7079

28/07/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ©“’ ¨Ž¤ ŸÅ ນ dq f\kp;j kfh ;pdkoxtda ola '7q , ກັບມາພໍ້ກັບ “ຄໍລຳຊີວິດ ແລະ ກົດໝາຍ” ໃນມື້ນີ້ ແມ່ນຍັງຢູ່ກັບ ກົດໝາຍວ່າດ້ວຍການປະກັນສັງຄົມ ຄືເກົ່າ ເຊິ່ງສະບັບນີ້ຂໍສະເໜີ “ໝວດ ທີ 4: ການອຸດໜຸນອຸບັດເຫດແຮງ ງານ, ພະຍາດອາຊີບ ຫລື ອຸບັດເຫດ ອື່ນ ”. ຢູ່ໃນໝວດທີ 4 ການອຸດໜູນ ອຸບັດເຫດແຮງງານ, ພະຍາດອາຊີບ ຫລື ອຸບັດເຫດອື່ນມີດັ່ງນີ້: ມາດຕາ 20 ການອຸດໜູນອຸບັດ ເຫດແຮງງານ, ພະຍາດອາຊີບ ຫລື ອຸບັດເຫດອື່ນ; ການອຸດໜູນອຸບັດເຫດ ແຮງງານ, ພະຍາດອາຊີບ ຫລື ອຸ ບັດເຫດອື່ນ ແມ່ນການສະໜອງ ເງິນອຸດໜູນເສຍກຳລັງແຮງງານ ຊົ່ວຄາວ, ເງິນອຸດໜູນເສຍອົງຄະເທື່ອ ດຽວ ຫລືລາຍເດືອນໃຫ້ຜູ້ປະກັນຕົນ ທີ່ປະສົບອຸບັດເຫດແຮງງານ, ເປັນ ພະຍາດອາຊີບ ຫລື ປະສົບອຸບັດ ເຫດອື່ນ. ມາດຕາ 21 ເງື່ອນໄຂຮັບການ ຖ້ຳນາງແອ່ນ ເປັນອີກສະຖານ ທີ່ທ່ອງທ່ຽວທາງທຳມະຊາດທີ່ ເກົ່າແກ່ ແລະ ສວຍງາມໜ້າທ່ຽວ ຊົມຫລາຍ ເນື່ອງຈາກວ່າຖ້ຳດັ່ງ ກ່າວ ມີຄວາມງົດງາມແບບທຳມະ ຊາດທີ່ເປັນເອກະລັກສະເພາະໂດຍ ສະເພາະແມ່ນຫີນງອກທີ່ປົ່ງຂຶ້ນໃນ ຖ້ຳທີ່ໜ້າອັດສະຈັນໃຈ ເຊິ່ງຖ້ຳດັ່ງ ກ່າວມີຄວາມສູງ 30 ແມັດ ແລະ ເລິກ 2,5 ກິໂລແມັດ, ຕັ້ງຢູ່ເຂດ ບ້ານພິນ ເມືອງທ່າແຂກ ແຂວງ ຄຳມ່ວນ ຫ່າງຕົວເມືອງທ່າແຂກ ໄປທາງທິດຕາເວັນອອກສຽງເໜືອ 18 ກິໂລແມັດ ກ່ອນຈະຮອດບ້ານ ພິນ ປະມານ 300 ແມັດ ກໍຈະມີ ອຸດໜູນອຸບັດເຫດແຮງງານ, ພະຍາດ ອາຊີບ ຫລື ອຸບັດເຫດອື່ນຜູ້ຈະໄດ້ຮັບ ການອຸດໜູນອຸບັດເຫດແຮງງານ, ພະຍາດອາຊີບ ຫລື ອຸບັດເຫດອື່ນ ຕ້ອງມີເງື່ອນໄຂດັ່ງນີ້: 1. ໄດ້ຖອກ ເງິນສົມທົບເຂົ້າກອງທຶນປະກັນ ສັງຄົມນັບແຕ່ໜຶ່ງເດືອນຂຶ້ນໄປສຳ ລັບຜູ້ປະກັນຕົນທີ່ປະສົບອຸບັດເຫດ ແຮງງານ ຫລື ພະຍາດອາຊີບ ແລະ ສິບສອງເດືອນຂຶ້ນໄປສຳລັບ ຜູ້ປະກັນຕົນທີ່ປະສົບອຸບັດເຫດອື່ນ; 2. ຂາດສະມັດຕະພາບແຮງງານ ແລະ ສະພາວະປົກກະຕິຂອງຈິດໃຈ ຍ້ອນປະສົບອຸບັດເຫດແຮງງານຢູ່ ສະຖານທີ່ເຮັດວຽກ, ໄລຍະທາງໄປ ກັບລະຫວ່າງທີ່ພັກເຊົາຫາບ່ອນເຮັດ ວຽກ ຫລື ໄລຍະການເຄື່ອນໄຫວ ວຽກງານທາງລັດຖະການ; 3. ເປັນພະຍາດອາຊີບທີ່ເກີດຈາກວຽກ ງານວິຊາສະເພາະ;4. ເສຍອົງຄະ ຫລື ເສຍອະໄວຍະວະໃດໜຶ່ງຂອງ ຮ່າງກາຍຍ້ອນປະສົບອຸບັດເຫດ ແຮງງານ, ພະຍາດອາຊີບ, ອຸບັດ ເຫດອື່ນ ຫລື ເປັນພະຍາດທົ່ວໄປ. ເງື່ອນໄຂທີ 2, 3 ແລະ 4 ນີ້ ຕ້ອງ ມີການຢັ້ງຢືນດ້ານການແພດ. ສຳ ລັບເງື່ອນໄຂການເສຍກຳລັງແຮງ ງານ ຫລື ເສຍອົງຄະຍ້ອນການສູ້ ຮົບ ແລະ ການຮັບໃຊ້ການສູ້ຮົບ ເພື່ອປະເທດຊາດໄດ້ກຳນົດໄວ້ໃນ ລະບຽບການສະເພາະ. ມາດຕາ 22 ປະເພດ ແລະ ລະ ດັບການເສຍອົງຄະປະເພດ ແລະ ລະດັບການເສຍອົງຄະໄດ້ກຳນົດ ດັ່ງນີ້:1. ປະເພດ 1 ເທົ່າກັບລະດັບ ແປດສິບເອັດ ຫາ ຮ້ອຍສ່ວນຮ້ອຍ; 2. ປະເພດ 2 ເທົ່າກັບລະດັບເຈັດ ສິບເອັດ ຫາ ແປດສິບສ່ວນຮ້ອຍ; 3. ປະເພດ 3 ເທົ່າກັບລະດັບຫົກ ສິບເອັດ ຫາ ເຈັດສິບສ່ວນຮ້ອຍ;4. ປະເພດ 4 ເທົ່າກັບ ລະດັບຫ້າສິບ ເອັດ ຫາ ຫົກສິບສ່ວນຮ້ອຍ;5. ປະເພດ 5 ເທົ່າກັບ ລະດັບສີ່ສິບ ເອັດ ຫາ ຫ້າສິບສ່ວນຮ້ອຍ; 6. ປະເພດ 6 ເທົ່າກັບລະດັບສາມ ສິບເອັດ ຫາ ທີ່ສິບສ່ວນຮ້ອຍ;7. ປະເພດ 7 ເທົ່າກັບລະດັບຊາວເອັດ ຫາ ສາມສິບສ່ວນຮ້ອຍ; 8. ປະ ເພດ 8 ເທົ່າກັບລະດັບໜຶ່ງ ຫາ ຊາວ ສ່ວນຮ້ອຍ. ລະດັບການເສຍອົງຄະ ນັບແຕ່ປະເພດ 1 ຫາ 5 ຈະໄດ້ຮັບ ເງິນອຸດໜູນເສຍອົງຄະເປັນລາຍ ເດືອນ, ສ່ວນປະເພດ 6 ຫາ 8 ຈະ ໄດ້ຮັບເງິນອຸດໜູນເສຍອົງຄະເທື່ອ ດຽວ. ການຈັດປະເພດການເສຍອົງ ຄະໄດ້ກຳນົດໄວ້ໃນລະບຽບການສະ ເພາະ ໂດຍແມ່ນສະພາການແພດ ເປັນຜູ້ຢັ້ງຢືນ. ມາດຕາ 23 ການຄິດໄລ່ ເງິນອຸດໜູນເສຍກຳລັງແຮງງານ ຊົ່ວຄາວ; ຜູ້ປະກັນຕົນທີ່ປະສົບ ອຸບັດເຫດແຮງງານ ຫລື ພະຍາດ ອາຊີບທີ່ພັກວຽກ ເພື່ອປິ່ນປົວສຸຂະ ພາບຈະໄດ້ຮັບເງິນອຸດໜູນເສຍກຳ ລັງແຮງງານຊົ່ວຄາວ ຊຶ່ງຄິດໄລ່ ເຈັດສິບສ່ວນຮ້ອຍຂອງເງິນເດືອນ ປະກັນຕົນໂດຍສະເລ່ຍເອົາຫົກເດືອນ ສຸດທ້າຍຂອງຜູ້ກ່ຽວໃນໄລຍະບໍ່ເກີນ ຫົກເດືອນ. ໃນກໍລະນີຜູ້ເສຍກຳລັງແຮງ ງານຊົ່ວຄາວຍ້ອນອຸບັດເຫດອື່ນ ຫລື ເປັນພະຍາດທົ່ວໄປໃຫ້ຄິດໄລ່ ຫົກສິບສ່ວນຮ້ອຍຂອງເງິນເດືອນ ປະກັນຕົນ ໂດຍສະເລ່ຍເອົາຫົກເດືອນ ສຸດທ້າຍຂອງຜູ້ກ່ຽວໃນໄລຍະບໍ່ເກີນ ຫົກເດືອນ. ມາດຕາ 24 ການຄິດໄລ່ເງິນ ອຸດໜູນເສຍອົງຄະເທື່ອດຽວ; ຜູ້ ປະກັນຕົນທີ່ເສຍອົງຄະຍ້ອນອຸບັດ ເຫດແຮງງານ ຫລື ພະຍາດອາຊີບ ຈາກປະເພດ 6 ຫາ 8 ຈະໄດ້ຮັບ ເງິນອຸດໜູນເສຍອົງຄະເທື່ອດຽວ ຊຶ່ງເທົ່າກັບລະດັບການເສຍອົງຄະ ຄູນສິບສອງເດືອນຕາມເງິນເດືອນ ປະກັນຕົນໂດຍສະເລ່ຍເອົາຫົກເດືອນ ສຸດທ້າຍຂອງຜູ້ກ່ຽວ. ໃນກໍລະນີຜູ້ເສຍອົງຄະ ຍ້ອນ ອຸບັດເຫດອື່ນ ຫລື ເປັນພະຍາດທົ່ວ ໄປຈະໄດ້ຮັບເງິນອຸດໜູນເສຍອົງຄະ ເທື່ອດຽວ ຊຶ່ງເທົ່າກັບລະດັບການ ເສຍອົງຄະຄູນສິບເດືອນ ຕາມເງິນ ເດືອນປະກັນຕົນ ໂດຍສະເລ່ຍເອົາຫົກ ເດືອນສຸດທ້າຍຂອງຜູ້ກ່ຽວ. ມາດຕາ 25 ການຄິດໄລ່ເງິນ ອຸດໜູນເສຍອົງຄະລາຍເດືອນ; ຜູ້ ປະກັນຕົນທີ່ເສຍອົງຄະຍ້ອນອຸບັດ ເຫດແຮງງານ ຫລື ພະຍາດອາຊີບ ຈາກປະເພດ 1 ຫາ 5 ຈະໄດ້ຮັບ ເງິນອຸດໜູນເສຍອົງຄະລາຍເດືອນ ຊຶ່ງເທົ່າກັບລະດັບການເສຍອົງຄະ ຄູນເງິນເດືອນປະກັນຕົນໂດຍສະເລ່ຍ ເອົາຫົກເດືອນສຸດທ້າຍຂອງຜູ້ກ່ຽວ ຖ້າຫາກຜູ້ເສຍອົງຄະຍັງປະຕິບັດ ໜ້າທີ່ປະຈຳການ ຊຶ່ງໄດ້ຮັບເງິນ ເດືອນປົກກະຕິ ຫລື ພັກຮັບເງິນອຸດ ໜູນບຳນານແລ້ວຜູ້ກ່ຽວຍັງໄດ້ຮັບ ເງິນຫ້າສິບສ່ວນຮ້ອຍຂອງເງິນອຸດ ໜູນເສຍອົງຄະຂອງຕົນ. ໃນກໍລະນີຜູ້ເສຍອົງຄະຍ້ອນ ອຸບັດເຫດອື່ນ ຫລື ເປັນພະຍາດທົ່ວ ໄປໃຫ້ຄິດໄລ່ເທົ່າກັບລະດັບການ ເສຍອົງຄະຄູນເກົ້າສິບສ່ວນຮ້ອຍ ຂອງເງິນເດືອນປະກັນຕົນ ໂດຍ ສະເລ່ຍເອົາຫົກເດືອນສຸດທ້າຍຂອງ ຜູ້ກ່ຽວ. ຖ້າຫາກຜູ້ເສຍອົງຄະຍ້ອນ ອຸບັດເຫດອື່ນ ຫລື ເປັນພະຍາດທົ່ວ ໄປຍັງປະຕິບັດໜ້າທີ່ປະຈຳການກໍ ຈະໄດ້ຮັບເງິນຫ້າສິບສ່ວນຮ້ອຍຂອງ ເງິນອຸດໜູນເສຍອົງຄະ ແລະ ໄດ້ຮັບ ເງິນຊາວຫ້າສ່ວນຮ້ອຍຂອງເງິນ ອຸດໜູນເສຍອົງຄະໃນເວລາພັກຮັບ ເງິນອຸດໜູນບຳນານ. ມາດຕາ 26 ການປະກອບ ອຸປະກອນ ຫລື ອົງຄະທຽມໃຫ້ຜູ້ ເສຍອົງຄະ; ຜູ້ເສຍອົງຄະຍ້ອນອຸບັດ ເຫດແຮງງານ, ພະຍາດອາຊີບ, ອຸບັດເຫດອື່ນ ຫລື ພະຍາດທົ່ວໄປ ທີ່ເປັນຜົນກະທົບຕໍ່ການເຄື່ອນໄຫວ ວຽກງານ ແລະ ການດຳລົງຊີວິດ ຈະໄດ້ຮັບການປະກອບອຸປະກອນ ຫລື ອົງຄະທຽມຕາມຄວາມເປັນຈິງ ແລະ ຕາມລະບຽບການ. ກະສຽນ ຫ້າສິບຫ້າປີຂຶ້ນໄປສໍາລັບເພດຊາຍ, ຫ້າສິບປີຂຶ້ນໄປສໍາລັບເພດຍິງ ແລະ ມີປີການແຕ່ຊາວປີຂຶ້ນໄປ ແລະ ໃຫ້ ຈັດເຂົ້າຢູ່ໃນກຸ່ມຜູ້ຮັບບຳນານໄລ ຍະທີສາມ. ມາດຕາ 27 ການອຸດໜູນຜູ້ ດູແລຂອງຜູ້ເສຍອົງຄະ; ຜູ້ດູແລຂອງ ຜູ້ເສຍອົງຄະປະເພດ 1 ຈະໄດ້ຮັບເງິນ ອຸດໜູນດູແລຕະຫລອດຊີວິດຂອງຜູ້ ເສຍອົງ ຊຶ່ງຄິດໄລ່ເຈັດສິບສ່ວນຮ້ອຍ ຂອງເງິນອຸດໜູນຜູ້ເສຍອົງຄະເປັນ ລາຍເດືອນ. (ພໍ້ກັນໃໝ່ສະບັບໜ້າ). 