7089

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ບິມໂບ ສີສະຫວັດ xtgmf]k; 6 11/08/2025 glf4tdy f{la '7q , ;y mu gIa f.sh ]6 dlts]kf 8A 'c8j 16 j .omh v'c,j ຮຽບຮຽງໂດຍ: ແສງສະຫວັນ ລູກເກີດມາ ຈະສະຫລາດໄດ້ ນັ້ນ ສຳຄັນແມ່ນຕ້ອງມາຈາກແມ່ ແລະ ພຶດຕິກຳການກະທຳຂອງ ແມ່, ນອກນັ້ນ ການກິນກໍມີສ່ວນ ຊ່ວຍເຮັດໃຫ້ລູກແຂງແຮງ ແລະ ສະ ຫລາດໄດ້ ເຊິ່ງຜູ້ເປັນແມ່ສາມາດ ກະຕຸ້ນໃຫ້ລູກມີຄວາມສະຫລາດ ຕັ້ງແຕ່ຢູ່ໃນທ້ອງແມ່ໄດ້ ໂດຍການ ລົມກັບລູກເພື່ອກະຕຸ້ນຄວາມຄິດ ສ້າງສັນ: ການລົມກັບລູກທີ່ຢູ່ໃນ ທ້ອງ ເປັນເຄັດລັບທີ່ສຳຄັນ ທີ່ເຮັດ ໃຫ້ລູກສະຫລາດຕັ້ງແຕ່ຍັງຢູ່ໃນ ທ້ອງແມ່, ສຽງຂອງແມ່ ຈະສົ່ງ ຜ່ານໄປຫາປະສາດຂອງລູກນ້ອຍ ເພື່ອປູພື້ນຖານການໄດ້ຍິນ, ການ ຮັບຮູ້, ການແຍກສຽງ ເຮັດໃຫ້ລູກ ໃນທ້ອງມີທັກສະດ້ານພາສາ ແລະ ສື່ສານຕັ້ງແຕ່ຍັງບໍ່ທັນເກີດ ເພາະ ສຽງແມ່ມີປະສິດທິພາບຫລາຍ ທີ່ສຸດ ຖ້າເຮັດແບບນີ້ໄດ້ຕະຫລອດ ທຸກມື້ ລະຫວ່າງຖືພາ ຈະເປັນການ ສ້າງຄວາມສະຫລາດໃຫ້ລູກໄດ້ ແບບງ່າຍໆ. ສຳຜັດທ້ອງ ລູກຈະຕອບສະ ໜອງເກັ່ງ: ການລູບທ້ອງແຮງໆລູບ ເປັນວົງມົນ ຈາກລຸ່ມຂຶ້ນເທິງ ຫລື ຈາກເທິງລົງລຸ່ມກໍໄດ້ ເພື່ອກະຕຸ້ນ ການສຳຜັດໃຫ້ລູກນ້ອຍໄດ້ຮຽນ ຮູ້ການສື່ສານຜ່ານຜິວໜັງ ແລະ ມົດລູກຂອງແມ່ ໂດຍເຮັດໄດ້ຕັ້ງແຕ່ ຫລັງອາທິດທີ 8 ເປັນຕົ້ນໄປ ເພາະ ລູກເລີ່ມໄວຕໍ່ການສຳຜັດ ແລະ ເຄື່ອນໄຫວໄດ້ແລ້ວ. ແມ່ອອກກຳລັງກາຍ ລູກໄດ້ຮັບ ຜົນດີ: ການອອກກໍາລັງກາຍໃຫ້ພໍດີ ກັບແມ່ທີ່ຖືພາ ດ້ວຍການສໍາຫລວດ ຄວາມພ້ອມຂອງຕົວເອງ ຫລື ປຶກ ສາແພດໝໍ ເຖິງວິທີທີ່ເໝາະສົມ ຂອງແຕ່ລະຄົນ ແລະ ເລືອກອອກ ກຳລັງກາຍແບບເບົາໆ ໃຫ້ເປັນ ກິດຈະກຳປະຈຳວັນມື້ລະ 20-30 ນາທີ ຊ່ວຍໃຫ້ຫົວໃຈຂອງແມ່ເຮັດ ວຽກໄດ້ດີ, ເລືອດໄຫລວຽນດີ, ຮ່າງກາຍແຂງແຮງ ທີ່ສຳຄັນຄື ເພີ່ມການພັດທະນາສະໝອງໃຫ້ລູກ ທີ່ເຄື່ອນໄຫວໄປກັບແມ່. ກິນໄຂ່ມື້ລະໜ່ວຍ ບຳລຸງສະ ໝອງຕັ້ງແຕ່ຢູ່ໃນທ້ອງ: ແມ່ຍິງທີ່ຖື ພາ ຄວນກິນໄຂ່ມື້ລະໜ່ວຍ ເພາະ ເປັນແຫລ່ງໂປຣຕີນທີ່ດີຫລາຍ ໄຂ່ 1 ໜ່ວຍ ມີໂປຣຕີນ 6 ກຣາມ ມີ ວິຕາມິນຕ່າງໆ ທັງວິຕາມິນ ເບ, ເບ 12, ເຊ, ເດ ແລະ ອື່ນໆເຖິງ 9 ຊະ ນິດ ລວມເຖິງໂອເມກ້າ 3 ນຳອີກ ເຊິ່ງທັງໝົດນັ້ນ ຈະຊ່ວຍບຳລຸງສະ ໝອງລູກໃນທ້ອງໃຫ້ສ້າງເຍື່ອຫຸ້ມ ສະໝອງໄດ້ດີ ສົ່ງຜົນໃຫ້ສະໝອງ ແລະ ລະບົບປະສາດແຂງແຮງ. ເນື່ອງໃນໂອກາດວັນສ້າງ ຕັ້ງສື່ມວນຊົນແຫ່ງຊາດ ແລະ ວັນ ພິມຈຳໜ່າຍຄົບຮອບ 75 ປີ (13 8 1950-13 8 2025)ໄດ້ ໝູນວຽນມາຮອດອີກເທື່ອໜຶ່ງ ໃນ ບໍ່ພໍເທົ່າໃດມື້ຂ້າງໜ້ານີ້ “ຄໍລຳ ຊີວິດ-ກົດໝາຍ” ໜັງສືພິມປະເທດ ລາວ ຂໍມານຳສະເໜີກົດໝາຍ ວ່າ ດ້ວຍສື່ມວນຊົນ ໃນໝວດ II ປະເພດ ແລະ ລັກສະນະຂອງສື່ມວນຊົນໃຫ້ ພວກເຮົາໄດ້ຮັບຮູ້ ທັງເປັນການຂໍ່າ ນັບຊົມເຊີຍວັນສື່ມວນຊົນ ແລະ ວັນ ພິມຈຳໜ່າຍໄປພ້ອມໆກັນ. ຢູ່ໃນໝວດທີ II; ປະເພດ ແລະ ລັກສະນະຂອງສື່ມວນຊົນ ມາດຕາ 6. ປະເພດຂອງສື່ມວນ ຊົນ; ສື່ມວນຊົນ ແບ່ງອອກເປັນ ສອງປະເພດຄື: ສື່ສິ່ງພິມ ແລະ ສື່ ເອເລັກໂຕຣນິກ ທີ່ເຮັດເປັນພາສາ dq f\kp;j kfh ;p lnj ,;o-q o ລາວ, ພາສາຊົນເຜົ່າ ແລະ ພາສາ ຕ່າງປະເທດ. ມາດຕາ 7. ສື່ສິ່ງພິມ; ສື່ສິ່ງພິມ ແມ່ນພາຫະນະໂຄສະນາ ທີ່ເປັນ ແຜ່ນເຈ້ຍ ຊຶ່ງບັນຈຸຂໍ້ມູນຂ່າວສານ ດ້ວຍຕົວໜັງສື ຫລື ຮູບພາບ ໂດຍ ມີຊື່ສະເພາະ. ສື່ສິ່ງພິມອາດຈະຈຳ ໜ່າຍເປັນລາຍວັນ ຫລື ເປັນໄລຍະ ຊຶ່ງປະກອບດ້ວຍໜັງສືພິມ, ວາລະ ສານ, ໃບຂ່າວສານ, ຈົດໝາຍເຫດ. ມາດຕາ 8. ສື່ເອເລັກໂຕຣນິກ; ສື່ເອເລັກໂຕຣນິກ ແມ່ນພາຫະນະ ໂຄສະນາ ດ້ວຍການສ້າງເປັນລາຍ ການວິທະຍຸ, ລາຍການໂທລະພາບ ຫລື ລາຍການອິນເຕີເນັດປະເພດ ຕ່າງໆ ແລ້ວກະຈາຍອອກຜ່ານ ເຄື່ອງສົ່ງທາງສາຍ, ທາງອາກາດ ຫລື ຄື້ນຄວາມຖີ່. ສື່ເອເລັກໂຕຣນິກ ປະກອບດ້ວຍ ວິທະຍຸກະຈາຍສຽງ, ໂທລະພາບ, ໂທລະໂຄ່ງ ແລະ ອິນ ເຕີເນັດ. ມາດຕາ 9. ລັກສະນະຂອງສື່ ມວນຊົນລາວ ສື່ມວນຊົນລາວ ມີ ລັກສະນະຕົ້ນຕໍດັ່ງນີ້: 1.ລັກສະນະຕົວຈິງ; 2. ລັກສະ ນະສຶກສາອົບຮົມ; 3. ລັກສະນະ ຈັດຕັ້ງຊີ້ນຳ; 4. ລັກສະນະຕໍ່ສູ້. ມາດຕາ 10. ລັກສະນະຕົວຈິງ; ເນື້ອໃນ ແລະ ຮູບການ ຂອງສື່ມວນ ຊົນລາວທຸກປະເພດ ຕ້ອງພາວະ ວິໄສ, ຖືກຕ້ອງຕາມຄວາມເປັນຈິງ, ຊັດເຈນ, ວ່ອງໄວທັນການ ແລະ ສອດຄ່ອງກັບສິດຜົນປະໂຫຍດ ຂອງຊາດ ແລະ ປະຊາຊົນ. ມາດຕາ 11. ລັກສະນະສຶກສາ ອົບຮົມ; ເນື້ອໃນແລະຮູບການຂອງ ສື່ມວນຊົນລາວທຸກປະເພດ ຕ້ອງ ແນໃສ່ສຶກສາອົບຮົມ, ໂຄສະນາ, ເຜີຍແຜ່ແນວທາງນະໂຍບາຍຂອງ ພັກ, ລະບຽບກົດໝາຍຂອງລັດ, ຄວາມຮູ້ດ້ານຕ່າງໆ, ສົ່ງເສີມວຽກ ດີຄົນເດັ່ນ, ປຸກລະດົມນ້ຳໃຈຮັກ ຊາດ, ເຕົ້າໂຮມຄວາມສາມັກຄີເປັນ ປຶກແຜ່ນຂອງທົ່ວປວງຊົນ, ເສີມ ຂະຫຍາຍມູນເຊື້ອອັນດີງາມຂອງ ຊາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ມາດຕາ 12. ລັກສະນະຈັດຕັ້ງ ຊີ້ນຳ; ເນື້ອໃນ ແລະ ຮູບການ ຂອງ ສື່ມວນຊົນລາວທຸກປະເພດຕ້ອງແນ ໃສ່ປຸກລະດົມ, ຈັດຕັ້ງ, ຊີ້ນຳ ມະຫາ ຊົນປະຕິບັດແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງ ລັດ, ແຜນພັດທະນາເສດຖະກິດສັງຄົມ ແລະ ແນະນໍາ, ອະທິບາຍ, ໃຫ້ຄວາມກະຈ່າງແຈ້ງຕໍ່ຫາງສຽງ ສັງຄົມຢ່າງຖືກຕ້ອງ. ມາດຕາ 13. ລັກສະນະຕໍ່ສູ້; ເນື້ອໃນ ແລະ ຮູບການ ຂອງສື່ມວນ ຊົນລາວທຸກປະເພດ ຕ້ອງປົກປ້ອງ ຄວາມຖືກຕ້ອງຂອງແນວທາງ ນະໂຍບາຍຂອງພັກ, ລະບຽບກົດ ໝາຍຂອງລັດ, ຕໍານິວິຈານ ປາກົດ ການລະເມີດລະບຽບກົດໝາຍ, ສິ່ງ ຫຍໍ້ທໍ້ໃນສັງຄົມ ແລະ ຕອບຕ້ານ ຖ້ອຍທໍານອງທີ່ບິດເບືອນ, ໃສ່ຮ້າຍ ປ້າຍສີ ທີ່ສ້າງຄວາມເສື່ອມເສຍຕໍ່ ກຽດສັກສີ, ຜົນປະໂຫຍດຂອງຊາດ ແລະ ປະຊາຊົນ. 7totde,tdko,kf8t4kodkomj v'mj P;vk-Po xtg,u o 3I'cI, c]t g,n v'mj v'mj P; ltvkf vk-Po 16j g,n v''vp ເມືອງງອຍ ແຂວງຫລວງພະ ບາງ ເປັນເມືອງທີ່ງຽບສະຫງົບ, ມີສະເໜ່ເໝາະສຳລັບ ການທ່ອງ ທ່ຽວແບບສຳຜັດ ກັບທຳມະຊາດ ແລະ ວິຖີການດຳລົງຊີວິດ ຂອງ ປະຊາຊົນບັນດາເຜົ່າ, ເປັນເມືອງ ທີ່ຕັ້ງຢູ່ແຄມແມ່ນໍ້າອູ, ອ້ອມຮອບ ດ້ວຍພູຜາ ປ່າໄມ້ ແລະ ທຳມະຊາດ ທີ່ສວຍສົດງົດງາມ, ເປັນສະຖານທີ່ ທ່ອງທ່ຽວໜຶ່ງ ທີ່ນັກທ່ອງທ່ຽວ ພາຍໃນແລະຕ່າງປະເທດໃຫ້ຄວາມ ສົນໃຈ ທີ່ສຸດອີກແຫ່ງໜຶ່ງ. ເມືອງ ງອຍ ຕັ້ງຢູ່ແຄມນໍ້າອູ ທາງທິດຕາ ເວັນຕົກສຽງເໜືອຂອງແຂວງ ຫລວງພະບາງ ຊຶ່ງນັກທ່ອງທ່ຽວ ສ່ວນຫລາຍ ຈະເດີນທາງຈາກ ຫລວງພະບາງ ໄປປະມານ 140 ກິໂລແມັດ ແລະ ໃຊ້ເວລາເດີນທາງ ດ້ວຍລົດປະມານ 3 ຊົ່ວໂມງ ຈົນ ຮອດ ເມືອງໜອງຂຽວ (ເທສະ ບານເມືອງງອຍປັດຈຸບັນ ). ເມືອງງອຍ ເປັນອີກສະຖານທີ່ ທ່ອງທ່ຽວທີ່ງົດງາມ, ບັນຍາກາດ ສົດຊື່ນ ແລະ ມີສະຖານທີ່ທ່ອງທ່ຽວ ຫລາຍແຫ່ງ ທີ່ໄດ້ຮັບຄວາມສົນໃຈ ເຊັ່ນ: ຜາຊົມນາງ, ຜາແດງ, ຖໍ້າ ຜາຖອກ ແລະ ອື່ນໆ. ແຕ່ໃນນີ້ສິ່ງ ທີ່ດຶງດູດໃຈນັກທ່ອງທ່ຽວ ໃຫ້ຫລົງ ໄຫລທີ່ສຸດ ແມ່ນການຂີ່ເຮືອລ່ອງ ໄປຕາມລໍານໍ້າອູ ຊົມທຳມະຊາດ ພູ ຫີນປູນທີ່ສວຍງາມ ຊຶ່ງຕະຫລອດ ໄລຍະການລ່ອງເຮືອ ຈະໄດ້ຊົມວິຖີ ການດຳລົງຊີວິດຂອງປະຊາຊົນ ທີ່ ອາໄສຕາມແຄມນໍ້າອູ ແບບລຽບ ງ່າຍ ແຕ່ແຝງດ້ວຍມົນສະເໜ່ທີ່ດຶງ ດູດຈິດໃຈ ໂດຍສະເພາະແມ່ນການ ຊອກຢູ່ຫາກິນ ຕາມລໍາແມ່ນໍ້າອູ ທີ່ ເໝືອນສາຍນໍ້າ ຫລໍ່ລ້ຽງຜູ້ຄົນ ແລະ ສິ່ງມີຊີວິດໃນເມືອງແຫ່ງນີ້ ແລະ ຫວ່າງມໍ່ໆມານີ້, ຄະນະກຳມະ ການມາດຕະຖານການທ່ອງທ່ຽວ ອາຊຽນ ຂັ້ນແຂວງຫລວງພະ ບາງ ໄດ້ລົງສົມທົບກັບຫ້ອງການ ວັດທະນະທຳ ແລະ ການທ່ອງທ່ຽວ ເມືອງງອຍ ເພື່ອປະເມີນມາດຕະ ຖານໂຮງແຮມ ຂຽວ ອາຊຽນ 3 ແຫ່ງ ແລະ ເມືອງທ່ອງທ່ຽວ ສະ ອາດອາຊຽນຢູ່ພາຍໃນເມືອງງອຍ ເຊິ່ງເປັນການຊຸກຍູ້ໃຫ້ບັນດາໂຮງ ແຮມຢູ່ເມືອງດັ່ງກ່າວ ມີການປະຕິ ບັດງານຢ່າງເປັນມືອາຊີບ, ມີແຜນ ຮັກສາສິ່ງແວດລ້ອມ, ການນຳໃຊ້ ຜະລິດຕະພັນຂຽວ, ການຄຸ້ມຄອງ ສິ່ງແວດລ້ອມທີ່ຈະຊ່ວຍໃຫ້ສິ່ງ ແວດລ້ອມສະອາດ ລວມເຖິງປະຊາ ຊົນທ້ອງຖິ່ນ ໄດ້ຮັບຜົນປະໂຫຍດ ຈາກການປະຕິບັດງານຢ່າງເປັນ ມືອາຊີບ. ເພື່ອສະເໜີຂໍຮັບລາງວັນມາດ ຕະຖານການທ່ອງທ່ຽວ ອາຊຽນ ໃນປີ 2026 ຈະມາເຖິງນີ້. ໂດຍ ປະຕິບັດຕາມເກນເງື່ອນໄຂຫລັກ ຂອງມາດຕະຖານ ແລະ ຕົວຊີ້ວັດ ຂອງມາດຕະຖານໂຮງແຮມ ຂຽວ ອາຊຽນ ປະກອບມີ 11 ເງື່ອນໄຂ ຫລັກ ແລະ 30 ຕົວຊີ້ວັດຍ່ອຍ, ພ້ອມ ທັງມາດຕະຖານເມືອງທ່ອງທ່ຽວ ສະອາດ ອາຊຽນ ປະກອບມີ 7ຕົວ ຊີ້ບອກຫລັກ, 28 ຕົວຊີ້ບອກຍ່ອຍ ແລະ 108 ເງື່ອນໄຂ. ສໍາລັບເມືອງງອຍ ມີໂຮງແຮມ, ຣີສອດ, ບ້ານພັກ ແລະ ຮ້ານອາ ຫານ 79 ແຫ່ງ.ໃນນີ້ມີຣີສອດ 5 ຫົວໜ່ວຍ, ເຮືອນພັກ 32 ຫົວໜ່ວຍ, ໂຮມສະເຕ 7 ບ້ານ, ຮ້ານອາຫານ 35 ຫົວໜ່ວຍ, ນອກນີ້ຍັງມີສາຂາ ບໍລິສັດນໍາທ່ຽວ 1 ຫົວໜ່ວຍ ແລະ ໜ່ວຍບໍລິການນໍາທ່ຽວ 18 ຫົວ ໜ່ວຍ ເຊິ່ງທັງໝົດໃນນັ້ນ ມີ 3 ແຫ່ງ ທີ່ຖືກປະເມີນຕາມເງື່ອນໄຂ ມາດຕະຖານໂຮງແຮມ ຂຽວ ອາ ຊຽນ 3 ແຫ່ງ ແລະ ເມືອງທ່ອງ ທ່ຽວ ສະອາດອາຊຽນ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==