07/08/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ສື່ມວນຊົນລາວ... ແຕ່ລະໄລຍະ ແລະ ພ້ອມກັນປຶກສາ ຫາລືບັນຫາປິ່ນອ້ອມວຽກງານສື່ ມວນຊົນ. ທ່ານ ວັນນະສິນ ສິມມະວົງ ຜູ້ ອຳນວຍການໃຫຍ່ສຳນັກຂ່າວສານ ປະເທດລາວ ໄດ້ໃຫ້ສຳພາດຕໍ່ສື່ ມວນຊົນໃນວັນທີ 6 ສິງຫາ 2025 ນີ້ວ່າ: ຕະຫລອດໄລຍະຜ່ານມາ, ຫລາຍຄົນເຂົ້າໃຈດີວ່າ ສື່ມວນຊົນ ແມ່ນເຄື່ອງມືອັນແຫລມຄົມຂອງ ພັກ-ລັດ ມີໜ້າທີ່ເຜີຍແຜ່ແນວທາງ ນະໂຍບາຍທີ່ຖືກຕ້ອງຂອງພັກລັດຖະບານ ກໍຄື ໝາກຜົນຂອງ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ ອອກສູ່ສັງຄົມ ທັງພາຍໃນ ແລະ ຕ່າງປະເທດ, ແຕ່ ກໍຍັງມີຫລາຍຄົນທີ່ຍັງບໍ່ທັນເຂົ້າໃຈ ເລິກເຊິ່ງ ເຖິງບົດບາດຂອງສື່ມວນ ຊົນໃນໄລຍະທີ່ປະເທດຊາດຕົກເປັນ ຫົວເມືອງຂຶ້ນຂອງຈັກກະພັດລ່າ ເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ຫລາຍທົດສະວັດກ່ອນໜ້ານີ້ ນັກສື່ ມວນຊົນໄດ້ອາໄສປາກກາ, ເຈ້ຍ, ສໍ, ອາໄສສຽງຂີດຂຽນ ແລະ ປ່າວ ປະກາດຜ່ານເຄື່ອງມືສື່ສານທີ່ມີໃນ ຍຸກສະໄໝນັ້ນໂຈມຕີພວກສັດຕູ, ໄປ ພ້ອມໆກັບການປຸກລະດົມປະຊາຊົນ ຍົກສູງຄວາມສາມັກຄີພາຍໃນຊາດ ລຸກຂຶ້ນຕໍ່ຕ້ານການຮຸກຮານຂອງ ພວກຈັກກະພັດ ແລະ ລູກແຫລ່ງ ຕີນມືຂອງເຂົາບໍ່ຕ່າງຫຍັງກັບອ້າຍ ນ້ອງທະຫານຜູ້ໜຶ່ງ; ທະຫານຈັບ ສະຫລອງວັນລັດຖະທຳມະນູນ... ຫາລືກະກຽມສຳຫລວດ... ມາລົງທຶນຢູ່ ສປປ ລາວ, ປະຊາຊົນ ລາວບັນດາເຜົ່າ ແລະ ທຸກອົງການ ຈັດຕັ້ງໃນລະບົບການເມືອງປະ ຊາທິປະໄຕປະຊາຊົນ ກໍຄື ພີ່ນ້ອງ ຊາວລາວຢູ່ຕ່າງປະເທດ ໄດ້ຮັບຮູ້ ຢ່າງທົ່ວເຖິງກັນ ເພື່ອພ້ອມກັນຍົກ ສູງສະຕິເຄົາລົບ ແລະ ປະຕິບັດລັດ ຖະທຳມະນູນ, ເພີ່ມທະວີຄວາມສາ ມັກຄີເປັນອັນໜຶ່ງອັນດຽວ ເພື່ອປົກ ປັກຮັກສາ ແລະ ສ້າງສາປະເທດ ຊາດ ກ້າວຂຶ້ນສູ່ຄວາມວັດທະນະ ກະຊວງ ຮສສ... ກິດຈະກຳໃນຄັ້ງນີ້, ເປັນການປູກ ຈິດສຳນຶກ ເພື່ອສະກັດກັ້ນຕ້ານ ການຄ້າມະນຸດເຮັດໃຫ້ທຸກຄົນໃນ ສັງຄົມຮັບຮູ້ ແລະ ເຂົ້າໃຈເຖິງ ຄວາມອັນ ຕະລາຍຕໍ່ກັບການຄ້າ ມະນຸດ. ປັດຈຸບັນ, ການຄ້າມະນຸດໄດ້ຮັບ ການພັດທະນາສູ່ຮູບແບບໃໝ່ໆ ທີ່ ນັກຄ້າມະນຸດໄດ້ພັດທະນາຂຶ້ນ ເພື່ອ ປີ 2025 ໃນວັນທີ 6 ສິງຫາ 2025 ໂດຍການເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກ ລັດຖະມົນຕີ, ຫົວໜ້າຄະນະຊີ້ນໍາ ລະດັບຊາດສຳລັບການສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ V ປີ 2025, ມີບັນດາເຈົ້າແຂວງ, ເຈົ້າຄອງນະຄອນຫລວງວຽງຈັນ, ຫົວໜ້າຄະນະຊີ້ນຳການສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສຂັ້ນ ແຂວງ, ນະຄອນຫລວງ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ມີຄໍາເຫັນວ່າ: ກອງ ປະຊຸມໃນຄັ້ງນີ້, ຈັດຂຶ້ນເປັນຄັ້ງ ທີ 4 ເພື່ອຮັບຟັງການລາຍງານ, ປຶກສາຫາລືກ່ຽວກັບຄວາມຄືບໜ້າ ໃນການກະກຽມ ແລະ ແຜນການ ,;l gxu fsh v'IPorvolts;a o lq j 'glu ,dkolb dlk ຂປລ. ພິທີເປີດຫ້ອງຮຽນພອນ ສະຫວັນ ຫລື ຫ້ອງຮຽນພິເສດຢູ່ ມະຫາວິທະຍາໄລວິທະຍາສາດ ສຸຂະພາບ (ມວສ) ຈັດຂຶ້ນໃນ ວັນທີ 5 ສິງຫາ 2025 ໂດຍມີທ່ານ ບຸນແຝງ ພູມມະໄລສິດ ປະທານ ສະພາມະຫາວິທະຍາໄລວິທະຍາ ສາດສຸຂະພາບ, ທ່ານ ປອນເມກ ດາລາລອຍ ປະທານສະພາຄຸ້ມຄອງ ວິຊາຊີບ, ພ້ອມດ້ວຍພາກສ່ວນ ຕ່າງໆອ້ອມຂ້າງກະຊວງສາທາລະ ນະສຸກ ເຂົ້າຮ່ວມ. ໂອກາດດັ່ງກ່າວ,ທ່ານມາຍຟອງ ມາຍຊາຍ ອະທິການບໍດີ ມວສ ໄດ້ ຍົກໃຫ້ເຫັນຄວາມເປັນມາ, ວິໄສທັດ ແລະ ຄວາມສໍາຄັນຂອງໂຄງການ ຫ້ອງຮຽນພອນສະຫວັນ ຫລື ຫ້ອງ ຮຽນພິເສດ ເຊິ່ງແມ່ນໂຄງການທີ່ ມີການຮຽນ-ການສອນ ເພີ່ມເຕີມໃນ ວິຊາການແພດ ແລະ ສາທາລະນະ ສຸກເປັນພາສາອັງກິດ ນອກໂມງ ການເນັ້ນໃສ່ສ້າງແຮງບັນດານໃຈ ໃຫ້ນັກສຶກສາ ໂດຍອາຈານສອນ ແລະ ຊ່ຽວຊານທີ່ມີຄວາມຮູ້, ຄວາມ ສາມາດ ແລະ ປະສົບປະການສູງໃນ ຂົງເຂດວຽກງານຂອງແຕ່ລະຄົນ ໂດຍສະເພາະແມ່ນຊ່ຽວຊານຕ່າງ ປະເທດ ທີ່ກຳລັງປະຕິບັດໜ້າທີ່ຢູ່ ພາຍໃນ ແລະ ຕ່າງປະເທດ ແນໃສ່ ໃຫ້ນັກສຶກສາໄດ້ເພີ່ມທັກສະ, ຄວາມ ສາມາດພິເສດ ແລະ ເພີ່ມຈາກການ ຮຽນຮູ້ໃນຫ້ອງຮຽນປົກກະຕິ. ນັກ ສຶກ ສ າ ທີ່ ເ ຂົ້າ ຮ ຽ ນ ໃ ນ ຫ້ອງຮຽນພອນສະຫວັນ ແມ່ນໄດ້ ຄັດເລືອກຈາກບຸກຄົນທີ່ໄດ້ຜ່ານ ການສອບເສັງຄັດເລືອກ ແລະ ສຳພາດພິເສດເປັນພາສາອັງກິດ ເຊິ່ງເຂົາເຈົ້າເຫລົ່ານັ້ນ ລ້ວນແຕ່ ເປັນນັກສຶກສາທີ່ມີປະຫວັດ ແລະ ຜົນການຮໍ່າຮຽນທີ່ດີເລີດ, ມີຄວາມ ສາມາດພິເສດດ້ານພາສາອັງກິດ, ມີ ຄວາມຫ້າວຫັນ, ທັງມີຄຸນສົມບັດສິນ ທໍາປະຕິວັດອັນຈົບງາມ. ໂຄງການດັ່ງກ່າວ, ມີເປົ້າໝາຍ ເພື່ອກໍ່ສ້າງ ແລະ ພັດທະນາຄູອາຈານ ແພດ-ສາທາລະນະສຸກ ທີ່ມີຄຸນ ນະພາບສູງ ເພື່ອຈະເປັນແຮງຂັບ ເຄື່ອນທີ່ສໍາຄັນໃນຂະແໜງການ ສຶກສາສາທາລະນະສຸກ ແລະ ການ ບໍລິການສຸຂະພາບໃຫ້ມີຄຸນນະພາບ ທີ່ພົ້ນເດັ່ນຂຶ້ນໄປເລື້ອຍໆ. ຂໍ້ມູນ-ພາບ: ສູນຂ່າວສານການແພດ ສຸຂະສຶກສາ ຈັດຕັ້ງປະຕິບັດວຽກງານການສຳ ຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ເປັນຕົ້ນໄດ້ຮັບຟັງການລາຍງານ ກ່ຽວກັບຜົນສໍາເລັດ ແລະ ຄວາມ ຄືບໜ້າທາງດ້ານວິຊາການໃນການ ກະກຽມໃຫ້ແກ່ການຈັດຕັ້ງປະຕິບັດ ການສຳຫລວດ ໂດຍສະເພາະແມ່ນ ແຜນດຳເນີນງານການເກັບກຳຂໍ້ ມູນ, ແຜນບຸກຄະລາກອນ, ງົບປະ ມານ, ວຽກງານເຜີຍແຜ່ໂຄສະນາ ແລະ ແຜນວຽກງານການຄຸ້ມຄອງ ຄຸນນະພາບການສຳຫລວດໃນ ຂັ້ນຕໍ່ໄປຈາກກະຊວງການເງິນ ແລະ ສູນສະຖິຕິແຫ່ງຊາດ ໃນນາມ ຫ້ອງການສຳຫລວດ ແລະ ກອງ ເລຂາຂັ້ນສູນກາງ. ກອງປະຊຸມ, ຍັງ ຈະໄດ້ປຶກສາຫາລືກ່ຽວກັບວິທີການ ຈັດຕັ້ງປະຕິບັດການສຳຫລວດຢູ່ 4 ພາກສ່ວນຄື: ກະຊວງປ້ອງກັນ ປະເທດ, ກະຊວງປ້ອງກັນຄວາມ ສະຫງົບ, ກະຊວງການຕ່າງປະເທດ ແລະ ເຂດເສດຖະກິດພິເສດ. ນອກ ຈາກນັ້ນ, ຍັງຈະໄດ້ປຶກສາຫາລືບັນ ຫາທີ່ຈະຕ້ອງໄດ້ແກ້ໄຂເລັ່ງດ່ວນ ເພື່ອຮັບປະກັນໃຫ້ສາມາດດຳເນີນ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໄດ້ສໍາເລັດຕາມແຜນທີ່ກໍາ ນົດໄວ້ເປັນຕົ້ນແມ່ນການຕອບສະ ໜອງງົບປະມານ ແລະ ກໍານົດມື້ ນັດໝາຍຂອງການສໍາຫລວດ. ທ່ານ ສັນຕິພາບ ພົມວິຫານ ລັດ ຖະມົນຕີກະຊວງການເງິນ, ຮອງ ຫົວໜ້າຄະນະຊີ້ນໍາລະດັບຊາດການ ສໍາຫລວດພົນລະເມືອງ ແລະ ທີ່ ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໄດ້ຍົກໃຫ້ເຫັນຄວາມຄືບ ໜ້າ ແລະ ແຜນຈຸດສຸມໃນການສໍາ ຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ເຊິ່ງມາຮອດປັດຈຸບັນການກະກຽມ ໄດ້ມີຜົນສຳເລັດຫລາຍດ້ານເປັນ ຕົ້ນໄດ້ສໍາເລັດການດໍາເນີນການສໍາ ຫລວດໄລຍະທີໜຶ່ງ ຄື: ການເກັບ ກຳຂໍ້ມູນພາກສະໜາມຂໍ້ມູນຂ່າວ ສານດ້ານພູມສາດດ້ວຍລະບົບແຜນ ທີ່ ເພື່ອຂຶ້ນບັນຊີບັນດາອາຄານ, ໂຄງສ້າງທັງໝົດພ້ອມທັງຈຸດທີ່ຕັ້ງ ແລະ ຂໍ້ມູນລາຍລະອຽດຂອງແຕ່ ລະອາຄານ, ສໍາເລັດຢ່າງສົມບູນໃນ ການກະກຽມເນື້ອໃນແບບສອບ ຖາມ, ຄູ່ມື ແລະ ໂປແກຣມສໍາລັບ ການເກັບກຳຂໍ້ມູນຄົວເຮືອນ, ສ່ວນ ບຸກຄົນ, ຄົວເຮືອນລວມໝູ່ ແລະ ເຂດເສດຖະກິດພິເສດລວມທັງແບບ ສອບຖາມສໍາລັບການເກັບກຳຂໍ້ມູນ ຂອງ 3 ກະຊວງ (ປກສ, ປກຊ ແລະ ກະຊວງການຕ່າງປະເທດ). ນອກ ນັ້ນ, ກໍໄດ້ກະກຽມ ແລະ ເຮັດວຽກ ຮ່ວມກັບຊ່ຽວຊານໃນການຂຶ້ນແຜນ ການສໍາຫລວດປະເມີນຄຸນນະພາບ ເພື່ອຢັ້ງຢືນເຖິງຄວາມຖືກຕ້ອງ, ຊັດເຈນ ແລະ ຄົບຖ້ວນຂອງຂໍ້ມູນ ເຊິ່ງຈະຈັດຕັ້ງປະຕິບັດໃນຮູບແບບ ຕົວແທນພາຍຫລັງການສໍາຫລວດ ໃຫຍ່ສໍາເລັດຕາມຫລັກການ. ພ້ອມນີ້, ຍັງໄດ້ສຳເລັດການ ກະກຽມພື້ນຖານໂຄງລ່າງ ICT (ລະບົບ server) ສໍາລັບການ ຮັບສົ່ງ-ຂໍ້ມູນຈາກພາກສະໜາມ, ການເກັບຮັກສາຖານຂໍ້ມູນການສໍາ ຫລວດ, ລະບົບສຳຮອງຂໍ້ມູນຂອງ ການສໍາຫລວດ ແລະ ລະບົບຮັກສາ ຄວາມປອດໄພ. ນອກຈາກນີ້, ໄດ້ ສຳເລັດການດໍາເນີນຈັດຊື້ບັນດາ ອຸປະກອນການສໍາຫລວດ; ສຳເລັດ ການຝຶກອົບຮົມນັກກວດກາ ແລະ ນັກເດີນສໍາຫລວດຂອງການສໍາ ຫລວດທົດລອງຄັ້ງສຸດທ້າຍ ແລະ ພວມດໍາເນີນການລົງທົດລອງເກັບ ກຳຂໍ້ມູນພາກສະໜາມຢູ່ນະຄອນ ຫລວງວຽງຈັນ ແລະ ແຂວງບໍ່ແກ້ວ ເພື່ອຮັບປະກັນທາງດ້ານເນື້ອໃນ, ປະສານງານ, ທົດລອງລະບົບການ ເກັບກຳ ແລະ ສົ່ງຂໍ້ມູນ. ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສໃນຄັ້ງນີ້, ມີຄວາມ ຕ້ອງການບຸກຄະລາກອນພາກສະ ໜາມທີ່ມີປະສົບການທີ່ຈະເປັນຄູ ຝຶກ, ເປັນນັກກວດກາ ແລະ ນັກ ເດີນສໍາຫລວດໃນຂັ້ນແຂວງ ແລະ ຂັ້ນເມືອງໃນຂອບເຂດທົ່ວປະເທດ ທັງໝົດ 9.655 ຄົນ ຫລື ປະມານ 10 ພັນຄົນ (ຕາມການຄາດຄະເນ ເບື້ອງຕົ້ນປະມານ 13.000 ຄົນ). ໃນນັ້ນ, ເປັນນັກເດີນສໍາຫລວດ 7.038 ຄົນ, ນັກກວດກາ 1.889 ຄົນ, ຄູຝຶກຂັ້ນສູນກາງ 26 ຄົນ, ຄູ ຝຶກຂັ້ນແຂວງ 56 ຄົນ ແລະ ຄູຝຶກ ຂັ້ນເມືອງ 656 ຄົນ. ຂ່າວ: ທະນູທອງ; ພາບ: ຂັນໄຊ ຖາວອນ. ທ່ານ ຈະເລີນ ເຍຍປາວເຮີ ຮອງ ປະທານສະພາແຫ່ງຊາດ ຜູ້ຊີ້ນຳ ວຽກງານກົດໝາຍ ແລະ ວຽກງານ ຄົ້ນຄວ້ານິຕິກຳຂອງສະພາແຫ່ງ ຊາດ ໄດ້ໃຫ້ຮູ້ໃນໂອກາດຖະແຫລງ ຂ່າວຕໍ່ສື່ມວນຊົນໃນວັນທີ 5 ສິງຫາ 2025 ວ່າ: ການຈັດປາຖະກະຖາ ແມ່ນເນັ້ນໃສ່ຄວາມສຳຄັນຂອງ ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ. ໃນນີ້, ໃຫ້ເຂົ້າໃຈ ຢ່າງຖືກຕ້ອງຕໍ່ຄວາມໝາຍຂອງ ວັນລັດຖະທຳມະນູນແຫ່ງຊາດ ຊຶ່ງ ແມ່ນການກຳນົດເອົາວັນປະກາດໃຊ້ ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດໃນວັນທີ 15 ສິງຫາ 1991 ເປັນວັນລັດຖະທຳມະນູນ ແຫ່ງຊາດ ຫາກບໍ່ແມ່ນວັນສ້າງຕັ້ງ ລັດຖະທຳມະນູນ. ສໍາລັບຈຸດປະສົງ, ຄາດໝາຍການປາຖະກະຖາກ່ຽວ ກັບວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ ແມ່ນແນໃສ່ເຮັດໃຫ້ ພົນລະເມືອງໝົດທຸກຄົນ ແລະ ທຸກ ອົງການຈັດຕັ້ງຢູ່ ສປປ ລາວ ເຫັນ ໄດ້ຜົນງານ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນໃນການຈັດຕັ້ງ ປະຕິບັດລັດຖະທຳມະນູນ ສປປ ລາວ ຕະຫລອດໄລຍະ 34 ປີທີ່ຜ່ານ ມາ ແລະ ທິດທາງເພື່ອແກ້ໄຂຈຸດ ອ່ອນ, ຂໍ້ຄົງຄ້າງໃນຕໍ່ໜ້າ; ເຮັດ ໃຫ້ພົນລະເມືອງທຸກຄົນ ແລະ ທຸກ ອົງການຈັດຕັ້ງເຂົ້າໃຈຖືກຕ້ອງຕໍ່ ເນື້ອໃນລັດຖະທຳມະນູນ ສະບັບປີ 2025 ເພື່ອພ້ອມກັນຍົກສູງສະຕິ ເຄົາລົບ ແລະ ປະຕິບັດລັດຖະທຳມະ ນູນເປັນຕົ້ນການປະຕິບັດສິດ ແລະ ພັນທະຂອງພົນລະເມືອງໃຫ້ໄດ້ຢ່າງ ຄົບຖ້ວນ. ສໍາລັບເນື້ອໃນປາຖະກະຖາໃຫ້ ອີງໃສ່ 2 ເອກະສານທີ່ສຳຄັນຄື: ເອກະສານໂຄສະນາປາຖະກະຖາ ກ່ຽວກັບວັນລັດຖະທຳມະນູນແຫ່ງ ຊາດ ຄົບຮອບ 34 ປີ ແລະ ເອກະ ສານຄຳຖາມ-ຄຳຕອບກ່ຽວກັບ ລັດຖະທຳມະນູນ ສະບັບປີ 2025 ໂດຍການໂຄສະນາປາຖະກະຖາ ຕົວະຍົວະຫລອກລວງ ກຸ່ມສ່ຽງໂດຍ ສະເພາະແມ່ຍິງ ແລະ ເດັກ ເຂົ້າສູ່ ຂະບວນການຄ້າມະນຸດນັບມື້ນັບ ອັນຕະລາຍຫລາຍຂຶ້ນ. ອີງຕາມ ການຄົ້ນຄວ້າ ແລະ ບົດວິໄຈໄດ້ສະ ແດງໃຫ້ເຫັນວ່າ 1 ໃນ 3 ຂອງຈໍາ ນວນຜູ້ຖືກເຄາະຮ້າຍໃນທົ່ວໂລກ ແມ່ນເປັນເດັກ ໂດຍສະເພາະເດັກ ຍິງ ແມ່ນໄດ້ຮັບຜົນກະທົບຫລາຍ ທີ່ສຸດ. ສະນັ້ນ, ການໂຄສະນາ ແລະ ເຜີຍແຜ່ການສະກັດກັ້ນຕ້ານການຄ້າ ມະນຸດໃນຮູບການຕ່າງໆເປັນວິທີ ໜຶ່ງທີ່ສຳຄັນໃນການປູກຈິດສຳນຶກ ແລະ ປ້ອງກັນແມ່ຍິງ, ເດັກນ້ອຍ ແລະ ກຸ່ມສ່ຽງທີ່ຈະຕົກເປັນເຫຍື່ອ ຂອງການຄ້າມະນຸດໃຫ້ມີສະຕິລະ ວັງຕົວ ແລະ ຮູ້ເທົ່າທັນເລ່ຫລ່ຽມ ແລະ ຮູບແບບຂອງການຄ້າມະນຸດ. ຖ້າຕ້ອງການຂໍຄວາມຊ່ວຍ ເຫລືອ, ຂໍຄຳປຶກສາ ຫລື ພົບເຫັນ ສິ່ງຜິດປົກກະຕິສາມາດໂທສາຍ ດ່ວນ 1300 ໄດ້ທຸກເວລາ. ຂໍ້ມູນ-ພາບ: ຮສສ ຜ່ານເວທີກອງປະຊຸມ ແລະ ຜ່ານພາ ຫະນະສື່ມວນຊົນ ລວມທັງສື່ອອນ ລາຍ; ກຳນົດເວລາການຈັດຕັ້ງປາ ຖະກະຖາໃຫ້ເລີ່ມແຕ່ເດືອນກໍລະກົດ ຫາເດືອນຕຸລາ 2025 ໃຫ້ສຳເລັດ ໃນຂອບເຂດທົ່ວປະເທດ ແລ້ວສະ ຫລຸບລາຍງານໃຫ້ຄະນະປະຈຳສະ ພາແຫ່ງຊາດ ໂດຍຜ່ານຄະນະເລ ຂາທິການສະພາແຫ່ງຊາດ. ພາບ: ຂັນໄຊ ປືນຕໍ່ສູ້ແຕ່ນັກຂ່າວ ຈັບປາກກາຂີດ ຂຽນຂ່າວປຸກລະດົມການຕໍ່ສູ້ຂອງ ປະຊາຊົນລາວບັນດາເຜົ່າ ເພື່ອປົດ ປ່ອຍປະເທດຊາດອອກຈາກແອກ ປົກຄອງຂອງພວກລ່າເມືອງຂຶ້ນ. ທ່ານ ວັນນະສິນ ສິມມະວົງ ຍັງ ໃຫ້ຮູ້ອີກວ່າ: ໃນໄລຍະໜຶ່ງປີຜ່ານ ມາພັກເຮົາໄດ້ສືບຕໍ່ເອົາໃຈໃສ່ນໍາ ພາ-ຊີ້ນໍາວຽກງານສື່ມວນຊົນຢ່າງ ເດັດດ່ຽວ ແລະ ມີຫົວຄິດປະດິດ ສ້າງ, ຖືສໍາຄັນການສຶກສາອົບຮົມ ການເມືອງແນວຄິດໃຫ້ຖັນແຖວ ພະນັກງານສື່ມວນຊົນ, ຮັບປະກັນ ໃຫ້ມວນຊົນເຮັດສໍາເລັດໜ້າທີ່ຂອງ ຕົນຢ່າງຖືກຕ້ອງຕາມແນວທາງ ຂອງພັກ-ລັດ, ຮັບປະກັນໃຫ້ສື່ ມວນຊົນເປັນນັກຕໍ່ສູ້ທີ່ມີຄວາມຮູ້ ຄວາມສາມາດ, ມີຫົວຄິດປະດິດ ສ້າງສາມາດປະກອບສ່ວນ ແລະ ຜັກດັນການສ້າງສາພັດທະນາປະ ເທດຊາດຕາມເສັ້ນທາງກ້າວຂຶ້ນ ສັງຄົມນິຍົມ, ສ້າງສະພາບເງື່ອນໄຂ ທີ່ເອື້ອອໍານວຍຕໍ່ການເຕີບໃຫຍ່ຂະ ຫຍາຍຕົວຂອງສື່ມວນຊົນ. ແຕ່ເຖິງ ຢ່າງໃດກໍຕາມ, ສື່ມວນຊົນຂອງ ພວກເຮົາຍັງຜະເຊີນໜ້າກັບສິ່ງ ທ້າທາຍຫລາຍຢ່າງບໍ່ວ່າຈະເປັນບຸກ ຄະລາກອນ ແລະ ງົບປະມານທີ່ຍັງ ມີຈໍາກັດ. ຂະນະດຽວກັນ, ບັນຫາ ທີ່ກຸ່ມຄົນບໍ່ຫວັງດີນໍາໃຊ້ສື່ສັງຄົມ ອອນລາຍປ່ອຍຂ່າວປອມ, ຂ່າວ ບິດເບືອນ, ນໍາໃຊ້ເອໄອເສກສັນປັ້ນ ແຕ່ງເລື່ອງລາວຂຶ້ນ ເພື່ອສ້າງຄວາມ ປັ່ນປ່ວນໃນບ້ານເມືອງ. ສິ່ງດັ່ງ ກ່າວ, ມັນຮຽກຮ້ອງໃຫ້ສື່ມວນຊົນ ຕ້ອງຍົກສູງຄວາມຮູ້ຄວາມສາມາດ ຂອງຕົນໃຫ້ທັນຍຸກ, ທັນສະໄໝ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງມີ ສະຕິ ແລະ ເຄົາລົບຈັນຍາບັນ, ຈັນ ຍາທໍາຂອງຕົນຮູ້ໝູນໃຊ້ເຕັກໂນໂລ ຊີ ແລະ ນະວັດຕະກໍາໃໝ່ໆຢ່າງມີ ຫົວຄິດປະດິດສ້າງ ເພື່ອໃຫ້ສົມກັບ ວ່າສື່ມວນຊົນເປັນກະບອກສຽງ ແລະ ເຄື່ອງມືອັນແຫລມຄົມຂອງ ພັກ-ລັດຢ່າງແທ້ຈິງ. ຂ່າວ-ພາບ: ຢ່າຕົ້ງ
RkJQdWJsaXNoZXIy MTc3MTYxMQ==