1b f4n vk-u [dkox6 ddkg2 rk7v[7q ;Iaj ',u 28/07/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K © §Ê້ າານນ້¦ xu zj ko,kltstra oc,j py 'c0;'g-dv' gvq k.9.lj xa [x5 'F lh k'7;k,g0A ,c0' c]t -5 dp6h gvN vpoh v'c,j py ' © Ç າÊ ຕາມການໃຫ້ຮູ້ຂອງທ່ານ ນາງ ມະໂຫລາ ສຸດທິຈັກ ປະທານ ສະຫະພັນແມ່ຍິງແຂວງເຊກອງ ວ່າໄດ້ໃຫ້ຮູ້ວ່າ: ໄລຍະ1 ປີ ຜ່ານ ມາສະຫະພັນແມ່ຍິງແຂວງເຊກອງ ໄດ້ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ນໍາພາແນວຄິດໃຫ້ສະມາ ຊິກແມ່ຍິງ ກໍຄື ແມ່ຍິງບັນດາເຜົ່າ ພາຍໃນແຂວງດ້ວຍຫລາຍວິທີການ ເປັນຕົ້ນໄດ້ລົງເຄື່ອນໄຫວຈັດຕັ້ງຝຶກ ອົບຮົມ, ສໍາມະນາເຜີຍແຜ່ວຽກງານ ຢູ່ຮາກຖານ 4 ຕົວເມືອງ ແລະ ແທດ ເຖິງຂັ້ນບ້ານ ໂດຍໄດ້ນໍາເອົາບັນດາ ນິຕິກໍາ, ກົດໝາຍ, ລະບຽບການ, ຂໍ້ກຳນົດທີ່ກ່ຽວພັນເຖິງພາລະ ບົດບາດ, ສິດຜົນປະໂຫຍດຂອງ ອົງການຈັດຕັ້ງແມ່ຍິງ, ສະມາຊິກ ແມ່ຍິງ ແລະ ແມ່ຍິງບັນດາເຜົ່າໃຫ້ ຮັບຮູ້, ເຂົ້າໃຈທົ່ວເຖິງ, ເລິກເຊິ່ງ ແລະ ກວ້າງຂວາງທຽບໃສ່ປີຜ່ານ ມາບັນລຸໄດ້ 80%, ພ້ອມດຽວກັນ ນີ້ ກໍໄດ້ເອົາໃຈໃສ່ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ອົງການ ຈັດຕັ້ງສະຫະພັນແມ່ຍິງດ້ວຍການ ຕິດຕາມ, ຊຸກຍູ້ບັນດາຮາກຖານ, ເມືອງໃນການດໍາເນີນກອງປະຊຸມ ໃຫຍ່ຂັ້ນຂອງຕົນ, ຈັດກອງປະຊຸມ ໃຫຍ່ຂອງສະຫະພັນແມ່ຍິງແຂວງ ສໍາເລັດ 100%, ສຳເລັດກອງ ປະຊຸມຂອງໜ່ວຍພັກຮາກຖານ ແລະ ສຳເລັດການລົງເຜີຍແຜ່ຜົນ ສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງ VII ຜູ້ແທນສະຫະພັນແມ່ຍິງແຂວງ ໃນ 4 ຕົວເມືອງ, ພ້ອມທັງໄດ້ເອົາໃຈໃສ່ນໍາພາ ຂະບວນການເສດຖະກິດ, ຊຸກຍູ້ ຂະບວນການຜະລິດເປັນສິນຄ້າ ດ້ວຍການຍາດແຍ່ງທຶນຮອນຈາກ ພາກລັດ, ເອກກະຊົນມາຍູ້ແຮງໃນ ການຜະລິດໃຫ້ກັບສະມາຊິກເອື້ອຍ ນ້ອງແມ່ຍິງ ໄດ້ຫລາຍກິດຈະກຳ ໂດຍໄດ້ຂະຫຍາຍກຸ່ມຫັດຖະກຳຕໍ່າ ສິ້ນຊົນເຜົ່າ ໄດ້ 2 ກຸ່ມ ຢູ່ເມືອງທ່າ ແຕງ, ມີ 1 ຄອບຄົວຢູ່ເມືອງລະ ມາມ ແລະ ຕິດຕາມຊຸກຍູ້ 2 ກຸ່ມ ຫັດຖະກໍາມີແລ້ວຢູ່ 2 ບ້ານຂອງ ເມືອງກະລຶມ ໃຫ້ໄດ້ເຄື່ອນໄຫວ ເປັນປົກກະຕິ. ນອກຈາກນີ້, ຍັງໄດ້ ສົ່ງເສີມແນວຄວາມຄິດດ້ານທຸລະ ກິດ ໂດຍການຝຶກອົບຮົມຄວາມຮູ້ ກ່ຽວກັບການເປັນຜູ້ປະກອບການ ແລະ ການດໍາເນີນທຸລະກິດ, ການ ແປຮູບຜະລິດຕະພັນຈາກໃບລານ, ໄມ້ປ່ອງ, ແປຮູບໝາກໄມ້ພື້ນບ້ານ ມາເປັນສະບູ, ນໍ້າຢາລ້າງຈານ ພ້ອມທັງຈັດຝຶກອົບຮົມວິຊາຊີບໃຫ້ ແມ່ຍິງທີ່ທຸກຍາກຢູ່ສູນພັດທະນາ ແມ່ຍິງບັນດາເຜົ່າໄດ້ 2 ຄັ້ງ; ໄດ້ ນໍາພາ-ຊີ້ນໍາ, ຕິດຕາມຊຸກຍູ້ການ ຈັດຕັ້ງປະຕິບັດຄຳຂວັນ ແລະ ຂໍ້ ແຂ່ງຂັນ 3 ດີ ຂອງສູນກາງແມ່ ຍິງລາວ ຢ່າງເປັນຂະບວນພ້ອມ ທັງຊຸກຍູ້ການສະຫລຸບປະເມີນຜົນ ໄລຍະທີ 2 ແລະ ຄັດເລືອກຜົນ ງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ໄລຍະ 5 ປີ ເຊິ່ງຜົນການປະເມີນ ສາມາດຮັບຮອງສະມາຊິກ 3 ດີ ໄດ້ 90,5%, ຮັບຮອງຮາກຖານ, ໜ່ວຍ, ບ້ານ 3 ດີ ກວມ 92,12%, ຮັບຮອງເມືອງ 3 ດີ ໄດ້ 100%. ນອກຈາກນີ້, ຍັງໄດ້ເອົາໃຈ ໃສ່ສ້າງຄວາມເຂັ້ມແຂງໃຫ້ແມ່ ຍິງ ແລະ ວຽກງານສົ່ງເສີມຄວາມ ກ້າວໜ້າຂອງແມ່ຍິງ ຜ່ານຄະນະ ກຳມະການໃນແຕ່ລະພະແນກການ ແລະ ຜ່ານບັນດາກິດຈະກຳຕ່າງໆ ເປັນຕົ້ນການຈັດກອງປະຊຸມສໍາ ມະນາ, ຝຶກອົບຮົມເຮັດໃຫ້ແມ່ຍິງ ສາມາດຝຶກຕົນເອງ ໂດຍສະເພາະ ທັກສະການປາກເວົ້າ, ທັກສະການ ນໍາສະເໜີຢູ່ເທິງເວທີ, ນອກນີ້ ຍັງໄດ້ສົມທົບກັບຂະແໜງການ ທີ່ກ່ຽວຂ້ອງໃນການສ້າງຄວາມ ເຂັ້ມແຂງໃຫ້ແມ່ຍິງກ່ຽວກັບພາວະ ການເປັນຜູ້ນໍາໄດ້ຫລາຍກວ່າ 5 ຄັ້ງເຮັດໃຫ້ແມ່ຍິງມີຄວາມຮູ້, ຄວາມສາມາດ, ກ້າຫານ ແລະ ມີປະສົບການທີ່ຫລາຍຂຶ້ນ, ໄປ ຄຽງຄູ່ກັບຄວາມເອົາໃຈໃສ່ຂອງ ຄະນະພັກ-ຄະນະນໍາທີ່ເຫັນໄດ້ ຄວາມສໍາຄັນຂອງເອື້ອຍນ້ອງແມ່ ຍິງເຮັດໃຫ້ສະມາຊິກແມ່ຍິງ ນັບ ແຕ່ຂັ້ນແຂວງ ຮອດຂັ້ນບ້ານ ໄດ້ ຖືກສັບຊ້ອນເຂົ້າໃນຕຳແໜ່ງນໍາພາ ຂັ້ນຕ່າງໆ ເພີ່ມຂຶ້ນທຽບໃສ່ແຜນ ປະຕິບັດລື່ນຄາດໝາຍ 19%; ໄດ້ ຕິດຕາມ, ຊຸກຍູ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານກອງທຶນ, ກຸ່ມທ້ອນເງິນ ເພື່ອສ້າງເງື່ອນໄຂໃຫ້ ແມ່ຍິງ ໄດ້ເຂົ້າເຖິງແຫລ່ງທຶນກູ້ຢືມ ໃນອັດຕາດອກເບ້ຍຕໍ່າ ເພື່ອແກ້ໄຂ ຄວາມຈໍາເປັນຂອງຄອບຄົວ, ກູ້ ຢືມໄປທຳການຜະລິດ, ຄ້າຂາຍ ສາມາດຫລຸດຜ່ອນການກູ້ຢືມເງິນ ນອກລະບົບ ແລະ ໄດ້ເຄື່ອນໄຫວ ວຽກກອງທຶນຊ່ວຍເຫລືອເຊິ່ງກັນ ແລະ ກັນ ເວລາສະມາຊິກເສຍຊີວິດ; ມາຮອດປັດຈຸບັນສະມາຊິກເຫັນ ໄດ້ຄວາມສໍາຄັນຂອງກອງທຶນດັ່ງ ກ່າວ ເຮັດໃຫ້ມີສະມາຊິກມີຈໍານວນ ເພີ່ມຂຶ້ນຫລາຍກວ່າເກົ່າ. ການປູກກາເຟເປັນສິນຄ້າແມ່ນ ອີກໜຶ່ງອາຊີບທີ່ຫລາຍຄອບຄົວປູກ ແລ້ວສາມາດມີລາຍຫລັກ 100 ລ້ານຂຶ້ນໄປ. ແນວໃດກໍດີ, ມື້ນີ້ ຂໍ ພາທ່ານຜູ້ອ່ານໄປຮູ້ກັບຄອບຄົວໜຶ່ງ ເຊິ່ງຖືເອົາການປູກກາເຟເປັນສິນຄ້າ ແລະ ຂົ້ວກາເຟສົ່ງໃຫ້ແຕ່ລະສາຂາ ໃນບັນດາຢູ່ເມືອງເລົ່າງາມ ແລະ ຕ່າງແຂວງຈະມີລາຍໄດ້ແນວໃດ ນັ້ນ ພວກເຮົາໄປຮູ້ນຳ. ຕາມການເລົ່າສູ່ຟັງຂອງທ່ານ ນາງ ຕິÐ ມ ແກ່ນມະນີສົດ ຢູ່ບ້ານນ້ຳ ແບ່ງ ເມືອງເລົ່າງາມ ແຂວງສາລະ ວັນ ໃຫ້ຮູ້ວ່າ: ຄອບຄົວຕົນໄດ້ຢຶດ ຖືອາຊີບປູກກາເຟແບບທໍາມະຊາດ ເຊິ່ງສືບທອດກັນມາແຕ່ຮຸ່ນພໍ່ແມ່ ໂດຍອີງໃສ່ທ່າແຮງ, ເງື່ອນໄຂ, ສະພາບແວດລ້ອມ ຢູ່ບ້ານນ້ຳແບ່ງ ມີຄວາມເໝາະສົມໃນການປູກກາ ເຟ ຈຶ່ງເປັນແຮງຈູງໃຈເຮັດໃຫ້ ຄອບຄົວຕົນຫັນມາປູກກາເຟເປັນ ອາຊີບຕົ້ນຕໍ ເຊິ່ງໃນເບື້ອງຕົ້ນເລີ່ມ ປູກພຽງແຕ່ 3 ເຮັກຕາ. ໃນນັ້ນ ຂາຍ ໄດ້ 4 ລ້ານກີບຕໍ່ປີ. ເມື່ອເຫັນລາຍ ຮັບເຂົ້າຄົວຄອບຍັງບໍ່ຫລາຍຈຶ່ງໄດ້ ຂະຫຍາຍເນື້້ອທີ່ປູກກາເຟນ້ອຍຕື່ມ ອີກ 7 ເຮັກຕາ, ສາມາດເກັບຜົນ ລິດຂາຍສ້າງລາຍໄດ້ 50 ຫາ 100 ລ້ານກີບຕໍ່ປີ. ແນວໃດກໍຕາມ, ເພື່ອສະໜອງ ຕາມແນວທາງແກ້ໄຂຄວາມທຸກ ຍາກຂອງພັກ ແລະ ລັດຖະບານໄດ້ ວາງອອກຈຶ່ງໄດ້ຂະຫຍາຍເນື້ອປູກ ກາເຟອອກອີກຕື່ມ ລວມທັງໝົດ ເປັນ 20 ເຮັກຕາ ໃນປັດຈຸບັນ ໂດຍສ່ວນໃຫຍ່ແມ່ນປູກກາເຟນ້ອຍ ເປັນຕົ້ນຕໍ. ຂະນະທີ່ນຳໃຊ້ເຕັກນິກ, ວິຊາການແບບໃໝ່ເຂົ້າໃນການ ປູກ ໂດຍສະເພາະການບົວລະບັດ ຮັກສາ, ຕັດແຕ່ງໃບ, ໃສ່ຝຸ່ນ, ເສຍ ຫຍ້າ ແລະ ອື່ນໆ ສາມາດເກັບກູ້ຜົນ ຜະລິດຈາກກາເຟໄດ້ 100 ໂຕນ (ໝາກແດງ) ສະເລ່ຍ 1 ເຮັກຕາໄດ້ 5 ໂຕນ ສາມາດສ້າງລາຍໄດ້ 1,5 ຕື້ກີບຕໍ່ປີ ເຫລືອຫັກຈາກແຮງງານ, ກຳມະກອນ, ອຸປະກອນການຜະລິດ ສະເລ່ຍລາຍຮັບປະມານ 900 ລ້ານ ກີບຕໍ່ປີ. ພ້ອມນີ້, ປີ 2020 ຕົນມີ ໂອກາດໄດ້ເຂົ້າຮ່ວມການຝຶກອົບຮົມ ການນຳໃຊ້ເຕັກນິກ, ວິຊາການຜະ ລິດປຸງແຕ່ງກາເຟ ແລະ ສ້າງຕັ້ງເປັນ ກຸ່ມຜະລິດມີສະມາຊິກ 10 ຄອບຄົວ (ເອີ້ນວ່າກຸ່ມກາເຟນໍ້າແບ່ງ). ດ້ວຍຄວາມເອົາໃຈໃສ່ຜະລິດ ກາເຟດັ່ງກ່າວ ປີ 2021, ອໍານາດ ການປົກຄອງເມືອງ, ຫ້ອງການ ກະສິກຳເມືອງ, ຫ້ອງການອຸດ ສາຫະກໍາ-ການຄ້າເມືອງ ໄດ້ຊຸກ ຍູ້ສົ່ງເສີມຄອບຄົວຕົນຕັ້ງຮ້ານ ບໍລິການກາເຟຢູ່ເມືອງເລົ່າງາມ ເພື່ອສົ່ງເສີມພູມປັນຍາຂອງຊາວ ບ້ານ ແລະ ຍົກລະດັບການຜະລິດ ໃຫ້ມີການພັດທະນາເພື່ອສ້າງມູນ ຄ່າເພີ່ມພາຍໃນເມືອງ, ແຂວງ ແລະ ສົ່ງອອກຕ່າງແຂວງ. ມາຮອດປັດຈຸ ບັນນີ້ໄດ້ຜະລິດ ແລະ ປຸງແຕ່ງກາເຟ ໃຫ້ມີຫລາຍຮູບແບບເປັນຕົ້ນກາເຟ ເມັດຂຽວ (ຂົ້ວ), ຊາດອກກາເຟ, ຊາເປືອກກາເຟ. ຂະນະທີ່ໃນຕໍ່ໜ້າ ຈະມີແຜນຜະລິດຕະພັນກາເຟເປັນ ຊອງ ເພື່ອບໍລິການແກ່ແຂກນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ໃຫ້ສະດວກສະບາຍກວ່າ ເກົ່າ ໂດຍສະເພາະການຊື້ເປັນຂອງ ຝາກຂອງຕ້ອນ ຫລື ການດື່ມກາເຟ ໃນແຕ່ລະມື້. ທ່ານ ນາງ ຕິÐ ມ ກ່າວ. ນັບແຕ່ມື້ເລີ່ມເປີດຮ້ານຂາຍກາເຟ ຜ່ານມາຮອດປີ 2023 ມີລູກຄ້າເຂົ້າ ດື່ມກາເຟສະເລ່ຍ 30 ຫາ 40 ຈອກຕໍ່ ວັນ, ໃນປີ 2024 ເຫັນວ່າມີຜູ້ມາດື່ມ ກາເຟເພີ່ມຂຶ້ນຕາມລຳດັບສະເລ່ຍ50 ຈອກຕໍ່ວັນ, ເຊິ່ງລາຄາຂາຍເລີ່ມຕົ້ນ ຈອກລະ 30.000 ກີບ, ມີລາຍຮັບ ຈາກຂາຍກາເຟ 1.500.000 ກີບ ຕໍ່ວັນ, ປີ 1 ໄດ້ 547 ລ້ານກວ່າກີບ ຫັກຄ່າຕົ້ນທຶນອອກຍັງເຫລືອ 200 ລ້ານກີບຕໍ່ປີ, ລູກຄ້າສ່ວນຫລາຍ ແມ່ນພາຍໃນເມືອງ, ຕ່າງເມືອງ, ຕ່າງແຂວງ ແລະ ນັກທ່ອງທ່ຽວ ຕ່າງປະເທດ. ຄຽງຄູ່ກັບການປຸງ ແຕ່ງບໍລິການຂາຍພາຍໃນຮ້ານແລ້ວ ຍັງໄດ້ຜະລິດ ແລະ ຈຳໜ່າຍກາເຟ ຂົ້ວຄຸນນະພາບທີ່ປອດສານພິດໃຫ້ ບັນດາສາຂາຕ່າງໆຕື່ມອີກເຊັ່ນ: ໂຮມສະເຕຫ້ວຍຫູນ ເມືອງເລົ່າງາມ, ຮ້ານກາເຟຫລັກ 40, ໂຮງແຮມພູ ເທວະດາ ເມືອງປາກຊ່ອງ ແຂວງ ຈຳປາສັກ, ຮ້ານກາເຟຟາຍເດີ ແຟ, ສະໂລປາແຄມຂອງ, ເດີເບັສຄັອບຟີ ນະຄອນຫລວງວຽງຈັນ, ຮ້ານດາ ດ້າ ຄັອບຟີ ຫລວງພະບາງ ແລະ ເຂດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ລວມ 