7084

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 04/08/2025 glf4tdy f{la '7q , l5 ,.lj s]kp;Pd'ko grn j vxq dxa dIa dlk ,= ]tfq d3]dsu o|k,|+ dq f\kp;j kfh ;p dkoxtda ola '7q , * ກັບມາພໍ້ກັບ hຄໍລຳຊີວິດ ແລະ ກົດໝາຍi ໃນມື້ນີ້ ແມ່ນຍັງ ຢູ່ກັບກົດໝາຍວ່າດ້ວຍການປະກັນ ສັງຄົມຄືເກົ່າ ເຊິ່ງສະບັບນີ້ ຂໍມາ ສະເໜີ hໝວດທີ 5 ການອຸດໜູນ ປ່ວຍການ ແລະ ໝວດທີ 6 ການ ອຸດໜູນບຳນານໃຫ້ພວກເຮົາໄດ້ ຮັບຮູ້ນຳກັນຕື່ມ. ໃນມາດຕາ 28 ການອຸດໜູນ ປ່ວຍການ; ການອຸດໜູນປ່ວຍການ ແມ່ນການສະໜອງເງິນອຸດໜູນ ໃຫ້ຜູ້ປະກັນຕົນທີ່ຍັງບໍ່ສາມາດກັບ ມາເຮັດວຽກປົກກະຕິ ຍ້ອນປະສົບ ອຸບັດເຫດແຮງງານ ຫລື ອຸບັດເຫດ ອື່ນ, ເປັນພະຍາດອາຊີບ ຫລື ພະ ຍາດອື່ນ, ຍ້ອນເຈັບເປັນເນື່ອງຈາກ ການອອກລູກ ຫລື ຫລຸລູກ ຊຶ່ງຖືກ ຢຸດຈ່າຍເງິນເດືອນຊົ່ວຄາວໃນເວ ລາປິ່ນປົວ ແລະ ຟື້ນຟູສຸຂະພາບ. ມາດຕາ 29 ເງື່ອນໄຂຮັບການ ອຸດໜູນປ່ວຍການ; ຜູ້ຈະໄດ້ຮັບ ການອຸດໜູນປ່ວຍການ ຕ້ອງມີ ເງື່ອນໄຂຄົບຖ້ວນດັ່ງນີ້: 1. ໄດ້ຖອກ ໂດຍ:ມາລີດາ ຫລາຍວຽກງານ ເປັນຕົ້ນ ຄົ້ນຄວ້າ ປັບປຸງກົງຈັກການຈັດຕັ້ງ, ບັນຈຸ ສັບຊ້ອນ ແລະ ພັດທະນາບຸກຄະ ລາກອນ ໃຫ້ມີຄວາມເຂັ້ມແຂງ; ປະ ສານສົມທົບສ້າງແຜນງານ,ໂຄງ ການຮ່ວມກັບ ສສ ຫວຽດນາມ; ພ້ອມທັງສືບຕໍ່ຊຸກຍູ້, ສົ່ງເສີມ ແລະ ຂົນຂວາຍຊອກຫາແຫລ່ງທຶນສະ ໜັບສະໜູນການຈັດຕັ້ງປະຕິບັດ ແຜນງານ ແລະ ໂຄງການຕ່າງໆ. ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງ ກະສິກໍາ ແລະ ເງິນເຂົ້າກອງທຶນປະກັນສັງຄົມ ນັບແຕ່ສາມເດືອນຂຶ້ນໄປ; 2. ໄດ້ ຖືກຢຸດຈ່າຍເງິນເດືອນຊົ່ວຄາວ; 3. ມີການຢັ້ງຢືນດ້ານການແພດ ກ່ຽວກັບການປ່ວຍການ. ມາດຕາ 30 ການຄິດໄລ່ເງິນ ອຸດໜູນປ່ວຍການ; ຜູ້ປະກັນຕົນທີ່ ປ່ວຍການ ຊຶ່ງສືບຕໍ່ປິ່ນປົວ ແລະ ຟື້ນຟູສຸຂະພາບ ຈະໄດ້ຮັບເງິນອຸດ ໜູນປ່ວຍການເປັນລາຍເດືອນ ຊຶ່ງ ຄິດໄລ່ເຈັດສິບສ່ວນຮ້ອຍຂອງເງິນ ເດືອນປະກັນຕົນ ໂດຍສະເລ່ຍເອົາ ຫົກເດືອນສຸດທ້າຍ ແຕ່ບໍ່ເກີນຫົກ ເດືອນເປັນໄລຍະທຳອິດ. ຖ້າວ່າສຸຂະພາບຂອງຜູ້ກ່ຽວ ຫາກຍັງບໍ່ແຂງແຮງ ກໍຕ້ອງໄດ້ສືບ ຕໍ່ປິ່ນປົວ ໂດຍມີການຢັ້ງຢືນ ເພື່ອ ຮັບເງິນອຸດໜູນປ່ວຍການດ້ານ ການແພດ ຊຶ່ງຄິດໄລ່ຫົກສິບສ່ວນ ຮ້ອຍຂອງເງິນເດືອນປະກັນຕົນ ແຕ່ ສູງສຸດບໍ່ເກີນຫົກເດືອນເປັນໄລຍະ ສຸດທ້າຍ. ໃນກໍລະນີ ສຸຂະພາບຂອງຜູ້ ກ່ຽວຫາກຍັງບໍ່ດີຂຶ້ນ ຕ້ອງໄດ້ໄປ ກວດ ແລະ ໄດ້ຮັບການປະເມີນສຸຂະ ພາບຄືນຈາກຄະນະແພດຊ່ຽວຊານ ສະເພາະ ເພື່ອພິຈາລະນາຮັບການ ອຸດໜູນເສຍອົງຄະ. ໝວດທີ 6 ການອຸດໜູນບຳ ນານ; ມາດຕາ 31 ການອຸດໜູນບຳ ນານ; ການອຸດໜູນບຳນານ ແມ່ນ ການສະໜອງເງິນອຸດໜູນເປັນ ລາຍເດືອນໃຫ້ຜູ້ປະກັນຕົນ ທີ່ພັກ ຮັບບຳນານ. ມາດຕາ 32 ເງື່ອນໄຂຮັບການ ອຸດໜູນບຳນານ; ຜູ້ທີ່ຮັບການອຸດ ໜູນບຳນານ ມີເງື່ອນໄຂດັ່ງນີ້: 1.1 ເພດຊາຍ ແລະ ເພດຍິງ ຕ້ອງມີປີ ການຊາວຫ້າປີຂຶ້ນໄປ ແລະ ມີອາຍຸ ກະສຽນຫ້າສິດເຈັດປີ ຫາ ຫົກສິບປີ ສຳລັບເພດຊາຍ, ຫ້າສິບຫ້າປີ ຫາ ຫົກສິບປີ ສຳລັບເພດຍິງ. ສຳລັບ ຜູ້ມີປີການຊາວສາມປີຂຶ້ນໄປ ແຕ່ ບໍ່ເຖິງຊາວຫ້າປີ ສາມາດຮັບອຸດ ໜູນບຳນານໄດ້ ແຕ່ໃຫ້ຫລຸດອັດຕາ ສ່ວນຮ້ອຍອຸດໜູນບຳນານລົງໜຶ່ງ ສ່ວນຮ້ອຍ (1%) ຕໍ່ໜຶ່ງປີການ ທີ່ຫລຸດ; ສຳລັບອາຍຸກະສຽນ ແລະ ປີ ການຂອງທະຫານ, ຕຳຫລວດໃຫ້ ປະຕິບັດຕາມກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນ ລາວ ແລະ ກົດໝາຍວ່າດ້ວຍກຳລັງ ປ້ອງກັນຄວາມສະຫງົບປະຊາຊົນ. 1.2 ເຂົ້າການປະຕິວັດກ່ອນປີ 1975, ເສຍກຳລັງແຮງງານປະ ເພດໜຶ່ງ ຫາ ສີ່, ເຮັດວຽກກັບທາດ ເບື່ອ, ເຄມີ ແລະ ສານພິດທີ່ເປັນອັນ ຕະລາຍຕໍ່ສຸຂະພາບແຕ່ຫ້າປີຂຶ້ນໄປ ຕາມການຢັ້ງຢືນທາງການແພດ, ມີ ອາຍຸກະສຽນ ຫ້າສິບຫ້າປີຂຶ້ນໄປ ສຳລັບເພດຊາດ, ຫ້າສິບປີຂຶ້ນໄປ ສຳລັບເພດຍິງ ແລະ ມີປີການແຕ່ ຊາວປີຂຶ້ນໄປ ແລະ ໃຫ້ຈັດເຂົ້າຢູ່ໃນ ກຸ່ມຜູ້ຮັບບຳນານໄລຍະທີສາມ; 1.3 ເຮັດວຽກໃນລະບອບເກົ່າ ກ່ອນປີ 1975 ໃຫ້ຄິດໄລ່ປີການ ສາມປີໃດເທົ່າກັບໜຶ່ງປີການ ແລະ ໃຫ້ຈັດເຂົ້າເປັນໄລຍະທີສອງ; 1.4 ມີການຢັ້ງຢືນພັກຮັບບຳ ນານຢ່າງຖືກຕ້ອງ ຈາກຂະແໜງ ການທີ່ກ່ຽວຂ້ອງ. ມາດຕາ 33 ການກຳນົດອັດ ຕາສ່ວນຮ້ອຍອຸດໜູນບໍານານ; ອັດ ຕາສ່ວນຮ້ອຍອຸດໜູນບຳນານ ໃຫ້ ຄິດໄລ່ດັ່ງນີ້: 1. ອັດຕາສ່ວນຮ້ອຍ ອຸດໜູນບໍານານ ສໍາລັບພະນັກງານ, ລັດຖະກອນ, ທະຫານ ແລະ ຕຳ ຫລວດ ໃຫ້ຄິດໄລ່ເປັນສາມໄລຍະ ດັ່ງນີ້: - ຜູ້ເຮັດການປະຕິວັດ ແຕ່ປີ 1954 ຄືນຫລັງ ໄດ້ຮັບອັດຕາສ່ວນ ຮ້ອຍອຸດໜູນບຳນານໂດຍເລີ່ມຈາກ ແປດສິບສ່ວນຮ້ອຍ ຫາ ໜຶ່ງຮ້ອຍ ສ່ວນຮ້ອຍ; - ຜູ້ເຮັດການປະຕິວັດ ແຕ່ປີ 1955 ຫາ ປີ 1974 ໄດ້ຮັບອັດຕາ ສ່ວນຮ້ອຍ ອຸດໜູນບຳນານ ໂດຍ ເລີ່ມຈາກເຈັດສິບຫ້າສ່ວນຮ້ອຍ ຫາ ເກົ້າສິບສ່ວນຮ້ອຍ; - ຜູ້ເຮັດການປະຕິວັດ ແຕ່ປີ 1975 ເປັນຕົ້ນມາ ໄດ້ຮັບອັດຕາ ສ່ວນຮ້ອຍອຸດໜູນບໍານານ ໂດຍ ເລີ່ມຈາກ ເຈັດສິບສ່ວນຮ້ອຍ ຫາ ແປດສິບຫ້າສ່ວນຮ້ອຍ. ສຳລັບຜູ້ໄດ້ຮັບອັດຕາສ່ວນ ຮ້ອຍອຸດໜູນບຳນານໃນແຕ່ລະໄລ ຍະມາກ່ອນແລ້ວ ໃຫ້ຮັກສາຄືເກົ່າ. ສ່ວນຜູ້ທີ່ຈະອອກພັກຮັບບຳນານ ໃນຕໍ່ໜ້ານີ້ ໃຫ້ປະຕິບັດຕາມອັດຕາ ສ່ວນຮ້ອຍອຸດໜູນບຳນານ ຂອງ ແຕ່ລະໄລຍະຕາມທີ່ໄດ້ກຳນົດໄວ້ ໃນຂ້າງເທິງນີ້. 2. ສໍາລັບຜູ້ອອກແຮງງານໃນ ຫົວໜ່ວຍແຮງງານ, ຜູ້ປະກອບອາ ຊີບສ່ວນບຸກຄົນ ແລະ ຜູ້ສະໝັກໃຈ ໃຫ້ຖືເອົາຄະແນນບຳນານ, ເງິນ ເດືອນ ຫລື ຄ່າແຮງງານສະເລ່ຍ ແລະ ດັດສະນີເປັນຕົວຄິດໄລ່ເງິນ ອຸດໜູນບຳນານ. ມາດຕາ 34 ການຄິດໄລ່ອັດຕາ ສ່ວນຮ້ອຍອຸດໜູນບຳນານ ແລະ ເງິນອຸດໜູນບໍານານ; ອັດຕາສ່ວນ ຮ້ອຍອຸດໜູນບຳນານໃຫ້ຄິດໄລ່ ດັ່ງນີ້: 1. ອັດຕາສ່ວນຮ້ອຍອຸດໜູນ ບຳນານຂອງພະນັກງານ, ລັດຖະ ກອນ, ທະຫານ-ຕຳຫລວດ ໃຫ້ເອົາ ປີການຕາມທີ່ໄດ້ກຳນົດໄວ້ໃນມາດ ຕາ 32 ຂອງກົດໝາຍສະບັບນີ້ ທຽບກັບອັດຕາສ່ວນຮ້ອຍອຸດໜູນ ບຳນານ ຕາມສາມໄລຍະທີ່ໄດ້ກຳ ນົດໄວ້ໃນມາດຕາ 33 ຂອງກົດ ໝາຍສະບັບນີ້ ເປັນຈຸດເລີ່ມ, ຖ້າປີ ການຫາກເກີນໜຶ່ງປີໃດຈະໄດ້ເພີ່ມ ໜຶ່ງສ່ວນຮ້ອຍ ຂອງອັດຕາສ່ວນ ຮ້ອຍອຸດໜູນບຳນານ ຕາມກໍລະນີ ທີ່ກ່ຽວຂ້ອງ. ສຳລັບການຄິດໄລ່ເງິນອຸດໜູນ ບໍານານ ໃຫ້ເອົາອັດຕາສ່ວນຮ້ອຍ ອຸດໜູນບໍານານ ຄູນເງິນເດືອນປະ ກັນຕົນເດືອນສຸດທ້າຍຂອງຜູ້ກ່ຽວ; 2. ສຳລັບຜູ້ອອກແຮງງານໃນ ຫົວໜ່ວຍແຮງງານ, ຜູ້ປະກອບອາ ຊີບສ່ວນບຸກຄົນ ແລະ ຜູ້ສະໜັກໃຈ ໃຫ້ເອົາຄະແນນບຳນານ ຄູນ ເງິນ ເດືອນ ຫລື ຄ່າແຮງງານ ສະເລ່ຍ ຄູນ ດັດສະນີ ຕາມທີ່ໄດ້ກຳນົດໄວ້ ໃນລະບຽບການສະເພາະ. ມາດຕາ 35 ການດັດປັບເງິນ ອຸດໜູນບໍານານ; ລັດຖະບານ ເປັນ ຜູ້ດັດປັບເງິນອຸດໜູນບຳນານ ສໍາ ລັບພະນັກງານ, ລັດຖະກອນ, ທະ ຫານ ແລະ ຕຳຫລວດ ເມື່ອມີການ ດັດປັບດັດສະນີເງິນເດືອນ ແລະ ອັດຕາສ່ວນຮ້ອຍອຸດໜູນບຳນານ. ສຳລັບ ການດັດປັບເງິນອຸດໜູນ ບຳນານໃຫ້ແກ່ຜູ້ອອກແຮງງານ ໃນຫົວໜ່ວຍແຮງງານ, ຜູ້ປະກອບ ອາຊີບສ່ວນບຸກຄົນ ແລະ ຜູ້ສະໝັກ ໃຈ ໄດ້ກຳນົດໄວ້ໃນລະບຽບການ ສະເພາະ. ມາດຕາ 36 ການຄິດໄລ່ເງິນ ອຸດໜູນເທື່ອດຽວ; ຜູ້ບໍ່ຄົບເງື່ອນໄຂ ຮັບການອຸດໜູນບຳນານ ຈະໄດ້ຮັບ ເງິນອຸດໜູນເທື່ອດຽວ ຊຶ່ງຄິດໄລ ຍະເທົ່າກັບແປດສິບຫ້າສ່ວນຮ້ອຍ (85) ຂອງເງິນປະກັນຕົນເດືອນ ສຸດທ້າຍຄູນໜຶ່ງເດືອນເຄິ່ງ ແລະ ຄູນໃຫ້ຈຳນວນປີການຂອງຜູ້ກ່ຽວ. (ພໍ້ກັນໃໝ່ສະບັບໜ້າ). ຕໍ່ຈາກໜ້າ ສິ່ງແວດລ້ອມ ໄດ້ມີຄວາມເຫັນ ໃນ ພິທີ ຖະແຫລງຂ່າວ ການຮັບຮອງ ເອົາອຸທິຍານແຫ່ງຊາດ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກ ແຫ່ງທີ 4 ຂອງລາວ ໃນອາທິດຜ່ານມາວ່າ: ຍ້ອນຄວາມເປັນຫ່ວງເປັນໃຍ ຂອງ ພັກ ແລະ ລັດຖະບານ ທີ່ຍາມໃດ ກໍໄດ້ເອົາໃຈໃສ່ຕໍ່ວຽກງານປົກປັກ ຮັກສາຊັບພະຍາກອນປ່າໄມ້ ອັນ ເປັນເງື່ອນໄຂ ແລະ ທ່າແຮງພື້ນ ຖານ ໃນການປົກປັກຮັກສາ, ການ ສ້າງສາ ແລະ ການພັດທະນາປະ ເທດຊາດ ຍ້ອນເຫັນໄດ້ ຄວາມອຸດົມ ສົມບູນທາງທຳມະຊາດ ເປັນພື້ນທີ່ ພູຫີນປູນ ທີ່ມີຄວາມໂດດເດັ່ນ ທາງ ດ້ານພູມສັນຖານ ພິເສດ, ມີຄວາມ ຫລາກຫລາຍ ທາງດ້ານຊີວະນາໆ ພັນ ແລະ ຄວາມໝາຍຄວາມສໍາຄັນ ຄື ແນວນັ້ນ, ລັດຖະບານ ຈຶ່ງໄດ້ປະ ກາດສ້າງຕັ້ງ ເປັນປ່າສະຫງວນ ແຫ່ງຊາດ ຊຶ່ງເປັນ 1 ໃນ 