-5 dp6h 7;k,I6h dj P;da [ly fmy fh komju fy o.o-5 ,-q omh v'4yj ofh vp3vdkf ການປ່ຽນແປງດັ່ງກ່າວນີ້ ບໍ່ໄດ້ ເກີດຂຶ້ນໃນຊົ່ວຂ້າມຄືນ ແຕ່ແມ່ນ ຜົນຂອງຄວາມພະຍາຍາມຫລາຍ ປີພາຍໃຕ້ໂຄງການ PIASVC ສະ ໜັບສະໜູນໂດຍປະເທດສະວິດເຊີ ແລນ, ຈັດຕັ້ງປະຕິບັດໂດຍອົງການ Helvetas ແລະ ດໍາເນີນການຕໍ່ ໃນຂັ້ນຊຸມຊົນຜ່ານສະມາຄົມ ເພື່ອ ພັດທະນາແມ່ຍິງ ແລະ ການສຶກສາ ກົດໝາຍ (ADWLE) ເຊິ່ງເປັນ ໜຶ່ງໃນສິບເອັດອົງການຈັດຕັ້ງທາງ ສັງຄົມໃນທົ່ວປະເທດທີ່ດໍາເນີນການ ພາຍໃຕ້ໂຄງການນີ້. ໂຄງການ PIASVC ໄດ້ຖືກ ອອກແບບມາເພື່ອຊ່ວຍປະຊາຊົນ 30.000 ຄົນໃນ 8 ແຂວງ, ເຊິ່ງຖ້າ ນັບສະເພາະເມືອງປາກກະດິງ ແມ່ນ ໄດ້ຕັ້ງເປົ້າວ່າ ຈະເຂົ້າຫາປະຊາຊົນ 6.000 ຄົນ ໃນ 12 ບ້ານ ໂດຍມີ ຄາດໝາຍວ່າ 4.100 ຄົນ ຈະຮັບ ຮູ້ສິດທີ່ດິນ ແລະ ຊັບພະຍາກອນທຳ ມະຊາດຢ່າງເລິກເຊິ່ງຂຶ້ນ. ຄວາມສໍາ ເລັດຂອງວຽກງານດັ່ງກ່າວ ແມ່ນ ຂຶ້ນກັບຜູ້ຕາງໜ້າຈາກທ້ອງຖິ່ນທີ່ມາ ມີສ່ວນຮ່ວມໃນໂຄງການ. ໜ່ວຍໄກ່ ເກ່ຍ ແລະ ອາສາສະໝັກຂັ້ນບ້ານ 120 ຄົນ ຈາກເມືອງປາກກະດິງ ໄດ້ຮັບການຝຶກອົບຮົມ ເພື່ອມາ ດໍາເນີນກອງປະຊຸມເຜີຍແຜ່ຕໍ່ໃນຂັ້ນ ທ້ອງຖິ່ນແກ່ປະຊາຊົນ ໜຶ່ງໃນນັ້ນ ກໍ່ແມ່ນນາງ ທອງທິ ດວງດີ ອາສາ ສະໝັກບ້ານນໍ້າເດື່ອ. ເພິ່ນກ່າວວ່າ “ເມື່ອກ່ອນຂ້ອຍບໍ່ກ້າຮອດຈະຖືໄມ ແຕ່ໂຄງການໄດ້ຊ່ວຍໃຫ້ຂ້ອຍໝັ້ນ ໃຈທີ່ຈະດໍາເນີນກິດຈະກໍາ ແລະ ຄັ້ງ ນີ້ ແມ່ນຄັ້ງທີ່ສີ່ແລ້ວ, ຂ້ອຍຮູ້ສຶກ ພູມໃຈທີ່ໄດ້ຊ່ວຍປະຊາຊົນ ແລະ ບ້ານເຮົາ.” ຕອນນີ້ ເມືອງປາກກະດິງ ຖືວ່າ ມີຜູ້ຕາງໜ້າ 90 ກວ່າຄົນທີ່ສາມາດ ຊ່ວຍໃຫ້ຄໍາແນະນໍາພື້ນຖານທາງ ກົດໝາຍແກ່ຊຸມຊົນຂອງຕົນ. ນອກ ນີ້, ໜ່ວຍໄກ່ເກ່ຍຂອງບ້ານກໍ່ໄດ້ຮັບ ການພັດທະນາຢ່າງເຂັ້ມແຂງຜ່ານ ຝຶກອົບຮົມຫລາຍໆຮອບເຮັດໃຫ້ສະ ມາຊິກ 100 ກວ່າຄົນ, ໃນນັ້ນ ມີແມ່ ຍິງ 30 ກວ່າຄົນ ສາມາດໄກ່ເກ່ຍຂໍ້ 31/07/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ ທັດສະນີຍະພາບຂອງບ້ານນ້ຳເດື່ອ ເຊິ່ງທັງເປັນທີ່ຕັ້ງຂອງປ່າສະຫງວນແຫ່ງຊາດນ້ຳກະດິງ. ັີ້້ື່ິ່ັັີ່ັ້່່້ິ ຮູບພາບໂດຍ: SDC/ວັນນະແສງ ອິນສານູັິ 7;k,c8d8j k']ts;j k'xt-k7q ,vk-Po c]t lt,k7q ,vk-Po *ຫັດຖະກໍາຕໍ່າແຜ່ນ ແມ່ນມໍລະ ດົກທາງພູມປັນຍາຂອງເອື້ອຍນ້ອງ ແມ່ຍິງລາວ ທີ່ມີມູນເຊື້ອອັນດີງາມ ມາແຕ່ຮຸ້ນປູ່ຍ່າຕາຍາຍທີ່ມອບໃຫ້ ລູກຫລານ ເພື່ອສືບທອດປະເພນີ ອັນດີງາມແບບນີ້ໃຫ້ຄຽງຄູ່ກັບແມ່ ຍິງລາວ ຈົນມາຮອດປັດຈຸບັນ. ປະເທດຊາດບ້ານເມືອງມີການ ພັດທະນາມໍລະດົກທາງພູມປັນຍາ ກັບມີຄຸນຄ່າທີ່ກິນບໍ່ບົກຈົກບໍ່ແຫ້ງ ພຽງແຕ່ຄວາມດຸໝັ່ນ ມີແນວຄິດ ສ້າງສັນກໍສາມາດສ້າງລາຍຮັບໃຫ້ ຄອບຄົວໄດ້ຫລາຍ 100 ລ້ານກີບ ຕໍ່ປີ ເໝືອນດັ່ງຄອບຄົວຂອງນາງ ອິນຕາ ໄຂຄໍາພິທູນ ປະຊາຊົນບ້ານ ໂພໄຊ ເມືອງເຊໂປນ ແຂວງສະ ຫວັນນະເຂດ. ນາງ ອິນຕາ ໄຂຄໍາພິທູນ ໄດ້ໃຫ້ ຮູ້ວ່າ: ຕົນເອງແມ່ນໄດ້ເລີ່ມຕໍ່າຫູກ ທໍໄໝມາແຕ່ປີ 1997 ເປັນຕົ້ນມາພໍ ມາຮອດປີ 2000 ມີໂຄງການອອັກ ຟາມ ເຂົ້າມາສະໜັບສະໜູນເປັນຕົ້ນ ແມ່ນຝ້າຍກັບຟືມລວມທັງອຸປະກອນ ຈໍາເປັນອື່ນໆ. ສໍາລັບການຕໍ່າແມ່ນ ມີຫລາຍລາຍເຊັ່ນ: ລາຍນາກ, ພັນ ມະຫາ, ນົກຈອກ, ຫົງໄຕ່ເຄືອ, ຜັກ ແວ່ນ, ຂໍເກາະ ແລະ ລາຍອື່ີນໆ, ເມື່ອ ຕໍ່າສໍາເລັດແລ້ວແມ່ນຈະວາງຂາຍ ໃນງານປະເພນີຕ່າງໆ ແຕ່ໄລຍະ ນັ້ນການຂາຍແມ່ນບໍ່ຄ່ອຍໄດ້ດີປານ ໃດຄວາມສົນໃຈຂອງລູກຄ້າຍັງບໍ່ ຂັດແຍ່ງຢູ່ຂັ້ນບ້ານໄດ້ຢ່າງໝັ້ນໃຈ. ທ່ານ ບຸນຫລາຍ ຄຳສຸກຖາວົງ ນາຍ ບ້ານນໍ້າເດື່ອ ກ່າວວ່າ: “ພວກເຮົາບໍ່ ພຽງແຕ່ນຳພາເທົ່ານັ້ນ ແຕ່ຍັງຮັບຟັງ ພ້ອມໄດ້ຮັບຄວາມໄວ້ວາງໃຈຈາກ ຊາວບ້ານ”. ເພິ່ນໄດ້ກ່າວຕື່ມວ່າ: “ປັດຈຸບັນປະຊາຊົນເຂົ້າໃຈການນຳ ໃຊ້ທີ່ດິນປະເພດຕ່າງໆຫລາຍຂຶ້ນ, ເຂົ້າໃຈການສືບທອດມູນ, ສິນສົມ ສ້າງ, ການໃຫ້ຜົວ-ເມຍອອກຊື່ໃບ ຕາດິນຮ່ວມກັນ, ຂໍ້ຂັດແຍ່ງພາຍໃນ ຄອບຄົວກໍ່ຫລຸດລົງອີກ, ການບຸກ ລຸກປ່າສະຫງວນກໍ່ບໍ່ມີແລ້ວເພາະ ຊາວບ້ານເຂົ້າໃຈບ່ອນໃດໄປໄດ້ ໄປ ບໍ່ໄດ້”. ການປ່ຽນແປງຂອງບ້ານນ້ຳ ເດື່ອບໍ່ໄດ້ເກີດຂຶ້ນຢ່າງໂດດດ່ຽວ ເພາະມັນເປັນສ່ວນໜຶ່ງຂອງວິໄສ ທັດໄລຍະຍາວທີ່ໄດ້ຮັບການຊຸກຍູ້ ສະໜັບສະໜູນຈາກສະວິດເຊີແລນ. ວິໄສທັດດັ່ງກ່າວ ເລັ່ງໃສ່ສ້າງຄວາມ ຮັບຮູ້ຂອງຊຸມຊົນ, ສ້າງຄວາມເຂັ້ມ ແຂງທາງດ້ານກົດໝາຍ, ຊ່ວຍໃນ ການອອກໃບຕາດິນ, ການຄຸ້ມຄອງ ທີ່ດິນຢ່າງຍືນຍົງ ແລະ ການປະຕິຮູບ ນະໂຍບາຍໃຫ້ກ້າວໄປໃນທິດທາງ ດຽວກັນ. ນອກຈາກໂຄງການ PIASVC ທີ່ສ້າງຄວາມຮັບຮູ້ແລະ ຊ່ວຍແກ້ໄຂ ຂໍ້ຂັດແຍ່ງຂັ້ນບ້ານແລ້ວກໍ່ຍັງມີອີກ ຫລາຍໆໂຄງການທີ່ກໍາລັງຊ່ວຍສ້າງ ຄວາມເຂັ້ມແຂງໃຫ້ລະບົບທີ່ດິນຂອງ ລາວເຮົາ. ບໍ່ວ່າຈະເປັນໂຄງການ ອອກໃບຕາດິນ ESLR, ໂຄງການ Land for Life (L4L) ທີ່ສຸມ ໃສ່ການຮັບປະກັນວ່າທີ່ດິນຖືກນຳ ໃຊ້ຢ່າງມີປະສິດທິພາບ ແລະ ມີ ຄວາມຮັບຜິດຊອບຕໍ່ກັບຊຸມຊົນ. ການຄຸ້ມຄອງດິນໃນຂັ້ນພາກພື້ນແມ່ ນ້ຳຂອງໂຄງການ MRLG ແລະ ໂຄງການ LMDP