s];'rt[k' pa '8h v'dkog7n j v'v5 xt3rd{[= ]y 3rd grn j vcdh w0l5 dglu o c]t 2n o26 s]a 'oe4h ;, gsfdko{dkora fmtok a xtgmf]k; ( 05/08/2025 7e,j ;o 9a fdy f9tde0uj ]q f4u [lts]v';a olh k'8A ' co;]k;lh k'-kf c]t ;a olnj ,;o-q ocsj '-kf{dkoru ,9e|j kp ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ອົງການກາແດງ ແຂວງເຊກອງ ໄດ້ເຄື່ອນໄຫວປຸກ ລະດົມ ຮັບບໍລິຈາກເລືອດ ເພື່ອ ຊ່ວຍເຫລືອຊີວິດມະນຸດດ້ວຍກັນ ໃນວັນທີ 1 ສິງຫາ 2025 ທີ່ກອງ ບັນຊາການ ປກຊ ແຂວງ ໂດຍ ການນຳພາຂອງ ທ່ານ ນາງ ຂັນ ທະລີ ສິມທອງຄໍາ ຫົວໜ້າອົງການ ກາແດງແຂວງ, ທ່ານ ພັທ ວິຊຽນ ໄຊຍະສັກ ຮອງຫົວໜ້າພະແນກ ເສນາຮັກ ປກຊ ແຂວງ ພ້ອມບັນດາ ອ້າຍ-ນ້ອງທະຫານ ໃນກົມກອງ ເຂົ້າຮ່ວມ. ທ່ານນາງຂັນທະລີສິມທອງຄໍາ ກ່າວວ່າ: ການສ້າງຂະບວນການ ຮັບບໍລິຈາກເລືອດ ໃນຄັ້ງນີ້ ເພື່ອ ເຊີນຊວນອ້າຍນ້ອງນາຍ ແລະ ພົນ ທະຫານ ປະກອບສ່ວນບໍລິຈາກ ເລືອດ ເພື່ອຊ່ວຍເຫລືອຊີວິດມະນຸດ ດ້ວຍກັນ ແລະ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ອົງຄະນະພັກແຂວງເຊກອງ ແລະ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ:ແຂວງ ຫລວງພະບາງ ຍັງມີຄວາຕ້ອງການ ເຄື່ອງອຸປະໂພກ-ບໍລິໂພກ ເພື່ອ ແກ້ໄຂສຸກເສີນ ແລະ ຟື້ນຟູຫລັງນ້ຳ ຖ້ວມ ເປັນຕົ້ນເຂົ້າກິນ, ເຄື່ອງນຸ່ງ ຫົ່ມ, ເຄື່ອງໃຊ້ຄົວເຮືອນ, ສັງກະ ສີ, ເຫລັກຕະປູ ລວມທັງງົບປະມານ ເພື່ອນຳໃຊ້ເຂົ້າໃນການຟື້ນຟູຖານ ໂຄງລ່າງ ເຊັ່ນ: ເສັ້ນທາງ,ລະບົບ ໄຟຟ້າ, ນໍ້າປະປາ ແລະ ເຮືອນຢູ່ ອາໄສຂອງປະຊາຊົນ ໃຫ້ກັບມາສູ່ ສະພາບປົກກະຕິ.ໃນເດືອນກໍລະກົດ 2025 ຜ່ານມານີ້ ຢູ່ພາຍໃນແຂວງ ຫລວງພະບາງ ມີສະພາບໄພພິບັດ ນ້ຳຖ້ວມເກີດຂຶ້ນຢູ່ຫລາຍເມືອງ ໂດຍສະເພາະ ໄລຍະຖືກພາຍຸພັດ ຜ່ານລະຫວ່າງ ວັນທີ 21-23 ກໍລະກົດ ເກີດມີຝົນຕົກໜັກຫລາຍ ມື້ຕິດຕໍ່ກັນເຮັດໃຫ້ນໍ້າປ່າໄຫລຊຸ, ດິນເຊາະເຈື່ອນ, ນ້ຳຖ້ວມເຮືອນ ແລະ ເນື້ອທີ່ທຳການຜະລິດຂອງ ປະຊາຊົນສົ່ງຜົນກະທົບໂດຍກົງ ຕໍ່ລະບົບພື້ນຖານໂຄງລ່າງ ລວມ ມີລະບົບຕາຂ່າຍໄຟຟ້າ, ນ້ຳລິນ, ເສັ້ນທາງ ແລະ ທີ່ຢູ່ອາໄສຂອງ ປະຊາຊົນ ໃນ 8 ເມືອງຄື: ເມືອງ ປາກອູ, ວຽງຄຳ, ຈອມເພັດ, ນານ, ຊຽງເງິນ, ປາກແຊງ, ໂພນໄຊແລະ ນະຄອນ-ຫລວງພະບາງ, ມີ 63 ບ້ານ 1.185 ຄອບຄົວ, 762 ຄົນ ຍິງ 475 ຄົນ ໃນນັ້ນ, ມີຜູ້ເສຍຊີວິດ 3 ຄົນ ຍິງ 2 ຄົນ ລວມມູນຄ່າເສຍ ຫາຍທີ່ປະເມີນເບື້ອງຕົ້ນທັງໝົດ 1,97 ຕື້ກວ່າກີບ, ເຊິ່ງເສຍຫາຍ ຫລາຍກວ່າໝູ່ມີ ເມືອງຈອມເພັດ, ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ຫ້ອງການແນວ ລາວສ້າງຊາດແຂວງຄຳມ່ວນ ຮ່ວມ ກັບຄະນະໂຄສະນາອົບຮົມແຂວງ ຈັດກິດຈະກໍາສ້າງຂະບວນການ ຂີ່ລົດຖີບ ເນື່ອງໃນໂອກາດວັນ ສ້າງຕັ້ງແນວລາວສ້າງຊາດ ແລະ ວັນສື່ມວນຊົນແຫ່ງຊາດ-ການພິມ ຈໍາໜ່າຍ ຄົບຮອບ 75 ປີ ວັນທີ 2 ສິງຫາ 2025 ໂດຍມີທ່ານ ບຸນມີ ພິມມະສອນ ປະທານສະພາ ປະຊາຊົນ ແຂວງຄໍາມ່ວນ, ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກ ແຂວງ, ທ່ານ ພິດສະໄໝ ກອງຊາ ເດດ ປະທານແນວລາວສ້າງຊາດ ແຂວງ ພ້ອມດ້ວຍບັນດາພາກສ່ວນ ບໍລິສັດ ແລະ ນັກຂີ່ລົດຖີບຈາກ ບັນດາສະໂມສອນຕ່າງໆພາຍໃນ ແຂວງເຂົ້າຮ່ວມຢ່າງເປັນຂະບວນ ຟົດຟື້ນ. ທ່ານ ພິດສະໄໝ ກອງຊາເດດ ໄດ້ຍົກໃຫ້ເຫັນເຖິງປະຫວັດການ ກໍາເນີດຄວາມເປັນມາ, ຄວາມ ໝາຍ-ຄວາມສໍາຄັນຂອງ 2 ວັນດັ່ງ ກ່າວ. ສໍາລັບຄວາມເປັນມາຂອງ ແນວລາວສ້າງຊາດແມ່ນຜ່ານ 3 ໄລຍະເວລາຄື: ໄລຍະແຕ່ປີ 19501956, ໄລຍະແຕ່ປີ 1956-1979 ໄດ້ມີການປ່ຽນຊື່ຈາກ “ແນວລາວ ອິດສະຫລະ” ມາເປັນ “ແນວລາວ ຮັກຊາດ” ແລະ ໄດ້ປ່ຽນຊື່ໜັງສືພິມ ລາວອິດສະຫລະມາເປັນ “ໜັງສື ພິມລາວຮັກຊາ”, ໄລຍະແຫ່ງການ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ແຕ່ປີ 1975 ເຖິງ ປັດຈຸບັນ ໂດຍໄດ້ມີການປ່ຽນຊື່ ຈາກ “ແນວລາວຮັກຊາດ” ໃນ ເມື່ອກ່ອນມາເປັນ “ແນວລາວສ້າງ ຊາດ” ແລະ ໄດ້ປ່ຽນຊື່ໜັງສືພິມ ລາວຮັກຊາດ ມາເປັນ “ໜັງສືພິມ ປະຊາຊົນ” ຈົນເຖິງປັດຈຸບັນ, ເຊິ່ງ ໃນກອງປະຊຸມໃຫຍ່ຄັ້ງທີ IV ຜູ້ແທນ ແນວລາວສ້າງຊາດທົ່ວປະເທດທີ່ ຈັດຂຶ້ນໃນລະຫວ່າງວັນທີ 16-20 ກຸມພາ 1979 ທີ່ນະຄອນຫລວງ ວຽງຈັນ ກອງປະຊຸມໃນຄັ້ງນັ້ນ ໄດ້ແຕ່ງຕັ້ງທ່ານ ສຸພານຸວົງ ເປັນ ປະທານສູນກາງແນວລາວສ້າງ ຊາດ. ທ່ານ ພິດສະໄໝ ກອງຊາເດດ ກ່າວຕື່ມວ່າ: ການຈັດກິດຈະກໍາ ຂີ່ລົດຖີບໃນຄັ້ງນີ້ ແມ່ນກິດຈະກໍາ ໜຶ່ງທີ່ມີຄວາມໝາຍ-ຄວາມສໍາຄັນ ນອກຈາກຈະເປັນຂະບວນການ ແລ້ວ ຍັງເປັນການສະແດງໃຫ້ເຫັນ ເຖິງການເຕົ້າໂຮມຄວາມສາມັກຄີ ປອງດອງຂອງປວງຊົນ ເພື່ອ ປະກອບສ່ວນໃນການປະຕິບັດ 02 ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ກໍຄື ການສະເຫລີມສະຫລອງ 2 ວັນ ປະຫວັດສາດຂອງຊາດລາວຄື: ວັນ ສ້າງຕັ້ງແນວລາວສ້າງຊາດ ແລະ ວັນສື່ມວນຊົນແຫ່ງຊາດ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີໃນ ປີ 2025 ນີ້. ໃນໂອກາດດຽວກັນ, ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈໍາກັດ ຜູ້ດຽວ ຍັງໄດ້ມອບ ເງິນ 10 ລ້ານກີບ ເພື່ອປະກອບ ສ່ວນເຂົ້າໃນການຈັດກິດຈະກຳໃນ ຄັ້ງນີ້, ເຊິ່ງມອບໂດຍທ່ານ ຈູ່ ຊຽງ ລີ່ ຮອງຜູ້ອໍານວຍການບໍລິສັດ ແລະ ກ່າວຮັບໂດຍທ່ານ ພິດສະໄໝ ກອງ ຊາເດດ. ຂ່າວ-ພາບ: ແດງສະຫວັດ ແສນພານິດ h vq 'dkodkcf'c0;'g-dv'lh k'0t[;odko Ia [[= ]y 9kdg]n vf grn j v-j ;pgs]n vla '7q , ປະຕິບັດຕາມແຈ້ງການຂອງເຈົ້າ ແຂວງເຊກອງ, ເລກທີ 18/ຈຂ ແລະ ແຈ້ງການຂອງຫ້ອງວ່າການ ກະຊວງປ້ອງກັນປະເທດ ເລກທີ 1863/ຫວກ ວ່າດ້ວຍເຊີນຊວນ ປະກອບສ່ວນບໍລິຈາກເລືອດ ເພື່ອ ຊ່ວຍເຫລືອຊີວິດມະນຸດດ້ວຍກັນ ປະຈໍາປີ 2025.ທ່ານ ນາງ ຂັນທະລີ ສິມທອງຄໍາ ໃຫ້ຮູ້ຕື່ມວ່າ: ເລືອດເປັນ ສິ່ງສໍາຄັນທີ່ສຸດໃນການຮັກສາຊີວິດ ມະນຸດໃຫ້ຢູ່ລອດ, ນັກວິທະຍາສາດ ໄດ້ໃຊ້ເວລາຄົ້ນຄວ້າເປັນເວລາດົນ ນານ ແຕ່ບໍ່ທັນປະສົບຜົນສໍາເລັດ ໃນການຫາສານ ແລະ ສ່ວນປະ ກອບອື່ນໆ ເພື່ອມາທົດແທນເລືອດ ໄດ້, ສະນັ້ນ ເມື່ອຮ່າງກາຍມີການ ສູນເສຍເລືອດຈາກພະຍາດຕ່າງໆ ອຸບັດເຫດ, ເລືອດໄຫລເວລາເກີດ vq 'dkowvptdkoxt-k-q og0f I c0;'va f8txn wfh Ia [leo;o7tfu vkpk 32 g]jn v' ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຜ່ານມາ, ອົງການໄອຍະການ ປະຊາຊົນເຂດ I ແຂວງອັດຕະປື ໄດ້ຮັບສຳນວນຄະດີອາຍາຈາກ ອົງການສືບສວນ-ສອບສວນ ເຈົ້າໜ້າທີ່ໃນ 5 ຕົວເມືອງ ລວມ ມີ32 ເລື່ອງ, ແກ້ໄຂ 30 ເລື່ອງ ໃນ ນັ້ນ, ຖະແຫລງສັ່ງຟ້ອງຂຶ້ນສານ 6 ເລື່ອງ, ສົ່ງໄອຍະການປະຊາຊົນ ແຂວງ 5 ເລື່ອງ, ສືບຕໍ່ຄົ້ນຄວ້າ 2 ເລື່ອງ, ອອກຄຳສັ່ງ ຈັບຕົວ 6 ສະບັບ, ອອກຄຳສັ່ງກັກຂັງພາງ 27 ສະບັບ, ອອກຄຳສັ່ງເປີດການ ສືບສວນ-ສອບສວນ 1 ສະບັບ, ອອກຄຳສັ່ງປ່ອຍຕົວຜູ້ຖືກຫາ 17 ສະບັບ (ລວມທັງເຈົ້າໜ້າທີ່). ທ່ານ ນາງ ພຸດສະຫວັນ ພົມ ແກ່ນທ້າວ ຫົວໜ້າອົງການໄອຍະ ການເຂດ I ໄດ້ລາຍງານໃນກອງ ປະຊຸມສະຫລຸບວຽກງານການ ເຄື່ອນໄຫວ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2025 ຂອງອົງການໄອຍະ ການເຂດ I ໃນວັນທີ 1 ສິງຫາ 2025 ຜ່ານມານີ້ວ່າ: ໃນໄລຍະ 6 ເດືອນຜ່ານມາ, ອົງການໄອຍະການ ປະຊາຊົນເຂດ I ສາມາດສະຫລຸບ ຕີລາຄາໄດ້ດ້ານດີ, ດ້ານອ່ອນ, ຂໍ້ ຄົງຄ້າງ ແລະ ປາກົດການຫຍໍ້ທໍ້ ຕ່າງໆທີ່ເກີດຂຶ້ນເປັນຕົ້ນ ການ ລັກຊັບພົນລະເມືອງ, ການມົ້ວສຸມ ເສບຕິດ, ການດຳເນີນຄະດີ ແລະ ຂໍ້ ຂັດແຍ່ງອື່ນໆ. ນອກນັ້ນ ຄະນະພັກ ແຕ່ລະຂັ້ນໄດ້ເອົາໃຈໃສ່ໜັກແໜ້ນ ຍົກສູງຄວາມສາມາດນຳພາ , ແບບແຜນວິທີເຮັດວຽກ, ເອົາໃຈໃສ່ ຕິດຕາມກວດກາວຽກງານຈັດຕັ້ງ ປະຕິບັດກົດໝາຍ ໃນທົ່ວສັງຄົມ ຢ່າງເລິກເຊິ່ງ. ພ້ອມນີ້, ໄດ້ຕິດຕາມກວດກາ ເກັບກໍາສະຖິຕິຜູ້ຖືກຫາ ແລະ ນັກໂທດໃນສະຖານທີ່ກັກຕົວ, ສະຖານທີ່ກັກຂັງ, ສູນດັດສ້າງ, ຄ້າຍດັດສ້າງ ມີຜູ້ຖືກຫາ 36 ຄົນ, ນັກໂທດ 1 ຄົນ ໄດ້ສົມທົບກັບຫ້ອງ ການຍຸຕິທຳ 5 ຕົວເມືອງ ເພື່ອເກັບ ກຳສະຖິຕິການຈັດຕັ້ງປະຕິບັດຄຳ ຕັດສິນຂອງສານ ໂດຍສະເພາະ ຄະດີອາຍາຄ້າງມາປີ 2024 ມີ 124 ເລື່ອງ, ເຂົ້າໃໝ່ປີ 2025 ຄະດີອາຍາ 1 ເລື່ອງ ລວມທັງໝົດ 125 ເລື່ອງ, ປະຕິບັດສຳເລັດ ອາຍາ 0 ເລື່ອງ, ຄ້າງປະຕິບັດ 34 ເລື່ອງ, ພວມ ປະຕິບັດຄະດີອາຍາ 85 ເລື່ອງ, ປະຕິບັດບໍ່ໄດ້ 7 ເລື່ອງ (ບໍ່ຮູ້ທີ່ຢູ່). ສໍາລັບຄະດີແພ່ງຄ້າງມາປີ 2024 ມີ 87 ເລື່ອງ, ເຂົ້າໃໝ່ປີ 2025 ມີ 6 ເລື່ອງ ລວມທັງໝົດ 93 ເລື່ອງ, ປະຕິບັດສຳເລັດ 5 ເລື່ອງ, ພວມ ຈັດຕັ້ງປະຕິບັດ 79 ເລື່ອງ, ຄ້າງ ປະຕິບັດ 46 ເລື່ອງ, ປະຕິບັດບໍ່ໄດ້ 4 ເລື່ອງ. ຂ່າວ-ພາບ: ຈັນທະພອນ ສິນທິບ ລູກ, ຜ່າຕັດ ແລະ ອື່ນໆ ທີ່ຕ້ອງ ຮັກສາດ້ວຍເລືອດ ຈຶ່ງຈໍາເປັນໃຫ້ ມີການບໍລິຈາກເລືອດ ເພື່ອໄປຊ່ວຍ ຊີວິດມະນຸດພຽງຢ່າງດຽວ ໂດຍ ການລົງປຸກລະດົມຄັ້ງນີ້ ໄດ້ຮັບການ ບໍລິຈາກເລືອດ ຈໍານວນ 6 ຖົງ. ຂ່າວ: ພຸດທະສອນ ນານ ແລະ ເມືອງຊຽງເງິນ. ສຳລັບບັນດາພື້ນຖານໂຄງ ລ່າງ ໄດ້ເລັ່ງແກ້ໄຂເບື້ອງຕົ້ນ ຍັງ ບໍ່ສາມາດປະເມີນມູນຄ່າເສຍຫາຍ ເປັນລາຍລະອຽດໄດ້, ປັດຈຸບັນ ຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນແຂວງ ໄດ້ມອບເງິນໃຫ້ຄະນະ ກໍາມະການຂັ້ນເມືອງ ເພື່ອຕິດຕາມ ເຝົ້າລະວັງຢູ່ 2 ເມືອງຄື: ເມືອງ ຊຽງເງິນ ແລະ ເມືອງນານ ພ້ອມ ທັງແຕ່ງຕັ້ງກອງເລຂາເພື່ອເຝົ້າລະ ວັງ, ຕິດຕາມຂໍ້ມູນພະຍາກອນອາ ກາດ, ສູນປະຈຳການຂອງຄະນະ ກໍາມະການ ເພື່ອກຽມພ້ອມຮັບມື ໄພພິບັດທີ່ອາດຈະ ເກີດຂຶ້ນໃນ ຮອບໃໝ່. ພ້ອມນີ້, ໄດ້ແຈ້ງເຕືອນ ໃຫ້ປະຊາຊົນ ທີ່ຢູ່ບັນດາບ້ານເປົ້າ ໝາຍລຽບຕາມແຄມແມ່ນໍ້ຂອງ ແລະ ນ້ຳສາຂາ ພ້ອມກັນເຝົ້າລະ ວັງສະພາບການຂຶ້ນ-ລົງຂອງ ລະດັບນ້ຳຕະຫລອດເວລາເພື່ອ ກະກຽມຍົກຍ້າຍເຄື່ອງຂອງໃຫ້ ທັນການຫາກມີສະພາບລະດັບນ້ຳ ເພີ່ມຂຶ້ນຜິດປົກກະຕິ. ນອກຈາກ ນີ້, ຍັງນຳເອົາເຄື່ອງນຸ່ງຫົ່ມ,ເຂົ້າ ສານ, ເຄື່ອງໃຊ້ຄົວເຮືອນ, ອາ ຫານແຫ້ງ ທີ່ໄດ້ຮັບການຊ່ວຍ ເຫລືອຈຳນວນໜຶ່ງ ມອບໃຫ້ແຕ່ ລະຄອບຄົວທີ່ໄດ້ຮັບຜົນກະທົບ ທັງໄດ້ປຸກລະດົມທຸກພາກສ່ວນໃນ ສັງຄົມ ພ້ອມກັນປະກອບສ່ວນມອບ ວັດຖຸ-ປັດໄຈ ເພື່ອຊ່ວຍຜູ້ປະສົບໄພ ນ້ຳຖ້ວມ ແລະ ສ້າງແຜນຟື້ນຟູຫລັງ ໄພພິບັດຕື່ມອີກ. h
RkJQdWJsaXNoZXIy MTc3MTYxMQ==