7084

04/08/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ເທສະການອາຫານເກົາຫລີ... ວິທະຍາໄລຊົນລະປະທານ... ຜູ້ແທນລາວ... ຂປລ. ອົງການສົ່ງເສີມການ ຄ້າ ແລະ ການລົງທຶນ ສ ເກົາຫລີ (,053") ວຽງຈັນ ແລະ ທ້ອງ ແຕກຈັດເທສະການອາຫານເກົາຫລີ 2025 h5Iongtaek 5aste oG ,orea 2025,i ໃນວັນທີ 1-3 ສິງຫາ 2025 ທີ່ສູນການຄ້າພາກ ສປ ຈີນ ແລະ ທ່ານ ນາງ 3uKikorn SaengDIan t r ຫົວໜ້າກົມ ເສດຖະກິດສາກົນ, ກະຊວງການ ຕ່າງປະເທດ ແຫ່ງ ຣາຊະອານາຈັກ ໄທ ແລະ ບັນດາຫົວໜ້າເຈົ້າໜ້າທີ່ ອາວຸໂສຂອບການຮ່ວມມືແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງ ເຊັ່ນ: ກຳປູ ເຈຍ, ລາວ, ຫວຽດນາມ ແລະ ມຽນ ມາ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ທົບທວນ ຄືນຄວາມຄືບໜ້າການຮ່ວມມືໃນ ໄລຍະຜ່ານມາ ແລະ ວາງແຜນການ ຮ່ວມມືໃນຕໍ່ໜ້າ, ພ້ອມທັງຮ່ວມກັນ ປຶກສາຫາລືການກະກຽມຮອບດ້ານ ໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງ ປະເທດແມ່ນໍ້າຂອງ-ແມ່ນ້ຳລ້ານ ຊ້າງ ຄັ້ງທີ 10 ທີ່ຈະຈັດຂຶ້ນໃນວັນທີ 14-15 ສິງຫາ 2025 ທີ່ເມືອງ ອານໜິງ ແຂວງຢຸນນານ, ສປ ຈີນ ໂດຍສະເພາະແມ່ນການຮ່າງບັນດາ ເອກະສານທີ່ຈະສະເໜີໃຫ້ບັນດາ ລັດຖະມົນຕີຮັບຮອງເອົາໃນກອງ ປະຊຸມດັ່ງກ່າວ. ໂອກາດນີ້, ທ່ານ ສົມບູນ ສີຫານາດ ໄດ້ຕີລາຄາສູງຕໍ່ໝາກ ປ່າໄມ້ ແລະ ພັດທະນາຊົນນະບົດ, ຕາງໜ້າຮັບໂດຍທ່ານ ແກ້ວສົມ ພົງ ເທບພະລັກວົງໄຊ ຮັກສາການ ອຳນວຍການວິທະຍາໄລຊົນລະປະ ທານທ່າງ່ອນ ໂດຍມີທ່ານອານຸສອນ ຄູນສົມບັດ ຮັກສາການຫົວໜ້າກົມ ຊົນລະປະທານ, ມີຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທຶນຊຸກຍູ້ສ້າງເຮືອນຮົ່ມປູກ ຜັກ ຄັ້ງນີ້ເປັນເງິນຈຳນວນ 52 ລ້ານກີບ. ໃນນັ້ນ, ຈະສ້າງເຮືອນ ຮົ່ມໂຄງເຫລັກ 2 ຫລັງ ເຊິ່ງເປັນ ທຶນໂຄງການຊ່ວຍເຫລືອຂອງ ກຸ່ມບໍລິສັດໂຊກໄຊ ຈໍາກັດ ທີ່ເຫັນ ໄດ້ໃນການພັດທະນາໃນຂົງເຂດ ວຽກງານກະສິກຳໃນວຽກງານ ສົ່ງເສີມການປູກຝັງ ໂດຍສະເພາະ ການປູກພືດຜັກໃຫ້ເປັນສິນຄ້າ ເພື່ອ ຊ່ວຍໃຫ້ຊາວກະສິກອນໄດ້ມີລາຍ lxx ]k; gxa og9Q krk[ dv'xt-5 ,d;fdkcI''kovk-Po 7A 'mu 13 ຂປລ. ເມື່ອບໍ່ດົນມານີ້, ກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມຂອງ ສປປ ລາວ ໃນຖານະ ປະທານຄະນະກໍາມະການກວດກາ ແຮງງານອາຊຽນ ເປັນເຈົ້າພາບ ຈັດກອງປະຊຸມກວດກາແຮງງານ ອາຊຽນ ຄັ້ງທີ 13 ພາຍໃຕ້ຫົວຂໍ້ hສ້າງຄວາມເຂັ້ມແຂງໃຫ້ວຽກງານ ຄວາມປອດໄພ ແລະ ສຸຂະພາບ ແຮງງານ ແລະ ການກວດກາແຮງ ງານໃນຂະແໜງກະສິກຳi ຜ່ານ ລະບົບອອນລາຍ ພາຍໃຕ້ການເປັນ ປະທານຂອງທ່ານ ອຸດອນ ມະນີບຸນ ຮອງຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ, ມີຜູ້ແທນຈາກປະເທດ ສະມາຊິກອາຊຽນ, ສໍານັກງານ ກອງເລຂາອາຊຽນ, ປະເທດຄູ່ຮ່ວມ ງານອາຊຽນ (ສປ ຈີນ, ສ ເກົາຫລີ ແລະ ຍີປຸ່ນ), ອົງການຜູ້ຕາງໜ້າຜູ້ ອອກແຮງງານ ແລະ ຜູ້ໃຊ້ແຮງງານ ອາຊຽນ, ອົງການແຮງງານສາກົນ ແລະ ອົງການສາກົນ ເພື່ອການ ເຄື່ອນຍ້າຍແຮງງານ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ມີຈຸດປະສົງ ເພື່ອຍົກສູງຄວາມສໍາຄັນໃນການ ປົກປ້ອງສິດຜົນປະໂຫຍດຂອງຜູ້ ອອກແຮງງານ ໂດຍສະເພາະຜູ້ ອອກແຮງງານໃນຂະແໜງກະສິ ກຳທີ່ຕິດພັນກັບຕ່ອງໂສ້ການຜະ ລິດເພື່ອສົ່ງອອກ ແລະ ຍົກລະດັບ ມາດຕະຖານການກວດກາແຮງ ງານໃນຂະແໜງກະສິກຳຂອງພາກ ພື້ນໃນອາຊຽນ ໃຫ້ມີປະສິດທິພາບ. ພ້ອມນັ້ນ, ຍັງເປັນການປຶກສາຫາລື ກ່ຽວກັບຄວາມທ້າທາຍທີ່ຜູ້ອອກ ແຮງງານໃນຂະແໜງກະສິກຳຕ້ອງ ໄດ້ພົບ ໂດຍສະເພາະຄວາມສ່ຽງໃນ ການເຮັດວຽກ, ລັກສະນະການຈ້າງ ງານໃນຮູບແບບທີ່ບໍ່ເປັນທາງການ ຫລື ການຈ້າງງານນອກລະບົບ, ການຖືກຈໍາກັດໃນການເຂົ້າເຖິງລະ ບົບປະກັນສັງຄົມ ແລະ ອື່ນໆ. ທ່ານ ອຸດອນ ມະນີບຸນ ໄດ້ມີ ຄໍາເຫັນວ່າ: ເຈົ້າໜ້າທີ່ກວດກາ ແຮງງານແມ່ນຜູ້ທີ່ມີບົດບາດສຳຄັນ ໃນການປົກປ້ອງສິດ ແລະ ຜົນປະ ໂຫຍດຂອງຜູ້ອອກແຮງງານ ແລະ ການສ້າງເງື່ອນໄຂການເຮັດວຽກ ທີ່ປອດໄພ, ການຈັດກອງປະຊຸມໃນ ຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມ ເອົາໃຈໃສ່ຂອງບັນດາປະເທດສະ ມາຊິກອາຊຽນ ໃນການສົ່ງເສີມ ການຄຸ້ມຄອງສະພາບຄວາມເປັນຢູ່ ຂອງຜູ້ອອກແຮງງານໃນພາກພື້ນ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ ແລກປ່ຽນປະສົບການ ແລະ ບົດ ຮຽນທີ່ດີໃນການວາງນະໂຍບາຍ, ແຜນຍຸດທະສາດ, ກົນໄກການ ຈັດຕັ້ງປະຕິບັດ ແລະ ການຕິດຕາມ ກວດກາຜູ້ອອກແຮງງານໃນຂະ ແໜງກະສິກຳທີ່ຕິດພັນກັບຕ່ອງໂສ້ ການຜະລິດ ເພື່ອຮັບປະກັນດ້ານ ຄວາມປອດໄພ ແລະ ສຸຂະພາບ ຂອງຜູ້ອອກແຮງງານ, ພ້ອມນັ້ນ ຍັງໄດ້ແລກປ່ຽນກົນໄກໃນການ ເກັບກໍາ ແລະ ວິເຄາະຂໍ້ມູນດ້ານ ຄວາມສ່ຽງ, ການໄດ້ຮັບບາດເຈັບ ຫລື ເປັນພະຍາດທີ່ເກີດຈາກການ ເຮັດວຽກໃນຂະແໜງກະສິກໍາ ແລະ ແລກປ່ຽນບົດຮຽນໃນການນຳໃຊ້ ເຕັກໂນໂລຊີ ເຂົ້າໃນວຽກງານກວດ ການແຮງງານ ແລະ ວຽກງານດ້ານ ຄວາມປອດໄພດ້ານແຮງງານໃນ ຂະແໜງການດັ່ງກ່າວ. ສໍາລັບກອງປະຊຸມກວດກາແຮງ ງານອາຊຽນຄັ້ງທີ 14 ແມ່ນມີກໍາ ນົດຈັດໃນທ້າຍເດືອນຕຸລາ 2025 ພາຍໃຕ້ການເປັນເຈົ້າພາບຂອງປະ ເທດມາເລເຊຍ. ຜົນຂອງການຮ່ວມມືພາຍໃຕ້ຂອບ ການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ ຕະຫລອດໄລຍະຜ່ານມາ ໂດຍສະເພາະແມ່ນບັນດາໂຄງການ ທີ່ໄດ້ຮັບການຊ່ວຍເຫລືອຈາກ ສປ ຈີນ ພາຍໃຕ້ກອງທຶນພິເສດແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງ ເຊິ່ງໄດ້ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນແມ່ນໍ້າຂອງ ກໍຄື ຂອງ ສປປ ລາວ. ນັບຕັ້ງແຕ່ການສ້າງ ຕັ້ງກອງທຶນພິເສດແມ່ນ້ຳຂອງ-ແມ່ ນ້ຳລ້ານຊ້າງ ໃນປີ 2017 ເປັນຕົ້ນ ມາ, ໄລຍະຜ່ານມາ ສປປ ລາວ ໄດ້ ຮັບໂຄງການຊ່ວຍເຫລືອທັງໝົດ 100 ໂຄງການ ລວມມູນຫລາຍ ກວ່າ 26 ລ້ານໂດລາສະຫະລັດ. ສຳລັບປີ 2025-2026 ສປປ ລາວ ໄດ້ຮັບ 10 ໂຄງການ ລວມມູນຄ່າ 2.823.600 ໂດລາສະຫະລັດ. ຮັບເພີ່ມ ແລະ ແກ້ໄຂຊິວິດການ ເປັນຢູ່ໃຫ້ດີຂຶ້ນ ໂດຍມອບໃຫ້ສູນ ຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ເປັນຜູ້ ຈັດຕັ້ງປະຕິບັດໃນການມອບເຄື່ອງ ອຸປະກອນ ແລະ ທຶນຊ່ວຍເຫລືອ ຊຸກຍູ້ວຽກງານດັ່ງກ່າວ, ໃຫ້ມີແບບ ແຜນການດຳເນີນງານ, ກໍານົດ ຂອບເຂດເວລາໃນການຈັດຕັ້ງປະຕິ ບັດວຽກ ແລະ ລາຍງານຜົນການ ຈັດຕັ້ງປະຕິບັດເປັນແຕ່ໄລຍະໃຫ້ ໄດ້ຮັບຜົນສຳເລັດຕາມເປົ້າໝາຍທີ່ ວາງໄວ້. ໃນໂອກາດນີ້, ຄະນະອໍານວຍ ການ ກໍໄດ້ນໍາພາແຂກຜູ້ເຂົ້າຮ່ວມ ຢ້ຽມຊົມສະຖານທີ່ທີ່ຈະປຸກສ້າງ ເຮືອນຮົ່ມ, ພືດຜັກສວນຄົວ, ອາ ຄານສະຖານທີ່ຂອງວິທະຍາໄລຊົນ ລະປະທານທ່າງ່ອນ ເພື່ອຈະວາງ ແຜນພັດທະນາໃນອະຄົດ ຕື່ມອີກ. ຊັນ ນະຄອນຫລວງວຽງຈັນ ເພື່ອ ສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນທາງການທູດລະຫວ່າງ ລາວ-ສ ເກົາຫລີ ຄົບຮອບ 30 ປີ, ທັງເປັນການຮັດແໜ້ນຄວາມເຂົ້າໃຈ ແລະ ເສີມສ້າງສາຍພົວພັນຮ່ວມມື ລະຫວ່າງສອງປະເທດ ແລະ ເປັນ ໂອກາດດີໃຫ້ປະຊາຊົນລາວ ໄດ້ສຳ ຜັດກັບລົດຊາດຂອງອາຫານເກົາ ຫລີແບບດັ້ງເດີມ ແລະ ລົດຊາດອາ ຫານເກົາຫລີ ທີ່ປັບໃຫ້ເໝາະກັບລົດ ຊາດຂອງຄົນລາວ. ງານເທສະການອາຫານເກົາຫລີ ຄັ້ງນີ້, ຜູ້ເຂົ້າຮ່ວມງານໄດ້ສຳຜັດ ກັບປະສົບການທີ່ຫລາກຫລາຍ ຈາກ ສ ເກົາຫລີ, ລວມທັງການ ວາງສະແດງເຄື່ອງອຸປະໂພກ-ບໍ ລິໂພກ, ອາຫານເກົາຫລີ, ກິດຈະ ກຳຕ່າງໆ, ລວມທັງສະແດງເຖິງ ວັດທະນະທຳ ໂດຍມີຮ້ານວາງສະ ແດງສິນຄ້າທັງໝົດ 27 ບໍລິສັດ, ມີ 90 ລາຍການເປັນຕົ້ນເຄື່ອງປຸງ ເກົາຫລີ, ໝີ່ເຄິ່ງສໍາເລັດຮູບ, ເຂົ້າ ໜົມ ແລະ ເຄື່ອງດື່ມ, ທີ່ດຶງດູດ ຄວາມສົນໃຈໃຫ້ແກ່ຜູ້ເຂົ້າຮ່ວມ ງານຜູ້ບໍລິໂພກ ແລະ ບັນດາບໍລິສັດ ນຳເຂົ້າ-ສົ່ງອອກໃນລາວ. ສຳ ລັບໂຊນອາຫານເກົາຫລີ ຂອງ ,053" ແມ່ນມີທັງໝົດ 6 ຮ້ານ. ໃນນັ້ນ, ມີ 3 ຮ້ານທີ່ໄດ້ຮັບລາງວັນ ຊະນະເລີດຈາກງານແຂ່ງຂັນຈັບ ຄູ່ຜະລິດຕະພັນອາຫານ ເກົາຫລີ- ລາວ ແລະ ອີກ 3 