@ 0j k; c]t gsfdko j 01/08/2025 xtgmf]k; ໂທລະເລກ... ສານອວຍພອນ... ນາຍົກລັດຖະມົນຕີ...ົັົີ lkmk]tot]a f xt-kmy xtw8 xt-k-q o]k; \A opn oK ສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ ແລະ ປະຊາຊົນ ສະວິດ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສະມາ ພັນທະລັດ ສະວິດ ຄົບຮອບ 734 ປີ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ສະມາພັນທະລັດ ສະວິດ ຈະສືບຕໍ່ໄດ້ຮັບການ ເສີມຂະຫຍາຍ ແລະ ຮັດແໜ້ນຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ທັງໃນຂອບສອງ ຝ່າຍ ແລະ ຫລາຍຝ່າຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກ ເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການ ພັດທະນາແບບຍືນຍົງ ໃນພາກພື້ນ ແລະ ໃນໂລກ. ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໃຫ້ທ່ານຈົ່ງມີພະ ລານາໄມສົມບູນ, ມີຄວາມຜາສຸກ, ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດ ສູງສົ່ງຂອງ ທ່ານ ແລະ ປະຊາຊົນ ສະວິດ ເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວ ໜ້າ ແລະ ວັດທະນະຖາວອນຕະຫລອດໄປ. ໃນວັນດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງ ການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍ ໄດ້ສົ່ງສານອວຍພອນເຖິງ ທ່ານ ອິກນາຊີໂອ ກາດຊິດສ໌, ສະພາສະຫະພັນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະມາພັນທະລັດ ສະວິດເນື່ອງ ໃນໂອກາດວັນຊາດ ແຫ່ງ ສະມາພັນທະລັດ ສະວິດ ຄົບຮອບ 734 ປີ ເຊັ່ນດຽວກັນ. ໃນນາມປະຊາຊົນລາວ ທັງຊາດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ມີ ຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະ ເສີດມາຍັງສົມເດັດ,ລັດຖະບານແລະປະຊາຊົນມາຣົກເນື່ອງໃນໂອກາດສະ ເຫລີມສະຫລອງວັນຊາດ ແຫ່ງ ຣາຊະອານາຈັກ ມາຣົກ ຄົບຮອບ 26 ປີ. ຂ້າພະເຈົ້າ ມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດ ຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ມາຣົກ ມີການຂະຫຍາຍຕົວຢ່າງ ຕໍ່ເນື່ອງ ຕະຫລອດໄລຍະຫລາຍປີທີ່ຜ່ານມາ. ຂ້າພະເຈົ້າ ຫວັງວ່າສາຍພົວ ພັນມິດຕະພາບ ແລະ ການຮ່ວມມືທີ່ດີດັ່ງກ່າວ ຈະສືບຕໍ່ໄດ້ຮັບການເສີມ ຂະຫຍາຍ ໃນຂະແໜງການຕ່າງໆໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຂອງ ປະຊາຊົນສອງຊາດພວກເຮົາ. ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໃຫ້ ສົມເດັດ ຈົ່ງມີພະລານາໄມ ສົມບູນ, ມີຄວາມຜາສຸກ ແລະ ຂໍໃຫ້ປະຊາຊົນ ມາຣົກ ຈົ່ງສືບຕໍ່ມີຄວາມ ກ້າວໜ້າ ແລະ ວັດທະນະຖາວອນ. ແລະ ຜະລິດເປັນສິນຄ້າສົ່ງອອກ. ໃນນັ້ນ, ສໍາເລັດການປູກເຂົ້ານາປີ ແລ້ວ 100%ໃນເນື້ອທີ່3.358,20 ເຮັກຕາ, ປູກເຂົ້າໄຮ່ 320 ເຮັກຕາ, ປູກໝາກເດືອຍ 600 ເຮັກຕາ ແລະ ປູກມັນຕົ້ນ 1.500 ເຮັກຕາ. ສະ ເພາະວຽກງານໄພພິບັດ, ເມືອງ ຊຽງຮ່ອນ ເກີດມີໄພພິບັດນໍ້າຖ້ວມ 2 ຄັ້ງຄື: ຄັ້ງທີ 1 ໃນວັນທີ 16-17 ກໍລະກົດ 2025 ເກີດຝົນຕົກໜັກ ເຮັດໃຫ້ມີນໍ້າໄຫລຊຸ ແລະ ຖ້ວມ ເຮືອນ, ພື້ນຖານໂຄງລ່າງ ແລະ ພື້ນ ທີ່ທໍາການຜະລິດຂອງປະຊາຊົນ ພາຍໃນເມືອງຊຽງຮ່ອນ ທັງໝົດ 30 ບ້ານ, 1.877 ຄອບຄົວ, ມູນຄ່າ ເສຍຫາຍທັງໝົດ 17,7 ຕື້ກວ່າ ກີບ ແລະ ຄັ້ງທີ 2 ວັນທີ 22-23 ກໍລະກົດ 2025 ໄດ້ຮັບຜົນກະທົບ ຈາກພາຍຸວິພາ ເຮັດໃຫ້ທີ່ຢູ່ອາໄສ, ພື້ນຖານໂຄງລ່າງ ໄດ້ຮັບຜົນກະທົບ ທັງໝົດ 4,6 ຕື້ກວ່າກີບ. ໂອກາດດັ່ງກ່າວ, ທ່ານນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມຄະນະ ກໍໄດ້ລົງຕິດຕາມເບິ່ງ ເສັ້ນທາງຍຸດທະສາດ ທົ່ງກາບຫ້ວຍຕອງ, ຢ້ຽມຢາມ ແລະ ພົບປະ ປະຊາຊົນເຂດທົ່ງກາບ ເຊິ່ງເປັນ ເຂດທີ່ຈະສ້າງເປັນຕາແສງທົ່ງ ກາບ, ພ້ອມທັງໄດ້ມີຄໍາເຫັນໂອ້ລົມ ຕໍ່ພະນັກງານຂອງເມືອງ ແລະ ປະ ຊາຊົນ, ທັງໄດ້ມອບເຄື່ອງອຸປະ ໂພກ-ບໍລິໂພກ ແລະ ຄອມພິວເຕີຕັ້ງ ໂຕະ 1 ຊຸດ ເພື່ອນໍາໃຊ້ເຂົ້າໃນວຽກ ງານຢູ່ຫ້ອງການຕາແສງ ຕື່ມອີກ. ໃນໂອກາດດຽວກັນ, ທ່ານນາ ຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມຄະນະ ກໍໄດ້ລົງຢ້ຽມຢາມ ແລະ ຕິດຕາມ-ຊຸກຍູ້ບ້ານທີ່ຖືກຜົນ ກະທົບຈາກໄພນ້ຳຖ້ວມຢູ່ເມືອງ ໄຊຍະບູລີ ໂດຍໄດ້ລົງຕິດຕາມເບິ່ງ ຂົວອູ່ບ້ານນາຕໍໃຫຍ່ ທີ່ໄດ້ຮັບຜົນ ກະທົບຈາກໄພນ້ຳຖ້ວມ, ພ້ອມທັງ ພົບປະໂອ້ລົມປະຊາຊົນ. ຜ່ານການ ລົງເກັບກໍາຂໍ້ມູນຕົວຈິງ ຂອງຄະນະ ກໍາມະການຄຸ້ມຄອງໄພພິບັດຂັ້ນ ເມືອງ ຜົນເສຍຫາຍຈາກໄພພິບັດ ນໍ້າຖ້ວມ ມີທັງໝົດ 40 ບ້ານ, 1.820 ຄອບຄົວ, ປະເມີນມູນຄ່າ ເສຍຫາຍລວມ 32,4 ຕື້ກວ່າກີບ. ໃນໂອກາດດັ່ງກ່າວ, ທ່ານນາຍົກ ລັດຖະມົນຕີ ຍັງໄດ້ມອບເງິນຊຸກຍູ້ ໃຫ້ອົງການປົກຄອງບ້ານນາຕໍໃຫຍ່ ຈໍານວນ 10 ລ້ານກວ່າກີບ. ຂ່າວ: ແຂວງໄຊຍະບູລີ ປະກາດສ້າງຕັ້ງ...