@ 0j k; c]t gsfdko 29/07/2025 xtgmf]k; ຫາລືປະເມີນຜົນ... lkmk]tot]a f xt-kmy xtw8 xt-k-q o]k; \A opn oK ສະຫລອງ... ຂປລ. ໃນຕອນເຊົ້າວັນທີ 28 ກໍລະກົດ 2025 ນີ້, ທ່ານ ທອງ ສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເປັນ ປະທານໃນພິທີເອົາທຸງອາຊຽນ ຂຶ້ນສູ່ຍອດເສົາ ເພື່ອສະເຫລີມສະ ຫລອງຄົບຮອບ 58 ປີ ແຫ່ງການ ສ້າງຕັ້ງອາຊຽນ(8ສິງຫາ19678 ສິງຫາ 2025) ແລະ ວັນຄົບ ຮອບ 28 ປີ ທີ່ ສປປ ລາວ ເຂົ້າເປັນ ສະມາຊິກອາຊຽນ (23 ກໍລະກົດ 1997-23 ກໍລະກົດ 2025) ຢູ່ ກະຊວງການຕ່າງປະເທດ, ນະຄອນ ຫລວງວຽງຈັນ ໂດຍມີບັນດາລັດ ຖະມົນຕີຈາກສາມເສົາຄໍ້າປະຊາ ຄົມອາຊຽນ, ບັນດາຮອງລັດຖະມົນ ຕີ, ບັນດາເອກອັກຄະລັດຖະທູດ ປະເທດສະມາຊິກອາຊຽນ ປະຈໍາ ສປປ ລາວ, ເອກອັກຄະລັດຖະທູດ ຕີມໍແລັດສະເຕ ປະຈໍາ ສປປ ລາວ, ບັນດາຄະນະກົມ ແລະ ພະນັກງານ ກ່ຽວຂ້ອງຂອງກະຊວງການຕ່າງ ປະເທດ ແລະ ກະຊວງກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ທອງ ສະຫວັນ ພົມວິຫານ ໄດ້ຢໍ້າເຖິງ ຄວາມໝາຍຄວາມສໍາຄັນຂອງອາ ຊຽນ ກໍຄື ຜົນສໍາເລັດດ້ານຕ່າງໆ ທີ່ອາຊຽນຍາດມາໄດ້ຕະຫລອດ ໄລຍະ 58 ປີຜ່ານມາ ໂດຍສະເພາະ ການຮ່ວມມືພາຍໃນອາຊຽນ ແລະ ການເປີດກວ້າງການຮ່ວມມືກັບ ພາຍນອກ ໂດຍອາຊຽນເປັນແກນ ກາງ ທີ່ໄດ້ຮັບຜົນສໍາເລັດເປັນ ກ້າວໆມາ ຈົນກາຍເປັນປະຊາຄົມ ອາຊຽນ ທີ່ມີຄວາມເຂັ້ມແຂງໃນປັດ ຈຸບັນ ແລະ ທັງເປັນການປະກອບ ສ່ວນເຂົ້າໃນການປົກປັກຮັກສາ ສັນຕິພາບ ແລະ ສະຖຽນລະພາບ ຢູ່ ໃນພາກພື້ນ ກໍຄື ໃນໂລກ ແລະ ພາຍ ໃນປີນີ້ ອາຊຽນ ຈະໄດ້ຕ້ອນຮັບເອົາ ຕີມໍແລັດສະເຕ ເຂົ້າເປັນສະມາຊິກ ສົມບູນຂອງອາຊຽນ. ພ້ອມກັນນີ້, ທ່ານລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນການປະກອບ ສ່ວນຢ່າງຕັ້ງໜ້າ ແລະ ເປັນເຈົ້າ ການສູງ ຂອງ ສປປ ລາວ ໃນວຽກ ງານອາຊຽນ ນັບແຕ່ ສປປ ລາວ ໝູນເຂດຮ້ອນ ວິພາ ມີເມືອງທີ່ໄດ້ ຮັບຜົນກະທົບທັງໝົດ 34 