ຮ້ານແມ່ນບໍລິສັດ ຈາກ ສ ເກົາຫລີ ທີ່ດຳເນີນການ ພາຍໃຕ້ການສະໜັບສະໜູນຈາກ ອົງການ ,053" ເຊິ່ງປະກອບ ມີຜະລິດຕະພັນຈາກ ສ ເກົາຫລີ ທີ່ ໄດ້ຮັບຄວາມນິຍົມເຊັ່ນ: ຕ໋ອກບອກ ກີ (tteokCokki), ຊີ້ນງົວເກົາຫລີ ()anXoo) ແລະ ຣາເມນເກົາຫລີ ທີ່ໃຊ້ເຄື່ອງຕົ້ມໝີ່ທີ່ທັນສະໄໝຈາກ ສ ເກົາຫລີ (,orean 3aNen). ພ້ອມນີ້, ຍັງມີກິດຈະກຳຕ່າງໆ ເຊັ່ນ: ການແຕ້ມຮູບກາຕູນ, ການ ໂຍນຫ່ວງ, ເກມແກະນ້ຳຕານ ແລະ ປະສົບການການເຮັດ tteokkkoDIi ທາຊ໋ອດຕ່າງໆ. ທ່ານ ປັກ ຈຸນກິວ (Park) +ungXe ຜູ້ອຳນວຍການໃຫຍ່ ,053" ວຽງຈັນ, ໄດ້ກ່າວວ່າ: ງານວາງສະແດງຄັ້ງນີ້ ເປັນໂອກາດ ອັນລ້ຳຄ່າເພື່ອເຂົ້າໃຈຕະຫລາດ ແລະ ວັດທະນະທຳຂອງທັງສອງ ປະເທດ ຜ່ານບັນດາໂຄງການ ຕ່າງໆ ແລະ ເປັນພື້ນຖານໃຫ້ ແກ່ການຮ່ວມມືພາກທຸລະກິດໃນ ພາກພື້ນ. ພວກເຮົາຫວັງວ່າຈະ ສືບຕໍ່ຂະຫຍາຍການຮ່ວມມືດ້ານ ກະສິກຳ ແລະ ການແລກປ່ຽນ ດ້ານເສດຖະກິດລະຫວ່າງສອງປະ ເທດ ແລະ ງານຄັ້ງນີ້ຈະເປັນຈຸດ ເລີ່ມຕົ້ນທີ່ມີຄວາມໝາຍ ເພື່ອໃຫ້ ສາຍພົວພັນທາງດ້ານວັດທະນະທຳ ແລະ ເສດຖະກິດລະຫວ່າງສອງປະ ເທດນັບມື້ເລິກເຊິ່ງກວ່າເກົ່າ. ເຈົ້າແຂວງສະຫວັນນະເຂດ... ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ຕອນ ບ່າຍວັນທີ 31 ກໍລະກົດ 2025 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະ ການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ພ້ອມ ດ້ວຍທ່ານ ໂພໄຊ ໄຂຄໍາພິທູນ ຮອງເຈົ້າແຂວງສະຫວັນນະເຂດ ແລະ ຄະນະຕິດຕາມມີຫົວໜ້າພະ ແນກກະສິກໍາ ແລະ ປ່າໄມ້ແຂວງ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ພ້ອມດ້ວຍຄະນະນໍາ ແລະ ຫົວໜ້າຫ້ອງການທີ່ກ່ຽວຂ້ອງ ພາຍໃນນະຄອນໄກສອນພົມວິຫານ ໄດ້ລົງຕິດຕາມສະພາບນໍ້າຖ້ວມທີ່ ເກີດຈາກສະພາບນໍ້າຂອງຍູ້ຕາມ ຈຸດຕ່າງໆພາຍໃນນະຄອນໄກສອນ ພົມວິຫານ ເນື່ອງຈາກລະດັບນໍ້າ ຂອງໄດ້ຍຶ່ງຂຶ້ນໄວ ແລະ ຢູ່ໃນລະດັບ ທີ່ຕ້ອງເຝົ້າລະວັງ. ໂອກາດນີ້, ທ່ານເຈົ້າແຂວງ ພ້ອມຄະນະໄດ້ລົງຕິດຕາມ, ກວດ ກາເບິ່ງຈຸດຕ່າງໆທີ່ມີຄວາມສ່ຽງ ຕໍ່ສະພາບນໍ້າຂອງຍຶ່ງຢູ່ຫ້ວຍປາກ ບໍ່ ເຂດບ້ານປາກບໍ່ ຫາ ບ້ານທ່າ ສະໂນ ເຊິ່ງເປັນຈຸດທີ່ນ້ຳຂອງໄຫລ ເຂົ້າຜ່ານປະຕູນໍ້າ. ຈາກນັ້ນ, ກໍໄດ້ ຕິດຕາມ ແລະ ຢ້ຽມຢາມທະຫານ ຊາຍແດນຕາມລໍາແມ່ນໍ້າຂອງທີ່ ຂຶ້ນກັບກອງຮ້ອຍທະຫານຊາຍແດນ 324 ເຂດບ້ານບຶງທະເລ. ພ້ອມທັງ ມອບເງິນ ແລະ ສາລີ ຈໍານວນໜຶ່ງ ໃຫ້ອ້າຍນ້ອງທະຫານ ເພື່ອເປັນກໍາ ລັງໃຈໃນການປະຕິບັດໜ້າທີ່ເວນຍາມ-ລາດຕະເວນ ແລະ ສະກັດ ກັ້ນຄວາມບໍ່ສະຫງົບຕາມຂອບເຂດ ຂອງຕົນຮັບຜິດຊອບ ແລະ ໄດ້ສືບ ຕໍ່ຕິດຕາມເບິ່ງປະຕູນໍ້າຫ້ວຍລົງກົງ ແລະ ໂຄງການຕ້ານເຈື່ອນແຄມ ນໍ້າຂອງ. ຕໍ່ກັບສະພາບຜົນກະທົບຈາກ ນໍ້າຂອງຍຶ່ງ ລະຫວ່າງວັນທີ 3031 ກໍລະກົດ 2025 ນີ້, ນະຄອນ ໄກສອນ ພົມວິຫານ ມີຜົນກະທົບຕໍ່ ກຸ່ມຜະລິດ ກຸ່ມ 13 ທ່າສະໂນ ຖ້ວມ ເນື້ອທີ່ນາ 15 ເຮັກຕາ, ບ້ານບຶງ ທະເລ ຖ້ວມສວນສາລີ ຢູ່ດອນກາງ ຂອງເນື້ອທີ່ 4 ເຮັກຕາ ແລະ ຍັງ ມີບ້ານຕ່າງໆເປັນພື້ນທີ່ຕໍ່າ ກະທົບ ເບື້ອງຕົ້ນແມ່ນເນື້ອທີ່ນາປີຖືກຖ້ວມ ຄື: ບ້ານຊອກ ຖ້ວມ 30 ເຮັກຕາ, ບ້ານດອນເຊັງ 1 ເຮັກຕາ, ບ້ານ ຍາງສູງ ແລະ ບ້ານໂພນສູງ ຖ້ວມ 5 ເຮັກຕາ, ບ້ານດົງໝາກຢາງ 3 ເຮັກຕາ ແລະ ບ້ານທ່າຫົວຊ້າງ 2 ເຮັກຕາ. ໂອກາດນີ້, ທ່ານເຈົ້າແຂວງສະ ຫວັນນະເຂດ ໄດ້ໃຫ້ທິດຊີ້ນໍາໃນ ການແກ້ໄຂໂດຍມອບໃຫ້ພາກສ່ວນ ທີ່ກ່ຽວຂ້ອງຂອງນະຄອນໄກສອນ ພົມວິຫານ ສົມທົບກັບພະແນກໂຍ ທາທິການ ແລະ ຂົນສົ່ງ, ພະແນກ ກະສິກຳ ແລະ ປ່າໄມ້, ຕະຫລອດ ຮອດພາກສ່ວນກ່ຽວຂ້ອງຊ່ວຍ ກັນຕິດຕາມຂຶ້ນແຜນແກ້ໄຂໂດຍ ໄວ ໂດຍສະເພາະຈຸດທີ່ມີຄວາມ ສ່ຽງນໍ້າຖ້ວມໃນທຸກປີ ເນັ້ນໜັກ ກໍຄື ການປູກເຂົ້າທີ່ມີຄວາມສ່ຽງ ຕໍ່ນໍ້າຖ້ວມໃຫ້ຫັນປ່ຽນປູກພືດຊະ ນິດອື່ນແທນ ເພື່ອຫລີກລ່ຽງຜົນ ກະທົບ, ຜົນເສຍຫາຍຕໍ່ການດຳລົງ ຊິວິດ ແລະ ການຜະ ລິດຂອງພໍ່ແມ່ ປະຊາຊົນ.

RkJQdWJsaXNoZXIy MTc3MTYxMQ==