12/08/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຂປລ. ໃນວັນທີ 10 ສິງຫາ 2025 ນີ້, ກຸ່ມບໍລິສັດລາວໂທລະ ຄົມ ຮ່ວມກັບບໍລິສັດຈັສມິນ ອິນ ເຕີເນຊັນນໍ ຈຳກັດ (+"4) ຈັດ ກິດຈະກຳຖ່າຍທອດສົດບານເຕະ ພຣີເມຍລີກ ຜ່ານລະບົບໂມໂນແມັກ ຫລື ເເອັບພລິເຄຊັນ .POPNBY ໃນ ສປປ ລາວ ຢ່າງເປັນທາງການ, ພ້ອມທັງເປີດທາງເລືອກ ຫລື ແພັກ ເກັດແບບລາຍເດືອນ, ລາຍປີ ເພື່ອ ເຂົ້າຊົມການຖ່າຍທອດສົດບານເຕະ ໂດຍມີທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລ ຊີ ເເລະ ການສື່ສານ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ, ທ່ານ ໂສຣັຊ ອັດສະວະ ປະພາ ປະທານຜູ້ບໍລິຫານ ບໍລິສັດ +"4, ພ້ອມດ້ວຍພາກສ່ວນທີ່ ກ່ຽວຂ້ອງ ແລະ ບັນດາກອງເຊຍ ບານເຕະເຂົ້າຮ່ວມ. ກຸ່ມບໍລິສັດລາວໂທລະຄົມ ເປັນ ເຄືອຂ່າຍທຳອິດໃນ ສປປ ລາວ ທີ່ ນໍາເອົາລິຂະສິດການຖ່າຍທອດ ສົດບານເຕະພຣີເມຍລີກຖືກຕ້ອງ, ທັນສະໄໝຜ່ານລະບົບເເອັບພລິເຄ ຊັນ ໃຫ້ບໍລິການສັງຄົມເພີ່ມຄວາມ ສະດວກສະບາຍໃນປັດຈຸບັນໄດ້ ກໍານົດ. ການໃຫ້ບໍລິການເບິ່ງບານ ເຕະຜ່ານລະບົບ .POPNBY ໃຫ້ ປະຊາຊົນລາວໃຊ້ງານ ໂດຍມີ ຮູບແບບການຈ່າຍ (ແພັກເກັດ) ແບບລາຍເດືອນ ລາຄາ 99.500 ກີບ ແລະ ເເບບລາຍປີ 999.500 ກີບ, ສະໝັກໄດ້ສະເພາະລູກຄ້າ ລາວໂທລະຄົມ (ຫລັກ5) ເເລະ ທີພລັດ (ຫລັກ7) ພ້ອມການຍົກ ລະດັບປະສົບການຮັບຊົມບານເຕະ ລະດັບໂລກ ໃຫ້ເຂົ້າເຖິງກຸ່ມຜູ້ທີ່ມັກ ຮັກກິລາບານເຕະໄດ້ຢ່າງຄຸ້ມຄ່າ ຫລາຍທີ່ສຸດ. ໃນງານໃນຄັ້ງນີ້, ມີຫລາຍກິດ ຈະກໍາໃຫ້ຜູ້ເຂົ້າຮ່ວມໄດ້ສຳຜັດ ແລະ ຮ່ວມມ່ວນຊື່ນເປັນຕົ້ນຮ້ອງເພງ(ມິ ນິຄອນເສີດ) ແລະ ເບິ່ງບານເຕະ ເພື່ອການກຸສົນ ($PNNVOJUZ 4IJFME) ລະຫວ່າງທີມລີເວີພູ (-JWFSQPPM) ພົບກັບຄິດຕໍພາ ເລັດ ($SZTUBM 1BMBDF) ນັດ ທຳອິດກ່ອນເປີດລະດູການພຣີເມຍ ລີກ (1SFNJFS -FBHVF) ປີ 2025-2026. ກຸ່ມບໍລິສັດລາວໂທລະຄົມ ຍັງ ສືບຕໍ່ມຸ່ງໝັ້ນໃນການພັດທະນານໍາ ເອົາປະສົບການທີ່ເໜືອກວ່າ ແລະ ບໍລິການໃໝ່ໆ ເຂົ້າມາຮັບໃຊ້ສັງຄົມ ລາວ ໃຫ້ມີຄວາມທັນສະໄໝໃນ ຍຸກດີຈິຕອນ, ພ້ອມທັງຢູ່ຄຽງຂ້າງ ກັບສັງຄົມລາວ ດັ່ງຄໍາຂວັນທີ່ວ່າ: ລາວໂທລະຄົມໂທລະຄົມຂອງຄົນ ລາວ ເພື່ອສັງຄົມລາວ, ພວກເຮົາ ຄືຄອບຄົວດຽວກັນ (8F BSF 'BNJMZ). ຜູ້ແທນລາວ... ສ້າງຄວາມເຂັ້ມແຂງ... ຂປລ. ໃນລະຫວ່າງວັນທີ 4-8 ສິງຫາ 2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະ ຜູ້ແທນຂັ້ນສູງເຂົ້າຮ່ວມກອງປະຊຸມ ລະດັບສູງສະຫະປະຊາຊາດ ວ່າ ດ້ວຍປະເທດກຳລັງພັດທະນາທີ່ບໍ່ມີ ຊາຍແດນຕິດກັບທະເລ (--%$T) ຄັ້ງທີ 3 ທີ່ເມືອງອາວາຊາ, ປະ ເທດຕວັກເມນິດສະຖານ. ໃນ ພິທີຕ້ອນຮັບ, ທ່ານ ເກິບານກຸລີ ເບີດີມີຮາເມດູ ((VSCBOHVMZ #FSEJNVIBNFEPX) ຜູ້ນຳແຫ່ງ ປະຊາຊົນຕວັກເມນິດສະຖານ ໄດ້ ໃຫ້ກຽດກ່າວສູນທອນພົດ ໂດຍ ໄດ້ສະແດງຄວາມຍິນດີຕ້ອນຮັບ ຜູ້ແທນຂັ້ນສູງຈາກບັນດາປະເທດ --%$T ຈຳນວນ 32 ປະເທດ ແລະ ປະເທດ ສະມາຊິກ ສປຊ ທີ່ເຂົ້າຮ່ວມ ໂດຍໄດ້ຢ້ຳຄືນຄວາມສຳຄັນຂອງ ກອງປະຊຸມພ້ອມທັງຂໍ້ລິເລີ່ມຂອງ ຕວັກເມນິດສະຖານ ແລະ ອົງການ ສປຊ ໃນການກຳນົດເອົາປີ 2025 ເປັນປີແຫ່ງຄວາມເຊື່ອໝັ້ນ ແລະ ສັນຕິພາບຂອງສາກົນ. ຈາກນັ້ນ, ທ່ານ "OUPOJP (VUFSSFT ເລຂາທິການໃຫຍ່ ສປຊ ໄດ້ຍົກໃຫ້ເຫັນສິ່ງທ້າທາຍຂອງ ສາກົນ ໂດຍສະເພາະບັນດາປະເທດ ຈັດກິດຈະກໍາ... ກົດໝາຍ ແລະ ຮັບປະກັນຄວາມ ຍຸຕິທຳໃນສັງຄົມ. ໂອກາດນີ້, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ໃນ ນາມປະທານກອງປະຊຸມໄດ້ຍົກ ໃຫ້ເຫັນກ່ຽວກັບຜົນຂອງກອງປະ ຊຸມ ຄັ້ງທີ 78 ຂອງຄະນະປະຈຳ ສົນທິສັນຍາວ່າດ້ວຍການຄ້າຂາຍ ສັດປ່າ ແລະ ພືດທີ່ໃກ້ຈະສູນພັນ ລະຫວ່າງຊາດ ($I5&4) ທີ່ນະ ຄອນເຈນີວາ, ສະຫລຸບຕີລາຄາ ຄືນການຈັດຕັ້ງປະຕິບັດບົດບັນທຶກ ຮ່ວມມື 4 ພາກສ່ວນລະຫວ່າງອົງ ການກວດກາແຫ່ງລັດ, ກະຊວງ ປ້ອງກັນຄວາມສະຫງົບ, ກະຊວງ ຍຸຕິທຳ ແລະ ອົງການໄອຍະການ ປະຊາຊົນສູງສຸດ; ເຜີຍແຜ່ຄຳສັ່ງ ເລກທີ 04 ອອປສ, ລົງວັນທີ 30 --%$T ເປັນຕົ້ນແມ່ນ ສິ່ງທ້າທາຍ ດ້ານພູມສັນຖານ, ຕົ້ນທຶນໃນການ ຂົນສົ່ງສິນຄ້າ ທີ່ສູງ ແລະ ບັນດາສິ່ງ ກີດຂວາງທາງດ້ານການຄ້າ ໂດຍ ທ່ານໄດ້ຢ້ຳວ່າ: “ພູມສັນຖານ ຈະ ບໍ່ສາມາດຕັດສິນຊາຕາກຳ ຂອງ ປະເທດ” ໝາຍຄວາມວ່າ ຄວາມ ຫຍຸ້ງຍາກທາງດ້ານພູມສັນຖານທີ່ ບໍ່ມີຊາຍແດນຕິດທະເລ ບໍ່ໄດ້ໝາຍ ຄວາມວ່າ ຈະບໍ່ມີທາງອອກໃນການ ແກ້ໄຂບັນຫາ ຫລື ບໍ່ມີໂອກາດໃນ ການພັດທະນາປະເທດ. ຫລັງຈາກນັ້ນ, ຄະນະຜູ້ແທນ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມພາກ ພິທີເປີດກອງປະຊຸມຢ່າງເປັນທາງ ການໂດຍພາຍໃຕ້ການເປັນປະ ທານຂອງທ່ານ 4FSEBS #FSEJNV IBNFEPX ປະທານາທິບໍດີ ແຫ່ງ ຕວັກເມນິດສະຖານ ຊຶ່ງມີບັນດາ ປະມຸກລັດ, ຫົວໜ້າລັດຖະບານ, ການນຳຂັ້ນສູງ ແລະ ຜູ້ຕາງໜ້າ ຈາກບັນດາປະເທດຕ່າງໆ ຫລາຍ ກວ່າ 100 ປະເທດ ສະມາຊິກ ສປຊ, ບັນດາອົງການຈັດຕັ້ງສາກົນ, ຊາວໜຸ່ມ, ສະມາຊິກລັດຖະສະພາ, ພາກທຸລະກິດ ແລະ ອົງການຈັດ ຕັ້ງທາງສັງຄົມເຂົ້າຮ່ວມຢ່າງ ພ້ອມພຽງ. ກອງປະຊຸມລະດັບສູງສະຫະ ປະຊາຊາດ ວ່າດ້ວຍປະ ເທດ --%$T ຄັ້ງທີ 3 ເປັນກອງປະຊຸມ ທີ່ສຳຄັນໂດຍຈັດຂຶ້ນໃນຮອບວຽນ 10 ປີ ຊຶ່ງຄັ້ງທີ 1 ແລະ 2 ໄດ້ຈັດ ຂຶ້ນທີ່ເມືອງອານມາຕີ, ປະເທດກາ ຊັກສະຖານໃນປີ 2003 ແລະ ເມືອງ ວຽນນາ, ປະເທດໂອຕຣິດ ໃນປີ 2014 ຕາມລຳດັບ. ສຳລັບກອງ ປະຊຸມລະດັບສູງຄັ້ງນີ້, ໄດ້ດຳເນີນ ການເປັນ 2 ພາກຫລັກ ຄື: ພາກ ອະພິປາຍທົ່ວໄປ ແລະ ກອງປະຊຸມ ໂຕະມົນລະດັບສູງ 5 ຫົວຂໍ້ສະເພາະ, ພ້ອມທັງມີບັນດາກອງປະຊຸມປິ່ນ ອ້ອມຈຳນວນໜຶ່ງ. ຈຸດປະສົງໂດຍ ລວມ ເພື່ອທົບທວນຄືນແຜນດໍາ ເນີນງານສຳລັບປະເທດ --%$T ສະບັບທີ 2 ກໍຄື ແຜນດຳເນີນງານ ວຽນນາ ສົກປີ 2014-2024 ລວມທັງ ເພື່ອປຶກສາຫາລືທິດທາງ ການຮ່ວມມື ໂດຍສະເພາະການ ຈັດຕັ້ງປະຕິບັດແຜນດຳເນີນງານ ສະບັບໃໝ່ ຫລື ແຜນດໍາເນີນງານ ອາວາຊາ ສົກປີ 2024-2034 ("8";" 1SPHSBNNF PG "DUJPO-"10"). ໃນນັ້ນ, ແຜນ ດໍາເນີນງານອາວາຊາ ໄດ້ກຳນົດ 5 ຂົງເຂດວຽກງານບຸລິມະສິດ ຄື: ການຫັນປ່ຽນດ້ານໂຄງສ້າງ ແລະ 45I; ການຄ້າ, ການອຳນວຍຄວາມ ສະດວກ ແລະ ເຊື່ອມໂຍງພາກພື້ນ; ການຜ່ານທາງ, ຂົນສົ່ງ ແລະ ເຊື່ອມ ຈອດ; ການຍົກລະດັບ ແລະ ສ້າງ ຄວາມເຂັ້ມແຂງສຳລັບວຽກງານ ດິນຟ້າອາກາດ ແລະ ໄພພິບັດ; ແນວ ທາງການຈັດຕັ້ງປະຕິບັດ. ໃນພາກບ່າຍວັນທີ 5 ສິງຫາ 2025, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ ມິຖຸນາ 2025 ຂອງຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ ວ່າດ້ວຍການດຳເນີນຄະດີອາຍາ ທີ່ເປັນການກະທຳຜິດເປັນຕົ້ນການ ຟອກເງິນ ແລະ ສະໜອງທຶນໃຫ້ ແກ່ການກໍ່ການຮ້າຍ; ຄຳສັ່ງເລກທີ 05 ອອປສ, ລົງວັນທີ 7 ກໍລະກົດ 2025 ຂອງຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ ວ່າດ້ວຍການ ດຳເນີນຄະດີຕໍ່ກັບການກະທຳຜິດ ກ່ຽວກັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ; ນຳສະເໝີ ກ່ຽວກັບພາລະບົດບາດຂອງສຳ ນັກງານຂໍ້ມູນຕ້ານການຟອກເງິນ; ນຳສະເໜີກ່ຽວກັບວຽກງານສະກັດ ກັ້ນ ແລະ ຕ້ານການຟອກເງິນ; ນຳ ສະເໜີກ່ຽວກັບອາຊະຍາກຳທາງ ຄອມພິວເຕີ; ນຳສະເໜີວຽກງານ ສະກັດກັ້ນ, ກວດກາສືບສວນສອບສວນການສໍ້ລາດບັງຫລວງ, ການຟອກເງິນທີ່ຕິດພັນກັບສໍ້ລາດ ບັງຫລວງ; ບາດກ້າວໃນການຕິດ ຕາມກວດກາການດຳເນີນຄະດີ ສໍ້ລາດບັງຫລວງ, ການຟອກເງິນ ແລະ ການຄ້າຂາຍສັດປ່າ; ສະເໜີ ກ່ຽວກັບການຮ່ວມມືລະຫວ່າງປະ ເທດທາງອາຍາ (ການຊ່ວຍ ເຫລືອ ເຊິ່ງກັນ ແລະ ກັນທາງດ້ານກົດ ໝາຍໃນບັນຫາອາຍາ) ແລະ ການ ສົ່ງຜູ້ຮ້າຍຂ້າມແດນ. ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມແບບສະ ໝັກໃຈ ໂດຍບໍ່ໄດ້ຮຽກຮ້ອງສິ່ງ ຕອບແທນໃນວັນທີ 7 ສິງຫາ 2025 ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ເພື່ອເປັນ ການສະເຫລີມສະຫລອງວັນສ້າງ ຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ(13 ສິງຫາ 1950-3 ສິງຫາ 2025) ໂດຍມີທ່ານ ອິນລາວັນ ຫ້ອງວ່າການສູນກາງພັກ... ຂປລ. ຫ້ອງວ່າການສູນກາງ ພັກ (ຫສພ) ຈັດພິທີປະກາດການ ຈັດຕັ້ງໃນອາທິດຜ່ານມາ ໂດຍ ການເຂົ້າຮ່ວມຂອງສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວ ໜ້າຫ້ອງວ່າການສູນກາງພັກ, ມີ ສະມາຊິກພັກ-ພະນັກງານພາຍໃນ ຫ້ອງວ່າການສູນກາງພັກ ເຂົ້າຮ່ວມ. ໃນພິທີຕາງໜ້າຄະນະຈັດຕັ້ງ ສູນກາງພັກ ໄດ້ຜ່ານນິຕິກຳຂອງ ຄະນະເລຂາທິການສູນກາງພັກ (ຄລສພ) ປະກອບມີດັ່ງນີ້: ຄຳສັ່ງ ເລກທີ 658 ຄລສພ, ລົງວັນທີ 25 ກໍລະກົດ 2025 ວ່າດ້ວຍການຍົກ ຍ້າຍສະຫາຍ ຄຳຜາ ພິມມະສອນ ຮອງເລຂາຄະນະພັກ, ຮອງຫົວໜ້າ ຫ້ອງວ່າການສູນກາງພັກ ໄປຮັບ ໜ້າທີ່ໃໝ່ຢູ່ແຂວງວຽງຈັນ, ມະຕິ ຕົກລົງເລກທີ 654 ຄລສພ, ລົງ ວັນທີ 22 ກໍລະກົດ 2025 ຕົກລົງ ບົ່ງຕົວແຕ່ງຕັ້ງ ສະຫາຍ ກິແກ້ວ ຈັນທະບູລີ ເປັນກຳມະການຄະນະ ພັກ, ກຳມະການປະຈຳພັກ ຫ້ອງ ວ່າການສູນກາງພັກ ແລະ ຄຳສັ່ງ ຂອງນາຍົກລັດຖະມົນຕີ ເລກທີ19 ນຍ, ລົງວັນທີ 22 ກໍລະກົດ 2025 ວ່າດ້ວຍການຍົກຍ້າຍທ່ານ ໄພເລີດ ພົນບູລົມ ຫົວໜ້າກົມແຜນການ ກະຊວງແຜນການ ແລະ ການ ລົງທຶນ ໄປຮັບໜ້າທີ່ໃໝ່ຢູ່ຫ້ອງ ວ່າການສູນກາງພັກ, ພ້ອມທັງປະ ກາດພະນັກງານອອກພັກການຮັບ ການອຸດໜູນບຳນານຈຳນວນໜຶ່ງ ໂດຍແມ່ນສະຫາຍ ເພັດ ພົມພິພັກ ກຳມະການສູນກາງພັກ ເລຂາຄະ ນະບໍລິຫານງານພັກ, ຫົວໜ້າຫ້ອງ ວ່າການສູນກາງພັກ ໃຫ້ກຽດມອບ ມະຕິຕົກລົງ ແລະ ຄຳສັ່ງຂອງຄະ ນະເລຂາທິການສູນກາງພັກ ໃຫ້ແກ່ ສາມສະຫາຍ. ໂອກາດນີ້,ສະຫາຍເພັດພົມພິພັກ ກໍໄດ້ມີຄໍາເຫັນຊີ້ນໍາໃຫ້ສະຫາຍທີ່ໄປ ຮັບໜ້າທີ່ໃໝ່ ຈົ່ງເສີມຂະຫຍາຍ ບັນດາບົດຮຽນປະສົບການວຽກ ງານຕົວຈິງ ແລະ ກຳສະພາບວຽກ ງານຮອບດ້ານຂອງໜ້າທີ່ຮັບຜິດ ຊອບໃໝ່ໃຫ້ເລິກເຊິ່ງ; ໃຫ້ບັນດາ ສະຫາຍທີ່ຍົກຍ້າຍມາໃໝ່ ຈົ່ງເປັນ ເຈົ້າການນໍາພາເສີມຂະຫຍາຍມູນ ເຊື້ອອັນດີງາມຂອງຫ້ອງວ່າການ ສູນກາງພັກ ເປັນຕົ້ນສືບຕໍ່ເພີ່ມທະ ວີຄວາມສາມັກຄີເປັນເອກະພາບ ພາຍໃນໃຫ້ໜັກແໜ້ນ, ເປັນກໍາລັງ ແຮງ ໃນການສຸມໃສ່ປະຕິບັດພາລະ ບົດບາດ-ໜ້າທີ່ວຽກງານ ເປັນເສ ນາທິການດ້ານເນື້ອໃນ, ດ້ານການ ປະສານງານ, ການບໍລິການຮັບໃຊ້ ແລະ ວຽກງານປິ່ນອ້ອມອື່ນໆ ຮັບປະກັນໃຫ້ມີຄວາມກົມກຽວ, ໂລ່ງລ່ຽນ ແລະ ວ່ອງໄວ-ທັນການ ບົນພື້ນຖານຍຶດໝັ້ນຫລັກການລວມ ສູນ ປະຊາທິປະໄຕ ນໍາພາປຶກສາ ຫາລືບັນຫາສໍາຄັນຕ່າງໆເປັນໝູ່ ຄະນະ, ພ້ອມກັນປະຕິບັດລະບອບ ແບບແຜນນໍາພາ ແລະ ວິທີເຮັດ ວຽກທີ່ໄດ້ກໍານົດໄວ້ຢ່າງຖືກຕ້ອງ ແລະ ເຂັ້ມງວດ; ໃຫ້ບັນດາສະຫາຍ ທີ່ຢູ່ກ່ອນ ແລະ ມາໃໝ່ ໃນນາມ ຄະນະພັກ ຈົ່ງພ້ອມກັນເປັນເຈົ້າການ ເອົາໃຈໃສ່ໃນການນໍາພາສຶກສາອົບ ຮົມສະມາຊິກພັກ, ພະນັກງານລັດຖະກອນແຕ່ລະສະຫາຍໃຫ້ຮັບ ຮູ້-ເຂົ້າໃຈແຈ້ງ ກໍາແໜ້ນພາລະ ບົດບາດ ແລະ ໜ້າທີ່ວິຊາສະເພາະ ]k;3m]t7q , gxu f4j kpmvflq f [kog8triu g,p]u dva 'dy f zj ko]t[q [3,3oc,a d ກ່າວປາໄສຢູ່ໃນພາກອະພິປາຍ ທົ່ວໄປໂດຍໄດ້ຍົກໃຫ້ເຫັນເຖິງ ກາລະໂອກາດໃນການຍົກລະດັບ ການຮ່ວມມື ເພື່ອເສີມຂະຫຍາຍ ທ່າແຮງດ້ານການພັດທະນາຂອງ --%$T ໂດຍຜ່ານການຈັດຕັ້ງປະ ຕິບັດແຜນດໍາເນີນງານອາວາຊາ ສຳລັບ --%$T. ສຳລັບ ສປປ ລາວ ໃນນາມທີ່ເປັນທັງປະເທດດ້ອຍພັດ ທະນາ (-%$T) ແລະ --%$T ໄດ້ສືບຕໍ່ຜະເຊີນກັບສິ່ງທ້າທາຍດ້ານ ໂຄງສ້າງເຊັ່ນ: ເສັ້ນທາງອອກສູ່ທະ ເລທີ່ຈຳກັດ, ຕົ້ນທຶນການຂົນສົ່ງ ທີ່ສູງ, ສິ່ງທ້າທາຍດ້ານພື້ນຖານ ໂຄງລ່າງ ແລະ ຄວາມບອບບາງ ຕໍ່ກັບຜົນກະທົບພາຍນອກເປັນຕົ້ນ ການປ່ຽນແປງດິນຟ້າອາກາດ ແລະ ຄວາມບອບບາງທາງດ້ານເສດຖະ ກິດ. ສະນັ້ນ, ສປປ ລາວ ຈຶ່ງຈຳເປັນ ຕ້ອງເຊື່ອມສານເອົາເນື້ອໃນແຜນ ດຳເນີນງານອາວາຊາ ເຂົ້າໃນແຜນ ພັດທະນາແຫ່ງຊາດຂອງຕົນແນໃສ່ ການພັດທະນາພື້ນຖານໂຄງລ່າງ, ການອຳນວຍຄວາມສະດວກດ້ານ ການຄ້າ, ການຍົກລະດັບສະມັດທະ ພາບທາງການຜະລິດ ແລະ ການ ພັດທະນາຊັບພະຍາກອນມະນຸດ ໄປຄຽງຄູ່ກັບການຮ່ວມມືໃນລະດັບ ພາກພື້ນ ແລະ ສາກົນ. ໃນຕອນ ທ້າຍ, ສປປ ລາວ ໄດ້ຮຽກຮ້ອງ ໃຫ້ --%$T ສາມາດເຂົ້າເຖິງທຶນ ຮອນໃນການພັດທະນາພື້ນຖານ ໂຄງລ່າງ ແລະ ການເຊື່ອມຈອດດີ ຈິຕອນ, ສະໜັບສະໜູນດ້ານການ ອຳນວຍຄວາມສະດວກທາງການ ຄ້າ ແລະ ສ້າງຕ່ອງໂສ້ມູນຄ່າເພີ່ມ, ຍົກລະດັບການສະໜອງການເງິນ ສຳລັບວຽກງານການປ່ຽນແປງດິນ ຟ້າອາກາດ ແລະ ສ້າງຄວາມເຂັ້ມ ແຂງໃຫ້ແກ່ຂອບການຮ່ວມມື ໃຕ້- ໃຕ້ ແລະ ສາມຝ່າຍ ກໍຄື ໃນລະບົບ ຂອງອົງການ ສປຊ. ໃນວັນທີ 6 ສິງຫາ 2025, ທ່ານ ທອງສະຫວັນ ພົມວິຫານ ໄດ້ ສືບຕໍ່ເຂົ້າຮ່ວມ ແລະ ປະກອບຄຳ ເຫັນໃນກອງປະຊຸມລັດຖະມົນຕີ ວ່າດ້ວຍການຮ່ວມມື ໃຕ້-ໃຕ້, ໂດຍ ໄດ້ຍົກໃຫ້ເຫັນເຖິງບົດບາດທີ່ພົ້ນ ເດັ່ນຂຶ້ນມາຂອງຂອບການຮ່ວມມື ໃຕ້-ໃຕ້ ຫລື ການຮ່ວມມືລະຫວ່າງ ບັນດາປະເທດກໍາລັງພັດທະນາ. ສປປ ລາວ ຢູ່ໃນຂອບຂອງອາຊຽນ ແລະ ການຮ່ວມມື ໃຕ້-ໃຕ້ ຍາດໄດ້ ຜົນປະໂຫຍດໃນຫລາຍດ້ານ ໂດຍ ຜ່ານການເພີ່ມຂຶ້ນຂອງການລົງທຶນ ໂດຍກົງຂອງຕ່າງປະເທດ, ການ ຄ້າ ແລະ ການຊ່ວຍເຫລືອດ້ານການ ພັດທະນາ. ພ້ອມນັ້ນ, ການຮ່ວມມື ໃຕ້-ໃຕ້ ໄດ້ສະໜັບສະໜູນການ ພັດທະນາພື້ນຖານໂຄງລ່າງດ້ານ ການຂົນສົ່ງ, ພະລັງງານ ແລະ ການ ອຳນວຍຄວາມສະດວກດ້ານການ ຄ້າ ຊຶ່ງອັນພົ້ນເດັ່ນ ກໍຄື ເສັ້ນທາງ ລົດໄຟ ລາວ-ຈີນ, ທ່າເຮືອສາກົນ ລາວ-ຫວຽດນາມ ແລະ ເຄືອຂ່າຍ ການຂົນສົ່ງທາງອາກາດສາມປະ ເທດລະຫວ່າງ ລາວ-ຈີນ-ໄທ ເພື່ອ ຫັນປ່ຽນຈາກປະເທດທີ່ບໍ່ມີຊາຍ ແດນຕິດກັບທະເລໃຫ້ກາຍເປັນປະ ເທດເຊື່ອມຈອດ. ສປປ ລາວ ຈະຜັນຂະຫຍາຍ ຜົນຂອງກອງປະຊຸມ ແລະ ຈະສືບ ຕໍ່ນຳເອົາແຜນດຳເນີນງານອາວາ ຊາ ສຳລັບ --%$T ສະບັບນີ້ ເຊື່ອມສານເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນພັດທະນາຂອງຂະແໜງການ ທີ່ກ່ຽວຂ້ອງ, ພ້ອມທັງຈະສືບຕໍ່ ປະສານສົມທົບ ແລະ ຮ່ວມມືກັບ ບັນດາປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ເພື່ອ ຂົນຂວາຍການຮ່ວມມື ແລະ ການ ສະໜັບສະໜູນທີ່ຈຳເປັນໃນການ ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ແຜນດຳເນີນການດ້ານການພັດທະ ນາຂອງສາກົນ ໃຫ້ເກີດໝາກຜົນ ສູງສຸດ. ແກ້ວບຸນພັນ ຮອງປະທານສູນກາງ ແນວລາວສ້າງຊາດ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມັນຕີກະ ຊວງສາທາລະນະສຸກ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້,ທ່ານນາງອິນລາວັນ ແກ້ວບຸນພັນ ໄດ້ໃຫ້ສຳພາດວ່າ: ການຈັດກິດກຳບໍລິຈາກເລືອດຊ່ວຍ ເຫລືອສັງຄົມໃນຄັ້ງນີ້, ເພື່ອສ້າງ ຂະບວນການຕ້ອນວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ ໃນປີ 2025 ຄື: ວັນສ້າງຕັ້ງແນວລາວສ້າຊາດ ຄົບຮອບ 75 ປີ, ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ, ວັນ ຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບ ຮັກຂອງປວງຊົນລາວທັງຊາດ ຄົບຮອບ 105 ປີ. ສະນັ້ນ, ຈຶ່ງປຸກ ລະດົມສ້າງຂະບວນ ການບໍລິຈາກ ເລືອດເພື່ອຊ່ວຍເຫລືອສັງຄົມ, ກໍ ຍ້ອນເຫັນຄວາມສຳຄັນຂອງການ ໃຫ້ເລືອດ, ເລືອດກໍບໍ່ມີບໍລິສັດໃດ ຫລື ບຸກຄົນໃດຜະລິດໄດ້ມີແຕ່ຄົນ ເຮົາເທົ່ານັ້ນທີ່ຈະເອົາເລືອດອອກ ເພື່ອຊ່ວຍເຫລືອເຊິ່ງກັນ ແລະ ກັນ ເປັນຕົ້ນຜູ້ປ່ວຍຂາດເລືອດ, ການ ຜ່າຕັດ, ການເກີດອຸບັດເຫດ ແລະ ອື່ນໆ. ຄວາມຕ້ອງການເລືອດ ເພື່ອ ຊ່ວຍກອບກູ້ເອົາຊີວິດຄົນໃນສັງຄົມ ແມ່ນມີຈຳນວນຫລວງຫລາຍ, ແຕ່ ເຫັນໄດ້ວ່າໃນໄລຍະຜ່ານມາການ ສະໜອງເລືອດແມ່ນບໍ່ພຽງພໍກັບ ຄວາມຮຽກ ຮ້ອງຕ້ອງການຂອງ ສັງຄົມ. ທ່ານ ນາງ ອິນລາວັນ ແກ້ວບຸນ ພັນ ຍັງໃຫ້ຮູ້ຕື່ມວ່າ: ກິດຈະກຳການ ບໍລິຈາກເລືອດໃນຄັ້ງນີ້, ຄາດວ່າ ຈະໄດ້ເລືອດປະມານ 300 ກ່າວ ຖົງ, ນອກຈາກກິດຈະກຳບໍລິຈາກ ເລືອດ ແລ້ວ, ພາຍໃນງານຍັງມີ ກິດຈະກຳກວດສຸຂະພາບ ແລະ ກວດສາຍຕາ ແບບບໍ່ເສຍຄ່າຕື່ມອີກ. ຂ່າວ-ພາບ: ມາລິດາ ຂອງຕົນເປັນຕົ້ນພາລະບົດບາດ ການເປັນເສນາທິການດ້ານເນື້ອໃນ, ການປະສານງານ, ດ້ານບໍລິການ ຮັບໃຊ້ການນໍາ ແລະ ວຽກງານ ປິ່ນອ້ອມດ້ານອື່ນໆ ທີ່ເປັນກໍາລັງ ໜູນສໍາຄັນໃຫ້ແກ່ການປະຕິບັດ ໜ້າທີ່ການເມືອງຂອງຫ້ອງວ່າ ການສູນກາງພັກ; ໃຫ້ພະນັກງານ ນໍາພາແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນແຕ່ລະ ສະຫາຍເປັນເຈົ້າການຄົ້ນຄວ້າກໍາ ແໜ້ນໜ້າທີ່ວິຊາສະເພາະທີ່ຕົນເອງ ຮັບຜິດຊອບ, ພ້ອມທັງກຳແໜ້ນທິດ ຊີ້ນໍາຂອງຂັ້ນເທິງ ຕໍ່ວຽກງານວິຊາ ສະເພາະທີ່ຕົນເອງຮັບຜິດຊອບ ແລະ ນິຕິກຳອື່ນໆ ທີ່ກ່ຽວຂ້ອງ, ພ້ອມ ທັງບຸກບືນແຂ່ງຂັນກັນປະຕິບັດໜ້າ ທີ່ດ້ວຍຄວາມຮັບຜິດຊອບສູງ, ປະ ດິດສ້າງ, ວ່ອງໄວ-ທັນການ, ໂປ່ງ ໃສ, ມີຈັນຍາບັນ-ຈັນຍາທໍາຕໍ່ອາ ຊີບ ແລະ ມີປະສິດທິພາບປະສິດທິ ຜົນ; ຕັ້ງໜ້າຝຶກຝົນຫລໍ່ຫລອມ ຕົນເອງຮອບດ້ານ, ຍົກສູງສະຕິຕໍ່ ການຈັດຕັ້ງ, ສະຕິເຄົາລົບ ແລະ ປະ ຕິບັດລະບຽບ-ກົດໝາຍ, ສ້າງ ແລະ ປັບປຸງຕົນເອງໃຫ້ກາຍເປັນພະນັກ ງານນໍາພາຫລັກແຫລ່ງ, ຜູ້ຊໍານານ ງານ-ຜູ້ຊ່ຽວຊານທີ່ເກັ່ງໃນວຽກ ງານເສນາທິການ ແລະ ວຽກງານ ອື່ນໆທີ່ຕົນເອງຮັບຜິດຊອບ.
RkJQdWJsaXNoZXIy MTc3MTYxMQ==