11/08/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຮອງນາຍົກລັດຖະມົນຕີ ເນັ້ນ... ອົງຄະນະພັກ ສມປຊ... ຄະນະບໍລິຫານງານ... ຄູ-ອາຈານ, ນັກສຶກສາພາຍໃນ ສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ເຂົ້າຮ່ວມ. ໃນນັ້ນ, ສະມາຊິກພັກສົມບູນເຂົ້າຮ່ວມທັງໝົດ 173ສະຫາຍ, ຍິງ 75ສະຫາຍ ແລະ ແຂກຖືກເຊີນ 33 ສະຫາຍ. ສະຫາຍ ພູວົງ ອຸ່ນຄຳແສນ ໄດ້ ກ່າວເປີດກອງປະຊຸມໃຫຍ່, ພ້ອມທັງ ຜ່ານຮ່າງລາຍງານການເມືອງຂອງ ຄະນະບໍລິຫານງານພັກສະໄໝທີ V ໂດຍສະຫາຍໄດ້ເນັ້ນໜັກວ່າ: ກອງ ປະຊຸມໃຫຍ່ສະມາຊິກພັກຄັ້ງທີ VI ຂອງອົງຄະນະພັກ ສມປຊ ເປັນກອງ ປະຊຸມທີ່ມີຄວາມໝາຍສຳຄັນຍິ່ງໃນ ຊີວິດການເມືອງຂອງພັກ ກໍຄື ຂອງ ສມປຊ, ເປັນການປະຕິບັດຫລັກການ ຈັດຕັ້ງ, ແບບແຜນນຳພາວິທີເຮັດ ວຽກ, ເປັນບັ້ນດຳເນີນຊີວິດການ ເມືອງພາຍໃນຄະນະພັກ, ສະມາຊິກ ພັກທົ່ວສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຮອງ ເອົາບົດລາຍງານການເມືອງ ແລະ ບົດສຳຫລວດການນຳພາລວມຂອງ ຄະນະພັກ ຊຸດທີVແລະ ແຜນພັດທະ ນາສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ ໄລຍະ 20262030. ໃນນັ້ນ, ໄດ້ຕີລາຄາດ້ານ ດີ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນ ການນຳພາ-ຊີ້ນຳ ແລະ ການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ໃນ 5 ປີຜ່ານມາ, ກອງປະຊຸມຍັງໄດ້ ເປັນເອກະສັນກັນຮັບຮອງທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດ ສຸມໃນ 5 ປີຕໍ່ໜ້າ (2026-2030). ໃນໄລຍະ 5 ປີຜ່ານມາ, ສະຖານ ບັນການເມືອງ ແລະ ການປົກຄອງ ແຫ່ງຊາດຍາດໄດ້ຜົນງານພົ້ນເດັ່ນ ຫລາຍດ້ານ. ໃນນັ້ນ, ດ້ານການ ເມືອງ-ແນວຄິດ ເຊິ່ງຍາມໃດກໍຖື ວຽກງານດັ່ງກ່າວ ເປັນວຽກງານ ກົກ, ເປັນວຽກບຸລິມະສິດສຳຄັນ ອັນດັບໜຶ່ງໃນການຈັດຕັ້ງ ແລະ ການເຄື່ອນໄຫວນຳພາຂອງຕົນ, ຈັດຕັ້ງເຊື່ອມຊຶມບັນດາເອກະສານ ທີ່ສໍາຄັນຂອງພັກ-ລັດ ມີຫລາຍ ກວ່າ 51 ເອກະສານ, ມີຜູ້ເຂົ້າຮ່ວມ 10.490 ເທື່ອສະຫາຍ; ດ້ານການ ຮຽນ-ການສອນ ໄດ້ເອົາໃຈໃສ່ນໍາ ພາ-ຊີ້ນໍາປ່ຽນແປງໃໝ່ເນື້ອໃນ, ຫລັກສູດ, ວິທີການສິດສອນທິດສະດີ ການເມືອງ ແນໃສ່ຍົກສູງຄຸນນະພາບ ການກໍ່ສ້າງ, ບໍາລຸງພະນັກງານນໍາ ພາສືບທອດປ່ຽນແທນ, ພະນັກງານ ນຳພາ-ຄຸ້ມຄອງຂັ້ນກາງ, ຂັ້ນສູງ ໃນລະບົບການເມືອງ ໂດຍໄດ້ພັດທະ ນາຫລັກສູດຂັ້ນກາງ ແລະ ຂັ້ນສູງ, ຫລັກສູດຝຶກອົບຮົມຕາມຫົວຂໍ້ສະ ເພາະ ແລະ ພັດທະນາຫລັກສູດລະບົບ ກໍ່ສ້າງປະລິນຍາໂທການເມືອງ-ການ ປົກຄອງ 7 ສາຂາວິຊາ (ສ້າງ ໃໝ່); ສ້າງຫລັກສູດປະລິນຍາເອກ 4 ສາຂາວິຊາ (ສາຂາປັດຊະຍາ, ສາຂາເສດຖະສາດການເມືອງ, ສາຂາກໍ່ສ້າງພັກ ແລະ ສາຂາການ ປົກຄອງ) ເຊິ່ງໄດ້ຮັບອະນຸມັດໃຫ້ ຈັດຕັ້ງປະຕິບັດຈາກກະຊວງສຶກສາ ທິການ ແລະ ກິລາແລ້ວ 2 ສາຂາ (ສາຂາປັດຊະຍາ ແລະ ສາຂາເສດ ຖະສາດການເມືອງ) ແລະ ອື່ນໆ. ໄລຍະ 5 ປີຜ່ານມາ ມີພະນັກງານ ນໍາພາ-ຄຸ້ມຄອງຂັ້ນຕ່າງໆ ໄດ້ມາບໍາ ລຸງຍົກລະດັບໄລຍະສັ້ນໃນລະບົບ ຕ່າງໆຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຫລາຍກວ່າ 2.100 ສະຫາຍ, ຍິງ 600 ກວ່າ ສະຫາຍ. ນອກຈາກນີ້, ການນຳພາ ເນັ້ນໃຫ້ແຂວງສາລະວັນ ເລັ່ງແກ້ໄຂ ບັນຫາເຄັ່ງຮ້ອນ ກໍຄື ແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ, ແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ, ຄຽງຄູ່ກັບ ການເອົາໃຈໃສ່ວາງແຜນພັດທະນາ ເຂດແຄ້ວຕ້ອງມີຈຸດສຸມທີ່ຊັດເຈນ ແລະ ຈະແຈ້ງທີ່ສຸດແນໃສ່ທິດທາງ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃຫ້ປະກົດຜົນເປັນ ຈິງ; ສູ້ຊົນສ້າງພື້ນຖານເສດຖະກິດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງສະ ເລ່ຍ 6,7 ຕໍ່ປີ, ສະເລ່ຍຕໍ່ຫົວຄົນ ໃຫ້ບັນລຸ 23 ລ້ານກວ່າກີບຕໍ່ ຄົນ ປີຂຶ້ນໄປ. ພ້ອມນີ້, ໃຫ້ສືບຕໍ່ຕັ້ງໜ້າປະຕິບັດ ແນວທາງປ້ອງກັນຊາດປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບ ດ້ານ, ຕິດພັນກັບການພັດທະນາ ຊົນນະບົດລຶບລ້າງຄວາມທຸກຍາກ ຂອງປະຊາຊົນຖືເອົາການຫັນກຳ ລັງລົງກໍ່ສ້າງຮາກຖານການເມືອງ ເປັນມາດຕະການຍຸດທະສາດໃຫ້ ແຂງແຮງຂຶ້ນກວ່າເກົ່າ; ສືບຕໍ່ຍູ້ ແຮງການລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນຫລາຍຂະແໜງ ການເພື່ອຂະຫຍາຍແຫລ່ງລາຍ ຮັບໃຫ້ຫລາຍກວ່າເກົ່າ; ເພີ່ມທະວີ ການຮ່ວມມືຮອບດ້ານກັບບັນດາ ປະເທດເພື່ອນມິດ, ຍົກລະດັບການ ພົວພັນຮ່ວມມືກັບບັນດາປະເທດ ໃກ້ຄຽງ, ບັນດາອົງການຈັດຕັ້ງ ສາກົນ ໃຫ້ເກີດຜົນຕົວຈິງຫລາຍ ຂຶ້ນ; ເອົາໃຈໃສ່ຕໍ່ການລົງທຶນໃນ ຂະແໜງອຸດສາຫະກໍາປຸງແຕ່ງຕິດ ພັນກັບຂະແໜງກະສິກຳ ແລະ ຫັດ ຖະກໍາທີ່ເປັນມູນເຊື້ອຂອງແຂວງ ຕິດພັນກັບການແກ້ໄຂ ແລະ ພັດທະ ນາພື້ນຖານໂຄງລ່າງເປັນຕົ້ນເສັ້ນ ທາງ-ຂົວ ໃຫ້ຮັບປະກັນ ແລະ ໄດ້ ມາດຕະຖານ; ສືບຕໍ່ເອົາໃຈໃສ່ການ ພັດທະນາດ້ານວັດທະນະທໍາ-ສັງ ຄົມ ໂດຍສຸມໃສ່ປະຕິບັດບັນດາ ຄາດໝາຍຕົວຊີ້ວັດການພັດທະນາ ພັກ, ຮອງນາຍົກລັດຖະມົນຕີ, ຜູ້ ຊີ້ນຳວຽກງານຮອບດ້ານແຂວງ ຊຽງຂວາງ, ມີສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຊຽງ ຂວາງ, ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງ ພັກ, ຮອງຫົວໜ້າຄະນະຈັດຕັ້ງສູນ ກາງ, ພ້ອມດ້ວຍຄະນະບໍລິຫານ ງານພັກແຂວງ ແລະ ຄະນະຮັບຜິດ ຊອບການກະກຽມ ແລະ ດຳເນີນ ກອງປະຊຸມໃຫຍ່ອົງຄະນະພັກ ແຂວງຊຽງຂວາງ ຂັ້ນສູນກາງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍເລຂາພັກ ແຂວງຊຽງຂວາງ ໄດ້ກ່າວຈຸດ ປະສົງຂອງການດຳເນີນຊີວິດ ການເມືອງທ້າຍສະໄໝຂອງຄະນະ ບໍລິຫານງານພັກແຂວງຊຽງຂວາງ ເພື່ອປະຕິບັດຕາມກົດລະບຽບຂອງ ພັກປະຊາຊົນປະຕິວັດລາວສະໄໝ ທີ XI ແລະ ແຜນດໍາເນີນງານ ຂອງຄະນະບໍລິຫານງານພັກແຂວງ ຊຽງຂວາງສະໄໝທີ VIII ກ່ຽວກັບ ການດຳເນີນຊີວິດການເມືອງທ້າຍ ສະໄໝ; ປະຕິບັດຕາມຄໍາສັ່ງຂອງ ຄະນະເລຂາທິການສູນກາງພັກ ສະ ບັບເລກທີ 411 ຄລສພ, ລົງວັນທີ 8 ສິງຫາ 2023 ແລະ ຄໍາແນະນໍາ ຂອງຄະນະກວດກາສູນກາງພັກ ສະບັບເລກທີ 285 ຄກສພ, ລົງ ວັນທີ 15 ກັນຍາ 2023 ກ່ຽວກັບ ການດໍາເນີນຊີວິດການເມືອງທ້າຍ ສະໄໝ ເພື່ອກະກຽມ ແລະ ດຳເນີນ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ. ໃນໂອກາດດຽວກັນ, ສະຫາຍ ກິແກ້ວ ໄຂຄຳພິທູນ ກໍໄດ້ໃຫ້ກຽດ ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງ ສະຫາຍໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນຂອງບັ້ນດໍາເນີນຊີວິດ ການເມືອງໃນຄັ້ງນີ້ ໂດຍສະເພາະ ເພື່ອຕີລາຄາໄດ້ໝາກຜົນການ ນໍາພາລວມຂອງຄະນະບໍລິຫານ ງານພັກແຂວງ ກໍຄື ການປະຕິບັດ ໜ້າທີ່ການເມືອງຕະຫລອດໄລຍະ 1 ສະໄໝທີ່ຜ່ານມາ. ຜ່ານການ ດໍາເນີນຊີວິດການເມືອງດັ່ງກ່າວ ສາມາດຍົກໃຫ້ເຫັນດ້ານດີທີ່ຕັ້ງ ໜ້າ, ບັນດາຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສາເຫດພື້ນຖານຂອງບັນຫາ, ທັງເຫັນໄດ້ຄວາມເອົາໃຈໃສ່ຂອງ ບັນດາສະຫາຍຄະນະບໍລິຫານ ງານພັກແຂວງທີ່ໄດ້ຍົກສູງຄວາມ ຮັບຜິດຊອບຂອງຕົນເປັນເຈົ້າການ ປັບປຸງແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ຕາມຄໍາເຫັນສົ່ງຂ່າວທີ່ໄດ້ຮັບໃນ ໄລຍະຜ່ານມາ ໂດຍມີການຫັນ ປ່ຽນໃໝ່ຢ່າງຕັ້ງໜ້າ, ຫລາຍອັນ ໄດ້ຮັບການປັບປຸງແກ້ໄຂ ແລະ ມີ ຜົນສໍາເລັດເປັນຢ່າງດີ, ການຕຳນິ ສົ່ງຂ່າວກໍເຫັນໄດ້ວ່າບໍ່ມີຫາງສຽງ ໃດທີ່ມີລັກສະນະທັບຖົມໂຈມຕີ, ໃສ່ ຮ້າຍປ້າຍສີ, ທັງໝົດລ້ວນແລ້ວແຕ່ ມີລັກສະນະສ້າງສັນ, ຈິງໃຈກໍ່ສ້າງຊ່ວຍເຫລືອເຊິ່ງກັນ ແລະ ກັນບົນພື້ນ ຖານຄວາມສາມັກຄີຮັກແພງຢ່າງ ສະໜິດແໜ້ນ. ອັນສຳຄັນ, ສະຫາຍ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະ ນຳຂອງແຂວງສືບຕໍ່ຍົກສູງບົດບາດ ການນໍາພາຂອງພັກ ໃຫ້ສູງຂຶ້ນກວ່າ ເກົ່າ, ເອົາໃຈໃສ່ສ້າງພັກທັງ 4 ດ້ານ, ເຮັດໃຫ້ພັກ ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ຊຶ່ງຄະນະພັກ ຕ້ອງມີຄວາມເປັນແບບຢ່າງນຳ ແລ່ນມິນິມາລາທອນ... ໃນວັນທີ 10 ສິງຫາ 2025 ທີ່ເດີ່ນທາດຫລວງວຽງຈັນ ໄດ້ ຈັດກິດຈະກໍາແລ່ນມິນິມາລາທອນ ວຽກງານຄົ້ນຄວ້າທິດສະດີ ແລະ ສະຫລຸບພຶດຕິກຳ; ວຽກງານຄົ້ນ ຄວ້າແນວຄິດໄກສອນ ພົມວິຫານ; ການນຳພາ-ຊີ້ນໍາດ້ານວິຊາການຕໍ່ ໂຮງຮຽນການເມືອງ ແລະ ການ ປົກຄອງແຂວງ, ນະຄອນຫລວງ; ການນຳພາ-ຊີ້ນຳວຽກງານຂໍ້ມູນ ຂ່າວສານການເມືອງ-ການປົກຄອງ; ການນໍາພາວຽກງານພັກ-ພະນັກ ງານ; ການນໍາພາອົງການຈັດຕັ້ງ ມະຫາຊົນ; ການນໍາພາວຽກງານ ພົວພັນກັບຕ່າງປະເທດ ກໍໄດ້ເອົາ ໃຈໃສ່ຢ່າງຕັ້ງໜ້າ ແລະ ປະສົບຜົນ ສຳເລັດຕາມຄາດໝາຍທີ່ໄວ້. ກອງປະຊຸມໄດ້ພ້ອມກັນໃຊ້ສິດ ຂອງຕົນປ່ອນບັດເລືອກຕັ້ງເອົາຄະ ນະບໍລິຫານງານພັກ ສມປຊ ສະ ໄໝທີ VI ເຊິ່ງຜູ້ຮັບສະໝັກເລືອກ ຕັ້ງມີທັງໝົດ 12 ສະຫາຍ, ຍິງ 4 ສະຫາຍ. ໃນນັ້ນ, ເລືອກເອົາຄະນະ ບໍລິຫານງານພັກ ຊຸດທີ VI ຈໍານວນ 9 ສະຫາຍ. ກອງປະຊຸມຄັ້ງປະຖົມ ມະລືກໄດ້ເປັນເອກະພາບເລືອກ ເອົາສະຫາຍ ພູວົງ ອຸ່ນຄຳແສນ ເປັນເລຂາຄະນະບໍລິຫານງານພັກ, ສະຫາຍດາວສະຫວັນ ເຄືອມີໄຊ ເປັນ ຮອງເລຂາ. ພ້ອມນີ້, ຍັງໄດ້ເລືອກ ເອົາສະຫາຍ ຄໍາໃບ ມາລາສິນ ເປັນ ປະທານກວດກາຄະນະພັກ ສມປຊ, ສະຫາຍ ສົມສີ ຈັນຕະພົມ ແລະ ສະຫາຍ ນາງ ອານົງ ຂັນທະຍົງ ເປັນຮອງປະທານກວດກາຄະນະພັກ ສມປຊ. ພາບ: ເກດສະໜາ ແບບຍືນຍົງເປັນຕົ້ນດ້ານການສຶກ ສາ, ສາທາລະນະສຸກ, ເອົາໃຈໃສ່ ປັບປຸງສະຫວັດດີການສັງຄົມ ໃຫ້ ກວ້າງຂວາງ ແລະ ມີປະສິດທິຜົນ ລວມທັງບັນດາຄາດໝາຍຕ່າງໆທີ່ ບໍ່ທັນບັນລຸຄຽງຄູ່ກັບການເອົາໃຈ ໃສ່ຄຸ້ມຄອງ-ດັດສົມ ແລະ ການ ພັດທະນາສີມືແຮງງານ ເພື່ອສະ ໜອງຄວາມຕ້ອງການຂອງຕະ ຫລາດແຮງງານ ກໍຄື ໂຄງການ ລົງທຶນຕ່າງໆຢູ່ພາຍໃນແຂວງທີ່ ມີໃນປັດຈຸບັນ ແລະ ອະນາຄົດ; ສ້າງທຸກເງື່ອນໄຂໃຫ້ພົນລະເມືອງ ມີວຽກເຮັດງານທຳ ເພື່ອແກ້ໄຂ, ສະກັດກັ້ນໄພວ່າງງານ ແລະ ການ ໜີໄປອອກແຮງງານຢູ່ຕ່າງປະເທດ, ເອົາໃຈໃສ່ພັດທະນາສີມືແຮງງານ ໃຫ້ມີຄຸນນະພາບ, ຫລາກຫລາຍ ອາຊີບ ເພື່ອສາມາດຕອບສະໜອງ ຄວາມຕ້ອງການຂອງການພັດທະ ນາເສດຖະກິດ-ສັງຄົມ; ສຸມໃສ່ ວຽກງານຖະແຫລງຂ່າວ-ສື່ມວນ ຊົນໃຫ້ເປັນກະບອກສຽງອັນແຫລມ ຄົມຂອງພັກ ຄຽງຄູ່ກັບການອະນຸ ລັກຮັກສາ ແລະ ພັດທະນາວັດທະ ນະທຳອັນດີງາມຂອງຊາດຂອງ ທ້ອງຖິ່ນໃຫ້ຍືນຍົງ, ປົກປັກຮັກສາ ແລະ ສົ່ງເສີມຄຸນຄ່າມໍລະດົກທາງ ດ້ານວັດທະນະທຳໃຫ້ຍືນຍົງ, ພັດ ທະນາອຸດສາຫະກຳການທ່ອງ ທ່ຽວ, ຍູ້ແຮງການໂຄສະນາ ແລະ ດຶງດູດການທ່ອງທ່ຽວໃຫ້ເພີ່ມຂຶ້ນ; ເອົາໃຈໃສ່ກວດກາ, ຄົ້ນຄວ້າວຽກ ງານສ້າງຕັ້ງຕາແສງ ເພື່ອສ້າງ ຄວາມເຂັ້ມແຂງຂອງລະບອບປະ ຊາທິປະໄຕປະຊາຊົນ, ຕິດພັນກັບ ວຽກງານກໍ່ສ້າງຮາກຖານການ ເມືອງ, ວຽກງານພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ໃຫ້ເກີດຜົນເປັນ ຈິງ; ເອົາໃຈໃສ່ປະຕິບັດນະໂຍບາຍ ຕໍ່ພະນັກງານ, ຜູ້ທີ່ມີຜົນງານ ແລະ ມີຄຸນງາມຄວາມດີຕໍ່ປະເທດຊາດ ຕໍ່ການປະຕິວັດ ແລະ ຊ່ວຍເຫລືອ ບັນເທົາທຸກຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກໄພພິບັດ, ປຸກລະດົມສັງຄົມ ເຂົ້າຮ່ວມການສົງເຄາະຊ່ວຍເຫລືອ ຜູ້ທີ່ທຸກຍາກ-ດ້ອຍໂອກາດໃຫ້ດີ ກວ່າເກົ່າ; ຄະນະພັກແຕ່ລະຂັ້ນ ຕ້ອງ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ, ສ້າງແນວຄິດ ຕື່ນຕົວໃນການປະຕິບັດແນວທາງ, ນະໂຍບາຍຂອງພັກ ໂດຍສະເພາະ ແມ່ນໜ້າທີ່ການເມືອງທີ່ໄດ້ຮັບ ມອບໝາຍ, ເດັດດ່ຽວຕໍ່ສູ້ປົກປ້ອງ ແນວທາງຂອງພັກ, ຕອບຕ້ານຖ້ອຍ ທຳນອງບິດເບືອນ, ການໂຄສະນາ ທັບຖົມໂຈມຕີ ແລະ ການຍຸແຍ່ຂອງ ອິດທິກຳລັງປໍລະປັກ; ເພີ່ມທະວີ ວຽກງານຕິດຕາມ-ກວດກາພັກ, ກວດກາລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງການ ສວຍໂອກາດໃຫ້ເປັນປົກກະຕິ ແລະ ແທດເຖິງທຸກຂົງເຂດ ເພື່ອກວດຄືນ ບັນດາຄາດໝາຍ ກໍຄື ການຈັດຕັ້ງ ປະຕິບັດບັນດາມະຕິຄຳສັ່ງ, ໜ້າທີ່ ວຽກງານຕ່າງໆທີ່ຂັ້ນເທິງ ແລະ ຄະນະພັກຂັ້ນຂອງຕົນວາງອອກ ແຕ່ລະໄລຍະໃຫ້ເປັນປົກກະຕິ-ເປັນ ປະຈຳ; ເພີ່ມທະວີວຽກງານປັບປຸງ ອົງການຈັດຕັ້ງມະຫາຊົນຂອງພັກ ໃຫ້ເຂັ້ມແຂງ, ຄະນະພັກແຕ່ລະຂັ້ນ ຕ້ອງຖືສຳຄັນວຽກງານປັບປຸງແນວ ລາວສ້າງຊາດ, ສະຫະພັນນັກຮົບ ເກົ່າ ແລະ ບັນດາອົງການຈັດຕັ້ງມະ ຫາຊົນສ້າງເງື່ອນໄຂໃຫ້ແຕ່ລະອົງ ການເຄື່ອນໄຫວປະຕິບັດໜ້າທີ່ໃຫ້ ຖືກຕ້ອງຕາມພາລະບົດບາດຂອງ ຕົນໃຫ້ແຂງແຮງເພື່ອເປັນກຳລັງ ແຮງໃຫ້ແກ່ຄະນະພັກແຕ່ລະຂັ້ນ. ໃນໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງເນັ້ນ ໃຫ້ຄະນະບໍລິຫານງານພັກແຂວງ ຊຸດໃໝ່ໃຫ້ເອົາໃຈໃສ່ຕື່ມບາງບັນຫາ ຄື: ຮີບຮ້ອນຊີ້ນຳການຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ຫັນເປັນນິຕິກຳລະອຽດ, ຈັດຕັ້ງ ເຜີຍແຜ່, ເຊື່ອມຊຶມໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫລວດ ກໍຄື ປະຊາຊົນບັນດາເຜົ່າໃນທົ່ວ ແຂວງຮັບຮູ້, ຕິດພັນກັບການຍູ້ ແຮງຂະບວນການ ເພື່ອສ້າງການ ຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ໃຫ້ແບ່ງວຽກ, ແບ່ງຄວາມຮັບຜິດຊອບພາຍໃນ ຄະນະບໍລິຫານງານພັກ, ຄະນະ ປະຈຳພັກ ໃຫ້ລະອຽດ, ຈະແຈ້ງ, ຕ້ອງເຊີດຊູຄວາມເປັນເຈົ້າການ ຕໍ່ໜ້າທີ່ການເມືອງ, ທຸ້ມເທເຫື່ອ ແຮງ, ສະຕິປັນຍາ, ຄວາມຮູ້-ຄວາມ ສາມາດ, ມີຄວາມເສຍສະລະ ເພື່ອ ເຮັດສຳເລັດໜ້າທີ່ ທີ່ຖືມອບໝາຍ ເພື່ອຮັບໃຊ້ພາລະກິດປະຕິວັດອັນ ສູງສົ່ງຂອງພັກ ນັ້ນແມ່ນເຮັດທຸກ ສິ່ງທຸກຢ່າງ ເພື່ອຄວາມສົມບູນພູນ ສຸກຂອງປະຊາຊົນ; ຕ້ອງຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາ ຫລັກການ, ລະບອບແບບແຜນວິທີ ນຳພາຂອງພັກ, ຮັບຜິດຊອບໂດຍ ກົງຕໍ່ຜົນໄດ້-ຜົນເສຍຂອງວຽກງານ ທີ່ຖືກມອບໝາຍ, ເດັດຂາດແກ້ໄຂ ຕໍ່ການປະພຶດແບບອາດຍາສິດ, ສໍ້ ລາດບັງຫລວງ, ເສື່ອມຄຸນປ່ຽນ ທາດ, ສ້າງໄດ້ຄວາມເຊື່ອໝັ້ນ ແລະ ສັດທາຂອງປະຊາຊົນ; ເອົາໃຈໃສ່ ຍົກລະດັບຄວາມຮູ້ຄວາມສາມາດ ຂອງຕົນໃຫ້ສູງຂຶ້ນເລື້ອຍໆ ໂດຍ ສະເພາະແມ່ນຄວາມຮູ້ທາງດ້ານ ທິດສະດີການເມືອງ ກໍຄື ຄວາມຮູ້ ທາງວິຊາການທີ່ຕົນຮັບຜິດຊອບ. ພ້ອມກັນນັ້ນ, ຕ້ອງໄດ້ເຊື່ອມຊຶມ ກຳແໜ້ນແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງ ລັດ ແລະ ມະຕິຄຳສັ່ງຕ່າງໆຂອງ ຂັ້ນເທິງ; ຕ້ອງປະຕິບັດຢ່າງຖືກ ຕ້ອງຫລັກການເຮັດວຽກຂອງພັກ ເຊິ່ງແມ່ນຫລັກການລວມສູນປະຊາ ທິປະໄຕ ນຳພາເປັນໝູ່ຄະນະ, ມອບ ໝາຍວຽກງານໃຫ້ບຸກຄົນຮັບຜິດ ຊອບ, ຕ້ອງເຂົ້າໃຈວ່າສະຕິປັນຍາ ລວມໝູ່ແມ່ນກຳລັງແຮງແຫ່ງການ ນຳພາຂອງພັກເຮົາແມ່ນສິ່ງຄໍ້າປະ ກັນຄວາມສາມັກຄີເປັນເອກະພາບ ພາຍໃນພັກ ແລະ ໄຊຊະນະຂອງ ພາລະກິດປ່ຽນແປງໃໝ່ຂອງພັກ ເຮົາ; ມີແບບແຜນດຳລົງຊີວິດທີ່ ລຽບງ່າຍ ປອດໃສ ຂາວສະອາດ ເອົາຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນຢູ່ເໜືອກວ່າຜົນ ປະໂຫຍດສ່ວນຕົວ; ຮຽກຮ້ອງໃຫ້ ຄະນະພັກຊຸດໃໝ່ ຈົ່ງສືບຕໍ່ເສີມ ຂະຫຍາຍມູນເຊື້ອອັນດີງາມຂອງ ພັກ, ເພີ່ມທະວີຄວາມສາມັກຄີ ພາຍໃນ, ຍົກສູງບົດບາດການນຳພາ ຂອງພັກ ໃນທຸກຂົງເຂດວຽກງານ, ຕິດພັນແໜ້ນກັບປະຊາຊົນ, ຮັບຟັງ ຄຳຄິດເຫັນຂອງປະຊາຊົນ ແລະ ແກ້ໄຂບັນຫາທີ່ຄົງຄ້າງຢ່າງຈິງຈັງ. ພ້ອມກັນນັ້ນ, ຕ້ອງສືບຕໍ່ເອົາໃຈໃສ່ ພັດທະນາເສດຖະກິດ-ສັງຄົມ ໃຫ້ ມີຄວາມເຂັ້ມແຂງຍົກສູງຄຸນນະ ພາບຊີວິດຂອງປະຊາຊົນ, ສ້າງໂອ ກາດໃຫ້ທຸກຄົນໄດ້ເຂົ້າເຖິງການ ສຶກສາ ແລະ ສາທາລະນະສຸກທີ່ ມີຄຸນນະພາບ ພ້ອມທັງຮັກສາໄດ້ ຄວາມສະຫງົບ ແລະ ຄວາມເປັນລະ ບຽບຮຽບຮ້ອຍຂອງສັງຄົມ; ສືບປະ ຕິບັດແນວທາງການຕ່າງປະເທດ ຂອງພັກ, ພົວພັນຮ່ວມມືກັບບັນດາ ປະເທດເພື່ອນມິດໃນພາກພື້ນ ແລະ ໃນໂລກ ຕາມແນວທາງນະໂຍບາຍ ຂອງພັກ. ຂ່າວ: ກິດຕາ ໜ້າພາທາງຖືເອົາວຽກງານການ ເມືອງ-ແນວຄິດເປັນກົກ ໂດຍຍົກ ສູງນໍ້າໃຈຮັກຊາດ, ມີສະຕິເປັນເຈົ້າ ຕົນເອງ; ສືບຕໍ່ປ່ຽນແປງທັດສະນະ ບໍ່ມັກຄົ້ນຄິດ, ຂີ້ຄ້ານມັກງ່າຍ, ແນວ ຄິດຄັບແຄບ, ບໍ່ເບິ່ງກວ້າງເຫັນໄກ ເບິ່ງບັນຫາແບບຜິວເຜີນ, ແນວຄິດ ເອື່ອຍອີງ, ໂຍນຄວາມຮັບຜິດຊອບ, ເດັດດ່ຽວແກ້ໄຂພະຍາດອາດຍາ ສິດບໍ່ແທດເຖິງຕົວຈິງ, ຮູ້ນໍາໃຊ້ ຫົວຄິດປະດິດສ້າງຂອງມະຫາ ຊົນ, ດຶງດູດເອົາມະຫາຊົນເຂົ້າໃນ ຂະບວນການເຄື່ອນໄຫວວຽກງານ ແຕ່ລະຂົງເຂດ; ສືບຕໍ່ເຊື່ອມຊຶມແນວ ທາງນະໂຍບາຍຂອງພັກ-ລັດ ວາງ ອອກໃນແຕ່ລະໄລຍະ, ກຳແໜ້ນ ທິດສະດີມາກ-ເລນິນ ແລະ ແນວຄິດ ໄກສອນ ພົມວິຫານ, ສືບຕໍ່ປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ “ຍົກສູງຄວາມສາມາດ ນໍາພາ ແລະ ລັກສະນະນໍາໜ້າຂອງ ພັກ” ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ວາງອອກ. ສຳລັບພະນັກງານ-ລັດ ຖະກອນໃນທົ່ວແຂວງຕ້ອງໄດ້ເອົາ ໃຈໃສ່ສ້າງຄວາມສາມັກຄີພາຍໃນ ແລະ ພາຍນອກ ຢ່າງເອົາຈິງເອົາ ຈັງ ແລະ ໜັກແໜ້ນ, ມີຄວາມເປັນ ເອກະພາບພາຍໃນພັກ, ບໍ່ໃຫ້ມີແນວ ຄິດອະຄະຕິຕໍ່ກັນ, ການຕັດສິນ ແລະ ການແກ້ໄຂບັນຫາຕ່າງໆ ກໍໃຫ້ລວມ ສູນເປັນເອກະພາບພາຍໃນ, ເປັນຈິດ ໜຶ່ງໃຈດຽວກັນ; ຕັ້ງໜ້າຍົກສູງຄຸນ ທາດການເມືອງ, ຄຸນສົມບັດສິນທຳ ປະຕິວັດ, ຄວາມຈົງຮັກພັກດີ, ບໍລິ ສຸດ-ຊື່ສັດຮັບໃຊ້ປະເທດຊາດ-ຮັບ ໃຊ້ປະຊາຊົນຕິດພັນກັບປັບປຸງແບບ ແຜນນໍາພາ-ວິທີເຮັດວຽກຕາມ ຫລັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ເອົາໃຈ ໃສ່ຕິດຕາມ, ກວດກາພະນັກງານສະມາຊິກພັກ ທີ່ມີຫາງສຽງສວຍ ໃຊ້ໜ້າທີ່ ເພື່ອສະແຫວງຫາຜົນ ປະໂຫຍດສ່ວນຕົວທີ່ບໍ່ຖືກຕ້ອງ ກໍຄື ການສໍ້ລາດບັງຫລວງ ຊຶ່ງຈະສົ່ງ ຜົນກະທົບຕໍ່ບົດບາດການນໍາພາ ຂອງຄະນະພັກ; ສຸມໃສ່ປັບປຸງການ ຈັດຕັ້ງ ແລະ ກໍ່ສ້າງພະນັກງານສືບ ທອດປ່ຽນແທນຢ່າງເປັນລະບົບໃນ ແຕ່ລະຂັ້ນ ແລະ ຍາວນານ; ເພີ່ມທະ ວີຄວາມເປັນເຈົ້າການ, ຄວາມເປັນ ແບບຢ່າງນໍາໜ້າໃນການປະຕິບັດ ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ຢ່າງ ເຂັ້ມງວດ; ເອົາໃຈໃສ່ການຄຸ້ມຄອງ ງົບປະມານການເງິນຢ່າງເຄັ່ງຄັດ, ມີຄວາມຖືກຕ້ອງ ແລະ ໂປ່ງໃສ; ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂ ບັນດາປັດໄຈໜໍ່ແໜງທີ່ຈະກໍໃຫ້ ຄວາມບໍ່ສະຫງົບ, ເຮັດໃຫ້ທົ່ວ ແຂວງສືບຕໍ່ສະຖຽນລະພາບທາງ ດ້ານການເມືອງ, ສັງຄົມມີຄວາມ ເປັນລະບຽບຮຽບຮ້ອຍ; ຕັ້ງໜ້າ ເຂົ້າຮ່ວມຂະບວນການເປີດກວ້າງ ການເຊື່ອມໂຍງກັບສາກົນ ແລະ ພາກພື້ນ, ພົວພັນຮ່ວມມືກັບບັນດາ ປະເທດເພື່ອນມິດຍຸດທະສາດເພື່ອ ຍາດແຍ່ງເອົາການສະໜັບສະໜູນ ແລະ ຊ່ວຍເຫລືອຫລາຍຂຶ້ນ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ ໄລຍະທາງ 5 ກິໂລແມັດ ແລະ 10 ກິໂລແມັດ ເພື່ອສະເຫລີມສະຫລອງ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ ແລະ ລະດົມທຶນ ຊ່ວຍເຫລືອປະຊາຊົນທີ່ຖືກຜົນກະ ທົບຈາກໄພທໍາມະຊາດ (ພາຍຸວິ ພາ) ເຊິ່ງກິດຈະກຳຄັ້ງນີ້ໂດຍມີ ທ່ານ ຈະເລີນ ເຍຍປາວເຮີ ຮອງ ປະທານສະພາແຫ່ງຊາດ ບັນດາ ທ່ານການນໍາຈາກສະພາແຫ່ງຊາດ ກະຊວງ, ອົງການ, ບັນດາທ່ານທູດ ກົງສູນ ແລະ ອົງການສາ ກົນປະຈຳ ສປປ ລາວ ເຂົ້າຮ່ວມ. ໃນພິທີທ່ານ ຈະເລີນ ເຍຍປາວເຮີ ກ່າວວ່າ: ໃນໂອກາດສະເຫລີມສະ ຫລອງວັນລັດຖະທຳມະນູນແຫ່ງ ຊາດດັ່ງກ່າວ ກໍເພື່ອສ້າງບັນຍາ ກາດອັນເບີກບານມ່ວນຊື່ນຊຸກຍູ້ ຂະບວນການສ້າງຜົນງານຂໍ່ານັບ ຮັບຕ້ອນ ວັນສະຖາປະນາ ສປປ ລາວ ກໍຄື ວັນສ້າງຕັ້ງສະພາແຫ່ງ ຊາດ ຄົບຮອບ 50 ປີ (ວັນທີ 2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບ ຮັກຂອງປະຊາຊົນລາວບັນດາເຜົ່າ ຄົບຮອບ 105 ປີ. ນັບແຕ່ລັດເຮົາໄດ້ປະກາດໃຊ້ ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 1991 ເປັນຕົ້ນມາພວກ ເຮົາໄດ້ມີການປັບປຸງລັດຖະທຳມະ ນູນໃຫ້ສອດຄ່ອງກັບສະພາບການ ຂະຫຍາຍຕົວທາງດ້ານເສດຖະກິດສັງຄົມຂອງປະເທດຊາດ ໃນແຕ່ລະ ໄລຍະ ລວມມີ 3 ຄັ້ງຄື: ສະບັບ ປັບປຸງ ປີ 2003 ສະບັບປັບປຸງ ປີ 2015 ແລະ ສະບັບປັບປຸງ ປີ 2025 ແນໃສ່ຍູ້ແຮງພາລະກິດປ່ຽນແປງ ໃໝ່ໄປສູ່ລວງເລິກປັບປຸງລະບົບອຳ ນາດແຫ່ງລັດ ໃຫ້ເຂັ້ມແຂງ ແລະ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົ້ນເອງຂອງຊາດ ເພື່ອລະນຶກ ວັນປະກາດໃຊ້ລັດຖະທຳມະນູນ ຄົບຮອບ 34 ປີ ແລະ ໂຄສະນາ ເຜີຍແຜ່ລັດຖະທໍາມະນູນ ສະບັບ ປີ 2025 ໃຫ້ທົ່ວສັງຄົມໄດ້ຮັບຮູ້ ເຂົ້າໃຈຄະນະປະຈຳສະພາແຫ່ງ ຊາດ ໄດ້ອອກຄຳແນະນໍາສະບັບ ເລກທີ 16 ຄປຈ ລົງວັນທີ 11 ກໍລະກົດ 2025 ແລະ ກຳມາທິການ ກົດໝາຍກໍໄດ້ຮຽບຮຽງເອກະສານ ໂຄສະນາປາຖະກະຖາກ່ຽວກັບວັນ ລັດຖະທຳມະນູນແຫ່ງຊາດຄົບຮອບ 34 ປີ ແລະ ເອກະສານຄໍາຖາມ-ຄໍາ ຕອບກ່ຽວກັບລັດຖະທຳມະນູນ ສະບັບປີ 2025 ເພື່ອຮໍ່າຮຽນໃຫ້ ສະມາຊິກພັກພະນັກງານ-ລັດຖະ ກອນທະຫານ, ຕຳຫລວດ, ນັກຮຽນ ນັກສຶກສາ, ກຳມະກອນ, ກະສິກອນ ແລະ ປະຊາຊົນລາວບັນດາເຜົ່າໃນ ທົ່ວປະເທດ. ສະນັ້ນ ຂ້າພະເຈົ້າຈຶ່ງສະເໜີ ບັນດາທ່ານຈົ່ງພ້ອມກັນຊອກຮູ້ ແລະ ຮໍ່າຮຽນເອກະສານສໍາຄັນດັ່ງ ກ່າວ ເພື່ອພ້ອມກັນຈັດຕັ້ງປະຕິບັດ ໃຫ້ເກີດດອກອອກຜົນເປັນກ້າວໆ, ການຈັດງານແລ່ນມິນິມາລາທອນ ຄັ້ງນີ້ ເປັນການສົ່ງເສີມການອອກ ກຳລັງກາຍເພື່ອສຸຂະພາບ ເພື່ອ ມິດຕະພາບຄວາມສາມັກຄີແລະເປັນ ການປະກອບສ່ວນສ້າງຂະບວນ ການກິລາ ຊຸກຍູ້ສົ່ງເສີມປີທ່ອງທ່ຽວ ລາວ ພ້ອມກັນນີ້ ກໍເພື່ອຊຸກຍູ້ ແລະ ປຸກລະດົມທຶນວັດຖຸປັດໄຈຊ່ວຍ ເຫລືອປະຊາຊົນບັນດາເຜົ່າໃນທ້ອງ ຖິ່ນຕ່າງໆທີ່ຖືກຜົນກະທົບຈາກໄພ ທຳມະຊາດ. (ຂ້ໍມູນວຽງຈັນໃໝ່) ຕໍ່ຈາກໜ້າ
RkJQdWJsaXNoZXIy MTc3MTYxMQ==