7090

zq o'korQ ogfa j o0v'co;]k;lh k'-kf w]pt xu 1979-2009 xtgmf]k; 3 12/08/2025 0j k; c]t gsfdko *** ຕໍ່ຈາກໜ້າ 1 *** (ເນ່ືອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ວັນທີ 13/8/1950-13/8/2025) dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ln j ,;o-q o 8h v'ra fmtok8q ogv' .sh ,u dkosa oxj Po wxl6j 75 ootrk[ c]t ma oltw\gmnj v]tdh k; ຂ້ອງໃຈຂອງປະຊາຊົນໃຫ້ວ່ອງ ໄວ, ທັນການ, ຖືກປະເດັນ ແລະ ຖືກ ເປົ້າໝາຍ. ທ່ານ ນາງ ສິມມະນີ ແກ້ວແກ່ນ ຜູ້ອຳນວຍການໃຫຍ່ ສະຖານີໂທ ລະພາບແຫ່ງຊາດລາວ (ທຊລ) ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 8 ສິງຫາ 2025 ເນື່ອງໃນໂອກາດ ວັນສ້າງຕັ້ງສື່ມວນຊົນ ແລະ ການ ພິມຈຳໜ່າຍແຫ່ງຊາດ ຄົບຮອບ 75 ປີ ທີ່ຈະມາເຖິງນີ້ວ່າ: ສື່ມວນ ຊົນມີບົດບາດສຳຄັນໃນການປະ ກອບສ່ວນເຂົ້າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ, ເປັນເຄື່ອງມື, ເປັນປາກ ກະບອກສຽງອັນແຫລມຄົມຂອງ ອົງການຈັດຕັ້ງ ພັກ-ລັດ ແລະ ສັງ ຄົມໃນການໂຄສະນາ, ສຶກສາອົບ ຮົມແນວທາງຂອງພັກ, ລະບຽບກົດ ໝາຍຂອງລັດ, ປຸກລະດົມທົ່ວປວງ ຊົນໃຫ້ມີນ້ຳໃຈຮັກຊາດຮັກລະບອບ ໃໝ່ ເຊິ່ງບັນດາການນຳປະຕິວັດ ລາວແຕ່ລະຮຸ່ນ ລ້ວນແຕ່ຖືສຳຄັນ ວຽກງານໂຄສະນາສຶກສາອົບຮົມ ແລະ ນຳໃຊ້ສື່ຕ່າງໆເປັນພາຫາ ນະອັນແຫລມຄົມ ເພື່ອໂຄສະນາ ເຜີຍແຜ່ແນວທາງນະໂຍບາຍທີ່ຖືກ ຕ້ອງສ່ອງໃສຂອງພັກ ໃຫ້ທົ່ວເຖິງ ປະຊາຊົນລາວບັນດາເຜົ່າ, ປຸກລະ ດົມຂົນຂວາຍໃຫ້ມີນໍ້າໃຈຮັກຊາດ, ຄຽດແຄ້ນສັດຕູ ເຂົ້າຮ່ວມໃນຂະ ບວນການປົດປ່ອຍປະເທດຊາດ, ຕະຫລອດໄລຍະແຫ່ງການນຳພາ ຂະບວນການຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດແຫ່ງຊາດ ແລະ ອິດສະລະພາບມາສູ່ປະຊາຊົນ ກໍຄື ໄລຍະ 50 ປີ ແຫ່ງພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ. ໃນນັ້ນ, ວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍກໍໄດ້ກາຍເປັນອາ ວຸດອັນແຫລມຄົມ ແລະ ປະກອບ ສ່ວນຢ່າງຕັ້ງໜ້າ ໃນໄຊຊະນະ ລວມຂອງການປະຕິວັດ. ທ່ານ ນາງ ສິມມະນີ ແກ້ວແກ່ນ ໄດ້ຍົກໃຫ້ເຫັນການນຳພາ-ຊີ້ນຳ ກໍ ຄືຜົນງານທີ່ພົ້ນເດັ່ນຂອງອົງຄະນະ ພັກຄະນະນຳ ໃນວຽກງານ ທຊລ ເຊິ່ງໃນໄລຍະ 1 ປີຜ່ານມາ ໂທລະ ພາບແຫ່ງຊາດລາວ ໄດ້ປະຕິບັດ ໜ້າທີ່ທີ່ມີກຽດສະຫງ່າງາມຂອງ ຕົນ ໃນການກະຈາຍຂໍ້ມູນຂ່າວສານ ທີ່ສຳຄັນຂອງພັກ-ລັດແລະ ສັງຄົມ, ສ່ອງແສງເຫດການທີ່ພົ້ນເດັ່ນທັງ ພາຍໃນ ແລະ ຕ່າງປະເທດໄດ້ຢ່າງ ວ່ອງໄວ, ຕ້ານປາກົດການຫຍໍ້ທໍ້ ຕ່າງໆຂອງສັງຄົມ ແລະ ຖ້ອຍທຳ ນອງບິດເບືອນຄວາມຈິງ, ໃສ່ຮ້າຍ ປ້າຍສີຂອງຜູ້ບໍ່ຫວັງດີ ຕໍ່ຜົນສຳ ເລັດໃນການປົກປັກຮັກສາພັດທະນາ ປະເທດຊາດ ພ້ອມທັງໄດ້ເອົາໃຈໃສ່ ໂຄສະນາ ໃຫ້ແກ່ວັນສຳຄັນຕ່າງໆ ຂອງພັກຂອງຊາດຢ່າງກວ້າງ ຂວາງເລິກເຊິ່ງ ແລະ ເປັນລະບົບຕໍ່ ເນື່ອງ, ຄຽງຄູ່ກັນກັບການໂຄສະ ນາເຜີຍແຜ່ໃຫ້ຄວາມຮູ້ແກ່ມວນຊົນ ທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ບັນເທີງ ແລະ ສົ່ງເສີມການອະນຸລັກຮັກສາ ວັດທະນະທຳ-ຮີດຄອງປະເພນີອັນ ດີງາມ ຂອງປະຊາຊົນລາວບັນດາ ເຜົ່າ ໂດຍອອກອາກາດຜ່ານຊ່ອງ ທາງໂທລະພາບ ແລະ ສື່ອອນລາຍ ໂດຍສະເພາະເຟສບຸກ, ຢູທູບ ແລະ ເວັບໄຊ. ແຕ່ເຖິງຢ່າງໃດກໍຕາມ, ໃນ ປັດຈຸບັນ ທຊລ ຍັງມີສິ່ງທ້າທາຍ ຫລາຍຢ່າງ ໂດຍສະເພາະໂທລະ ພາບໃນຍຸກປັດຈຸບັນບຸກຄະລາກອນ ຍັງມີຄວາມຈຳກັດ ເປັນຕົ້ນໂກຕ້າ ພະນັກງານ ເພື່ອສ້າງເປັນພະນັກ ງານສືບທອດປ່ຽນແທນ; ອຸປະ ກອນເກົ່າແກ່ຊຸດໂຊມ ເຊິ່ງເປັນສິ່ງ ທ້າທາຍຕໍ່ກັບໜ້າວຽກຂອງ ທຊລ ເຊັ່ນ: ການຍົກລະດັບຫ້ອງອອກ ອາກາດ. ພ້ອມນີ້, ງົບປະມານຮັບ ໃຊ້ຍັງບໍ່ທັນຕອບສະໜອງໄດ້ຕາມ ຄວາມຕ້ອງການຂອງໜ້າວຽກເປັນ ຕົ້ນ ການຜະລິດລາຍການຢູ່ຕ່າງ ແຂວງ ບໍ່ສາມາດໄປເຄື່ອນໄຫວໄດ້ ມີແຕ່ບາງລາຍການເທົ່ານັ້ນ. ສຳ ລັບທິດທາງໃນການພັດທະນາວຽກ ງານ ທຊລ ໃນຕໍ່ໜ້າແມ່ນຈະໄດ້ ສຸມໃສ່ການສ້າງຄວາມເຂັ້ມແຂງ ໃຫ້ບຸກຄະລາກອນ ໂດຍການເຂົ້າ ຮ່ວມຝຶກອົບຮົມວິຊາສະເພາະທີ່ ກ່ຽວຂ້ອງກັບວຽກງານຂອງຕົນ ເພື່ອຍົກສູງຄວາມຮັບຜິດຊອບໃນ ການປະຕິບັດໜ້າທີ່, ສິດ, ພາລະ ບົດບາດຂອງຕົນຢ່າງຈິງຈັງ ແລະ ໃຫ້ສາມາດຮັບປະກັນໃນການ ຮັບໃຊ້ໜ້າທີ່ການເມືອງໄດ້ໃນລະ ດັບທີ່ດີ ໃຫ້ສົມກັບວ່າເປັນກະບອກ ສຽງທີ່ແຫລມຄົມຂອງພັກ-ລັດທີ່ ແທ້ຈິງ ແລະ ເປັນເຄື່ອງມືຮັບໃຊ້ໂຄ ສະນາສ້າງຄວາມຮັບຮູ້, ເຂົ້າໃຈ ໃຫ້ແກ່ສັງຄົມ ກໍຄື ປະຊາຊົນ ແລະ ເປັນເວທີສົ່ງເສີມການແລກປ່ຽນ ບົດຮຽນ, ເປັນແຫລ່ງຂໍ້ມູນຂ່າວ ສານ, ສາລະຄວາມຮູ້ ແລະ ຕອບ ໂຕ້ຖ້ອຍທຳນອງຂອງກຸ່ມຄົນບໍ່ດີ, ພ້ອມທັງເອົາໃຈໃສ່ພັດທະນາເນື້ອ ໃນ ແລະ ຮູບການໃຫ້ສາມາດດຶງ ດູດຄວາມສົນໃຈຂອງຜູ້ຊົມ ພ້ອມ ທັງຮັບປະກັນຕາມ 4 ລັກສະນະ ຂອງສື່ມວນຊົນແລະຢູ່ໃນຂອບເຂດ ຂອງແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ. ຂ່າວ: ມະນີທອນ * ພາຍຫລັງປະເທດຊາດ ໄດ້ຮັບ ການປົດປ່ອຍຢ່າງສົມບູນ, ພັກໄດ້ ເຄື່ອນໄຫວເປີດເຜີຍ, ມີອົງການ ລັດເຮັດບົດບາດບໍລິຫານຄຸ້ມຄອງ. ແນວລາວຮັກຊາດ ໄດ້ຍົກສູງບົດ ບາດໃນການເຕົ້າໂຮມກ້ອນກໍາລັງ ສາມັກຄີປອງດອງທົ່ວປວງຊົນ, ໂຄ ສະນາ-ສຶກສາອົບຮົມປະຊາຊົນ ຢ່າງກວ້າງຂວາງ, ເສີມຂະຫຍາຍ ສິດເປັນເຈົ້າຂອງປະຊາຊົນ, ປຸກ ລະດົມປະຊາຊົນບັນດາເຜົ່າປະຕິ ບັດແຜນນະໂຍບາຍຮໍາບາດແຜ ສົງຄາມ. ປຸກລະດົມມະຫາຊົນເຂົ້າ ຮ່ວມໃນພາລະກິດແຫ່ງການປົກ ປັກຮັກສາ ແລະ ສ້າງສາ ພັດທະນາ ປະເທດຊາດ, ປະກອບຄວາມຄິດ ຄວາມເຫັນ ຕໍ່ແນວທາງນະໂຍບາຍ ຂອງ ພັກ-ລັດ, ການຕິດຕາມກວດ ກາ ແລະ ປະກອບຄຳຄິດຄຳເຫັນ ຕໍ່ການຈັດຕັ້ງຂອງ ພັກ-ລັດ ໃນແຕ່ ລະຂັ້ນແນໃສ່ເຮັດໃຫ້ລະບົບການ ເມືອງ ຂອງລະບອບປະຊາທິ ປະໄຕ ປະຊາຊົນ ມີຄວາມປອດໃສ, ໜັກ ແໜ້ນ ແລະ ເຂັ້ມແຂງ. ປຸກລະດົມຂົນຂວາຍປະຊາຊົນ ລາວບັນດາເຜົ່າໃຫ້ມີນໍ້າໃຈຮັກ ຊາດ, ສາມັກຄີເປັນອັນໜຶ່ງອັນ ດຽວກັນ, ປະຕິບັດນະໂຍບາຍສາ ມັກຄີ ລະຫວ່າງ ຊົນເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ໃນ ວົງຄະນາຍາດແຫ່ງຊາດ ພາຍໃຕ້ ການນໍາພາຂອງພັກ; ປະຕິບັດສິດ ເສລີພາບ ປະຊາທິປະໄຕ ຂອງພົນ ລະເມືອງ, ແກ້ໄຂຄວາມບໍ່ເຂົ້າໃຈ ກັນລະຫວ່າງເຜົ່າ, ຕອບສະໜອງ ກັບນະໂຍບາຍປ່ຽນແປງໃໝ່ຂອງ ພັກ-ລັດ, ປະກອບສ່ວນເຂົ້າໃນ ການປັບປຸງຊີວິດໃໝ່, ເຮັດໜ້າທີ່ ປົກປັກຮັກສາຄວາມສະຫງົບ ແລະ ສ້າງສາຊີວິດໃໝ່. ໄດ້ພົວພັນກັບບັນດາປະເທດ ເພື່ອນມິດ, ອົງການຈັດຕັ້ງສາກົນ, ປຸກລະດົມພີ່ນ້ອງຄົນລາວ, ນັກ ສຶກສາລາວຢູ່ຕ່າງປະເທດທີ່ມີນໍ້າ ໃຈຮັກຊາດ, ຮັກບ້ານເກີດເມືອງ ນອນ ປະກອບສ່ວນໃນການພັດທະ ນາປະເທດຊາດ ແລະ ອວ່າຍໜ້າ ມາຫາປະເທດຊາດ ເປັນຄັ້ງທໍາອິດ. ໂຄສະນາສຶກສາອົບຮົມ ແລະ ປະຕິບັດແນວທາງປ່ຽນແປງໃໝ່ ຂອງພັກ; ຊຸກຍູ້ການປັບປຸງລະບົບ ການສຶກສາ ແລະ ອະນຸລັກວັດທະ ນະທໍາ, ລົບລ້າງຄວາມບໍ່ຮູ້ໜັງສື, ຍົກລະດັບຄວາມຮູ້ຂອງປະຊາຊົນ ໃຫ້ສູງຂຶ້ນ; ກໍາຈັດຮ່ອງຮອຍສິ່ງ ເສດເຫລືອ ຂອງວັດທະນະທໍາປະ ຕິການເຊື່ອມຊາມຂອງລັດທິລ່າ ເມືອງຂຶ້ນ, ເສີມຂະຫຍາຍວັດທະນະ ທໍາອັນດີງາມຂອງຊາດ. ປຸກລະດົມທົ່ວປວງຊົນຕໍ່ສູ້ບັ້ນ ຮົບບໍ່ແຕນ ຕ້ານການຍຶດຄອງ 3 ໝູ່ ບ້ານ ຂອງປະຕິການຂວາຈັດ: ບ້ານ ໃໝ່, ບ້ານກາງ, ບ້ານສະຫວ່າງ ເມືອງປາກລາຍ (ປັດຈຸບັນເປັນ ເມືອງທົ່ງມີໄຊ) ແຂວງໄຊຍະບູລີ ປີ 1987-1988, ເຂົ້າຮ່ວມປົກປັກ ຮັກສາປະເທດຊາດ, ເຂົ້າຮ່ວມຂະ ບວນການກໍ່ສ້າງຮາກຖານການ ເມືອງ ຕິດພັນກັບການພັດທະນາຊົນ ນະບົດຮອບດ້ານ, ແກ້ໄຂຄວາມທຸກ ຍາກຂອງຄອບຄົວ, ຢຸດຕິການຖາງ ປ່າເຮັດໄຮ່ແບບເລື່ອນລອຍ, ຈັດ ສັນທີ່ຢູ່ອາໄສ ແລະ ອາຊີບຄົງທີ່. ສໍາເລັດການຈັດກອງປະຊຸມ ພົບປະຜູ້ຊົງຄຸນວຸດທີບັນດາເຜົ່າຄັ້ງ ທີ 1 ໃນປີ 1981, ປະກອບສ່ວນ ການ ສ້າງມະຕິກົມການເມືອງສູນ ກາງພັກ ວ່າດ້ວຍວຽກງານຊົນເຜົ່າ ປີ 1981, ມະຕິຄະນະບໍລິຫານງານ ສູນກາງພັກກ່ຽວກັບວຽກງານຊົນ ເຜົ່າ ແລະ ມະຕິຄະນະບໍລິຫານງານ ສູນກາງພັກກ່ຽວກັບວຽກງານສາ ສະໜາໃນໄລຍະໃໝ່ ປີ 1992. ພາຍຫລັງກົມການເມືອງສູນ ກາງພັກ ອອກມະຕິ 05/ກມສພ, ແນວລາວສ້າງຊາດ ໄດ້ເຄື່ອນໄຫວ ຕາມມະຕິ: 1) ຍົກສູງຄຸນນະພາບ ຂອງວຽກງານສຶກສາອົບຮົມການ ເມືອງແນວຄິດໂດຍສະເພາະໃນ ໄລຍະດໍາເນີນການປ່ຽນແປງໃໝ່ ຢ່າງຮອບດ້ານ; 2) ເສີມຂະຫຍາຍ ປະຊາທິປະໄຕໃນຊີວິດສັງຄົມຕິດ ພັນກັບການເພີ່ມທະວີໃນລະບຽບ ວິໄນ; 