7079

28/07/2025 xtgmf]k; 4 gsfdko c]t dkora fmtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ລັດຖະມົນຕີກະຊວງ... ຕໍ່າ‹ໜ້າ ຜູ້ແທນລາວເຂົ້າຮ່ວມ... ຕໍ່າ‹ໜ້າ ]k;{gvfu[u Ij ;,,n lt|a [lt|6 o dkosa oxj Po]t[q [vkskodtly de ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອາ ນາຈັກກຳປູເຈຍ ຢ່າງເປັນທາງ ການ ແລະ ເຂົ້າຮ່ວມກອງປະຊຸມ ຄະນະກໍາມະການຊາຍແດນຮ່ວມ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ ຄັ້ງທີ 8 ໃນລະຫວ່າງວັນທີ 24-26 ກໍລະກົດ 2025 ຕາມແຜນການທີ່ ໄດ້ກະກຽມໄວ້ ເພື່ອຮັດແໜ້ນສາຍ ພົວພັນມິດຕະພາບ ອັນເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີ ມາແຕ່ດົນນານ ແລະ ເພີ່ມທະວີການ ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງສອງ ປະເທດ ລາວ ແລະ ກຳປູເຈຍ. ໃນວັນທີ 24 ກໍລະກົດ 2025 ທີ່ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະ ມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ ພົບປະສອງຝ່າຍກັບ ທ່ານ ປຣາກ ໂຊຄົນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະ ເທດ ແລະ ຮ່ວມມືສາກົນແຫ່ງ ຣາ ຊະອານາຈັກ ກຳປູເຈຍ ໂດຍສອງ ຝ່າຍໄດ້ແຈ້ງສະພາບການພາຍໃນ ຂອງແຕ່ລະປະເທດໃຫ້ກັນຊາບ ແລະສະແດງຄວາມຊົມເຊີຍຕໍ່ບັນດາ ຜົນສໍາເລັດໃນການພັດທະນາເສດ ຖະກິດ-ສັງຄົມ ທີ່ສອງຝ່າຍຍາດ ມາໄດ້ໃນໄລຍະຜ່ານມາ, ພ້ອມທັງ ໄດ້ປຶກສາຫາລື ແລະ ທົບທວນ ຄືນ ການພົວພັນຮ່ວມມືລະຫວ່າງສອງ ປະເທດ ໃນໄລຍະຜ່ານມາ ພ້ອມທັງ ໄດ້ແລກປ່ຽນຄໍາເຫັນ ແລະ ກໍານົດ ທິດທາງແຜນການຮ່ວມມືໃນຕໍ່ໜ້າ; ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ທີ່ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກໍາ ປູເຈຍ ທີ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນຕະ ຫລອດໄລຍະຜ່ານມາ ໂດຍສະ ເພາະແມ່ນພາຍຫລັງທີ່ສອງປະເທດ ໄດ້ຍົກລະດັບການພົວພັນຮ່ວມມື ສອງຝ່າຍ ຂຶ້ນເປັນຄູ່ຮ່ວມມືຍຸດທະ ສາດຮອບດ້ານ ແລະ ໝັ້ນຄົງຍາວ ນານ ໃນປີ 2019 ຊຶ່ງເຫັນໄດ້ຈາກ ການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງຂອງສອງ ປະເທດຢ່າງເປັນປົກກະຕິ ແລະ ພິ ເສດ ໃນປີ 2026 ທີ່ຈະມາເຖິງນີ້, ສອງຝ່າຍຈະໄດ້ຮ່ວມມືກັນຢ່າງ ໃກ້ຊິດ ເພື່ອຈັດກິດຈະກໍາຕ່າງໆ ໃນ ການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວ ພັນການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນຂະບວນຟົດຟື້ນ ແລະ ມີ ຄວາມໝາຍ. ພ້ອມກັນນີ້, ສອງຝ່າຍ ໄດ້ປຶກສາຫາລື ເພື່ອຊຸກຍູ້ສົ່ງເສີມ ການພົວພັນຮ່ວມມືໃຫ້ດ້ານຕ່າງໆ ໃຫ້ແໜ້ນແຟ້ນ ແລະ ມີໝາກຜົນຕົວ ຈິງຂຶ້ນຕື່ມ ເຊັ່ນ: ດ້ານການເມືອງການຕ່າງປະເທດ, ດ້ານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ-ການຄ້າແລະການ ລົງທຶນ, ດ້ານວັດທະນະທໍາ-ສັງຄົມ ແລະການທ່ອງທ່ຽວ, ດ້ານການສຶກ ສາ, ວຽກງານຊາຍແດນ, ດ້ານພະ ລັງງານ, ໂຍທາທິການແລະຂົນສົ່ງ, ລວມທັງການຮ່ວມມືດ້ານການປາບ ປາມຢາເສບຕິດຕາມຊາຍແດນ ແລະ ການປາບປາມກຸ່ມໂຈນລະກໍາ ຂໍ້ມູນ ($ZCFS 4DBNFS). ໂອກາດດັ່ງກ່າວ, ທ່ານ ທອງ ສະຫວັນ ພົມວິຫານ ໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ທີ່ ທ່ານ ປຣາກ ໂຊຄົນ ໄດ້ຮັບການ ແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາ ຈັກກໍາປູເຈຍ ອີກຄັ້ງໜຶ່ງ, ພ້ອມທັງ ໄດ້ເຊື້ອເຊີນ ທ່ານ ປຣາກ ໂຊຄົນ ເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ສືບຕໍ່ເຂົ້າ ຮ່ວມກອງປະຊຸມ ຄະນະກໍາມາທິ ການຮ່ວມ ວ່າດ້ວຍການຮ່ວມມື ສອງຝ່າຍ ລາວ-ກໍາປູເຈຍ, ກໍາປູ ເຈຍ-ລາວ ຄັ້ງທີ 15 ທີ່ຝ່າຍລາວ ຈະເປັນເຈົ້າພາບ ໃນເດືອນພະຈິກ 2025 ທີ່ ນະຄອນຫລວງວຽງຈັນ. ໃນຂະນະດຽວກັນ, ທ່ານປຣາກ ໂຊຄົນ ກໍໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນແລະຕີລາຄາສູງ ຕໍ່ການຢ້ຽມຢາມທາງການຄັ້ງນີ້ ຊຶ່ງເປັນຄັ້ງທໍາອິດນັບແຕ່ ທ່ານ ທອງສະຫວັນ ພົມວິຫານ ໄດ້ຮັບ ການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ແລະ ສະ ແດງຄວາມຍິນດີຕອບຮັບການເຊື້ອ ເຊີນຢ້ຽມຢາມທາງການ ທີ່ ສປປ ລາວ ໃນທ້າຍປີ 2025 ນີ້, ພ້ອມທັງ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະ ສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວ ຢ່າງໃກ້ຊິດ ເພື່ອປະກອບສ່ວນເຂົ້າ ໃນການຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບອັນ ເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ກໍາປູເຈຍລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆ ຂຶ້ນ. ຂ່າວ: ກະຊວງການຕ່າງປະເທດ ຮອງປະທານສະພາແຫ່ງຊາດ... ຕໍ່າ‹ໜ້າ ຂປລ. ລັດຖະບານລາວແລະທະ ນາຄານພັດທະນາອາຊີ ("%#) ໄດ້ຮ່ວມລົງນາມໃນສັນຍາການສະ ໜອງທຶນ ສຳລັບ ໂຄງການລະບົບ ອາຫານກະສິກຳແບບຍືນຍົງໃນວັນ ທີ 23 ກໍລະກົດ 2025 ໂດຍການ ລົງນາມລະຫວ່າງ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ນາງ ແຊນນີ ແຄມເບວ ຫົວໜ້າຫ້ອງການ "%# ປະຈໍາ ສປປ ລາວ, ມີຜູ້ຕາງ ໜ້າຈາກ ລັດຖະບານລາວ, ທູດສະ ຫະພາບເອີຣົບ ປະຈຳ ລາວ ແລະ ພາກສ່ວນກ່ຽວຂ້ອງ ສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ສຸລິວັດ ສຸວັນນະຈູມຄໍາ ໄດ້ໃຫ້ຮູ້ວ່າ: ໂຄງການລະບົບອາ ຫານກະສິກຳແບບຍືນຍົງ ຈະສະ ໜັບສະໜູນຄວາມພະຍາຍາມຂອງ ລັດຖະບານລາວ ໃນການເລັ່ງ ການຂະຫຍາຍຕົວຂອງຂະແໜງ ກະສິກຳ ແລະ ສ້າງຜົນປະໂຫຍດໃຫ້ ແກ່ບັນດາຄົວເຮືອນ ແລະ ທຸລະກິດ ກະສິກຳ, ພ້ອມທັງຕາງໜ້າ ໃຫ້ລັດ ຖະບານແຫ່ງ ສປປ ລາວ ສະແດງ ຄວາມຂອບໃຈ ມາຍັງຄູ່ຮ່ວມພັດ ທະນາ ໂດຍສະເພາະແມ່ນ "%# ແລະ ສະຫະພາບເອີຣົບ ທີ່ໄດ້ໃຫ້ ການສະໜັບສະໜູນແກ່ ສປປ ລາວ ຢ່າງຕໍ່ເນື່ອງ. ໂຄງການດັ່ງກ່າວ, ຈະຊ່ວຍປັບ ປຸງຄວາມທົນທານຕໍ່ສະພາບດິນ ຟ້າອາກາດ ຄວາມໝັ້ນຄົງດ້ານສະ ບຽງອາຫານ, ໂພຊະນາການ ແລະ ລາຍຮັບຂອງຄົວເຮືອນໃນ ສປປ ລາວ, ພ້ອມທັງຈະເສີມຂະຫຍາຍ ລະບົບອາຫານກະສິກຳ ທີ່ມຸ່ງອອກ ສູ່ຕະຫລາດພາຍໃນ ແລະ ສົ່ງອອກ ສິນຄ້າທີ່ມີມູນຄ່າສູງ, ການລົງທຶນ ໃນດ້ານການເງິນເພື່ອການຄ້າ ການ ບໍລິການດ້ານວິຊາການເປັນລາຍ ບຸກຄົນ ພື້ນຖານໂຄງລ່າງຂະໜາດ ນ້ອຍ ແລະ ຄວາມປອດໄພດ້ານອາ ຫານ ຈະໄດ້ຮັບການສະໜອງ ເພື່ອ ສະໜັບສະໜູນບັນດາຈຸດປະສົງ ເຫລົ່ານີ້ໃຫ້ບັນລຸຕາມຄາດໝາຍ. ການບໍລິການດ້ານການເງິນ ຈະ ໃຫ້ບໍລິການຜ່ານທະນາຄານ ແລະ ສະຖາບັນການເງິນຈຸລະພາກໃນ ທົ່ວປະເທດ, ໃນຂະນະທີ່ການບໍລິ ການໃຫ້ຄໍາປຶກສາທາງດ້ານເຕັກ ນິກວິຊາການ ແລະ ພື້ນຖານໂຄງ ລ່າງ ຈະມີຢູ່ບັນແຂວງທາງພາກໃຕ້ ເຊັ່ນ: ແຂວງຈໍາປາສັກ, ສາລະວັນ, ເຊກອງ ແລະ ແຂວງພາກເໜືອ ເຊັ່ນ: ຫົວພັນ, ຜົ້ງສາລີ ແລະ ແຂວງ ໄຊຍະບູລີ. ພ້ອມນີ້, ສິນຄ້າຍຸດທະ ສາດທີ່ມີມູນຄ່າສູງ ເປັນຕົ້ນ ໄມ້ໄຜ່, ກາເຟ, ຖົ່ວລຽນ, ມັນຕົ້ນ ປູກແບບ ຍືນຍົງ ແລະ ຊາ ຈະໄດ້ຮັບການສະ ໜັບສະໜູນເພີ່ມເຕີມ ເພື່ອເພີ່ມມູນ ຄ່າກ່ອນທີ່ຈະຖືກສົ່ງອອກ. ທ່ານ ນາງ ແຊນນີ ແຄມເບວ ໄດ້ກ່າວວ່າ: ໂຄງການລະບົບອາ ຫານກະສິກຳແບບຍືນຍົງ ຈະສົ່ງ ຜົນດີຕໍ່ຊຸມຊົນ ແລະ ວິສາຫະກິດ ພ້ອມທັງເປັນການປະກອບສ່ວນ ຊຸກຍູ້ໃຫ້ແກ່ການເຕີບໂຕທາງດ້ານ ເສດຖະກິດຂອງ ສປປ ລາວ ເຊິ່ງ ໂຄງການນີ້ ແມ່ນອົງປະກອບທີ່ສໍາ ຄັນຂອງແຜນງານສຳລັບປະເທດ ຂອງ "%# ໃນການສະໜັບສະໜູນ ວາລະການພັດທະນາເສດຖະກິດ ແລະ ສັງຄົມຂອງລັດຖະບານ. ຂະ ແໜງກະສິກຳຂອງ ສປປ ລາວ ມີທ່າແຮງເຕີບໂຕທີ່ສຳຄັນ ຍ້ອນ ຄວາມຕ້ອງການຂອງພາຍໃນ ແລະ ພາກພື້ນເພີ່ມຂຶ້ນ. ເຖິງຢ່າງໃດກໍ ຕາມ, ການປົດລັອກທ່າແຮງດັ່ງ ກ່າວ ຮຽກຮ້ອງໃຫ້ມີການເພີ່ມທະ ວີຄວາມສາມາດໃນການແຂ່ງຂັນ ແລະ ຄວາມເຂັ້ມແຂງຂອງລະບົບ ກະສິກຳ ຊຸກຍູ້ຄວາມໝັ້ນຄົງດ້ານ ສະບຽງອາຫານ ແລະ ໂພຊະນາ ການ ພ້ອມທັງເພີ່ມທະວີການສົ່ງ ອອກສິນຄ້າທີ່ມີມູນຄ່າສູງ. ໂຄງການດັ່ງກ່າວ, ຈະໄດ້ຮັບ ການສະໜັບສະໜູນເງິນທຶນໃນມູນ ຄ່າ 50 ລ້ານໂດລາສະຫະລັດຈາກ "%#, ກອງທຶນພື້ນຖານໂຄງລ່າງ ອາຊຽນ ແລະ &VSPQFBO 6OJPO- "4&"/ $BUBMZUJD (SFFO 'JOBODF 'BDJMJUZ ພ້ອມທັງທຶນ ຊ່ວຍເຫລືອລ້າ ມູນຄ່າ 13 ລ້ານ ໂດລາສະຫະລັດ ຈາກກອງທຶນພັດ ທະນາອາຊີ ແລະ ກອງທຶນດິນຟ້າ ອາກາດສີຂຽວ ໂດຍຜ່ານກອງທຶນ ເພື່ອການຮ່ວມມືດ້ານຄວາມເຂັ້ມ ແຂງຂອງຊຸມຊົນ ເຊິ່ງຈະໄດ້ຮັບ ການຈັດຕັ້ງປະຕິບັດ ໂດຍກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ໄດ້ຮັບການສະໜັບສະໜູນ ໃນ ການຈັດຕັ້ງປະຕິບັດຈາກກະຊວງ ກະສິກຳ ແລະ ສິ່ງແວດລ້ອມ, ທະ ນາຄານແຫ່ງ ສປປ ລາວ ແລະ ສະ ພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ຂອງ ສະຫາຍ ເຮຣາຣໂດ ເປຫ ຍາເວນຣ ປໍຣຕັນ (Gerardo Peñalver Portal) ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ ກູບາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແລະ ບັນດາປະເທດໃນ ຂົງເຂດອາຊີ. ໃນໂອກາດນີ້, ສະຫາຍ ຈະເລີນ ເຍຍປາວເຮີ ໄດ້ສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ການຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ເຮຣາຣໂດ ເປຫຍາເວນຣ ປໍຣຕັນ ໃນຄັ້ງນີ້, ຊຶ່ງເປັນການປະ ກອບສ່ວນອັນສຳຄັນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນມິດຕະ ພາບທີ່ເປັນມູນເຊື້ອ ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ກູບາ ໃຫ້ແໜ້ນແຟ້ນ ຍິ່ງໆຂຶ້ນ; ພ້ອມທັງໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈ ຕໍ່ການ ສະໜັບສະໜູນ ແລະ ຊ່ວຍເຫລືອ ຂອງພັກ, ລັດ ແລະ ປະຊາຊົນກູບາ ອ້າຍນ້ອງ ໃນພາລະກິດຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ຂອງ ສປປ ລາວ ໃນປັດຈຸບັນ; ສະ ແດງຄວາມຊົມເຊີຍ ຕໍ່ບັນດາຜົນສຳ ເລັດຂອງກູບາ ໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ໂດຍສະເພາະແມ່ນການ ພັດທະນາເສດຖະກິດ-ສັງຄົມ ແລະ ສືບຕໍ່ປົກປັກຮັກສາໝາກຜົນຂອງ ການປະຕິວັດໄວ້ຢ່າງໝັ້ນຄົງ ຕະ ຫລອດໄລຍະ 60 ກວ່າປີ. ພ້ອມ ນັ້ນ, ຍັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບສະພາບພົ້ນເດັ່ນໃນການ ສ້າງສາພັດທະນາເສດ ຖະກິດ ແລະ ສັງຄົມຂອງ ສປປ ລາວ ໃນຊຸມປີ ຜ່ານມາ ໂດຍສະເພາະການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄລຍະທ້າຍ ສະໄໝ. ພ້ອມນີ້, ການເຄື່ອນໄຫວ ຂອງສະມາຄົມມິດຕະພາບ ລາວກູບາ ແມ່ນໄດ້ຮ່ວມກັບສະຖານທູດ ເອກອັກຄະລັດຖະທູດແຫ່ງ ສ ກູບາ ປະຈໍາ ສປປ ລາວ ໃນໂອກາດວັນ ສໍາຄັນຕ່າງໆ ຂອງ ສອງພັກ, ສອງ ຊາດ ຢ່າງເປັນປົກະຕິ ເປັນຕົ້ນ ໄດ້ ຈັດພິທີປາຖະກະຖາ ສະເຫລີມສະ ຫລອງ ຄົບຮອບ 50 ປີ ແຫ່ງການ ສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສ ກູບາ (ວັນທີ 04 ພະຈິກ 1974 - ວັນທີ 04 ພະຈິກ 2024) ຢູ່ແຂວງຫົວພັນ. ນອກນັ້ນ, ໄດ້ມີການແຂ່ງຂັນຂຽນ ບົດຄວາມແລະກິດຈະກໍາຕ່າງໆທີ່ມີ ຫົວຂໍ້ກ່ຽວກັບຊີວິດ ແລະ ຜົນງານ ການເຄື່ອນໄຫວເຮັດວຽກ J os é M artí ຢູ່ທີ່ໂຮງຮຽນມັດທະຍົມສົມ ບູນ ມິດຕະພາບ ລາວ - ກູບາ ດົງບັງ ແລະ ມະຫາວິຍາໄລແຫ່ງຊາດ, ນະຄອນຫລວງວຽງຈັນ. ໃນຕົ້ນ ເດືອນພະຈິກ 2024 ຜ່ານມານີ້ ສະມາຄົມມິດຕະພາບ ລາວ-ກູບາ ພວກຂ້າພະເຈົ້າ ກໍໄດ້ຕ້ອນຮັບ ແລະ ຕິດຕາມຢ່າງໃກ້ຊິດ ໃນການ ເຄື່ອນໄຫວຂອງຄະນະຜູ້ແທນຂັ້ນ ສູງ ສະພາແຫ່ງຊາດອໍານາດປະຊາ ຊົນກູບາ ນໍາໂດຍ ສະຫາຍ ເອັສເຕ ບານ ລາໂຊ ເຮີນານເດສ ກໍາມະ ການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດອໍານາດ ປະຊາຊົນກູບາ ພ້ອມຄະນະ ໃນ ການຢ້ຽມຢາມ ສປປ ລາວ ຢ່າງ ເປັນທາງການ ແລະ ເຂົ້າຮ່ວມການ ສະເຫລີມສະຫລອງ ຄົບຮອບ 50 ປີ ແຫ່ງການສ້າງສາຍພົວພັນການ ທູດ ລະຫວ່າງ ສປປ ລາວ ແລະ ສ ກູບາ. ໃນຕົ້ນເດືອນທັນວາ 2024 ພວກຂ້າພະເຈົ້າ ໄດ້ຕ້ອນຮັບ ຄະນະ ຜູ້ແທນສະມາຄົມມິດຕະພາບ ກູບາລາວນໍາໂດຍສະຫາຍນາງວຽງໄຊ ວານເດັຊ ທີ່ໄດ້ນໍາພາ ຄະນະນັກ ສິລະປະຟ້ອນບາເລ່ ມາສະແດງ ຢູ່ ສປປລາວ. ພວກຂ້າພະເຈົ້າຕີລາຄາ ສູງຕໍ່ການມາສະແດງສິລະປະໃນ ຄັ້ງດັ່ງກ່າວ, ນອກຈາກເປັນການ ແລກປ່ຽນວັດທະນະທໍາແລ້ວ ຍັງ ເປັນການສະເຫລີມສະຫລອງສາຍ ພົວພັນການທູດລາວ ແລະ ກູບາ ຄົບຮອບ 50 ປີ. ພວກຂ້າພະເຈົ້າ ຕີລາຄາສູງ ຕໍ່ການພົວພັນຮ່ວມມື ຂອງສອງສະມາຄົມມິດຕະພາບ ພວກເຮົາ ຈະເປັນການປະກອບ ສ່ວນສໍາຄັນເຂົ້າໃນການເສີມຂະ ຫຍາຍ ແລະ ເພີ່ມພູນຄູນສ້າງສາຍ ພົວພັນມິດຕະພາບຖານອ້າຍນ້ອງທີ່ ເປັນມູນເຊື້ອລະຫວ່າງສອງປະເທດ ລາວ-ກູບາ. ໃນໂອກາດດັ່ງກ່າວ, ສະຫາຍ ເຮຣາຣໂດ ເປຫຍາເວນຣ ປໍຣຕັນ ກໍໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງ ໃຫ້ຊາບກ່ຽວກັບຜົນການພົບປະ ກັບ ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ແລະ ໄດ້ເຂົ້າຢ້ຽມຂ່ຳນັບຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ, ພ້ອມທັງຕີລາຄາສູງ ແລະ ຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ ປະຊາຊົນລາວຍາດມາໄດ້ ພາຍໃຕ້ ການນໍາພາຂອງພັກ ປປ ລາວ, ຊຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນລາວ ໄດ້ຮັບການປັບປຸງ ໃຫ້ດີຂຶ້ນເທື່ອລະກ້າວ ແລະ ໄດ້ຍົກ ສູງບົດບາດ ຂອງ ສປປ ລາວ ນັບ ມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ; ອວຍພອນໃຫ້ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ ຈົງປະ ສົບຜົນສຳເລັດອັນໃໝ່ໃຫຍ່ຫລວງ ກວ່າເກົ່າ ໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ແລະ ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ປະກົດຜົນເປັນຈິງ. ສອງຝ່າຍຕີລາຄາສູງຕໍ່ການ ພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີ ງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວກູບາ ຊຶ່ງສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ພ້ອມນັ້ນ, ຍັງໄດ້ແລກປ່ຽນຄໍາຄິດ ເຫັນຢ່າງກົງໄປກົງມາຕໍ່ການກວດ ກາຄືນ ແລະ ຊຸກຍູ້ການຈັດຕັ້ງປະຕິ ບັດບັນດາຂໍ້ຕົກລົງທີ່ມີຮ່ວມກັນໃນ ໄລຍະຜ່ານມາ ເພື່ອຊອກຫາທ່າ ແຮງໃນການຮ່ວມມືໃນຕໍ່ໜ້າ ໂດຍ ສະເພາະ ດ້ານການເມືອງ, ການສຶກ ສາ, ກະສິກໍາ, ສາທາລະນະສຸກແລະ ອື່ນໆ ທີ່ສອງຝ່າຍມີຄວາມສົນໃຈ ຮ່ວມກັນ. ນອກຈາກນີ້, ສອງຝ່າຍ ຍັງເຫັນດີຈະສືບຕໍ່ໃຫ້ການສະໜັບ ສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ພາຍໃນ ຫລື (%1 ຂອງປະເທດ, ຍົກໃຫ້ເຫັນລະບົບພະລັງງານສະ ອາດ, ການສົ່ງເສີມການປູກເຂົ້າ ແບບຍືນຍົງຂອງບໍລິສັດ ເພື່ອນຳ ມາເປັນວັດຖຸດິບ ໃນການປຸງແຕ່ງ ເບຍ ເຊິ່ງຊ່ວຍຍົກລະດັບການປູກ ເຂົ້າຂອງຊາວນາ ໃນທ້ອງຖິ່ນ ແລະ ການອະນຸລັກສິ່ງແວດລ້ອມ, ພ້ອມທັງນໍາສະເໜີແນວທາງການ ການຍົກລະດັບຜະລິດຕະພັນເບຍ ລາວ ໃຫ້ໄປສູ່ເວທີໂລກ. ທ່ານ ດຳໝີ ສິງດວງຈັນ ຜູ້ອຳ ນວຍການຝ່າຍພົວພັນລັດຖະບານ ແລະ ບໍລິຫານ ບໍລິສັດເບຍລາວ ໄດ້ໃຫ້ຮູ້ວ່າ: ບໍລິສັດເບຍລາວ ມີ ໂຮງງານຜະລິດ ທັງໝົດ 3 ແຫ່ງ, ປະກອບມີ 5 ກຸ່ມຜະລິດຕະພັນຫລັກ ທີ່ລ້ວນແຕ່ເປັນຜະລິດຕະພັນຊັ້ນ ນຳ, ມີຊ່ອງທາງການຈັດຈຳໜ່າຍ ທີ່ມີຕົວແທນຈຳໜ່າຍ ຫລາຍກວ່າ 200 ຕົວແທນ ແລະ ລົດຂົນສົ່ງທີ່ ພ້ອມກະຈາຍສິນຄ້າ ໃນບັນດາຕົວ ເມືອງໃຫຍ່ 600 ກວ່າຄັນໃນທຸກໆ ມື້ ໂດຍມີຕາໜ່າງການຈັດຈຳໜ່າຍ ທີ່ກວ້າງຂວາງ ຜ່ານໂຄງການສົ່ງ ເສີມຄູ່ຮ່ວມທຸລະກິດທີ່ແໜ້ນແຟ້ນ ແລະ ມີລະບົບອອນໄລທີ່ທັນສະໄໝ, ພ້ອມລະບົບຈັດສົ່ງ ທີ່ເຂົ້າເຖິງທຸກ ພື້ນທີ່ຫ່າງໄກ ໃນທົ່ວປະເທດ. ພ້ອມ ນີ້, ເບຍລາວຍັງໄດ້ກາຍເປັນທີ່ນິຍົມ ໃນຕະຫລາດສາກົນ ດ້ວຍການສົ່ງ ອອກຫລາຍກວ່າ 14 ລ້ານລິດ, ຜ່ານ 21 ຕົວແທນຈຳໜ່າຍ ໃນ 15 ປະເທດທົ່ວໂລກ ສ້າງລາຍຮັບ ຫລາຍກວ່າ 13 ລ້ານໂດລາສະຫະ ລັດ. ພ້ອມນັ້ນ, ບໍລິສັດເບຍລາວ ຍັງ ໄດ້ເສຍພາສີອາກອນ ໃຫ້ລັດຖະ ບານ ລາຍທີ່ສຸດ ສູງເຖິງ 5.259 ຕື້ກີບ ຫລື ຫລາຍກວ່າ 240 ລ້ານ ກີບ ໃນປີ 2024. ໃນໄລຍະຜ່ານມາ ບໍລິສັດເບຍ ລາວ ໄດ້ປະກອບສ່ວນຊຸກຍູ້, ສົ່ງ ເສີມຊ່ວຍເຫລືອສັງຄົມລາວ ໃນ ຫລາຍໆດ້ານ ເປັນຕົ້ນ ດ້ານການ ສຶກສາ, ກິລາ, ສາທາລະນະສຸກ, ແກ້ ໄຂຄວາມທຸກຍາກ, ແກ້ໄຂໄພພິບັດ ຕ່າງໆ, ບຸນປະເພນີ ແລະ ງານສຳ ຄັນຕ່າງໆທີ່ພັກ, ລັດຖະບານຈັດຂຶ້ນ. ຂ່າວ: ທະນູທອງ; ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==