4Eok'cvj o cs]j 'mj v'mj P;muj 'f'k,1j k'va f9t9a o q ທາງແວ່ເຂົ້າໄປຖ້ຳນາງແອ່ນ ເຊິ່ງ ຫ່າງຈາກເສັ້ນທາງເລກທີ 12 ປະ ມານ 600-700 ແມັດ, ເປັນອີກ ຖ້ຳໜຶ່ງທີ່ກຳລັງໄດ້ຮັບຄວາມນິຍົມ ຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ຖ້ຳນາງແອ່ນ ເປັນຖ້ຳຊອດ ຍາວປະມານ 1.200 ແມັດ, ພາຍ ໃນຖ້ຳມີຂັ້ນໃດຂຶ້ນລົງຢູ່ຕາມຈຸດ ຕ່າງໆ ທີ່ຜູ້ປະກອບການສ້າງຂຶ້ນ ເພື່ອອຳນວຍຄວມສະດວກໃຫ້ແກ່ ນັກທ່ອງທ່ຽວໄດ້ຍ່າງເລາະເບິ່ງ ຄວາມງົດງາມອັນອັດສະຈັນໃຈ ທີ່ທຳມະຊາດປັ້ນແຕ່ງຂຶ້ນໂດຍ ສະເພາະແມ່ນຫີນຍ້ອຍຫີນງອກ ທີ່ເຫລື້ອມຍິບຍັບເມື່ອສະທ້ອນ ຖືກແສງໄຟທີ່ມີຮູບຊົງລັກສະນະ ຕ່າງໆແລ້ວແຕ່ຜູ້ຄົນພົບເຫັນຈະ ຈິນຕະນາການໄປເປັນຮູບຫຍັງ, ພ້ອມນີ້ຢູ່ຕາມຂັ້ນໄດ ແລະ ໃນ ຖ້ຳບາງຈຸດກໍຈະມີດອກໄຟຍາຍ ໄປຕາມແຕ່ລະຈຸດແຕ່ລະມູນເພື່ອ ໃຫ້ນັກທ່ອງທ່ຽວໄດ້ເຫັນຄວາມ ງົດງາມຂອງຫີນຍ່ອຍດັ່ງກ່າວ ແລະ ຖ່າຍຮູບໄວ້ເປັນທີ່ລະນຶກ. ນອກນັ້ນ, ດ້ານລຸ່ມຢູ່ພາຍໃນຖ້ຳ ມີ ສາຍນ້ຳໄຫລຜ່ານຖ້ຳຊອດໄປອີກ ຝາກໜຶ່ງ, ຖ້ານັກທ່ອງທ່ຽວທ່ານ ໃດ, ກຸ່ມໃດຢາກເລາະຊົມຄວາມ ງົດງາມດ້ານລຸ່ມທີ່ມີລັກສະນະຄ້າຍ ຄືກັບຖ້ຳກອງລໍນາຕານກໍມີເຮືອໄວ້ ຄອຍບໍລິການທ່ານ. ສຳລັບຢູ່ປາກ ຖ້ຳທາງເຂົ້າອອກຈະມີອາກາດ ເຢັນດີຜູ້ຄົນທີ່ໄດ້ໄປສຳຜັດລ້ວນ ແຕ່ເອີ່ຍປາກອອກມາວ່າແອທຳມະ ຊາດ, ສາເຫດທີ່ພາໃຫ້ມີອາກາດ ເຢັນຢູ່ບໍລິເວນປາກຖ້ຳນັ້ນມັນບໍ່ ແມ່ນເລື່ອງແປກປະຫລາດແຕ່ຢ່າງ ໃດເພາະປາກຖ້ຳອີກເບື້ອງໜຶ່ງ ເປັນກວນໄມ້ໃຫຍ່ (ປາກຖ້ຳຕົ້ນ ລົມ) ຈຶ່ງເຮັດໃຫ້ອາກາດນັ້ນເຢັນ ຈາກລົມທຳມະຊາດອັນບໍລິສຸດ ສົດຊື່ນ. ດ້ານນອກຂອງປາກຖ້ຳ ມີຂັ້ນຂຶ້ນສອງເບື້ອງ ແລະ ຈະມີ ນ້ຳຕົກຕາດນ້ອຍໄຫລຍ້ອນຜ່ານ ຫີນອອກມາ, ປະດັບປະດາດ້ວຍ ຕົ້ນໄມ້ນາໆຊະນິດ ເຊິ່ງຮັກສາໄດ້ ເຖິງຄວາມເປັນທຳມະຊາດ, ພ້ອມ ນັ້ນໃນບໍລິເວນດັ່ງກ່າວອ້ອມຮອບ ໄປດ້ວຍຕົ້ນໄມ້ໃຫຍ່-ນ້ອຍນາໆ ຊະນິດເຮັດໃຫ້ມີຮົ່ມຫລາຍໄວ້ໃຫ້ ນັກທ່ອງທ່ຽວໄດ້ຊົ້ນຮົ່ມເງົາທີ່ເຢັນ ສະບາຍ ແລະ ຍັງມີສິ່ງອຳນວຍ ຄວາມສະດວກຕ່າງໆເຊັ່ນ: ມີລານ ຈອດລົດທີ່ກວ້າງຂວາງ, ມີໂຕະ, ຕັ່ງ ຕາມກ້ອງຕົ້ນໄມ້, ມີຮ້ານອາຫານ, ຫ້ອງນ້ຳທີ່ສະອາດ, ມີເຮືອນພັກ ໄວ້ອຳນວຍຄວາມສະດວກສຳລັບ ນັກທ່ອງທ່ຽວທີ່ຢາກໄປນອນແຮມ ຄືນໃນສະຖານທີ່ດັ່ງກ່າວ, ສ່ວນ ເສັ້ນທາງເຂົ້າໄປຫາຖໍ້ານັ້ນແມ່ນຖືກ ປັບປຸງໃຫ້ສະດວກສະບາຍຫລາຍ ກວ່າເກົ່າ. ຖ້ຳນາງແອ່ນ ນອກຈາກຄວາມ ງົດງາມອັນລື່ຊື່ແລ້ວ, ຍັງມີຕຳນານ ເລົ່າຂານກັນວ່າ: ພາຍໃນຖ້ຳແຫ່ງ ນີ້ ມີຫີນທີ່ມີຮູບຮ່າງຄ້າຍຄືພະລືສີ, ຫີນພະຊີວະຂອງທ້າວຊຽງ, ຫີນພະ ໂຍນີ ແລະ ຮອຍຕີນຂອງນາງ ສຸ ທາວະດີ...ຊຶ່ງທັງໝົດເຫລົ່ານີ້ລ້ວນ ແຕ່ເປັນສິ່ງທີ່ສາມາດສ້າງຄວາມ ປະທັບໃຈໃຫ້ກັບຜູ້ທີ່ໄດ້ພົບເຫັນ ຫລາຍສົມຄວນບໍ່ວ່າຈະເປັນນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ທີ່ມາທ່ອງທ່ຽວຖໍ້າແຫ່ງນີ້ ແລະ ໃນຖ້ຳແຫ່ງນີ້ເມື່ອ 20 ກວ່າ ປີກ່ອນຍັງມີຝູງນົກແອ່ນອາໃສຢູ່ ເປັນຈຳນວນຫລວງຫລາຍ. ຖໍ້າ ນາງແອ່ນ ໄດ້ເປີດບໍລິການແກ່ນັກ ທ່ອງທ່ຽວ ມາແຕ່ປີ 1991 ເປັນ ຕົ້ນມາ, ອັນໄດ້ສ້າງຊື່ສຽງໃຫ້ແກ່ ເມືອງທ່າແຂກ, ສ້າງວຽກເຮັດ ງານທຳສ້າງລາຍໄດ້ໃຫ້ແກ່ປະຊາ ຊົນໃນເຂດດັ່ງກ່າວອີກດ້ວຍ. ເອົາ ເປັນວ່າ, ທ່ານໃດໄດ້ມີໂອກາດໄປ ວຽກໄປງານ ແລະ ທ່ຽວເມືອງ ເມືອງທ່າແຂກ ກໍຢ່າລືມໄປແວ່ເບິ່ງ ຄວາມສວຍສົດງົດງາມຂອງຖ້ຳ ນາງແອ່ນ.

RkJQdWJsaXNoZXIy MTc3MTYxMQ==