7082

@ 0j k; c]t gsfdko j 31/07/2025 xtgmf]k; ຄະນະປະຈຳສະພາແຫ່ງຊາດ...່ lkmk]tot]a f xt-kmy xtw8 xt-k-q o]k; \A opn oK ທາບທາມບຸກຄະລາກອນ...ຸ ລັດຖະມົນຕີ ແລະ ຮອງລັດຖະມົນຕີ ກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມ ໄດ້ພິຈາລະນາບັນ ຫາສໍາຄັນພື້ນຖານຂອງປະເທດ ຊາດ ຕາມຂອບເຂດສິດ ແລະ ໜ້າທີ່ ຂອງຄະນະປະຈໍາສະພາແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນ ລາຍງານ ຜົນສໍາເລັດການຮຽບຮຽງເນື້ອໃນ ກົດໝາຍ 10 ສະບັບ ທີ່ຜ່ານການ ພິຈາລະນາຮັບຮອງເອົາໃນກອງ ປະຊຸມສະໄໝສາມັນເທື່ອທີ 9 ຂອງ ສະພາແຫ່ງຊາດ ຊຸດທີ IX. ໃນນີ້, ສ້າງໃໝ່ 5 ສະບັບ ຄື: ກົດໝາຍ ວ່າດ້ວຍຄວາມປອດໄພໄຊເບີ, ກົດ ໝາຍວ່າດ້ວຍການປູກຝັງ, ກົດ ໝາຍວ່າດ້ວຍພະນັກງານໄອຍະ ການ, ກົດໝາຍວ່າດ້ວຍສັງຄົມສົງ ເຄາະ ແລະ ກົດໝາຍວ່າດ້ວຍສາ ມັນສຶກສາ; ກົດໝາຍປັບປຸງ 5 ສະ ບັບ: ກົດໝາຍວ່າດ້ວຍການປັບປຸງ ບາງມາດຕາຂອງກົດໝາຍວ່າ ດ້ວຍສານປະຊາຊົນ, ກົດໝາຍວ່າ ດ້ວຍປ້າຍ, ກົດໝາຍວ່າດ້ວຍຊົນລະ ປະທານ, ກົດໝາຍວ່າດ້ວຍອາ ກອນລາຍໄດ້, ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ. ພ້ອມ ນີ້, ກອງປະຊຸມຍັງໄດ້ລາຍງານ ຄວາມຄືບໜ້າຂອງການປັບປຸງ ກົດໝາຍທີ່ຜ່ານການພິຈາລະນາ ຮັບຮອງເອົາໃນກອງປະຊຸມສະໄໝ ສາມັນເທື່ອທີ 7 ແລະ ເທື່ອທີ 8 ຂອງ ສພຊ ຊຸດທີ IX ຈຳນວນ 4 ສະບັບ ຄື: ກົດໝາຍວ່າດ້ວຍສະພາ ແຫ່ງຊາດ, ກົດໝາຍວ່າດ້ວຍສະ ພາປະຊາຊົນຂັ້ນແຂວງ, ກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະພາປະຊາ ຊົນຂັ້ນແຂວງ, ກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ; ບົດ ລາຍງານການຄົ້ນຄວ້າໜັງສືສະ ເໜີຂອງລັດຖະບານ ສະບັບເລກທີ 57/ລບ, ລົງວັນທີ 7 ພຶດສະພາ 2025 ກ່ຽວກັບການພິຈາລະນາ ຮັບຮອງເອົາວຽກງານເຂດແດນ ເຊື່ອມຕໍ່ລະຫວ່າງ ນະຄອນຫລວງ ກັບແຂວງ, ແຂວງກັບແຂວງ ໃນ ຂອບເຂດທົ່ວປະເທດ; ບົດລາຍງານ ກ່ຽວກັບການຕິດຕາມກວດກາ ການຜັນຂະຫຍາຍມາດຕາຂອງ ກົດໝາຍ ທີ່ກຳນົດໃຫ້ອອກເປັນນິຕິ ກຳໃຕ້ກົດໝາຍປະຈຳປີ2025ແລະ ການຕິດຕາມກວດກາການປະເມີນ ຜົນການຈັດຕັ້ງປະຕິບັດກົດໝາຍ ປະຈຳປີ 2025 ຂອງຄະນະປະຈຳ ສະພາແຫ່ງຊາດ; ລາຍງານຄວາມ ຄືບໜ້າການຮຽບຮຽງປຶ້ມ 50 ປີ ສະພາແຫ່ງຊາດ ແລະ ການສ້າງ ບັນດາປະມວນປຶ້ມເອກະສານກ່ຽວ ກັບສະພາແຫ່ງຊາດ; ບົດລາຍງານ ກ່ຽວກັບຜົນການຄົ້ນຄວ້າໜັງສືສະ ເໜີສະບັບເລກທີ 48/ລບ, ລົງວັນ ທີ 11 ເມສາ 2025 ຂອງລັດຖະ ບານ ທີ່ສະເໜີໃຫ້ຕີຄວາມໝາຍ ແລະ ອະທິບາຍມາດຕາ 139 ແລະ ມາດຕາ 140 ຂອງກົດໝາຍວ່າ ດ້ວຍທີ່ດິນ; ລາຍງານກ່ຽວກັບການ ສະເໜີຂໍນຳໃຊ້ເງິນເກີນແຜນຂອງ ທ້ອງຖິ່ນ ປີ 2024 (ແຂວງໄຊຍະ ບູລີ ແລະ ແຂວງເຊກອງ); ບົດລາຍ ງານກ່ຽວກັບການສະເໜີແຕ່ງຕັ້ງ ບຸກຄະລາກອນຂອງສານປະຊາຊົນ; ລາຍງານກ່ຽວກັບຄວາມຄືບໜ້າ ໃນການກະກຽມວຽກງານເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ III; ລາຍງານຮ່າງ ແຜນການຕິດຕາມກວດກາ 4 ຄະ ນະ ຂອງຄະນະປະຈຳສະພາແຫ່ງ ຊາດ ໄລຍະ 6 ເດືອນທ້າຍປີ 2025 ກ່ຽວກັບໂຄງການພັດທະນາທີ່ສົ່ງ ຜົນກະທົບຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນບັນດາເຜົ່າ ແລະ ສິ່ງແວດ ລ້ອມ; ລາຍງານກ່ຽວກັບຜົນການ ເຄື່ອນໄຫວຕິດຕາມກວດກາວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ຢູ່ແຂວງຜົ້ງສາລີ ແລະ ແຂວງໄຊຍະບູລີ. ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ ເອົາໃຈໃສ່ຄົ້ນຄວ້າປະກອບຄໍາເຫັນ ຢ່າງມີຈຸດສຸມ, ກົງໄປກົງມາ ຕໍ່ບັນ ດາບົດລາຍງານທີ່ນໍາມາພິຈາລະ ນາໃນກອງປະຊຸມຄັ້ງນີ້ ເພື່ອຮັບປະ ກັນການຕົກລົງບັນຫາຢ່າງມີຄວາມ ເປັນເອກະພາບ, ສາມາດເປັນບ່ອນ ອີງໃນການຈັດຕັ້ງປະຕິບັດແລະນໍາ ຜົນປະໂຫຍດລວມມາສູ່ປະເທດ ຊາດ ແລະ ປະຊາຊົນບັນດາເຜົ່າ ຢ່າງແທ້ຈິງ. ຂ່າວ: ກຸກກິກ ບຸດດາໄຊ ໄດ້ຕ້ອນຮັບ ທ່ານ ພົນເອກ ເລືອງ ຕາມ ກວາງ ກຳມະການກົມການ ເມືອງສູນກາງພັກກອມມູນິດຫວຽດ ນາມ ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງ ມາຢ້ຽມຢາມສັນທະວະໄມຕີ ແລະ ເຂົ້າຮ່ວມພິທີມອບ-ຮັບໂຄງການ ກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະ ພາບຜູ້ຕິດຢາເສບຕິດ ທີ່ແຂວງວຽງ ຈັນ ແລະ ເຂົ້າຮ່ວມພິທີເປີດນຳໃຊ້ ລະບົບ ແລະ ບັດປະຈຳຕົວພົນລະ ເມືອງ ດີຈິຕອນ ຢູ່ ສປປ ລາວ. ທ່ານ ບຸນທອງ ຈິດມະນີ ໄດ້ສະ ແດງຄວາມຍິນດີຕ້ອນຮັບ ແລະ ຕີ ລາຄາສູງຕໍ່ ທ່ານ ພົນເອກ ເລືອງ ຕາມ ກວາງ ທີ່ໄດ້ນໍາພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກ ຢູ່ ສປປ ລາວໃນຄັ້ງນີ້, ພ້ອມ ທັງສະແດງຄວາມຊົມເຊີຍຕໍ່ຜົນ ສຳເລັດໃນການເຂົ້າຮ່ວມພິທີມອບຮັບໂຄງການກໍ່ສ້າງສູນປິ່ນປົວແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ແລະ ເຂົ້າຮ່ວມພິທີເປີດນຳໃຊ້ລະ ບົບ ແລະ ບັດປະຈຳຕົວພົນລະເມືອງ ດີຈິຕອນ ຢູ່ນະຄອນຫລວງວຽງຈັນ ເຊິ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການຮັດແໜ້ນສາຍພົວພັນ ມິດຕະພາບ, ຄວາມສາມັກຄີແບບ ພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດ ນາມ ໃຫ້ໄດ້ຮັບການພັດທະນາ ໂດຍສະເພາະເປັນການຮັດແໜ້ນ ການຮ່ວມມື, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງ ສອງກະຊວງ ປ້ອງກັນຄວາມສະຫງົບ ລາວຫວຽດນາມ ໃຫ້ແໜ້ນແຟ້ນຂຶ້ນກວ່າ ເກົ່າ ແລະ ສືບຕໍ່ໃຫ້ການສະໜັບສະ ໜູນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຕະຫລອດໄປ, ແນໃສ່ເຮັດໃຫ້ວຽກ ງານຂອງສອງກະຊວງປ້ອງກັນ ຄວາມສະຫງົບ ລາວ-ຫວຽດນາມ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານ ບຸນທອງ ຈິດມະນີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດ ຖະບານຫວຽດນາມ ກໍຄື ກະຊວງ ປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍ ເຫລືອໃນດ້ານຕ່າງໆແກ່ສປປລາວ ໂດຍສະເພາະໂຄງການກໍ່ສ້າງສູນ ປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດ ຢາເສບຕິດ ທີ່ແຂວງວຽງຈັນ ແລະ ການເຮັດບັດປະຈຳຕົວພົນລະເມືອງ ດີຈິຕອນ ຢູ່ ສປປ ລາວ. ທ່ານ ພົນເອກ ເລືອງ ຕາມ ກວາງ ກໍໄດ້ສະແດງຄວາມຂອບ ໃຈຕໍ່ ທ່ານ ບຸນທອງ ຈິດມະນີ ທີ່ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງລາຍງານຜົນສໍາ ເລັດຂອງການເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ກໍຄື ເຂົ້າຮ່ວມ ພິທີມອບ-ຮັບໂຄງ ການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸ ຂະພາບຜູ້ຕິດຢາເສບຕິດ ຢູ່ແຂວງ ວຽງຈັນ ແລະ ເຂົ້າຮ່ວມພິທີເປີດນຳ ໃຊ້ລະບົບແລະ ບັດປະຈຳຕົວພົນລະ ເມືອງດີຈິຕອນ ຢູ່ນະຄອນຫລວງ ວຽງຈັນ. ຂ່າວ: ກິດຕາ; ພາບ: ເກດສະໜາ ຮອງປະທານປະເທດ... ແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກ ຮາກຖານ, ອະດີດການນຳແຂວງ ແລະ ຜູ້ມີສິດປ່ອນບັດທາມທາບ ທີ່ ໄດ້ຕາງໜ້າໃຫ້ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ບຸນໂຮມ ເທດທານີ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງ; ສະຫາຍ ສີວິໄລ ແສງຈະເລີນ ຄະນະປະຈຳພັກແຂວງ, ຮອງເຈົ້າ ແຂວງ, ຜູ້ຊີ້ນຳຂົງເຂດວຽກງານ ວັດທະນະທຳ-ສັງຄົມຂອງແຂວງ ໄດ້ຜ່ານຮ່າງແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ(20262030) ຂອງແຂວງ ແລະ ສະຫາຍ ຈັນໄຄ ສຸທິຈັກ ຄະນະປະຈຳພັກ ແຂວງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງ ໄດ້ຜ່ານຮ່າງບົດສຳຫລວດການ ນຳພາລວມ ຂອງຄະນະບໍລິຫານ ງານພັກແຂວງ ສະໄໝທີVIII. ຫລັງ ຈາກນັ້ນ, ສະຫາຍຮອງຫົວໜ້າ ຄະນະຈັດຕັ້ງສູນກາງພັກ ກໍໄດ້ສືບ ຕໍ່ຜ່ານມາດຖານ, ເງື່ອນໄຂຂອງຄະ ນະບໍລິຫານງານພັກແຂວງ, ຄະນະ ປະຈຳພັກແຂວງ, ເລຂາ-ຮອງເລ ຂາພັກແຂວງ ແລະ ປະທານ-ຮອງ ປະທານຄະນະກວດກາພັກແຂວງ ເພື່ອເປັນບ່ອນອີງໃຫ້ແກ່ຜູ້ແທນ ກອງປະຊຸມ ໄດ້ນຳໄປຄົ້ນຄວ້າ, ເລືອກເຟັ້ນເອົາຜູ້ທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ຕາມທີ່ໄດ້ກຳນົດ ໄວ້ ເຂົ້າໃນຄະນະບໍລິຫານງານ ພັກແຂວງ ໂດຍສະເພາະຕາມກົດ ລະບຽບຂອງພັກປະຊາຊົນປະຕິວັດ ລາວ ສະໄໝທີ XI, ມະຕິສະບັບ ເລກທີ 030/ກມສພ, ຄຳສັ່ງສະບັບ ເລກທີ 411/ຄລສພ, ຄຳແນະນຳ ສະບັບເລກທີ 211/ຄຈສພ ແລະ ຄຳແນະນຳ ສະບັບເລກທີ 504/ ຄກສພ ເຊິ່ງມີມາດຕະຖານ-ເງື່ອນ ໄຂ 5 ດ້ານຄື: ດ້ານຄຸນທາດການ ເມືອງ; ດ້ານຄຸນສົມບັດສິນທໍາປະຕິ ວັດ ແລະ ແບບແຜນດຳລົງຊີວິດ; ດ້ານຄວາມຮູ້-ຄວາມສາມາດ; ດ້ານ ແບບແຜນການນຳພາແລະວິທີເຮັດ ວຽກ ແລະ ດ້ານສຸຂະພາບ. ໃນໂອກາດດຽວກັນ, ສະຫາຍ ກິແກ້ວ ໄຂຄຳພິທູນ ກໍໄດ້ໃຫ້ກຽດ ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມ ເພື່ອເປັນບ່ອນອີງໃນ ການຄົ້ນຄວ້າພິຈາລະນາ, ນຳໃຊ້ສິດ ປະຊາທິປະໄຕ ບົນພື້ນຖານຫລັກ ການທີ່ກຳນົດໄວ້ ແລະ ມີຄຳເຫັນ ກ່ອນການທາບທາມບຸກຄະລາ ກອນອອກຮັບສະໝັກເລືອກຕັ້ງ ບາງບັນຫາ ເປັນຕົ້ນນອກຈາກມາດ ຕະຖານ, ເງື່ອນໄຂທີ່ໄດ້ກຳນົດໄວ້, ໃຫ້ບັນດາສະຫາຍຜູ້ແທນເອົາໃຈ ໃສ່ກຳແໜ້ນໂຄງປະກອບບຸກຄະລາ ກອນ ເຊິ່ງຕ້ອງປະກອບດ້ວຍເພດເຜົ່າ, ທັງຮັບປະກັນໃຫ້ມີຮຸ່ນອາວຸ ໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ ຢ່າງສົມ ເຫດສົມຜົນ, ລວມທັງຂົງເຂດການ ເມືອງ, ກຳລັງປະກອບອາວຸດ, ຂົງ ເຂດເສດຖະກິດ, ວັດທະນະທຳ-ສັງ ຄົມ ຢ່າງເໝາະສົມ. ນອກຈາກນັ້ນ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຜູ້ແທນ ກອງປະຊຸມ ຕ້ອງໄດ້ມີທັດສະນະ ການເມືອງທີ່ໜັກແໜ້ນ ແລະ ເອົາ ໃຈໃສ່ຢ່າງເປັນເຈົ້າການ ໃນການ ລົງຄະແນນສຽງທາບທາມບຸກຄະ ລາກອນອອກຮັບສະໝັກເລືອກ ຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ແຂວງຊຽງຂວາງ ສະໄໝທີ IX ໃນ ຄັ້ງນີ້ ໃຫ້ຖືກຕ້ອງຕາມຄວາມເປັນ ຈິງ, ພາວະວິໄສ, ຍຸຕິທຳ, ມີຄວາມ ຈິງໃຈຕໍ່ກັນ, ຮັກສາໄດ້ຄວາມສາມັກ ຄີເປັນປຶກແຜ່ນບົນພື້ນຖານແນວ ທາງນະໂຍບາຍ, ລະບຽບກົດໝາຍ, ຫລີກເວັ້ນແນວຄິດອະຄະຕິ ລົງຄະ ແນນສຽງທາບທາມໂດຍຂາດຄວາມ ຮັບຜິດຊອບ ຫລື ມີທັດສະນະອື່ນໆ ທີ່ບໍ່ຖືກຕ້ອງ;ສຸມໃສ່ໃນການກະກຽມ ວຽກງານຮອບດ້ານ ແລະ ດໍາເນີນ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງ ຄະນະພັກແຂວງຊຽງຂວາງ ທີ່ຈະ ຈັດຂຶ້ນໃນທ້າຍເດືອນສິງຫາ 2025 ນີ້ໃຫ້ສໍາເລັດແລະທັນກັບຕາມຄາດ ໝາຍທີ່ວາງໄວ້ ໂດຍມອບໃຫ້ຄະນະ ກໍາມະການຊີ້ນໍາລວມແລະອະນຸກໍາ ມະການຕ່າງໆ ສືບຕໍ່ປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບສູງ, ສິ່ງ ສຳຄັນການກະກຽມເນື້ອໃນ ໃຫ້ຄົບ ຖ້ວນຮັດກຸມຊັດເຈນ, ວາງວິໄສທັດ ໃນຕໍ່ໜ້າ ໃຫ້ສອດຄ່ອງກັບຈຸດພິ ເສດຂອງແຂວງ, ວິໄສທັດແຕ່ລະ ດ້ານ ໃຫ້ບຸກທະລຸການພັດທະນາ ໃນຕໍ່ໜ້າ. ພ້ອມນັ້ນ, ຕ້ອງສ່ອງແສງ ໃຫ້ເຫັນມູນເຊື້ອອັນດີງາມຂອງ ອົງຄະນະພັກແຂວງ ໂດຍສະເພາະ ແຂວງວິລະຊົນ. ສໍາລັບຮ່າງແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ (2026-2030) ຂອງແຂວງ ໃຫ້ ເອົາໃຈໃສ່ກວດກາຄືນ ຜົນການປະ ຕິບັດແຜນພັດທະນາເສດຖະກິດສັງຄົມ ໃນ 5 ປີຜ່ານມາ ເພື່ອຖອດ ຖອນເປັນບົດຮຽນ ແລະ ກໍານົດທິດ ທາງໃນຕໍ່ໜ້າ ຢ່າງຖືກຕ້ອງ. ຕໍ່ການ ທາບທາມເລືອກເຟັ້ນບຸກຄະລາ ກອນ ໃນຮອບທີ 2 ນີ້ ຈະເປັນພື້ນ ຖານໃນການເລືອກເຟັ້ນບຸກຄະລາ ກອນໃນຮອບທີ 3 ແລະ ນໍາເຂົ້າສູ່ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງ ຄະນະພັກແຂວງ ແມ່ນໃຫ້ຮັບປະ ກັນລັກສະນະສືບທອດປ່ຽນແທນທີ່ ໜັກແໜ້ນ ແລະ ຕໍ່ເນື່ອງ, ມີຄຸນທາດ ການເມືອງ, ຫລັກໝັ້ນຊົນຊັ້ນ ຈະ ແຈ້ງ, ມີຄວາມຮູ້ຄວາມສາມາດ, ມີ ຄວາມເປັນແບບຢ່າງແລະ ສົມຄູ່ກັບ ໜ້າທີ່ການ ເມືອງທີ່ຖືກມອບໝາຍ. ໃນຕອນທ້າຍ, ຜູ້ເແທນກອງ ປະຊຸມ ກໍໄດ້ພ້ອມກັນປ່ອນບັດທາບ ທາມບຸກຄະລາກອນ ອອກຮັບສະ ໝັກເລືອກຕັ້ງ ເຂົ້າໃນຄະນະບໍລິ ຫານງານພັກແຂວງຊຽງຂວາງ ສະ ໄໝທີ IX (ຮອບທີ 2). ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ປຶກສາຫາລືເປົ້າໝາຍການປັບຕົວ ໂດຍອີງໃສ່ 6 ບຸລິມະສິດຫລັກ ທີ່ໄດ້ ກຳນົດໄວ້ແຜນງານ ປັບຕົວແຫ່ງ ຊາດຂະແໜງການສາທາລະນະສຸກ (H-NAP) ເຊິ່ງແຜນງານດັ່ງກ່າວ, ແມ່ນເປັນເຄື່ອງມືກອບການດຳເນີນ ຂອງອົງປະກອບຂະແໜງການ ສາທາລະນະສຸກ ໃນການປະກອບ ສ່ວນແກ້ໄຂ ບັນຫາການປ່ຽນແປງ ດິນຟ້າອາກາດ ສະບັບ 3.0 ມີຫົວຂໍ້ ຫລັກເຊັ່ນ: ການນຳພາ ແລະ ການ ປົກຄອງ, ບຸກຄະລາກອນທາງການ ແພດ, ລະບົບຂໍ້ມູນດ້ານສາທາລະ ນະສຸກ, ຜະສິດຕະພັນ ແລະ ເຕັກໂນ ໂລຊີທີ່ຈຳເປັນດ້ານການແພດ, ການ ບໍລິການ, ລະບົບການເງິນດ້ານການ ປ່ຽນແປງດິນຟ້າອາກາດ ແລະ ສຸຂະພາບ. ການປ່ຽນແປງຂອງສະພາບ ດິນຟ້າອາກາດ ແມ່ນກຳລັງສົ່ງຜົນ ບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ; ເພື່ອເຮັດ ໃຫ້ການແກ້ໄຂບັນຫາຢາເສບຕິດ ດໍາເນີນໄປຢ່າງຄົບຊຸດ, ມີປະສິທິຜົນ ໃນການຈັດຕັ້ງປະຕິບັດມັນມີຄວາມ ຈໍາເປັນຕ້ອງມີສູນປິ່ນປົວ ແລະ ຟື້ນ ຟູສຸຂະພາບຜູ້ຕິດຢາເສບຕິດ ທີ່ເປັນ ລະບົບຄົບຊຸດ ເພື່ອຊ່ວຍຜູ້ຕິດຢາ ເສບຕິດໄດ້ເຂົ້າເຖິງການປິ່ນປົວ ແລະ ຟື້ນຟູສຸຂະພາບຖືກວິທີ, ຢຸດ ເຊົາການເສບຢາຢ່າງຖາວອນ, ໄດ້ ຮັບການຝຶກວິຊາຊີບໃຫ້ສາມາດທຳ ມາຫາກິນ ແລະ ດຳລົງຊີວິດຮ່ວມ ກັບຄົນໃນສັງຄົມ ໄດ້ປົກກະຕິ. ດ້ວຍ ເຫດນັ້ນ ພັກ, ລັດຖະບານ ລາວຫວຽດນາມ ຈຶ່ງໄດ້ຕົກລົງເປັນເອ ກະພາບ ມອບໃຫ້ລັດຖະມົນຕີຂອງ ສອງກະຊວງປ້ອງກັນຄວາມສະ ຫງົບ ຮ່ວມກັນວາງສີລາລຶກ ໂຄງ ການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູ ສຸຂະພາບຜູ້ຕິດຢາເສບຕິດ ແຫ່ງ ນີ້ ໃນວັນທີ 12 ກໍລະກົດ 2024 ດ້ວຍທຶນຊ່ວຍຈາກລັດຖະບານ ສສ ຫວຽດນາມ;ມາຮອດປັດຈຸບັນການ ກໍ່ສ້າງແມ່ນສໍາເລັດຕາມລະດັບ ຄາດໝາຍ ແລະ ສາມາດມອບ-ຮັບ ຕາມກໍານົດເວລາ. ທ່ານ ພົນເອກ ວິໄລ ຫລ້າຄໍາ ຟອງ ຍັງສະແດງຄວາມເຊື່ອໝັ້ນ ວ່າ ສູນແຫ່ງນີ້ ຈະກາຍເປັນສັນຍະ ລັກແຫ່ງມິດຕະພາບ ລາວ-ຫວຽດ ນາມ, ເປັນສູນຕົວແບບໃນການປິ່ນ ປົວຜູ້ຕິດຢາເສບຕິດ. ພ້ອມນີ້, ທ່ານ ຍັງຕາງໜ້າພັກ, ລັດຖະບານລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບ ໃຈຢ່າງຈິງໃຈມາຍັງ ພັກ, ລັດຖະ ບານຫວຽດນາມທີ່ໄດ້ໃຫ້ການຊ່ວຍ ເຫລືອກໍ່ສ້າງສູນແຫ່ງນີ້ ເຊິ່ງໄດ້ ສະແດງໃຫ້ເຫັນເຖິງມູນເຊື້ອສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານ ລະຫວ່າງສອງ ພັກ, ສອງລັດ, ປະຊາຊົນ ກໍຄື ກຳ ລັງປ້ອງກັນຄວາມສະຫງົບຂອງ ສອງປະເທດ ລາວ-ຫວຽດນາມ ແລະຫວັງຢ່າງຍິ່ງວ່າ ເພື່ອນຫວຽດ ນາມ ຈະສືບຕໍ່ເພີ່ມທະວີການພົວ ພັນຮ່ວມມືແລກປ່ຽນບົດຮຽນປະ ສົບການ, ຍົກລະດັບຄວາມຮູ້ຄວາມ ສາມາດໃນຂົງເຂດວຽກງານປິ່ນ ປົວຜູ້ຕິດຢາເສບ ໃຫ້ແກ່ກຳລັງປ້ອງ ກັນຄວາມສະຫງົບລາວ ໃຫ້ນັບມື້ ເຂັ້ມແຂງ, ມີປະສິດທິພາບ. ຂໍ້ມູນພາບ: ໜັງສືພິມຄວາມສະຫງົບ ນັບແຕ່ເດືອນພຶດສະພາ 2022 ມາ ຮອດປັດຈຸບັນ, ກົມການຈັດຫາງານ ໄດ້ມີບົດບັນທຶກການຮ່ວມມື ຢູ່ 2 ແຂວງ ແລະ 80 ເມືອງ, ສາມາດຈັດ ສົ່ງແຮງງານລາວ ໄປເຮັດວຽກ ຕາມລະດູການຢູ່ ສ ເກົາຫລີ ທັງ ໝົດ 11.000 ກວ່າຄົນ, ຍິງ 5.000 ກວ່າຄົນ. ການຮ່ວມມືຄັ້ງນີ້, ຈະເປັນບາດ ກ້າວສໍາຄັນແລະສ້າງຜົນປະໂຫຍດ ໃຫ້ແກ່ສອງຝ່າຍ, ແຮງງານຂອງ ສປປລາວຈະໄດ້ຮັບການພັດທະນາ ສີມືແຮງງານ ແລະ ມີລາຍຮັບໃຫ້ ແກ່ຕົນເອງ ແລະ ຄອບຄົວ, ເຮັດໃຫ້ ແຮງງານລາວ ມີທັກສະໃນການ ເຮັດວຽກທີ່ທັນສະໄໝ, ນໍາເອົາ ຄວາມຮູ້ຄວາມສາມາດມາພັດທະ ນາຄອບຄົວ ແລະ ປະເທດຊາດ, ພ້ອມທັງຍົກສູງຄຸນນະພາບຂອງ ການຜະລິດກະສິກໍາ ເພື່ອສະໜອງ ພາຍໃນປະເທດໃຫ້ພຽງພໍ ແລະ ກ້າວໄປເຖິງການສົ່ງອອກຜະລິດ ຕະພັນກະສິກໍາໄປປະເທດຕ່າງໆ, ພ້ອມທັງຈະຊ່ວຍຊຸກຍູ້ການຂະ ຫຍາຍຕົວຂອງເສດຖະກິດ ຂອງ ສປປ ລາວ, ທັງເຮັດໃຫ້ກະສິກອນ, ເຈົ້າຂອງບັນດາຟາມພາຍໃນເມືອງ ກໍຈະມີແຮງງານເຂົ້າຮັບໃຊ້ການ ຜະລິດກະສິກໍາໃຫ້ຫລາຍຂຶ້ນ. ຂໍ້ມູນ-ພາບ: ຂ່າວສານ ຮສສ ຫາລືດ້ານວິຊາການ...ື້ິ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ສປປ ລາວ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ກໍາມະການກົມການເມືອງ ສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນຄວາມ ສະຫງົບ ສສ ຫວຽດນາມ, ມີ ທ່ານ ຄໍາພັນ ສິດທິດໍາພາ ກໍາມະການ ສູນກາງພັກ, ເຈົ້າແຂວງວຽງຈັນ, ມີ ການນຳຂັ້ນສູນກາງ ພ້ອມດ້ວຍ ຄະ ນະພັກ, ຄະນະນໍາ, ພະນັກງານຫລັກ ແຫລ່ງຂັ້ນນໍາພາ, ບັນຊາທັງສອງ ຝ່າຍ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໃນພິທີ, ໄດ້ຮັບຟັງການລາຍ ງານການຈັດຕັ້ງປະຕິບັດໂຄງການ ກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະ ພາບຜູ້ຕິດຢາເສບຕິດ. ຈາກນັ້ນ, ທ່ານ ພົນເອກ ເລືອງ ຕາມ ກວາງ ໄດ້ຕາງໜ້າໃຫ້ພັກ-ລັດຖະບານ ກໍຄື ຕາງໜ້າ ກະຊວງປ້ອງຄວາມສະ ຫງົບ ສສ ຫວຽດນາມ ກ່າວມອບ ໂຄງການກໍ່ສ້າງສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ໃຫ້ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ປົກປັກຮັກສາ ແລະ ນໍາ ໃຊ້ ຢ່າງເປັນທາງການ. ໂອກາດນີ້, ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ມີຄໍາເຫັນວ່າ: ສະພາບການແຜ່ລະບາດ ຂອງຢາ ເສບຕິດຢູ່ໃນໂລກ ແລະ ພາກພື້ນ ມີທ່າອ່ຽງເພີ່ມຂຶ້ນທຸກປີ, ເປັນໄພ ຂົ່ມຂູ່ຕໍ່ຄວາມສະຫງົບປອດໄພ, ກົດໜ່ວງຖ່ວງດຶງການພັດທະນາ ເສດຖະກິດ-ສັງຄົມຂອງບັນດາປະ ເທດໃນໂລກ, ສປປ ລາວ ພວກເຮົາ ກໍຜະເຊີນໜ້າກັບໄພຂົ່ມຂູ່ດັ່ງກ່າວ; ຢາເສບຕິດ ໄດ້ເບື່ອເມົາຊາວໜຸ່ມ, ເຍົາວະຊົນ, ລູກຫລານຮຸ່ນສືບທອດ ຈໍານວນບໍ່ໜ້ອຍ, ພວກເຂົາໄດ້ຫລົງ ຜິດກາຍເປັນທາດຂອງຢາເສບຕິດ, ເຮັດໃຫ້ເສຍຊີວິດ, ເສຍສຸຂະພາບ, ເສຍຊັບສິນ; ເປັນສາເຫດກໍ່ໃຫ້ເກີດ ມີປະກົດການຫຍໍ້ທໍ້ຂອງສັງຄົມ, ສົ່ງ ຜົນກະທົບ ຕໍ່ການສ້າງສາພັດທະນາ ປະເທດຊາດ. ຍ້ອນເຫັນໄດ້ຜົນກະ ທົບຂອງບັນຫາດັ່ງກ່າວ, ພັກ-ລັດ ຖະບານ ໄດ້ສຸມໃສ່ແກ້ໄຂບັນຫາດັ່ງ ກ່າວ ໂດຍໄດ້ຍົກເປັນວາລະແຫ່ງ ຊາດ ແລະ ຈັດຕັ້ງປະຕິບັດ ນັບແຕ່ປີ 2021 ເປັນຕົ້ນມາ. ໃນນັ້ນ, ກະຊວງ ປ້ອງກັນຄວາມສະຫງົບລາວ ໄດ້ ຮັບພາລະໜ້າທີ່ເປັນໃຈກາງໃນການ ປະສານສົມທົບກັບທຸກພາກສ່ວນ ກ່ຽວຂ້ອງທົ່ວສັງຄົມ ຈັດຕັ້ງປະຕິ ມອບ-ຮັບ...ັ ລາວ-ສ ເກົາຫລີ...ົີ ກະທົບຕໍ່ສຸຂະພາບ ຂອງປະຊາຊົນ ໂດຍການເພີ່ມຂຶ້ນຂອງ ກໍລະນີພະ ຍາດໄຂ້ຍຸງ, ການເຈັບປ່ວຍທີ່ເກີດ ຈາກຄວາມຮ້ອນ ແລະ ສະພາບອາ ກາດຮຸນແຮງ, ການເຊື່ອມສານວຽກ ງານດ້ານສຸຂະພາບ ເຂົ້າໃນສັດຕະ ຍາບັນ ດ້ານການປ່ຽນແປງດິນຟ້າ ອາກາດແຫ່ງຊາດ ແມ່ນສະແດງ ໃຫ້ເຫັນເຖິງຕົວຢ່າງທີ່ດີ ໃນດ້ານ ການນຳພາຂອງພາກພື້ນ ແລະ ສາ ມາດເຂົ້າເຖິງການເງິນ ດ້ານການ ປ່ຽນແປງດິນຟ້າອາກາດ. ດັ່ງນັ້ນ, ເພື່ອຍົກໃຫ້ເຫັນເຖິງຄວາມພະຍາ ຍາມຂອງຂະແໜງການທີ່ກ່ຽວຂ້ອງ ໃນການຖືເອົາດ້ານສຸຂະພາບເຂົ້າ ໃນນະໂຍບາຍການປ່ຽນແປງດິນ ຟ້າອາກາດ ໂດຍຜ່ານມາດຕະການ ຕ່າງໆ ທີ່ເປັນຫລັກຖານ, ສອດຄ່ອງ ກັບຍຸດທະສາດແຫ່ງຊາດ ແລະ ການສະໜັບສະໜູນທາງດ້ານການ ເງິນໃນໄລຍະຍາວ. ຂ່າວ: ສູນຂ່າວ ສານການແພັດສຸຂະສຶກສາ.

RkJQdWJsaXNoZXIy MTc3MTYxMQ==