29/07/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ອຸທິຍານແຫ່ງຊາດ... ຕໍ່າໜ້າ ມີບັນດາການນຳແຂວງ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານນາງ ສວນສະ ຫວັນ ວິຍະເກດ ໄດ້ຖະແຫລງວ່າ: ອຸທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຖືກຮັບຮອງເປັນມໍລະດົກໂລກ ຮ່ວມຊາຍແດນທາງທຳມະຊາດ ຮ່ວມກັບອຸທິຍານແຫ່ງຊາດຟອງ ຫຍາ-ແກບາງມໍລະດົກໂລກທາງທຳ ມະຊາດ ແຂວງກວາງຈີ ຂອງ ສສ ຫວຽດນາມ ຢ່າງເປັນທາງການ ຈາກກອງປະຊຸມຄະນະກຳມະການ ມໍລະດົກໂລກ ຄັ້ງທີ 47 ໃນວັນທີ 13 ກໍລະກົດ 2025 ທີ່ຜ່ານມາ ທີ່ ນະຄອນຫລວງປາຣີ ປະເທດຝຣັ່ງ, ກາຍເປັນມໍລະດົກໂລກແຫ່ງທີ 4 ແລະ ເປັນແຫລ່ງມໍລະດົກໂລກທາງ ທຳມະຊາດແຫ່ງທຳອິດຂອງສປປ ລາວ ແລະ ກາຍເປັນມໍລະດົກໂລກ ທາງດ້ານທຳມະຊາດ ແບບຮ່ວມ ຊາຍແດນແຫ່ງທຳອິດໃນ ພາກພື້ນ ອາຊີຕາເວັນອອກສຽງໃຕ້. ຂະບວນການກະກຽມສະເໜີ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກ ແມ່ນມີປະ ຫວັດຄວາມເປັນມາຍາວນານ ຫລາຍກວ່າ 20 ປີ ໂດຍໄດ້ມີການ ລິເລີ່ມຂະບວນການປຶກສາຫາລື ຮ່ວມກັນລະຫວ່າງພາກສ່ວນກ່ຽວ ຂ້ອງຂອງ ສປປ ລາວ ແລະ ສສ ຫວຽດນາມ ໃນການກະກຽມສະເໜີ ມໍລະດົກໂລກຮ່ວມຊາຍແດນທາງ ທຳມະຊາດຮ່ວມກັນລະຫວ່າງ ອຸທິ ຍານແຫ່ງຊາດຫີນໜາມໜໍ່ ແລະ ອຸທິຍານແຫ່ງຊາດຟອງຫຍາ-ແກ ບາງ ນັບແຕ່ປີ 1999 ແຕ່ເນື່ອງ ຈາກບັນດາເງື່ອນໄຂ ແລະ ສິ່ງອໍາ ນວຍຄວາມສະດວກ ຂອງ ສປປ ໜາມໜໍ່ ເປັນມໍລະດົກໂລກແບບ ຮ່ວມຊາຍແດນ ກັບອຸທິຍານ ແຫ່ງ ຊາດຟອງຫຍາ-ແກບາງ ມໍລະດົກ ໂລກ ຂອງ ສສ ຫວຽດນາມ ເຊິ່ງ ກອງປະຊຸມໃນແຕ່ລະຂັ້ນ ໄດ້ເປັນ ເອກະພາບກຳນົດເອົາວຽກງານດັ່ງ ກ່າວ ເຂົ້າຢູ່ໃນເອກະສານແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ທິດທາງແຜນ 5 ປີ ຄັ້ງທີ IX ແລະ ແຜນພັດທະນາ ວຽກງານຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ 20212025 ອັນໄດ້ສ້າງເງື່ອນໄຂສະ ດວກໃຫ້ແກ່ອົງການກ່ຽວຂ້ອງ ໃນ ການຈັດຕັ້ງຜັນຂະຫຍາຍວຽກງານ ຢ່າງມີຜົນສໍາເລັດ. ຜ່ານຂະບວນການຮ່ວມມືສອງ ຝ່າຍຢ່າງໃກ້ຊິດ ສສ ຫວຽດນາມ ໄດ້ອອກໜັງສືືສະໜັບສະໜູນຕໍ່ເອ ກະສານຄໍາຮ້ອງ ສະເໜີອຸທິຍານ ແຫ່ງຊາດຫີນໜາມໜໍ່ ເມືອງບົວລະ ພາ ແຂວງຄຳມ່ວນ ເຂົ້າເປັນມໍລະ ດົກໂລກ ຮ່ວມຊາຍແດນກັບອຸທິ ຍານແຫ່ງຊາດຟອງຫຍາ-ແກບາງ ມໍລະດົກໂລກທາງທຳມະຊາດ ແຂວງກວາງຈິ ສສ ຫວຽດນາມ ເຖິງສູນມໍລະດົກໂລກ ໃນວັນທີ 1 ກຸມພາ 2024, ມາຮອດທ້າຍເດືອນ ກັນຍາ ຫາ ຕົ້ນເດືອນ ຕຸລາ 2024 ຄະນະຊ່ຽວຊານທີ່ປຶກສາ (ອົງ ການ I6$/) ຂອງສູນມໍລະດົກ ໂລກ ອົງການອຸຍແນັສໂກ ໄດ້ເດີນ ທາງມາເຮັດວຽກຂອງຢູ່ ສປປ ລາວ ເພື່ອກວດກາ ແລະ ຢັ້ງຢືນ ຄວາມຖືກຕ້ອງຂອງຄຸນຄ່າລະດັບ ຈັກກະວານ ຂອງອຸທິຍານ ແຫ່ງ ຊາດຫີນໜາມໜໍ່ ແລ້ວສະໜອງຂໍ້ ສ້າງຕັ້ງສະມາຄົມ... ຕໍ່າໜ້າ ອອກຈາກຄວາມທຸກຍາກ ໂດຍ ສອດຄ່ອງກັບແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ. ສະມາ ຄົມດັ່ງກ່າວ, ມີເປົ້າໝາຍຫລຸດຜ່ອນ ຊ່ອງວ່າງລະຫວ່າງຊຸມຊົນໃນເຂດ ຊົນນະບົດ ແລະ ຕົວເມືອງ ເພື່ອ ສ້າງຄວາມສະເໝີພາບໃນການເຂົ້າ ເຖິງການສຶກສາ, ສາທາລະນະສຸກ ແລະ ການບໍລິການສັງຄົມ. ນອກຈາກນີ້, ສະມາຄົມ ຍັງເລັງ ເຫັນເຖິງຄວາມຈໍາເປັນ ໃນການ ຊ່ວຍເຫລືອກຸ່ມຄົນດ້ອຍໂອກາດ ຮຽກຮ້ອງໃຫ້ມີການຮ່ວມມື ແລະ ການມີສ່ວນຮ່ວມຂອງທຸກພາກ ສ່ວນທີ່ກ່ຽວຂ້ອງ ເພື່ອຍົກສູງຄວາມ ເປັນເຈົ້າການ, ນໍ້າໃຈສາມັກຄີ ແລະ ຮູ້ບຸນຄຸນຕໍ່ພັກ-ລັດ. ດ້ວຍເຈດຈໍາ ນົງອັນບໍລິສຸດໃຈ, ນໍ້າໃຈອາສາ ສະໝັກ, ວິຊາການ ແລະ ປະສົບ ການທີ່ໄດ້ສະສົມມາ, ສະມາຄົມ ພັດທະນາຊຸມຊົນແບບກ້າວໜ້າ ມຸ່ງໝັ້ນທີ່ຈະມີສ່ວນຮ່ວມໃນການ ຊ່ວຍເຫລືອ, ບັນເທົາທຸກ ແລະ ພັດ ທະນາຊຸມຊົນຕາມທິດທາງແຜນ ການພັດທະນາເສດຖະກິດ-ສັງຄົມ ທີ່ກໍານົດໄວ້. ໃນວາລະກອງປະຊຸມ, ໄດ້ຜ່ານ ຂໍ້ຕົກລົງວ່າດ້ວຍການອະນຸມັດເປີດ ກອງປະຊຸມ ສ້າງຕັ້ງສະມາຄົມພັດ ທະນາຊຸມຊົນແບບກ້າວໜ້າ ສະ ບັບເລກທີ 323 ຄຈສພ, ລົງວັນທີ 09 ກໍລະກົດ2025. ຈາກນັ້ນ, ຜູ້ ຕາງໜ້າສະມາຄົມໄດ້ຜ່ານຮ່າງ ກົດລະບຽບ ແລະ ໂຄງຮ່າງການ ຈັດຕັ້ງຂອງສະມາຄົມ ເຊິ່ງກົດ ລະບຽບດັ່ງກ່າວໄດ້ຮັບຮອງເອົາ ແລະ ປະກອບມີ X ໝວດ ແລະ 48 ມາດຕາ ແລະ ຜ່ານແຜນການ ເຄື່ອນໄຫວຂອງສະມາຄົມ ແລະ ມະ ຕິກອງປະຊຸມສ້າງຕັ້ງສະມາຄົມ. ໃນກອງປະຊຸມຍັງໄດ້ມີການ ເລືອກຕັ້ງຄະນະບໍລິຫານສະມາຄົມ ໂດຍໄດ້ຕົກລົງເຫັນດີຮັບຮອງເອົາ ທ່ານ ນາງ ເພັດສະລິນ ຈັນທະຜາ ສຸກ ເປັນປະທານ, ທ່ານ ແສງທອງ ສຸຂະທາມະວົງ ເປັນຮອງປະທານ ແລະ ທ່ານ ຈະເລີນ ວາລິນທະ ນາສັກ ເປັນກໍາມະການ. ພ້ອມນີ້, ຍັງໄດ້ເລືອກຕັ້ງຄະນະກວດກາ ສະມາຄົມ ຈໍານວນ 3 ທ່ານ ປະ ກອບມີ ທ່ານ ທອງວັນ ບຸນບົວທອງ ເປັນປະທານກວດກາ, ທ່ານ ວິໄລ ມະນີລັດ ເປັນຮອງປະທານກວດ ກາ ແລະ ທ່ານ ຄໍາປະເສີດ ວົງສະ ກິດ ເປັນຄະນະກວດກາ. ຕ່າງໆເຊັ່ນ: ແມ່ຍິງ, ເດັກນ້ອຍ, ຄົນ ພິການ, ຜູ້ອາຍຸສູງ, ກຸ່ມຄົນທີ່ຢູ່ ຫ່າງໄກສອກຫລີກ, ຊົນເຜົ່າ, ລວມ ທັງໄວໜຸ່ມທີ່ຂາດໂອກາດໃນການ ສ້າງອາຊີບ ແລະ ມີວຽກເຮັດງານ ທໍາ. ການແກ້ໄຂບັນຫາເຫລົ່ານີ້ ລາວ ໃນເວລານັ້ນຍັງມີຄວາມຫຍຸ້ງ ຍາກຈາກຫລາຍປັດໄຈ ໂດຍສະ ເພາະແມ່ນການສຶກສາ, ການຄົ້ນ ຄວ້າ ແລະ ການເກັບກໍາຂໍ້ມູນວິຊາ ການ ກ່ຽວກັບ ຂໍ້ມູນວິທະຍາສາດ ທາງດ້ານພູມສັນຖານ ແລະ ຄວາມ ອຸດົມສົມບູນ ຂອງພັນພືດພັນສັດ ຊີວະນາໆພັນ ຂອງອຸທິຍານແຫ່ງ ຊາດຫີນໜາມໜໍ່ໃນເວລານັ້ນ ຍັງ ບໍ່ທັນຄົບຖ້ວນພຽງພໍ ແລະ ກົນໄກ ການຄຸ້ມຄອງອຸທິຍານແຫ່ງຊາດ ກໍຍັງບໍ່ທັນລະອຽດຊັດເຈນເທົ່າທີ່ ຄວນ. ດ້ວຍເຫດຜົນດັ່ງກ່າວ, ທັງ ສອງຝ່າຍຈຶ່ງໄດ້ສືບຕໍ່ປະສານສົມ ທົບ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຊຸກຍູ້ເຊິ່ງກັນ ແລະ ກັນຢ່າງ ຮອບດ້ານ ໂດຍເຫັນດີເປັນເອກະ ພາບສະເໜີໃຫ້ນໍາສົ່ງເອກະສານ ຄຳຮ້ອງສະເໜີອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ເຖິງສູນມໍລະ ດົກໂລກ ເພື່ອຮັບຮອງເອົາອຸທິຍານ ແຫ່ງຊາດຟອງຫຍາ-ແກບາງເປັນ ມໍລະດົກໂລກກ່ອນ. ຈາກນັ້ນ, ຈຶ່ງ ສືບຕໍ່ສະເໜີເອົາອຸທິຍານແຫ່ງຊາດ ຫີນໜາມໜໍ່ເຂົ້າເປັນພາກສ່ວນຂະ ຫຍາຍແຫລ່ງມໍລະດົກໂລກ ຮ່ວມ ຊາຍແດນຕາມແຜນການໃນອະນາ ຄົດ. ມາຮອດປີ 2003 ກອງປະ ຊຸມຄະນະກຳມະການມໍລະດົກໂລກ ຄັ້ງທີ 27 ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ ກໍໄດ້ຮັບຮອງເອົາ ອຸທິຍານແຫ່ງຊາດຟອງຫຍາ-ແກ ບາງ ເຂົ້າເປັນມໍລະດົກໂລກທາງ ທຳມະຊາດຢ່າງເປັນທາງການ. ໃນປີ 2012 ເມື່ອການກະກຽມ ຄວາມພ້ອມທາງດ້ານຕ່າງໆ ຂອງ ສປປ ລາວ ໄດ້ສຸກງອມ, ລັດຖະ ບານ ສປປ ລາວ ຈຶ່ງໄດ້ມອບໃຫ້ກະ ຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ໃນເມື່ອກ່ອນ) ປະສານສົມທົບກັບພາກສ່ວນກ່ຽວ ຂ້ອງຕ່າງໆ ທັງສູນກາງ ແລະ ທ້ອງ ຖິ່ນ ດໍາເນີນການປຶກສາຫາລືກັນ ເພື່ອດໍາເນີນການຄົ້ນຄວ້າ ແລະ ກະ ກຽມຮ່າງເອກະສານ ນໍາສະເໜີ ເອົາອຸທິຍານແຫ່ງຊາດຫີນໜາມ ໜໍ່ ເຂົ້າເປັນມໍລະດົກໂລກຂອງອົງ ການ ອຸຍແນັສໂກ. ໃນປີ 2016 ຄະ ນະວິຊາການສະເພາະກິດ ເຊິ່ງປະ ກອບມີຫລາຍພາກສ່ວນກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ທີ່ນໍາພາ ໂດຍກົມມໍລະດົກ ໄດ້ຖືກແຕ່ງຕັ້ງຂຶ້ນ ເພື່ອດໍາເນີນການກະກຽມຮ່າງເອ ກະສານຄໍາຮ້ອງດັ່ງກ່າວ ໂດຍໄດ້ມີ ການຈັດກອງປະຊຸມຮ່ວມກັບພາກ ສ່ວນກ່ຽວຂ້ອງຕ່າງໆໃນຂັ້ນສູນ ກາງ, ທ້ອງຖິ່ນ, ສອງຝ່າຍລາວຫວຽດນາມ ແລະ ສາກົນຫລາຍຄັ້ງ ເພື່ອປຶກສາຫາລືຮ່ວມກັນກ່ຽວກັບ ເນື້ອໃນ ແລະ ຂັ້ນຕອນ ຂອງການ ປະກອບເອກະສານຄໍາຮ້ອງ ນໍາ ສະເໜີເອົາອຸທິຍານແຫ່ງຊາດຫີນ ມູນເພີ່ມຕື່ມສົ່ງເຖິງສູນມໍລະດົກໂລກ. ອຸທິຍານແຫ່ງຊາດຫີນໜາມ ໜໍ່ ໄດ້ຖືກນໍາເຂົ້າພິຈາລະນາຢູ່ໃນ ກອງປະຊຸມໃຫຍ່ ຄະນະກຳມະການ ມໍລະດົກໂລກ ຄັ້ງທີ 47 ທີ່ຈັດຂຶ້ນ ລະຫວ່າງວັນທີ 6-16 ກໍລະກົດ 2025 ທີ່ນະຄອນຫລວງປາຣີ ປະ ເທດຝຣັ່ງ ເຊິ່ງຄະນະຜູ້ແທນລາວ ທີ່ປະກອບດ້ວຍຄະນະຜູ້ແທນຈາກ ກະຊວງກ່ຽວຂ້ອງຂັ້ນສູນກາງ, ຄະນະຜູ້ແທນກ່ຽວຂ້ອງຂອງຂັ້ນ ແຂວງ ແລະ ທ້ອງຖິ່ນ ແຂວງຄໍາ ມ່ວນ ໄດ້ພ້ອມກັນເຂົ້າຮ່ວມເປັນສັກ ຂີພິຍານ ໃນວາລະການພິຈາລະນາ ຮັບຮອງເອົາອຸທິຍານແຫ່ງຊາດ ຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກ ແບບຮ່ວມຊາຍແດນກັບອຸທິຍານ ແຫ່ງຊາດຟອງຫຍາ-ແກບາງ. ຈົນ ມາຮອດວັນທີ 13 ກໍລະກົດ 2025 ກອງປະຊຸມໃຫຍ່ຄະນະກຳມະການ ມໍລະດົກໂລກ ໄດ້ມີມະຕິຮັບຮອງ ເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກໂລກຮ່ວມຊາຍແດນ ກັບອຸທິຍານແຫ່ງຊາດຟອງຫຍາແກບາງ ມໍລະດົກໂລກ ທາງທຳມະ ຊາດ ຂອງ ສສ ຫວຽດນາມ ຢ່າງ ເປັນທາງການ ດ້ວຍ 3 ມາດຖານ ຂອງມໍລະດົກໂລກ ທີ່ສະແດງໃຫ້ ເຫັນໄດ້ເຖິງຄຸນຄ່າວິທະຍາສາດ ແລະ ການສຶກສາ ຄື: ມາດຖານທີ VI I I ແຫລ່ງມໍລະດົກທີ່ມີຄວາມ ໂດດເດັ່ນທາງດ້ານພູມສັນຖານ, ມາດຖານທີ IX ແຫລ່ງມໍລະດົກທີ່ມີ ຄວາມໂດດເດັ່ນຂອງລະບົບນິເວດ ຊີວະນາໆພັນ ແລະ ມາດຖານທີ X ແຫລ່ງມໍລະດົກທີ່ມີຄວາມໂດດເດັ່ນ ທາງດ້ານພັນພືດພັນສັດສະເພາະ ຖິ່ນ ແລະ ໃກ້ສູນພັນຂອງໂລກ. ທ່ານ ວັນໄຊ ພອງສະຫວັນ ເຈົ້າ ແຂວງຄຳມ່ວນ ກໍໄດ້ມີຄໍາເຫັນວ່າ: ການຮັບຮອງເອົາອຸທິຍານແຫ່ງ ຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກ ໂລກທາງທຳມະຊາດ ແມ່ນຄວາມ ພະຍາຍາມ ເອົາໃຈໃສ່ຂອງລັດຖະ ບານ ສປປ ລາວ, ອົງການປົກຄອງ ທ້ອງຖິ່ນ, ການຊ່ວຍເຫລືອຂອງ ສສ ຫວຽດນາມ, ການສະໜັບສະ ໜູນຊ່ວຍເຫລືອຂອງລັດຖະບານ ເຢຍລະມັນ, ອົງການພັດທະນາ ແຫ່ງປະເທດເຢຍລະມັນ ແລະ ການ ສະໜັບສະໜູນຈາກບັນດາອົງການ ຈັດຕັ້ງສາກົນຕ່າງໆ ແລະ ບັນດາ ນັກຊ່ຽວຊານພາຍໃນ ແລະ ຕ່າງປະ ເທດ ເຊິ່ງໃຊ້ເວລາຫລາຍປີໃນການ ສຳຫລວດ, ການເກັບກໍາຂໍ້ມູນ, ການຄົ້ນຄວ້າປຶກສາຫາລືແລະການ ຮ່ວມມືຫລາຍຝ່າຍ ກ່ອນຈະສະເໜີ ເຖິງອົງການອຸຍແນັສໂກ ພິຈາລະ ນາ; ແມ່ນຜົນງານອັນໃຫຍ່ຫລວງ ຂອງການພົວພັນຮ່ວມມື ແລະ ເຮັດ ວຽກຮ່ວມກັນຢ່າງໃກ້ຊິດຂອງ ສອງຝ່າຍ ແລະ ຫລາຍຝ່າຍ ແລະ ເປັນກຽດສັກສີຂອງແຂວງຄຳ ມ່ວນ, ທັງເປັນຄວາມພາກພູມໃຈ ຂອງປະຊາຊົນລາວແລະຊາວໂລກ, ໃນການອະນຸລັກ ແລະ ການປົກປັກ ຮັກສາມໍລະດົກທາງທຳມະຊາດທີ່ ຫາຍາກ ແລະ ມີຄຸນຄ່າລະດັບສາ ກົນ; ອຸທິຍານແຫ່ງຊາດຫີນໜາມ ໜໍ່ເປັນພື້ນທີ່ ທີ່ມີສັດປ່າ ແລະ ຊີວະ ນາໆພັນມະຫັດສະຈັນ ທີ່ບໍ່ສາມາດ ພົບເຫັນໄດ້ທົ່ວໄປໃນໂລກ ແຕ່ຍັງມີ ຢູ່ໃນເຂດອຸທິຍານແຫ່ງນີ້ເທົ່ານັ້ນ ຊຶ່ງເປັນຫລັກຖານໃຫ້ຮູ້ວ່າ ຢູ່ແຂວງ ຄຳມ່ວນສປປລາວມີມໍລະດົກທາງ ທຳມະຊາດ ແລະ ສິ່ງແວດລ້ອມທີ່ມີ ຄວາມໝາຍລະດັບໂລກ, ການຮັບ ຮອງເອົາອຸທິຍານແຫ່ງຊາດຫີນ ໜາມໜໍ່ ເປັນມໍລະດົກໂລກ ບໍ່ແມ່ນ ເລື່ອງງ່າຍດາຍ, ແຕ່ການຄຸ້ມຄອງ, ປົກປັກຮັກສາ ແລະ ການພັດທະນາ ພື້ນທີ່ດັ່ງກ່າວຕາມທິດສີຂຽວ ແລະ ໃຫ້ມີຄວາມຍືນຍົງ ແລະ ເປັນສິ່ງທີ່ ທ້າທາຍທີ່ຮຽກຮ້ອງໃຫ້ພວກເຮົາ ສືບຕໍ່ພົວພັນຮ່ວມມືຢ່າງຍາວນານ ແລະ ເປັນລະບົບ.
RkJQdWJsaXNoZXIy MTc3MTYxMQ==