30/07/2025 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ຢ່າຕົ່ງ່ົ່ mj v'mj P;c[[vto5 ]a dme,t-kf [h ko|v's];' ໂດຍ: ລູກສາວຫລ້າູ ກ້ າ [+ 7;og[yj '0h k,K vkdkog9a [mh v'muj [qj '[vdg4y 'rtpkf *ປັດຈຸບັນປັດໄຈສ່ຽງຕໍ່ສຸຂະ ພາບຮ່າງກາຍຂອງຄົນເຮົາແມ່ນ ມີຫລາຍແນວບໍ່ວ່າຈະເປັນສະພາບ ອາດກາດທີ່ປ່ຽນແປງ, ການພັກ ຜ່ອນບໍ່ພຽງພໍ, ເລື່ອງອາຫານ ການກິນ ແລະ ອື່ນໆອີກຫລາຍ ຢ່າງ…. ເຊິ່ງສົ່ງຜົນກະທົບຕໍ່ ຮ່າງກາຍທັງພາຍໃນ ແລະ ພາຍ ນອກ ເຮັດໃຫ້ເຮົາເກີດອາການ ເຈັບ, ໄຂ້ ໄດ້ງ່າຍເປັນຕົ້ນແມ່ນ ອາການເຈັບທ້ອງທີ່ສາມາດເກີດ ຂຶ້ນໄດ້ກັບທຸກຄົນບໍ່ວ່າຈະເປັນ ຜູ້ຍິງ ຫລື ຜູ້ຊາຍ, ທັງຜູ້ໃຫຍ່ ແລະ ເດັກນ້ອຍນັ້ນເອງ. ອາການເຈັບທ້ອງສາມາດ ບອກພະຍາດໄດ້ດັ່ງນີ້: ເຈັບບໍລິເວນ ຂ້າງເບື້ອງຂວາເປັນຕຳແໜ່ງຂອງ ຕັບ, ຖົງນໍ້າດີ ແລະ ມ້າມ, ເຈັບ ບໍລິເວນກາງຕົວເປັນຕຳແໜ່ງຂອງ ກະເພາະອາຫານ, ຕັບ ແລະ ກະດູກ ລິ້ນປີ່, ເຈັບບໍລິເວນບັ້ນແອວເບື້ອງ ຂວາ ຫລື ຊ້າຍ ເປັນຕຳແໜ່ງຂອງທໍ່ ໝາກໄຂ່ຫລັງ, ໝາກໄຂ່ຫລັງ ແລະ ລຳໄສ້ໃຫຍ່, ເຈັບບໍລິເວນອ້ອມ ສະບື ກົງກັບຕຳແໜ່ງລຳໄສ້ນ້ອຍ ເວລາເນັ່ນແລ້ວຮູ້ສຶກເຈັບອາດເປັນ ໄສ້ຕິ່ງ, ເຈັບບໍລິເວນທ້ອງນ້ອຍ ເບື້ອງເຂວາເປັນຕຳແໜ່ງໄສ້ຕິ່ງ, ທໍ່ໄຂ່ຫລັງ ແລະ ປີກມົດລູກ, ເຈັບ ບໍລິເວນທ້ອງນ້ອຍບ່ອນເຄິ່ງກາງ ເປັນຕຳແໜ່ງຂອງທໍ່ຍ່ຽວ ແລະ ມົດລູກ, ເຈັບບໍລິເວນທ້ອງນ້ອຍ ເບຶ້ອງຊ້າຍເປັນຕຳແໜ່ງຂອງປີກ ມົດລູກ ແລະ ທໍ່ໄຂ່ຫລັງ. ອີກຢ່າງໜຶ່ງສຳລັບອາການ ເຈັບທ້ອງທີ່ຕ້ອງໄປພົບແພດທັນທີ ເຊິ່ງອາການແມ່ນເຈັບມາຫລາຍ ກວ່າ 6 ຊົ່ວໂມງ ແຕ່ຍັງບໍ່ເຊົາ ຫລື ບໍ່ມີທ່າທີວ່າຈະເຊົາເປັນຕົ້ນແມ່ນ ເຈັບທ້ອງທີ່ບໍລິເວນທ້ອງນ້ອຍ ເບື້ອງຂວາ, ເຈັບທ້ອງຮຸນແຮງ ຈົນນອນບໍ່ຫລັບ, ເຈັບທ້ອງ ແລະ ມີເລືອດອອກບໍລິເວນຊ່ອງຄອດ, ເຈັບທ້ອງ ແລະ ມີອາການຫັນໃຈ ຝືດເໝື່ອຍ, ເຈັບທ້ອງບວກກັບມີ ອາການວິນຫົວ, ປວດຮາກ, ໜ້າ ມືດເປັນລົມ, ເຈັບທ້ອງຈົນຮູ້ສຶກ ປວດໄປຮອດສັນຫລັງເຫລົ່ານີ້ ເປັນຕົ້ນ. ອາການເຈັບທ້ອງບໍ່ແມ່ນ ເລື່ອງນ້ອຍໆເຖິງແມ່ນວ່າຈະເຈັບ ໜ້ອຍ ຫລື ຫລາຍກໍບໍ່ຄວນລະເລີຍ ຕ້ອງຮູ້ຈັກໝັ່ນສັງເກດຮ່າງກາຍ ຂອງຕົວເອງສະ ເໝີຫາກເກີດ ອາການຜິດປົກກະຕິກໍຄວນພົບ ແພດທັນທີ. ພາບປະກອບ ພາບປະກອບ * ເ ມືອງປາກຊ່ອງ ແຂວງ ຈໍາປາສັກ ກໍເປັນອີກເມືອງໜຶ່ງ ທີ່ມີສະຖານທີ່ທ່ອງທ່ຽວຫລາກ ຫລາຍເປັນຕົ້ນແຫລ່ງທ່ອງທ່ຽວ ທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳທີ່ສວຍສົດງົດງາມ ຫລາຍ ໂດຍສະເພາະແມ່ນແຫລ່ງ ທ່ອງທ່ຽວທາງທຳມະຊາດນ້ຳ ຕົກຕາດອັນທີ່ໂດດເດັ່ນໄດ້ແກ່ນ້ຳ ຕົກຕາດເຍືອງ, ນ້ຳຕົກຕາດຟານ, ນ້ຳຕົກຕາມອີຕູ້, ນ້ຳຕົກຕາດຈຳປີ, ນ້ຳຕົກຕາກເຊກະຕາມຕົກ, ຕາດ ມ່ວນ, ດ່ານສີນໄຊ ແລະ ດ່ານໜອງ ຫລວງປ່າແປກ ແລະ ພູໄຟເທວະດາ ເຫລົ່ານີ້ເປັນຕົ້ນ. ເມືອງປາກຊ່ອງມີ ແຫລ່ງທ່ອງທ່ຽວທັງໝົດ 67 ແຫ່ງ ໃນນັ້ນແຫລ່ງທ່ອງທ່ຽວທຳມະຊາດ 37 ແຫ່ງ, ວັດທະນະທຳ 22 ແຫ່ງ ແລະ ປະຫວັດສາດ 8 ແຫ່ງ, ໄດ້ ກຳນົດເຂດການທ່ອງທ່ຽວຂອງ ເມືອງປາກຊ່ອງຕິດພັນກັບການ ສ້າງບ້ານ ແລະ ກຸ່ມບ້ານພັດທະນາ ອອກເປັນ 3 ເຂດ ເຊິ່ງໜຶ່ງໃນນັ້ນກໍ ແມ່ນບ້ານໜອງຫລວງ ຂຶ້ນກັບກຸ່ມ 1 ຂອງເມືອງປາກຊ່ອງ ແຂວງຈຳ ປາສັກ. ບ້ານໜອງຫລວງ ເຊິ່ງເປັນອີກ ບ້ານໜຶ່ງທີ່ໄດ້ຈັດກິດຈະກຳການ ທ່ອງທ່ຽວແບບອະນຸລັກທຳມະຊາດ ແລະ ມີຫລາຍກິດຈະກໍາທີ່ໜ້າສົນໃຈ ແລະ ໃຫ້ທ່ຽວຊົມ. ບໍ່ວ່າກິດຈະກໍາ ນອນພັກແຮມກັບປະຊາຊົນ, ໃສ່ ບາດຍາມເຊົ້າ, ກິດຈະກໍາຍ່າງປ່າ, ຕັ້ງແຄັ້ມນອນຢູ່ທົ່ງດອກໄມ້ດ່ານ ໃຫຍ່, ກິດຈະກໍາຕື່ນເຊົ້າແລ້ວລົງ ທ່ຽວຊົມຕາດເສືອ, ຕາດຂະມຶດ. ຕາມການເລົ່າໃຫ້ຮູ້ຂອງທ່ານ ນາງ ສົມພອນ ຫລວງສຸວັນນະວົງ ນາຍບ້ານໜອງຫລວງວ່າ: ການ ທ່ອງທ່ຽວຂອງບ້ານນີ້ ແມ່ນຂອງ ພໍ່ແມ່ປະຊາຊົນ ໂດຍມີຄະນະກຸ່ມ ທ່ອງທ່ຽວຂອງບ້ານທີ່ຮັບຜິດຊອບ ໃນການບໍລິຫານ ແລະ ໃນບ້ານມີ ເຮືອນພັກແຮມຂອງປະຊາຊົນຮັບ ບໍລິການແຂກຈໍານວນ 38 ຫລັງ, ສາມາດຮອງຮັບນັກທ່ອງທ່ຽວ ປະມານ 500 ຄົນ. ສໍາລັບການ ທ່ອງທ່ຽວຂອງບ້ານແມ່ນນັກທ່ອງ ທ່ຽວຈະນິຍົມມາທ່ຽວໃນໄລຍະ ເດືອນມິຖຸນາຫາເດືອນຕຸລາ (ໄລຍະ ລະດູຝົນ), ໂດຍໃນປີ 2024 ຜ່ານ ມາມີນັກທ່ອງທ່ຽວໃຫ້ຄວາມສົນໃຈ ແລະ ເຂົ້າມາທ່ຽວຫລາຍສົມຄວນ. ໃນນັ້ນ, ມີທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວປະ ມານ 3.600 ເທື່ອຄົນ. ຂະນະທີ່ທ່ານ ໄພທອນ ຮອງ ນາຍບ້ານທັງຮັບຜິດຊອບພະນັກ ງານນຳທ່ຽວຂອງບ້ານກ່າວວ່າ: ການທ່ອງທ່ຽວຂອງບ້ານແມ່ນໄດ້ ມີການປັບປຸງເສັ້ນທາງຍ່າງປ່າ ເປັນຕົ້ນການສ້າງຂົວອູ່ຂ້າມຫ້ວຍ, ການຝຶກອົບຮົມປະຖົມພະຍາບານ ເບື້ອງຕົ້ນໃຫ້ທີມງານພະນັກງານ ນໍາທ່ຽວຂອງບ້ານ, ການບໍລິການ ເຮືອນພັກແຮມໂຮມສະເຕ, ການປຸງ ແຕ່ງອາຫານ. ກິດຈະກໍາທ່ອງທ່ຽວ ບ້ານໜອງຫລວງແມ່ນໃຊ້ເວລາ 2 ຄືນ, 3 ມື້, ພ້ອມນີ້ ກໍຍົກໃຫ້ເຫັນບ້ານ ໜອງຫລວງໄດ້ຮັບລາງວັນລະດັບ ອາຊຽນ 3 ລາງວັນ, ໄດ້ຮັບລາງວັນ ປະຊາຊົນມີສ່ວນຮ່ວມ ແລະ ລາງ ວັນເຮືອນພັກແຮມປະຊາຊົນ. ແນວ ໃດກໍດີ ໃນປີ 2025 ນີ້ ເຫັນວ່ານັກ ທ່ອງທ່ຽວແມ່ນໃຫ້ຄວາມສົນໃຈ ເຂົ້າມາທ່ຽວ ໂດຍສະເພາະແມ່ນ ນັກທ່ອງທ່ຽວພາຍໃນທີ່ມີຈໍານວນ ເພີ່ມຂຶ້ນອັນໄດ້ເຮັດໃຫ້ບັນຍາກາດ ການທ່ອງທ່ຽວຄຶກຄື້ນ ຕິດພັນກັບ ການສ້າງລາຍຮັບໃຫ້ແກ່ປະຊາຊົນ ໄດ້ເປັນຢ່າງດີ. ພ້ອມນີ້ກໍຂໍເຊີນຊວນ ທຸກທ່ານມາສໍາຜັດກັບບັນຍາກາດ ການທ່ອງທ່ຽວທີ່ບ້ານໜອງຫລວງ ດ້ວຍຕົນເອງ, ທັງນີ້ ທັງນັ້ນ ເມື່ອ ທ່ານມາທ່ຽວແລ້ວກໍຂໍໃຫ້ທ່ານເປັນ ເຈົ້າການຮັກສາຄວາມສະອາດ ຕາມສະຖານທີ່ທ່ອງທ່ຽວຮ່ວມກັບ ພວກເຮົາດ້ວຍການບໍ່ຖິ້ມຂີ້ເຫຍື້ອ ຊະຊາຍ. ສຳລັບບ້ານໜອງຫລວງແມ່ນ ຂຶ້ນກັບກຸ່ມ 1 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ເພື່ອເປັນ ການສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງ ອົງຄະນະພັກແຂວງຈໍາປາສັກ ທີ່ຈະ ເປີດຂຶ້ນໃນມໍ່ໆນີ້ ອົງການປົກຄອງ ບ້ານ ກໍຄື ຄະນະຮັບຜິດຊອບການ ທ່ອງທ່ຽວແມ່ນຈະໄດ້ສືບຕໍ່ບໍລິການ ນັກທ່ອງທ່ຽວດ້ວຍຄວາມປະທັບ ໃຈ, ຮັບປະກັນຄວາມປອດໄພ, ຮັບ ປະກັນໃນເລື່ອງຄວາມສະອາດສວຍ ງາມໄປພ້ອມໆກັນ.
RkJQdWJsaXNoZXIy MTc3MTYxMQ==