9exkla d xtdkfdq '9a ddko9a f8a '0v' rtcoddko{dq ,dv'vh v,0h k'c0;' gsfdko{dkora fmtok xtgmf]k; ( 07/08/2025 g,n v'xkdmk g]aj 'cdh w0gla omk'l5 dglu o.sh lk,kfla o9vowfh ຂປລ. ແຫລ່ງຂ່າວຈາກ ແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ສະໄໝສາມັນເທື່ອທີ 9 ຂອງສະພາ ປະຊາຊົນ ແຂວງຄຳມ່ວນ ຊຸດທີ II ໄດ້ພິຈາລະນາ ຮັບຮອງເອົາບັນຫາ ສໍາຄັນພື້ນຖານຂອງແຂວງ ໂດຍໄດ້ ອອກເປັນມະຕິກອງປະຊຸມສະພາ ປະຊາຊົນຂັ້ນແຂວງຫລາຍສະບັບ, ທ່ານ ສະເຫລີມສັກ ແກ້ວຈັນທະ ລາ ສະມາຊິກສະພາແຫ່ງຊາດ ຊຸດ ທີ I9 ປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ຄະນະປະຈໍາສະພາ ປະຊາຊົນຂັ້ນແຂວງ ໄດ້ຖະແຫລງ ກ່ຽວຜົນສໍາເລັດການດໍາເນີນກອງ ປະຊຸມສະໄໝສາມັນ ເທື່ອທີ 9 ຂອງ ສະພາປະຊາຊົນ ແຂວງຄຳມ່ວນ ຊຸດທີ II ໃນວັນທີ 04 ສິງຫາ 2025 ວ່າ: ກອງປະຊຸມສະໄໝສາມັນ ເທື່ອ ທີ 9 ຂອງສະພາປະຊາຊົນ ແຂວງ ຄຳມ່ວນ (ສພຂ) ຊຸດທີ II ໄດ້ໄຂ ຂຶ້ນໃນວັນທີ 30 ກໍລະກົດ 2025 ແລະ ອັດລົງໃນວັນທີ 01 ສິງຫາ 2025 ທີ່ແຂວງຄຳມ່ວນ ໂດຍການ ເປັນປະທານຂອງທ່ານ ບຸນມີ ພິມ ມະສອນ ປະທານສະພາປະຊາຊົນ ຂັ້ນແຂວງຄຳມ່ວນ, ມີທ່ານ ຄໍາ ໃບ ດໍາລັດ ຮອງປະທານສະພາ ແຫ່ງຊາດຊຸດທີ I9, ສະມາຊິກ ສະພາແຫ່ງຊາດ ປະຈຳເຂດເລືອກ ຕັ້ງທີ 12 ພ້ອມດ້ວຍການນຳພັກລັດ, ອາວຸໂສບໍານານ, ບັນດາສະ ມາຊິກສະພາແຫ່ງຊາດ ປະຈຳເຂດ ເລືອກຕັ້ງທີ 12, ສະມາຊິກສະພາ ປະຊາຊົນຂັ້ນແຂວງ ແລະ ອົງການ ຈັດຕັ້ງມະຫາຊົນແຂວງ ເຂົ້າຮ່ວມ. ໃນກອງປະຊຸມ ບັນດາສະມາຊິກ ສະພາປະຊາຊົນຂັ້ນແຂວງ ໄດ້ ພິຈາລະນາຮັບຮອງເອົາບັນຫາ ຂປລ. ແຫລ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ແຂວງຈໍາ ປາສັກ ປະກາດກົງຈັກການຈັດຕັ້ງ ຂອງພະແນກການ-ກົມກອງອ້ອມ ຂ້າງແຂວງ ທີ່ໄດ້ຮັບການປັບປຸງ ໃນວັນທີ 4 ສິງຫາ 2025 ພ້ອມທັງ ແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ ໃນກົງຈັກການຈັດຕັ້ງຄະນະພັກ, ຄະນະພະແນກ, ຫົວໜ້າຂະແໜງ, ຮອງຂະແໜງການຂອງແຂວງຈໍາ ນວນໜຶ່ງ ຕາມນິຕິກຳຂອງສູນກາງ ພັກ ໂດຍການເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາ ຄະນະບໍລິຫານງານພັກແຂວງ, ເຈົ້າ ແຂວງໆຈໍາປາສັກ, ມີສະຫາຍ ສຸ ລິວັດ ສຸວັນນະຈູມຄໍາ ກໍາມະການ ຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍພະແນກການ-ກົມກອງ ອ້ອມຂ້າງແຂວງ, ເມືອງ ແລະ ພະນັກງານ-ລັດຖະກອນ ທີ່ໄດ້ຮັບ ການປັບປຸງເຂົ້າຮ່ວມ. ສະຫາຍ ສາທິດ ປັດສາພັນ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະ ປະຈຳພັກແຂວງ ວ່າດ້ວຍການ ປ ະ ກ າ ດຍຸບ ເ ລີກກ າ ນຈັດ ຕັ້ງ ຮາກຖານພັກ 8 ພາກສ່ວນ ຄື: ໜ່ວຍພັກຮາກຖານຄະນະຈັດຕັ້ງ ແຂວງ, ໜ່ວຍພັກຮາກຖານພະແນກ ພາຍໃນແຂວງ, ຄະນະພັກຮາກຖານ ພະແນກກະສິກຳ ແລະ ປ່າໄມ້ ແຂວງຄະນະພັກຮາກຖານພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ຄະນະພັກ ຮາກຖານພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຄະນະພັກ ຮາກຖານພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ຄະນະພັກຮາກຖານ ພະແນກການເງິນແຂວງ, ຄະນະພັກ ຮາກຖານພະແນກແຜນການ ແລະ ການລົງທຶນແຂວງ; ຜ່ານມະຕິ ຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການສ້າງຕັ້ງຄະນະພັກ ຮາກຖານ ແລະ ໜ່ວຍພັກທີ່ຂຶ້ນກັບ ພ້ອມທັງ ບົ່ງຕົວແຕ່ງຄະນະພັກ ຮາກຖານ ແລະ ແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າຂອງບັນດາພາກສ່ວນ ທີ່ໄດ້ຮັບການປັບປຸງ. ພ້ອມນີ້, ຍັງ ໄດ້ຜ່ານມະຕິຕົກລົງຂອງຄະນະ ປະຈຳພັກແຂວງ ວ່າດ້ວຍການແຕ່ງ ຕັ້ງຄະນະໜ່ວຍພັກ, ຫົວໜ້າ, ຮອງ ຫົວໜ້າຂະແໜງທີ່ຂຶ້ນກັບພາກສ່ວນ ທີ່ໄດ້ຮັບການປັບປຸງ ຕື່ມອີກ. ໃນກອງປະຊຸມຄັ້ງນີ້, ຍັງໄດ້ ຜ່ານຂໍ້ຕົກລົງຂອງເຈົ້າແຂວງ ວ່າ ດ້ວຍການຍົກຍ້າຍ ທ່ານ ວິໄລ ແກ້ວ ມະນີໄລ ຫົວໜ້າພະແນກເຕັກໂນໂລ ຊີ ແລະ ການສື່ສານແຂວງ ໄປປະ ຈໍາການຢູ່ຫ້ອງວ່າການແຂວງ; ຍົກ ຍ້າຍ ທ່ານ ແກ້ວ ສີລິສະຫວັດ ຫົວ ໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງ ໄປປະຈໍາການຢູ່ພະແນກເຕັກ ໂນໂລຊີແລະການສື່ສານແຂວງພ້ອມ ທັງແຕ່ງຕັ້ງເປັນຫົວໜ້າພະແນກ; ຍົກຍ້າຍ ທ່ານ ຈັນທະບູນ ສີປະເສີດ ຫົວໜ້າພະແນກຊັບພະຍາກອນທໍາມະ ຊາດ ແລະ ສິ່ງແວດລ້ອມແຂວງ ໄປປະຈໍາການຢູ່ຄະນະຄຸ້ມຄອງ ດ່ານສາກົນໜອງນົກຂຽນ ແລະ ແຕ່ງຕັ້ງເປັນຫົວໜ້າຄະນະຄຸ້ມຄອງ ດ່ານດັ່ງກ່າວ. ພ້ອມນີ້ກໍໄດ້ຜ່ານ ຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍ ການໂອນວຽກງານຖະແຫລງຂ່າວ (ວຽກງານສື່ມວນຊົນ) ແລະ ບຸກຄະ ລາກອນ ມາຂຶ້ນກັບຄະນະໂຄສະນາ ອົບຮົມແຂວງ. ຂ່າວ-ພາບ: ທູນທອງໃຈ h lr0 c0;'7e,j ;o Ia [Iv'gvq ks]kp[a oskle7a orn o4ko0v'c0;' ສໍາຄັນພື້ນຖານຂອງແຂວງ ເປັນ ຕົ້ນ ມະຕິວ່າດ້ວຍການຮັບຮອງ ເອົາບົດລາຍງານ ຂອງເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ແຜນ ງົບປະມານແຫ່ງລັດຂັ້ນແຂວງ ຫົກ ເດືອນຕົ້ນປີ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບ ປະມານແຫ່ງລັດຂັ້ນແຂວງຫົກ ເດືອນທ້າຍ ປີ 2025; ມະຕິວ່າດ້ວຍ ການຮັບຮອງເອົາບົດລາຍງານ ຂອງເຈົ້າແຂວງກ່ຽວກັບການ ຈັດຕັ້ງປະຕິບັດແຜນພັດທະນາ ຊົນນະບົດ ແລະ ລົບລ້າງຄວາມ ທຸກຍາກ ປະຈຳ 6 ເດືອນຕົ້ນປີ ແລະ ແຜນພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ປະຈຳ06 ເດືອນທ້າຍປີ 2025; ມະຕິ ວ່າດ້ວຍການຮັບຮອງເອົາ ບົດລາຍງານຂອງອົງການປົກຄອງ ແຂວງ ກ່ຽວກັບການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງ ຂອງ ເຈົ້າແຂວງວ່າດ້ວຍການຄຸ້ມຄອງ ສິ່ງເສດເຫລືອ ທີ່Xມີຜົນກະທົບຕໍ່ ສິ່ງແວດລ້ອມ ຢູ່ແຂວງຄຳມ່ວນ ສະບັບເລກທີ 1163 ຈຂ.ຄມ, ລົງ ວັນທີ 12 ສິງຫາ 2021; ມະຕິ ວ່າດ້ວຍການຮັບຮອງເອົາບົດ ລາຍງານຂອງອົງການປົກຄອງ ແຂວງ ກ່ຽວກັບການຍົກລະດັບ ດ່ານສາກົນນາເພົ້າ, ດ່ານສາກົນຂົວ ມິດຕະພາບ3ແລະອົງການກາແດງ ປະຈຳແຂວງເປັນອົງການທຽບເທົ່າ ພະແນກການຂອງແຂວງ; ມະຕິວ່າ ດ້ວຍການຮັບຮອງ ຊົນເຜົ່າບຣູຂອງ ແຂວງຄໍາມ່ວນ; ມະຕິວ່າດ້ວຍການ ຮັບຮອງເອົາບົດລາຍງານ ຂອງ ຄະນະປະຈໍາສະພາປະຊາຊົນຂັ້ນ ແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນຂັ້ນແຂວງ ໃນ ໄລຍະແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາກອງປະຊຸມສະໄໝ ສາມັນເທື່ອທີ 9 ແລະ ແຜນການ ເຄື່ອນໄຫວວຽກງານໄລຍະແຕ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຫາກອງປະຊຸມສະໄໝສາມັນເທື່ອ ທີ 10 ຂອງສະພາປະຊາຊົນແຂວງ ຄໍາມ່ວນ ຊຸດທີ II. ໃນກອງປະຊຸມ ຍັງໄດ້ພິຈາລະນາຮັບຮອງເອົາ ການສະເໜີແຕ່ງຕັ້ງໂຄງປະກອບ ບຸກຄະລາກອນອົງການປົກຄອງ ແຂວງ-ອົງການປົກຄອງເມືອງ ແລະ ຮ່າງນິຕິກໍາໃຕ້ກົດໝາຍຂອງ ແຂວງ; ຮັບຮອງເອົາການສະເໜີ ປະທານຄະນະກຳມະການປົກຄອງ ເມືອງ10 ຕົວເມືອງ ພາຍໃນ ແຂວງ; ການຮັບຮອງຮ່າງນິຕິກໍາ ໃຕ້ກົດໝາຍຂອງແຂວງ ເປັນຕົ້ນ ຮັບຮອງເອົາການສ້າງຂໍ້ຕົກລົງ ຂອງເຈົ້າແຂວງ ວ່າດ້ວຍການກໍາ ນົດເຂດປອດຄວັນຢາສູບ ແລະ ຮັບຮອງເອົາການສ້າງຂໍ້ຕົກລົງ ຂອງເຈົ້າແຂວງ ວ່າດ້ວຍການ ຈັດການແຂ່ງຂັນກິລາ ທົ່ວແຂວງ ຄໍາມ່ວນ. ພ້ອມນີ້, ໃນໄລຍະດໍາເນີນກອງ ປະຊຸມໄດ້ມີປະຊາຊົນສົົ່ງຄໍາຄິດ, ຄໍາເຫັນ, ຄໍາສະເໜີ ຜ່ານໂທລະສັບ ສາຍດ່ວນ (051 156) ມາຍັງ ກອງປະຊຸມສະພາປະຊາຊົນຂັ້ນ ແຂວງ ຈໍານວນໜຶ່ງ ເຊິ່ງພົວພັນເຖິງ ການພັດທະນາເສດຖະກິດ-ສັງຄົມ ການຄຸ້ມຄອງບໍລິຫານລັດ, ການ ຊົດເຊີຍຜົນກະທົບຈາກໂຄງການ ພັດທະນາຕ່າງໆ. ຕໍ່ບັນຫາດັ່ງກ່າວ, ສະພາປະຊາຊົນຂັ້ນແຂວງໄດ້ມອບ ໃຫ້ກໍາມະການທີ່ກ່ຽວຂ້ອງເພື່ອ ປະສານສົມທົບກັບອົງການລັດທີ່ ກ່ຽວຂ້ອງ ໂດຍສະເພາະອົງການ ປົກຄອງຂັ້ນແຂວງ-ຂັ້ນເມືອງຄົົ້ນ ຄວ້າພິຈາລະນາແກ້ໄຂ ໃຫ້ຖືກຕ້ອງ ສອດຄ່ອງຕາມກົດໝາຍ ແລະ ລະບຽບການ. ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ການແກ້ໄຂ ເສັ້ນທາງສຸກເສີນໃຫ້ສາມາດ ສັນຈອນໄດ້ໃນໄລຍະລະດູຝົນເປັນ ວຽກທີ່ສໍາຄັນ ເຊິ່ງເມືອງປາກ ທາໄດ້ເອົາໃຈໃສ່ເຝົ້າລະວັງ ແລະ ແກ້ໄຂຮັບປະກັນໃຫ້ແກ່ການ ເດີນທາງໄປ-ມາໄດ້ສະດວກ. ປັດຈຸບັນ ເສັ້ນທາງເລກທີ2243 ແຕ່ ປາກທາ-ຫ້ວຍແອນ ແລະເສັ້ນທາງ 2205 ແຕ່ຜາໃດ-ກ້ອນຕື່ນ ລົດໃຫຍ່ ສາມາດສັນຈອນໄດ້, ແຕ່ໃນໄລຍະ ລະດູຝົນນີ້ ບາງຈຸດອາດເຮັດໃຫ້ ທາງມື່ນ ແລະ ເສັ້ນທາງມີບວກມີ ຂຸມ ຕ້ອງໄດ້ໃຊ້ຄວາມລະມັດລະວັງ ໃນການຂັບຂີ່. ໃນທ້າຍອາທິດທີ່ຜ່ານມາ, ທ່ານ ຄໍາຈັນ ອິນທະຈັກ ເຈົ້າເມືອງໆປາກ ທາ ພ້ອມດ້ວຍຄະນະ ລົງກວດກາ ແລະ ຊຸກຍູ້ ບໍລິສັດດວງຈະເລີນ ຈໍາກັດ ທີ່ເໝົາເພື່ອແກ້ໄຂເສັ້ນທາງ ot7vowdlvorq ,;y sko lh k'0t[;odko8k[05 , 8k,gla omk'gmlt[ko ຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດໃຫ້ຮູ້ວ່າ: ຄະນະພັກ ຄະນະນຳ ນະຄອນໄກສອນ ພົມວິຫານຮ່ວມກັບ ພະແນກໂຍທາ ທິການ ແລະ ຂົນສົ່ງແຂວງສະຫວັນ ນະເຂດ ສ້າງຂະບວນການຕາບ ຂຸມຮັງໄກ່ ຕາມເສັ້ນທາງເທສະ ບານນະຄອນ ໄກສອນພົມວິຫານ ໃນວັນທີ 6 ສິງຫາ 2025 ເພື່ອ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ອົງຄະນະພັກ ແຂວງສະຫວັນນະ ເຂດ ສະໄໝທີ 10 ທີ່ຈະຈັດຂຶ້ນໃນ ມໍ່ໆນີ້ ໃຫ້ເຕັມໄປດ້ວຍຜົນງານອັນ ຍິ່ງໃຫຍ່ໂດຍມີທ່ານ ບຸນໂຈມ ອຸບົນ ປະເສີດ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍຄະນະພັກ-ຄະນະນຳຂັ້ນ ແຂວງ-ນະຄອນ ໄກສອນພົມວິຫານ, ພະນັກງານ-ລັດຖະກອນ ແລະ ອຳນາດການປົກຄອງ ໃນທົ່ວເທສະ ບານ ນະຄອນໄກສອນພົມວິຫານ ເຂົ້າຮ່ວມ. ທ່ານ ຄຳຜອງ ສົມວິຈິດ ຫົວ ໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ ໄດ້ລາຍງານວ່າ: ໃນການສ້າງ ຂະບວນການສ້ອມແປງທາງໃນ ຄັ້ງນີ້ ເພື່ອໃຫ້ການສັນຈອນໄປມາຂອງພໍ່ແມ່ປະຊາຊົນໃນເທສະ ບານນະຄອນ ໄກສອນພົມວິຫານ ໄປ-ມາໄດ້ສະດວກ, ເຊິ່ງການສ້າງ ຂະບວນການແມ່ນການຮ່ວມກັນ ລະຫວ່າງ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ອົງການຈັດຕັ້ງ ມະຫາຊົນຊາວໜຸ່ມ, ກຳມະບານ, ສະຫະພັນແມ່ຍິງແຂວງ ແລະ ອົງ h ການປົກຄອງນະຄອນ ໄກສອນພົມ ວິຫານ ໂດຍມີແຜນຈັດຕັ້ງປະຕິບັດ ຢູ່ 2 ເສັ້ນທາງຄື: ເສັ້ນລາດສະວົງ ເສິກ ແລະ ເສັ້ນທາງສີສະຫວ່າງວົງ. ໃນການສ້າງຂະບວນການຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຢາງ ຂົ້ວສຳເລັດຮູບ ຈາກການນຳແຂວງ ແລະ ພາກສ່ວນທຸລະກິດໃນນີ້, ທ່ານ ເຈົ້າແຂວງສະຫວັນນະເຂດ ປະກອບ ສ່ວນ 100 ເປົາ, ທ່ານ ໂພໄຊ ໄຂຄຳ ພິທູນ ຮອງເຈົ້າແຂວງ 100 ເປົາ, ນະຄອນ ໄກສອນພົມວິຫານ 200 ເປົາ, ຈາກນັກທຸລະກິດ ແລະ ພາກ ສ່ວນອື່ນໆຈຳນວນໜຶ່ງ ລວມມູນຄ່າ 150 ລ້ານກວ່າກີບ. h ສຸກເສີນ ແຕ່ປາກທາ-ຫ້ວຍແອ່ນ ເຊິ່ງມີຄວາມຍາວ 34,5 ກິໂລແມັດ ທີ່ໄດ້ຮັບຄວາມເສຍຫາຍຈາກຝົນ ຕົກໜັກຕິດຕໍ່ກັນຫລາຍວັນໄລຍະ ຜ່ານມາ ເຮັດໃຫ້ທາງຂາດ 2 ຈຸດ, ມີດິນເຈື່ອນຖົມທາງ 5 ຈຸດ, ດິນຖົມ ປາກທໍ່ 5 ແຫ່ງ, ທໍ່ກົມຂາດ 3 ແຫ່ງ. ສໍາລັບເສັ້ນທາງ ເລກທີ 2205 ຟາກ ນໍ້າຂອງ ແຕ່ ຜາໃດ-ກ້ອນຕື່ນແມ່ນ ບໍລິສັດ ຍິ່ງທະວີຊັບ ຈໍາກັດເປັນ ຜູ້ຮັບເໝົາເຝົ້າລະວັງແກ້ໄຂສຸກເສີນ ໂດຍມີຄວາມຍາວ 46 ກິໂລແມັດ ໄດ້ຮັບຄວາມເສຍຫາຍ ທາງຂາດ 3 ຈຸດ ແລະ ທາງເຊາະເຈື່ອນເຮັດ ໃຫ້ທາງຂາດ 11 ຈຸດ. ໂອກາດດັ່ງກ່າວ, ທ່ານ ຄໍາຈັນ ອິນທະຈັກ ໄດ້ເນັ້ນໜັກໃຫ້ບໍລິສັດທີ່ ຮັບເໝົາ ເອົາໃຈໃສ່ຕິດຕາມສະພາບ ເສັ້ນທາງຢ່າງໃກ້ຊິດ,ປະສານສົມ ທົບກັບພາກສ່ວນໂຍທາທິການ ແລະ ຂົນສົ່ງເມືອ, ກະກຽມຄວາມພ້ອມ ທາງດ້ານກົນຈັກເພື່ອຮອງຮັບການ ແກ້ໄຂເສັ້ນທາງທີ່ອາດຈະເປ່ເພ ໃນລະດູຝົນ ເພື່ອຮັບປະກັນໃຫ້ແກ່ ການສັນຈອນໄປ-ມາໄດ້ຕະຫລອດ ລະດູຝົນນີ້. ຂ່າວ: ບຸນເພັງ ທຸມມະວົງ h
RkJQdWJsaXNoZXIy MTc3MTYxMQ==