7089

gsfdko{dkora fmtok xtgmf]k; ( 11/08/2025 lv'rkdlj ;oxtdv[lj ;o-5 dp6h dv'xt-5 ,.spj 7a 'mu X I 0v'vq '7totra dc0;'g-dv' ຂປລ. ບໍລິສັດ ພູເບ້ຍມາຍນິງ ຈໍາກັດ ໄດ້ຈັດກິດຈະກຳແຂ່ງຂັນ ກິລາບານເຕະມິດຕະພາບ ລະຫວ່າງ ບໍລິສັດພູເບ້ຍ ກັບ ສື່ມວນຊົນໃນ ວັນທີ 8 ສິງ ຫາ 2025 ຢູ່ເດີ່ນ ກິລາບານ ເ ຕະ ໂກລ ເ ດັ້ນ ທຣີ ນະຄອນຫລວງວຽງຈັນ. ເຂົ້າຮ່ວມ ໂດຍທ່ານ ກອງຄໍາ ດວງແກ້ວ ຮອງ ຫົວໜ້າກົມສື່ມວນຊົນຄະນະໂຄສະນາ ອົບຮົມສູນກາງພັກ, ທ່ານ ເດວິດ ຣິດ ຜູ້ອໍານວຍການບໍລິສັດ ພູເບ້ຍ ມາຍນິງ ຈໍາກັດ, ທ່ານ ລໍເຈິນ ຮອງ ຜູ້ອໍານວຍການບໍລິສັດ ພູເບ້ຍມາຍ ນິງ ຈໍາກັດ, ທ່ານນາງ ມະນິລັດ ອາຣຸນລັງສີ ຜູ້ຈັດການຂັ້ນສູງຝ່າຍ ປະສານງານພາຍນອກ ບໍລິສັດພູ ເບ້ຍມາຍນິງ ຈໍາກັດ ພ້ອມດ້ວຍ ຄະນະຜູ້ອໍານວຍການໂທລະພາບ, ວິທະຍຸ, ໜັງສືພິມ, ພະນັກງານ c0j '0a ody ]k[kog8t,y f8trk[ lts]v';a oln j ,;o-q ocsj '-kf 7q [Iv[ 75 xu ວິຊາການບໍລິສັດ ພູເບ້ຍ ມາຍ ນິງ ຈໍາກັດ ແລະ ສື່ມວນຊົນທຸກຂະແໜງ ເຂົ້າຮ່ວມ. ທ່ານ ກອງຄໍາ ດວງແກ້ວກ່າວ ວ່າ: ການແຂ່ງຂັນຄັ້ງນີ້ ເພື່ອເປັນ ການສ້າງຂະບວນການສະເຫລີມ ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ບໍລິສັດ ຈະເລີນເຊ ກອງ ພະລັງງານ ຈຳກັດ ($4&) ແລະ ທະນະຄານພັດທະນາລາວ ຈຳກັດ (-%#) ປະກອບສ່ວນ ຊຸກຍູ້ກອງປະຊຸມໃຫຍ່ຄັ້ງທີXM ຂອງ ອົງຄະນະພັກແຂວງ 500 ລ້ານກີບ ໃນວັນທີ 8 ສິງຫາ 2025 ທີ່ຫ້ອງ ວ່າການແຂວງເຊກອງ ຕາງໜ້າ ມອບໂດຍທ່ານ ວິໄລພອນ ຄຳພາ ວົງ ຄະນະທີ່ປຶກສາຂອງບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ແລະ ຕາງໜ້າທະນາຄານພັດທະນາ ລາວ ສາຂາແຂວງເຊກອງ ແລະ ຕາງໜ້າຮັບໂດຍ ທ່ານ ຂັນຕີ ສີລະ ວົງສາ ຮອງເຈົ້າແຂວງໆເຊກອງ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ວິໄລພອນ ຄຳພາວົງ ໄດ້ ກ່າວວ່າ: ໃນໂອກາດທີ່ແຂວງເຊ ກອງ ພວມຂຸ້ນຂ້ຽວກະກຽມທຸກ ເງຶ່ອນໄຂເພື່ອດຳເນີນກອງປະຊຸມ ໃຫຍ່ຄັ້ງທີ XI ຂອງອົງຄະນະພັກ ແຂວງເຊກອງ, ເຊິ່ງບໍລິສັດ ຈະເລີນ ເຊກອງ ພະລັງງານ ຈໍາກັດແລະ ທະນະຄານພັດທະນາລາວສາຂາ ແຂວງ ເຫັນໄດ້ຄວາມສໍາຄັນຈຶ່ງ ໄດ້ນໍາເອົາປັດໄຈເປັນເງິນຈຳນວນ 500 ລ້ານກີບ ປະກອບສ່ວນຊຸກຍູ້ ກອງປະຊຸມດັ່ງກ່າວທີ່ຈະໄຂຂຶ້ນໃນ ມໍ່ໆນີ້ ໃຫ້ດຳເນີນໄປຕາມແຜນການ ແລະ ມີສໍາເລັດຜົນຢ່າງຈົບງາມ. ໂອກາດນີ້, ທ່ານ ຂັນຕີ ສີລະ ວົງສາ ກໍໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ແລະ ກ່າວຂອບໃຈມາຍັງ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ແລະ ທະນະຄານພັດທະນາ ລາວ ສາຂາແຂວງ ທີ່ໄດ້ປະກອບ ສ່ວນທາງດ້ານທຶນຮອນ ໂດຍປັດ ໄຈດັ່ງກ່າວຈະນໍາໃຊ້ເຂົ້າໃນການ ກະກຽມດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງໃນຄັ້ງ ນີ້ ໃຫ້ເກີດປະໂຫຍດສູງສຸດ ເພື່ອ ໃຫ້ກອງປະຊຸມດຳເນີນໄປຕາມ ຄາດໝາຍວາງເອົາໄວ້. ຂ່າວ: ອັດສະວິນ h ສະຫລອງວັນສື່ມວນຊົນແລະ ພິມຈໍາ ໜ່າຍແຫ່ງຊາດ ຄົບຮອບ75 ປີ(13 ສິງຫາ 1950-13 ສິງຫາ 2025), ນອກຈາກນີ້ ຍັງເປັນການຮັດແໜ້ນ ຄວາມສາມັກຄີຮັກແພງ ແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ ເຊິ່ງ ບັນຍາກາດຂອງການແຂ່ງຂັນແມ່ນ ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ເປັນສາຍພົວພັນອັນດີງາມຮັດ ແໜ້ນຄວາມສາມັກຄີໃຫ້ເຕີບໃຫຍ່ ຂະຫຍາຍຕົວຂຶ້ນໄປເລື້ອຍໆ. ທ່ານ ເດວິດ ຣິດ ໄດ້ກ່າວວ່າ: ກ່ອນອື່ນໝົດຕາງໜ້າບໍລິສັດ ພູເບ້ຍ ມາຍນິງ ສະແດງຄວາມຊົມເຊີຍ ວັນສ້າງຕັ້ງສື່ມວນຊົນ ແລະ ພິມ ຈໍາໜ່າຍແຫ່ງຊາດ ຄົບຮອບ 75 ປີ, ບໍລິສັດ ພູເບ້ຍ ມາຍນິງ ແມ່ນ ໄດ້ດຳເນີນທຸລະກິດຢູ່ ສປປ ລາວ ໄດ້ກ້າວເຂົ້າປີທີ 20 ໃນການດໍາ ເນີນທຸລະກິດ ຢູ່ໃນ ສປປ ລາວ ແລະ ມີຄວາມພາກພູມໃຈທີ່ພູເບ້ຍ ແມ່ນໜຶ່ງໃນບໍລິສັດທີ່ຂ້ອນຂ້າງ ໃຫຍ່ທັນສະໄໝ ແລະ ມີຄວາມ ຮັບຜິດຊອບທີ່ດີ ເຊິ່ງຜົນສໍາເລັດ ຂອງພວກເຮົາທີ່ມີໄລຍະຜ່ານມາ ຖືວ່າແມ່ນມາຈາກພະນັກງານຂອງ ພວກເຮົາເອງ ໂດຍສະເພາະການ ສະໜັບສະໜູນຂອງຊຸມຊົນ ແລະ ລັດຖະບານທີ່ໃຫ້ການສະໜັບສະໜູນ ພວກເຮົາຈຶ່ງສາມາດດໍາເນີນທຸລະກິດ ໄດ້ຢ່າງຄ່ອງຕົວ.ການແຂ່ງຂັນ ບານເຕະມິດຕະພາບຄັ້ງນີ້, ບໍ່ໄດ້ ເນັ້ນເຖິງຜົນໄດ້ ແລະເສຍ ແຕ່ເນັ້ນ ເຖິງຄວາມໄມຕີຈິດມິດຕະພາບ, ຮັກສາໄດ້ຄວາມສາມັກຄີ, ສະຫງົບ ແລະ ຄວາມເບີກບານມ່ວນຊື່ນ ເຊິ່ງ ຜົນການແຂ່ງຂັນທີມບໍລິສັດ ພູເບ້ຍ ມາຍນິງ ຊະນະທີມສື່ມວນຊົນດ້ວຍ ຄະແນນ 9-5 ປະຕູ. ໂດຍ: ສຸກທະວີ ສານຂອງລັດຖະມົນຕີ... ຕັ້ງສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສຽງໃຕ້ ຫລື ອາ ຊຽນ ຄົບຮອບ 58 ປີ (8 ສິງຫາ 1967-8 ສິງຫາ 2025) ແລະ ວັນຄົບຮອບ 28 ປີ ທີ່ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການ ດັ່ງກ່າວ (23 ກໍລະກົດ 1997-23 ກໍລະກົດ 2025) ດ້ວຍບັນຍາກາດ ແຫ່ງມິດຕະພາບທີ່ມີມາເເຕ່ຍາວ ດ້ານເສດຖະກິດຂອງບັນດາປະເທດ ສະມາຊິກ ຊຶ່ງໄດ້ເຮັດໃຫ້ອາຊຽນ ປະສົບຜົນສໍາເລັດເປັນທີ່ຮັບຮູ້ຂອງ ສາກົນຕະຫລອດມາ. ນອກຈາກ ນັ້ນ, ອາຊຽນ ຍັງມີບົດບາດເປັນ ເວທີໃຫ້ຄູ່ເຈລະຈາ ແລະ ຄູ່ຮ່ວມມື ພາຍນອກອື່ນໆ, ລວມທັງບັນດາ ປະເທດມະຫາອໍານາດໄດ້ມາພົບປະ ເຈລະຈາ ແລະ ປຶກສາຫາລືຕໍ່ບັນ ຫາຕ່າງໆທີ່ມີຄວາມສົນໃຈ ແລະ ຜົນປະໂຫຍດໃຫ້ແກ່ທຸກຝ່າຍ ຊຶ່ງ ຜ່ານມາ ອາຊຽນສາມາດຮັກສາໄດ້ ບົດບາດທາງດ້ານການເມືອງ ແລະ ຄວາມເປັນແກນກາງຂອງຕົນ, ສາ ມາດສ້າງຄວາມກໍ້າເກິ່ງໃນການພົວ ພັນຮ່ວມມືພາກພື້ນ ແລະ ສາກົນ, ຊຶ່ງເປັນການປະກອບສ່ວນສົ່ງເສີມ ຄວາມເຂົ້າໃຈ ແລະ ສ້າງສະພາບ ແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ ການປົກປັກຮັກສາ ແລະ ສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືໃນພາກພື້ນ. ຜົນສໍາເລັດອັນພົ້ນເດັ່ນຂອງ ອາຊຽນ ແມ່ນການປົກປັກຮັກສາ ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ຊຶ່ງໄດ້ ເປັນເງື່ອນໄຂເອື້ອອໍານວຍໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກ ກໍຄື ຂອງພາກພື້ນ. ຜົນສໍາເລັດດັ່ງກ່າວ ມານັ້ນ ກໍຍ້ອນປັດໄຈສໍາຄັນຕ່າງໆ ໂດຍສະເພາະແມ່ນການຮ່ວມມື ຕາມ “ວິຖີທາງຂອງອາຊຽນ” ທີ່ ອີງໃສ່ລັກສະນະສະເພາະ ແລະ ຈຸດ ພິເສດຂອງພາກພື້ນ, ອີງໃສ່ການ ປຶກສາຫາລື, ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ, ຄວາມໂອບເອື້ອ ອາລີ ແລະ ການຍຶດໝັ້ນໃນບັນດາ ຫລັກການພື້ນຖານຂອງອາຊຽນ ທີ່ໄດ້ລະບຸໄວ້ໃນກົດບັດອາຊຽນ ແລະ ເອກະສານສໍາຄັນອື່ນໆຂອງ ອາຊຽນ. ຕະຫລອດໄລຍະ 28 ປີ ຂອງ ການເຂົ້າເປັນສະມາຊິກອາຊຽນ ຂອງ ສປປ ລາວ, ທຸກຂະແໜງ ການ, ຈາກສູນກາງເຖິງທ້ອງຖິ່ນ, ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມ ກັນເຄື່ອນໄຫວວຽກງານອາຊຽນ ດ້ວຍຄວາມຕັ້ງໜ້າຕາມພາລະບົດ ບາດຂອງຕົນ. ທັງນີ້, ເປັນການ ປະກອບສ່ວນເຂົ້າໃນພາລະກິດ ລວມຂອງການສ້າງປະຊາຄົມອາ ຊຽນ ກໍຄື ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ, ທັງເປັນການສ້າງ ເງື່ອນໄຂສະດວກໃຫ້ແກ່ພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດຂອງພວກເຮົາເວົ້າ ສະເພາະແມ່ນການເພີ່ມທະວີບົດ ບາດດ້ານການເມືອງ ແລະ ຄວາມ ໝັ້ນຄົງ, ການເປີດໂອກາດດ້ານ ເສດຖະກິດ-ການຄ້າ ແລະ ການ ລົງທຶນ, ການພັດທະນາດ້ານສັງຄົມ ແລະ ວັດທະນະທໍາພ້ອມທັງຍົກ ສູງບົດບາດຂອງ ສປປ ລາວ ໃຫ້ ມີຊື່ສຽງໂດ່ງດັງໃນພາກພື້ນ ແລະ ສາກົນ ອັນໄດ້ເຮັດໃຫ້ ສປປ ລາວ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຈາກບັນດາປະເທດ ສະມາຊິກອາຊຽນ ແລະ ຄູ່ຮ່ວມມື ພາຍນອກ. ສປປ ລາວ ໄດ້ຮັບໜ້າທີ່ເປັນ ປະທານໝູນວຽນອາຊຽນ ມາ ແລ້ວ 3 ຄັ້ງ ຄື: ຄັ້ງທີ 1 ໃນປີ 2004-2005 ພາຍໃຕ້ຄໍາຂວັນ: “ເສີມສ້າງຄອບຄົວອາຊຽນໃຫ້ ໝັ້ນຄົງ ແລະ ຄ່ອງຕົວດ້ວຍຄວາມ ມະຫາສາມັກຄີ, ດ້ວຍການເຊື່ອມ ໂຍງດ້ານເສດຖະກິດ ແລະ ຄວາມ ກ້າວໜ້າທາງສັງຄົມ” ຊຶ່ງໃນ ໂອກາດການເປັນປະທານຂອງ ສປປ ລາວ ເວລານັ້ນ ໄດ້ຕົກລົງ ເນື້ອໃນຫລາຍປະການເປັນຕົ້ນ ແມ່ນການຕົກລົງເປີດກອງປະຊຸມ ສຸດຍອດອາຊີຕາເວັນອອກ ແລະ ໄດ້ມີການລົງນາມຮັບຮອງເອົາ ເອກະສານທີ່ສຳຄັນຈຳນວນ 32 ສະບັບ ເຊິ່ງຖືວ່າເປັນຄັ້ງທຳອິດທີ່ ໄດ້ມີການຮັບຮອງເອົາເອກະສານ ຈຳນວນຫລາຍໃນກອງປະຊຸມສຸດ ຍອດ, ບາງເອກະສານສໍາຄັນເປັນ ຕົ້ນແມ່ນແຜນປະຕິບັດງານຄວາມ ໝັ້ນຄົງອາຊຽນ ແລະ ໂຄງການ ປະຕິບັດງານວຽງຈັນ ຊຶ່ງໄດ້ເນັ້ນ ໜັກໃສ່ການເຊື່ອມໂຍງອາຊຽນທີ່ ແນໃສ່ຜົນປະໂຫຍດຂອງບັນດາ ສະມາຊິກເກົ່າ ແລະ ໃໝ່. ໃນປີ 2016, ສປປ ລາວ ໄດ້ເປັນປະ ທານອາຊຽນ ຄັ້ງທີ 2 ພາຍໃຕ້ຄຳ ຂວັນ: “ຫັນວິໄສທັດໃຫ້ເປັນຮູບ ປະທໍາ ເພື່ອຄວາມເຂັ້ມແຂງຂອງ ປະຊາຄົມອາຊຽນ” ຊຶ່ງເປັນປີທໍາ ອິດໃນການເລີ່ມຕົ້ນປະຕິບັດວິໄສທັດ ປະຊາຄົມອາຊຽນ 2025. ໃນການ ເປັນປະທານອາຊຽນຄັ້ງທີ 2 ນີ້, ສປປ ລາວ ໄດ້ນໍາພາອາຊຽນ ສືບ ຕໍ່ຂະບວນການສ້າງປະຊາຄົມອາ ຊຽນ ໃຫ້ມີຄວາມເຂັ້ມແຂງເນັ້ນໃສ່ ການຜັນຂະຫຍາຍຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025, ການຮັດແຄບຄວາມແຕກໂຕນດ້ານ ການພັດທະນາ ແລະ ໄດ້ຮັບຮອງ ເອົາເອກະສານສໍາຄັນເຊັ່ນ: ແຜນ ແມ່ບົດວ່າດ້ວຍການເຊື່ອມຈອດ ອາຊຽນ 2025 ແລະ ແຜນງານຂໍ້ໍ ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3. ໃນປີ 2024 ຜ່ານມາ, ສປປ ລາວ ກໍໄດ້ຮັບກຽດເປັນປະທານອາ ຊຽນເປັນຄັ້ງທີ 3 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ການ ເປັນປະທານອາຊຽນຂອງ ສປປ ລາວ ໄດ້ຮັບຜົນສໍາເລັດຢ່າງຈົບ ງາມໂດຍສະເພາະໄດ້ຮັດແໜ້ນການ ຮ່ວມມືພາຍໃຕ້ 3 ເສົາຄໍ້າປະຊາຄົມ ອາຊຽນ ເພື່ອເສີມສ້າງປະຊາຄົມ ອາຊຽນໃຫ້ເຂັ້ມແຂງ. ໃນປີ 2024 ແມ່ນປີທີ່ອາຊຽນ ພວມຂຸ້ນຂ້ຽວ ເລັ່ງສ້າງແຜນຍຸດທະສາດຂອງ ທັງສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດວ່າດ້ວຍ ການເຊື່ອມຈອດອາຊຽນ ເພື່ອປ່ຽນ ແທນບັນດາແຜນແມ່ບົດຂອງສາມ ເສົາຄໍ້າປະຊາຄົມ ແລະ ແຜນແມ່ບົດ ວ່າດ້ວຍການເຊື່ອມຈອດອາຊຽນ, ສປປ ລາວ ໃນນາມປະທານອາ ຊຽນ ປີ 2024 ກໍໄດ້ເປັນປະທານ ຮ່ວມກັບມາເລເຊຍ ເພື່ອນໍາພາເລັ່ງ ການສ້າງບັນດາແຜນຍຸດທະສາດ ດັ່ງກ່າວໃຫ້ສໍາເລັດ ເພື່ອໃຫ້ທັນ ຮັບຮອງເອົາໃນໄລຍະການເປັນ ປະທານອາຊຽນຂອງມາເລເຊຍ. ພ້ອມນີ້, ກໍໄດ້ຮັບຮອງເອົາເອກະ ສານສໍາຄັນເຊັ່ນ: ຖະແຫລງການຜູ້ ນໍາອາຊຽນວ່າດ້ວຍການສ້າງແຜນ ຍຸດທະສາດ ເພື່ອຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2045 ແລະ ຖະແຫລງການຜູ້ນໍາອາຊຽນ ວ່າດ້ວຍການເພີ່ມທະວີການເຊື່ອມ ຈອດຕ່ອງໂສ້ການສະໜອງ. ສໍາລັບປີນີ້, ກໍເປັນປີທີ່ມີຄວາມ ໝາຍສໍາຄັນສໍາລັບອາຊຽນ ເນື່ອງ ຈາກເປັນປີສຸດທ້າຍທີ່ອາຊຽນ ຈັດ ຕັ້ງປະຕິບັດວິໄສທັດປະຊາຄົມອາ ຊຽນ 2025 ແລະ ບັນດາແຜນແມ່ ບົດຂອງທັງສາມເສົາຄໍ້າປະຊາຄົມ ອາຊຽນ ແລະ ແຜນແມ່ບົດວ່າດ້ວຍ ການເຊື່ອມຈອດອາຊຽນ ທີ່ກໍາລັງ ຈະໝົດວາລະໃນທ້າຍປີ 2025 ນີ້ ໃຫ້ສໍາເລັດຕາມຄາດໝາຍ. ພ້ອມ ນີ້, ຜູ້ນໍາອາຊຽນ ກໍໄດ້ຮັບຮອງເອົາ ວິໄສທັດປະຊາຄົມອາຊຽນ 2045 ແລະ ບັນດາແຜນຍຸດທະສາດຂອງ ສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດ ອາຊຽນ ໃນໂອກາດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 46 ໃນ ເດືອນພຶດສະພາ 2025 ທີ່ ກົວລາ ລໍາເປີ, ປະເທດມາເລເຊຍ. ວິໄສທັດ ປະຊາຄົມອາຊຽນສະບັບໃໝ່ນີ້ ເປັນ ການກໍານົດທິດທາງໃນການຮ່ວມມື ຂອງອາຊຽນ ແນໃສ່ສ້າງອາຊຽນ ໃຫ້ມີຄວາມເຂັ້ມແຂງ, ມີນະວັດຕະ ກໍາ, ຄ່ອງແຄ້ວ ແລະ ປະຊາຊົນເປັນ ໃຈກາງສໍາລັບໄລຍະ 20 ປີຕໍ່ໜ້າ. ບັນດາທ່ານທີ່ນັບຖື ແລະ ຮັກ ແພງ, ໃນຕໍ່ໜ້າເຫັນວ່າສະພາບການ ພາກພື້ນ ແລະ ສາກົນ ຍັງຈະສືບຕໍ່ ມີການຜັນແປໄປຢ່າງສັບສົນ ແລະ ບໍ່ມີຄວາມແນ່ນອນ. ສະນັ້ນ, ອາ ຊຽນ ຈະຕ້ອງໄດ້ສືບຕໍ່ຮ່ວມມືກັນ ເພື່ອເສີມຂະຫຍາຍຜົນສໍາເລັດທີ່ ຍາດມາໄດ້ ເພື່ອຮັບປະກັນວ່າ ພວກ ເຮົາສາມາດສ້າງປະຊາຄົມທີ່ມີ ຄວາມເຂັ້ມແຂງ, ເພີ່ມທະວີການ ເຊື່ອມໂຍງ-ເຊື່ອມຈອດຂອງພາກ ພື້ນໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ເສີມຂະຫຍາຍການພົວພັນກັບຄູ່ ຮ່ວມມືພາຍນອກທີ່ມີທ່າແຮງ. ພ້ອມ ນັ້ນ, ອາຊຽນ ຈະຕ້ອງສືບຕໍ່ສົ່ງເສີມ ບັນດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມ ໃຫ້ມີຄວາມເຂັ້ມແຂງ, ສົ່ງເສີມ ບົດບາດຄວາມສໍາຄັນ ແລະ ຄວາມ ເປັນແກນກາງຂອງອາຊຽນໃນໂຄງ ສ້າງພາກພື້ນທີ່ພວມຜັນແປ. ດ້ວຍ ເຫດນີ້, ສປປ ລາວ ສະໜັບສະໜູນ ການເປັນປະທານອາຊຽນຂອງ ມາເລເຊຍ ປີ 2025 ພາຍໃຕ້ຄໍາ ຂວັນ: “ການມີສ່ວນຮ່ວມຢ່າງທົ່ວ ເຖິງ ແລະ ຍືນຍົງ”. ຂ້າພະເຈົ້າຂໍຖືໂອກາດນີ້ສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ບັນດາ ປະເທດສະມາຊິກອາຊຽນ, ຄູ່ເຈລະ ຈາອາຊຽນ ກໍຄື ບັນດາຄູ່ຮ່ວມມື ພາຍນອກ ແລະ ບັນດາປະເທດ ເພື່ອນມິດ ແລະ ອົງການຈັດຕັ້ງ ພາກພື້ນ ແລະ ສາກົນ ທີ່ໄດ້ໃຫ້ການ ຮ່ວມມື, ຊ່ວຍເຫລືອ ແລະ ສະໜັບ ສະໜູນ ສປປ ລາວ ໃນໄລຍະຜ່ານ ມາ, ລວມທັງການເປັນປະທານອາ ຊຽນ ຂອງ ສປປ ລາວ ທັງສາມ ຄັ້ງຜ່ານມາ. ບັນດາທ່ານ, ພໍ່ແມ່ພີ່ນ້ອງທີ່ຮັກ ແພງທັງຫລາຍ, ຜົນສຳເລັດທັງໝົດທີ່ສປປ ລາວ ພວກເຮົາຍາດມາໄດ້ຕະຫລອດໄລ ຍະທີ່ເປັນສະມາຊິກອາຊຽນ ກໍຍ້ອນ ໄດ້ຮັບການຊີ້ນຳ-ນຳພາ ຢ່າງແທດ ເຖິງຂອງການນໍາພັກ-ລັດ ແລະ ຍ້ອນຄວາມເປັນເຈົ້າການຂອງ ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນລາວບັນດາເຜົ່າ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ, ເຕັມສ່ວນ ແລະ ມີປະສິດທິພາບ ສູງເຂົ້າໃນວຽກງານອາຊຽນ. ໃນ ໂອກາດນີ້, ຂ້າພະເຈົ້າຂໍຕາງໜ້າໃຫ້ ລັດຖະບານສະແດງຄວາມຂອບໃຈ ຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງເລິກ ເຊິ່ງ ແລະ ຍ້ອງຍໍຊົມເຊີຍຕໍ່ການ ຮ່ວມມື, ຊ່ວຍເຫລືອ, ສະໜັບສະໜູນ ແລະ ການປະກອບສ່ວນຂອງທຸກ ພາກສ່ວນຢ່າງສຸດໃຈ. ຂ້າພະເຈົ້າຂໍຖືໂອກາດນີ້ ສົ່ງ ພອນໄຊອັນປະເສີດມາຍັງບັນດາ ທ່ານການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫລວດແລະຕະຫລອດ ຮອດພີ່ນ້ອງຊາວລາວທຸກຖ້ວນໜ້າ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມ ຜາສຸກ ແລະ ປະສົບຜົນສໍາເລັດໃນ ໜ້າທີ່ວຽກງານອັນມີກຽດສະຫງ່າ ຂອງທ່ານ ແລະ ຮ່ວມກັນສະເຫລີມ ສະຫລອງວັນອາຊຽນ ຄົບຮອບ 58 ປີ ແລະ ຄົບຮອບ 28 ປີ ຂອງການ ເຂົ້າເປັນສະມາຊິກອາຊຽນຂອງ ສປປ ລາວ ຢ່າງມີເນື້ອໃນ ແລະ ມີ ຄວາມໝາຍ. ນານໃນອາຊຽນ. ຂ້າພະເຈົ້າຂໍ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຢື້ຢາມຖາມ ຂ່າວອັນອົບອຸ່ນ ແລະ ສົ່ງພອນໄຊ ອັນປະເສີດມາຍັງບັນດາທ່ານ ຜູ້ນໍາ ພັກ-ລັດ, ພະນັກງານ, ທະຫານ, ຕໍາ ຫລວດ ແລະ ພີ່ນ້ອງຊາວລາວ ທຸກ ຖ້ວນໜ້າທັງພາຍໃນ ແລະ ຕ່າງ ປະເທດ, ກໍຄື ຊາວຕ່າງປະເທດ ທີ່ ພວມປະຕິບັດໜ້າທີ່ ແລະ ດໍາລົງ ຊີວິດຢູ່ ສປປ ລາວ. ບັນດາທ່ານ ແລະ ພໍ່ແມ່ພີ່ນ້ອງ ທີ່ຮັກແພງທັງຫລາຍ, ວັນສ້າງຕັ້ງອາຊຽນເປັນໂອ ກາດທີ່ພວກເຮົາຈະໄດ້ທວນຄືນຜົນ ສໍາເລັດລວມທີ່ອາຊຽນຍາດມາໄດ້ ເພື່ອປົກປັກຮັກສາສັນຕິພາບ, ສະ ຖຽນລະພາບ ແລະ ຄວາມສົມບູນ ພູນສຸກຂອງ ພາກພື້ນ. ນັບແຕ່ໄດ້ ຮັບການສ້າງຕັ້ງຂຶ້ນໃນປີ 1967, ອາຊຽນ ທີ່ເປັນອົງການຈັດຕັ້ງ ພາກພື້ນລະຫວ່າງລັດຖະບານທີ່ມີ ຄວາມຫລາກຫລາຍ, ໄດ້ຂະຫຍາຍ ສະມາຊິກເປັນ 10 ປະເທດ ໃນ ປັດຈຸບັນ ແລະ ຄາດວ່າຈະໄດ້ຕ້ອນ ຮັບເອົາຕີມໍແລັດສະເຕ ເຂົ້າເປັນສະ ມາຊິກສົມບູນຂອງອາຊຽນ ໃນ ເດືອນຕຸລາ 2025 ນີ້. ຕະຫລອດໄລຍະ 58 ປີ ຜ່ານມາ, ອາຊຽນ ໄດ້ສະແດງໃຫ້ເຫັນຄວາມ ເຂັ້ມແຂງໃນການຮັບມືກັບສິ່ງທ້າ ທາຍຕ່າງໆ ແລະ ໄດ້ປັບຕົວເພື່ອ ການຂະຫຍາຍຕົວ ໂດຍສອດຄ່ອງ ກັບສະພາບການຂອງພາກພື້ນ ແລະ ສາກົນ ທີ່ມີການປ່ຽນແປງໄປແຕ່ລະ ໄລຍະ ໂດຍຄໍານຶງເຖິງຄວາມຫລາກ ຫລາຍທາງດ້ານວັດທະນະທໍາ, ສາສະໜາ, ພາສາ, ລະບົບການ ເມືອງ ແລະ ລະດັບການພັດທະນາ ຕໍ່ຈາກໜ້າ

RkJQdWJsaXNoZXIy MTc3MTYxMQ==