7084

xtgmf]k; 3 04/08/2025 0j k; c]t gsfdko ໂດຍ: ຄຳສອນ ແກ້ວບຸນທະວົງ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me g,n v'85h ,]ko lh k'0t[;odkofh ko8j k'M grnj v0=j koa [Ia [8h vo dv'xt-5 ,.spj 7A 'mu X 0v'vq '7totra dc0;'lk]t;a o .sh gxa o0t[;odko2q f2N o * ເມືອງຕຸ້ມລານ ສ້າງຂະບວນ ການດ້ານຕ່າງໆ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ 9 ຂອງອົງ ຄະນະພັກແຂວງສາລະວັນ ເປັນຂະ ບວນການຟົດຟື້ນ ໂດຍການໃຫ້ສຳ ພາດຂອງ ສະຫາຍ ບົວແກ້ວ ວົງຄໍາຈັນ ເລຂາຄະນະບໍລິຫານງານພັກເມືອງ ຕຸ້ມລານ ເມື່ອມໍ່ໆນີ້ວ່າ: ພາຍຫລັງສໍາ ເລັດກອງປະຊຸມໃຫຍ່ຄັ້ງທີ 9* ຂອງ ອົງຄະນະພັກເມືອງຕຸ້ມລານ ຄະນະ ພັກ ຄະນະນໍາແຕ່ລະຂັ້ນ ໄດ້ສຸມໃສ່ ສ້າງຂະບວນການດ້ານຕ່າງໆ ໂດຍ ສະເພາະແມ່ນດ້ານການເມືອງ ໄດ້ສຸມ ໃສ່ໂຄສະນາເຜີຍແຜ່ນິຕິກໍາທີ່ສໍາຄັນ ຂອງຊາດ ຂອງພັກຕິດພັນກັບການ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ 9* ຂອງອົງຄະນະພັກເມືອງໃຫ້ ແກ່ພະນັກງານ, ທະຫານ, ຕໍາຫລວດ ກໍຄືປະຊາຊົນຮັບຮູ້ເຂົ້າໃຈ ແລະ ເປັນ ຂະແໜງການຂອງລາວ ທີ່ໄດ້ ຮັບຜິດຊອບວຽກງານຂອງປະຊາ ຄົມເສດຖະກິດອາຊຽນ ໂດຍກົງປະ ກອບມີ 16 ຂະແໜງການທີ່ຂຶ້ນກັບ 10 ກະຊວງຫລັກເຊັ່ນ: ກະຊວງອຸດ ສາຫະກໍາ ແລະ ການຄ້າ, ກະຊວງ ການເງິນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຖະ ແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ, ທະນາຄານແຫ່ງ ສປປ ລາວ, ກະຊວງພະລັງງານ ແລະ ບໍ່ ແຮ່, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງໄປສະນີ, ໂທລະ ຄົມມະນາຄົມ ແລະ ການສື່ສານ, ກະຊວງກະສິກໍາ ແລະ ປ່າໄມ້, ກະ ຊວງວິທະຍາສາດ ແລະ ເຕັກໂນ ໂລຊີ. ໃນນີ້, ກະຊວງອຸດສາຫະກໍາ ແລະ ການຄ້າເປັນກະຊວງປະສານ ງານຫລັກ. ປະຊາຄົມວັດທະນະທໍາ-ສັງຄົມ ອາຊຽນ: ການສ້າງປະຊາຄົມວັດ ທະນະທໍາ-ສັງຄົມອາຊຽນ ແມ່ນ ເພື່ອສົ່ງເສີມຄວາມເປັນເອກະລັກ ຂອງອາຊຽນດ້ວຍການໂຄສະນາ ເຜີຍແຜ່ຢ່າງກວ້າງຂວາງວັດທະ ນະທໍາ ແລະ ມໍລະດົກ ອັນຫລາກ ຫລາຍຂອງພາກພື້ນ ທັງນີ້ກໍເພື່ອ ສ້າງໃຫ້ສັງຄົມຂອງບັນດາປະເທດ ສະມາຊິກອາຊຽນ ໃຫ້ມີຄວາມ ໂອບເອື້ອອາລີ, ມີຄວາມກົມກຽວ, ຢູ່ດີກິນດີ ແລະ ມີສະຫວັດດີການ ທີ່ນັບມື້ນັບດີຂຶ້ນ. ຈຸດປະສົງຂອງ ປະຊາຄົມວັດທະນະທຳ-ສັງຄົມອາ ຊຽນ ແມ່ນພັດທະນາຄົນທີ່ເນັ້ນໃສ່ ການສ້າງໂອກາດໃຫ້ປະຊາຊົນອາ ຊຽນ ໄດ້ເຂົ້າເຖິງກາລະໂອກາດ ໃນການພັດທະນາ; ສະໜອງສະ ບົດສະເໜີ 7;k,c8d8j k']ts;j k'xt-k7q ,vk-Po c]t lt,k7q ,vk-Po ເອກະພາບກັນຈັດຕັ້ງປະຕິບັດ, ດ້ານ ວຽກງານປ້ອງກັນຊາດ-ປ້ອງກັັນ ຄວາມສະຫງົບ ໄດ້ຫັນເອົາ 2 ກໍາລັງ ລົງປະຈໍາຢູ່ຈຸດຫລໍ່ແຫລມ, ແກ້ໄຂ ບັນຫາປາກົດການຫຍໍ້ທໍ້ດ້ານຕ່າງໆ ແລະ ກວດກາລາດຕະເວນຕາມຂອບ ເຂດຊາຍແດນ ເຫັນວ່າ ທົ່ວເມືອງ ມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ດ້ານເສດຖະ ກິດໄດ້ສຸມໃສ່ການປັກດໍາເຂົ້ານາປີ ມາຮອດປັດຈຸບັນແມ່ນສໍາເລັດ100%, ການເກັບລາຍຮັບເຂົ້າງົບປະມານ ປະ ຕິບັດໄດ້ແລ້ວ 58% ຂອງແຜນການ ປີ, ດ້ານວັດທະນະທໍາ-ສັງຄົມ ໄດ້ສຸມ ໃສ່ການພັດທະນາການສຶກສາ, ປັດ ຈຸບັນແຕ່ລະຊັ້ນຮຽນໄດ້ສໍາເລັດການ ສອບເສັງຈົບຊັ້ນ, ຈົບຊັ້ນໃນສົກຮຽນ 2024-2025, ຜົນການສອບເສັງ ເຫັນວ່າ ນັກຮຽນເສັງຜ່ານຕາມຄາດ ໝາຍ, ເອົາໃຈໃສ່ໂຄສະນາສຸຂະສຶກ ສາກ່ຽວກັບປ້ອງກັນພະຍາດຕາມລະ ດູການ, ເປັນເຈົ້າການປິ່ນປົວສຸຂະ ພາບຄົນເຈັບດ້ວຍຄວາມຮັບຜິດຊອບ ສູງ, ເອົາໃຈໃສ່ຕິດຕາມກວດກາ ແຮງ ງານພາຍໃນ ແລະ ຕ່າງປະເທດ ທີ່ມາ ເຄື່ອນໄຫວດໍາເນີນກິດຈະການພາຍໃນ ເມືອງຢ່າງໃກ້ຊິດ ເພື່ອປົກປ້ອງສິດຜົນ ປະໂຫຍດຂອງຜູ້ໃຊ້ແຮງງານ ແລະ ຜູ້ ອອກແຮງງານໃຫ້ມີຄວາມຊອບທໍາ ຕາມກົດໝາຍ. ສະຫາຍ ບົວແກ້ວ ວົງຄໍາຈັນ ໃຫ້ ຮູ້ຕື່ມວ່າ: ສ່ວນຂະບວນການດ້ານ ອື່ນໆເຫັນວ່າ ແຕ່ລະພາກສ່ວນໄດ້ ພ້ອມກັນເອົາໃຈໃສ່ຢ່າງເປັນຂະບວນ ຟົດຟື້ນ ເປັນຕົ້ນສ້າງຂະບວນການ ອອກແຮງງານອະນາໄມສໍານັກງານ ຫ້ອງການ, ອະນາໄມຕາມເສັ້ນທາງ ຫລວງ, ປະດັບປະດາ ຕິດປ້າຍຢາຍ ຄໍາຂວັນ, ຕິດທຸງຊາດ, ທຸງພັກ, ທຸງ ທິວຕາມສໍານັກງານຫ້ອງການ, ພິເສດ ໄດ້ລະດົມພາກສ່ວນທຸລະກິດປະກອບ ສ່ວນໃນການບູລະນະສ້ອມແປງເສັ້ນ ທາງຫລວງທີ່ນອນໃນເຂດຄວາມຮັບ ຜິດຊອບຂອງເມືອງ ເພື່ອອໍານວຍ ຄວາມສະດວກໃນການສັນຈອນໄປມາ. ຫວັດດີການສັງຄົມ ແລະ ການ ປົກປ້ອງ ເພື່ອປັບປຸງຄຸນນະພາບ ຊີວິດການເປັນຢູ່ຂອງປະຊາຊົນອາ ຊຽນ ໂດຍຜ່ານການລຶບລ້າງຄວາມ ທຸກຍາກ, ຮັບປະກັນໃຫ້ສັງຄົມມີ ຄວາມສະຫງົບສຸກ, ປາສະຈາກຢາ ເສບຕິດ ແລະ ແກ້ໄຂບັນຫາຂົງເຂດ ວຽກສາທາລະນະສຸກ; ເຄົາລົບສິດ ເສລີພາບຂັ້ນພື້ນຖານ, ມີຄວາມ ສະເໝີພາບລະຫວ່າງເພດຍິງ-ຊາຍ, ສົ່ງເສີມຄວາມຍຸຕິທໍາໃນສັງຄົມ; ເຄົາລົບວັດທະນະທໍາ, ພາສາ ແລະ ສາສະໜາທີ່ແຕກຕ່າງກັນຂອງ ປະຊາຊົນອາຊຽນ, ໃນຂະນະດຽວ ກັນກໍເນັ້ນຄ່ານິຍົມຮ່ວມກັນບົນ ຈິດໃຈແຫ່ງຄວາມເປັນເອກະພາບ ທ່າມການຄວາມຫລາກຫລາຍ ໃນອາຊຽນ; ຮັກສາສິ່ງແວດລ້ອມ ແບບຍືນຍົງ; ຮັດແຄບຄວາມແຕກ ໂຕນດ້ານການພັດທະນາລະຫວ່າງ ບັນດາປະເທດສະມາຊິກອາຊຽນ. ສັງລວມແລ້ວ, ປະຊາຄົມວັດ ທະນະທໍາ-ສັງຄົມອາຊຽນ ແມ່ນ ແນໃສ່ສ້າງຄວາມເປັນເອກະລັກ ໜຶ່ງດຽວໃນທ່າມກາງຄວາມຫລາກ ຫລາຍຂອງອາຊຽນ ໂດຍໄດ້ເນັ້ນ ໃສ່ສ້າງສັງຄົມໃຫ້ມີຄວາມໂອບ ເອື້ອອາລີ, ມີຄວາມກົມກຽວ ແລະ ສົ່ງເສີມການຢູ່ດີກິນດີ ແລະ ສະຫວັດ ດີການໃຫ້ປະຊາຊົນຂອງອາຊຽນ ບົນຈິດໃຈແຫ່ງການນັບຖືຄວາມ ເປັນເອກະລັກຂອງກັນ ແລະ ກັນ. ຂະແໜງການ-ວຽກງານ ທີ່ເປັນ ບູລິມະສິດ ໃນການຮ່ວມມືດ້ານ ວັດທະນະທໍາ-ສັງຄົມ ຂອງອາ ຊຽນປະກອບດ້ວຍການແລກປ່ຽນ ວັດທະນະທໍາ, ການໄປມາຫາສູ່ ກັນ ເພື່ອສ້າງຄວາມສະໜິດສະໜົມ ກົມກຽວກັນ, ການສົ່ງເສີມການ ສຶກສາ, ກິລາ, ສາທາລະນະສຸກ, ສະຫວັດດີການສັງຄົມ, ແມ່ຍິງ ແລະ ເດັກນ້ອຍ, ຊາວໜຸ່ມ, ການຄຸ້ມຄອງ ໄພພິບັດ, ປົກປັກຮັກສິ່ງແວດລ້ອມ, ການເຄື່ອນຍ້າຍແຮງງານ ແລະ ສໍາ ຄັນແມ່ນການສົ່ງເສີມໃຫ້ປະຊາຊົນ ພົນລະເຮືອນທຸກທົ່ວໜ້າມີສ່ວນຮ່ວມ ໃນການສ້າງປະຊາຄົມອາຊຽນໃຫ້ ບັນລຸຕາມເປົ້າໝາຍໃນປີ 2015. ຂະແໜງການຂອງລາວ ທີ່ຮັບ ຜິດຊອບວຽກງານປະຊາຄົມວັດທະ ນະທໍາ-ສັງຄົມອາຊຽນ ປະກອບມີ ກະຊວງຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ, ກະຊວງ ສຶກສາທິການ ແລະ ກິລາ, ກະຊວງ ສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ແລະ ກະຊວງວິທະຍາສາດ ແລະ ເຕັກ ໂນໂລຊີ, ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງພາຍໃນ, ຄະນະຊີ້ນໍາພັດ ທະນາຊົນນະບົດ ແລະ ລຶບລ້າງ ຄວາມທຸກຍາກ, ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ສູນກາງ ສະຫະພັນແມ່ຍິງລາວ, ສະຫະພັນ ກໍາມະບານ ແລະ ມະຫາວິທະຍາໄລ ແຫ່ງຊາດ. ໃນນີ້, ກະຊວງຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນກະຊວງປະສານງານຫລັກ. ແນວໃດກໍດີ, ການເຂົ້າຮ່ວມປະ ຊາຄົມອາຊຽນ ຂອງ ສປປ ລາວ ມີ ທັງກາລະໂອກາດ ແລະ ສິ່ງທ້າທາຍ ຫລາຍປະການ. ສະນັ້ນ, ເພື່ອນໍາ ໃຊ້ກາລະໂອກາດ ແລະ ທ່າແຮງ ລວມຂອງອາຊຽນກໍຄືທ່າແຮງ ຂອງແຕ່ລະປະເທດອາຊຽນ ແລະ ຄູ່ ເຈລະຈາ ແລະ ຮັບມືກັບສິ່ງທ້າທາຍ ເຫລົ່ານັ້ນ ພວກເຮົາຕ້ອງໄດ້ເອົາໃຈ ໃສ່ບັນດາວຽກງານຈຸດສຸມດັ່ງນີ້: ເອົາໃຈໃສ່ໂຄສະນາ-ສຶກສາ ອົບຮົມໃຫ້ພະນັກງານລັດ, ນັກທຸ ລະກິດ ແລະ ປະຊາຊົນລາວບັນດາ ເຜົ່າເຊື່ອມຊຶມແນວທາງຂອງພັກ, ນະໂຍບາຍຂອງລັດ, ປະຕິບັດລະ ບຽບກົດໝາຍໃຫ້ເຂັ້ມງວດ ເພື່ອ ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ ລວມທັງນັກລົງທຶນພາຍໃນ ແລະ ຕ່າງປະເທດທີ່ດໍາເນີນທຸລະກິດຢູ່ ສປປ ລາວ; ພະນັກງານ, ນັກທຸລະ ກິດຕະຫລອດຮອດປະຊາຊົນລາວ ທີ່ເຄື່ອນໄຫວວຽກອາຊຽນຕ້ອງກໍາ ແໜ້ນແນວທາງຂອງພັກ ແລະ ນະ ໂຍບາຍຂອງລັດພວກເຮົາ ເພື່ອ ໃຫ້ການເຄື່ອນໄຫວນັ້ນ ໄປຖືກທິດ ແລະ ພ້ອມທັງຍຶດໝັ້ນໃນຫລັກການ ແຫ່ງການເຄົາລົບເອກະລາດ, ອະທິ ປະໄຕ, ຄວາມສະເໝີພາບໃນການ ພົວພັນຮ່ວມມືກັບພາຍນອກ; ປັບປຸງ ແລະ ມີມາດຕະການຮັບຮອງການ ສູນເສຍລາຍຮັບການຫລຸດ ຫລື ລົບລ້າງ ອັດຕາພາສີ ນໍາເຂົ້າຈາກ ປະເທດອາຊຽນ ແລະ ຄູ່ເຈລະຈາທີ່ ມີເຂດການຄ້າກັບອາຊຽນ; ຍົກລະ ດັບບຸກຄະລາກອນ ແລະ ພັດທະນາ ຊັບພະຍາກອນມະນຸດໃຫ້ມີຄວາມ ຮູ້ຄວາມສາມາດ ໂດຍສຸມໃສ່ບາງ ດ້ານ ໂດຍສະເພາະແມ່ນເພີ່ມທະ ວີການຮຽນພາສາຕ່າງປະເທດຄື: ພາສາອັງກິດ ແລະ ອື່ນໆ; ຍົກລະດັບ ວິຊາສະເພາະຂອງພະນັກງານລັດ ແລະ ນັກທຸລະກິດຜູ້ປະກອບການ; ສ້າງບຸກຄະລາກອນວິຊາຊີບ ຢ່າງ ເປັນລະບົບ ແລະ ໄປຕາມທິດການ ພັດທະນາເສດຖະກິດ - ສັງຄົມຂອງ ສປປ ລາວ ໃນແຕ່ລະໄລຍະ ເພື່ອ ຮັບມືກັບການເຂົ້າຮ່ວມປະຊາຄົມ ອາຊຽນ ແລະ ເຮັດໃຫ້ ສປປ ລາວ ກາຍເປັນປະເທດອຸດສາຫະກໍາ ແລະ ທັນສະໄໝໃນຕໍ່ໜ້າ. ແຕ່ລະກະຊວງ-ອົງການ, ນະ ຄອນຫລວງ ແລະ ບັນດາແຂວງ ຕ້ອງປັບປຸງກົນໄກ, ເຮັດວຽກ ແລະ ການປະສານງານໃຫ້ດີຂຶ້ນ; ກວດ ກາລະບຽບ, ກົດໝາຍ ເພື່ອປັບປຸງ ແລະ ສ້າງໃໝ່ໃຫ້ແທດເໝາະກັບ ສະພາບການຂະຫຍາຍຕົວເສດຖະ ກິດ - ສັງຄົມ ແລະ ການເຊື່ອມໂຍງ ພາກພື້ນ ແລະ ສາກົນ ແຕ່ຕ້ອງຄໍາ ນຶງເຖິງຈຸດພິເສດ ແລະ ສະພາບ ຄວາມເປັນຈິງຂອງ ສປປ ລາວ ເຮົາ; ກໍານົດ ແລະ ສົ່ງເສີມສິນຄ້າ ປາຍແຫລມທີ່ເປັນທ່າແຮງຂອງ ສປປ ລາວ ໃນໄລຍະສະເພາະໜ້າ, ໄລຍະກາງ ແລະ ໄລຍະຍາວ ພ້ອມ ທັງຮັບປະກັນຕະຫລາດຮອງຮັບ ສິນຄ້າດັ່ງກ່າວ; ເອົາໃຈໃສ່ເປັນພິ ເສດການພັດທະນາອຸດສາຫະກໍາ ຂະໜາດນ້ອຍ ແລະ ຂະໜາດກາງ; ປັບປຸງໂຄງລ່າງພື້ນຖານ ລວມທັງ ລະບົບການຂົນສົ່ງທາງບົກ, ທາງ ລົດໄຟ, ທາງນ້ຳ, ທາງອາກາດ, ເພື່ອ ເຮັດໃຫ້ການທ່ອງທ່ຽວ ແລະ ການ ບໍລິການໄດ້ມາດຕະຖານເທື່ອລະ ກ້າວ; ເອົາໃຈໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງ ຊາດ; ເອົາວຽກງານການເຊື່ອມ ໂຍງອາຊຽນ ເຂົ້າໃນກອງເລຂາ ຂອງຄະນະກໍາມະການ ປະສານ ງານລະດັບຊາດກ່ຽວກັບວຽກ ງານ ເຊື່ອມໂຍງເສດຖະກິດກັບສາກົນ; ຊຸກຍູ້ໃຫ້ບັນດາກະຊວງຂະແໜງ ການສ້າງໂຄງການ ເພື່ອສະເໜີທຶນ ສະໜັບສະໜູນການຈັດຕັ້ງປະຕິບັດ ຈາກກອງທຶນຕ່າງໆ ທີ່ອາຊຽນມີ ກັບຄູ່ເຈລະຈາເຊັ່ນ: ກອງທຶນຮ່ວມ ອາຊຽນ-ຈີນ, ກອງທຶນຮ່ວມມືອາ ຊຽນ-ເກົາຫລີ, ກອງທຶນເຊື່ອມໂຍງ ອາຊຽນ-ຍີ່ປຸ່ນ, ກອງທຶນຮ່ວມມື ອາຊຽນ-ອິນເດຍ, ກອງທຶນຮ່ວມມື ອາຊຽນບວກສາມ ແລະ ອື່ນໆ. ສະໜອງງົບປະມານເຜີຍແຜ່ ວຽກງານອາຊຽນ ເພື່ອໃຫ້ສາມາດ ເຜີຍແຜ່ໃຫ້ທຸກພາກສ່ວນຂອງສັງ ຄົມລາວ (ພາກລັດ, ທຸລະກິດ, ປະ ຊາຊົນ) ຮັບຮູ້ ແລະ ເຂົ້າໃຈກ່ຽວ ກັບຜົນປະໂຫຍດ ແລະ ສິ່ງທ້າທາຍ ຂອງການເຂົ້າອາຊຽນໃນທົ່ວປະ ເທດ; ເພີ່ມບົດບາດຂອງສະພາການ ຄ້າ ແລະ ອຸດສາຫະກໍາແຫ່ງຊາດ ລາວ ໃນການປະສານສົມທົບກັບ ພາກລັດ ແລະ ພາກທຸລະກິດໃຫ້ ໃກ້ຊິດ. ເອົາໃຈໃສ່ເຜີຍແຜ່ວຽກງານ ການເຂົ້າຮ່ວມປະຊາຄົມອາຊຽນ ຂອງ ສປປ ລາວ ໂດຍສະເພາະແມ່ນ ການເຂົ້າຮ່ວມປະຊາຄົມເສດຖະກິດ ອາຊຽນ ໃຫ້ບັນດານັກທຸລະກິດຜູ້ ປະກອບການຮັບຮູ້ແລະ ເຂົ້າໃຈເລິກ ເຊິ່ງ ເພື່ອຍາດເອົາຜົນປະໂຫຍດແລະ ຮັບມືສິ່ງທ້າທາຍຈາກການເຂົ້າປະ ຊາຄົມອາຊຽນຂອງ ສປປ ລາວ. ການເຂົ້າຮ່ວມປະຊາຄົມອາ ຊຽນ ເພື່ອນໍາເອົາຜົນປະໂຫຍດມາ ສູ່ປະເທດຊາດ ມັນແມ່ນໜ້າທີ່ຂອງ ໝົດທຸກຄົນ, ທຸກພາກສ່ວນຕ້ອງມີ ສ່ວນຮ່ວມເຊັ່ນ: ພາກລັດ ໃນຖາ ນະເປັນໜ່ວຍງານຮັບຜິດຊອບ ດ້ານກົດໝາຍ ແລະ ລະບຽບການ ພາຍໃນປະເທດ ຈໍາເປັນຕ້ອງເລັ່ງ ປັບປຸງໂຄງສ້າງການບໍລິການໃຫ້ ສອດຄ່ອງຕາມແຜນປະຊາຄົມເສດ ຖະກິດອາຊຽນ ("E$) ລວມທັງ ການສ້າງຊັບພະຍາກອນມະນຸດ ໃນຂະແໜງການຕ່າງໆ ເພື່ອຮອງ ຮັບການເຂົ້າເປັນປະຊາຄົມອາ ຊຽນ; ພາກສັງຄົມ ໃນຖານະເປັນ ຜູ້ບໍລິໂພກກ່ຽວກັບ ("E$) ໂດຍ ການມີໂອກາດໃນການເລືອກຊື້ ສິນຄ້າ ແລະ ບໍລິການຈາກປະເທດ ອາຊຽນອື່ນໆ ທີ່ມີຄຸນນະພາບ ແລະ ລາຄາທີ່ເໝາະສົມຫລາຍຂຶ້ນ ແລະ ໄດ້ຮັບການປົກປ້ອງຈາກການບໍລິ ໂພກຂ້າມແດນ, ຂະນະດຽວກັນ ປະຊາຊົນຕ້ອງມີຄວາມຮູ້ ແລະ ເຂົ້າໃຈໃນມາດຖານສິນຄ້າ ເພື່ອ ໃຫ້ໝັ້ນໃຈວ່າ ຈະບໍ່ຖືກເອົາປຽບ ຫລື ຫລອກລວງຈາກສິນຄ້າທີ່ນໍາ ເຂົ້າຈາກຕ່າງປະເທດ. ນອກນັ້ນ, ໃນຖານະທີ່ເປັນກໍາມະການ ບໍ່ວ່າ ຈະເປັນພາກລັດ ຫລື ທຸລະກິດຈະ ມີໂອກາດ ແລະ ສິ່ງທ້າທາຍທີ່ເກີດ ຈາກການເຄື່ອນຍ້າຍແຮງງານທີ່ ມີສີມື ໃນພາກພື້ນທີ່ງ່າຍຂຶ້ນ, ເປັນ ການເພິ່ມໂອກາດໃນການໄປເຮັດ ວຽກໃນປະເທດສະມາຊິກອາຊຽນ ແລະ ສາມາດເພີ່ມລາຍຈ່າຍໄດ້ຈາກ ການໄປເຮັດວຽກຢູ່ຕ່າງປະເທດ. ໃນຂະນະດຽວກັນກໍຈະປະສົບບັນ ຫາກັບການແຂ່ງຂັນສູງຂຶ້ນ ໃນຕະ ຫລາດແຮງງານພາຍໃນປະເທດ ຈາກແຮງງານທີ່ມີສີມືຈາກປະເທດ ສະມາຊິກອາຊຽນອື່ນໆ. ພາກທຸລະກິດ ແລະ ອື່ນໆ ໃນ ຖານະເປັນຜູ້ໄດ້ຮັບຜົນປະໂຫຍດ ໂດຍກົງຈາກ ("E$) ມີຄວາມຈໍາ ເປັນທີ່ຈະຮຽນຮູ້ເຖິງໂອກາດ ແລະ ສິ່ງທ້າທາຍທີ່ກໍາລັງຈະເກີດຂຶ້ນ ບໍ່ ວ່າຈະເປັນການເປີດເສລີ ແລະ ການ ອໍານວຍຄວາມສະດວກທາງດ້ານ ການຄ້າ ແລະ ການລົງທຶນໃນອາ ຊຽນ ເຊິ່ງຈະຊ່ວຍເພີ່ມຂີດຄວາມ ສາມາດຂອງພາກເອກະຊົນ ຂອງ ສປປ ລາວ ໃນຕະຫລາດໂລກ ຫາກຮູ້ຈັກໃຊ້ປະໂຫຍດຈາກການ ເປັນປະຊາຄົມເສດຖະກິດອາຊຽນ ("E$) ບໍ່ວ່າຈະເປັນຕະຫລາດ ພາກພື້ນ, ຖານການຜະລິດ, ຖານ ການລົງທຶນ ແລະ ພັດທະກິດທາງ ການຄ້າ. ຕໍ່ຈາກສະບັບກ່ອນ

RkJQdWJsaXNoZXIy MTc3MTYxMQ==