ເມືອງ, 262 ບ້ານ, ເກືອບ 15 ພັນຄອບຄົວ, ເຮືອນເສຍຫາຍ 2.249 ຫລັງ. ໃນ ນັ້ນ, ເສຍຫາຍ 100% ຈໍານວນ 183 ຫລັງ, ມີຄົນເສຍຊີວິດ 4 ຄົນ. ໃນນີ້, ແຂວງຊຽງຂວາງ 1 ຄົນ ແລະ ແຂວງຫລວງພະບາງ 3 ຄົນ, ສູນຫາຍ 4 ຄົນ ຢູ່ແຂວງຫົວພັນ, ບາດເຈັບ 6 ຄົນ; ເນື້ອທີ່ທໍາການ ຜະລິດເສຍຫາຍ ເກືອບ 2 ພັນເຮັກ ຕາ, ຕາຂ່າຍໄຟຟ້າ 1 ຈຸດ, ໂຮງ ຮຽນ 5 ແຫ່ງ, ສັດລ້ຽງ 25 ໂຕ, ເສັ້ນທາງເສຍຫາຍ 47 ແຫ່ງ, ຂົວ 5 ແຫ່ງ, ຊົນລະປະທານ 2 ແຫ່ງ, ສຸຂາພິບານ 17 ແຫ່ງ, ຮ້ານຄ້າ, ພາ ຫະນະ ແລະ ອື່ນໆ. ປັດຈຸບັນ ກໍາ ລັງເກັບກຳຂໍ້ມູນຜົນເສຍຫາຍລະ ອຽດນຳບັນດາແຂວງ ທີ່ໄດ້ຮັບ ຜົນກະທົບ ເນື່ອງຈາກນໍ້າຍັງບໍ່ທັນ ຫລຸດລົງ ແລະ ຄະນະກຳມະການ ຄຸ້ມຄອງໄພພິບັດແຂວງ ກຳລັງລົງ ສົມທົບກັບຄະນະກຳມະການຄຸ້ມ ຄອງໄພພິບັດຂັ້ນເມືອງ ລົງເກັບກໍາ ຂໍ້ມູນແລະປະເມີນມູນຄ່າເສຍຫາຍ. ສ່ວນການແກ້ໄຂສຸກເສີນຂອງບັນ ດາແຂວງ, ອົງການປົກຄອງແຂວງ ໄດ້ເອົາໃຈໃສ່ຊີ້ນຳຄະນະກຳມະ ການຄຸ້ມຄອງໄພພິບັດແຕ່ລະຂັ້ນ ໃນການຕິດຕາມ, ເຝົ້າລະວັງ ແລະ ຊຸກຍູ້ຂັ້ນເມືອງ, ຂັ້ນບ້ານ ເພື່ອຮັບ ມືກັບໄພພິບັດທີ່ເກີດຂຶ້ນເປັນຢ່າງດີ, ຈັດຕັ້ງສູນບັນຊາການຂັ້ນແຂວງ, ຂັ້ນເມືອງ ເພື່ອຮັບມືຕອບໂຕ້ກັບໄພ ພິບັດທີ່ເກີດຂຶ້ນ, ພ້ອມທັງປະສານ ງານ ແລະ ລະດົມທຸກພາກສ່ວນ ເພື່ອສະໜັບສະໜູນຊ່ວຍເຫລືອ ແກ້ໄຂສຸກເສີນໄພພິບັດໃນຄັ້ງນີ້. ພ້ອມນີ້, ຍັງໄດ້ຊີ້ນຳຄະນະກຳມະ ການຄຸ້ມຄອງໄພພິບັດຂັ້ນເມືອງ ສົມທົບກັບອຳນາດການປົກຄອງ ບ້ານ ສຸມໃສ່ແກ້ໄຂສຸກເສີນໃນການ ຊ່ວຍເຫລືອຄອບຄົວທີ່ໄດ້ຮັບຜົນ ກະທົບ ແລະ ເສຍຫາຍ ໃນເບື້ອງ ຕົ້ນພ້ອມທັງລົງຕິດຕາມ, ຢ້ຽມຢາມ ໃຫ້ກຳລັງໃຈ, ມອບເງິນຊ່ວຍເຫລືອ ເບື້ອງຕົ້ນ ໃຫ້ບັນດາເມືອງຢູ່ແຂວງ ຊຽງຂວາງຈຳນວນ140ລ້ານກີບ, ມອບເງິນໃຫ້ຄະນະກຳມະການ ຂັ້ນເມືອງ ເພື່ອຕິດຕາມເຝົ້າລະວັງ 2 ເມືອງ ຄື: ເມືອງຊຽງເງິນ ແລະ ເມືອງນານ ຈຳນວນ 80 ລ້ານກີບ, ພ້ອມທັງເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ ໃຫ້ບັນດາເມືອງທີ່ໄດ້ ຮັບຜົນກະທົບ. ພ້ອມນັ້ນ, ຄະນະກຳມະການຂັ້ນ ແຂວງ ແລະ ຂັ້ນເມືອງ ຍັງໄດ້ສົມ ທົບກັບອໍານາດການປົກຄອງບ້ານ ກອບກູ້ເອົາປະຊາຊົນຜູ້ທີ່ຕົກຄ້າງ ແລະ ຜູ້ທີ່ເສຍຊີວິດກັບສູ່ຄອບຄົວ; ແກ້ໄຂເສັ້ນທາງບາງເສັ້ນຂອງແຕ່ ລະເມືອງ ເພື່ອໃຫ້ການສັນຈອນໄປ ມາໄດ້ປົກກະຕິ; ຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນ ເມືອງ ໄດ້ສົມທົບກັບອຳນາດການ ປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ສຸມໃສ່ເກັບກຳຂໍ້ມູນ-ປະເມີນຜົນ ເສຍຫາຍ ເພື່ອລາຍງານຂັ້ນເທິງ ແລະ ວາງແຜນແກ້ໄຂສຸກເສີນ. ຕາມການລາຍງານປັດຈຸບັນ, ບັນ ດາແຂວງທີ່ໄດ້ຮັບຜົນກະທົບແມ່ນ ສະເໜີຂໍງົບປະມານ, ພາຫະນະ, ອຸ ປະກອນ ເພື່ອຮັບໃຊ້ແກ້ໄຂສຸກເສີນ, ຂໍເຄື່ອງຊ່ວຍເຫລືອອຸປະໂພກ-ບໍລິ ໂພກ, ຢາປົວພະຍາດ ເພື່ອມາແກ້ ໄຂສຸກເສີນ ແລະ ຟື້ນຟູຊ່ວຍເຫລືອ ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນເສຍ ຫາຍ ຈາກໄພພິບັດໃຫ້ກັບຄືນສູ່ ສະພາບປົກກະຕິ. ເຂົ້າເປັນສະມາຊິກອາຊຽນ ໃນປີ 1997 ເຊິ່ງ ສປປ ລາວ ໄດ້ປະຕິບັດ ພັນທະຕ່າງໆຂອງຕົນ ອັນໄດ້ນໍາ ເອົາຜົນປະໂຫຍດມາສູ່ປະເທດຊາດ ແລະ ປະຊາຊົນລາວ ແລະ ພ້ອມ ທີ່ຈະສືບຕໍ່ປະກອບສ່ວນເຂົ້າໃນ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ ປະຊາຄົມອາຊຽນໃນຕໍ່ໜ້າ ໂດຍ ຜ່ານການຈັດຕັ້ງຜັນຂະຫຍາຍວິ ໄສທັດປະຊາຄົມອາຊຽນ 2045 ແລະ ບັນດາແຜນຍຸດທະສາດຂອງ ສາມເສົາຄໍ້າປະຊາຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມ ຈອດອາຊຽນ. ໃນປີ 2024 ຜ່ານ ມາ, ສປປ ລາວ ກໍໄດ້ຮັບກຽດເປັນ ປະທານອາຊຽນ ຄັ້ງທີສາມ ພາຍ ໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມ ຈອດ ແລະ ຄວາມເຂັ້ມແຂງອາ ຊຽນ” ແລະ ໄດ້ຮັບຜົນສໍາເລັດອັນ ຈົບງາມ ເຊິ່ງໄດ້ຍົກສູງຖານະບົດ ບາດຂອງ ສປປ ລາວ ໃນເວທີພາກ ພື້ນ ແລະ ສາກົນ ໃຫ້ສູງເດັ່ນຂຶ້ນ. ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ຢໍ້າ ຄືນການສະໜັບສະໜູນການເປັນ ປະທານອາຊຽນຂອງ ມາເລເຊຍ ໃນປີ 2025 ພາຍໃຕ້ ຄໍາຂວັນ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ”. ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຖືໂອກາດນີ້ສະແດງຄວາມ ຊົມເຊີຍ ແລະ ຂອບໃຈຕໍ່ບັນດາກະ ຊວງຂະແໜງການ, ພາກເອກະຊົນ ແລະ ພໍ່ແມ່ພີ່ນ້ອງປະຊາຊົນລາວ ລັດຖະມົນຕີກະຊວງ... ປິຕິຍິນດີທີ່ເຫັນວ່າ ຣາຊະອານາຈັກ ກໍາປູເຈຍ ໄດ້ຮັບການພັດທະນາຂຶ້ນ ເລື້ອຍໆ, ປະຊາຊົນກໍາປູເຈຍ ມີຊີ ວິດການເປັນຢູ່ນັບມື້ນັບດີຂຶ້ນ ແລະ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບ ສະພາບການພາຍໃນຂອງ ສປປ ລາວແລະຜົນການພົບປະສອງຝ່າຍ ກັບທ່ານປຣາກ ໂຊຄົນຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ຮ່ວມມື ສາກົນ ແຫ່ງ ຣາຊະອານາຈັກ ກໍາປູ ເຈຍ ທີ່ດໍາເນີນໄປດ້ວຍຜົນສໍາເລັດ ຢ່າງຈົບງາມ. ສອງຝ່າຍໄດ້ສະແດງຄວາມ ພາກພູມໃຈ ແລະ ປິຕິຍິນດີທີ່ເຫັນ ວ່າສາຍພົວພັນມິດຕະພາບອັນເປັນ ມູນເຊື້ອ, ການເປັນບ້ານໃກ້ເຮືອນ ຄຽງທີ່ດີ ເປັນບ້ານແກ່ວເມືອງດອງ ທີ່ມີມາແຕ່ດົນນານ ແລະ ການພົວ ພັນ ລະຫວ່າງສອງຊາດ ລາວ-ກໍາ ປູເຈຍ ໄດ້ຮັບການຖະນຸຖະໜອມ ແລະ ເສີມຂະຫຍາຍໃຫ້ມີໝາກຜົນ ຕະຫລອດມາ ຊຶ່ງໄດ້ນໍາເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງ ປະເທດ ນັບມື້ນັບຫລາຍຂຶ້ນ. ໃນຂະນະດຽວກັນ, ພະບາດ ສົມ ເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ກໍໄດ້ ສະແດງຄວາມຍິນດີຕ້ອນຮັບອັນ ອົບອຸ່ນ ແລະ ຕີລາຄາສູງຕໍ່ການ ຢ້ຽມຢາມຄັ້ງນີ້ ພ້ອມທັງອວຍພອນ ໃຫ້ປະສົບຜົນສໍາເລັດຕາມລະດັບ ຄາດໝາຍ ແລະ ອວຍພອນໃຫ້ສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ຖານບ້ານ ໃກ້ເຮືອນຄຽງທີ່ດີ ຈົ່ງຈະເລີນງອກ ງາມຍິ່ງໆຂຶ້ນ. ໃນວັນດຽວກັນ, ທ່ານ ທອງສະ ຫວັນ ພົມວິຫານ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຂົ້າຢ້ຽມຂໍ່າ ນັບ ສົມເດັດ ກິດຕິ ເສດຖາບັນດິດ ຈຽມ ຢຽບ ຮັກສາການປະທານ ສະພາແຫ່ງຊາດ, ຮອງປະທານ ສະພາແຫ່ງຊາດ ຜູ້ທີ 1 ແຫ່ງ ຣາຊະ ອານາຈັກກໍາປູເຈຍ, ເພື່ອແລກປ່ຽນ ຄໍາເຫັນ ໃນການເສີມຂະຫຍາຍ ສາຍພົວພັນ ແລະ ການຮ່ວມມືສອງ ຝ່າຍ ໃນດ້ານຕ່າງໆ ໂດຍສະເພາະ ການຮ່ວມມືໃນຂອບລັດຖະສະພາ ສອງຝ່າຍ ແລະ ການຮ່ວມມືໃນ ຂອບລັດຖະສະພາອາຊຽນ ໃຫ້ມີ ຄວາມເຂັ້ມແຂງ ແລະ ພັດທະນາສູງ ຂຶ້ນໄປເລື້ອຍໆ. ຂ່າວ-ພາບ: ກຕທ ພັກ, ພະນັກງານນໍາພາ-ຄຸ້ມຄອງ ຫລັກແຫລ່ງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ໂພໄຊ ໄຊ ຍະສອນ ໄດ້ກ່າວວ່າ: ກອງປະຊຸມ ໃນຄັ້ງນີ້, ມີຄວາມສໍາຄັນເປັນຢ່າງ ຍິ່ງ ເພາະເປັນການກວດກາ, ຕີລາ ຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ໃນການນຳພາ ແລະ ຊີ້ນຳການຈັດ ຕັ້ງຜັນຂະຫຍາຍ ແລະ ປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງ ທີ VI ຂອງອົງຄະນະພັກກະຊວງ, ແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ V ແລະ ພ້ອມກັນເອກະພາບ ບັນດາຄາດໝາຍ ໃນຊຸມປີຕໍ່ໜ້າ ໃຫ້ມີຄວາມຊັດເຈນ, ທັງເປັນການ ສໍາມະນາເພື່ອສ້າງຄວາມຮັບຮູ້ ເຂົ້າໃຈແຕ່ຫົວທີຕໍ່ບັນດາທິດທາງ, ແຜນວຽກຈຸດສຸມ ແລະ ຄາດໝາຍ ສູ້ຊົນ ໃນ 5 ປີຕໍ່ໜ້າ. ພ້ອມນີ້, ຍັງ ໄດ້ພ້ອມກັນຄົ້້ນຄວ້າ ເພື່ອເປັນການ ທາບທາມຄັດເລືອກເອົາບຸກຄະ ລາກອນ ເຂົ້າໃນຄະນະບໍລິຫານ ງານພັກກະຊວງ ຮສສ ສະໄໝທີ VI I ໃຫ້ຖືກຕາມມາດຕະຖານ, ເງື່ອນໄຂ ເພື່ອນໍາພາຈັດຕັ້ງປະຕິ ບັດໜ້າທີ່ການເມືອງ ຂອງຂະແໜງ ແຮງງານ ແລະ ສະຫວັດດີການ ສັງຄົມ ໃນຊຸມປີຕໍ່ໜ້າ ຢ່າງມີຜົນສໍາ ເລັດ ດ້ວຍຄຸນນະພາບສູງ. ສະຫາຍ ໂພໄຊ ໄຊຍະສອນ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ກອງປະຊຸມ ພ້ອມກັນຍົກສູງຄວາມ ຮັບຜິດຊອບການເມືອງຂອງຕົນ, ເສີມຂະຫຍາຍປະຊາທິປະໄຕ ແລະ ສຸມສະຕິປັນຍາເຂົ້າໃນການຄົ້ນ ຄວ້າປະກອບຄຳເຫັນ ຕໍ່ບັນດາເອ ກະສານຕ່າງໆ ຂອງກອງປະຊຸມ ຢ່າງເລິກເຊິ່ງ, ພ້ອມກັນຊອກໃຫ້ ເຫັນຜົນສໍາເລັດ-ດ້ານດີ ທີ່ຈະຕ້ອງ ໄດ້ເສີມຂະຫຍາຍ, ດ້ານອ່ອນ, ຂໍ້ ຄົງຄ້າງ ແລະ ສາເຫດຕົ້ນຕໍ ທີ່ຈະ ຕ້ອງພ້ອມກັນແກ້ໄຂໃຫ້ຖືກຕ້ອງ, ບົນຈິດໃຈຄວາມເປັນເອກະພາບ ທາງດ້ານທັດສະນະແນວຄິດ ແລະ ຄວາມຮັບຜິດຊອບ ຂອງຄະນະພັກ ພວກເຮົາ ແລະ ພ້ອມກັນທາບທາມ ເອົາບຸກຄະລາກອນ ຄະນະບໍລິຫານ ງານພັກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະໄໝທີ VI I ໃຫ້ຖືກຕາມມາດຕະຖານ, ເງື່ອນໄຂທີ່ກໍານົດໄວ້. ພ້ອມນີ້, ກອງປະຊຸມຍັງໄດ້ ດຳເນີນການປ່ອນບັດທາບທາມ ບຸກຄະລາກອນ ເປົ້າໝາຍ ຄະນະ ບໍລິຫານງານພັກກະຊວງ ຊຸດໃໝ່ ຕື່ມອີກ. ຂ່າວ-ພາບ: ທະນູທອງ ກະຊວງ ຮສສ... ສະຫາຍ ໂພໄຊ ໄຊຍະສອນ ເລຂາ ຄະນະພັກກະຊວງ, ລັດຖະມົນຕີ ກະຊວງ ຮສສ, ມີສະຫາຍ ວັນໄຊ ແພງຊຸມມາ ກໍາມະການສູນກາງ ພັກ, ຮອງຫົວໜ້າຫ້ອງວ່າການ ສູນກາງພັກ, ບັນດາສະຫາຍ ກໍາມະ ການຄະນະບໍລິຫານງານພັກກະ ຊວງ, ສະຫາຍຕາງໜ້າຈາກຄະນະ ຈັດຕັ້ງສູນກາງພັກ, ສະຫາຍຄະນະ ພັກຮາກຖານ, ຄະນະໜ່ວຍພັກ, ພ້ອມດ້ວຍບັນດາສະຫາຍສະມາຊິກ ທົ່ວປະເທດ ທີ່ໄດ້ປະກອບສ່ວນ ວຽກງານອາຊຽນຢ່າງຕັ້ງໜ້າ ໃນ ໄລຍະຜ່ານມາ ແລະ ໄດ້ສະແດງ ຄວາມຂອບໃຈ ບັນດາປະເທດສະ ມາຊິກອາຊຽນ, ປະເທດຄູ່ເຈລະຈາ ຂອງອາຊຽນ ກໍຄື ບັນດາຄູ່ຮ່ວມມື ພາຍນອກ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາ ກົນ ທີ່ໃຫ້ການຮ່ວມມື ແລະ ສະໜັບ ສະໜູນ ສປປ ລາວ ໃນວຽກງານ ອາຊຽນ ໂດຍສະເພາະການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ໄດ້ຮັບຜົນສໍາເລັດ ຢ່າງຈົບງາມ. ພາຍຫລັງການກ່າວເປີດພິທີດັ່ງ ກ່າວ, ຢ່າງເປັນທາງການແລ້ວ ໄດ້ ມີການບັນເລງເພງຊາດລາວ ແລະ ເພງອາຊຽນ ໂດຍກອງດຸລິຍາງ ກອງທັບປະຊາຊົນລາວ ແລະ ເອົາ ທຸງອາຊຽນ ຂຶ້ນສູ່ຍອດເສົາ ຄຽງຄູ່ ກັບທຸງຊາດລາວ. ພາບ: ກະຊວງການຕ່າງປະເທດ
RkJQdWJsaXNoZXIy MTc3MTYxMQ==