01/08/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ເຜີຍແຜ່ກົດໝາຍ...ີ່ົ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຮວຜທ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເຊັນບົດບັນທຶກ...ັົັຶ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສ້າງກົນໄກ, ເງື່ອນໄຂ, ຂັ້ນຕອນ ແລະ ແບ່ງຄວາມຮັບຜິດຊອບ ຂອງ ບັນດາຂະແໜງການ, ລະຫວ່າງສູນ ກາງ ແລະ ທ້ອງຖິ່ນຢ່າງລະອຽດ ເພື່ອຮັບປະກັນໃຫ້ການການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ການທ່ອງທ່ຽວມີຄວາມຄ່ອງຕົວ ຮັບປະກັນສິດ ແລະ ຜົນປະໂຫຍດ ຂອງທົ່ວປວງຊົນຢ່າງແທ້ຈິງ. ກົດໝາຍວ່າດ້ວຍການທ່ອງ ທ່ຽວ ສະບັບປັບປຸງ ປີ 2024 ຖື ເປັນເຄື່ອງມືທີ່ສໍາຄັນໃນການຄຸ້ມ ຄອງຕິດຕາມກວດກາ ແລະ ສົ່ງເສີມ ວຽກງານການທ່ອງທ່ຽວໃນຂອບ ເຂດທົ່ວປະເທດ ເນື້ອໃນສໍາຄັນ ຂອງກົດໝາຍສະບັບນີ້ ໄດ້ກຳນົດ ຫລັກການ, ລະບຽບການແລະມາດ ຕະການ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານການ ທ່ອງທ່ຽວ, ໄດ້ມີການແບ່ງຂັ້ນຄຸ້ມ ຄອງລະຫວ່າງ ສູນກາງ ແລະ ທ້ອງ ຖິ່ນ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງຂະແໜງການ ກ່ຽວຂ້ອງ. ພ້ອມນີ້, ການທ່ອງທ່ຽວ ມີບົດບາດສໍາຄັນໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ, ລັດຖະບານໄດ້ກຳນົດເອົາ ວຽກງານການທ່ອງທ່ຽວ ເປັນໜຶ່ງ ໃນຂະແໜງເສດຖະກິດປາຍແຫລມ ຂອງປະເທດ ເນື່ອງຈາກເປັນຂະ ແໜງການທີ່ດຶງດູດເງິນຕາເຂົ້າມາ ຊົນເຜົ່າກອງທັບ. ທັງນີ້, ກໍເພື່ອເປັນ ການປັບປຸງບູລະນະກົງຈັກການ ຈັດຕັ້ງນຳພາ-ບັນຊາຢູ່ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ ໃຫ້ ມີຄວາມໜັກແໜ້ນ ເຂັ້ມແຂງ ເພື່ອ ເຮັດສຳເລັດໜ້າທີ່ໃນສະເພາະໜ້າ ແລະ ຍາວນານ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ຄຳແປງ ບົວລະບັດ ໄດ້ມີຄຳ ເຫັນໂອ້ລົມຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ໂດຍໄດ້ເນັ້ນໜັກໃຫ້ຍົກສູງຄວາມ ຮັບຜິດຊອບໜ້າທີ່ການເມືອງຂອງ ຕົນໃນການຊີ້ນຳ-ນຳພາ, ເຮັດວຽກ ການຕິດຕາມກວດກາຊອງ ແລະ ຕຸດຢາສູບ ໄດ້ລົງຕິດຕາມກວດກາ ຈໍານວນຊອງ ແລະ ຕຸດຢາສູບ ຕົວ ຈິງຢູ່ 2 ບໍລິສັດຜະລິດຢາສູບພາຍ ໃນທີ່ສະເໜີມາ ໃນເດືອນກຸມພາ 2025 ຊຶ່ງບໍລິສັດມີຄວາມພ້ອມ ຈໍາໜ່າຍຢາສູບທີ່ ຊອງ ແລະ ຕຸດຢາ ສູບຮູບແບບໃໝ່. ສະນັ້ນ, ພາຍຫລັງ ວັນທີ15 ສິງຫາ 2025, ຊອງ ແລະ ຕຸດຢາສຸບ ທຸກຍີ່ຫໍ້ທີ່ຈໍາໜ່າຍໃນ ທ້ອງຕະຫລາດ ລວມທັງໃນຮ້ານ ຄ້າປອດພາສີທຸກແຫ່ງ ຈະຕ້ອງ ແມ່ນຄຳເຕືອນສຸຂະພາບເປັນຮູບ ພາບ ແລະ ສະຫລາກຮູບແບບໃໝ່. ໃນໂອກາດນີ້, ທ່ານ ໄພວັນ ແກ້ວປະເສີດ ໄດ້ຮຽກຮ້ອງມາຍັງ ທຸກພາກສ່ວນ ໂດຍສະເພາະສື່ມວນ ຊົນທຸກຂະແໜງ ຈົ່ງນໍາເອົາເນື້ອໃນ ຂອງຖະແຫລງການນີ້ ໄປເຜີຍແຜ່ ໃຫ້ແກ່ປະຊາຊົນລາວ ກໍຄືທົ່ວ ສັງຄົມ ໄດ້ຮັບຊາບຢ່າງທົ່ວເຖິງ; ຮຽກຮ້ອງໃຫ້ບໍລິສັດຢາສູບ ທີ່ຜະ ລິດພາຍໃນ ແລະ ນຳເຂົ້າຢາສູບ ຈາກຕ່າງປະເທດ ລວມທັງຊາວຄ້າ ຂາຍ ຈົ່ງພ້ອມກັນຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບດັ່ງກ່າວ ກໍຄືປະຕິ ບັດຕາມກົດໝາຍ ແລະ ລະບຽບ ການຄວບຄຸມຢາສູບຢ່າງເຂັ້ມງວດ ແລະ ຫວັງເປັນຢ່າງຍິ່ງວ່າ ໃນ ວັນທີ 15 ສິງຫາ 2025 ທີ່ຈະ ມາເຖິງນີ້, ຜະລິດຕະພັນຢາສູບ ທຸກ ຊອງ, ທຸກຕຸດ ແລະ ທຸກຍີ່ຫໍ້ ທີ່ຈໍາ ໜ່າຍໃນທ້ອງຕະຫລາດທົ່ວປະ ເທດ ລວມທັງໃນຮ້ານຄ້າປອດພາສີ ທຸກແຫ່ງ ຈະມີຄຳເຕືອນສຸຂະພາບ ເປັນຮູບພາບ ແລະ ສະຫລາກຮູບ ແບບໃໝ່ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ຕົກລົງ ສະບັບເລກທີ 1090/ສທ, ໃນກໍລະນີ ຍັງພົບເຫັນການລະເມີດ ທາງຄະນະສະເພາະກິດຈະໄດ້ມີ ການດຳເນີນມາດຕະການ ຕາມລະ ບຽບການ ຢ່າງເຂັ້ມງວດ. ຂ່າວ: ກິດຕາ; ພາບ: ຂັນໄຊ ຍົກລະດັບຄຸນນະພາບການບໍລິການ ສາທາລະນະສຸກ ຢູ່ຂັ້ນທ້ອງຖິ່ນ, ໂຄງການດັ່ງກ່າວເປັນໂຄງການ ກູ້ຢືມຂອງລັດຖະບານ ຂໍໃຫ້ພວກ ເຮົາເອົາໃຈໃສ່ໃນການໝູນໃຊ້ໃຫ້ ເກີດປະໂຫຍດສູງສຸດ ເພື່ອຮັບໃຊ້ ວຽກບຸລິມະສິດສໍາຄັນຂອງແຜນ ການພັດທະນາຂະແໜງການ, ຄວນ ມີການແບ່ງຄວາມຮັບຜິດຊອບໃຫ້ ຊັດເຈນ ແລະ ສ້າງຂີດຄວາມສາ ມາດ ໃຫ້ຜູ້ບໍລິຫານການສຶກສາ ແລະ ສາທາລະນະສຸກ ມີຄວາມເຂັ້ມ ແຂງໃນການປະຕິບັດໜ້າທີ່ ແລະ ຊຸກຍູ້ການປະຕິບັດແຜນພັດທະນາ ຂະແໜງການສຶກສາ ແລະ ສາທາ ລະນະສຸກ ໃນຂັ້ນສູນກາງຮອດທ້ອງ ຖິ່ນ ໂດຍສະເພາະຕິດພັນກັບຊຸກ ຍູ້ການປະຕິບັດແຜນງານໃນໂຄງ ການນີ້ ໃຫ້ປະກົດຜົນເປັນຈິງ ແລະ ສ້າງໃຫ້ມີຄວາມຍືນຍົງ ໃນຕໍ່ໜ້າ. ທ່ານ ຮອງລັດຖະມົນຕີ ສສກ ຍັງໄດ້ເນັ້ນອີກວ່າ: ຕໍ່ກັບໜ້າວຽກ ສໍາຄັນທີ່ຕ້ອງໄດ້ສືບຕໍ່ນັ້ນ ຂໍໃຫ້ຄະ ນະຮັບຜິດຊອບກະກຽມໂຄງການ ຮ່ວມກັບທີມຊ່ຽວຊານຂອງທະ ນາຄານໂລກ ພ້ອມກັນສ້າງແຜນ ດໍາເນີນການລະອຽດ, ໃຫ້ສໍາເລັດ ຕາມແຜນ ແລະ ໄດ້ຈັດຕັ້ງປະຕິບັດ ທັນຕາມກຳນົດເວລາທີ່ວາງໄວ້; ຫລັງຈາກກອງປະຊຸມນີ້ແລ້ວ ສະ ເໜີໃຫ້ຫ້ອງການພັດທະນາຊັບພະ ຍາກອນມະນຸດ ກົມແຜນການລາຍ ງານຜົນຂອງການຫາລືໃນຄັ້ງນີ້ ໃຫ້ຄະນະນໍາ 3 ພາກສ່ວນຮັບຊາບ ແລະ ສິ່ງສໍາຄັນສອງກະຊວງເຮົາ ຄວນປຶກສາຫາລື ກັບກະຊວງການ ເງິນ ໂດຍກົງກ່ອນຈະສົ່ງເອກະ ສານສະເໜີຂໍອານຸມັດຮັບເອົາໂຄງ ການ ໃນຂັ້ນຕໍ່ໄປ. ຂ່າວ: ສົງການ ພັນແພງດີ 31 ກໍລະກົດ 2025 ທີ່ນະຄອນ ຫລວງວຽງຈັນ ເພື່ອຂັບເຄື່ອນວຽກ ງານປົກປ້ອງເດັກ ແນໃສ່ປ້ອງກັນ ການໃຊ້ແຮງງາານເດັກ ທີ່ຢູ່ໃນຊຸມ ຊົນ ແລະ ຊົນເຜົ່າທີ່ດ້ອຍໂອກາດ, ພ້ອມທັງສົ່ງເສີມສິດທິຂອງເດັກ ໃນການໄດ້ຮັບການປົກປ້ອງ, ໄດ້ ຮັບການສຶກສາ ແລະ ການເຂົ້າເຖິງ ການຝຶກວິຊາຊີບ, ການປະກອບອາ ຊີບ ແລະ ການຈ້າງງານທີ່ເໝາະ ສົມກັບໄວໜຸ່ມ. ໂຄງການດັ່ງກ່າວ, ຈະປະກອບ ສ່ວນເຂົ້າໃນການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ(SDG) 10 ໂດຍການຫລຸດຜ່ອນຄວາມບໍ່ ສະເໝີພາບທາງດ້ານສັງຄົມ ແລະ ເສດຖະກິດ ເຊິ່ງຈະໄດ້ຮັບການປະ ຕິບັດໂດຍຜ່ານ 3 ທິດທາງສຳຄັນ ຄື: ການປົກປ້ອງ ແລະ ສ້າງຄວາມ ເຂັ້ມແຂງໃຫ້ແກ່ເດັກ ແລະ ໄວໜຸ່ມ ໃນຊຸມຊົນທີ່ດ້ອຍໂອກາດ; ປູກຈິດ ສຳນຶກພາຍໃນຄອບຄົວ ແລະ ຊຸມ ຊົນ; ສ້າງຄວາມເຂັ້ມແຂງໃຫ້ແກ່ ລັດຖະບານ, ພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນ ເພື່ອປ້ອງກັນການ ໃຊ້ແຮງງານເດັກ ໂດຍຜ່ານການປະ ສານງານທີ່ເຂັ້ມແຂງ ແລະ ຍືນຍົງ. ທ່ານ ນາງ ແກ້ວ ຈັນທະວິໄຊ ຮອງລັດຖະມົນຕີ ກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວວ່າ: ໂຄງການປົກປ້ອງ ເດັກ ເພື່ອປ້ອງກັນການໃຊ້ແຮງ ງານເດັກ ທີ່ແຂວງຫລວງພະບາງ ເປັນໂຄງການໜຶ່ງທີ່ໄດ້ຮັບທຶນສະ ໜັບສະໜູນ ຈາກສະຫະພາບເອີຣົບ; ສ້າງຂຶ້ນເພື່ອປົກປ້ອງສິດ ແລະ ຜົນ ປະໂຫຍດຂອງເດັກ ເຊິ່ງຍາມໃດ ລັ ດຖະບານລາວ ໄດ້ຖືເອົາວຽກງານ ປົກປ້ອງ ແລະ ຊ່ວຍເຫລືອເດັກເປັນ ສໍາຄັນ ແນໃສ່ປົກປ້ອງສິດ ແລະ ຜົນ ປະໂຫຍດອັນຊອບທໍາຂອງເຂົາ ເຈົ້າ ໂດຍສະແດງອອກໃນການເຂົ້າ ເປັນພາຄີ ສົນທິສັນຍາສາກົນ ຂອງ ອົງການສະຫະປະຊາຊາດ, ບັນດາ ຖະແຫລງການຕ່າງໆຂອງອາຊຽນ ທີ່ກ່ຽວຂ້ອງກັບການປົກປ້ອງ ແລະ ຊ່ວຍເຫລືອເດັກ, ພ້ອມທັງໄດ້ປະ ກາດໃຊ້ກົດໝາຍ ວ່າດ້ວຍການປົກ ປ້ອງສິດ ແລະ ຜົນປະໂຫຍດຂອງ ເດັກ (ສະບັບປັບປຸງ) ແລະ ນິຕິກຳ ພາຍໃຕ້ກົດໝາຍຫລາຍສະບັບ ແລະ ແຜນດຳເນີນງານແຫ່ງຊາດ ທີ່ສ້າງຄວາມເຂັ້ມແຂງໃຫ້ແກ່ດລະ ບົບປົກປ້ອງເດັກ. ຄຽງຄູ່ກັນນັ້ນ, ກໍໄດ້ປັບປຸງກົນໄກການປະສານ ງານ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວ ມີຄວາມຄ່ອງ ຕົວຂຶ້ນກວ່າເກົ່າ. ພ້ອມນີ້, ຍັງໄດ້ ເອົາໃຈໃສ່ຕິດຕາມຊຸກ ຍູ້, ກວດກາ ຕີລາຄາ, ປະເມີນຜົນການຈັດຕັ້ງປະ ຕິບັດເປັນປະຈໍາ. ຢ່າງໃດກໍຕາມ, ການນໍາໃຊ້ແຮງງານເດັກແລະ ເດັກ ທີ່ມີຄວາມສ່ຽງສູງ ໃນເຂດຊົນນະ ບົດ ຈະຕ້ອງໄດ້ຮັບການແກ້ໄຂຢ່າງ ຮີບດ່ວນ ແລະ ສາເຫດຕົ້ນຕໍ ແມ່ນ ເກີດມາຈາກຄວາມເຊື່ອຖືທາງ ດ້ານຮີດຄອງປະເພນີ ແລະ ຄວາມ ຮັບຮູ້ຍັງບໍ່ສູງ, ພື້ນຖານໂຄງລ່າງທີ່ ຈຳກັດ, ຜົນກະທົບຈາກການປ່ຽນ ແປງຂອງສະພາບດິນຟ້າອາກາດ, ໂອກາດໃນການເຂົ້າເຖິງການສຶກ ສາ ແລະ ວຽກເຮັດງານທໍາຍັງມີ ຂໍ້ຈຳກັດ. ທ່ານ ມາກ ກາລາເຮີ ເອກອັກ ຄະລັດຖະທູດສະຫະພາບ ເອີຣົບ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ສະ ຫະພາບເອີຣົບ ຮັກສານະໂຍບາຍ ບໍ່ຍອມຮັບການໃຊ້ແຮງງານເດັກ ໂດຍເດັດຂາດ ເຊິ່ງອັດຕາການໃຊ້ ແຮງງານເດັກທີ່ສູງໃນ ສປປ ລາວ ຍັງເປັນບັນຫາທີ່ໜ້າເປັນຫ່ວງ ເຊິ່ງ ໂຄງການດັ່ງກ່າວ, ຈະແກ້ໄຂຢ່າງ ຈິງຈັງ ໂດຍນັ້ນໃສ່ການປົກປ້ອງ ເດັກບໍ່ໃຫ້ຖືກທາລຸນທາງຮ່າງກາຍ, ຈິດໃຈ ແລະ ຖືກຂູດຮີດແຮງງານ. ສະຫະພາບເອີຣົບ ມີຄວາມພູມໃຈ ທີ່ຈະຢືນຄຽງຂ້າງກັບລັດຖະບານ ລາວ ແລະ ອົງການຊ່ວຍເຫລືອເດັກ ສາກົນ ປະຈຳ ສປປ ລາວ ດ້ວຍ ການເສີມສ້າງຄວາມເຂັ້ມແຂງໃຫ້ ແກ່ຊຸມຊົນ ແລະ ຂະຫຍາຍການເຂົ້າ ເຖິງການສຶກສາທີ່ມີຄຸນນະພາບ. ທ່ານ ລຸກ ເອບສ ຫົວໜ້າ ອົງ ການຊ່ວຍເຫລືອເດັກສາກົນ ປະຈຳ ສປປ ລາວ ໄດ້ເນັ້ນວ່າ: ເດັກນ້ອຍ ທີ່ບໍ່ໄດ້ຮັບສິດທິຂອງເຂົາເຈົ້າຢ່າງ ເຕັມທີ່ ໂດຍສະເພາະການໃຊ້ແຮງ ງານເດັກທີ່ບໍ່ຖືກຕ້ອງ ບໍ່ພຽງແຕ່ ເປັນບັນຫາດ້ານການພັດທະນາ ເທົ່ານັ້ນ ແຕ່ມັນຍັງເປັນການລະ ເມີດສິດທິເດັກໂດຍພື້ນຖານ. ພວກ ເຮົາພາກພູມໃຈຫລາຍ ທີ່ຈະໄດ້ ຮ່ວມມືກັບລັດຖະບານແຫ່ງ ສປປ ລາວ ໃນການປົກປ້ອງເດັກ ເພື່ອ ປ້ອງກັນການໃຊ້ການໃຊ້ແຮງງານ ເດັກ ເຊິ່ງເປັນວຽກບຸລິມະສິດແຫ່ງ ຊາດ. ຂ່າວ: ກິດຕາ; ພາບ: ຂັນໄຊ ສຳເລັດກອງປະຊຸມ...ັຸ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຮູບແບບໃໝ່. ທັງນີ້, ກໍເພື່ອຫລຸດ ຜ່ອນພາລະຄ່າໃຊ້ຈ່າຍທາງດ້ານ ສຸຂະພາບ ແລະ ເສດຖະກິດ ອັນ ເນື່ອງມາຈາກການສູບຢາ ແລະ ເພື່ອສຸຂະພາບທີ່ດີທຸກຖ້ວນໜ້າ ຂອງປະຊາຊົນລາວ. ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ ໄດ້ຖະແຫລງຂ່າວ ກ່ຽວ ກັບຂໍ້ຕົກລົງວ່າດ້ວຍການບັນຈຸ, ການຫຸ້ມຫໍ່, ການພິມຄໍາເຕືອນສຸຂະ ພາບ ແລະ ສະຫລາກ ຜະລິດຕະພັນ ຢາສູບ ຮູບແບບໃໝ່ ໃນວັນທີ 31 ກໍລະກົດ 2025 ນີ້ວ່າ: ການສູບ ຢາ ແລະ ການໄດ້ຮັບຄວັນຢາສູບ ເປັນສາເຫດຂອງການເຈັບປ່ວຍທີ່ ຮ້າຍແຮງ, ການພິການ ແລະ ກ້າວ ໄປເຖິງການເສຍຊີວິດກ່ອນໄວອັນ ຄວນ. ຕາມຂໍ້ມູນໃນໄລຍະຜ່ານ ມາ, ສາເຫດການເສຍຊີວິດ ຂອງ ພົນລະເມືອງຄົນລາວ ທີ່ຕິດພັນ ປະເທດ, ກະຈາຍລາຍຮັບສູ່ສັງຄົມ ຢ່າງກວ້າງຂວາງ, ສ້າງວຽກເຮັດ ງານທໍາໃນຫລາກຫລາຍອາຊີບ, ຫລາຍລະດັບ, ກະຕຸ້ນບັນດາຕ່ອງ ໂສ້ການບໍລິການທີ່ປິ່ນອ້ອມການ ທ່ອງທ່ຽວ ໃຫ້ມີການຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ ອັນໄດ້ເຮັດໃຫ້ ວຽກງານການທ່ອງທ່ຽວ ນັບມື້ ເຕີບໃຫຍ່ຂະຫຍາຍຕົວ ປະກອບ ສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ ລາວ. ສາເຫດສໍາຄັນ ທີ່ພາໃຫ້ຂະແໜງ ການທ່ອງທ່ຽວມີຜົນສໍາເລັດ ແລະ ເຕີບໃຫຍ່ຂະຫຍາຍຕົວນັ້ນ, ສ່ວນ ໜຶ່ງແມ່ນມາຈາກການສ້າງສະພາບ ແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ ການດໍາເນີນທຸລະກິດ ຂອງລັດຖະ ບານ ຊຶ່ງສະແດງອອກໃນການກຳ ນົດນະໂຍບາຍ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ທີ່ສອດຄ່ອງແທດ ເໝາະກັບສະພາບທ່າແຮງ ແລະ ຈຸດພິເສດຂອງປະເທດເຮົາ ຖືເອົາ ທ່າແຮງບົ່ມຊ້ອນ ທາງດ້ານທຳມະ ຊາດ, ວັດທະນະທຳ ແລະ ປະຫວັດ ສາດ ທີ່ມີຄວາມໂດດເດັ່ນ ແລະ ມີ ເອກະລັກສະເພາະ ເພື່ອພັດທະນາ ເປັນຜະລິດຕະພັນການທ່ອງທ່ຽວ ທີ່ມີຄຸນນະພາບ ມີຄວາມຫລາກ ຫລາຍ ຕິດພັນກັບການປົກປັກຮັກ ສາຄຸນຄ່າຂອງສິ່ງເຫລົ່ານັ້ນ ໃຫ້ໄດ້ ຮັບການພັດທະນາຕາມທິດສີຂຽວ ແລະ ຍືນຍົງ ສາມາດດຶງດູດນັກ ທ່ອງທ່ຽວ ທັງພາຍໃນ ແລະ ຕ່າງ ປະເທດຢ່າງກວ້າງຂວາງ. ປັດຈຸບັນ, ສປປ ລາວ ມີທຸລະກິດ ບໍລິການປະເພດຕ່າງໆເພີ່ມຂຶ້ນ. ໃນ ນັ້ນ, ມີສະຖານທີ່ພັກແຮມ ປະເພດ ຕ່າງໆ ທັງໝົດ 3.447 ແຫ່ງ, ສວນອາຫານ ແລະ ຮ້ານອາຫານ 2.960 ແຫ່ງ, ກິດຈະການບັນເທີງ 308 ແຫ່ງ, ບໍລິສັດນໍາທ່ຽວ 705 ແຫ່ງ, ແຫລ່ງທ່ອງທ່ຽວ 2.199 ແຫ່ງ. ໃນນັ້ນ, ພັດທະນາເປັນສະ ຖານທີ່ທ່ອງທ່ຽວ ແລ້ວ 953 ແຫ່ງ. ບັນດາຫົວໜ່ວຍທຸລະກິດດັ່ງກ່າວ, ໄດ້ເຄື່ອນໄຫວຢ່າງມີຊີວິດຊີວາ ມີ ການຈັດຕັ້ງທີ່ເຂັ້ມແຂງ, ມີສະມາ ຄົມທີ່ສາມາດເຕົ້າໂຮມກໍາລັງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພ້ອມກັນເຄື່ອນໄຫວພາຍໃຕ້ລະ ບຽບກົດໝາຍຂອງສປປລາວແລະ ສ້າງລາຍຮັບອັນມະຫາສານເຂົ້າ ໃນງົບປະມານແຫ່ງລັດ ແລະ ກະ ຈາຍໃນທົ່ວສັງຄົມ ຢ່າງກວ້າງ ຂວາງ. ພ້ອມນີ້, ຫົວໜ່ວຍທຸລະ ກິດ ໄດ້ຮັບການປະເມີນ ແລະ ຢັ້ງ ຢືນມາດຕະຖານອາຊຽນແລະມາດ ຕະຖານສາກົນ ທັງໝົດ 275 ລາງ ວັນ, ນອກນັ້ນ ສປປ ລາວ ຍັງໄດ້ ຮັບການໂຫວດຄັດເລືອກ ໃຫ້ເປັນ ຈຸດໝາຍປາຍທາງການທ່ອງທ່ຽວ ໃນອັນດັບຕົ້ນໆຂອງໂລກ ຕື່ມອີກ. ພາບ: ອ່າຍຄຳ ເປັນໝູ່ຄະນະ ແບ່ງວຽກໃຫ້ບຸກຄົນ ຮັບຜິດຊອບ ບົນພື້ນຖານຫລັກການ ລວມສູນປະຊາທິປະໄຕ, ເປັນເສ ນາທິການໃຫ້ຄະນະພັກຂັ້ນເທິງ ທາງດ້ານວຽກງານພະລາທິການເຕັກນິກ, ເອົາໃຈໃສ່ຝຶກຝົນຫລໍ່ ຫລອມຕົນເອງໃນທຸກດ້ານ, ປັບປຸງ ແບບແຜນວິທີເຮັດວຽກໃຫ້ສອດ ຄ່ອງ, ສືບຕໍ່ປັບປຸງກໍ່ສ້າງກົມກອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນ ທຸກດ້ານ, ພ້ອມກັນເຮັດສຳເລັດ ໜ້າທີ່ການເມືອງຂອງກອງທັບໃນ ໄລຍະໃໝ່ ໃຫ້ກ້າວຂຶ້ນໄປເລື້ອຍໆ. ຂ່າວ: ໂອລິນ ມິ່ງມີໄຊ ຜູ້ຜະລິດຢາສູບ...ູ້ິູ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ກັບຢາສູບມີເຖິງ 6.700 ຄົນຕໍ່ປີ ຫລື ສະເລ່ຍ ປະມານ 18 ຄົນຕໍ່ມື້ ກວມເອົາ 15% ຂອງການເສຍຊີ ວິດທັງໝົດໃນ ສປປ ລາວ. ການ ເສຍຊີວິດຍ້ອນສາເຫດດັ່ງກ່າວ, ສາມາດປ້ອງກັນໄດ້ ຖ້າມີການປະ ຕິບັດມາດຕະການ ຄວບຄຸມຢາສູບ ຢ່າງເຂັ້ມງວດ ເຊິ່ງໜຶ່ງໃນບັນດາ ມາດຕະການດັ່ງກ່າວ, ແມ່ນການສື່ ສານ ກ່ຽວກັບຜົນຮ້າຍທີ່ເກີດຈາກ ການສູບຢາ ແລະ ການໄດ້ຮັບຄວັນ ຢາສູບ ໃຫ້ສັງຄົມໄດ້ຮັບຮູ້ ຜ່ານຄໍາ ເຕືອນສຸຂະພາບ ທີ່ເປັນຮູບພາບ ຂະໜາດໃຫຍ່ຢູ່ຊອງ ແລະ ຕຸດຢາ ສູບ. ການພິມຄໍາເຕືອນນີ້ ແມ່ນໜ້າ ທີ່ຂອງຜູ້ຜະລິດຢາສູບ ທີ່ຕ້ອງໄດ້ ແຈ້ງເຕືອນໃຫ້ທຸກຄົນຮູ້ ແລະ ເຂົ້າ ໃຈວ່າ ການສູບຢາ ແລະ ການໄດ້ ຮັບຄວັນຢາສູບ ມີຄວາມສ່ຽງສູງ ທີ່ຈະເປັນພະຍາດ ແບບດຽວກັບ ຮູບພາບຄໍາເຕືອນຂອງຊອງ ແລະ ຕຸດຢາສູບ, ພ້ອມທັງສາມາດຊ່ວຍ ປ້ອງກັນການລິເລີ່ມສູບຢາ ໃນເດັກ ແລະ ເຍົາວະຊົນ, ຊຸກຍູ້ສົ່ງເສີມໃຫ້ ຄົນອອກຢາສູບໄດ້ແລະ ຍັງເປັນອີກ ວິທີໜຶ່ງ ທີ່ຈະຊ່ວຍໃນການຕິດຕາມ ກວດກາ ແລະ ສະກັດກັ້ນຢາສູບ ເຖື່ອນ ຄຽງຄູ່ກັບການຕິດສະແຕມ ພາສີ-ອາກອນ. ຜ່ານການຈັດຕັ້ງປະຕິບັດຂໍ້ຕົກ ລົງກົດໝາຍວ່າດ້ວຍ ການຄວບຄຸມ ຢາສູບ ທີ່ກຳນົດໃຫ້ການພິມຄໍາ ເຕືອນກ່ຽວກັບສຸຂະພາບ ທີ່ເປັນ ຮູບພາບມີຂະໜາດ 75% ທີ່ອອກ ໃນປີ 2016 ມີຈໍານວນ 6 ຮູບ, ແຕ່ ການປະຕິບັດຕົວຈິງ ບາງບໍລິສັດ ຢາສູບ ບໍ່ໄດ້ມີການພິມຮູບພາບ ແລະ ຄໍາເຕືອນ ຄົບຕາມຈຳ ນວນ ທີ່ກຳນົດໄວ້. ດັ່ງນັ້ນ, ເພື່ອໃຫ້ສອດ ຄ່ອງກັບກົດໝາຍ ວ່າດ້ວຍການ ຄວບຄຸມຢາສູບ (ສະບັບປັບປຸງ) ເລກທີ 09/ສພຊ ລົງວັນທີ 16 ພະ ຈິກ 2021, ກະຊວງສາທາລະນະ ສຸກ ຈຶ່ງໄດ້ອອກຂໍ້ຕົກລົງວ່າດ້ວຍ ການພິມຄໍາເຕືອນກ່ຽວກັບສຸຂະ ພາບ ແລະ ສະຫລາກຜະລິດຕະພັນ ຢາສູບ ສະບັບເລກທີ 1090/ສທ ລົງວັນທີ 13 ພຶດສະພາ 2024, ໃນຂໍ້ຕົກລົງສະບັບດັ່ງກ່າວ ແມ່ນ ໄດ້ກໍານົດ 10 ຮູບພາບຄໍາເຕືອນ ສຸຂະພາບ. ພ້ອມດ້ວຍ 10 ຄູ່ສະ ຫລາກຄໍາເຕືອນ ເຊິ່ງບໍລິສັດຜະລິດ ຢາສູບ ທັງພາຍໃນ ແລະ ນໍາເຂົ້າ ຈາກຕ່າງປະເທດ ຕ້ອງໄດ້ພິມໃສ່ ທຸກຊອງ ແລະ ຕຸດຢາສູບ ທີ່ຈໍາ ໜ່າຍ, ຊື້-ຂາຍ ທົ່ວ ສປປ ລາວ ລວມທັງໃນຮ້ານຄ້າປອດພາສີ. ພາຍຫລັງລົງຈົດໝາຍເຫດ ທາງລັດຖະການ, ຂໍ້ຕົກລົງມີຜົນ ສັກສິດໂດຍໃຫ້ເວລາແກ່ບໍລິສັດຢາ ສູບ 180 ວັນ ໃນການກະກຽມການ ພິມຄໍາເຕືອນແບບໃໝ່, ພ້ອມທັງ ຢຸດເຊົາການຜະລິດ ແລະ ສະສາງ ຊອງ ແລະ ຕຸດຢາສູບເກົ່າ ໂດຍ ກຳນົດເວລາການຈັດຕັ້ງປະຕິບັດ ແມ່ນວັນທີ 5 ທັນວາ 2024, ແຕ່ ບໍລິສັດຢາສູບ ກໍໄດ້ສະເໜີຂໍເລື່ອນ ເວລາການຈັດຕັ້ງປະຕິບັດອອກ ໄປຕື່ມ ຍ້ອນຊອງ ແລະ ຕຸດຢາສູບ ຮູບແບບເກົ່າ ຍັງມີຈໍານວນຫລວງ ຫລາຍຢູ່ໃນສາງ. ຕໍ່ກັບການສະເໜີ ຂອງບໍລິສັດ, ຄະນະສະເພາະກິດໃນ
RkJQdWJsaXNoZXIy MTc3MTYxMQ==