຮູ້ທາງກໍສາມາດ ຕິດຕໍ່ໄດ້ທີ່ເບີ 020 98898820.
RkJQdWJsaXNoZXIy MTc3MTYxMQ==