31/07/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາີ ,kg-[A 'w2 1j k]n ,c;j Ih koxY 'xk lQ ,za d-h Poxh k[q ;lts;a o * ເມື່ອເອີ່ຍ ເຖິງບ້ານຂົວເ ຊ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ ຫລາຍຄົນ ກໍຕ້ອງຄິດເຖິງອາຫານ ທີ່ຂຶ້ນຊື່ລືນາມປະຈຳທ້ອງຖິ່ນນັ້ນ, ໃຜໄດ້ກາຍໄປກາຍມາກໍ່ບໍ່ພາດ ທີ່ຕ້ອງໄດ້ແວ່ກິນປີ້ງປາ, ສົ້ມຜັກ ຊ້ຽນ ແລະ ແຈ່ວນໍ້າຜັກ ຢູ່ຮ້ານແມ່ ບົວສະຫວັນ ບອກໄດ້ເລີຍວ່າແຊບ ຫລາຍ ເນື່ອງຈາກວ່າປາທີ່ເພີ່ນ ນໍາມາປີ້ງນັ້ນ ແມ່ນປາທຳມະຊາດ ຈາກນ້ຳເຊ ສົດໆໃໝ່ໆໃນທຸກມື້ ຈຶ່ງໄດ້ລົດຊາດທີ່ຫວານແຊບຊ້ອຍ ແບບວ່າກິນເຂົ້າໝົດແອບ ແບບບໍ່ ຮູ້ເມື່ອພຸ້ນລະ! ອັນທີ່ເວົ້າມານີ້ ກໍ່ບໍ່ ເວົ້າເຖິງໃຜແຕ່ເວົ້າເຖິງຜູ້ຂຽນເອງ ແລະ ຄະນະນັກຂ່າວຈາກສູນກາງ ບໍ່ວ່າຈະເປັນ ໜັງສືພິມ,ໂທລະພາບ ແລະ ວິທະຍຸ ທີ່ໄດ້ມີໂອກາດລົງໄປ ເຄື່ອນໄຫວເຮັດວຽກຮ່ວມກັບພະ ແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄຳມ່ວນ ໃນການຕິດຕາມ ເອົາຂ່າວກ່ຽວກັບການປູກຝັງລ້ຽງສັດໃນສອງເມືອງ ຄື ເມືອງ ເຊບັ້ງໄຟ ແລະ ເມືອງໜອງບົກ. ສະນັ້ນ, ຈຶ່ງໄດ້ມີໂອກາດມາແວ່ ຊີມປີ້ງປາ, ສົ້ມຜັກຊ້ຽນ ກັບແຈ່ວ ນໍ້າຜັກ ຈັ່ງແມ່ນແຊບສົມເພີ່ນວ່າ ອີຫລີບໍ່ວ່າຈະເປັນປີ້ງປາ, ປີ້ງອົ່ວ ກົບ,ສົ້ມຜັກຊ້ຽນ, ແຈ່ວນໍ້າຜັກກັບ ບາງສ່ວນກໍ່ຮັບຊື້ຈາກປະຊາຊົນ, ບາງສ່ວນເຮັດເອງ ໂດຍຂັ້ນຕອນ ເຂົ້າໜຽວຮ້ອນໆອ່ອນໆຈັງແມ່ນ ເຂົ້າກັນອໍ່າລໍ່າກິນຄໍາໃດກໍ່ບໍ່ຮູ້ຢາກ ເຊົານີ້ແລະ ເພິ່ນວ່າອາຫານພື້ນ ບ້ານຂອງລາວກິນຍາມໃດແຊບ ຍາມນັ້ນ. ນາງ ບົວສະຫວັນ ສິມມະນີ ເຈົ້າຂອງຮ້ານປີ້ງປາ ໄດ້ເວົ້າສູ່ຟັງ ວ່າ: ຖ້າເວົ້າເຖິງເມືອງເຊບັ້ງໄຟ ຫລາຍໆຄົນກໍອາດຈະຄິດເຖິງ ປີ້ງປາ, ແຈ່ວນໍ້າຜັກ, ສົ້ມຜັກ ຊ້ຽນ ເນື່ອງຈາກວ່າເປັນອາຫານ ເອກະລັກທີ່ສ້າງພາບຈື່ໃຫ້ຫລາຍ ຄົນຄິດ ເ ຫັນ ເ ມືອງ ເ ຊບັ້ງ ໄ ຟ . ສະນັ້ນ, ຕົນເອງພາຍ ຫລັງຍົກ ຍ້າຍຈາກບ້ານໜອງບອນ ມາຢູ່ ບ້ານຂົວເຊ ກໍຄິດຢາກຈະເຮັດອາ ຊີບໃດໜຶ່ງທີ່ສາມາດສ້າງລາຍຮັບ ເຂົ້າຄອບຄົວໄດ້ຈຶ່ງຕັດສິນໃຈ ເຮັດ ອາຊີບຂາຍອາຫານປະເພດປີ້ງປາ, ກ້ອຍປາ ຍ້ອນມີເນື້ອທີ່ເໝາະສົມ ແດ່ຄືມີດິນໜ້າທາງ ເຊິ່ງຮ້ານປີ້ງ ປາໄດ້ເປີດມາແຕ່ປີ 1980 ເປັນ ຕົ້ນມາເຫັນວ່າໄດ້ຮັບຜົນຕອບຮັບ ດີຫລາຍລູກຄ້າທັງພາຍໃນແຂວງ ແລະ ຕ່າງແຂວງ ກໍ່ແວ່ວຽນມາ ບໍ່ຂາດສາຍຫລາຍຄົນຈົນກາຍ ມາເປັນຂາປະຈໍາຖ້າໄດ້ກາຍມາ ທາງເຊບັ້ງໄຟກໍ່ບໍ່ພາດຈະຕ້ອງມາ ແວ່ກິນຢູ່ທີ່ນີ້ ໂດຍອາຫານຫລັກ ກໍ່ຈະແມ່ນປະເພດປີ້ງກົບ, ປີ້ງປາ ໂຈກ, ປານາງ ແລະ ປາກົດ. ນອກ ນີ້, ກໍຍັງມີກ້ອຍປາ, ແກງປາ, ປະ ເພດຕໍາ ແລະ ທີ່ຂາດບໍ່ໄດ້ແມ່ນສົ້ມ ຜັກຊ້ຽນ. ສໍາລັບຈຸດດຶງດູດຂອງ ຮ້ານກໍ່ຕ້ອງແມ່ນອາຫານທີ່ສົດໃໝ່ ໃນແຕ່ລະມື້, ຄວາມສະອາດ, ການ ບໍລິການທີ່ດີກໍເປັນສິ່ງທີ່ສໍາຄັນທີ່ ເຮັດໃຫ້ລູກຄ້າປະທັບໃຈ, ອີກຢ່າງ ໜຶ່ງເລື່ອງອາຫານຖ້າປະເພດປີ້ງ ກໍ ຈະປີ້ງປາໃໝ່ໆກິນຮ້ອນໆເລີຍ ມັນ ຈຶ່ງແຊບ, ຊີ້ນຈະຫວານ ບວກກິນ ກັບເຂົ້າໜຽວຮ້ອນໆ, ແຈ່ວນໍ້າຜັກ ແມ່ນເຂົ້າກັນຫລາຍ ໂດຍນໍ້າຜັກ ການເຮັດນໍ້າຜັກໃຫ້ແຊບນັ້ນ, ທໍາ ອິດຕ້ອງນໍາເອົາຜັກກາດຂິວທີ່ຕົ້ນ ແກ່ໆມາຕາກແດດແລ້ວບົ່ມນໍ້າ ກ່ອນຈະນໍາມາຝັກ ແລະ ຕໍາໃຫ້ ລະອຽດປຸງດ້ວຍເກືອ, ແປ້ງນົວ ກ່ອນຈະມາຕົ້ມຂ້ຽວ ໂດຍໃຊ້ໄຟ ອ່ອນຈົນນ້ຳແຫ້ງແລ້ວຈຶ່ງກິນໄດ້. ສໍາລັບລາຄາອາຫານແມ່ນຈະປັບ ຂຶ້ນຕາມແຕ່ລະໄລຍະບໍ່ຄືກັນເຊິ່ງ ໄລຍະນີ້ປາຫລາຍແມ່ນລາຄາປີ້ງ ລະ100.000 ກີບ, ສົ້ມຜັກແມ່ນ 25.000-30.000 ກີບ. ນາງ ບົວສະຫວັນ ເວົ້າເສີມ ອີກວ່າ: ກ່ອນທີ່ຮ້ານປີ້ງປາຂອງ ຂ້າພະເຈົ້າຈະມາເຖິງຈຸດນີ້ໄດ້ ທັງ ໝົດລ້ວນມາຈາກຄວາມດຸໝັ່ນ ຂະຫຍັນພຽນ, ຄວາມມານະອົດ ທົນ ຈຶ່ງສາມາດຜ່ານຜ່າຂໍ້ຫຍຸ້ງ ຍາກຕ່າງໆນາໆມາຈົນປະສົບຜົນ ສຳເລັດມາເຖິງທຸກມື້ນີ້ ແລະ ທີ່ ສຳຄັນແມ່ນຄວາມພ້ອມພຽງຮຽງ ໜ້າຂອງສະມາຊິກໃນຄອບຄົວ ຊ່ວຍເຫລືອກັນຄົນໄມ້ລະມືຈຶ່ງເຮັດ ໃຫ້ທຸລະກິດຂະຫຍາຍໂຕ, ມີລູກຄ້າ ຫລັ່ງໄຫລເຂົ້າມາໃຊ້ບໍລິການ ຫລາຍຂຶ້ນ, ນັບແຕ່ປະກອບການ ທຸລະກິດດ້ານນີ້ມາເຮັດໃຫ້ຊີວິດ ການເປັນຢູ່ນັບມື້ດີຂຶ້ນເລື້ອຍໆ, ມີ ອາຊີບທີ່ໝັ້ນຄົງສາມາດສ້າງລາຍ ຮັບໄດ້ຫລາຍລ້ານກີບຕໍ່ເດືອນ, ມີ ເງິນທຶນໝູນວຽນ, ມີເງິນເກັບເງິນ ທ້ອນຈຳນວນໜຶ່ງ. ພ້ອມດຽວກັນ, ກໍ່ເປັນການສ້າງເອກະລັກເຮັດ ໃຫ້ຄົນຮູ້ຈັກເມືອງເຊບັ້ງໄຟຜ່ານ ອາຫານຫລາຍຂຶ້ນກວ່າເກົ່າ ແລະ ທີ່ສຳຄັນຍັງເປັນການສົ່ງເສີມພໍ່ແມ່ ປະຊາຊົນໃນເຂດດັ່ງກ່າວ ມີລາຍ ຮັບຈາກການເອົາປາມາຈຳໜ່າຍ ໃຫ້ຮ້ານຂອງພວກເຮົາ. ເອົາເປັນວ່າ, ຖ້າຫາກທ່ານໃດ ໄດ້ກາຍໄປກາຍມາທາງເມືອງເຊ ບັ້ງໄຟ ຢາກໃຫ້ມາກິນປີ້ງປາ,ແຈ່ວ ນໍ້າຜັກ, ສົ້ມຜັກຊ້ຽນແຊບ ຮັບຮອງ ວ່າ ບໍ່ຜິດຫວັງແນ່ນອນ, ແຕ່ຫາກ ທ່ານໃດມີເວລາຈໍາກັດແຕ່ຢາກໄດ້ ປີ້ງປາແຊບໆ ກໍ່ສາມາດສັ່ງຊື້ໄດ້ທີ່ ເບີ 020 55750418.
RkJQdWJsaXNoZXIy MTc3MTYxMQ==