co;]k;lh k'-kf lts]v' 75 xu .sh ,u 7;k,\kpg]y dg-yj ' xtgmf]k; 3 11/08/2025 0j k; c]t gsfdko ©ດຍ ຢ່າຕົ່ງ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ;Pd'kolnj ,;o-q o gxa osq ;.9le7a oIa [.-h rk]tdy fxt8y ;a f ©ດຍ ວັດທະນາ ຕະຫລອດໄລຍະແຫ່ງການນໍາ ພາຂະບວນການຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດ ແລະ ອິດສະລະ ພາບມາສູ່ປະຊາຊົນກໍຄືໄລຍະ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນ ລະບອບ ປະຊາທິປະໄຕ ປະຊາຊົນ, ພັກປະຊາຊົນປະຕິວັດລາວ ຍາມໃດ ກໍຖືວຽກງານໂຄສະນາຖະແຫລງ ຂ່າວສຶກສາອົບຮົມ,ຂົນຂວາຍແລະ ຈັດຕັ້ງປະຊາຊົນ ເປັນຫົວໃຈສໍາຄັນ ອັນໜຶ່ງທີ່ໄດ້ກາຍເປັນພາຫະນະ ອາວຸດອັນຄົມແຫລມ ແລະ ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນໄຊຊະນະ ລວມ ຂອງການປະຕິວັດໃນແຕ່ລະ ໄລຍະ. ທ່ານ ອຸ່ນຫລ້າ ໄຊຍະສິດ ອະດີດ ຄະນະປະຈໍາພັກແຂວງ, ຮອງເຈົ້າ ແຂວງ ຜູ້ຊີ້ນໍາວຽກງານວັດທະນະ ທໍາສັງຄົມ ທັງເປັນອະດີດຫົວໜ້າ ພະແນກຖະແຫລງຂ່າວ, ວັດທະນະ ທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງ ໃນອາທິດຜ່ານມານີ້ວ່າ: ເນື່ອງໃນ ໂອກາດວັນສ້າງຕັ້ງສື່ມວນຊົນແລະ ການພິມຈໍາໜ່າຍຄົບຮອບ 75 ປີ (13 ສິງຫາ 1955-13 ສິງຫາ 2025) ເປັນວັນທີ່ມີຄວາມໝາຍ ຄວາມສໍາຄັນຂອງການປະຕິວັດ. ສະເພາະຢູ່ປະເທດເຮົາສື່ມວນຊົນ ລາວຍາມໃດກໍ່ຕິດພັນສະໜິດແໜ້ນ ກັບປະຫວັດສາດຂອງຊາດ, ຂອງ ພັກ, ຂອງການປະຕິວັດ ແລະ ຂອງ ປະຊາຊົນລາວບັນດາເຜົ່າ. ສະແດງ ອອກໃນມື້ສ້າງຕັ້ງວັນສື່ມວນຊົນ ພ້ອມດຽວກັນກັບວັນສ້າງຕັ້ງແນວ ລາວອິດສະຫລະຄືວັນທີ 13 ສິງຫາ 1950 ຊຶ່ງແມ່ນທີ່ມາຂອງວັນສື່ ມວນຊົນ ແລະ ການພິມຈໍາໜ່າຍ ມາຮອດປັດຈຸບັນ. ຕະຫລອດໄລຍະແຫ່ງການນໍາ ພາຂະບວນການປະຕິວັດ, ສື່ມວນ ຊົນລາວ ໄດ້ມີບົດບາດສໍາຄັນເປັນ ກະບອກສຽງຂອງອົງການຈັດຕັ້ງ ພັກ, ລັດ ແລະ ສັງຄົມ ໃນການໂຄ ສະນາ, ສຶກສາອົບຮົມແນວທາງ ຂອງພັກ, ລະບຽບກົດໝາຍຂອງ ລັດ, ປຸກລະດົມນ້ຳໃຈຮັກຊາດ, ສະ ໜອງຂໍ້ມູນຂ່າວສານທາງດ້ານການ ເມືອງ, ເສດຖະກິດ-ສັງຄົມ, ວິທະຍາ ສາດ, ເຕັກໂນໂລຊີ, ສາລະຄວາມ ຮູ້, ສາລະບັນເທີງໃຫ້ແກ່ສັງຄົມ, ປະກອບສ່ວນຕ້ານປາກົດການຫຍໍ້ ທໍ້ໃນສັງຄົມ, ຖ້ອຍທຳນອງທີ່ບິດ ເບືອນຄວາມຈິງ, ເປັນເວທີເສີມຂະ ຫຍາຍປະຊາທິປະໄຕ ແລະ ສິດເປັນ ເຈົ້າປະເທດຊາດ ຂອງປະຊາຊົນ ບັນດາເຜົ່າ. ພ້ອມນີ້ສື່ມວນຊົນຍັງ ແມ່ນເປັນຜູ້ປະຕິບັດໜ້າທີ່ເປັນສື່ ກາງໃນການເກັບກໍາແລະສະໜອງ ຂໍ້ມູນຂ່າວສານທີ່ຖືກຕ້ອງຕາມ 4 ລັກສະນະຂອງສື່ເຊັ່ນ: ລັກສະນະຕົວ ຈິງ, ລັກສະນະສຶກສາອົບຮົມ, ລັກ ສະນະຕໍ່ສູ້ ແລະ ລັກສະນະແນະນໍາ. ເວົ້າສະເພາະ ສື່ມວນຊົນ ແຂວງ ອັດຕະປື ກໍໄດ້ສືບທອດພາລະກິດ ປະຕິວັດໃນທ້າຍປີ 1975 ເປັນຕົ້ນ ມາ ເຊິ່ງເປັນໄລຍະທີ່ກໍາລັງປະຕິວັດ ໄດ້ຮັບໄຊຊະນະໃນຂອບເຂດທົ່ວ ປະເທດ, ເວລານັ້ນແຂວງອັດຕະປື ໄດ້ນໍາໃຊ້ລະບົບໂທລະໂຄ່ງ, ໃຊ້ພິມ ດີດ ເພື່ອສົ່ງຂ່າວ, ນໍາໃຊ້ເຄື່ອງຈັກ ໂທລະເລກ ເປັນພາສາລາຕິນ ແລະ ວຽກງານການພິມຈຳໜ່າຍ ກໍນໍາ ໃຊ້ຈັກ(ໂລນຽວ)ແລະພິມດີດເປັນ ຫລັກ, ໄລຍະຕໍ່ມາສະຖານີວິທະຍຸ- ໂທລະພາບ ກໍໄດ້ຮັບການສ້າງຕັ້ງ ຂຶ້ນມີຄວາມແຮງສົ່ງພຽງ100 ວັດ, ກວມພື້ນທີ່ໄດ້ພຽງແຕ່ເທສະບານ ຂອງແຂວງ, ການຖ່າຍທອດລາຍ ການຕ່າງໆຈາກສະຖານີໂທລະພາບ ແຫ່ງຊາດ ຮັບຜ່ານຈານດາວທຽມ, ອຸປະກອນຮັບໃຊ້ແມ່ນນໍາໃຊ້ລະບົບ (ອານາລÐ ອກ)ແລະໄລຍະຕໍ່ມາພັກ ແລະ ລັດ ເຫັນໄດ້ຄວາມສໍາຄັນຂອງ ວຽກງານສື່ມວນຊົນ ແລະ ເພື່ອເປັນ ການຜັນຂະຫຍາຍບັນດາມະຕິກອງ ປະຊຸມໃຫຍ່ຂອງພັກໃນແຕ່ລະໄລ ຍະກ່ຽວກັບການຍົກສູງລັກສະນະ ສຶກສາອົບຮົມ, ລັກສະນະຕໍ່ສູ້, ລັກ ສະນະແນະນໍາ ແລະ ລັກສະນະຕົວ ຈິງຂອງວຽກງານແນວຄິດ ກໍ່ຄື ການປັບປຸງແລະຍົກສູງຄຸນນະພາບ ຂອງວຽກງານໂຄສະນາຖະແຫລງ ຂ່າວໃຫ້ທັນກັບຄວາມຮຽກຮ້ອງ ຕ້ອງການໃນໄລຍະໃໝ່, ກໍໄດ້ພັດ ທະນາດ້ານວັດຖຸອຸປະກອນ, ບຸກຄະ ລາກອນ ແລະ ພັດທະນາພື້ນຖານ ໂຄງລ່າງ ໃຫ້ສົມຄູ່ກັບຄວາມຮຽກ ຮ້ອງຕ້ອງການໃນໄລຍະໃໝ່ ແລະ ຫັນໄປສູ່ທັນສະໄໝ ຫັນປ່ຽນພັດທະ ນາຈາກການນໍາໃຊ້ລະບົບອານາ ລອກກ້າວໄປສູ່ລະບົບດີຈິຕອນໃຫ້ ທັນສະໄໝກ້າວຂຶ້ນ. ດ້ານສື່ສິ່ງພິມແຂວງກໍໄດ້ຮັບ ການພັດທະນາເປັນລໍາດັບເພື່ອຮັບ ໃຊ້ສັງຄົມເປັນໄລຍະເຊິ່ງສະແດງ ອອກ: ການຜະລິດວາລະສານຂອງ ແຂວງ, ພ້ອມດຽວກັນນີ້ສື່ສິ່ງພິມ ກໍໄດ້ອອກແຮງພັດທະນາຕົນເອງ ໄປຄຽງຄູ່ກັບສື່ອື່ນໆດ້ວຍການສະ ໜອງບົດ ແລະ ຂ່າວໃຫ້ສຳນັກສື່ ຂອງສູນກາງເປັນປົກກະຕິ ສາມາດ ເຮັດໃຫ້ສັງຄົມໄດ້ເຂົ້າເຖິງຂໍ້ມູນ ຂ່າວສານທີ່ມີຈິງຫລາຍຂຶ້ນ. ສື່ ອອນລາຍ ທີ່ນໍາໃຊ້ສື່ແບບໃໝ່ເຊັ່ນ: ເອັດເອັມເອັສ (4.4), ເຟສບຸກ ('BDFCPPL) ແລະ ສື່ອື່ນໆສາ ມາດຕອບສະໜອງຄວາມຕ້ອງການ ຂອງຜູ້ເບິ່ງຜູ້ຊົມໄດ້ເປັນຢ່າງດີ. ເຖິງຢ່າງໃດກໍ່ຕາມ, ຄຽງຄູ່ກັບ ຜົນສໍາເລັດທີ່ຍາດມາໄດ້ນັ້ນ, ກໍຍັງ ມີຂໍ້ຄົງຄ້າງທີ່ຕ້ອງໄດ້ເອົາໃຈໃສ່ ປັບປຸງແກ້ໄຂເປັນຕົ້ນ: ໃນປັດຈຸບັນ ການພັດທະນາເຕັກໂນໂລຊີຂໍ້ມູນ ຂ່າວສານມີຄວາມວ່ອງໄວແລະທັນ ສະໄໝ, ການຊົມໃຊ້ສື່ສັງຄົມອອນ ລາຍໄດ້ເພິ່ມຂຶ້ນຢ່າງກວ້າງຂວາງ ໄດ້ເຮັດໃຫ້ເກີດມີດ້ານດີ, ຂໍ້ສະດວກ ແລະ ຄຽງຄູ່ກັນນັ້ນກໍມີບັນຫາ ແລະ ສິ່ງທ້າທາຍ ດ້ານຂໍ້ມູນຂ່າວສານ ເຊັ່ນ: ເກີດມີຂ່າວປອມ,ຂ່າວລື,ຂ່າວ ບິດເບືອນ, ຂ່າວໂຈມຕີໃສ່ຮ້າຍປ້າຍ ສີຊຶ່ງກັນ ແລະ ກັນ ຂອງສັງຄົມ, ການສ່ອງແສງສະພາບຄວາມເປັນ ຈິງຂອງຊີວິດສັງຄົມບໍ່ທັນກວ້າງ ຂວາງ, ການຊອກເຫັນປັດໄຈໃໝ່, ການໂຄສະນາແບບຢ່າງຄົນດີ, ວຽກເດັ່ນ ແລະ ບັນດາບົດຮຽນທີ່ ເກີດຂຶ້ນໃນຂະບວນການວຽກງານ ຕົວຈິງຂອງມະຫາຊົນຍັງເຮັດໄດ້ ນ້ອຍ. ສະນັ້ນ, ເພື່ອຍົກສູງຄຸນນະ ພາບວຽກງານຖະແຫລງຂ່າວ-ສື່ ມວນຊົນ ໃນຕໍ່ໜ້າໃຫ້ນັບມື້ນັບດີຂຶ້ນ ກວ່າເກົ່ານັ້ນຂ້າພະເຈົ້າຂໍມີບາງທັດ ສະນະດັ່ງນີ້: ສືບຕໍ່ສ້າງແຜນການ, ໂຄງການ ອັນລະອຽດ ເພື່ອຂໍສະເໜີການລົງ ທຶນທັງພາຍໃນແລະຕ່າງປະເທດເພື່ອ ພັດທະນາວຽກງານສື່ມວນຊົນ ໃຫ້ ທັນສະໄໝ,ມີຄຸນນະພາບແລະສົມຄູ່ ກັບໜ້າທີ່ການເມືອງໃນໄລຍະໃໝ່. ສືບຕໍ່ພັດທະນາສື່ມວນຊົນໃຫ້ ກ້າວສູ່ຄຸນນະພາບໃໝ່, ທັນສະໄໝ, ວ່ອງໄວ ແລະ ເປັນກະບອກສຽງ ທີ່ແຫລມຄົມຂອງພັກ-ຂອງລັດທັງ ລວງເລິກ-ລວງກ້ວາງ.ພັດທະນາ ເນື້ອໃນແລະຮູບການສື່ມວນຊົນໃຫ້ ຮັບປະກັນທັງ 4 ລັັກສະນະສາມາດ ດຶງດູດຜູ້ອ່ານ, ຜູ້ຟັງ ໃຫ້ນັບມື້ ຫລາຍຂຶ້ນ. ບຸກຄະລາກອນສື່ມວນຊົນ ຕ້ອງ ໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການ ມອບໝາຍກໍຄືການປະຕິບັດໜ້າທີ່, ສິດ, ພາລະບົດບາດ ທີ່ໄດ້ກໍານົດໄວ້ ໃຫ້ມີຜົນສໍາເລັດ, ພັດທະນາຕົນເອງ ໃຫ້ກາຍເປັນມືອາຊີບ, ເຄົາລົບຈັນ ຍາບັນຂອງສື່ມວນຊົນ. ສືບຕໍ່ເຮັດໜ້າທີ່ຊີ້ແຈງອະທິ ບາຍກ່ຽວກັບການແກ້ໄຂບັນຫາ ຫາງສຽງສັງຄົມ ກໍຄືບັນຫາປະຊາ ຊົນທີ່ມີຄວາມສົນໃຈ ແລະ ຂ້ອງໃຈ ໃຫ້ວ່ອງໄວ, ທັນເຫດການ. ນັກຂ່າວຄວນນໍາໃຊ້ເຕັກນິກທີ່ດີ ໃນການເກັບກໍາຂໍ້ມູນ, ການໝູນໃຊ້ ຄວາມສາມາດທີ່ມີໃນການເຂົ້າເຖິງ ແຫລງຂໍ້ມູນຕ່າງໆເພື່ອມາຂຽນ ຂ່າວໃຫ້ດີ. ສັງລວມແລ້ວ; ດ້ວຍມູນເຊື້ອ ແລະ ຜົນງານ ພາຍໃຕ້ການນຳພາ, ຊີ້ນຳຂອງພັກ ແລະ ການຄຸ້ມຄອງ ຂອງລັດ, ສື່ມວນຊົນຕ້ອງສືບຕໍ່ບຸກ ບືນ, ປັບປຸງພັດທະນາຕົນເອງຢູ່ ເລື້ອຍໆ ສ້າງການຫັນປ່ຽນທີ່ແຂງ ແຮງ ແລະ ກ້າວໄປສູ່ຄຸນນະພາບ ແລະ ທັນສະໄໝ ຕາມແຜນຍຸດທະ ສາດ ທີ່ກຳນົດໄວ້ນັ້ນໃຫ້ປາກົດຜົນ ເປັນຈິງ. ແຕ່ງ, ຈັດວາງອຸປະກອນທຳມາຫາ ກິນ, ອຸປະກອນທາງດ້ານວັດທະ ນະທຳຂອງແຕ່ລະຊົນເຜົ່າໃຫ້ມີ ຄວາມເປັນລະບຽບຮຽບຮ້ອຍ ເພື່ອ ຮອງຮັບໃຫ້ແກ່ນັກທ່ອງທ່ຽວທີ່ ເຂົ້າມາທ່ຽວຊົມໃນໄລຍະສະເຫລີມ ສະຫລອງນີ້ ທີ່ສວນບັນດາເຜົ່າ ບ້ານດານຊີ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ. ນອກ ຈາກກິດຈະກຳທ່ຽວຊົມເຮືອນ, ວິຖີ ການດຳລົງຊີວິດຂອງແຕ່ລະຊົນ ເຜົ່າແລ້ວ, ກໍ່ຈະມີກິດຈະກຳຊິມ ອາຫານພື້ນບ້ານຂອງແຕ່ລະຊົນ ເຜົ່າຕື່ມອີກ ທັງນີ້ ກໍ່ເພື່ອເປັນການ ສະແດງເຖິງການດຳລົງຊີວິດຂອງ ແຕ່ລະຊົນເຜົ່າໃນນະໄໝກ່ອນໆ. ຂະນະທີ່ ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງ ຊາດ, ປະທານຮ້ານຄໍາພູວົງ ແລະ ສວນບັນດາເຜົ່າ ກໍ່ໃຫ້ສໍາພາດວ່າ: ງານສະເຫລີມສະຫລອງວັນສ້າງ ຕັ້ງສູນກາງແນວລາວສ້າງຊາດ ແມ່ນເປັນຄັ້ງທໍາອິດ ແລະ ເພື່ອເປັນ ການສະທ້ອນໃຫ້ເຫັນເຖິງການ ຮ່ວມມື ແລະ ຄວາມຫລາກຫລາຍ ທາງວັດທະນະທຳຂອງຊົນເຜົ່າ ຕ່າງໆ ທົ່ວປະເທດ ທີ່ໄດ້ມີສ່ວນສໍາ ຄັນໃນການສ້າງສາ ແລະ ປົກປັກ ຮັກສາຊາດລາວຕະຫລອດໄລຍະ ຜ່ານມາ. ພາຍໃນງານ ໄດ້ມີການ ຕະພັນກະສິກຳ ແລະ ອາຫານພື້ນ ເມືອງຂອງແຕ່ລະຊົນເຜົ່າ ໃຫ້ຜູ້ ເຂົ້າຮ່ວມໄດ້ລອງຊິມ ແລະ ຊື້ຫາ ເພື່ອສົ່ງເສີມການເງິນໝູນວຽນໃຫ້ ກັບຊົນເຜົ່າໃນທ້ອງຖິ່ນ. ສູນກາງແນວລາວສ້າງຊາດ ສະເຫລີມສະຫລອງ ວັນສ້າງຕັ້ງ ແນວລາວສ້າງຊາດຄົບ ຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ເພື່ອທົບທວນຫວນຄືນ ມູນເຊື້ອອັນສະຫງ່າງາມ ແລະ ຜົນ ງານອັນໃຫຍ່ຫລວງ ໃນພາລະກິດ ຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດທີ່ພັກ, ລັດ, ແນວລາວສ້າງຊາດ ແລະ ປະຊາຊົນ ບັນດາເຜົ່າຍາດມາໄດ້ຕະຫລອດ ໄລຍະ 75 ປີຜ່ານມາ. ທ່ານ ເຍ່ຍເກີຢ່າງ ໜໍຈໍຈົ່ງຕົວ ຮອງປະທານແນວລາວສ້າງຊາດ ໄດ້ໃຫ້ສຳພາດມໍ່ໆມານີ້ວ່າ: ປີນີ້, ກໍ່ແມ່ນອີກປີໜຶ່ງທີ່ມີຄວາມໝາຍ ສຳຄັນຫລາຍສຳລັບສູນກາງແນວ ລາວສ້າງຊາດພວກເຮົາ ເນື່ອງ ຈາກມີອາຍຸຄົບ 75 ປີ ແລະ ເພື່ອ ເຮັດໃຫ້ການສະເຫລີມສະຫລອງ ວັນດັ່ງກ່າວ ມີຄວາມໝາຍເລິກ ເຊິ່ງ ພວກເຮົາກໍ່ໄດ້ກຽມຫລາຍ ດ້ານ ໂດຍສະເພາະແມ່ນອອກ ແຮງງານລວມສະຖານທີ່ຈັດງານ ວາງສະແດງ ວັດທະນະທຳຊົນເຜົ່າ ເພື່ອໃຫ້ມີຄວາມສວຍງາມ, ຕົບ ສະແດງວັດທະນະທຳຊົນເຜົ່າຢ່າງ ຫລາກຫລາຍ ໂດຍສະເພາະແມ່ນ ການສະແດງສິລະປະວັນນະຄະດີ ພື້ນເມືອງ, ການບອກເລື່ອງຕໍາ ນານ ແລະ ພິທີກຳຂອງຊົນເຜົ່າ ຕ່າງໆ, ການຈັດສະແດງເຮືອນຈໍາ ລອງ ແລະ ການເຄື່ອນໄຫວທາງ ວັດທະນະທໍາອື່ນໆ. ຜູ້ເຂົ້າຮ່ວມ ງານຈະໄດ້ເຫັນການສະແດງຂອງ ຊົນເຜົ່າຕ່າງໆເຊັ່ນ: ຊົນເຜົ່າລາວ, ຊົນເຜົ່າກຶມມຸ, ບຣູ, ຫໍ້, ອາຄາ, ມົ້ງ, ລື້, ກະຕູ່, ໄຕÐ ດໍາ ແລະ ຜູ່ໄທ ຊຶ່ງທຸກ ເຜົ່າໄດ້ພາກັນສະແດງເອກະລັກ ວັດທະນະທຳອັນແຕກຕ່າງຂອງ ຕົນໃຫ້ປະຊາຊົນໄດ້ຮັບຊົມ. ນອກ ຈາກນັ້ນ, ພາຍໃນງານຍັງມີການ ຈັດວາງສະແດງຜະລິດຕະພັນພື້ນ ເມືອງ, ສິນຄ້າຫັດຖະກຳ, ຜະລິດ
RkJQdWJsaXNoZXIy MTc3MTYxMQ==