glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme ໂດຍ: ຢ່າຕ່ົງ; ພາບ: ຂັນໄຊ xtgmf]k; 6 07/08/2025 glf4tdy f{la '7q , (ແຫລ່ງຂ່າວແຂວງຄ¦ມ່ວນ) 3I'cI,I;j k'dy , s]5 f 50% lts]v'dkoxa [x5 '.\j /b dvq [Iq ,fq o8u rN og,n v' grnj vln [lko 8eokoly ]txt;a fmtotme]k; ນັບວ່າແມ່ນອີກຂ່າວດີສຳ ລັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ແຂກຄົນທີ່ເຂົ້າມາ ທ່ຽວໃນນະຄອນຫລວງວຽງຈັນ ແລະ ຢາກເຂົ້າໃຊ້ບໍລິການໂຮງ ແຮມ ຮວ່າງກິມ ()PBOH ,JN). ປັດຈຸບັນໂຮງແຮມຮວ່າງກິມ ຕັ້ງ ຢູ່ໃຈກາງນະຄອນຫລວງວຽງຈັນ (ທາດດຳ) ໄດ້ມີການຫລຸດລາຄາ ຄ່າຫ້ອງພັກເຖິງ 50% ເພື່ອເປັນ ການສະເຫລີມສະຫລອງການປັບ ປຸງໃໝ່ຂອງໂຮງແຮມ ໄປຈົນເຖິງ ວັນທີ 30 ກັນຍາ 2025 ນີ້. ຕາມການໃຫ້ສຳພາດຂອງທ່ານ ຕິ່ງ ວິໄລ ເຈົ້າຂອງໂຮງແຮມຮວ່າງ ກິມ ()PBOH ,JN) ຕໍ່ນັກຂ່າວ ໜັງສືພິມປະເທດລາວວ່າ: ເປັນເວ ລາຫລາຍປີມານີ້, ຕົນໄດ້ເປີດບໍລິ ການໂຮງແຮມໃຫ້ແກ່ແຂກພາຍໃນ ແລະ ຕ່າງປະເທດຢູ່ປະເທດລາວ ເຊິ່ງຜ່ານມານີ້, ໂຮງແຮມຮວ່າງ ກິມ ເປີດບໍລິການພຽງແຕ່ອາຄານ ດຽວເທົ່ານັ້ນ, ແຕ່ເພື່ອຮອງຮັບໃຫ້ ແກ່ການໃຊ້ບໍລິການຂອງແຂກທາງ ໂຮງແຮມໄດ້ຂະຫຍາຍອາຄານ ອອກອີກໜຶ່ງອາຄານ ໂດຍລວມ ທັງໝົດສອງອາຄານມີຫ້ອງພັກ 30 ຫ້ອງ. ໃນນັ້ນ, ມີຫ້ອງພັກແບບ ສ່ວນຕົວຈົນເຖິງຫ້ອງພັກແບບ ຄອບຄົວ, ນອກຈາກຫ້ອງພັກແລ້ວ ກໍ່ຍັງມີສະລອຍນໍ້າ, ບັນຍາກາດດີຢູ່ ໃຈກາງເມືອງແຕ່ເໜືອນເຮົາໄດ້ມາ ພັກຜ່ອນຢູ່ໃກ້ຊິດທໍາມະຊາດ. ເພື່ອເປັນການສະເຫລີມສະຫລອງ ວັນສຳຄັນຂອງສອງປະເທດ ລາວ- ຫວຽດນາມແລະສະເຫລີມສະຫລອງ ການປັບປຸງໂຮງແຮມຮວ່າງກິມ ໃໝ່ ໂດຍສະເພາະແມ່ນວັນເຊັນສັນ ຍາມິດຕະພາບ-ການຮ່ວມ ແລະ ວັນ ສ້າງຕັ້ງສາຍພົວພັນການທູກລາວ- ຫວຽດນາມ (18 7 1977 ແລະ 5 9 1962), ວັນຊາດ ສສ ຫວຽດ ນາມ (2 9 1945)ທີ່ຈະມາເຖິງນີ້ ໃຫ້ມີບັນຍາກາດຟົດຟື້ນ ໂຮງແຮມ ຮວ່າງກິມ ໄດ້ມີການຫລຸດລາຄາຄ່າ ຫ້ອງ 50% ທຸກໝວດຫ້ອງນັບແຕ່ ນີ້ໄປເຖິງທ້າຍເດືອນກັນຍາ 2025 ນີ້. ໃນນັ້ນ, ຫ້ອງຄູ່ມາດຕະຖານ ພຽງ 450.000 ຄືນ (ຈຳກັດ 6 ຫ້ອງ ມື້); 4UBOEBSE 5XJO 3PPN ພຽງແຕ່ 500.000 ກີບ ຄືນ (ຍັງເຫລືອພຽງ 5 ຫ້ອງ), ຫ້ອງຄອບຄົວມາດຕະຖານເໝາະ ສຳລັບກຸ່ມ ພຽງແຕ່ 800.000 ກີບ ຄືນ (ຈຳນວນ 8 ຫ້ອງ), ເຊິ່ງໃນ ທຸກໆຫ້ອງແມ່ນລວມທັງອາຫານ ເຊົ້າແບບບຸບເຟ. ທ່ານ ຕິ່ງ ວິໄລ ກ່າວຕື່ມວ່າ: ໂຮງແຮມຮວ່າງກິມ ຕັ້ງຢູ່ບ້ານ ຊຽງຢືນ ເມືອງຈັນທະບູລີ ນະຄອນ ຫລວງວຽງ. ນອກຈາກໃກ້ທາດ ດຳ ເຊິ່ງເປັນແຫລ່ງທ່ອງທ່ຽວ ທາງດ້ານວັດທະນະທຳແລ້ວ ຍັງໃກ້ ກັບແຫລ່ງທ່ອງທ່ຽວສວນສາທາ ລະນະອື່ນໆ ໂດຍສະເພາະແມ່ນ ສວນສາທາລະນະເຈົ້າອານຸວົງ, ຕະ ຫລາດມືດແຄມຂອງ, ຕະຫລາດ ເຊົ້າແລະ ຕະຫລາດກາງຄືນສີຫອມ ໂດຍສາມາດຍ່າງໄປທ່ຽວໄດ້. ຍັງ ມີບໍລິການລົດຖີບບໍ່ເສຍຄ່າ (ຟßີ) ຕື່ມອີກ. ຖ້າທ່ານໃດສົນໃຈຕິດຕໍ່ໄດ້ ຫລາຍຊ່ອງທາງເຊ່ັນ: 'BDFCPPL: )PBOH,JN)PUFM 3FTUBVSBOU, IU UQT: NBQT.BQQ.HPP.HM , DITH%EJXHPYX.:2)7 ແລະ ເບີໂທ ຫລື ວອດແອັບ: 020 9958 5959. ຊົນຊາດລາວແມ່ນຊົນຊາດໜຶ່ງ ທີ່ມີຄວາມຈະເລີ່ນຮຸ່ງເຮືອງທາງ ດ້ານວັດທະນະທຳສິລະປະ-ວັນນະ ຄະດີຢູ່ໃນອາຊີຕາເວັນອອກສຽງ ໃຕ້, ປະຊາຊົນລາວໄດ້ມີເຄື່ອງເສບ ຫລື ເຄື່ອງດົນຕີມາແຕ່ດົນນານນັບ ເປັນຫລາຍສະຕະວັດ. ເຄື່ອງດົນຕີ ລາວ ຖືເປັນເຄື່ອງດົນຕີພື້ນບ້ານພື້ນ ເມືອງທີ່ປະຊາຊົນຕາມທ້ອງຖິ່ນ ຕ່າງໆນິຍົມໃຊ້ໃນງານສຳຄັນຕ່າງໆ. ສະນັ້ນ ເພື່ອເປັນການສືບສານຕຳ ນານສິລະປະວັດທະນະທຳລາວໃຫ້ ຄົນຮຸ່ນໃໝ່ໃຫຍ່ລຸນໄດ້ສຶກສາຮຽນ ຮູ້ ແລະ ກາຍເປັນຜູ້ສືດທອດດົນຕີ ພື້ນເມືອງພື້ນບ້ານດັ່ງກ່າວໃຫ້ຢູ່ ຄຽງຄູ່ປະຊາຊົນລາວບັນດາເຜົ່າ ຕະຫລອດໄປ. ດັ່ງທີ່ເມື່ອມໍ່ໆມານີ້, ພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຄຳມ່ວນ ໄດ້ເປີດຝຶກອົບຮົມ ດົນຕີພື້ນເມືອງລາວ, ພື້ນບ້ານລາວ ແລະ ສຽງແຄນລາວ ເພື່ອສືບສານ ຕຳນານສິລະປະວັດທະນະທຳຈາກ ສະໂມສອນດົນຕີລາວດ່ານຊ້າງ ຮ່ວມກັບສູນວັດທະນະທຳແຂວງ ຄຳມ່ວນ ແຕ່ວັນທີ 1-12 ສິງຫາ 2025 ນີ້, ໃນການຝຶກອົບຮົມຄັ້ງ ນີ້ ຈະໄດ້ຮຽນຮູ້ກ່ຽວກັບດົນຕີພື້ນ ເມືອງ ແລະ ດົນຕີພື້ນບ້ານ ຄື: ດົນ ຕີພື້ນເມືອງ ປະກອບມີ: ແຄນ, ລະ ນາດເອກ, ລະນາດທຸ້ມ, ຂິມ, ຂຸ່ຍ, ຊໍອູ້, ຊໍອີ້, ຄ້ອງວົງນ້ອຍ, ຄ້ອງວົງ ໃຫຍ່, ກອງຕະໂພນ, ສ່ວນດົນຕີພື້ນ ບ້ານ ປະກອບມີ: ກອງຫາງ, ກອງ ຕຸ້ມ, ກະຈັບປີ່ (ພິນ), ກີ່ຕ້າເບສ, ໂຫວດ ແລະ ປີ່ຜູ້ໄທ, ທັງນີ້ກໍ່ເພື່ອ ແນໃສ່ສ້າງໃຫ້ສຳມະນາກອນ ໄດ້ ຮຽນຮູ້ກ່ຽວກັບດົນຕີພື້ນເມືອງ-ດົນ ຕີພື້ນບ້ານ ເພື່ອການສະແດງຮັບໃຊ້ ໃນງານສຳຄັນຕ່າງໆ ທັງເປັນສ່ວນ ໜຶ່ງໃນການອະນຸລັກຮັກສາ ແລະ ສືບທອດສິລະປະວັດທະນະທຳ, ສຽງແຄນລາວ ໃຫ້ມີຄວາມຍືນຍົງ ຕະຫລອດໄປ. ເຂົ້າຮ່ວມເປີດຝຶກອົບ ຮົມຄັ້ງນີ້ໂດຍມີທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳ ມ່ວນ, ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ, ອາຈານ ຄໍາສວນ ວົງທອງຄໍາ ສິລະປິນດີເດັ່ນ, ສິລະ ປິນຫລຽນຄໍາອິນດູຈີນ ຫົວໜ້າ ສະໂມສອນດົນຕີລາວດ່ານຊ້າງ, ມີ ບັນດາຂະແໜງການກ່ຽວຂ້ອງຂັ້ນ ແຂວງ, ແຂກຖືກເຊີນ ແລະ ນັກສຳ ມະນາກອນຈາກບັນດາໂຮງຮຽນ ຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ. ທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ມີຄໍາເຫັນຕໍ່ຊຸດຝຶກອົບຮົມວ່າ: ການອະນຸລັກສົ່ງເສີມທາງດ້ານ ວັດທະນະທຳ ເປັນບັນຫາທີ່ຕ້ອງ ໄດ້ແກ້ໄຂໃນຕໍ່ໜ້າ ເປັນຕົ້ນແມ່ນ: ຕ້ອງໄດ້ຍົກສູງຄຸນນະພາບການ ຄຸ້ມຄອງວັດທະນະທຳ ໃຫ້ມີຄວາມ ເຂັ້ມງວດກວ່າເກົ່າ, ເອົາໃຈໃສ່ ເລືອກເຟັ້ນເອົາວັດທະນະທຳທີ່ ຍອດຍິ່ງ, ວັດທະນະທຳທີ່ມີຄວາມ ສີວິໄລ ມາໝູນໃຊ້ໂດຍສອດຄ່ອງ ກັບວັດທະນະທຳລາວເຮົາ, ສືບຕໍ່ ເຜີຍແຜ່ບັນດານິຕິກຳ ກໍ່ຄືກົດໝາຍ ທາງດ້ານວັດທະນະທຳ ໃຫ້ມວນ ຊົນໄດ້ຮັບຮູ້ ເພື່ອປູກຈິດສຳນຶກໃນ ທົ່ວສັງຄົມໃຫ້ອະນຸລັກຮັກສາວັດ ທະນະທຳຂອງຕົນພ້ອມນີ້ກໍ່ເລັ່ງໃສ່ ປູກຈິດສຳນຶກເຍົາວະຊົນ-ຊາວໜຸ່ມ ໃຫ້ມີຄວາມຮັກ ແລະ ປະຕິບັດເປັນ ປະຈຳວັນຕໍ່ກັບວັດທະນະທຳຂອງ ລາວ. ເຊິ່ງການຈັດຝຶກອົບຮົມໃນ ຄັ້ງນີ້ ເປັນຄັ້ງປະຫວັດສາດ ທີ່ຈະ ສ້າງຮຸ່ນສືບທອດທີ່ເປັນຂະບວນ ການ ໂດຍມີອາຈານລະດັບຊາດມາ ສິດສອນ ເຊິ່ງລົງເລິກເຄື່ອງດົນຕີ ພື້ນເມືອງ, ເຄື່ອງດົນຕີພື້ນບ້ານ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງທຸກ ທ່ານ ຈົ່ງພ້ອມກັນເອົາໃຈໃສ່ ຕັ້ງໃຈ ໃນການຮຽນຮູ້, ລົງມືປະຕິບັດຕາມ ການສິດສອນຂອງຄູ-ອາຈານ ແລະ ເຊື່ອໝັ້ນວ່າ ບັນດາທ່ານຈະສາມາດ ຮຽນຮູ້, ນຳໃຊ້ເຄື່ອງດົນຕີພື້ນ ເມືອງ-ພື້ນບ້ານໄປເຜີຍແຜ່ສູ່ມວນ ຊົນ ແລະ ເປັນກຳລັງແຮງໜຶ່ງຂອງ ສັງຄົມ ໃນການຟື້ນຟູ, ອະນຸລັກ, ສົ່ງ ເສີມວັດທະນະທຳອັນດີງາມຂອງ ລາວເຮົາ ທັງເປັນການສ້າງມົນສະ ເໜ່ໃຫ້ແກ່ນັກທ່ອງທ່ຽວ ເພື່ອດຶງ ດູດເອົານັກທ່ອງທ່ຽວເຂົ້າມາທ່ຽວ ແຂວງຄຳມ່ວນໃຫ້ນັບມື້ຫລາຍຂຶ້ນ.
RkJQdWJsaXNoZXIy MTc3MTYxMQ==