3) ຊຸກຍູ້ການຜະລິດທຸລະ ກິດຢ່າງແຂງແຮງ, ເຮັດໃຫ້ສະ ພາບເສດຖະກິດສັງຄົມຂອງປະ ເທດເຮົາມີການຫັນປ່ຽນໃໝ່ທີ່ກ້າວ ໜ້າ; 4) ປຸກລະດົມມະຫາຊົນເຂົ້າ ຮ່ວມໃນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບທົ່ວປວງ ຊົນຮອບດ້ານ, ຕ້ານສົງຄາມຫັນ ປ່ຽນໂດຍສັນຕິໃນທຸກຮູບແບບ. ສ້າງຕັ້ງພາຫະນະສື່ມວນຊົນ ໃນການໂຄສະນາວຽກງານຂອງ ແນວລາວສ້າງຊາດເປັນຕົ້ນ: ສ້າງ ຕັ້ງວາລະສານ ລາວສ້າງຊາດ ໃນ ສະໄໝທີ VI (ປີ 1997), ລາຍ ການວິທະຍຸ ເມືອງລາວຄົນລາວ (2006), ລາຍການໂທລະພາບ ລາວສ້າງຊາດ; ເປັນເຈົ້າການສ້າງ ດຳລັດ ເລກທີ92/ນຍວ່າດ້ວຍການ ຄຸ້ມຄອງ ແລະ ປົກປ້ອງການເຄື່ອນ ໄຫວສາສະໜາ ຢູ່ ສປປ ລາວ. ໄດ້ສ້າງກົດໝາຍວ່າດ້ວຍ ແນວ ລາວສ້າງຊາດ”ສະບັບທໍາອິດ ປີ 2008,ຄົ້ນຄວ້າ-ສັບຊ້ອນຊື່ເອີ້ນ ແລະ ຈໍານວນຊົນເຜົ່າໃນ ສປປ ລາວ ເຊິ່ງປະກອບມີ 4 ໝວດພາສາ 49 ຊົນເຜົ່າ ໃນປີ 2008, ພ້ອມ ທັງໄດ້ຈັດພິມເປັນປຶ້ມ; ຂຽນ ແລະ ຈັດພິມປື້ມປະຫວັດສາດແນວໂຮມ ຄັ້ງທີ I. ໄດ້ເອົາໃຈໃສ່ປຸກລະດົມ ປະຊາ ຊົນບັນດາເຜົ່າ ເຂົ້າຮ່ວມຂະບວນ ການຕ່າງໆ ຂອງພັກ-ລັດ ໃນສະ ໄໝທີ VII ແລະ VIII ທ່ານ ພົອ ສີສະຫວາດ ແກ້ວບຸນພັນ ປະທານ ສູນກາງແນວລາວສ້າງຊາດ ໄດ້ ຊີ້ນໍາສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ສ້າງກອງທຶນຂັ້ນບ້ານໃນທົ່ວປະ ເທດ ພົ້ນເດັ່ນ ຢູ່ ແຂວງຫລວງນໍ້າ ທາ, ແຂວງອຸດົມໄຊ, ແຂວງສະ ຫວັນນະເຂດ. ດ້ານໂຄງລ່າງ ໄດ້ສະເໜີລັດຖະ ບານ ສປປ ລາວ ປຸກສ້າງຕຶກອາ ຄານໃໝ່ ຂອງສໍານັກງານສູນກາງ ແນວລາວສ້າງຊາດ, ໄດ້ສ້າງຕຶກ ອາຫານສູນຝຶກອົບຮົມໂດຍການ ຊ່ວຍເຫລືອຈາກລັດຖະບານ ສປ ຈີນ; ສ້າງຫໍມູນເຊື້ອແນວລາວສ້າງ ຊາດ; ສຳເລັດການກໍ່ສ້າງບູລະນະ ຖໍ້າຫ້ອງວ່າການສູນກາງແນວລາວ ຮັກຊາດ ແລະ ສ້າງຕຶກອາຄານ ໃໝ່ 2 ຊັ້ນ ຢູ່ເມືອງວຽງໄຊ ແຂວງ ຫົວພັນ. ປຸກລະດົມວັດຖຸ-ປັດໄຈ ເພື່ອ ນຳໄປຊ່ວຍເຫລືອປະຊາຊົນລາວ ບັນດາເຜົ່າທີ່ຖືກຜົນກະທົບຈາກ ເຫດການຕ່າງໆ ຈໍານວນຫລາຍ ສົມຄວນ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==