7081.2

08 xtgmf]k; 37ltok c]t [= ]y = dy ko 30/07/2025 ຂປລ. ວັນທີ 24 ກໍລະກົດ 2025 ຜ່ານມາ, ສະຫະພັນກຳມະບານ ກຸ່ມ ບໍລິສັດລົງທຶນກໍ່ສ້າງ ຢຸນນານຈຳ ກັດ ແລະ ບໍລິສັດຮ່ວມທຶນ ລາວ-ຈີນ ຈຳກັດ ຈັດກິດຈະກຳການແຂ່ງ ຂັນທັກສະທາງດ້ານສີມືແຮງງານ ກ່ຽວກັບການບັນຍາຍການຕະ ຫລາດ ແລະ ການສ້າງບົດນຳສະ ເໜີ ພາເວີພອຍ(PPT) ເຂດພັດທະ ນາກວມລວມໄຊເຊດຖາ ພາຍໃຕ້ ໂຄງການຮ່ວມມື “ໜຶ່ງແລວໜຶ່ງ ເສັ້ນທາງ” ແຂວງຢຸນນານ ໂດຍ ມີ ທ່ານ ພູວັນ ເພັດຊົມພູ ຮອງປະ ທານສະຫະພັນກໍາມະບານນະຄອນ ຫລວງວຽງຈັນ, ທ່ານ ລັດສະໝີ ສູນດາລາ ປະທານກຳມະບານຮາກ ຖານ ຄະນະຄຸ້ມຄອງເຂດເສດຖະກິດ ພິເສດນະຄອນຫລວງວຽງຈັນ, ທ່ານ ຈ່າງ ໂຢ້ຈົວ ຮອງຜູ້ອຳນວຍ ການລົງທຶນກໍ່ສ້າງຢຸນນານ(ລາວ) ຈຳກັດ ແລະ ຜູ້ຕາງໜ້າຈາກບໍລິສັດ ກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ, ທ່ານ ຈ່າງ ໂຢ້ຈົວ ໄດ້ ສະແດງຄວາມຊົມເຊີຍ ຕໍ່ການຈັດ ການແຂ່ງຂັນຄັ້ງນີ້, ພ້ອມທັງຍົກ ໃຫ້ເຫັນວ່າ: ເຂດພັດທະນາກວມ ລວມໄຊເຊດຖາ ເປັນເຂດທີ່ນອນ ຢູ່ໃນຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນ ທາງ” ທີ່ລາວ ແລະ ຈີນ ຮ່ວມມືກໍ່ ສ້າງ, ການແຂ່ງຂັນທັກສະດ້ານ ສີມືແຮງງານໃນຄັ້ງນີ້ ບໍ່ພຽງແຕ່ ເປັນການສະແດງຄວາມຮູ້-ຄວາມ ແຂ່ງຂັນທັກສະສີມືແຮງງານ ການບັນຍາຍການ ຕະຫລາດ ແລະ ການສ້າງບົດສະເໜີພາເວີພອຍ ສາມາດຂອງ ວຽກງານການດຶງດູດ ນັກລົງທຶນ ແລະ ຄວາມສາມາດ ດ້ານເຕັກນິກຂອງພະນັກງານລາວ ແລະ ຈີນ ເທົ່ານັ້ນ, ແຕ່ຍັງເປັນການ ຝຶກຝົນຫລໍ່ຫລອມເພື່ອສົ່ງເສີມການ ຈັດຕັ້ງປະຕິບັດແນວຄວາມຄິດ “ຮັບ ເອົາວິສາຫະກິດທີ່ດີ ແລະ ໃຫຍ່”. ດ້ວຍການສົ່ງເສີມການຮຽນຮູ້ ແລະ ການຝຶກອົບຮົມຜ່ານການແຂ່ງ ຂັນໃນຄັ້ງນີ້. ກິດຈະກຳດັ່ງກ່າວ, ມີຜູ້ເຂົ້າ ຮ່ວມການແຂ່ງຂັນ ທີ່ຕາງໜ້າຈາກ ບັນດາພະແນກກ່ຽວຂ້ອງຂອງ ບໍລິສັດ ຮ່ວມທຶນ ລາວ-ຈີນ ຈຳກັດ ຫລາຍກວ່າ 30 ຄົນ ເຂົ້າຮ່ວມ ການແຂ່ງຂັນ ໂດຍຜູ້ເຂົ້າຮ່ວມການ ແຂ່ງຂັນ ໄດ້ບັນຍາຍເຖິງທ່າແຮງ ດ້ານທີ່ຕັ້ງຂອງເຂດ, ສະພາບແວດ ລ້ອມນະໂຍບາຍ ແລະ ທ່າແຮງການ ລົງທຶນ. ຜ່ານການອະທິບາຍເປັນ ພາສາຈີນ, ອັງກິດແລະ ພາສາລາວ, ເຂົາເຈົ້າໄດ້ສະແດງໃຫ້ເຫັນເຖິງຮູບ ແບບການສົ່ງເສີມການລົງທຶນ, ການຄິດຢ່າງມີເຫດຜົນ ແລະ ທັກ ສະການສະແດງອອກ. ຄະນະກຳ ມະການຕັດສິນໄດ້ຕີລາຄາສູງ ບັນ ດາເນື້ອໃນວິຊາສະເພາະຂອງຜູ້ເຂົ້າ ຮ່ວມ, ຄວາມຄ່ອງແຄ້ວໃນການສະ ແດງອອກ. ການແຂ່ງຂັນຄັ້ງນີ້, ບໍ່ ພຽງແຕ່ເປັນເວທີໃຫ້ພະນັກງານ ລາວແລະ ຈີນໄດ້ແລກປ່ຽນ, ຮຽນຮູ້ ແລະສະແດງໃຫ້ເຫັນຄວາມສາມາດ ຂອງຕົນເທົ່ານັ້ນ, ແຕ່ຍັງເປັນມາດ ຕະການສຳຄັນເພື່ອສົ່ງເສີມຄຸນນະ ພາບ ແລະ ປະສິດທິພາບຂອງວຽກ ງານສົ່ງເສີມການລົງທຶນໃນເຂດພັດ ທະນາ ແລະ ເສີມສ້າງທີມງານທີ່ມີ ຄວາມຮູ້-ຄວາມສາມາດ. ໃນຕໍ່ໜ້າ, ເຂດພັດທະນາຈະສືບຕໍ່ລົງເລິກການ ຝຶກອົບຮົມທັກສະ ແລະ ການຝຶກອົບ ຮົມຕົວຈິງ ເພື່ອຊ່ວຍໃຫ້ການພັດທະ ນາຄຸນນະພາບສູງ ຂອງການຮ່ວມ ມືດ້ານເສດຖະກິດການຄ້າຈີນ-ລາວ.

RkJQdWJsaXNoZXIy MTc3MTYxMQ==