lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 04/08/2025 xtgmf]k; ປະທານປະເທດ... ນາຍົກລັດຖະມົນຕີ... ຮອງປະທານປະເທດ... ກະຊວງປ້ອງກັນປະເທດ... ນາຍົກລັດຖະມົນຕີ ພົບປະ... ]a f4t,q o8u lld 8h voIa [z6h xtlko'kodv'g]0kdv'mb oIj ;,,n lkdq o grnj vdkolb dlk xt9e]k; c]t m6 fvkg,]y dk ຂປລ. ໃນວັນທີ 1ສິງຫາ 2025 ນີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງທ່ານ ນາງ ຕາເລຍ ມີແຣນດາ ຜູ້ປະສານງານກອງ ເລຂາກອງທຶນຮ່ວມມືສາກົນເພື່ອ ການສຶກສາ (GPE) ປະຈໍາ ສປປ ລາວ ແລະ ທ່ານ ນາງ ແຮັດເຕີ ວາ ເຣຍອາວາ ເອກອັກຄະລັດຖະທູດ ແຫ່ງ ສ ອາເມລິກາ ປະຈຳລາວ ໃນໂອກາດທີ່ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຖືກແຕ່ງຕັ້ງໃຫ້ມາ ດຳລົງຕຳແໜ່ງເປັນລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄົນໃໝ່. ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍິນດີ ຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາ ສູງຕໍ່ທ່ານ ນາງ ຕາເລຍ ມີແຣນດາ ແລະ ທ່ານ ນາງ ແຮັດເຕີ ວາເຣຍ ອາວາ ທີ່ໄດ້ນໍາພາຄະນະເດີນທາງ ມາຢ້ຽມຢາມ, ພົບປະໃນຄັ້ງນີ້ ເພື່ອ ປຶກສາຫາລື ແລະ ທົບທວນຄືນການ ຮ່ວມມື ແລະ ການຊຸກຍູ້ສົ່ງເສີມ ດ້ານການສຶກສາ, ວິທະຍາສາດ ແລະ ກິລາ ຢູ່ ສປປ ລາວ ເຊິ່ງເປັນ ການປະກອບສ່ວນສຳຄັນເຂົ້າໃນ ການຮັດແໜ້ນການພົວພັນຮ່ວມມື ໂດຍສະເພາະການສຶກສາ ແລະ ກິລາ ລະຫວ່າງ ສປປ ລາວ-ກອງ ທຶນຮ່ວມມືສາກົນເພື່ອການສຶກສາ ແລະ ສະຫະລັດອາເມລິກາ ໃຫ້ໄດ້ ຮັບການພັດທະນາ ແລະ ແຕກດອກ ອອກຜົນຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ ຍັງໄດ້ລາຍງານ ສະພາບການຈັດຕັ້ງປະຕິບັດວຽກ ງານດ້ານການສຶກສາ, ວິທະຍາສາດ ແລະ ກິລາ ກໍຄື ວຽກງານການພັດ ທະນາຊັບພະຍາກອນມະນຸດຢູ່ສປປ ລາວ, ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ ຫຍຸ້ງຍາກ, ສິ່ງທ້າທາຍກ່ຽວກັບ ການສຶກສາໃນໄລຍະຜ່ານມາ, ພ້ອມ ທັງຖືໂອກາດນີ້, ສະແດງຄວາມ ຂອບໃຈຕໍ່ກອງທຶນຮ່ວມມືສາກົນ ເພື່ອການສຶກສາ ປະຈໍາ ສປປ ລາວ ແລະ ລັດຖະບານອາເມລິກາ ທີ່ໄດ້ ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ດ້ານການສຶກສາແກ່ ສປປ ລາວ ຕະຫລອດມາ. ໂອກາດດຽວກັນ, ຜູ້ປະສານ ງານກອງເລຂາກອງທຶນຮ່ວມມືສາ ກົນເພື່ອການສຶກສາ ປະຈໍາ ສປປ ລາວ ແລະ ເອກອັກຄະລັດຖະທູດ ແຫ່ງ ສ ອາເມລິກາ ປະຈຳລາວ ກໍ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ. ພ້ອມນີ້, ທັງສອງ ທ່ານກໍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ທອງສະລິດ ມັງໜໍ່ເມກ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາ ດຳລົງຕຳແໜ່ງເປັນລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄົນໃໝ່, ພ້ອມທັງຢືນຢັນວ່າຈະສືບ ຕໍ່ໃຫ້ການຮ່ວມມື, ສະໜັບສະໜູນ, ຊ່ວຍເຫລືອດ້ານການສຶກສາ, ວິທະ ຍາສາດ ແລະ ກິລາ ແກ່ ສປປ ລາວ ກໍຄື ຮ່ວມມືກັບກະຊວງສຶກສາ ທິການ ແລະ ກິລາ ເພື່ອພັດທະນາ ວຽກງານການສຶກສາ, ວິທະຍາ ສາດ ແລະ ກິລາ ຢູ່ ສປປ ລາວ ໃຫ້ ມີປະສິດທິພາບ, ປະສິດທິຜົນ ແລະ ພັດທະນາຂຶ້ນໄປເລື້ອຍໆ. ຂ່າວ: ກິດຕາ; ພາບ: ຂັນໄຊ ຫວ່າງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ຣັດເຊຍ. ໃນໂອກາດການຢ້ຽມຢາມຄັ້ງ ນີ້, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ພົບປະ ເຮັດວຽກກັບຄູ່ຮ່ວມຕໍາແໜ່ງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ. ໃນການ ພົບປະດັ່ງກ່າວ, ສອງຝ່າຍໄດ້ທົບ ທວນຄືນ ແລະ ຕິີລາຄາສູງຕໍ່ການ ພົວພັນຮ່ວມມືລະຫວ່າງສອງປະ ເທດທັງໃນຂອບການຮ່ວມມືສອງ ຝ່າຍ ແລະ ຫລາຍຝ່າຍໃນໄລຍະ ຜ່ານມາ ເຊິ່ງໄດ້ຮັບການຮັດເເໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ບົນພື້ນຖານຄວາມເຂົ້າອົກເຂົ້າໃຈ, ການຊ່ວຍເຫລືອເຊິ່ງກັນ ແລະ ກັນ, ການພົວພັນມິດຕະພາບ ແລະ ການ ຮ່ວມມືອັນເປັນມູນເຊື້ອມາແຕ່ດົນ ນານ ບົນພື້ນຖານການເປັນຄູ່ຮ່ວມມື ຍຸດທະສາດດ້ານຄວາມໝັ້ນຄົງໃນ ຂົງເຂດອາຊີ-ປາຊີຟິກ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ. ທ່ານ ທອງລຸນ ສີສຸລິດ ໄດ້ກ່າວ ສະແດງຄວາມຂອບໃຈຕໍ່ການຊ່ວຍ ເຫລືອຂອງຣັດເຊຍ ໃນໄລຍະຜ່ານ ມາໂດຍສະເພາະແມ່ນການຊ່ວຍ ພັດທະນາຊັບພະຍາກອນມະນຸດ ກໍຄື ການໃຫ້ທຶນການສຶກສາແກ່ນັກ ສຶກສາລາວ ເພື່ອໄປຮຽນຕໍ່ທີ່ຣັດ ເຊຍ ເພີ່ມຂຶ້ນໃນແຕ່ລະປີ, ລວມ ທັງສະແດງຄວາມຂອບໃຈຣັດເຊຍ ທີ່ຈະຊ່ວຍສ້າງໂຮງຮຽນສາມັນ ສຶກສາ ລາວ-ຣັດເຊຍ ທີ່ນະຄອນ ຫລວງວຽງຈັນ. ນອກຈາກນັ້ນ, ຍັງໄດ້ຕີລາຄາສູງການຊ່ວຍເຫລືອ ດ້ານອື່ນໆທີ່ເປັນການປະກອບສ່ວນ ອັນສໍາຄັນເຂົ້າໃນການພັດທະນາ ເສດຖະກິດ ແລະ ສັງຄົມຂອງ ສປປ ລາວ. ບົນຈິດໃຈດັ່ງກ່າວ, ສອງ ຝ່າຍໄດ້ເຫັນດີເປັນເອກະພາບໃນ ການເພີ່ມທະວີ ແລະ ຊຸກຍູ້ການ ພົວພັນສອງຝ່າຍໃນຫລາຍຂົງເຂດ ໃນອະນາຄົດເປັນຕົ້ນການຮ່ວມມື ດ້ານການເມືອງ-ຄວາມໝັ້ນຄົງ, ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກ ສາ, ການທ່ອງທ່ຽວ ແລະ ອື່ນໆ ທີ່ສອງຝ່າຍມີທ່າແຮງ ເພື່ອນຳມາ ຊຶ່ງຜົນປະໂຫຍດຮ່ວມກັນ. ພ້ອມ ນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາ ຄິດຄໍາເຫັນກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍມີຄວາມ ສົນໃຈ. ສອງຝ່າຍໄດ້ຕີລາສູງຕໍ່ການ ພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ ບົນພື້ນຖານການເປັນ ຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນ ຄົງຢູ່ໃນພາກພື້ນອາຊີ-ປາຊີຟິກ ໄດ້ ຮັບການສືບຕໍ່ຮັດແໜ້ນ ແລະ ເສີມ ຂະຫຍາຍອັນໄດ້ນໍາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ຣັດເຊຍ, ພ້ອມທັງຢືນຢັນ ຈະສືບຕໍ່ຮ່ວມກັນຊຸກຍູ້ສົ່ງເສີມ ການ ພົວພັນການຮ່ວມມືທີ່ມີມາແລ້ວ ນັ້ນ ໃຫ້ໝັ້ນຄົງໜັກແໜ້ນ ແລະ ຂະ ຫຍາຍການຮ່ວມມືໃນຂົງເຂດທ່າ ແຮງຂອງສອງປະເທດໃຫ້ມີໝາກ ຜົນຕົວຈິງຂຶ້ນຕື່ມ. ນອກຈາກນັ້ນ, ທ່ານປະທານ ປະເທດ ຍັງໄດ້ສະແດງຄວາມຊົມ ເຊີຍມາຍັງຣັດເຊຍ ທີ່ປະສົບຜົນ ສໍາເລັດຢ່າງຈົບງາມພິທີສະເຫລີມ ສະຫລອງວັນຄົບຮອບ 80 ປີ ແຫ່ງ ໄຊຊະນະມະຫາສົງຄາມປົກປ້ອງ ໃຫ້ການນໍາເມືອງເອົາໃຈໃສ່ເພີ່ມ ທະວີການສຶກສາອົບຮົມການເມືອງ ແນວຄິດໃຫ້ຄະນະພັກ-ຄະນະນໍາ, ອົງການປົກຄອງແຕ່ລະຂັ້່ນ ແລະ ປະຊາຊົນບັນດາເຜົົ່າ, ໃຫ້ສືບຕໍໍ່ ຮັກສາໄດ້ມູນເຊື້ອຄວາມສາມັກຄີ ເປັນປຶກແຜ່ນ, ມີຄວາມອຸ່ນອ່ຽງ ທຸ່ນທ່ຽງ, ເຄົາລົບ, ປະຕິບັດຕາມ ກົດໝາຍ ແລະ ລະບຽບການວາງ ອອກຢ່າງເຂັ້ມງວດປະກອບສ່ວນ ໃນການແກ້ໄຂບັນຫາປາກົດການ ຫຍໍໍ້ທໍ້ຕ່າງໆ; ເອົາໃຈໃສ່ຫັນກໍາລັງ ລົງກໍໍ່ສ້າງຮາກຖານການເມືອງຕິດ ພັນກັບ 4 ເນື້ອໃນ, 4 ຄາດໝາຍເປັນ ຕົົ້ນແມ່ນເຂດບໍລິເວນທີ່ຫລໍ່ແຫລມ ຢູ່ລຽບຊາຍແດນ, ອັດປ່ອງຂ້າມ ໂດຍມີມາເລເຊຍ ໃນນາມປະທານ ອາຊຽນປີ 2025 ເປັນຜູ້ລິເລີ່ມ ແລະ ອໍານວຍຄວາມສະດວກໃນການຈັດ ກອງປະຊຸມດັ່ງກ່າວ ເຊິ່ງໄດ້ຈັດຂຶ້ນ ໃນວັນທີ 28 ກໍລະກົດ 2025 ຜ່ານ ມາທີ່ປູຕາຈາຢາ, ມາເລເຊຍ. ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນ ດີທີ່ທ່ານນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ໄດ້ມີຂໍ້ລິເລີ່ມທີ່ສ້າງສັນ ໃນນາມປະທານອາຊຽນ ເພື່ອອຳ ນວຍຄວາມສະດວກໃຫ້ທັງສອງ ຝ່າຍກຳປູເຈຍ ແລະ ໄທ ໄດ້ປຶກສາ ຫາລືກັນ ເພື່ອຊອກຫາການແກ້ໄຂ ບັນຫາຮ່ວມກັນດ້ວຍສັນຕິວິທີ ໂດຍ ຜ່ານການເຈລະຈາ ແລະ ການທູດ. ສປປ ລາວ, ໃນຖານະທີ່ເປັນປະເທດ ບ້ານໃກ້ເຮືອນຄຽງທີ່ມີຊາຍແດນຕິດ ຈອດກັນ ແລະ ມີສາຍພົວພັນທີ່ດີກັບ ກຳປູເຈຍ ແລະ ໄທ, ສະແດງຄວາມ ເປັນຫ່ວງຢ່າງຍິ່ງຕໍ່ສະພາບການ ທີ່ເກີດຂຶ້ນຕາມບໍລິເວນຊາຍແດນ ກຳປູເຈຍ-ໄທ ແລະ ຫວັງວ່າທັງ ສອງຝ່າຍຈະເພີ່ມທະວີຄວາມອົດກັ້ນ ແລະ ຢຸດຕິການໃຊ້ຄວາມຮຸນແຮງ, ເຈລະຈາແກ້ໄຂຂໍ້ຂັດແຍ່ງດັ່ງກ່າວ ດ້ວຍສັນຕິວິທີ ໂດຍຜ່ານກົນໄກທີ່ ເໝາະສົມ ເພື່ອສັນຕິພາບທີ່ຍາວນານ ແລະ ໝັ້ນຄົງຂອງທັງສອງປະເທດ ກໍຄື ຂອງພາກພື້ນອາຊຽນ. ນອກຈາກນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ອານວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ຍັງໄດ້ປຶກສາຫາລືການ ຮ່ວມມືສອງຝ່າຍລະຫວ່າງ ສປປ ລາວ ແລະ ມາເລເຊຍ, ບັນຫາພາກ ພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ຂປລ. ໃນວັນທີ 31 ກໍລະກົດ 2025 ຜ່ານມາ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ພົບ ປະສອງຝ່າຍກັບສະຫາຍ ອານເດຣ ເບຍໂລອູຊົບ ລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ພ້ອມດ້ວຍຄະນະທີ່ນະຄອນຫລວງ ມົດສະກູ ສ ຣັດເຊຍ. ໂອກາດດັ່ງກ່າວ, ສອງຝ່າຍໄດ້ ທົບທວນຄືນເຖິງການຮ່ວມມືດ້ານ ການທະຫານ ແລະ ເຕັກນິກການ ທະຫານ ລະຫວ່າງ ສອງກອງທັບ ລາວ-ຣັດເຊຍ ໃນໄລະຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການ ຮ່ວມມືໃນຕໍ່ໜ້າ. ພ້ອມນີ້, ສອງຝ່າຍ ຍັງໄດ້ລົງນາມແຜນຮ່ວມມືຍຸດທະ ສາດໄລຍະ 5 ປີ ລະຫວ່າງກະຊວງ ປ້ອງກັນປະເທດ ລາວ-ຣັດເຊຍ ຕື່ມອີກ. ການພົບປະດັ່ງກ່າວ, ໄດ້ດໍາເນີນ ປິຕຸພູມຂອງສະຫະພາບໂຊວຽດ ທີ່ ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025 ຜ່ານມາ. ພ້ອມນັ້ນ, ຍັງໄດ້ ກ່າວວ່າ: ໃນໄລຍະທ້າຍປີ 2025 ນີ້, ສອງປະເທດ ລາວ-ຣັດເຊຍ ຈະ ໄດ້ມີການຈັດກິດຈະກໍາຮ່ວມກັນ ເພື່ອສະເຫລີມສະຫລອງເນື່ອງໃນ ໂອກາດຄົບຮອບ 65 ປີ ແຫ່ງການ ສ້າງຕັ້ງສາຍພົວພັນການທູດ ລາວຣັດເຊຍ. ການປຶກສາຫາລືຂອງທັງສອງ ຝ່າຍດຳເນີນໄປດ້ວຍບັນຍາກາດ ອັນສ້າງສັນບົນພື້ນຖານແຫ່ງສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ ມາແຕ່ດົນນານລະຫວ່າງສອງປະ ເທດ. ພ້ອມນັ້ນ, ທ່ານ ທອງລຸນ ສີສຸລິດ ກໍໄດ້ເຊື້ອເຊີນທ່ານ ວະລາດີ ເມຍ ປູຕິນ ເດີນທາງໄປຢ້ຽມຢາມ ສປປ ລາວ ໃນໂອກາດທີ່ເໝາະສົມ. ໃນໂອກາດເຄື່ອນໄຫວຢ້ຽມ ຢາມທາງການ ສ ຣັດເຊຍ ຄັ້ງ ນີ້, ທ່ານ ທອງລຸນ ສີສຸລິດ ຍັງໄດ້ ພົບປະກັບຄູ່ຮ່ວມຕໍາແໜ່ງສາຍພັກ ທ່ານ ເດີມິຕຣີ ເມັດເວເດັບ ປະທານ ພັກຣັດເຊຍເອກະພາບ ແລະ ໄດ້ ຕ້ອນຮັບການເຂົົ້າຢ້ຽມຂໍ່ານັບຂອງ ປະທານສະມາຄົມມິດຕະພາບຣັດ ເຊຍ-ລາວ. ນອກຈາກນີ້, ທ່ານ ປະທານປະເທດ ຍັງໄດ້ລົງລາຍເຊັນ ຮູບພາບຂອງເພິ່ນເອງເພື່ອນຳໄປ ວາງສະແດງໄວ້ທີ່ມະຫາວິທະຍາໄລ ສ້າງຄູ ເກຣເຊັນ, ທີ່ນະຄອນຊານ ປີເຕີສະເບີກ, ສ ຣັດເຊຍ, ເຊິ່ງເປັນ ມະຫາວິທະຍາໄລທີ່ທ່ານປະທານ ປະເທດ ຈົບການສຶກສາໃນຍຸກສະ ຫະພາບໂຊວຽດ. ທ່ານປະທານປະ ເທດ ຍັງໄດ້ເຂົ້າຢ້ຽມຊົມໂບດໂອຕໍ ດອກ (Danilov Monastery), ໄດ້ຮັບຫລຽນກຽດຕິຍົດ ແລະ ຄຸນ ງາມຄວາມດີ ຊັ້ນ 1 ຈາກທ່ານ ພະສັງຄະລາດ ປະທານອົງການ ສາສະໜາໂອຕໍດັອກ ສ ຣັດເຊຍ ແລະ ຍັງໄດ້ໄປຢ້ຽມຊົມຫໍພິພິຕະພັນ ແລະ ໂບດຂອງກອງທັບທະຫານ ຣັດເຊຍ (Patriot Park) ຫລື ອຸທິ ຍານຮັກຊາດ. ການຢ້ຽມຢາມ ສ ຣັດເຊຍ ຂອງ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ໃນຄັ້ງ ນີ້ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ດໍາເນີນໄປຢ່າງສົມກຽດ ແລະ ສໍາເລັດຜົນອັນຈົບງາມແຕ່ຕົ້ນຈົນ ຈົບ, ທັງເປັນການປະກອບສ່ວນທີ່ ສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນ ມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ລອຍ, ຮັບປະກັນບໍໍ່ໃຫ້ມີເຫດການ ບໍ່ດີໃດໆເກີດຂຶ້ນຕາມຊາຍແດນ ຢ່າງເດັດຂາດ, ເອົາໃຈໃສ່ຈັດຕັ້ງ ປະຕິບັດບັນດາຄາດໝາຍຕົວຊີ້ວັດ ຕ່າງໆທີ່ບໍ່ທັນບັນລຸຄາດໝາຍເປັນ ຕົ້ນແມ່ນ 2 ຄາດໝາຍໃນຂະແໜງ ສາທາລະນະສຸກ, ເອົາໃຈໃສ່ປັບປຸງ ໂຮງໝໍເມືອງ, ສຸກສາລາຕ່າງໆໃຫ້ ບໍລິການປະຊາຊົນດ້ວຍຄຸນນະພາບ ທີ່ດີຂຶ້ນ ແລະ ສືບຕໍ່ຊຸກຍູ້ປະຊາຊົນ ທໍາການຜະລິດໃຫ້ຫລາຍດ້ວຍ ການປູກຝັງ-ລ້ຽງສັດຕາມທ່າແຮງ ແຕ່ລະຂົງເຂດ. ໃນໂອກາດດຽວກັນນີ້, ທ່ານ ບຸນພະລັງ ວິໄລສັກ ເລຂາພັກເມືອງ ບໍ່ແຕນ ໄດ້ລາຍງານການພັດທະ ນາຂອງເມືອງໂດຍສັງເຂບ ວ່າ: ທົ່ວເມືອງມີ 26 ບ້ານ, ມີ 3.475 ຄອບຄົວ, ມີພົນລະເມືອງທັງໝົດ 19.699 ຄົນ, ຍິງ 9.700 ຄົນ, ປະ ຊາຊົນສ່ວນໃຫຍ່ຢຶດຖືການປູກພືດ, ລ້ຽງສັດໃຫຍ່ປະເພດງົວ, ຄວາຍ ເປັນອາຊີບຕົ້ນຕໍ, ມີດ່ານປະເພນີ 4 ດ່ານ, ມາຮອດປັດຈຸບັນ ເສດຖະກິດ ຂອງເມືອງຍັງສືບຕໍ່ຂະຫຍາຍຕົວ ຕໍ່ເນື່ອງໃນລະດັບ 5,5% ຕໍ່ປີ, ລວມ ຍອດລາຍຮັບໃນທົ່ວເມືອງບັນລຸໄດ້ 509,98 ຕື້ກີບ, ສະເລ່ຍລາຍຮັບ ໃສ່ຫົວຄົນໜຶ່ງໄດ້ 26,07 ລ້ານກີບ ຕໍ່ຄົນຕໍ່ປີ, ການຜະລິດສະບຽງອາ ຫານ, ປັດຈຸບັນໄດ້ສຸມໃສ່ ປູກເຂົ້າ ນາປີ ສໍາເລັດ 100% ໃນເນື້ອທີ່ 3.341,29 ເຮັກຕາ ແລະ ການປູກ ພືດອຸດສາຫະກຳເປັນສິນຄ້າປູກ ຫລາຍກວ່າໝູ່ແມ່ນມັນຕົ້ນມີເນື້ອທີ່ 3.400 ເຮັກຕາ, ສາລີ 200 ເຮັກຕາ ແລະ ປູກພືດຕະກູນຖົ່ວຈຳນວນໜຶ່ງ. ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ ຮ່ວມກັນ, ໂດຍສະເພາະການຮ່ວມມື ທາງດ້ານການຄ້າ ແລະ ນະໂຍບາຍ ດ້ານພາສີຕໍ່ບັນດາປະເທດຕ່າງໆ. ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຢໍ້າຄືນຄວາມໝາຍ ໝັ້ນຂອງ ສປປ ລາວ ໃນການສືບ ຕໍ່ສະໜັບສະໜູນ ແລະ ຮ່ວມມືກັບ ມາເລເຊຍ ໃນນາມປະທານອາ ຊຽນປີ 2025 ແລະ ບັນດາປະເທດ ສະມາຊິກອາຊຽນ ເພື່ອຮັດແໜ້ນ ປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ຈະເລີນຮຸ່ງເຮືອງ ກໍຄື ເພື່ອ ພາລະກິດລວມ ແຫ່ງ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ໃນພາກພື້ນ ແລະ ໃນໂລກ. ລົງເຄື່ອນໄຫວຊຸກຍູ້, ຊ່ວຍເຫລືອປະ ຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳ ຖ້ວມຢູ່ບ້ານຫາດບໍ່ ເມືອງໜອງແຮດ ແຂວງຊຽງຂວາງ ເຊິ່ງເປັນບ້ານທີ່ຢູ່ ເຂດຫ່າງໄກສອກຫລີກ ໂດຍໄດ້ນຳ ເອົາເຄື່ອງອຸປະໂພກ-ບໍລິໂພກເປັນ ຕົ້ນເຂົ້າສານ, ເຂົ້າຈີ່, ໝີ່, ປ໋ອງປາ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນ ຄົວເຮືອນ ແລະ ອື່ນໆ ໄປມອບໃຫ້ ປະຊາຊົນ ເພື່ອຊ່ວຍເຫລືອບັນເທົາ ທຸກໃນເບື້ອງຕົ້ນ. ທ່ານ ໜໍເຢັ່ງຢ່າ ຮອງເລຂາພັກ ເມືອງ, ເຈົ້າເມືອງໜອງແຮດ ໄດ້ ໃຫ້ຮູ້ວ່າ: ບ້ານຫາດບໍ່ ໄດ້ຮັບຜົນ ກະທົບຈາກໄພນ້ຳຖ້ວມໃນວັນທີ 22 ກໍລະກົດ 2025 ຜ່ານມາ, ມີ 34 ຫລັງຄາເຮືອນໄດ້ຮັບຜົນກະທົບ. ໄປດ້ວຍບັນຍາກາດທີ່ມີໄມຕີຈິດ ມິດຕະພາບ ແລະ ຄວາມເຂົ້າໃຈເຊິ່ງ ກັນ ແລະ ກັນ, ເປັນການປະກອບ ສ່ວນອັນສໍາຄັນເຂົ້າໃນການເສີມ ສ້າງສາຍພົວພັນມິດຕະພາບ, ການ ຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ສອງຊາດ, ສອງກອງທັບ ແລະ ປະ ຊາຊົນ ລາວ-ຣັດເຊຍ ໃຫ້ນັບມື້ເຕີບ ໃຫຍ່ຂະຫຍາຍຕົວ ແລະ ກ້າວເຂົ້າ ສູ່ລວງເລິກ. ການພົບປະສອງຝ່າຍຄັ້ງນີ້, ມີ ຂຶ້ນໃນໄລຍະຢ້ຽມຢາມ ສ ຣັດເຊຍ ຢ່າງເປັນທາງການຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານ ປະເທດ ແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະໃນລະຫວ່າງວັນທີ 30 ກໍລະກົດ-1 ສິງຫາ 2025. ຂ່າວ: ໜັງສືພິມກອງທັບ ໃນນັ້ນ, ມີຜູ້ເສຍຊິວິດ 1 ຄົນ, ມີເຮືອນ ຖືກນ້ຳໄຫລຊຸ 5 ຫລັງ, ພ້ອມນີ້ຍັງມີ ຮ້ານຂາຍເຄື່ອງ, ຫ້ອງການບ້ານ, ໂຮງຮຽນ, ຫໍພັກຄູ, ໂຕະ, ຕັ່ງ ຖືກ ນ້ຳໄຫລຊຸເສຍຫາຍ, ຫົນທາງຖືກ ຕັດຂາດປັດຈຸບັນຍັງບໍ່ສາມາດ ເຂົ້າອອກໄດ້ເທື່ອ, ພາກສ່ວນທີ່ກ່ຽວຂ້ອງ ພວມເລັ່ງແກ້ໄຂ. ສ່ວນຜົນເສຍຫາຍ ຍັງຢູ່ໃນຂັ້ນຕອນເກັບກຳຂໍ້ມູນຕົວຈິງ ປັດຈຸບັນ, ນໍ້າແມ່ນບົກແຫ້ງແລ້ວແຕ່ ເສັ້ນທາງເຂົ້າຫາບ້ານຍັງບໍ່ສາມາດ ໄປໄດ້ເທື່ອ. ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ເນັ້ນໃຫ້ຄະນະນຳຂັ້ນ ເມືອງ ກໍຄື ອຳນາດການປົກຄອງ ບ້ານທີ່ໄດ້ຮັບຜົນກະທົບໃຫ້ເອົາໃຈ ໃສ່ແຈກຢາຍເຄື່ອງຊ່ວຍເຫລືອທີ່ໄດ້ ຮັບໃຫ້ປະຊາຊົນໃຫ້ທົ່ວເຖິງ, ຕິດພັນ ກັບການປັບປຸງ, ສ້ອມແປງບັນດາ ພື້ນຖານໂຄງລ່າງເປັນຕົ້ນເຮືອນ ປະຊາຊົນ, ເສັ້ນທາງ, ໂຮງຮຽນ ແລະ ອື່ນໆ ທີ່ເປ່ເພເສຍຫາຍ. ພ້ອມ ທັງໃຫ້ລົງໃກ້ຊິດຕິດແທດ ເພື່ອ ຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນ ກະທົບ ໂດຍສະເພາະແມ່ນ 5 ຄອບ ຄົວທີ່ຖືກນ້ຳໄຫລຊຸໃຫ້ມີທີ່ຢູ່ອາໄສ ໃນເບື້ອງຕົ້ນ, ພ້ອມທັງໃຫ້ມີແຜນ ເພື່ອຈັດສັນ, ຍົກຍ້າຍຄອບຄົວທີ່ຢູ່ ແຄມນ້ຳໃຫ້ໄປຢູ່ບ່ອນທີ່ສູງກວ່າ ເກົ່າ ຫລື ຍົກຍ້າຍໄປຢູ່ບ່ອນໃໝ່ ເພື່ອຮັບປະກັນທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ. ພ້ອມນີ້, ທ່ານຍັງເນັ້ນໃຫ້ການນຳຂັ້ນເມືອງ ລົງໃກ້ຊິດຕິດແທດ, ຊ່ວຍເຫລືອ ຕິດຕາມການກວດກາສຸຂະພາບ ຂອງພໍ່ແມ່ປະຊາຊົນ, ເກັບກຳຂໍ້ມູນ ຜົນເສຍຫາຍຕົວຈິງ ແລະ ອື່ນໆ ໃຫ້ ສຳເລັດໂດຍໄວແນໃສ່ພື້ນຟູຊີວິດການ ເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນ ກະທົບໃຫ້ກັບຄືືນສູ່ສະພາບປົກກະຕິ ໂດຍໄວ. ພ້ອມທັງຮຽກຮ້ອງໃຫ້ພໍ່ ແມ່ປະຊາຊົນຈົ່ງມີສະຕິລະວັງຕົວ, ມີຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມກັນຮັກສາຄວາມ ສະອາດພາຍໃນເຮືອນ ກໍຄື ບ້ານເພື່ອ ຕ້ານການແຜ່ລະບາດຂອງພະຍາດທີ່ ອາດຈະເກີດຂຶ້ນ ແລະ ອື່ນໆ. ຂ່າວ-ພາບ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==