01/08/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d xj klts';osu o|k,|+ ,= ]tfq d3]dcsj 'mu 4 0v']k; rtpkfsq ;.9 c,j ospa 'L *ດັ່ງທີີ່ຮູ້ນຳກັນແລ້ວວ່າ, ທຸກ ສ່ວນຂອງຮ່າງກາຍຄົນເຮົາລ້ວນ ແຕ່ມີຄວາມສຳຄັນ ໂດຍສະເພາະ ຫົວໃຈ, ດັ່ງນັ້ນຮ່າງກາຍຈຳເປັນ ຕ້ອງມີຫົວໃຈທີ່ແຂງແຮງ ແລະ ສົມບູນ ເພື່ອສູບສີດເລືອດຈາກ ຫົວໃຈໄປຫາອະໄວຍະວະໃນທຸກ ພາກສ່ວນຂອງຮ່າງກາຍຜ່ານ ທາງເສັ້ນເລືອດແດງ, ຈາກນັ້ນ ຮຽບຮຽງໂດຍ: ແສງສະຫວັນັນ *ອຸທິຍານແຫ່ງຊາດຫີນໜາມໜໍ່ ແຂວງຄໍາມ່ວນ ຂອງ ສປປ ລາວ ໄດ້ຖືກຮັບຮອງເຂົ້າເປັນມໍລະດົກ ໂລກແຫ່ງທີ 4 ຂອງ ສປປ ລາວ ອັນໄດ້ສ້າງຄວາມພາກພູມໃຈໃຫ້ ປະຊາຊົນຄົນລາວບັນດາເຜົ່າ ໂດຍ ສະເພາະແມ່ນຊາວແຂວງຄໍາມ່ວນ ກວ່າ 4 ແສນຄົນ ເຊິ່ງການໄດ້ຮັບ ນາມມະຍົດໃນຄັ້ງນີ້ ບໍ່ໄດ້ເກີດຂຶ້ນ ພຽງຄວາມສວຍງາມທາງສາຍຕາ ເທົ່ານັ້ນແຕ່ເນື່ອງຈາກສະຖານທີ່ ແຫ່ງນີ້ ມີລະບົບນິເວດວິທະຍາ, ທໍລະນີວິທະຍາ ແລະ ເປັນການ ຮ່ວມມືລະຫວ່າງປະເທດທີ່ມີຄວາມ ໂດດເດັ່ນ. ການຮັບຮອງເອົາອຸທິຍານແຫ່ງ ຊາດຫີນໜາມໝໍ່ ເມືອງບົວລະພາ ແຂວງຄຳມ່ວນ ເຂົ້າເປັນມໍລະດົກ ໂລກທາງທຳມະຊາດ ຢ່າງເປັນ ທາງການໃນກອງປະຊຸມຄະນະ ກຳມະການມໍລະດົກໂລກ ຄັ້ງທີ 47 ໃນວັນທີ 13 ກໍລະກົດ 2025 ທີ່ນະຄອນຫລວງປາຣີ ປະເທດ ຝຣັ່ງ , ຄວາມພິເສດຂອງການຂຶ້ນ ທະບຽນໃນຄັ້ງນີ້ ຄືການເປັນ ມໍລະດົກໂລກຮ່ວມຊາຍແດນກັບ ໂດຍ: ມາລີດດາີ ອຸທິຍານແຫ່ງຊາດຟອງຫຍາ-ແກ ບາງ ມໍລະດົກໂລກທາງທຳມະຊາດ ແຂວງກວາງຈິ ສສ ຫວຽດນາມ ການເຊື່ອມໂຍງ 2 ອຸທິຍານແຫ່ງ ນີ້ເຂົ້າກັນເຮັດໃຫ້ເກີດເປັນເນື້ອທີ່ ປ່າຂະໜາດກວ້າງໃຫຍ່ທີ່ມີຄວາມ ເຊື່ອມຕໍ່ດ້ານລະບົບນິເວດ ກວມ ພູຫີນປູນທີ່ສົມບູນ ແລະ ມີຄວາມ ຫລາກຫລາຍທາງດ້ານຊີວະນາໆ ພັນສູງທີ່ສຸດແຫ່ງໜຶ່ງຂອງໂລກ ເຊິ່ງຄວາມສໍາເລັດທີ່ຍິ່ງໃຫຍ່ໃນຄັ້ງ ນີ້ ເກີດຂຶ້ນຈາກຄວາມພະຍາຍາມ, ການຮ່ວມມືທີ່ຍາວນານຂອງສອງ ລັດຖະບານ ລາວ-ຫວຽດນາມ, ຊຸມຊົນ ແລະ ອົງການພັດທະນາ ລະຫວ່າງປະເທດ ເຮັດໃຫ້ເກີດ ຜົນສໍາເລັດໃນມື້ນີ້. ດ້ານພູມີສາດ ປ່າຫີນປູນ ຫີນໜາມໜໍ່ ບັນຍາຍ ລັກສະນະຂອງສະຖານທີ່ແຫ່ງນີ້ ໄດ້ຢ່າງຊັດເຈນ ເນື່ອງຈາກວ່າ ພື້ນທີ່ສ່ວນໃຫຍ່ເປັນພູຫີນປູນທີ່ ຜ່ານວິວັດທະນາການຈາກລົມ ແລະ ຝົນມາຢ່າງຍາວນານຈົນ ເກີດເປັນຍອດພູຫີນປູນທີ່ແຫລມ ຄົມ ຕັ້ງສະຫລັບຊັບຊ້ອນຢ່າງ ຫລວງຫລາຍ ແນມໄປປານໜໍ່ໄມ້ ທີ່ເກີດຂຶ້ນໃນປ່າ. ພູມີປະເທດຫີນ ໜາມໜໍ່ ໄດ້ຮັບການຍອມຮັບວ່າ ເປັນໜຶ່ງໃນພື້ນທີ່ຫີນປູນທີ່ເກົ່າແກ່, ກວ້າງໃຫຍ່ ແລະ ໂດດເດັ່ນທີ່ສຸດ ໃນເອເຊຍ ບໍ່ພຽງແຕ່ພູຫີນປູນທີ່ ແຫລມຄົມແຕ່ຍັງລວມເຖິງເຫວທີ່ ເລິກ, ໜ້າຜາທີ່ສູງຊັນ, ລະບົບຖໍ້າ ໃຕ້ດິນທີ່ສະຫລັບຊັບຊ້ອນແຫ່ງໜຶ່ງ ຂອງໂລກ, ຍາມເມື່ອລົມພັດແຮງ ກະທົບກັບຫີນ ແລະ ຖໍ້າຈະເກີດ ສຽງກ້ອງກັງວານໄປທົ່ວບໍລິເວນ ນີ້ ເຊິ່ງມັນສະແດງເຖິງຄວາມຍິ່ງ ໃຫຍ່ຂອງທໍາມະຊາດ. ບໍ່ພຽງເທົ່າ ນີ້ ໃນພື້ນທີ່ປ່າແຫ່ງນີ້ຍັງມີຄວາມ ມະຫັດສະຈັນທີ່ສ້າງຊື່ສຽງ ໃຫ້ ຄົນທົ່ວໂລກຮູ້ຈັກສະຖານທີ່ແຫ່ງ ນີ້ ອີກຢ່າງໜຶ່ງຄື ຖໍ້າເຊບັ້ງໄຟ ຫລື ເປັນທີ່ຮູ້ຈັກກັນໃນຊື່ ຖໍ້າລອດເຊ ບັ້ງໄຟ ເຊິ່ງຕັ້ງຢູ່ໃນບ້ານໜອງປິງ ເມືອງບົວລະພາ, ຖໍ້າແຫ່ງນີ້ ຖື ເປັນຖໍ້າແມ່ນໍ້າທີ່ກວ້າງໃຫຍ່ ແລະ ມະຫັດສະຈັນທີ່ສຸດໃນໂລກ ດ້ວຍ ຄວາມຍາວກວ່າ 11 ກິໂລແມັດ, ມີແມ່ນໍ້າເຊບັ້ງໄຟທັງສາຍໄຫລ ຫລອດຜ່ານໃຈກາງຖໍ້າຈາກຝັງ ໜຶ່ງຊອດໄປອີກຝັງໜຶ່ງ, ພາຍໃນ ຖໍ້າປຽບເໝືອນໂລກອີກໃບໜຶ່ງທີ່ ເຊື່ອງຊ້ອນຢູ່ໃຕ້ພື້ນດິນ,ມີໂພງຖໍ້າ ຂະໜາດໃຫຍ່ບາງໄລຍະກວ້າງ ກວ່າ 100 ແມັດ ແລະ ສູງກວ່າ 120 ແມັດ, ຜະໜັງຖໍ້າປະດັບປະ ດາໄປດ້ວຍຫີນງອກ, ຫີນຍ່ອຍ ລວດລາຍທີ່ສວຍງາມ ແລະ ປາ ນີດ. ນອກຈາກນີ້, ພາຍໃນຖໍ້າຍັງ ມີຫາດຊາຍຂາວລະອຽດ ແລະ ດິນ ຂະໜາດໃຫຍ່ ຈຶ່ງເຮັດໃຫ້ອາກາດ ພາຍໃນຖໍ້າເຢັນສະບາຍຖ່າຍເທດີ ສ້າງຄວາມປະທັບໃຈໃຫ້ຜູ້ມາຢ້ຽມ ຢາມແບບບໍ່ຮູ້ລືມ. ອຸທິຍານແຫ່ງຊາດຫີນໜາມໜໍ່ ບໍ່ພຽງແຕ່ໂດດເດັ່ນທາງດ້ານພູມີ ທັດປ່າຫີນປູນ ທີ່ໜ້າມະຫັດສະຈັນ, ແຕ່ຍັງເປັນທີ່ຍອມຮັບໃນລະດັບ ນາໆຊາດ ໃນຖານະໜຶ່ງໃນຄັງສົມ ບັດແຫ່ງພັນສັດທີ່ສໍາຄັນທີ່ສຸດແຫ່ງ ໜຶ່ງຂອງໂລກ ຄວາມສະຫລັບຊັບ ຊ້ອມໄດ້ສ້າງລະບົບນິເວດທີ່ຫລາ ກຫລາຍມັນໄດ້ກາຍເປັນແຫລ່ງ ທີ່ຢູ່ອາໄສຂອງສັດສາວ່າສິ່ງສາຍ ພັນຕ່າງໆໂດຍສະເພາະແມ່ນສັດປ່າ ຫາຍາກ ແລະ ໃກ້ສູນພັນ ເຊັ່ນ: ໜູ ຫີນ ຫລື ຂະຍຸ, ທະນີແກ້ມຂາວ, ນົກ ກົກ ແລະ ອື່ນໆອີກ ເຊິ່ງທັງໝົດນີ້ ລ້ວນແຕ່ເປັນສິ່ງທີ່ສວຍງາມຈາກ ອຸທິຍານແຫ່ງຊາດຫີນໜາມໜໍ່ທີ່ ຄ່ອຍຖ້າໃຫ້ທ່ານທັງຫລາຍໄປຢ້ຽມ ຊົມ. ແນວໃດກໍດີ, ເພື່ອເປັນການ ປົກຮັກສາອຸທິຍານແຫ່ງຊາດຫີນ ໜາມໜໍ່ໃຫ້ມີຄວາມຍືນຍົງ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ມີ ຄໍາເຫັນໃນພິທີຖະແຫລງຂ່າວການ ຮັບຮອງເອົາອຸທິຍານແຫ່ງຊາດຫີນ ໜາມໜໍ່ເມືອງບົວລະພາ, ແຂວງ ຄຳມ່ວນ ເຂົ້າເປັນມໍລະດົກໂລກ ທາງທຳມະຊາດຮ່ວມຊາຍແດນກັບ ອຸທິຍານແຫ່ງຊາດຟອງຫຍາ-ແກ ບາງ ມໍລະດົກໂລກທາງທຳມະຊາດ ແຂວງກວາງຈິ ສສ ຫວຽດນາມ ໃນວັນທີ 28 ກໍລະກົດ 2025 ທີ່ ຜ່ານມາວ່າ: ເພື່ອສືບຕໍ່ປົກປັກຮັກ ສາ ແລະ ສ້າງຄວາມເຊື່ອໝັ້ນຕໍ່ ກັບວຽກງານການອະນຸລັກ ແລະ ປົກປັກຮັກສາເຂດອຸທິຍານແຫ່ງ ຊາດຫີນໜາມໜໍ່ ກໍ່ຄື ເຂດມໍລະດົກ ໂລກທາງທຳມະຊາດ, ໃນນາມຂະ ແໜງການຮັບຜິດຊອບຄຸ້ມຄອງ ວຽກງານດັ່ງກ່າວ ຈະໄດ້ຮ່ວມກັບ ທ້ອງຖິ່ນສຸມໃສ່ຄົ້ນຄວ້າປັບປຸງ ກົງຈັກການຈັດຕັ້ງ, ບັນຈຸສັບຊ້ອນ ແລະ ພັດທະນາບຸກຄະລາກອນ ໃຫ້ມີຄວາມເຂັ້ມແຂງ; ປະສານ ສົມທົບສ້າງແຜນງານ, ໂຄງການ ຮ່ວມກັບ ສສ ຫວຽດນາມ; ພ້ອມ ທັງສືບຕໍ່ຊຸກຍູ້, ສົ່ງເສີມ ແລະ ຂົນ ຂວາຍຊອກຫາແຫລ່ງທຶນສະໜັບ ສະໜູນການຈັດຕັ້ງປະຕິບັດແຜນ ງານ ແລະ ໂຄງການຕ່າງໆ ຕາມ ກອບແຜນດໍາເນີນງານ ແລະ ຮຽກ ຮ້ອງມາຍັງທຸກພາກສ່ວນທີ່ກ່ຽວ ຂ້ອງຍົກສູງຄວາມເປັນເຈົ້າການ ໃນການຄຸ້ມຄອງ, ປົກປັກຮັກສາ ປ່າໄມ້, ທີ່ດິນປ່າໄມ້ ແລະ ຊັບພະ ຍາກອນທຳມະຊາດ ໃຫ້ມີຄວາມ ຍືນຍົງ ແລະ ບັນລຸໄດ້ຕາມເປົ້າ ໝາຍຍຸດທະສາດການເຕີບໂຕສີ ຂຽວແຫ່ງຊາດ ແລະ ຍຸດທະສາດ ປ່າໄມ້ ຮອດປີ 2035 ແລະ ວິໄສ ທັດຮອດປີ 2050 ແລະ ປົກປັກຮັກ ສາທີ່ດິນປ່າໄມ້ ແລະ ເພີ່ມຄວາມ ປົກຫຸ້ມປ່າໄມ້ໃຫ້ໄດ້ 70% ຂອງ ເນື້ອທີ່ທົ່ວປະເທດ. ກໍ່ກັບຄືນສູ່ຫົວໃຈຜ່ານທາງເສັ້ນ ເລືອດດຳ, ຖ້າວ່າເສັ້ນເລືອດແດງ ເກີດມີການອຸດຕັນ ຫລື ບອບບາງ ແຕກງ່າຍ, ປະລິມານເລືອດກັບ ຄືນສູ່ຫົວໃຈກໍ່ຈະບໍ່ພຽງພໍ, ເຊິ່ງ ຈະເຮັດໃຫ້ຫົວໃຈອ່ອນແອ, ຖ້າ ຫົວໃຈອ່ອນແອເກີນໄປ, ມັນກໍ່ຈະ ສູບສີດເລືອດບໍ່ໄດ້ດີ ແລະ ຕ້ອງ ໄດ້ເຮັດວຽກໜັກເກີນໄປ. ຍ້ອນ ວ່າເລືອດເຮັດໜ້າທີ່ລຳລຽງເອົາ ອົກຊີແຊນ ແລະ ສານອາຫານ ຕ່າງໆໄປຫລໍ່ລ້ຽງທຸກອະໄວຍະວະ ໃນທົ່ວຮ່າງກາຍ, ຫາກລະບົບ ໝູນວຽນເລືອດ ແລະ ຫົວໃຈເກີດ ບັນຫາຂຶ້ນມາມັນກໍ່ສາມາດສົ່ງ ຜົນກະທົບຕໍ່ທຸກອະໄວຍະວະໃນ ທົ່ວຮ່າງກາຍໄດ້. ຖ້າຫາກລະບົບ ໝູນວຽນເລືອດໃນຮ່າງກາຍຂອງ ຄົນຫາກເສັ້ນເລືອດມີການອຸດຕັນ ອະໄວຍະວະທີ່ເລືອດໄປຫລໍ່ລ້ຽງ ບໍ່ໄດ້ ກໍ່ອາດຈະເກີດມີບັນຫາການ ເຈັບປ່ວຍເກີດຂຶ້ນໄດ້. ສະນັ້ນ, ບັນຫາໃນເສັ້ນເລືອດ ແດງ, ເສັ້ນເລືອດດຳ ແລະ ບັນຫາ ກ່ຽວກັບລີ້ນຫົວໃຈທັງໝົດນີ້ເອີ້ນ ວ່າ ພະຍາດຫົວໃຈ. ພະຍາດຫົວໃຈ ທີ່ມັກພົບເຫັນທົ່ວໄປ (ເຊິ່ງມັກເອີ້ນ ອີກຊື່ໜຶ່ງວ່າ ພະຍາດຫົວໃຈ ແລະ ເສັ້ນເລືອດ) ມີດັ່ງນີ້: ເສັ້ນເລືອດແດງແຂງ (arterio losclerosis): ເມື່ອເສັ້ນເລືອດ ແດງທີ່ສົ່ງເລືອດຈາກຫົວໃຈໄປຫລໍ່ ລ້ຽງທົ່ວຮ່າງກາຍ ເກີດມີສະພາວະ ແຂງ, ຕີບ ຫລື ອຸດຕັນ ເນື່ອງ ມາຈາກການກິນອາຫານທີ່ບໍ່ມີປະ ໂຫຍດຕໍ່ຮ່າງກາຍໃນປະລິມານ ຫລາຍເກີນໄປ ເມື່ອເສັ້ນເລືອດແດງ ແຂງ, ຕີບ ຫລື ອຸດຕັນແລ້ວກໍ່ເຮັດ ໃຫ້ເລືອດກັບຄືນສູ່ຫົວໃຈບໍ່ພຽງພໍ. ຫົວໃຈຊຸດໂຊມ (congestive heart failure): ເມື່ອຫົວໃຈບໍ່ ແຂງແຮງພໍທີ່ຈະສາມາດສູບສີດ ເລືອດໄດ້ດີ, ສະພາວະນີ້ເອີ້ນວ່າ ຫົວໃຈຊຸດໂຊມ, ອາດເຮັດໃຫ້ຄົນ ເຈັບເປັນອັນຕະລາຍໄດ້ເພາະວ່າ ເລືອດບໍ່ໄປຫລໍ່ລ້ຽງອະໄວຍະວະ ຕ່າງໆໃນຮ່າງກາຍໄດ້ຢ່າງພຽງ ພໍ. ຫົວໃຈວາຍ (heart attack): ເມື່ອເລືອດມາຂັງຢູ່ພາຍໃນຫົວໃຈ, ກ້າມຊີ້ນຫົວໃຈກໍ່ຈະເກີດຄວາມ ເສຍຫາຍ ແລະ ຫົວໃຈກໍ່ຈະຢູ່ໃນ ພາວະອ່ອນແອເກີນໄປທີ່ຈະເຮັດ ວຽກໄດ້ຕາມປົກກະຕິ. ເສັ້ນເລືອດສະໝອງຕີບ ຫລື ແຕກ (stroke): ເມື່ອເລືອດຂຶ້ນ ມາຫລໍ່ລ້ຽງສະໝອງມີການອຸດ ຕັນ ຫລື ເມື່ອເສັ້ນເລືອດຝອຍໃນ ສະໝອງແຕກ, ເປັນຜົນໃຫ້ສະ ໝອງເສຍຫາຍ. ຫົວໃຈຣູມາຕິກ (rheumatic heart disease): ພະຍາດນີ້ ເກີດຂຶ້ນໃນເວລາທີ່ໄຂ້ເຮັດໃຫ້ ຫົວໃຈເດັກນ້ອຍເກີດຄວາມເສຍ ຫາຍ ເຊິ່ງພະຍາດດ່ັງກ່າວນີ້ສາ ມາດປິ່ນປົວໄດ້ດ້ວຍການໃຫ້ຢາ ຫລື ຜ່າຕັດ. ຫົວໃຈໃນເດັກແດງ (new born heart problems): ເມື່ອ ເດັກເກີດມາ ໂດຍທີ່ຫົວໃຈມີຮູຮົ່ວ ຫລື ຫົວໃຈບໍ່ສົມບູນມັນອາດຈະ ພາໃຫ້ເດັກດັ່ງກ່າວນັ້ນມີບັນຫາ ທາງສຸຂະພາບຫລາຍຢ່າງ. ບັນຫາ ຫົວໃຈບົກຜ່ອງນີ້ແມ່ນແກ້ໄຂໄດ້ ດ້ວຍການຜ່າຕັດເທົ່ານັ້ນ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==