glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme u y a ໂດຍ: ມາລີດາີດ xtgmf]k; 6 05/08/2025 glf4tdy f{la '7q , 2k,IJ vd7u , 9e|j kpwdj 75 ootrk[vvdl6j la '7q , dkos+ g0Q k8Q ,0v'-k;r5 f]k; .o,N [5 ole7a omk'lklt|k * ຟາມ ຮ໋ອກຄີມ ຕັ້ງຢູ່ບ້ານນາ ຕາດ ເມືອງທ່າແຂກ ແຂວງຄໍາ ມ່ວນ ເປັນອີກຟາມໜຶ່ງທີ່ໄດ້ຜະລິດ ໄກ່ພັນຊີ້ນອອກຈໍາໜ່າຍສູ່ສັງຄົມ ຕັ້ງແຕ່ປີ 2023 ເປັນຕົ້ນມາ ເຊິ່ງ ໄດ້ຮັບຜົນຕອບຮັບດີຫລາຍ ເນື່ອງ ຈາກວ່າ ໄກ່ຈາກ ຟາມຮ໋ອກຄີມ ມີ ຄຸນນະພາບດີ, ຊີ້ນແຊບ ແລະ ໄກ່ ກໍມີຫລາຍຂະໜາດໃຫ້ເລືອກ ໃນ ລາຄາບໍ່ແພງ. ສະນັ້ນ, ຈຶ່ງເຮັດໃຫ້ ລູກຄ້າທັງພາຍໃນແລະ ຕ່າງແຂວງ ໄດ້ກາຍມາເປັນຂາປະຈໍາ ໂດຍສະ ເພາະແມ່ນແຂວງບໍລິຄໍາໄຊ ເປັນ ຕະຫລາດຈຳໜ່າຍທີ່ໃຫຍ່ສຳລັບ ຟາມ ຮ໋ອກຄີມ. ທ່ານ ຮ໋ອກຄີມ ໃຫ້ຮູ້ວ່າ: ຈຸດ ເລີ່ມຕົ້ນທີ່ໄດ້ມາລ້ຽງໄກ່ ຍ້ອນຢາກ ເຮັດທຸລະກິດໃດໜຶ່ງທີ່ສາມາດສ້າງ ລາຍຮັບ ແລະ ເຫັນວ່າ ຄວາມຕ້ອງ ການຂອງຕະຫລາດຍັງມີຫລາຍ ຈຶ່ງຕັດສິນໃຈ ລ້ຽງໄກ່ພັນຊີ້ນ ໃນປີ 2023 ເປັນຕົ້ນມາ ເນື່ອງຈາກວ່າ ການລ້ຽງໄກ່ ບໍ່ຫຍຸ້ງຍາກຫລາຍ, ໃຊ້ເວລາບໍ່ດົນກໍ່ຈໍາໜ່າຍໄດ້ແລ້ວ. ສໍາລັບ ແນວພັນໄກ່ທີ່ລ້ຽງຢູ່ໃນ ຟາມແມ່ນໄກ່ພັນຊີ້ນ ທີ່ນໍາມາຈາກ ກິໂລ ແລ້ວແຕ່ນໍ້າໜັກຂອງໄກ່ແຕ່ ລະໂຕ, ແຕ່ລາຄາທີ່ເວົ້າມານີ້ກໍ່ບໍ່ຄົງ ທີ່ ແລ້ວແຕ່ລະດູການ ເປັນຕົ້ນຍາມ ຝົນນີ້ລາຄາຈະບໍ່ສູງຫລາຍ ຈຶ່ງເຮັດ ໃຫ້ມີຄວາມສ່ຽງຫລາຍ ບາງທີກໍ່ມີ ກໍາໄລ, ບາງເທື່ອກໍ່ບໍ່ມີກຳໄລ ເນື່ອງ ຈາກວ່າມີຄ່າໃຊ້ຈ່າຍຫລາຍ ເປັນຕົ້ນ ຄ່າແຮງງານກໍາມະກອນ ເດືອນລະ 4.000.000 ກີບ, ມີຄ່າກິນເຂົ້າມື້ ລະ 50.000 ກີບ, ມີບ່ອນພັກເຊົາ ໃຫ້ພ້ອມທັງລາຍຈ່າຍອື່ນໆໃນແຕ່ ລະເດືອນ. ເຖິງແນວໃດກໍດີ, ຟາມ ຮ໋ອກຄີມ ເປັນອີກຟາມໜຶ່ງທີ່ສ້າງ ວຽກເຮັດງານທໍາໃຫ້ປະຊາຊົນ ແຂວງຄໍາມ່ວນ ໂດຍສະເພາະແມ່ນ ປະຊາຊົນທີ່ຢູ່ໃກ້ຄຽງໃຫ້ມີອາຊີບ ແລະ ມີລາຍຮັບທີ່ໝັ້ນຄົງ. ທ່ານ ຮ໋ອກຄີມ ເວົ້າຕື່ມວ່າ: ປັດຈຸບັນ ການລ້ຽງໄກ່ພາຍໃນຟາມ ແມ່ນພຽງພໍກັບຄວາມຕ້ອງການ ຂອງທ້ອງຕະຫລາດ. ສະນັ້ນ, ສໍາ ລັບທ່ານໃດ ທີ່ຕ້ອງການໄກ່ຄຸນນະ ພາບດີ ກໍໃຫ້ຄິດເຫັນໄກ່ ຈາກ ຟາມ ຮ໋ອກຄີມ ຮັບຮອງວ່າທ່ານຈະບໍ່ ເສຍໃຈ ເນື່ອງຈາກວ່າໄດ້ໄກ່ທີ່ມີຄຸນ ນະພາບດີ, ຊີ້ນແຊບ ໄປໄວ້ປຸງແຕ່ງ ອາຫານ. ເອົາເປັນວ່າ ໃຜທີ່ສົນໃຈ ຢາກໄດ້ໄກ່ ໄວ້ກິນ ຫລື ຂາຍ ກໍສາ ມາດຕິດຕໍ່ໄດ້ທີ່ເບີ 020 9630 3974 ຫລື ເບີ 0207954158. ນະຄອນຫລວງວຽງຈັນ ເພື່ອຈໍາ ໜ່າຍທັງພາຍໃນ ແລະ ຕ່າງປະ ເທດ, ໂດຍການລ້ຽງແມ່ນໃຊ້ເວລາ * ສະໜາພຸດ ເຂົ້າວັດຟັງທໍາຮັບ ຄໍາສັ່ງສອນຂອງພະສົງ. ເມື່ອຮອດ ວັນສິນ, ວັນພະ ຫລື ບຸນສໍາຄັນ ໃນ ພຸດທະສາສະໜາ ເປັນຕົ້ນ: ບຸນເຂົ້າ ພັນສາ, ຫໍ່ເຂົ້າສະຫລາກ, ຫໍ່ເຂົ້າປະ ດັບດິນ, ບຸນອອກພັນສາ ຫລື ການ ເຮັດບຸນຕ່າງໆຕາມປະເພນີ ທາງ ສາສະໜາ ປະຊາຊົນລາວແມ່ນນິ ຍົມກັນຫໍ່ເຂົ້າຕົ້ມປະເພດຕ່າງໆເພື່ອ ຖວາຍພະສົງ, ນຳເປັນຂອງຝາກ ຂອງຕ້ອນ ຫລື ເປັນອາຫານ ໄວ້ ຕ້ອນຮັບແຂກ ເຊິ່ງເຂົ້າຕົ້ມທີ່ນິຍົມ ເຮັດກໍມີທັງໃຈໝູ, ໃຈກ້ວຍ, ໃຈຖົ່ວ ເຫລືອງ, ໃຈໝາກພ້າວ, ເຂົ້າໜົມ ແໜບ ແລະ ອື່ນໆ ຕາມສັດທາ ແລະ ປັດໄຈທີ່ຕົນມີເພື່ອກຽມພ້ອມຕັກ ບາດໃນບຸນຕ່າງໆ. ສຳຫລັບການຫໍ່ກໍແມ່ນໄດ້ສືບ ທອດກັນມາແຕ່ບູຮານນະການ, ແຕ່ອາດມີບາງສ່ວນຖືກດັດແປງ ໃຫ້ເຂົ້າກັບຍຸກສະໄໝ ແຕ່ໂດຍລວມ ແມ່ນຍັງຮັກສາເອກະລັກດັ່ງເດີມ ໄວ້ຢູ່ຄື: ຕ້ອງໄດ້ກະກຽມວັດຖຸດິບ ທີ່ມາປະກອບສຳຄັນເຊັ່ນ: ໃບຕອງ, ເຂົ້າສານ, ໝາກພ້າວ, ໄມ້ຕອກ, ນ້ຳຕານ ແລະ ໃຈຊະນິດຕ່າງໆ ຕາມຕ້ອງການເຊັ່ນ: ໝາກຖົ່ວ, ກ້ວຍ, ເຜືອກ, ມັນ ແລະ ອື່ນໆ. ສໍາ ລັບວິທີເຮັດເຂົ້າຕ້ົມ ແມ່ນໝ່າເຂົ້າ ສານ ແລະ ໝາກຖົ່ວທີ່ຈະນຳມາ ເຮັດໃຈໄວ້ ປະມານ 4-5 ຊົ່ວໂມງ ແລ້ວນໍາເອົາມາປະສົມເຂົ້າກັນ, ໃສ່ ກະທິໝາກພ້າວ, ເກືອ ແລະ ນໍ້າ ຕານໃນປະລິມານທີ່ພໍດີ, ປາດໝາກ ກ້ວຍເປັນປ່ຽງໃສ່(ສຳລັບໃຈໝາກ ກ້ວຍ) ຈາກນັ້ນກໍຫໍ່ເປັນໂຄມ ໜ່ຶງ ຄູ່ ແລ້ວເອົາໄປຕົ້ມ ຫລື ໜຶ້ງ ເມື່ອ ສຸກແລ້ວຈະມີກິ່ນຫອມຫວນເປັນ ພິເສດ. ການຫໍ່ເຂົ້າຕົ້ມ ກໍເປັນອີກກິດ ຈະກຳໜຶ່ງທີ່ຄົນໃນຄອບຄົວໄດ້ ພ້ອມພຽງກັນເຮັດ ເຊິ່ງນອກຈາກ ໄດ້ບຸນແລ້ວ, ຍັງເປັນການສ້າງ ຄວາມສາມັກຄີຮັກແພງພາຍໃນ ຄອບຄົວ, ເຮັດໃຫ້ລູກຫລານໄດ້ ຮູ້ຈັກປະເພນີ ວັດທະນະທຳອັນດີ ງາມຂອງຊາດລາວ ຈາກຜູ້ເປັນ ພໍ່ແມ່, ພໍ່ຕູ້ແມ່ຕູ້ນໍາອີກ. 2 ເດືອນ ກໍ່ສາມາດຈໍາໜ່າຍໄດ້ , ປີ ໜຶ່ງ ຈໍາໜ່າຍໄດ້ 6 ເທື່ອ, ເທື່ອໜຶ່ງ ກໍ່ປະມານ 40.000-60.000 ໂຕ ແລ້ວແຕ່ຄວາມຕ້ອງການຂອງຕະ ຫລາດ, ສໍາລັບ ໄກ່ຢູ່ພາຍໃນຟາມ ຂອງພວກເຮົາ ແມ່ນສຸຂະພາບດີ ເນື່ອງຈາກວ່າ ມີສະຕະວະແພດ ມາ ຕິດຕາມເບິ່ງແຍງເລື່ອງການໃຫ້ ອາຫານ, ນໍ້າ, ຢາ ແລະ ສັກວັກຊິນ ຢູ່ຕະຫລອດ. ພ້ອມດຽວກັນ, ເພື່ອ ປ້ອງກັນພະຍາດຕ່າງໆທີ່ອາດຈະ ເກີດຂຶ້ນຕາມລະດູການ ຢູ່ພາຍໃນ ຟາມກໍ່ມີການປ້ອງກັນກ່ອນເຂົ້າ ຄອກໄກ່ ເປັນຕົ້ນ ການສີດຂ້າເຊື້ອ. ແນວໃດກໍດີ, ພາຍຫລັງທີ່ເຮັດຟາມ ໄກ່ມາເຫັນວ່າໄດ້ຮັບຜົນດີຫລາຍ ລູກຄ້າກໍເພີ່ມຂຶ້ນເລື້ອຍໆ. ສະນັ້ນ, ການລ້ຽງໄກ່ ກໍ່ເພີ່ມຂຶ້ນ ໃນແຕ່ລະປີ ໂດຍ ໃນປີ 2025 ແມ່ນ 600.000 ໂຕ. ສໍາລັບການຈໍາໜ່າຍແມ່ນ ຈໍາໜ່າຍພາຍໃນເມືອງທ່າແຂກ, ບົວລະພາ, ສ່ວນຕ່າງແຂວງແມ່ນ ສົ່ງໄປ ແຂວງສະຫວັນນະເຂດ ແລະ ບໍລິຄໍາໄຊ. ນອກນີ້ແລ້ວ, ຍັງ ສົ່ງໄປຂາຍຢູ່ຫວຽດນາມອີກດ້ວຍ. ສໍາລັບລາຄາຂາຍໄກ່ພາຍໃນຟາມ ແມ່ນ 35.000-45.000 ກີບຕໍ່
RkJQdWJsaXNoZXIy MTc3MTYxMQ==