້ັ້ ນາຍົກລັດຖະມົນຕີ ແລະ ອົງການ ກາແດງແຫ່ງຊາດລາວ ເຂົ້າຮ່ວມ. ການປະກາດສ້າງຕັ້ງອົງຄະນະ ພັກດັ່ງກ່າວ, ແມ່ນປະຕິບັດຕາມ ທັດສະນະຂອງພັກປະຊາຊົນປະຕິ ວັດລາວ ໃນການກໍ່ສ້າງກຳລັງແຮງ ແລະ ຄວາມສາມາດຍູ້ແຮງການ ປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫລັກການຂອງພັກ ເຂົ້າສູ່ລວງເລິກ, ກົງຈັກການຈັດ ຕັ້ງຂອງລະບອບການເມືອງປະຊາ ທິປະໄຕປະຊາຊົນ ຕ້ອງໄດ້ຮັບການ ປັບປຸງ, ບູລະນະຢ່າງຕໍ່ເນື່ອງ ຕາມ ທິດ “ກົງຈັກມີຄວາມກະທັດຮັດ, ມີ ຄວາມເຂັ້ມແຂງ, ບຸກຄະລາກອນມີ ຄຸນນະພາບ” ເຮັດໃຫ້ການນໍາພາຊີ້ນໍາ, ການບໍລິຫານຄຸ້ມຄອງຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງ, ສາມາດ ເສີມຂະຫຍາຍ ແລະ ດໍາລົງບົດບາດ ໃນການຫັນແນວທາງປ່ຽນແປງ ໃໝ່ຂອງພັກ ມາເປັນນະໂຍບາຍ, ເປັນແຜນພັດທະນາ, ເປັນກົດໝາຍ ເພື່ອອຳນວຍຄວາມສະດວກ ໃຫ້ ແກ່ການຄວບຄຸມການບໍລິຫານ, ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດສັງຄົມ. ດັ່ງນັ້ນ, ເພືຶ່ອຕອບສະໜອງ ທັດສະນະດັ່ງກ່າວຂອງພັກ ແລະ ສອດຄ່ອງກັບໜ້າທີ່ການເມືອງໃນ ໄລຍະໃໝ່ ຂອງອົງການກາແດງ ແຫ່ງຊາດລາວ, ຄະນະເລຂາທິການ ສູນກາງພັກ ຈຶ່ງໄດ້ຕົກລົງຍົກຖາ ນະຄະນະພັກຮາກຖານອົງການກາ ແດງແຫ່ງຊາດລາວ ທີ່ຂຶ້ນກັບອົງ ຄະນະພັກຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ສ້າງຕັ້ງເປັນ ເປັນອົງຄະນະພັກອົງການກາແດງ ແຫ່ງຊາດລາວ, ມີຖານະເທົ່າກັບ ຄະນະພັກກະຊວງ-ອົງການ ຂຶ້ນກັບ ຄະນະເລຂາທິການສູນກາງພັກ ຕາມມະຕິຕົກລົງຂອງຄະນະເລຂາ ທິການສູນກາງພັກ ສະບັບເລກທີ 629/ຄລສພ, ລົງວັນທີ11ກໍລະກົດ 2025 ແລະ ບົ່ງຕົວແຕ່ງຕັ້ງຄະນະ ບໍລິຫານງານພັກ ອົງການກາແດງ ແຫ່ງຊາດລາວ ຕາມມະຕິຕົກລົງ ຂອງຄະນະເລຂາທິການສູນກາງ ພັກ ສະບັບເລກທີ 651/ຄລສພ, ລົງວັນທີ 21 ກໍລະກົດ 2025 ຊຶ່ງ ຄະນະບໍລິຫານງານພັກ ອົງການ ກາແດງແຫ່ງຊາດລາວ ປະກອບ ມີ: ສະຫາຍ ຄຳລາວັນ ຈັນທະລາ ວັນ ເປັນເລຂາຄະນະບໍລິຫານງານ ພັກ; ສະຫາຍ ຈັນທະລາ ສຸກສາ ຄອນ ເປັນຮອງເລຂາຄະນະບໍລິ ຫານງານພັກ; ສະຫາຍ ຮອງຈັນ ຈັນທະວົງ ເປັນຄະນະບໍລິຫານງານ ພັກ; ສະຫາຍ ເຂັມເພັດ ສີວໍຣະວົງສ໌ ເປັນຄະນະບໍລິຫານງານພັກ ແລະ ສະຫາຍ ນາງ ໄອ່ຄຳ ສໍອິນໄຊ ເປັນ ຄະນະບໍລິຫານງານພັກ. ໃນໂອກາດນີ້, ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍໄດ້ໃຫ້ກຽດໂອ້ລົມ ໂດຍໄດ້ເນັ້ນໃຫ້ຄະນະພັກ-ຄະນະ ນໍາ, ສະມາຊິກພັກ-ພະນັກງານລັດ ຖະກອນອົງການກາແດງແຫ່ງຊາດ ລາວ ເອົາໃຈໃສ່ບາງດ້ານ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ຕໍ່ວຽກງານການ ເມືອງ-ນໍາພາແນວຄິດ ຂອງສະມາ ຊິກພັກ-ພະນັກງານ ໃຫ້ມີຄວາມ ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ມີຄວາມເປັນເອກະພາບສູງ ຕໍ່ການ ປັບປຸງກົງຈັກການຈັດຕັ້ງພັກໃນ ຄັ້ງນີ້; ເອົາໃຈໃສ່ປຶກສາຫາລື, ແບ່ງ ງານ, ແບ່ງຄວາມຮັບຜີດຊອບໃຫ້ ບັນດາສະຫາຍ ໃນຄະນະບໍລິຫານ ງານພັກ ໃຫ້ລະອຽດຈະແຈ້ງ; ສືບ ຕໍ່ຊີ້ນໍາການປັບປຸງກົງຈັກການຈັດ ຕັ້ງຕາມທິດທີ່ກຳນົດໄວ້; ບັນດາໜ້າ ວຽກ, ກຸ່ມວຽກຕ້ອງໄດ້ຮັບການ ສັບຊ້ອນເຂົ້າກັນໃຫ້ເປັນລະບົບ ແລະ ສາມາດເຄື່ອນໄຫວວຽກງານ ມີຄວາມຕໍ່ເນື່ອງ; ຕ້ອງສ້າງໃຫ້ ກົງຈັກ ທີ່ມີຄວາມບໍລິສຸດຜຸດຜ່ອງ, ປະຕິບັດໜ້າທີ່ ທີ່ຖືກມອບໝາຍ ແລະ ບໍລິການຮັບໃຊ້ປະຊາຊົນ ຢ່າງ ແທ້ຈິງ; ໃຫ້ພ້ອມກັນຮີບຮ້ອນກະ ກຽມແລະ ດຳເນີນກອງປະຊຸມໃຫຍ່ ອົງຄະນະພັກຂອງຕົນ ໃຫ້ທັນ ແລະ ສຳເລັດຕາມກຳນົດເວລາ ໂດຍສະ ເພາະການກະກຽມເນື້ອໃນ, ການ ສ້າງຂະບວນການດ້ານຕ່າງໆ, ການ ດຳເນີນຊີວິດການເມືອງ, ການກະ ກຽມບຸກຄະລາກອນ ຮັບສະໝັກ ເຂົ້າໃນຄະນະບໍລິຫານງານພັກ, ການກະກຽມຜູ້ແທນ ເຂົ້າຮ່ວມກອງ ປະຊຸມ, ລວມທັງການກະກຽມຜູ້ ແທນອົງຄະນະພັກ ເພື່ອເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີXII ຂອງພັກ ຊຶ່ງດ້ານບຸກຄະລາກອນ ຕ້ອງຮັບ ປະກັນຕາມມາດຕະຖານແລະ ເງື່ອນ ໄຂທີ່ກໍານົດໄວ້. ພາບ: ເກດສະໜາ ເປີດນຳໃຊ້...ີ້ ລັດຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ກໍາມະການກົມການເມືອງສູນກາງ ພັກກອມມູນິດຫວຽດນາມ, ລັດ ຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ ສສ ຫວຽດນາມ, ມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ ສານ, ມີບັນດາຮອງລັດຖະມົນຕີ, ການນໍາຂັ້ນສູງ ກະຊວງປ້ອງກັນ ຄວາມສະຫງົບ ລາວ ແລະ ຫວຽດ ນາມ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ພົນເອກ ວິໄລ ຫລ້າຄໍາ ຟອງ ໄດ້ມີຄໍາເຫັນວ່າ: ພິທີເປີດ ນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະ ຈຳຕົວພົນລະເມືອງດີຈິຕອນ ຢ່າງ ເປັນທາງການ ຄັ້ງນີ້ ສຸດທີ່ມີຄວາມ ໝາຍສໍາຄັນເປັນຢ່າງຍິ່ງ, ພວກ ເຮົາຈະໄດ້ນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມືອງດີຈິ ຕອນ ຢ່າງເປັນເອກະພາບ ແຕ່ສູນ ກາງຮອດທ້ອງຖິ່ນ, ເປັນການຈັດ ຕັ້ງຜັນຂະຫຍາຍໂຄງການມີໝາກ ມີຜົນຕາມຈິດໃຈຊີ້ນໍາທີ່ປະທານ ປະເທດ ແຫ່ງ ສປປ ລາວ ແລະ ປະທານປະເທດ ແຫ່ງ ສສ ຫວຽດ ນາມ ໄດ້ພ້ອມກັນກົດປຸ່ມດຳເນີນ ໂຄງການນີ້ ຢ່າງເປັນທາງການ ໃນ ວັນທີ 11 ກໍລະກົດ 2024 ໃຫ້ເຂົ້າ ສູ່ວຽກງານຕົວຈິງ. ການນໍາໃຊ້ລະ ບົບຄຸ້ມຄອງ ແລະ ບັດປະຈຳຕົວ ດີຈິຕອນ ແມ່ນຖືກກັບກາລະໂອ ກາດແລະ ເປັນຄວາມມຸ່ງຫວັງຂອງ ລັດຖະບານລາວ ທີ່ຢູ່ໃນໄລຍະປະຕິ ບັດແນວທາງລັດຖະບານດີຈິຕອນ, ເສດຖະກິດດີຈິຕອນ ແລະ ສັງຄົມ ດີຈິຕອນ ເຂົ້າສູ່ວຽກງານຕົວຈິງ ເພື່ອຂ້າມຜ່ານຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບ ແລະ ສິ່ງກີດ ຂວາງຕໍ່ການພັດທະນາເສດຖະກິດສັງຄົມຢູ່ສປປລາວ, ໂຄງການສ້າງ ຖານຂໍ້ມູນພົນລະເມືອງ ແລະ ບັດປະ ຈຳຕົວນີ້ ແມ່ນໄດ້ຮັບທຶນຊ່ວຍ ເຫລືອຈາກລັດຖະບານຫວຽດນາມ ກໍຄື ກະຊວງປ້ອງກັນຄວາມສະ ຫງົບ ແຫ່ງ ສສ ຫວຽດນາມ ເຊິ່ງ ເປັນໂຄງການທີ່ສໍາຄັນ ເພື່ອຊ່ວຍ ລັດຖະບານລາວ ກໍຄື ກະຊວງປ້ອງ ກັນຄວາມສະຫງົບລາວ ໃນການ ຫັນເປັນດີຈິຕອນ ແລະ ຈະນໍາເອົາ ຜົນປະໂຫຍດສໍາຄັນມາສູ່ປະເທດ ຂອງພວກເຮົາ. ພ້ອມນີ້, ທ່ານຍັງ ໄດ້ຕາງໜ້າໃຫ້ສູນກາງພັກ, ລັດຖະ ບານ, ຄະນະນໍາກະຊວງປ້ອງກັນ ຄວາມສະຫງົບ ແຫ່ງ ສປປ ລາວ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກະ ຊວງປ້ອງກັນຄວາມສະຫງົບຫວຽດ ນາມ ທີ່ໄດ້ໃຫ້ການຊ່ວຍເຫລືອ, ສະ ໜັບສະໜູນ ແລະ ຮ່ວມມືຢ່າງໝົດ ຈິດໝົດໃຈ ເຮັດໃຫ້ກະຊວງປ້ອງ ກັນຄວາມສະຫງົບລາວ ນໍາເອົາ ແນວທາງລັດຖະບານດີຈິຕອນ, ເສດຖະກິດ ດີຈິຕອນ ແລະ ສັງຄົມ ດີຈິຕອນ ມາພັດທະນາ ແລະ ມີຜົນ ສຳເລັດເປັນກ້າວໆມາ. ທ່ານ ພົນໂທ ຄໍາກິ່ງ ຜຸຍຫລ້າ ມະນີວົງ ຮອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ໄດ້ໃຫ້ຮູ້ ວ່າ: ການສ້າງລະບົບຖານຂໍ້ມູນພົນ ລະເມືອງ ໂດຍສະເພາະແມ່ນລະບົບ ຄຸ້ມຄອງ ແລະ ບັດປະຈຳຕົວພົນລະ ເມືອງດີຈິຕອນ ແມ່ນອົງປະກອບ ໜຶ່ງທີ່ສໍາຄັນ ແລະ ຈຳເປັນຕໍ່ວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ແລະ ການພັດທະນາເສດ ຖະກິດ-ສັງຄົມ ຂອງປະເທດເຮົາ. ດ້ວຍເຫດນັ້ນ, ກະຊວງປ້ອງກັນ ຄວາມສະຫງົບ ເວລາໃດກໍພະຍາ ຍາມຢ່າງຕັ້ງໜ້າ ເພື່ອສ້າງເງື່ອນໄຂ ອໍານວຍຄວາມສະດວກ ໃຫ້ແກ່ ການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວ ສານ ເຂົ້າໃນການພັດທະນາວຽກ ງານໃນຂະແໜງການຂອງຕົນ, ກະຊວງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ສຸດທີ່ດີໃຈ ທີ່ໄດ້ ຮັບການຊ່ວຍເຫລືອ ເພື່ອສ້າງຖານ ຂໍ້ມູນພົນລະເມືອງ ແລະ ບັດປະຈຳ ຕົວພົນລະເມືອງ ຈາກພັກ-ລັດຖະ ບານ ສສ ຫວຽດນາມ ເຊິ່ງໄດ້ເລີ່ມ ຈັດຕັ້ງປະຕິບັດ. ຜົນສໍາເລັດຂອງ ໂຄງການນີ້, ຈະສ້າງປະຫວັດສາດ ໜ້າໃໝ່ ປະກອບສ່ວນເພີ່ມພູນຄູນ ສ້າງສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ສອງກໍາລັງປ້ອງກັນຄວາມສະ ຫງົບ ລາວ-ຫວຽດນາມ ໃຫ້ນັບມື້ ແຕກດອກອອກຜົນຍິ່ງໆຂຶ້ນ, ທັງ ເປັນການປະກອບສ່ວນທີ່ສໍາຄັນ ໃຫ້ແກ່ການສະກັດກັ້ນ ແລະ ຕ້ານ ອາຊາຍາກໍາ ລວມທັງການຮັກສາ ຄວາມສະຫງົບ ແລະ ຄວາມເປັນ ລະບຽບຮຽບຮ້ອຍຂອງປະເທດ ພວກເຮົາໃຫ້ນັບມື້ດີຂຶ້ນເລື້ອຍໆ. ໃນໂອກາດດຽວກັນ, ທ່ານ ພົນ ເອກວິໄລຫລ້າຄໍາຟອງຍັງໄດ້ມອບ ຫລຽນກາ ແລະ ໃບຍ້ອງຍໍ ກະຊວງ ປ້ອງກັນຄວາມສະຫງົບ ໃຫ້ບັນ ດາກົມກອງລວມໝູ່ ແລະ ກອງບັນ ຊາການ ປກສ ແຂວງ, ປກສ ເມືອງ ທີ່ມີຜົນງານດີເດັ່ນ ປະກອບສ່ວນ ເຂົ້າໃນວຽກງານການຈັດຕັ້ງປະຕິ ບັດໂຄງການສ້າງຖານຂໍ້ມູນພົນລະ ເມືອງ ແລະ ບັດປະຈໍາຕົວ. ພ້ອມນີ້, ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ຍັງໄດ້ມອບລົດ ໃຫຍ່ 3 ຄັນ ແລະ ລົດຈັກ 244 ຄັນ ໃຫ້ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນວຽກ ງານປ້ອງກັນຄວາມສະຫງົບ ຕາງ ໜ້າມອບໂດຍຂອງ ທ່ານ ພົນເອກ ເລືອງ ຕາມກວາງ ແລະ ຮັບໂດຍ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ມີບັນດາຮອງລັດຖະມົນຕີ, ການ ນໍາຂັ້ນສູງ ກະຊວງປ້ອງກັນຄວາມ ສະຫງົບ ສປປ ລາວ ແລະ ສສ ຫວຽດນາມ ເຂົ້າຮ່ວມ. ພ້ອມກັນນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ພ້ອມດ້ວຍການ ນໍາຂັ້ນສູງ ກະຊວງປ້ອງກັນຄວາມ ສະຫງົບ ສປປ ລາວ ແລະ ສສ ຫວຽດນາມ ພ້ອມດ້ວຍແຂກຖືກ ເຊີນ ໄດ້ຢ້ຽມຊົມການວາງສະແດງ ຄວາມສາມາດຂອງບັດປະຈໍາຕົວ ຝັງຊິບ, ຊົມ ແລະ ຮັບຟັງການນໍາ ໃຊ້ແຜນທີ່ດີຈິຕອນ, ຄວາມສາມາດ ການນໍາໃຊ້ແຜນທີ່ດີຈິຕອນ ແລະ ວິທີການ, ຂັ້ນຕອນ ຂອງການນໍາ ໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາ ຕົວພົນລະເມືອງດີຈິຕອນ ຕື່ມອີກ. ພາບ: ອ່າຍຄຳ
RkJQdWJsaXNoZXIy MTc3MTYxMQ==