ທີ່ຊ່ວຍຂະຫຍາຍ ຄວາມຊັດເຈນທາງດ້ານກົດໝາຍ ແລະ ການຄຸ້ມຄອງພື້ນທີ່ປ່າໄມ້. ເ ມື່ອ ເ ອົາມາລວມກັນແລ້ວ ຄວາມພະຍາຍາມເຫລົ່ານີ້ ສະທ້ອນ ໃຫ້ເຫັນເຖິງການຮ່ວມມືຂອງປະ ເທດສະວິດເຊີແລນ ທີ່ເຫັນວ່າທີ່ດິນ ບໍ່ພຽງແຕ່ເປັນບັນຫາທາງດ້ານກົດ ໝາຍແຕ່ຍັງເປັນພື້ນຖານສໍາລັບ ຄວາມສາມັກຄີທາງສັງຄົມ, ຄວາມ ສະເໝີພາບລະຫວ່າງບົດບາດຍິງຊາຍ, ໂອກາດທາງດ້ານເສດຖະກິດ ແລະ ຄວາມທົນທານຕໍ່ສະພາບດິນ ຟ້າອາກາດ. ການສ້າງຄວາມເຂັ້ມ ແຂງໃນການຄຸ້ມຄອງທີ່ດິນຕັ້ງແຕ່ ຈາກລະດັບຄົວເຮືອນໄປເຖິງລະດັບ ຊາດ ແລະ ລະດັບພາກພື້ນແມ່ນໝາຍ ຄວາມວ່າ ເມື່ອມີໃຜຜູ້ໜຶ່ງຄືກັບແມ່ຕູ້ ບຸນທັນ ທີ່ມີຄວາມກ້າທີ່ຈະຜະເຊີນ ກັບບັນຫາຂັດແຍ້ງກ່ຽວກັບທີ່ດິນຫລື ຄື ນາງ ທອງທີ ທີ່ເລີ່ມດໍາເນີນກອງ ປະຊຸມ ແລະ ຊ່ວຍເຫລືອປະຊາຊົນ ພວກເຂົາທັງສອງກໍ່ໄດ້ເຂົ້າຮ່ວມໃນ ຂະບວນການຫັນປ່ຽນຂະໜາດໃຫຍ່ ທີ່ແນໃສ່ເຮັດໃຫ້ລະບົບທີ່ດິນມີຄວາມ ຍຸຕິທຳ, ໂປ່ງໃສ ແລະ ມີຄວາມເປັນ ເອກະພາບຢ່າງແທ້ຈິງ. ດ້ວຍເຫດນີ້, ວຽກງານຂອງສະວິດເຊີແລນ ຈຶ່ງ ມີຄວາມສຳຄັນຫລາຍສຳລັບພາກ ພື້ນແຫ່ງນີ້ ເພື່ອຊ່ວຍຮັບປະກັນວ່າ ຄວາມກ້າວໜ້າຕ້ອງມາຄຽງຄູ່ກັບ ຄວາມຍືນຍົງ. ໃນຕອນທ້າຍຂອງກອງປະຊຸມ, ຢູ່ສູນຊຸມຊົນກໍ່ເລີ່ມມີສຽງລົມກັນຝົດ ສະໜັ່ນຫວັ່ນໄຫວ, ເດັກນ້ອຍເລີ່ມ ແລ່ນໄປມາ. ຂະນະທີ່ຊາວບ້ານກໍ່ ພາກັນຢືນລົມກັນຢູ່ທາງປະຕູອອກ. ແມ່ຕູ້ ລູນ ໄດ້ຍິ້ມຂຶ້ນພ້ອມກັບເວົ້າ ວ່າ: ພວກເຮົາເປັນພຽງຊາວບ້ານ ທໍາມະດາທົ່ວໄປແຕ່ຕອນນີ້ ກໍ່ໄດ້ ຄວາມຮູ້ໃໝ່ ແລະ ນັ້ນໝາຍຄວາມ ວ່າພວກເຮົາໄດ້ອອກມາຈາກຄວາມ ມືດ ແລະ ເລີ່ມມີແສງສະຫວ່າງຂຶ້ນ ມາແລ້ວ. 8ks6 dm= w\ gIa f.sh -u ;y fdkogxa o16j fu 0B o + ຫລາຍ, ແຕ່ຕົນເອງກໍ່ບໍ່ໄດ້ລະຄວາມ ພະຍາຍາມສືບຕໍ່ເຮັດມາເລື້ອຍໆຈົນ ຮອດປັດຈຸບັນເຫັນວ່າລູກຄ້ານິຍົມ ຊົມຊອບນັບມື້ນັບເພີ່ມຂຶ້ນ, ການ ຕໍ່າກໍ່ໄດ້ຕໍ່າຫລາຍຢ່າງຫລາຍແບບ ເພີ່ມຂຶ້ນເພື່ອຕອບສະໜອງຄວາມ ຕ້ອງການຂອງລູກຄ້າເປັນຕົ້ນ: ຕໍ່າ ສິ້ນໄໝມ້ອນ, ມີ່, ຕີນສິ້ນ, ຜ້າບຽງ ເຫລົ່ານີ້ເປັນຕົ້ນ. ການຕ່ຳແຕ່ລະ ຢ່າງແມ່ນໃຊ້ເວລາແຕກຕ່າງກັນ ຂຶ້ນຢູ່ກັບລາຍກັບແບບຂອງຜະລິດ ຕະພັນນັ້ນ ເຊັ່ນ: ການຕ່ຳລາຍຍາກ ແມ່ນໃຊ້ເວລາຕໍ່າອາທິດໜຶ່ງຈຶ່ງໄດ້ 2 ຜືນ ແລະ ລາຍທີ່ງ່າຍແມ່ນໃຊ້ ເວລາຕໍ່າອາທິດໜຶ່ງໄດ້ 3-5 ຜືນ. ນອກຈາກນີ້ແລ້ວ, ຍັງໄດ້ນໍາເອົາ ເຄື່ອງຫັດຖະກໍາແຜ່ນແພໄປວາງ ຈໍາໜ່າຍຂາຍໃນງານທີ່ສໍາຄັນຂອງ ເມືອງ, ຂອງແຂວງ ແລະ ຕ່າງ ແຂວງຈັດຂຶ້ນ; ໃນນັ້ນ ລາຄາຂາຍ ແມ່ນຂຶ້ນກັບລາຍຍາກ, ລາຍງ່າຍ ຂອງລາຍຕໍ່າ ແລະ ເນື້ອຜ້າໄໝ-ຜ້າ ຝ້າຍ. ສໍາລັບຕະຫລາດຮອງຮັບ ສ່ວນໜຶ່ງແມ່ນຈໍາໜ່າຍຢູ່ພາຍໃນ ປະເທດ, ອີີກສ່ວນໜຶ່ງກໍ່ຈໍາໜ່າຍໄປ ຕ່າງປະເທດ ເຊັ່ນ: ປະເທດໄທ. ເມື່ອ ສັງລວມລາຍຮັບຈາກການຕໍ່າຫູກທໍ ໄໝແລ້ວປີໜຶ່ງສະເລ່ຍປະມານ 100 ກວ່າລ້ານກີບ ເຊິ່ງແມ່ນລາຍຮັບ ຫລັກເຂົ້າສູ່ຄອບຄົວ ແລະ ກໍ່ຍັງເປັນ ການສ້າງອາຊີບທີ່ໝັ້ນຄົງອີກດ້ວຍ. ໃນຕໍ່ໜ້າຄອບຄົວແມ່ນມີແຜນຈະ ສ້າງຮ້ານຈໍາໜ່າຍຜະລິດຕະພັນຫັດ ຖະກໍາຕໍ່າແຜ່ນ ແລະ ອຸປະກອນຕໍ່າ ຫູກ ເຊັ່ນ: ສິ້ນ, ແພລາຍບູຮານ, ຟືມ, ກະສວຍ, ຝ້າຍ, ໄໝ ແລະ ອື່ນໆ. ທ່ານ ນາງ ອິນຕາ ເວົ້າຕື່ມອີກ ວ່າ: ການຢຶດຖືອາຊີບຫັດຖະກໍາ ຕໍ່າຫູກແມ່ນອາຊີບໜຶ່ງທີ່ສໍາຄັນ ສາມາດສ້າງລາຍຮັບທີ່ໝັ້ນຄົງໃຫ້ ແກ່ຄອບຄົວ, ເຮັດໃຫ້ຊີວິດການເປັນ ຢູ່ຂອງຄອບຄົວມີຢູ່, ມີກິນ ປັດຈຸບັນ ມີເຮືອນຖາວອນ 1 ຫລັງ, ມີລົດຈັກ 1 ຄັນ, ມີທຶນສົ່ງເສີມການສຶກສາໃຫ້ ແກ່ລູກ, ທຶນໝູນວຽນເຂົ້າໃນກິດຈະ ກໍາຕໍ່າຫູກທໍໄໝ ແລະ ກໍ່ຍັງຊຸກຍູ້ ສົ່ງເສີມເອື້ອຍນ້ອງແມ່ຍິງພາຍໃນ ບ້ານເຂົ້າມາເປັນສະມາຊິກກຸ່ມຕໍ່າ ຫູກ ຈໍານວນ 13 ຄອບຄົວ ເພື່ອໃຫ້ ມີວຽກເຮັດງານທໍາພ້ອມທັງສ້າງ ລາຍຮັບທີ່ໝັ້ນຄົງໃຫ້ແກ່ຄອບຄົວ ເຂົາເຈົ້າຕື່ມອີກ. *ໃນໂອກາດທີ່ຈະຮອດວັນ ສ້າງຕັ້ງອາຊຽນຄົບຮອບ 58 ປີ (8/8/1967-8/8/2025) ນີ້, ໜັງສືພິມປະເທດລາວກໍໄດ້ສະເໜີ ກ່ຽວກັບວັນສ້າງຕັ້ງອາຊຽນໃຫ້ ທ່ານຜູ້ອ່ານແລ້ວ, ເຊິ່ງມາສະບັບ ນີ້, ຂໍມາສະເໜີກ່ຽວກັບຄວາມ ແຕກຕ່າງລະຫວ່າງປະຊາຄົມອາ ຊຽນ ແລະ ສະມາຄົມອາຊຽນໃຫ້ ພວກເຮົາໄດ້ຮັບຮູ້ນຳກັນຕື່ມ. ປະຊາຄົມອາຊຽນແມ່ນການ ຮ່ວມກຸ່ມຂອງບັນດາສະມາຊິກອາ ຊຽນ ທີ່ຈະເປັນຕະຫລາດແຫ່ງ ດຽວກັນໃນອະນາຄົດ, ປະຊາຄົມ ອາຊຽນ ຖືກສ້າງຕັ້ງຂຶ້ນໃນກອງ ປະຊຸມສຸດຍອດອາຊຽນຄັ້ງທີ 9 ທີ່ອິນໂດເນເຊຍໃນເດືອນຕຸລາ ປີ 2003, ຕໍ່ມາກອງປະຊຸມສຸດ ຍອດອາຊຽນຄັ້ງທີ 10 ທີ່ນະຄອນ ຫລວງວຽງຈັນ ກໍໄດ້ສືບຕໍ່ຮ່າງ ກົດບັດຂອງປະຊາຄົມອາຊຽນ ຂຶ້ນໃນຖະແຫລງການວຽງຈັນ ທີ່ ເອີ້ນກັນວ່າ (VienTiane Action Plan ‘id VAT). ປະຊາຄົມອາ ຊຽນ ປະກອບດ້ວຍ 3 ເສົາຄ້ຳຄື: ປະຊາຄົມການເມືອງ-ຄວາມໝັ້ນ ຄົງ; ປະຊາຄົມເສດຖະກິດ ແລະ ປະ ຊາຄົມວັດທະນະທໍາ-ສັງຄົມ. ສະມາຄົມອາຊຽນແຕກຕ່າງກັບ ປະຊາຄົມອາຊຽນຄື: ສະມາຄົມອາ ຊຽນແມ່ນອົງການຈັດຕັ້ງພາກພື້ນ ລະຫວ່າງລັດຖະບານທີ່ເຂັ້ມແຂງໃນ ຂົງເຂດອາຊີ-ອາຄະເນ ເຊິ່ງເອີ້ນວ່າ ສະມາຄົມບັນດາປະຊາຊາດອາຊີ- ອາຄະເນ (ອາຊຽນ) ປະກອບ ດ້ວຍ 10 ປະເທດສະມາຊິກ. ສ້າງ ຕັ້ງຂຶ້ນໂດຍມີ 5 ຈຸດປະສົງ ແລະ 9 ຫລັກການພື້ນຖານໃນການຮ່ວມ ມືກັນ. ການສ້າງຕັ້ງປະຊາຄົມອາຊຽນ ແມ່ນປະຕິບັດວິໄສທັດອາຊຽນ 2020 ເຊິ່ງໄດ້ຮັບຮອງເອົາໃນປີ 1997. ປີ 2003 ອາຊຽນໄດ້ຕົກລົງ ສ້າງປະຊາຄົມອາຊຽນຂຶ້ນ ເຊິ່ງ ປະກອບດ້ວຍ 3 ເສົາຄໍ້າ ແຕ່ຍ້ອນ ສະພາບການຂອງພາກພື້ນ ແລະ ສາກົນ ໄດ້ມີການປ່ຽນແປງຢ່າງ ໄວວາ; ສະນັ້ນ ປີ 2007 ບັນດາ ຜູ້ນໍາອາຊຽນ ຈຶ່ງເຫັນດີເລັ່ງລັດໃນ ການສ້າງປະຊາຄົມອາຊຽນໃຫ້ສໍາ ເລັດໃນປີ 2015. ຈຸດປະສົງເປົ້າ ໝາຍຂອງການສ້າງປະຊາຄົມອາ ຊຽນ ແມ່ນເຮັດໃຫ້ອາຊຽນເປັນ ປະຊາຊາດທີ່ພ້ອມພຽງຮຽງໜ້າ ກັນ, ເປີດກວ້າງການຮ່ວມມືກັບ ພາຍນອກ, ດໍາລົງຊີວິດຢູ່ທ່າມກາງ ສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນ, ຜູກພັນ ເປັນຄູ່ຮ່ວມມືໃນການພັດທະນາ ໃຫ້ມີຄວາມກ້າວໜ້າ ແລະ ເປັນ ປະຊາຄົມທີ່ມີຄວາມໂອບເອື້ອອາລີ. ສາມເສົາຄໍ້າຫລັກຂອງປະຊາ ຄົມອາຊຽນ; ປະຊາຄົມການເມືອງຄວາມໝັ້ນຄົງອາຊຽນ ຈຸດປະສົງ ຕົ້ນຕໍຂອງການສ້າງປະຊາຄົມ ການເມືອງ-ຄວາມໝັ້ນຄົງ ແມ່ນ ສ້າງປະຊາຄົມທີ່ອີງໃສ່ລະບຽບ ຫລັກການ; ສ້າງພາກພື້ນໃຫ້ເປັນ ປຶກແຜ່ນ, ມີສັນຕິພາບ, ສະຖຽນ ລະພາບ ແລະ ເພິ່ງຕົນເອງ ໂດຍມີ ຄວາມຮັບຜິດຊອບຮ່ວມກັນຕໍ່ຄວາມ ໝັ້ນຄົງຮອບດ້ານ; ສ້າງພາກພື້ນ ໃຫ້ເຂັ້ມແຂງ ແລະ ເປີດກວ້າງສູ່ ພາຍນອກໃນສະພາບທີ່ໂລກມີການ ເຊື່ອມໂຍງ ແລະ ເພິ່ງພາອາໄສເຊິ່ງ ກັນ ແລະ ກັນຫລາຍຂຶ້ນ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==