7081.2

30/07/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສືບຕໍ່ເສີມສ້າງມິດຕະພາບ...ືໍ່ີ້ິ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ກະຊວງການຕ່າງປະ ເທດ (ຕປທ) ຈັດກອງປະຊຸມທາບ ທາມບຸກຄະລາກອນ ຮັບສະໝັກ ເລືອກຕັ້ງເຂົ້າໃນຄະນະບໍລິຫານ ງານພັກ ກະຊວງການຕ່າງປະເທດ ສະໄໝທີV(ຮອບທີ1)ໃນວັນທີ28 ກໍລະກົດ 2025 ໂດຍການເປັນປະ ທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ ກະຊວງ, ລັດຖະມົນຕີກະຊວງການ ຕ່າງປະເທດ, ມີບັນດາຄະນະພັກຄະນະນຳ, ຄະນະໜ່ວຍພັກ, ຄະນະ ກົມ, ຄະນະພະແນກ, ອະດີດພະນັກ ງານອາວຸໂສ ແລະ ຜູ້ຕາງໜ້າຈາກ ຄະນະຈັດຕັ້ງສູນກາງພັກ ແລະ ຄະ ນະກວດກາສູນກາງພັກ ເຂົ້າຮ່ວມ. ໃນພິທີ ສະຫາຍ ວັນດີ ບຸດສະດີ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຕາງໜ້າໃຫ້ຄະນະບຸກຄະລາກອນ ຜ່ານແຈ້ງການຂອງຄະນະຈັດຕັ້ງ ສູນກາງພັກ ສະບັບເລກທີ 186/ ຄຈສພ, ລົງວັນທີ 3 ກໍລະກົດ 2024 ແລະ ບົດແນະນຳມາດຖານເງື່ອນ ໄຂ ຜູ້ອອກຮັບສະໝັກຮັບເລືອກ ຕັ້ງເຂົ້າໃນຄະນະບໍລິຫານງານພັກ ກະຊວງການຕ່າງປະເທດຊຸດໃໝ່. ຫລັງຈາກນັ້ນ, ສະຫາຍ ສຸລະພົນ ສີລາວີ ຫົວໜ້າກົມ ຄະນະກວດກາ ສູນກາງພັກ ໄດ້ຂຶ້ນໃຫ້ຄໍາແນະນຳ ຕໍ່ກອງປະຊຸມທາບທາມບຸກຄະລາ ກອນດັ່ງກ່າວ ແນໃສ່ເຮັດໃຫ້ການ ຄັດເລືອກເປົ້າໝາຍສະໝັກເຂົ້າໃນ ຄະນະບໍລິຫານງານພັກກະຊວງ ການຕ່າງປະເທດ ສະໄໝທີ V ໃນ ຄັ້ງນີ້ ໃຫ້ໄດ້ຜູ້ທີ່ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ຕາມທິດນໍາຂອງ ພັກເປັນຕົ້ນ ແມ່ນດ້ານຄຸນທາດ ການເມືອງ, ດ້ານຄຸນສົມບັດສິນທໍາ ປະຕິວັດ ແລະ ແບບແຜນດໍາລົງຊີ ວິດ, ດ້ານຄວາມຮູ້-ຄວາມສາມາດ, ດ້ານແບບແຜນການນຳພາ ແລະ ວິທີເຮັດວຽກ ແລະ ດ້ານສຸຂະພາບ. ໃນໂອກາດນີ້, ສະຫາຍ ທອງສະ ຫວັນ ພົມວິຫານ ໄດ້ເນັ້ນຕໍ່ບັນດາ ຜູ້ແທນກອງປະຊຸມ ຈົ່ງຍົກສູງສະຕິ ຄວາມຮັບຜິດຊອບ ແລະ ຄໍານຶງເຖິງ ຄວາມສຳຄັນຂອງການຕັດສິນໃຈ ໃນການເລືອກເອົາຄະນະບໍລິຫານ ງານພັກ ກະຊວງການຕ່າງປະເທດ ຊຸດໃໝ່ ເຊິ່ງຈະເປັນຜູ້ນຳພາການ ເຄື່ອນໄຫວວຽກງານຢູ່ໃນຂະແໜງ ການຕ່າງປະເທດ ໃນອີກ 5 ປີຕໍ່ໜ້າ ໂດຍສະເພາະຜູ້ທີ່ມີມາດຖານເງື່ອນ ໄຂ, ຄວາມຮູ້ຄວາມສາມາດ, ມີວິໄສ ທັດ, ມີຄວາມເປັນຜູ້ນຳ ແລະ ໃຫ້ປະ ຕິບັດກົດລະບຽບ, ຂັ້ນຕອນຕ່າງໆທີ່ ຄະນະຄວບຄຸມການປ່ອນບັດແນະ ນໍາຢ່າງເຂັ້ມງວດ. ຫລັງຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມໃນ ກອງປະຊຸມ ກໍໄດ້ເຂົ້າຮ່ວມການ ປ່ອນບັດທາບທາມເອົາບຸກຄະລາ ກອນ ຜູ້ອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ກະຊວງການຕ່າງປະເທດ ສະໄໝທີ V ຮອບທີ 1. ສ່ວນການທາບທາມ ຮອບຕໍ່ໄປ ແມ່ນຈະໄດ້ຈັດຂຶ້ນໃນ ເວລາອັນໃກ້ນີ້. ພາບ: ອ່າຍຄຳ mk[mk,[5 d7t]kdvo Ia [lt\a dg]n vd8A ' 7tot[= ]y sko'kora d dt-;' 8xm ltw\mu V ສະຫະພາບ ໂຊວຽດ ໄດ້ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອຢ່າງຫລວງຫລາຍ ໃຫ້ແກ່ ສປປ ລາວ ທີ່ເກີດ ໃໝ່ ແລະ ໜຸ່ມນ້ອຍ ພາຍຫລັງສົງຄາມທຳລາຍອັນໜັກໜ່ວງ, ຊ່ວຍເຫລືອລາວ ໃນການຮຳບາດແຜສົງຄາມ, ການສຶກສາ, ສາທາລະນະສຸກ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຟື້ນຟູເສດຖະກິດ. ວັນທີ 31 ທັນວາ 1991 ສປປ ລາວ ໄດ້ປະກາດຮັບຮູ້ ສະຫະພັນ ຣັດເຊຍ ເປັນຜູ້ສືບທອດທີ່ຖືກຕ້ອງ ຈາກສະຫະພາບ ໂຊຫວຽດ, ຫລັງຈາກນັ້ນ, ໄດ້ລົງນາມສົນທິສັນຍາ ວ່າດ້ວຍພື້ນຖານ ການພົວພັນມິດຕະພາບ ລະຫວ່າງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບສະຫະພັນ ຣັດເຊຍ ໃນປີ 1994 ເພື່ອເສີມສ້າງສາຍພົວພັນຮ່ວມມື ໃນໄລຍະໃໝ່. ຮອດປີ 2011, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດດ້ານຄວາມໝັ້ນ ຄົງໃນພາກພື້ນອາຊີ–ປາຊີຟິກ; ປີ 2013 ໄດ້ມີການສ້າງສູນວັດທະນະທຳ ແລະ ວິທະຍາສາດຂອງຣັດເຊຍຄືນໃໝ່ ຢູ່ ນະຄອນຫລວງວຽງຈັນ ອັນໄດ້ປະກອບສ່ວນສຳຄັນໃນການສົ່ງເສີມວຽກງານແລກປ່ຽນວັດທະນະທຳ ແລະ ສົ່ງເສີມການໄປມາຫາສູ່ກັນລະຫວ່າງປະຊາຊົນລາວແລະ ຣັດເຊຍ. ພວກເຮົາມີຄວາມເພິ່ງພໍໃຈທີ່ເຫັນວ່ານັບແຕ່ ປີ 2014 ເປັນຕົ້ນມາ ການພົວພັນຮ່ວມມື ລາວ-ຣັດເຊຍ ໄດ້ຮັບການເປີດກວ້າງ ໄປສູ່ເກືອບທຸກຂະແໜງການ ຮ່ວມມື ທີ່ສອງຝ່າຍມີທ່າແຮງ. ຜົນສຳເລັດທີ່ໜ້າຍິນດີໃນການຮ່ວມມື ດ້ານການເມືອງ ແລະ ຄວາມໝັ້ນຄົງ, ສອງຝ່າຍໄດ້ແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ ໃນຫລາຍລະດັບ ແລະ ຂົງເຂດວຽກງານ ນັບແຕ່ລະດັບວິຊາການ ຈົນເຖິງການນໍາລະດັບສູງ ຂອງສອງປະເທດ; ການພົວພັນໃນຂອບວຽກງານສາຍພັກ, ໄດ້ມີການພົວພັນກັນຢ່າງສະໜິດແໜ້ນ; ສະຫະພັນ ຣັດເຊຍ ໄດ້ສືບຕໍ່ສ້າງບຸກຄະລາກອນ ໃນຂົງເຂດຕ່າງໆ ລວມທັງ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ແກ່ ສປປ ລາວ. ນອກຈາກນັ້ນ, ສ ຣັດເຊຍ ຍັງໄດ້ສືບຕໍ່ຊ່ວຍເຫລືອລາວ ທາງດ້ານການສຶກສາ, ສາທາລະນະ ສຸກ. ຊຸມປີຫລັງມານີ້, ຣັດເຊຍ ໄດ້ສົ່ງທີມວິຊາການ ມາຊ່ວຍເກັບກູ້ລະເບີດທີ່ຍັງບໍ່ທັນແຕກຢູ່ ສປປ ລາວ ທີ່ຕົກຄ້າງ ມາແຕ່ສະໄໝສົງຄາມ ຈາກການຖິ້ມລະເບີດ ຂອງກອງທັບອາກາດ ສະຫະລັດ ອາເມລິກາ ຊຶ່ງຖືວ່າເປັນຮ່ອງຮອຍ ເສດເຫລືອຈາກສົງຄາມ ທີ່ສ້າງຄວາມເຈັບປວດໃຫ້ແກ່ ປະຊາຊົນລາວ ແລະ ເຮັດໃຫ້ຄົນລາວ ຍັງສືບຕໍ່ປະສົບ ກັບຄວາມຫາຍະນະຈົນເທົ່າທຸກວັນນີ້. ນີ້ສະແດງໃຫ້ເຫັນເຖິງການຮ່ວມມືທາງດ້ານມະນຸດສະທຳ ທີ່ຣັດເຊຍ ມີ ໃຫ້ແກ່ ປະຊາຊົນລາວ ຂອງພວກຂ້າພະເຈົ້າ ແລະ ຂົງເຂດສຳຄັນອື່ນໆອີກ. ປະຊາຊົນລາວ ຍາມໃດກໍຈົດຈຳ, ຮູ້ບຸນຄຸນ ຕໍ່ນໍ້າໃຈອັນງົດງາມ ແລະ ສູງສົ່ງຂອງ ລັດຖະບານ ແລະ ປະຊາຊົນ ຣັດເຊຍ ຢ່າງບໍ່ມີວັນຫລົງລືມໄດ້. ປີນີ້ ຢູ່ ມົດສະກູ ໄດ້ມີພິທີອັນຍິ່ງໃຫຍ່ ເພື່ອສະເຫລີມສະຫລອງ ຄົບຮອບ 80 ປີ ແຫ່ງ ມະຫາໄຊຊະນະສົງຄາມ ປົກປ້ອງປິຕຸພູມ ຂອງ ຣັດເຊຍ ທີ່ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025, ເຊິ່ງເປັນເຫດການໜຶ່ງທີ່ສໍາຄັນໃນ ປະຫວັດສາດຂອງປະຊາຊາດ ຣັດເຊຍ ແລະ ຂອງມວນມະນຸດ ໃນທົ່ວໂລກ. ສປປ ລາວ ໄດ້ຮັບກຽດເປັນຢ່າງ ສູງທີ່ກອງທັບລາວ ໄດ້ສົ່ງກ້ອນກໍາລັງທີ່ເປັນຕົວແທນຂອງຕົນ ເຂົ້າຮ່ວມເດີນສວນສະໜາມ ຢູ່ທີ່ຈະຕຸລັດແດງ ທີ່ຍິ່ງໃຫຍ່ໃນວັນບຸນມະໂຫລານ ທີ່ຍິ່ງໃຫຍ່ດັ່ງກ່າວ. ການຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນຂອງສອງປະເທດ ກໍກຳລັງມີຄວາມຄືບໜ້າມາເປັນ ລຳດັບ, ເປັນຕົ້ນແມ່ນດ້ານອຸດສາຫະກຳຂຸດຄົ້ນປຸງແຕ່ງ ແຮ່ທາດ, ດ້ານພະລັງງານ ແລະ ອື່ນໆ. ການຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ການແລກປ່ຽນດ້ານວັດທະນະທຳ ແລະ ຂົງເຂດອື່ນໆ ກໍມີ ຜົນສຳເລັດຫລາຍປະການ. ຕະຫລອດຫລາຍທົດສະວັດຜ່ານມາ, ໂດຍສະເພາະແມ່ນຂະແໜງການກໍ່ສ້າງຊັບ ພະຍາກອນມະນຸດ ທີ່ເປັນມູນເຊື້ອແຫ່ງການສະໜັບສະໜູນຈາກຣັດເຊຍ ໃຫ້ແກ່ລາວ ມາແລ້ວນັ້ນ, ໄດ້ສ້າງ ແລະ ສືບຕໍ່ສ້າງໃຫ້ລາວ ມີຊັບພະຍາກອນບຸກຄົນ ທີ່ເປັນກຳລັງແຮງອັນໃຫຍ່ຫລວງໃນການພັດທະນາປະເທດຊາດ ຂອງລາວ ຈົນເຖິງປັດຈຸບັນນີ້ ແລະ ໃນອະນາຄົດ. ເວົ້າເຖິງການພົວພັນ ລະຫວ່າງ ປະຊາຊົນ ກັບປະຊາຊົນ ແມ່ນນັບມື້ນັບຂະຫຍາຍຕົວ, ຕົວເລກນັກທ່ອງທ່ຽວ ຈາກ ຣັດເຊຍ ມາ ສປປ ລາວ ເພີ່ມຂຶ້ນ ທຸກປີ, ສຳລັບປີ 2024 ມີປະມານ 48.000 ກວ່າ ເທື່ອຄົນ ແລະ ຫວັງວ່າ ຈະໄດ້ຮັບຕ້ອນນັກທ່ອງທ່ຽວຈາກ ຣັດເຊຍ ເພື່ອນມິດ ນັບມື້້ນັບຫລາຍຂຶ້ນ. ສຳລັບ ການຮ່ວມມືໃນຂອບຫລາຍຝ່າຍ, ສອງຝ່າຍໄດ້ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ຢ່າງສະເໝີ ຕົ້ນສະເໝີປາຍ, ມີທັດສະນະທີ່ຄ້າຍຄືກັນໃນຫລາຍບັນຫາ, ສະໜັບສະໜູນບັນດາຫລັກການພື້ນຖານຂອງການ ພົວພັນສາກົນ, ສົ່ງເສີມລັດທິຫລາຍຝ່າຍ ແລະ ການສ້າງລະບຽບໂລກຫລາຍຂົ້ວທີ່ມີຄວາມເປັນທຳ. ຂ້າພະເຈົ້າ ຊື່ນຊົມຕໍ່ບົດບາດຂອງ ຣັດເຊຍ ທີ່ເປັນໜຶ່ງໃນເສົາຄ້ໍາ ຂອງສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ ທີ່ກຳລັງ ປັ່ນປ່ວນນີ້. ໃນຂອບ ອາຊຽນ, ຣັດເຊຍ ເປັນໜຶ່ງໃນບັນດາຄູ່ເຈລະຈາ ທີ່ສໍາຄັນຂອງ ອາຊຽນ, ສປປ ລາວ ຕີລາຄາສູງ ການພົວພັນຮ່ວມມື ຢ່າງມີໝາກຜົນ ລະຫວ່າງ ອາຊຽນ ແລະ ຣັດເຊຍ ຕະຫລອດໄລຍະຫລາຍກວ່າ 3 ທົດສະວັດ ທີ່ຜ່ານມາ. ໃນປີ 2016 ໃນຖານະທີ່ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີ 2, ຂ້າພະເຈົ້າ ຮູ້ສຶກ ເປັນກຽດ ທີ່ໄດ້ເປັນປະທານຮ່ວມ ກັບ ທ່ານປະທານາທິບໍດີ ວະລາດີເມຍ ປູຕິນ ສະເຫລີມສະຫລອງ ການພົວພັນ ຮ່ວມມື ອາຊຽນ-ຣັດເຊຍ ຄົບຮອບ 20 ປີ ທີ່ໂຊຈິ ດ້ວຍຜົນສຳເລັດຢ່າງຈົບງາມ. ໃນຖານະທີ່ ອາຊຽນ-ຣັດເຊຍ ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2018, ສປປ ລາວ ມີຄວາມຍິນດີ ທີ່ເຫັນວ່າ ຣັດເຊຍ ມີການ ປະກອບສ່ວນທີ່ສຳຄັນ ເຂົ້າໃນການສະໜັບສະໜູນ ແລະ ຍົກສູງບົດບາດຄວາມເປັນແກນກາງຂອງ ອາຊຽນ ໃນ ບັນດາກົນໄກຮ່ວມມືຕ່າງໆ, ພ້ອມກັນນັ້ນ ໄດ້ໃຫ້ຄວາມສຳຄັນໃນການຈັດຕັ້ງຜັນຂະຫຍາຍ ຄູ່ຮ່ວມຍຸດທະສາດ ແນໃສ່ຍົກລະດັບການພົວພັນຮ່ວມມື ອາຊຽນ-ຣັດເຊຍ ໃຫ້ກ້າວໄປສູ່ຍອດສູງໃໝ່ ແລະ ປີ 2026 ທີ່ຈະມາເຖິງ ນີ້, ພວກເຮົາຈະໄດ້ຮ່ວມກັນສະເຫລີມສະຫລອງ ຄົບຮອບ 30 ປີ ແຫ່ງຂີດໝາຍທີ່ສຳຄັນ ຂອງການພົວພັນ ຮ່ວມມື ອາຊຽນ-ຣັດເຊຍ. ເພື່ອນມິດ ຣັດເຊຍ ທີ່ນັບຖືຮັກແພງ ທັງຫລາຍ, ການຢ້ຽມຢາມ ຣັດເຊຍ ຂອງຂ້າພະເຈົ້າ ໃນຄັ້ງນີ້ ພໍດີກັບໂອກາດທີ່ມີຄວາມສຳຄັນເປັນພິເສດ ຄືເປັນປີ ສະເຫລີມສະຫລອງ ຄົບຮອບ 80 ປີ ແຫ່ງມະຫາໄຊຊະນະ ຂອງສົງຄາມປົກປ້ອງປິຕຸພູມ ຂອງ ຣັດເຊຍ ແລະ ເປັນປີ ຄົບຮອບ 65 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຣັດເຊຍ (7/10/1960 – 7/10/2025) ແລະ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ ແລະ ຣັດເຊຍ-ລາວ, ເຊິ່ງເປັນໂອກາດດີທີ່ ຂ້າພະເຈົ້າ ແລະ ທ່ານປະທານາທິບໍດີ ວາລາດີເມຍ ປູຕິນ ຈະໄດ້ຮ່ວມກັນທົບທວນມູນເຊື້ອ ຂອງມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ຮ່ວມກັນກຳນົດທິດທາງ ໃຫ້ແກ່ການພົວພັນຮ່ວມມືຮອບດ້ານ ລະຫວ່າງສອງປະເທດໃນອະນາຄົດ ເພື່ອຜົນປະໂຫຍດ ຂອງປະຊາຊົນ ສອງຊາດພວກເຮົາ. ໂດຍເປັນໜຶ່ງໃນຈຳນວນອະດີດນັກສຶກສາ, ນັກຄົ້ນຄວ້າ ລາວ ຈຳນວນຫລາຍຮ້ອຍຫລາຍພັນຄົນ ທີ່ໄດ້ສຶກສາ ຮໍ່າຮຽນ ແລະ ດຳລົງຊີວິດ ຢູ່ ສ ຣັດເຊຍ, ຂ້າພະເຈົ້າມີໂອກາດໄດ້ກັບມາປະເທດ ຣັດເຊຍ ທີ່ສວຍງາມຄັ້ງໃດ ກໍ ຮູ້ສຶກພາກພູມໃຈ ຕໍ່ການເຕີບໃຫຍ່ຂະຫຍາຍຕົວທີ່ໄວວາ ແລະ ກ້າວໜ້າຢ່າງມະຫັດສະຈັນ ຂອງປະເທດ ຣັດເຊຍ ເພື່ອນມິດ. ຂ້າພະເຈົ້າ ມາຢ້ຽມຢາມ ຣັດເຊຍ ຄັ້ງນີ້ ກໍເປັນອີກຄັ້ງໜຶ່ງທີ່ຖືວ່າ ໄດ້ກັບມາຫາເພື່ອນມິດສະຫາຍ ທີ່ເປັນເພື່ອນຜູ້ໃກ້ຊິດທີ່ສຸດກັບຕົນ ເໝືອນຄົນໃນຄອບຄົວດຽວກັນ, ຂໍຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງ ທີ່ ຜືນແຜ່ນດິນທີ່ຍິ່ງໃຫຍ່ແຫ່ງນີ້ ທີ່ຄູອາຈານ ແລະ ເພື່ອນສະຫາຍ ຣັດເຊຍ ທີ່ເຄົາລົບນັບຖື ແລະ ຮັກແພງ ໄດ້ໃຫ້ ການອຸປະຖໍາຄໍ້າຊູ ລ້ຽງດູ ແລະ ໃຫ້ຄວາມຮູ້, ຄວາມຊົງຈຳທີ່ດີ ແກ່ຂ້າພະເຈົ້າ ແລະ ຄົນລາວທຸກຄົນ ຢ່າງບໍ່ມີ ວັນຈະຫລົງລືມໄດ້. xb dlksk]n ;Pd9a flqj 'cI''ko]k; wxgIa f;Pd16j 8j k'xtgmf ຂປລ. ເມື່ອບໍ່ດົນມານີ້, ກົມການ ຈັດຫາງານກະຊວງແຮງງານແລະ ສະຫວັດດີການສັງຄົມ(ຮສສ) ຈັດ ກອງປະຊຸມປຶກສາຫາລືວຽກງານ ການຈັດສົ່ງແຮງງານລາວໄປເຮັດ ວຽກຢູ່ຕ່າງປະເທດ ພາຍໃຕ້ການ ເປັນປະທານ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະ ຊວງ ຮສສ, ມີຫົວໜ້າກົມການຈັດ ຫາງານກະຊວງ ຮສສ, ປະທານ ສະມາຄົມທຸລະກິດ ບໍລິການຈັດ ຫາງານ, ບໍລິສັດຈັດຫາງານ, ຜູ້ ຕາງໜ້າອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ ແລະ ພ້ອມດ້ວຍວິຊາການກົມການຈັດ ຫາງານເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນ ຮ່ວມ ກັບບັນດາຂະແໜງການທີ່ກ່ຽວ ຂ້ອງ ເພື່ອເຮັດແນວໃດໃຫ້ບັນຫາ ດັ່ງກ່າວສາມາດແກ້ໄຂໄປໃນທິດ ທາງດຽວກັນ. ທ່ານ ພົງໄຊສັກ ອິນຖາລາດ ໄດ້ມີຄໍາເຫັນວ່າ: ວຽກງານຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງ ປະເທດ ກໍເປັນວຽກງານໜຶ່ງທີ່ ນອນຢູ່ໃນແຜນພັດທະນາວຽກງານ ແຮງງານ ແລະ ສະຫວັດດີການສັງ ຄົມ 5 ປີ ຄັ້ງທີ 5 (2021-2025) ແລະ ຄັ້ງທີ 6 (2026-2030) ເພື່ອສົ່ງເສີມໃຫ້ຜູ້ອອກແຮງງານ ລາວມີວຽກເຮັດງານທຳ, ສ້າງລາຍ ຮັບ, ພັດທະນາຄວາມຮູ້ຄວາມສາ ມາດ ແລະ ສີມືແຮງງານຢູ່ຕ່າງປະ ເທດ. ໃນໄລຍະຜ່ານມາ ກະຊວງ ແຮງງານ ແລະ ສະຫວັດດີການ ສັງຄົມ ໄດ້ມີການສ້າງ ແລະ ປັບປຸງ ກົນໄກສຳການຄຸ້ມຄອງວຽກງານ ດັ່ງກ່າວ ໂດຍສຳເລັດການສ້າງກົດ ໝາຍວ່າດ້ວຍການຈັດຫາງານ ແລະ ການຫັນການບໍລິການຈັດຫາ ງານໃຫ້ທັນສະໄໝ ແນໃສ່ເຮັດໃຫ້ ການບໍລິການໄດ້ຄຸນນະພາບ ສາ ມາດຕອບສະໜອງກັບຄວາມຕ້ອງ ການຂອງຜູ້ມາໃຊ້ບໍລິການ ແລະ ສັງຄົມ. ການສ້າງໂອກາດການມີ ວຽກເຮັດງານທໍາຢູ່ຕ່າງປະເທດ ໂດຍສະເພາະປະເທດທີ່ມີລາຍຮັບ ສູງ ແລະ ສະຫວັດດີການສັງຄົມທີ່ດີ ແມ່ນຊ່ອງທາງໜຶ່ງທີ່ຊ່ວຍໃນການ ພັດທະນາສີມື ແກ່ຜູ້ອອກແຮງງານ ໃນການຍົກສູງຄຸນະພາບການຜະ ລິດ, ນິໄສການເຮັດວຽກແບບອຸດ ສາຫະກໍາ, ພ້ອມທັງຍົກສູງຄຸນນະ ພາບຊີວິດການເປັນຢູ່ຂອງຜູ້ອອກ ແຮງງານ. ນັບແຕ່ປີ 2021 ຈົນເຖິງເດືອນ ມິຖຸນາ 2025 ກະຊວງ ຮສສ ໄດ້ ຈັດສົ່ງແຮງງານລາວໄປເຮັດວຽກ ຢູ່ຕ່າງປະເທດ ຈໍານວນ 350.567 ຄົນ, ຍິງ 190.994 ຄົນ, ການນຳ ສົ່ງເງິນກັບຄືນປະເທດ ຂອງແຮງ ງານລາວທີ່ໄປເຮັດວຽກຢູ່ຕ່າງປະ ເທດນັ້ນ ໄດ້ກາຍເປັນສ່ວນໜຶ່ງໃນ ການປະກອບສ່ວນນຳເຂົ້າເງິນຕາ ຕ່າງປະເທດຫລາຍສົມຄວນ ເຊິ່ງ 6 ເດືອນຕົ້ນປີ 2025 ມີຈໍານວນ 29.166.469 ໂດລາສະຫະລັດ. ສະນັ້ນ, ການສົ່ງຜູ້ອອກແຮງງານ ລາວ ໄປເຮັດວຽກຢູ່ຕ່າງປະເທດ ຕ້ອງຮັບປະກັນແຮງງານທີ່ມີຄຸນ ນະພາບ ໂດຍຜ່ານການຝຶກອົບຮົມ ແລະ ອອກໃບຢັ້ງຢືນການທົດສອບ ສີມື ເພື່ອໃຫ້ສາມາດສ້າງມູນຄ່າ ເພີ່ມ, ຮັບປະກັນທາງດ້ານລາຍຮັບ ແລະ ແຮງງານໄດ້ຮັບການປົກປ້ອງ ສິດແລະຜົນປະໂຫຍດໂດຍຊອບທຳ ບົນພື້ນຖານກອບການຮ່ວມມືຂອງ ສອງຝ່າຍ ເພື່ອເຮັດໃຫ້ການຈັດສົ່ງ ຜູ້ອອກແຮງງານລາວໄປເຮັດວຽກ ຢູ່ຕ່າງປະເທດ ມີຜົນກະທົບໜ້ອຍ ທີ່ສຸດຕໍ່ກັບຄວາມຕ້ອງການນຳໃຊ້ ແຮງງານຂອງບັນດາຫົວໜ່ວຍແຮງ ງານຢູ່ຕາມຂະແໜງການຕ່າງໆ ໃຫ້ສາມາດຕອບສະໜອງກັບການ ສົ່ງເສີມການລົງທຶນຂອງນັກລົງ ທຶນພາຍໃນ ແລະ ນັກລົງທຶນຈາກ ຕ່າງປະເທດ. ຂໍ້ມູນ-ພາບ: ຂ່າວສານ ຮສສ

RkJQdWJsaXNoZXIy MTc3MTYxMQ==