18 ແຫ່ງ ໃນປີ 1993. ຕົກມາຮອດປີ 2021 ລັດຖະບານ ໄດ້ປະກາດສ້າງຕັ້ງ ເປັນອຸທິຍານແຫ່ງຊາດ (ມີເນື້ອ ທີ່ທັງໝົດ ເກົ້າສິບສີ່ພັນ ໜຶ່ງຮ້ອຍ ຊາວເອັດ ເຮັກຕາ (94.121 ເຮັກ ຕາ)ຢູ່ ເມືອງບົວລະພາ ແລະ ປະຊາ ຊົນອາໄສ ຢູ່ອ້ອມຮອບ 19 ບ້ານ, ມີພົນລະເມືອງ 9.000 ກວ່າຄົນ, ເປັນເງື່ອນໄຂໃຫ້ໄດ້ມາດຖານສະ ເໜີເປັນມໍລະດົກໂລກທາງທຳມະ ຮອງ ຈາກອົງການອຸຍແນັສໂກ (6/ES$0) ຢ່າງເປັນທາງການ ໃນວັນທີ13ກໍລະກົດ2025ທີ່ຜ່ານ ມານີ້. ສະນັ້ນ, ເພື່ອເປັນການປົກປັກ ຮັກສາ ແລະ ສ້າງຄວາມເຊື່ອໝັ້ນ ຕໍ່ ກັບວຽກງານການອະນຸລັກ ແລະ ປົກປັກຮັກສາ ເຂດອຸທິຍານແຫ່ງ ຊາດຫີນໜາມໜໍ່ ກໍຄື ເຂດມໍລະດົກ ໂລກທາງທຳມະຊາດ, ໃນນາມ ຂະແໜງການຮັບຜິດຊອບຄຸ້ມຄອງ ວຽກງານດັ່ງກ່າວ ຈະໄດ້ຮ່ວມກັບ ທ້ອງຖິ່ນ ສຸມໃສ່ ຄົ້ນຄວ້າ ປັບປຸງ ກົງຈັກການຈັດຕັ້ງ, ບັນຈຸສັບຊ້ອນ ແລະ ພັດທະນາບຸກຄະລາກອນ ໃຫ້ ມີຄວາມເຂັ້ມແຂງ; ປະສານສົມທົບ ສ້າງແຜນງານ, ໂຄງການຮ່ວມກັບ ສສ ຫວຽດນາມ; ພ້ອມທັງສືບຕໍ່ ຊຸກຍູ້, ສົ່ງເສີມແລະຂົນຂວາຍຊອກ ຫາແຫລ່ງທຶນ ສະໜັບສະໜູນ ການ ຈັດຕັ້ງປະຕິບັດແຜນງານແລະ ໂຄງ ການຕ່າງໆ ຕາມກອບແຜນດໍາເນີນ ງານ ຄືດັ່ງທີ່ທ່ານເຈົ້າແຂວງໄດ້ມີ ຄໍາເຫັນໄປ ແລ້ວນັ້ນ. ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກ ພາກສ່ວນທີ່ກ່ຽວຂ້ອງຍົກສູງຄວາມ ເປັນເຈົ້າການ ໃນການຄຸ້ມຄອງ, ປົກປັກຮັກສາປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະຍາກອນ ທຳມະຊາດ ໃຫ້ມີຄວາມຍືນຍົງ ແລະ ບັນລຸໄດ້ ຕາມເປົ້າໝາຍຍຸດທະສາດການ ເຕີບໂຕສີຂຽວແຫ່ງຊາດ ແລະ ຍຸດ ທະສາດປ່າໄມ້ ຮອດປີ 2035 ແລະ ວິໄສທັດ ຮອດປີ 2050 ແລະ ປັກ ປັກຮັກສາທີ່ດິນປ່າໄມ້ ແລະ ເພີ່ມ ຄວາມປົກຫຸ້ມປ່າໄມ້ ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທດ. ຊາດ ຮ່ວມຊາຍແດນ ກັບອຸທິຍານ ແຫ່ງຊາດ ຟອງຫຍາ-ແກບາງ ສສ ຫວຽດນາມ ແລະ ໄດ້ຖືກຮັບ ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==