7085

xtgmf]k; 3 05/08/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me s;o7n o,6 og-N vdkodegou f0v'co;]k;lh k'-kf c0;'v5 fq ,w- g7n j vows;-5 dp6 h dkozt]y fdtly degxa oly o7h kcdh w07;k,m5 dpkd ຈັນ, ພຸດ * ໃນຕົ້ນສະຕະວັດທີ 19 ປະ ເທດລາວໄດ້ຖືກສັກດີນາແລະພວກ ຈັກກະພັດຕ່າງດ້າວເຂົ້າມາຮຸກ ຮານ, ຢຶດຄອງເອົາເປັນຫົວເມືອງ ຂຶ້ນ. ຄົນລາວບັນດາເຜົ່າທີ່ຮັກ ຫອມສັນຕິພາບບໍ່ຍອມເປັນຂ້ອຍ ຂ້າມ້າຕ່າງໃຫ້ແກ່ພວກລ່າເມືອງ ຂຶ້ນ, ໄດ້ລຸກຂຶ້ນຕໍ່ສູ້ຕ້ານຈັກກະພັດ ຕ່າງດ້າວຢ່າງເນື່ອງນິດລຽນຕິດ ເຊັ່ນ: ຂະບວນການຕໍ່ສູ້ຢູ່ແຂວງ ສະຫວັນນະເຂດ ໃຕ້ການນໍາພາ ຂອງພໍ່ກະດວດ (1901-1902); ຢູ່ເຂດດົງບໍລະເວນ ໃຕ້ການນໍາ ພາຂອງອົງແກ້ວ-ອົງກົມມະດໍາ (1902-1937); ຂະບວນການຕໍ່ ສູ້ຢູ່ພາກເໜືອ ໃຕ້ການນໍາພາຂອງ (ເນ່ືອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ 13/8/1950-13/8/2025)່ື ອັ ນ້ າັ້ ງ້ າົ ບີ ເຈົ້າຟ້າປັດໄຈ (1918-1922) ແລະ ຂະບວນການຕໍ່ສູ້ອື່ນໆ. ແຕ່ ຂະບວນການຕໍ່ສູ້ເຫລົ່ານັ້ນລ້ວນ ແຕ່ຖືກປາບປາມລົງຍ້ອນຫລາຍ ສາເຫດ. ໃນນັ້ນ, ອັນຕົ້ນຕໍຍ້ອນບໍ່ ທັນມີທິດສະດີປະຕິວັດ ແລະ ບໍ່ທັນມີ ແນວທາງປະຕິວັດທີ່ຈະແຈ້ງ ບໍ່ທັນ ມີພັກປະຕິວັດນໍາພາ; ດໍາເນີນໄປ ແບບກະແຈກກະຈາຍ, ເກີດຢູ່ທ້ອງ ຖິ່ນໃຜມັນ, ຂາດການບັນຊາລວມ ສູນ, ບໍ່ສາມາດເຕົ້າໂຮມກໍາລັງແຮງ ສັງລວມຂອງໝົດທັງຊາດ ຄວາມ ສາມັກຄີຂອງປະຊາຊົນບັນດາເຜົ່າ ບໍ່ທັນເປັນອັນໜຶ່ງອັນດຽວ; ໝາຍ ຄວາມວ່າບໍ່ທັນມີການຈັດຕັ້ງແນວ ໂຮມຢ່າງກວ້າງຂວາງ. ປີ 1930 ພັກກອມມູນິດອິນດູ ຈີນ ໄດ້ຮັບການສ້າງຕັ້ງຂຶ້ນ, ພັກໄດ້ ວາງແນວທາງຍຸດທະສາດ, ຍຸດໂທ ບາຍການດໍາເນີນການປະຕິວັດຢູ່ ອິນດູຈີນ ໂດຍເຫັນຄວາມສໍາຄັນ ຂອງວຽກງານແນວໂຮມ ປີ 1934 ອົງຄະນະພັກແຄວ້ນລາວ ໄດ້ຮັບ ການສ້າງຕັ້ງຂຶ້ນ ຊຶ່ງເປັນບາດກ້າວ ທໍາອິດທີ່ມີການປັບປຸງ, ຂະຫຍາຍ ການຈັດຕັ້ງພັກ ແລະ ການຈັດຕັ້ງ ມະຫາຊົນຢູ່ລາວ. ວັນທີ 1 ທັນວາ 1941 ຄະນະ ບໍລິຫານງານສູນກາງພັກກອມມູ ນິດອິນດູຈີນ ໄດ້ມີຄໍາສັ່ງກ່ຽວກັບ ການສ້າງຕັ້ງສໍາພັນທະມິດອ້າຍ ລາວເອກະລາດ ແມ່ນຮູບການແນວ ໂຮມຕ້ານຈັກກະພັດຜູ້ຮຸກຮານ, ພັກໄດ້ຍູ້ແຮງວຽກງານປຸກລະດົມ ຂົນຂວາຍມະຫາຊົນ ຢູ່ເຂດຊົນນະ ບົດ ແລະ ບໍລິເວນຊົນເຜົ່າ, ມີຊາວ ໄຮ່ນາເປັນກໍາລັງພື້ນຖານຂອງ ການປະຕິວັດ, ຂະບວນການຕໍ່ສູ້ ເກີດຂຶ້ນຢູ່ເຂດຕ່າງໆ ແລະ ຢູ່ໃນຕົວ ເມືອງ ກ້າວໄປສູ່ການຍຶດອໍານາດ 23 ສິງຫາ 1945 ແລະ ປະກາດ ເອກະລາດ 12 ຕຸລາ 1945 ເປັນ ການເປີດໜ້າປະຫວັດສາດໜ້າໃໝ່ ໃຫ້ແກ່ການປະຕິວັດ. ປີ 1946-1950 ຂະບວນການ ຕໍ່ຕ້ານຂອງປະຊາຊົນລາວບັນດາ ເຜົ່າ ໃຕ້ການນຳພາຂອງພັກ ໄດ້ເຕີບ ໃຫຍ່ຂະຫຍາຍຕົວຢ່າງແຂງ ແຮງ, ການປະຕິວັດລາວ ມີເຂດຕໍ່ຕ້ານ ແລະ ກຳລັງປະກອບອາວຸດຢູ່ທຸກ ພາກຂອງປະເທດ. ພ້ອມກັນນັ້ນ, ຂະບວນການຕໍ່ສູ້ຕ້ານພວກລ່າ ເມືອງຂຶ້ນແບບເກົ່າ ຢູ່ທົ່ວສະໜາມ ຮົບອິນດູຈີນ ກໍມີບາດກ້າວກະໂດດ ຂຶ້ນຢ່າງໄວວາ. ເດືອນມັງກອນ ປີ 1950 ກອງປະຊຸມຄະນະບໍລິຫານ ງານສູນກາງພັກກອມມູນິດອິນດູ ຈີນໄຂຂຶ້ນ ກອງປະຊຸມໄດ້ກຳນົດ ໜ້າທີ່ສະເພາະໜ້າຂອງການປະຕິ ວັດຄື ກໍ່ສ້າງສະຖານທີ່ໝັ້ນຕໍ່ຕ້ານ ໃຫ້ຕິດລ່ຽນ, ຂະຫຍາຍກຳລັງປະ ກອບອາວຸດ ເພື່ອດຳເນີນການສູ້ຮົບ ປະສານສົມທົບກັບສະໜາມຮົບ ລວມ, ກໍ່ສ້າງ ແລະ ເປີດກວ້າງແນວ ໂຮມເອກະພາບແຫ່ງຊາດ ແລະ ສ້າງຕັ້ງລັດຖະບານລາວຕໍ່ຕ້ານ. ປະຕິບັດທິດຊີ້ນໍາຂອງກອງປະ ຊຸມຄະນະບໍລິຫານງານສູນກາງພັກ ກອມມູນິດອິນດູຈີນ ແລະ ເພື່ອຜົນ ປະໂຫຍດຂອງການປະຕິວັດ, ຂອງ ປະເທດຊາດ ແລະ ຂອງມະຫາຊົນ ກໍຄືຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງຂອງຊາດ, ພັກໄດ້ເອົາໃຈໃສ່ຢ່າງຈົດຈໍ່ກໍ່ສ້າງ, ປັບປຸງວຽກງານແນວໂຮມໂດຍ ໄດ້ວາງແຜນນະໂຍບາຍ ແລະ ຮູບ ການຈັດຕັ້ງແນວໂຮມເພື່ອເພີ່ມຕື່ມ ເຊິ່ງກັນ ແລະ ກັນ, ປະສານສົມທົບ ນໍາກັນ, ເປີດກວ້າງການເຕົ້າໂຮມ ກໍາລັງຂອງການປະຕິວັດ, ເປີດ ກວ້າງກ້ອນກໍາລັງມະຫາສາມັກຄີ ວົງຄະນາຍາດແຫ່ງຊາດ. ພາຍໃຕ້ການຊີ້ນຳຂອງພັກ ກອມມູນິດອິນດູຈີນ ມາຮອດວັນ ທີ 13 ສິງຫາ 1950 ກອງປະຊຸມ ໃຫຍ່ຜູ້ແທນແນວລາວຕໍ່ຕ້ານທົ່ວ ປະເທດ ໄດ້ໄຂຂຶ້ນຢູ່ເມືອງອຽນ ເຊີນ, ແຂວງຕວຽນກວາງ, ສສ ຫວຽດນາມ ໂດຍມີຜູ້ແທນເຂົ້າ ຮ່ວມທັງໝົດ ຈໍານວນ 105 ທ່ານ ຊຶ່ງເປັນຕົວແທນຂອງກໍາລັງປະ ກອບອາວຸດທຸກພາກ, ຕົວແທນ ຂອງບັນດາເຜົ່າ, ຊັ້ນຄົນ, ອົງການ ຈັດຕັ້ງສັງຄົມ, ສາສະໜາ, ເພດ-ໄວ ໃນທົ່ວປະເທດ. ກອງປະຊຸມຄັ້ງນີ້ ໄດ້ປະກາດສ້າງຕັ້ງແນວໂຮມແຫ່ງ ຊາດ ໂດຍໃສ່ຊື່ວ່າ: “ແນວລາວອິດ ສະຫລະ”. ສະເດັດເຈົ້າ ສຸພານຸວົງ ໄດ້ຖືກເລືອກຕັ້ງເປັນປະທານສູນ ກາງແນວລາວອິດສະຫລະ. * ຄວາມທຸກຍາກຂອງປະ ຊາຊົນຈະຫລຸດລົງເທື່ອລະກ້າວ ພາກສ່ວນກ່ຽວຂ້ອງ ຕ້ອງໄດ້ເອົາ ໃຈໃສ່ລົງໃກ້ສິດຕິດແທດກັບປະ ຊາຊົນ. ເມື່ອບໍ່ດົນມານີ້, ທ່ານ ພີມມະເສນ ຄຸນສີລິວົງ ຫົວໜ້າພະ ແນກກະສິກຳ ແລະ ປ່າໄມ້ແຂວງ ອຸດົມໄຊ ພ້ອມດ້ວຍຄະນະ ແລະ ວິ ຊາການກ່ຽວຂ້ອງ ໄດ້ລົງເຄື່ອນ ໄຫວວຽກງານ ແລະ ຊຸກຍູ້ການຜະ ລິດກະສິກຳຢູ່ບັນດາເມືອງ ແລະ ກຸ່ມການຜະລິດກະສິກຳຕ່າງໆ ໂດຍສະເພາະຊຸກຍູ້ການປູກເຂົ້ານາ ປີ, ການປູກພືດຜັກ, ການລ້ຽງສັດ ຂອງປະຊາຊົນບ້ານຫ້ວຍຫລາ ເມືອງຫລາ ຕິດພັນກັບການຊຸກຍູ້ ປະຊາຊົນປູກກາເຟ ເປັນສິນຄ້າ ເຊິ່ງປັດຈຸບັນກຳລັງກ້າເບ້ຍການເຟ ເພື່ອໃຫ້ປະຊາຊົນພາຍໃນ 5 ບ້ານ ຂອງເມືອງຫລາ ປູກ, ການກໍ່ສ້າງ ແລະ ສ້ອມແປງຊົນລະປະທານ, ການລ້ຽງໄກ່ ແລະ ເພາະພັນລູກໄກ່ ຂາຍ ຢູ່ເມືອງຫລາ ທັງລົງຊຸກຍູ້ກຸ່ມ ໄກ່ບໍລິສັດລາວຟີມິກຈຳກັດ, ການ ສົ່ງເສີມປະຊາຊົນລ້ຽງເຜິ້ງທຳມະ ຊາດ ແລະ ອື່ນໆ. ການລົງຕິດຕາມ ຊຸກຍູ້ວຽກ ງານກະສິກຳການປູກ-ການລ້ຽງ ຄັ້ງນີ້ ແມ່ນໜຶ່ງໃນພາລະບົດບາດ ຂອງພະແນກກະສິກໍາ ແລະ ປ່າໄມ້ ແຂວງ ໃນນາມເປັນອະນຸກຳມະ ການຂະບວນການສຶກສາອົບຮົມ ການເມືອງແນວຄິດ, ເພື່ອສ້າງ ຂະບວນການຕ້ອນຮັບກອງປະຊຸມ ໃຫຍ່ອົງຄະນະພັກແຂວງ ສະໄໝ ທີ 10, ເຊິ່ງມີໜ້າທີ່ຮັບຜິດຊອບ ໃນການຊຸກຍູ້ສົ່ງເສີມການຜະລິດ ເພື່ອຄ້ຳປະກັນສະບຽງອາຫານໃຫ້ ມີຄວາມໝັ້ນຄົງ, ທັງຜະລິດເປັນສິນ ຄ້າເພື່ອສົ່ງອອກ ແລະ ທົດແທນ ການນຳເຂົ້າ. ໄປແຕ່ລະຈຸດຄະນະທີມງານ ກໍໄດ້ຮັບຟັງການລາຍງານສະພາບ ການດຳເນີນກິດຈະການ, ພ້ອມນັ້ນ ທ່ານກໍໄດ້ໃຫ້ກຳລັງໃຈ, ໃຫ້ທິດ ຊີ້ນຳ ແລະ ຄຳແນະນຳດ້ານວິຊາ ການ ເພື່ອຂະຫຍາຍການຜະລິດໃຫ້ ຄວາມຕ້ອງການຂອງຕະຫລາດ ແລະ ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ເຈົ້າຂອງກິດຈະການພັດທະນາ ການຜະລິດກະສິກຳສະອາດ ໃຫ້ ກາຍເປັນສິນຄ້າ ແລະ ສົ່ງອອກ, ສ້າງວຽກເຮັດງານທຳ ແລະ ສ້າງ ລາຍຮັບທີ່ໝັ້ນຄົງໃຫ້ແກ່ປະຊາຊົນ, ນໍາໃຊ້ເຕັກນິກວິທະຍາສາດເຂົ້າໃນ ການຜະລິດ ເພື່ອຊ່ວຍຍົກສະມັດ ຕະພາບການຜະລິດຂອງປະຊາ ຊົນໃຫ້ໄດ້ຫລາຍກວ່າເກົ່າ ຫລຸດ ຜ່ອນຕົ້ນທຶນ, ຫລຸດຜ່ອນແຮງງານ, ຊ່ວຍກັນປົກຮັກສາ ແລະ ນຳໃຊ້ຊົນ ລະປະທານໃຫ້ມີປະສິດທິຜົນ ແລະ ຮຽກຮ້ອງໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງເອົາໃຈໃສ່ລົງ ຊຸກຍູ້ສົ່ງເສີມການຜະລິດ ເພືິ່ອຄ້ຳ ປະກັນສະບຽງອາຫານ ໂດຍສະ ເພາະການຜະລິດເຂົ້າ, ຊີ້ນ, ປາ, ໄຂ່ ແລະ ພືດຜັກ ໃຫ້ຮັບປະກັນໃຫ້ ພຽງພໍຕາມຄວາມຕ້ອງການຂອງ ຜູ້ບໍລິໂພກພາຍໃນແຂວງ ແລະ ສືບ ຕໍ່ຊຸກຍູ້ສົົ່ງເສີມການຜະລິດກະສິກຳ ສະອາດເພື່ອເປັນສິນຄ້າ ເນັ້ນໃສ່ ການປຸງແຕ່ງເພື່ອເພີິ່ມມູນຄ່າ ພ້ອມ ທັງກຳນົດສິນຄ້າຍຸດທະສາດປາຍ ແຫລມ ທີິ່ເປັນທ່າແຮງ ແລະ ມີຕະ ຫລາດຮອງຮັບ; ໃຫ້ເອົາໃຈໃສ່ ເພີິ່ມທະວີຕິດຕາມກວດກາການ ຈັດຕັັ້ງປະຕິບັດມາດຕະການເກືອດ ຫ້າມການນຳເຂົ້າສິນຄ້າກະສິກຳ ທີິ່ສາມາດຜະລິດໄດ້ ແລະ ພຽງພໍ ຢູ່ພາຍໃນແຂວງ; ໃຫ້ສືບຕໍ່ຈັດສັນ ເຂດການຜະລິດ ທີິ່ເປັນບຸລິມະສິດ ແລະ ເປັນທ່າແຮງເຊັ່ນ: ດິນ, ນ້ຳ, ພື້ນທີິ່, ພືດຜັກ, ການລ້ຽງສັດເປັນ ຟາມ, ບັນດາປັດໄຈການຜະລິດ ຕ່າງໆ ໃຫ້ເປັນລະບົບຕ່ອງໂສ້ຄົບ ຊຸດ ໂດຍສະເພາະການຫັນເປັນ ທັນສະໄໝ ຕິດພັນກັບການສ້າງຕັັ້ງ ເປັນກຸ່ມການຜະລິດ/ສະຫະກອນ ແລະ ສ້າງເປັນໂຮງງານປຸງແຕ່ງ ການຜະລິດກະສິກຳທີິ່ເປັນລະບົບ ຄົບຊຸດ; ສົ່ງພະນັກງານວິຊາການ ລົງໄປປະຈໍາ ແລະ ເຮັດວຽກຮ່ວມ ກັບອໍານາດການປົກຄອງຂັັ້ນບ້ານ ແລະ ປະຊາຊົນເພື່ອແນະນຳເຕັກ ນິກວິຊາການ ການປູກ-ການລ້ຽງ ໃຫ້ມີປະສິດທິພາບ ແລະ ປະສິດທິ ຜົນກວ່າເກົ່າ. ປູກຜັກ ບ້ານຫລັກ 10, ການລ້ຽງ ໄກ່, ລ້ຽງໝູຂອງຟາມໄກ່, ຟາມໝູ ທີ່ບ້ານໂພນໂຮມ, ການປູກມອນ ລ້ຽງມ້ອນ ຂອງບໍລິສັດ ຊວງໄຊ ກະສິກຳ, ການຜະລິດຢາງພາລາ ເຄິ່ງສຳເລັດຮູບເພື່ອສົ່ງອອກ ຂອງ ໂຮງງານປຸງແຕ່ງຢາງພາລາຈົງອູ ທີ່ບ້ານກໍນ້ອຍເມືອງໄຊ, ໂຮງງານ ອົບສາລີຂອງບໍລິສັດອຸດົມໄຊຍີນົງ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ, ໂຮງງານຜະລິດແປ້ງມັນຕົ້ນບໍລິສັດ ເຕັກໂນໂລຊີຊີວະພາບກະສິກຳຟົງ ຟົງ, ໂຮງງານອົບເຄື່ອງປ່າຂອງ ດົງ ບໍລິສັດ ລາວຫົວຢູ ການຄ້າ ຈຳ ກັດ, ການປູກຫົວດຸກເດືອ ບໍລິສັດ ດວງດາວສະຫວັນ, ຟາມສ້ຽງໄກ່ ບໍລິສັດຊີເຟີງພັດທະນາກະສິກຳ ຂາອອກຂາເຂົ້າ ຈຳກັດ, ສວນໝາກ ມ່ວງ ບໍລິສັດ ຫວາງຫົງສົ່ງເສີມ ກະສິກໍາ ແລະ ປ່າໄມ້ຈໍາກັດ, ຟາມ ລ້ຽງໝູສອນນິພົນສ່ວນ, ຟາມລ້ຽງ ໄດ້ທັງປະລິມານ ແລະ ຄຸນນະພາບ; ປະກອບສ່ວນໃນການສະໜອງພືດ ຜັກ, ຊີ້ນ, ປາ, ໄຂ່ໃຫ້ພຽງພໍກັບ

RkJQdWJsaXNoZXIy MTc3MTYxMQ==