7085

05/08/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ dv'xt-5 ,7tot;y -kdkodj P;da [ dkora fmtokzt]y f8tra oxj kw,h vk-Po 7A 'mu 28 ຂປລ. ກອງປະຊຸມຄະນະວິຊາ ການກ່ຽວກັບການພັດທະນາຜະ ລິດຕະພັນປ່າໄມ້ອາຊຽນ ຄັ້ງທີ 28 (AWG-FPD 28) ຈັດຂຶ້ນ ໃນລະຫວ່າງວັນທີ 4-5 ສິງຫາ 2025 ຢູ່ນະຄອນຫລວງພະບາງ ໃນຮູບແບບອອນລາຍ ແລະ ແບບ ເຊິ່ງໜ້າ ໂດຍການເປັນປະທານ ຂອງທ່ານ ທຸມທອນ ວົງວີສຸກ ຮອງຫົວໜ້າກົມປ່າໄມ້ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ, ມີ ທ່ານ ບຸນມີ ສະຫວັດ ຫົວໜ້າພະ ແນກກະສິກໍາ ແລະ ປ່າໄມ້ແຂວງ ຫລວງພະບາງ, ມີຜູ້ຕາງໜ້າຈາກ ປະເທດສະມາຊິກອາຊຽນ, ຜູ້ ຕາງໜ້າກອງເລຂາທິການອາຊຽນ ແລະ ຜູ້ຕາງໜ້າຄູ່ຮ່ວມພັດທະນາ (ອົງການສາກົນ) ເຂົ້າຮ່ວມເພື່ອ ທົບທວນຄວາມຄືບໜ້າກ່ຽວກັບ ການຄ້າຂາຍຜະລິດຕະພັນປ່າໄມ້, ການຮັບຮອງໄມ້ຖືກກົດໝາຍ ແລະ ມາດຕະຖານພາຍໃນອາຊຽນ. ໃນ ນັ້ນ, ກອງປະຊຸມໄດ້ລົງເລິກຫົວ ຂໍ້ສໍາຄັນຄື: ຄວາມຄືບໜ້າຂອງ ASEAN C&I ສຳລັບການ ຮັບຮອງໄມ້, ການປັບປຸງແນວ ທາງການຕິດຕາມໄມ້ (Chain of Custody), ການຄ້າຂາຍ ເຄື່ອງປ່າຂອງດົງໃນຂົງເຂດອາ ຊຽນ ແລະ ການຮ່ວມມືກັບອົງການ EFI, AFoCO, ITTO, EU-TAF GTEI ແລະ ອື່ນໆ. ທ່ານ ທຸມທອນ ວົງວີສຸກ ໄດ້ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈະ ໄດ້ປຶກສາຫາລືໃນຫລາຍຫົວຂໍ້ທີ່ ສຳຄັນຄື: ເສີມສ້າງການຈັດຕັ້ງ ປະຕິບັດບັນດາເງື່ອນໄຂ ແລະ ຕົວ ຊີ້ວັດຂອງອາຊຽນ (ASEAN Criteria and Indicators ຫລື C&I) ສຳລັບການຄຸ້ມຄອງທີ່ຖືກ ກົດໝາຍ ແລະ ການຢັ້ງຢືນການ ຄຸ້ມຄອງປ່າໄມ້, ສ້າງລະບົບການ ຢັ້ງຢືນຄວາມຖືກຕ້ອງທາງດ້ານ ກົດໝາຍຂອງໄມ້ ແລະ ລະບຽບ ການຕິດຕາມການຄຸ້ມຄອງໄມ້, ສົ່ງເສີມການຄ້າ ແລະ ການພັດ ທະນາຜະລິດຕະພັນປ່າໄມ້ທີ່ບໍ່ແມ່ນ ໄມ້ (Non-Timber Forest Products ຫລື NTFPs), ລວມ ທັງພືດທີ່ນຳໃຊ້ເຂົ້າໃນການປິ່ນປົວ ແລະ ພືດສະໝຸນໄພ ແລະ ການ ຂະຫຍາຍເວທີໃນພາກພື້ນເພື່ອ ແລກປ່ຽນຄວາມຮູ້, ສ້າງນະວັດ ຕະກຳ ແລະ ສ້າງຄວາມສາມາດ. ການປຶກສາຫາລືກັນໃນຄັ້ງນີ້, ບໍ່ ພຽງແຕ່ເປັນເລື່ອງດ້ານວິຊາການ ເທົ່ານັ້ນ, ແຕ່ຍັງມີຄວາມສຳພັນໂດຍ ກົງກັບບຸລິມະສິດທີ່ກວ້າງຂວາງ ຂອງອາຊຽນ ເຊັ່ນ: ຄວາມທົນທານ ຕໍ່ສະພາບດິນຟ້າອາກາດ, ການ ອະນຸລັກຊີວະນາໆພັນ ແລະ ການ ເຊື່ອມໂຍງເສດຖະກິດແບບຍືນຍົງ ພາຍໃຕ້ປະຊາຄົມເສດຖະກິດອາ ຊຽນ(ASEAN Economic Community ຫລື AEC), ສ່ວນ ໜຶ່ງຂອງຄຳໝັ້ນສັນຍາຂອງພວກ ເຮົາຕໍ່ກັບການຄຸ້ມຄອງປ່າໄມ້ແບບ ຍືນຍົງ, ປະເທດສະມາຊິກອາຊຽນ ຈຳເປັນຕ້ອງຮ່ວມມືກັນເພື່ອຕ້ານ ການຄ້າສັດ ແລະ ພືດຜິດກົດໝາຍ ໂດຍສະເພາະສາຍພັນທີ່ຖືກຂຶ້ນບັນ ຊີຫ້ວງຫ້າມໃນອະນຸສັນຍາວ່າດ້ວຍ ການຄ້າສາກົນ ເຊິ່ງປະເພດສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນ, ການ ຄ້າຜິດກົດໝາຍທຳລາຍຄວາມ ພະຍາຍາມໃນການອະນຸລັກ ແລະ ເຮັດໃຫ້ຊື່ສຽງຂອງພາກພື້ນຂອງ ພວກເຮົາອ່ອນແອລົງໃນຕະຫລາດ ສາກົນ. ພ້ອມກັນນີ້, ບັນດາປະເທດ ອາຊຽນ ຄວນສະໜັບສະໜູນ ເຊິ່ງ ກັນ ແລະ ກັນ ເພື່ອປົດລ໋ອກທ່າ ແຮງໃນການຄ້າທີ່ຖືກຕ້ອງຕາມ ກົດໝາຍຂອງຊະນິດພັນທີ່ຖືກຂຶ້ນ ບັນຊີ CITES, ໃຫ້ສອດຄ່ອງກັບ ກົດໝາຍພາຍໃນ ແລະ ລະບຽບ ການຂອງ CITES ຢ່າງຄົບຖ້ວນ, ລວມທັງການພັດທະນາ ແລະ ການ ອະນຸມັດຜົນການກວດສອບວ່າດ້ວຍ ບໍ່ເປັນຜົນຮ້າຍ (NDFs) ໂດຍ ຄະນະກຳມະການພືດ ແລະ ສັດ. ການຮ່ວມມືແບບນີ້ ຈະຊ່ວຍໃຫ້ ການຄ້າປະກອບສ່ວນໃນທາງບວກ ຕໍ່ການອະນຸລັກ ແລະ ການດຳລົງ ຊີວິດແບບຍືນຍົງ. ຂ່າວ-ພາບ: ສຳນານ ອົງຄະນະພັກ ຄຕພ...ົັ ກະຊວງ ວທ... ຄະນະຜູ້ແທນລາວ...ູ້ ເວທີປຶກສາຫາລື...ີຶື ຂປລ. ໃນວັນທີ 1 ສິງຫາ 2025 ຜ່ານມາ,ກະຊວງວັດທະນະທຳແລະ ການທ່ອງທ່ຽວ(ວທ) ໄດ້ມອບ ໃບກຽດຕິຄຸນໃຫ້ບໍລິສັດສະຕາໂທ ລະຄົມ ຫລື Unitel ເພື່ອສະແດງ ຄວາມຂອບໃຈ ແລະ ຍ້ອງຍໍໃນ ການປະກອບສ່ວນສະໜັບສະໜູນ ການຝຶກອົບຮົມການປະດິດຄິດແຕ່ງ ບົດປະພັນວັນນະຄະດີລາວ ປະຈຳປີ 2025 ເຊິ່ງເປັນກິດຈະກຳສຳຄັນ ຂອງລັດທິລ່າເມືອງຂຶ້ນແບບໃໝ່. ຈາກນັ້ນ, ຄະນະຜູ້ແທນໄດ້ປຶກສາ ຫາລືແລກປ່ຽນຄຳຄິດເຫັນຢ່າງ ກົງໄປກົງມາ, ຍົກໃຫ້ເຫັນຄວາມ ຈຳເປັນໃນການຮ່ວມມື ເພື່ອເສີມ ສ້າງກຳລັງແຮງຕໍ່ສູ້ຕ້ານລັດທິລ່າ ເມືອງຂຶ້ນແບບໃໝ່ ໃນສະໄໝໃໝ່, ຕ້ານການແຊກແຊງການເລືອກ ຕັ້ງຢູ່ບັນດາປະເທດຜ່ານຮູບການ ຕ່າງໆ, ຍົກໃຫ້ເຫັນເຖິງການ ເຄື່ອນໄຫວຂອງລັດທິລ່າເມືອງຂຶ້ນ ແບບໃໝ່ຢູ່ປະເທດຕ່າງໆ ແລະ ຍັງ ໄດ້ປຶກສາຫາລືແຜນວຽກຂອງຂະ ບວນການປະຈຳປີ 2025-2026. ໃນໂອກາດດັ່ງກ່າວ, ຫົວໜ້າ ຄະນະຜູ້ແທນພັກ ປປ ລາວ ໄດ້ ປະກອບຄໍາເຫັນ ໂດຍໄດ້ສະແດງ ຄວາມຊົມເຊີຍ ແລະ ສະໜັບສະໜູນ ຕໍ່ແນວຄິດລິເລີ່ມຂອງພັກຣັດເຊຍ ເອກະພາບໃນການຈັດກອງປະຊຸມ ເວທີປຶກສາຫາລືດັ່ງກ່າວ ເຊິ່ງເປັນ ຂີດໝາຍສໍາຄັນແຫ່ງການຮ່ວມມື ແລະ ເຕົ້າໂຮມກໍາລັງແຮງຂອງ ບັນດາພັກການເມືອງຈາກທະວີບ ຕ່າງໆໃນໂລກ ແນໃສ່ພ້ອມກັນ ຕ້ານການເຄື່ອນໄຫວຂອງລັດທິລ່າ ເມືອງຂຶ້ນແບບໃໝ່ ໃນສະໄໝໃໝ່ ທີ່ເປັນສິ່ງທ້າທາຍຕໍ່ການພັດທະນາ ຂອງບັນດາຊາດ; ຕີລາຄາສູງຕໍ່ ການກະກຽມດ້ານຕ່າງໆຂອງພັກ ຣັດເຊຍເອກະພາບ ແລະ ເຫັນດີ ສະໜັບສະໜູນຕໍ່ກັບຮ່າງຖະແຫລງ ການຂອງກອງປະຊຸມໃນຄັ້ງນີ້; ຢືນຢັນທັດສະນະອັນສະເໝີຕົ້ນ ສະເໝີປາຍຂອງລາວຕາມແນວ ທາງນະໂຍບາຍການຕ່າງປະເທດ ຂອງພັກ-ລັດ, ສັນຕິພາບ, ເອກະ ລາດ, ມິດຕະພາບ ແລະ ການຮ່ວມ ມື; ສະແດງຄວາມເອົາໃຈໃສ່ໃນ ການສືບຕໍ່ຮ່ວມມື ແລະ ປະສານ ສົມທົບຢ່າງໃກ້ຊິດກັບພັກຣັດເຊຍ ເອກະພາບ, ບັນດາພັກເພື່ອນມິດ ແລະ ກໍາລັງທີ່ກ້າວໜ້າຂອງບັນດາ ປະເທດໃນໂລກ ເພື່ອຕໍ່ສູ້ຕ້ານການ ປະຕິບັດຂອງລັດທິລ່າເມືອງຂຶ້ນ ແບບໃໝ່ ໃນສະໄໝໃໝ່ ແລະ ການ ຊຸກຍູ້ຂະບວນການເພື່ອເສລີພາບ ຂອງບັນດາຊາດໃຫ້ມີບົດບາດ ກວ້າງຂວາງກວ່າເກົ່າ. ຕອນທ້າຍຂອງກອງປະຊຸມ, ຄະນະຜູ້ແທນໄດ້ເຫັນດີເປັນເອກະ ພາບກັນໃນຖະແຫລງການຮ່ວມ ທີ່ໄດ້ເນັ້ນໜັກຕໍ່ການສົ່ງເສີມການ ເຄື່ອນໄຫວຂອງອົງການສະຫະ ປະຊາຊາດ ໃນການຕ້ານລັດທິລ່າ ເມືອງຂຶ້ນແບບໃໝ່ ແນໃສ່ການ ສ້າງລະບຽບໂລກທີ່ມີຄວາມຍຸຕິທຳ ແລະ ໂຄງການຕ່າງໆພາຍໃຕ້ ແຜນ ຍຸດທະສາດສະຖາບັນແມ່ນໍ້າຂອງ 2021-2025 ໄລຍະ 6 ເດືອນຕົ້ນ ປີ 2025 ແລະ ແຜນກິດຈະກໍາ 6 ເດືອນທ້າຍປີ. ພ້ອມດຽວກັນ, ກໍ ໄດ້ຮ່ວມກັນແລກປ່ຽນຄວາມຄິດ ໂອກາດນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ກ່າວເປີດກອງ ປະຊຸມໂດຍເນັ້ນວ່າ: ການທາບ ໃນການສົ່ງເສີມ ແລະ ອະນຸລັກ ມໍລະດົກທາງວັດທະນະທຳຂອງ ຊາດ. ກິດຈະກຳການຝຶກອົບຮົມດັ່ງ ກ່າວ ມີເປົ້າໝາຍເພື່ອສົ່ງເສີມຄວາມ ຮູ້, ຄວາມເຂົ້າໃຈ ແລະ ທັກສະ ດ້ານການປະພັນວັນນະຄະດີລາວ ໃຫ້ນັກຂຽນຮຸ່ນໃໝ່, ຄູ-ອາຈານ ແລະ ຜູ້ທີ່ສົນໃຈທົ່ວໄປ ໂດຍມີ ເນື້ອໃນກວມເອົາທັງດ້ານສິລະປະ ຂອງພາສາ, ເຕັກນິກການປະພັນ ແລະ ການອະນຸລັກຄຸນຄ່າຂອງວັນ ນະຄະດີດັ້ງເດີມ, ພ້ອມທັງການ ໝູນໃຊ້ໃນຍຸກດີຈິຕອນ. ນອກຈາກ ນີ້, ສໍາມະນາກອນຍັງໄດ້ລົງທະ ບຽນເຂົ້າຮ່ວມຜ່ານແອັບພລິເຄຊັນ LaoApp ເຊິ່ງເປັນສ່ວນໜຶ່ງຂອງ ການສະໜັບສະໜູນຂອງ Unitel. Uni tel ຜູ້ໃຫ້ບໍລິການດ້ານ ຄົມມະນາຄົມຊັ້ນນຳຂອງ ສປປ ລາວ ໄດ້ຮ່ວມສະໜັບສະໜູນການ ພັດທະນາທາງວັດທະນະທຳ, ພ້ອມ ທັງຢັ້ງຢືນຄວາມມຸ່ງໝັ້ນໃນການ ຮ່ວມຊຸກຍູ້ສັງຄົມລາວ, ທັງໃນດ້ານ ເຕັກໂນໂລຊີ, ການສຶກສາ ແລະ ວັດ ທະນະທຳ. ແລະ ປະຊາທິປະໄຕ, ຍຶດໝັ້ນການ ພັດທະນາຮອບດ້ານຂອງຂະບວນ ການ “ເສລີພາບຂອງບັນດາຊາດ” ໃຫ້ເປັນກົນໄກປຶກສາຫາລືຫລາຍ ຝ່າຍ ເພື່ອສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງສາກົນ. ນອກນີ້, ຍັງໄດ້ກຳນົດການຈັດກອງປະຊຸມ ຄັ້ງຕໍ່ໄປທີ່ສະຫະພັນຣັດເຊຍ ໃນ ທ້າຍປີ 2025. ຂ່າວ: ຄຕພ ທາມຄັ້ງນີ້, ແມ່ນປະຕິບັດຕາມກົດ ລະບຽບຂອງພັກ ເປັນຕົ້ນແມ່ນເຮັດ ໃຫ້ການທາບທາມດໍາເນີນໄປຢ່າງ ຖືກຕ້ອງຕາມຄໍາສັ່ງເລກທີ 411/ ຄລສພ, ທັງເປັນການເສີມຂະຫຍາຍ ສະຕິປັນຍາ ແລະ ເຕົ້າໂຮມເອົາ ຄໍາຄິດຄໍາເຫັນຂອງສະມາຊິກພັກ ປະກອບໃສເນື້ອໃນເອກະສານ ແລະ ບຸກຄະລາກອນກອງປະຊຸມໃຫຍ່ສະ ມາຊິກພັກ ຄັ້ງທີ III ຂອງອົງຄະນະ ພັກ ຄຕພ. ຈາກນັ້ນ, ສະຫາຍ ສະເຫລີມໄຊ ທະທົງສັກ ກຳມະການຄະນະພັກ, ຫົວໜ້າອະນຸກຳມະການເນື້ອໃນໄດ້ ຂຶ້ນນໍາສະເໜີຮ່າງລາຍງານການ ເມືອງ ກໍຄື ການຈັດຕັ້ງປະຕິບັດມະ ຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງ ອົງຄະນະພັກ ຄຕພ ໃນໄລຍະ 5 ປີຜ່ານມາ(20212025), ແຜນພັດທະນາ ຄຕພ ໄລ ຍະ 2026-2030 ແລະ ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງເລຂາ ຄະນະພັກ, ຮອງຫົວໜ້າ ຄຕພ ໄດ້ ຜ່ານຮ່າງບົດສໍາຫລວດການນໍາ ພາຂອງຄະນະບໍລິຫານງານພັກ ຄຕພ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນ ໄດ້ຕະຫລອດການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກ ຄຕພ 5 ປີ ຜ່ານມາ ເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ຄົ້ນຄວ້າ ແລະ ປະກອບຄໍາຄິດ ເຫັນເຮັດໃຫ້ຮ່າງເອກະສານດັ່ງ ກ່າວມີເນື້ອໃນສົມບູນຍິ່ງຂຶ້ນ. ຫລັງ ຈາກນັ້ນ, ສະຫາຍ ເກີລໍ່ ຢາງກໍ່ ກຳມະການຄະນະພັກ, ຫົວໜ້າກົມ ຈັດຕັ້ງ-ພະນັກງານ, ຫົວໜ້າອະນຸ ກຳມະການບຸກຄະລາກອນໄດ້ຜ່ານ ມາດຖານ-ເງື່ອນໄຂຂອງຜູ້ສະໝັກ ຄະນະບໍລິຫານງານພັກ, ເລຂາ, ຮອງເລຂາ, ປະທານ ແລະ ຮອງປະ ທານກວດກາຄະນະພັກ. ຕອນທ້າຍກອງປະຊຸມ, ໄດ້ດໍາ ເນີນການທາບທາມເອົາບຸກຄະລາ ກອນ ຮອບທີ 1 ເພື່ອກະກຽມໃຫ້ ແກ່ການດໍາເນີນກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ III ຂອງອົງຄະນະ ພັກ ຄຕພ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້. ຂ່າວ: ຄຕພ ເຫັນ ແລະ ຮັບຮອງເອົາບັນດາ ເອກະສານຈຳນວນໜຶ່ງ ເພື່ອເປັນ ທິດທາງໃນການຈັດຕັ້ງປະຕິບັດໃນ ຕໍ່ໜ້າເປັນຕົ້ນຮ່າງແຜນຍຸດທະສາດ ສະຖາບັນແມ່ນໍ້າຂອງ ສະບັບໃໝ່ 2026-2030. ພ້ອມນີ້, ກອງປະຊຸມຍັງໄດ້ ປຶກສາຫາລືໃນການກະກຽມ ພິທີມອບ-ຮັບໜ້າທີ່ການເປັນປະ ທານໝູນວຽນສະພາບໍລິຫານ ງານສະຖາບັນແມ່ນ້ຳຂອງຈາກ ກຳປູເຈຍ ມາຍັງ ສປປ ລາວ ເຊິ່ງ ຈະເລີ່ມແຕ່ເດືອນສິງຫາ 2025 ເຖິງ ສິງຫາ 2027 ຢູ່ ສປປ ລາວ ພາຍໃຕ້ຄໍາຂວັນການເຊື່ອມ ຈອດ ແລະ ຄວາມເຂັ້ມແຂງຈາກ ນະໂຍບາຍໄປສູ່ການກະທໍາ.

RkJQdWJsaXNoZXIy MTc3MTYxMQ==