2 ໂຕນຕໍ່ປີຂາຍ ໃນລາຄາ 3.500.000 ກີບຕໍ່ກິໂລ, ເຊິ່ງສາມາດຂາຍເປັນເງິນໄດ້ 700 ລ້ານກີບ ຫັກຄ່າຕົ້ນທຶນອອກຍັງ ເຫລືອ 300 ລ້ານກີບຕໍ່ປີ. ສະຫລຸບ ແລ້ວປີໜຶ່ງມີລາຍຮັບຈາກການແປ ຮູບເພີ່ມມູນຄ່າຂອງກາເຟດ້ວຍການ ປຸງແຕ່ງບໍລິການຂາຍພາຍໃນຮ້ານ ແລະ ຂາຍສົ່ງກະເຟຂົ້ວ 500 ລ້ານ ກີບ ບວກກັບການຂາຍກາເຟໝາກ ຊ້ອມ 900 ລ້ານກີບ. ໃນໄລຍະຜ່ານມາໄດ້ເຂົ້າຮ່ວມ ປະກວດກາເຟລາວ (ໝາກຊ້ອມ) ໃນລະດັບປະເທດທີ່ສະມາຄົມແຂວງ ຈຳປາສັກ ກໍໄດ້ຮັບລາງວັນທີ 2 ແລະ ປີ 2023 ໄດ້ຮັບລາງທີ 3. ແນວໃດກໍດີ, ປັດຈຸບັນອົງການ ປົກຄອງເມືອງ ກໍຄື ຫ້ອງການອຸດ ສາຫະກຳ ແລະ ການຄ້າເມືອງເລົ່າ ງາມໄດ້ສະເໜີຮັບຮອງເອົາຜະລິດ ຕະພັນກາເຟຄຸນນະພາບປອດສານ ພິດ, ຊາດອກ, ຊາເປືອກກາເຟ ຂອງກຸ່ມຜະລິດບ້ານນ້ຳແບ່ງ ແລະ ປະກາດເປັນສິນຄ້າໜຶ່ງເມືອງໜຶ່ງ ຜະລິດຕະພັນຂອງເມືອງ. ສຳລັບ ໃນປີ 2025 ໄດ້ສົ່ງຜະລິດຕະພັນ ກາເຟແກ່ນມະນີສົດໃຫ້ໂຮງແຮມພູ ເທວະດາ ເມືອງປາກຊ່ອງ ແຂວງ ຈຳປາສັກ 30 ກິໂລ ເຊິ່ງເປັນຕົວ ແທນເຂົ້າຮ່ວມງານກະເຟໂລກ. ທ່ານ ນາງ ຕິÐ ມ ກ່າວຕື່ມວ່າ: ຈາກລາຍຮັບດັ່ງກ່າວນັ້ນ ຈຶ່ງເຮັດ ໃຫ້ຄອບຄົວຕົນກາຍເປັນຄອບຄົວທີ່ ສາມາດຈັດຢູ່ໃນຄອບຄົວພັດທະນາ ແລະ ມີທຶນນໍາໃຊ້ເປັນທຶນໝູນວຽນ ໜຶ່ງເຂົ້າໃນການຜະລິດ, ມີເງິນສະ ສົມພັດທະນາຄອບຄົວ, ຊື້ພາຫາ ນະຂົນສົ່ງ 2 ຄັນ, ສ້າງເຮືອນອິວ 1 ຫລັງ, ໂຮງສີ 1 ເຄື່ອງ, ເຮືອນ ຮົ່ມ 5 ຫລັງ, ປຸກສ້າງຮ້ານກາເຟ 1 ຫລັງ, ໂຮງຂົ້ວ 2 ເຄື່ອງ, ເຄື່ອງຈັກ ຊົງກາເຟ, ຈັກບົດ 3 ເຄື່ອງ. ພ້ອມນີ້, ຍັງໄດ້ປະກອບສ່ວນໃນສັງຄົມ ແລະ ສົ່ງເສີມໃຫ້ລູກຫລານໄດ້ສຶກສາ ຮໍ່າຮຽນອີກຕື່ມ.
RkJQdWJsaXNoZXIy MTc3MTYxMQ==